7290

08 xtgmf]k; 37ltok c]t [= ]y = dy ko 04/06/2026 ປິດໂຄງການເຂົ້າເຖິງແຫລ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະກາງ ກະຊວງອຸດສາຫະກຳ ແລະ ການ ຄ້າ ຈັດພິທີປິດໂຄງການເຂົ້າເຖິງ ແຫລ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (MSME A2F-ESR) ໃນຕອນບ່າຍວັນທີ 28 ພຶດສະພາ 2026 ທີ່ໂຮງແຮມ ສຸພັດຕຣາ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ມະໂນທອງ ວົງໄຊ ຮອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄະວີມາ ເອັນທາຣາ ຫົວໜ້າຫ້ອງການທະນາ ຄານໂລກປະຈໍາສປປລາວ, ມີແຂກ ເຂົ້າຮ່ວມທັງໝົດ 200 ທ່ານຈາກ ພາກລັດ, ພາກທຸລະກິດ, ອົງການ ຈັດຕັ້ງສາກົນ, ສະມາຄົມທຸລະກິດ, ທະນາຄານທຸລະກິດ, ສະຖາບັນການ ເງິນອື່ນ ແລະ ບັນດາຫົວໜ່ວຍຈຸນ ລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ(ຈນກ). ຈຸດປະສົງຂອງພິທີດັ່ງກ່າວ, ເພື່ອ ສະຫລຸບຜົນສຳເລັດ ແລະ ໝາກຜົນ ທີ່ໄດ້ຮັບໃນການຈັດຕັ້ງປະຕິບັດໂຄງ ການMSMEA2F-ESR ຊຶ່ງເປັນ ໂຄງການເງິນກູ້ຢືມດອກເບ້ຍຜ່ອນ ຜັນຈາກທະນາຄານໂລກ ມູນຄ່າ 40 ລ້ານໂດລາສະຫະລັດ, ໄລຍະເວລາ ຈັດຕັ້ງປະຕິບັດ 5 ປີ 6 ເດືອນ. ຈຸດປະສົງໂຄງການ ເພື່ອສະໜອງ ທຶນໝູນວຽນ ແລະ ທຶນຄົງທີ່ໃນອັດ ຕາດອກເບ້ຍທີ່ເໝາະສົມ ຜ່ານສະ ຖາບັນການເງິນທີ່ເປັນຄູ່ຮ່ວມມືໄປ ຄຽງຄູ່ກັບ ການຊ່ວຍເຫລືອທາງ ດ້ານວິຊາການໃຫ້ ຈນກ, ປະກອບ ມີ 3 ແຜນງານຄື: ການສະໜອງ ສິນເຊື່ອໃຫ້ ຈນກ, ຄົ້ນຄວ້າອອກ ແບບສ້າງຕັ້ງກົນໄກຄໍ້າປະກັນສິນ ເຊື່ອຂອງສປປລາວແລະການຊ່ວຍ ເຫລືອດ້ານວິຊາການ. ຜົນສໍາເລັດຂອງໂຄງການ ສາມາດສັງລວມວຽກທີ່ພົ້ນເດັ່ນໄດ້ ດັ່ງນີ້: 1) ສາມາດປ່ອຍສິນເຊື່ອໃຫ້ບັນດາ ຈນກ ສໍາເລັດຕາມວົງເງິນຂອງໂຄງ ການ 100% ເປັນມູນຄ່າ 31,76 ລ້ານໂດລາສະຫະລັດ ໄດ້ 357 ຫົວໜ່ວຍ377 ສັນຍາ (ຜູ້ປະ ກອບກິດຈະການແມ່ຍິງ 192 ຫົວ ໜ່ວຍມູນຄ່າ 16,12ລ້ານໂດລາສະ ຫະລັດ). ເງິນທຶນປ່ອຍກູ້ໃຫ້ ຈນກ ພາຍຫລັງສໍາເລັດໂຄງການແລ້ວ, ທຶນດັ່ງກ່າວ, ກໍຍັງຄົງຈະໝູນວຽນ ຢູ່ໃນລະບົບເສດຖະກິດ ຂອງ ລາວ ພາຍໃຕ້ການຄຸ້ມຄອງຂອງກອງທຶນ ສົ່ງເສີມຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງຮັບປະກັນການສົ່ງຕົ້ນທຶນ ຄືນຜູ້ໃຫ້ທຶນ ຕາມກໍານົດເວລາ; 2) ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ ຈນກ ໂດຍຜ່ານການຝຶກອົບຮົມແລະ ໃຫ້ຄໍາແນະນໍາຕົວຈິງ (mentor) ຈຳນວນ 67 ຄັ້ງ, ມີຜູ້ເຂົ້າຮ່ວມ 1.717 ທ່ານ, ຍິງ 621 ທ່ານ ແລະ ຈັດກິດຈະກຳອື່ນປິ່ນອ້ອມໃນການ ສົ່ງເສີມຈນກຈຳນວນ97ຄັ້ງມີຜູ້ເຂົ້າ ຮ່ວມ 3.726 ທ່ານ, ຍິງ 1.286 ທ່ານ; 3) ສ້າງຄວາມເຂັ້ມແຂງໃຫ້ເຄືອ ຂ່າຍຜູ້ສະໜອງບໍລິການໃຫ້ຄຳປຶກ ສາ ດ້ານການພັດທະນາທຸລະກິດ ຫລື BDSP ເພື່ອໃຫ້ມີຊ່ຽວຊານ ສະເພາະດ້ານເປັນທີ່ປຶກສາແກ່ວິສາ ຫະກິດ; 4) ສ້າງຄວາມເຂັ້ມແຂງແກ່ທະນາ ຄານແຫ່ງ ສປປ ລາວ ເພື່ອສ້າງ ນິຕິກໍາຄຸ້ມຄອງບໍລິສັດຄໍ້າປະກັນ ສິນເຊື່ອ; 5) ສ້າງຄວາມເຂັ້ມແຂງໃຫ້ ກະ ຊວງຍຸຕິທໍາ ເພື່ອຄົ້ນຄວ້ານິຕິກໍາຜັນ ຂະຫຍາຍກົດໝາຍວ່າດ້ວຍການ ລົ້ມລະລາຍຂອງວິສາຫະກິດ ແລະ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ; 6)ສໍາຄັນທີ່ສຸດແມ່ນໄດ້ສ້າງຕັ້ງ ບໍລິ ສັດຄໍ້າປະກັນສິນເຊື່ອລາວ ຈໍາກັດ ຜູ້ດຽວຊຶ່ງເປັນຜະລິດຕະພັນການ ເງິນໃໝ່ຂອງ ສປປ ລາວ. ພິທີປິດໂຄງການດັ່ງກ່າວ ບໍ່ແມ່ນ ການສິ້ນສຸດວຽກງານສົ່ງເສີມຈນກ, ແຕ່ແມ່ນຈຸດເລີ່ມຕົ້ນຂອງການນໍາ ໃຊ້ບົດຮຽນ, ຜົນສໍາເລັດແລະກົນໄກ ທີ່ໂຄງການໄດ້ສ້າງຂຶ້ນ ໃຫ້ກາຍເປັນ ພື້ນຖານສໍາລັບການ ຈັດຕັ້ງປະຕິບັດ ແຜນພັດທະນາ ຈນກ 2026- 2030. ຕອນທ້າຍຂອງພິທີ ຍັງໄດ້ມອບ ໃບຍ້ອງຍໍໃຫ້ແກ່ທະນາຄານໂລກ ໃນການສະໜັບສະໜູນດ້ານທຶນ ຮອນ, ເຕັກນິກ ແລະ ການຕິດຕາມ ຊຸກຍູ້ໂຄງການຈົນສໍາເລັດຕາມຄາດ ໝາຍ ແລະ ມອບໃບຍ້ອງຍໍໃຫ້ແກ່ 5 ທະນາຄານທີ່ເຂົ້າຮ່ວມໂຄງການ ໃນການສະໜອງສິນເຊື່ອໃຫ້ ຈນກ ຊຶ່ງປະກອບມີ: ທະນາຄານໄຊງ່ອນ ເທືອງຕິ່ນລາວ,ທະນາຄານລາວຈີນ, ທະນາຄານຮ່ວມທຸລະກິດລາວ- ຫວຽດ, ທະນາຄານມາຣູຮານເຈ ແປນ ລາວ ເເລະ ທະນາຄານຫວຽດ ຕິນ ລາວ. ໃນນັ້ນ, ທະນາຄານໄຊງ່ອນ ເທືອງຕິ່ນ ລາວ ແລະ ທະນາຄານ ຫວຽດຕິນລາວ ໄດ້ຮັບລາງວັນດີ ເດັ່ນໃນການປ່ອຍກູ້ໃຫ້ ຈນກ.

RkJQdWJsaXNoZXIy MTc3MTYxMQ==