*** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜົນກອງປະຊຸມ...ົຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນແລະພິຈາລະນາຫລາຍບັນຫາ ສຳຄັນ ເປັນຕົ້ນ ລາຍງານສະພາບ ພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບ ດ່ວນຈໍານວນໜຶ່ງ ຄື: ການປະຕິບັດ ວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນ ພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2026 ຂອງ ລັດຖະບານ ແລະ ທິດຜັນຂະຫຍາຍ ຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XII; ສະພາບພົ້ນເດັ່ນ ພາກພື້ນ ແລະ ສາກົນ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ການເກັບກູ້ອາວຸດ ແລະ ວັດ ຖຸລະເບີດ ໃນໄລຍະຜ່ານມາ; ແຜນ ການປັບປຸງລະບົບການສຶກສາສາຍ ສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງ ທົ່ວປະເທດ; ການກະກຽມຄວາມ ພ້ອມ ເພື່ອເປັນເຈົ້າພາບຈັດກອງ ປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາ ຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 22-26 ມິຖຸນາ 2026 ແລະ ສະພາບປາຕາຍຢູ່ນ້ຳເຊໂດນ ເມືອງ ຊະນະສົມບູນ ແຂວງຈຳປາສັກ. ໃນ ນັ້ນ, ຕໍ່ການສະຫລຸບວຽກງານພົ້ນ ເດັ່ນ ປະຈໍາເດືອນພຶດສະພາ 2026 ກອງປະຊຸມໄດ້ຕີລາຄາ ເຖິງວ່າສະ ພາບການພາກພື້ນ ແລະ ສາກົນ ຍັງ ສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດ ຄະເນໄດ້ຍາກ ໂດຍສະເພາະບັນຫາ ຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດ ໃຫ້ສະພາບເສດຖະກິດໂລກ ທີ່ມີ ຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ສືບຕໍ່ມີ ຜົນກະທົບເປັນວົງກວ້າງຕື່ມ ລວມ ເຖິງຢູ່ປະເທດລາວເຮົາ ໂດຍສະ ເພາະລາຄາສິນຄ້າ, ການຂົນສົ່ງ ແລະອື່ນໆ, ແຕ່ລັດຖະບານກໍໄດ້ສຸມ ໃສ່ຈັດຕັ້ງປະຕິບັດບັນດາມາດຕະ ການ ແລະ ວຽກຈຸດສຸມທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ໄດ້ສຸມຄວາມພະຍາຍາມ ທຸກວິທີ ເພື່ອຊ່ວຍເຫລືອກອບກູ້ ປະ ຊາຊົນ ຈໍານວນ 7 ຄົນ ທີ່ຕິດຢູ່ໃນ ຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ; ໄດ້ເພີ່ມທະວີລົງ ແກ້ໄຂບັນຫາການລັກລອບຂຸດຄົ້ນ ແຮ່ທາດຕາມຄຳສັ່ງ ເລກທີ46/ນຍ ຢ່າງເຂັ້ມງວດ ແລະ ເດັດຂາດກວ່າ ເກົ່າ ໂດຍສະເພາະຢູ່ແຂວງຫລວງ ພະບາງ, ໄຊຍະບູລີ, ວຽງຈັນ, ສະ ຫວັນນະເຂດແລະບາງທ້ອງຖິ່ນສາ ມາດພົບເຫັນ ແລະ ຍຶດໄດ້ຂອງກາງ ປະເພດພາຫະນະ-ກົນຈັກແລະອຸປະ ກອນຕ່າງໆຫລາຍສົມຄວນ ພ້ອມ ທັງກັກຕົວຜູ້ລັກລອບ ເພື່ອມາດຳ ເນີນຕາມກົດໝາຍ ແລະ ລະບຽບ ການ; ໄດ້ມ້າງເປົ້າໝາຍກຸ່ມແກ້ງສະ ແກມເມີ ຢູ່ຫລາຍແຂວງ ແລະ ນະ ຄອນຫລວງວຽງຈັນຊຶ່ງສາມາດກັກ ຕົວຜູ້ຕ້ອງຫາ ເປັນຈໍານວນຫລາຍ ຊຶ່ງມີທັງຄົນລາວ ແລະ ຄົນຕ່າງປະ ເທດ ພ້ອມທັງໄດ້ດໍາເນີນຕາມກົດ ໝາຍ;ສາມາດແກ້ໄຂແລະສະໜອງ ນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມ ໃຊ້ໃນທົ່ວປະເທດ ກວມອັດຕາສ່ວນ ສູງຂຶ້ນ; ຈັດເກັບລາຍຮັບເຂົ້າງົບປະ ມານໄດ້ 40% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍປະຕິ ບັດໄດ້ 25% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະ ເທດ ກຸ້ມການນໍາເຂົ້າຫລາຍກວ່າ 5 ເດືອນ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງຫລວງແຫ່ງຊາດ 13 ເໜືອ-ໃຕ້, ທາງເລກ 9, 12, ການປັບປຸງສະໜາມບິນ ປາກເຊ ແລະ ການສຶກສາຄວາມເປັນໄປໄດ້ ສໍາຫລວດ-ອອກແບບເບື້ອງຕົ້ນ ສະໜາມບິນຜົ້ງສາລີ ກໍມີຄວາມ ຄືບໜ້າດີ; ສໍາເລັດການສອບເສັງ ນັກຮຽນຊັ້ນປະຖົມໃນຂອບເຂດທົ່ວ ປະເທດ; ໄດ້ເອົາໃຈໃສ່ວຽກງານ ໂຄສະນາ ແລະ ສົ່ງເສີມການທ່ອງ ທ່ຽວ ຕິດພັນກັບການເຜີຍແຜ່ວັດ ທະນະທຳ, ສາມາດດຶງດູດນັກທ່ອງ ທ່ຽວພາຍໃນເດືອນໄດ້ເກືອບ 5 ແສນເທື່ອຄົນ; ໄດ້ເພີ່ມຄວາມເອົາ ໃຈໃສ່ເຝົ້າລະວັງພະຍາດໄຂ້ຫວັດ ສັດປີກໃນຄົນ; ໄດ້ເອົາໃຈໃສ່ການ ເຄື່ອນວຽກງານຕ່າງປະເທດ ຢ່າງ ມີພິບໄຫວ ໂດຍສະເພາະການ ເຄື່ອນໄຫວຢ້ຽມຢາມບັນດາປະ ເທດເພື່ອນມິດ ແລະ ເຂົົ້າຮ່ວມກອງ ປະຊຸມສາກົນຕ່າງໆ, ໄດ້ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ ແກ່ຄະນະຜູ້ແທນຂັ້ນສູງຂອງຕ່າງ ປະເທດ ທີ່ມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນ ຕົ້ນ ບັນຫາສະແກມເມີ, ການປຸ້ນ ຈີ້ຊີງຊັບ ແລະ ການສ້າງຄວາມບໍ່ ສະຫງົບຢູ່ພາຍໃນສັງຄົມ; ບັນຫາ ການສະໜອງໄຟຟ້າ (ໄຟຟ້າຕົກໄຟຟ້າດັບ) ແລະ ການສະໜອງນໍ້າ ປະປາບໍ່ພຽງພໍ; ຄວາມເປັນເຈົ້າໃນ ການຈັດຕັ້ງປະຕິບັດທິດຊີ້ນໍາຂອງ ລັດຖະບານ; ການພັດທະນາ-ປັບ ປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາ ຂ່າວບິດເບືອນ ຜ່ານສື່ສັງຄົມອອນ ລາຍ ໃຫ້ແຂງແຮງລວມທັງການ ໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ-ລັດຖະບານ ໃຫ້ ກວ້າງຂວາງ; ການເຄົາລົບປະຕິບັດ ລະບຽບການ-ກົດໝາຍ ແລະ ອື່ນໆ. ສໍາລັບແຜນວຽກຈຸດສຸມ ໃນ ເດືອນມິຖຸນາ 2026 ຂອງລັດຖະ ບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່,ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ X (20262030), ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ທີ່ສະພາແຫ່ງຊາດ ໄດ້ຮັບ ຮອງ ຕາມມະຕິ 177/ສພຊ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດ ໝາຍຕ່າງໆ ໃນມະຕິຂອງສະພາ ແຫ່ງຊາດ ທີ່ພົວພັນກັບລັດຖະບານ. ໃນນີ້, ໃຫ້ເອົາໃຈໃສ່ບາງວຽກຈໍາ ນວນໜຶ່ງ ຄື: ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ໂດຍສຸມໃສ່ຮັກສາຄວາມສະ ຫງົບຕາມແລວຊາຍແດນ, ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ທາງສັງ ຄົມຕ່າງໆ ເປັນຕົ້ນ ບັນຫາສະແກມ ເມີ, ບັນຫາຢາເສບຕິດ, ການເກັບ ກູ້ອາວຸດ ແລະ ວັດຖຸລະເບີດ, ການ ຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ ລັກງັດແງະ, ບັນຫາອຸບັດເຫດຕາມ ທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດ ໜ້ອຍຖອຍລົງ; ຄຸ້ມຄອງສະຖານທີ່ ບັນເທີງ, ສະຖານທີ່ບໍລິການ ແລະ ສະຖານທີ່ພັກເຊົາຕ່າງໆ ທີ່ຄົນຕ່າງ ປະເທດມາເຊົ່າ ໃຫ້ດໍາເນີນຖືກຕ້ອງ ຕາມລະບຽບກົດໝາຍ; ສຸມໃສ່ກະ ກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າ ລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2026, ກອງ ປະຊຸມຮ່ວມລະຫວ່າງ ຄະນະປະຈໍາ ສະພາແຫ່ງຊາດ ແລະ ຄະນະລັດ ຖະບານ, ກອງປະຊຸມສະໄໝວິສາ ມັນ ຂອງສະພາແຫ່ງຊາດ ຊຸດທີ X; ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດ ຊີ້ນໍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມລັດ ຖະບານຄັ້ງປະຖົມມະລືກ ຊຸດທີ 10 ກໍຄື ທິດຊີ້ນໍາກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ດ້ວຍ ຄວາມຮັບຜິດຊອບສູງ; ໃຫ້ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຕິດ ຕາມ ແລະ ກະກຽມຮັບມືກັບໄພພິ ບັດທີ່ອາດຈະເກີດຂຶ້ນ, ພ້ອມທັງມີ ມາດຕະການຟື້ນຟູ ຜົນກະທົບຈາກ ໄພພິບັດຢ່າງທັນການ; ສືບຕໍ່ໃຫ້ ການຊ່ວຍເຫລືອປະຊາຊົນທີ່ຕິດຢູ່ ຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ພ້ອມກັນນັ້ນ, ກໍ ໃຫ້ແຂວງໄຊສົມບູນ ຮີບຮ້ອນຄົ້ນ ຄວ້າຮູບການຍ້ອງຍໍຕໍ່ບຸກຄົນ, ນິຕິ ບຸກຄົນ, ອົງການຈັດຕັ້ງຕ່າງໆລວມ ທັງພົນລະເມືອງຕ່າງປະເທດ ທີ່ໃຫ້ ການຊ່ວຍເຫລືອໃນພາລະກິດຄັ້ງນີ້ ໃຫ້ທັນການ ແລະ ເໝາະສົມ; ສຸມ ໃສ່ການເກັບລາຍຮັບງົບປະມານ ຈາກແຫລ່ງລາຍຮັບທີ່ມີແລ້ວ ໃຫ້ ຄົບຖ້ວນດ້ວຍການສຸມໃສ່ການຫັນ ເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍຂຶ້ນ; ໃຫ້ ທະນາຄານ ແຫ່ງ ສປປ ລາວ ສືບ ຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ ສາມາດຮັບປະກັນການສະໜອງ ເງິນຕາຕ່າງປະເທດ ໃຫ້ການຊໍາລະ ການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມ ທັງຄົ້ນຄວ້າມາດຕະການສະໜັບ ສະໜູນດ້ານການເງິນ ໃຫ້ສິນເຊື່ອ ດອກເບ້ຍຕໍ່າ ແກ່ຊາວກະສິກອນ ທີ່ ໄດ້ຮັບຜົນກະທົບຈາກລາຄານໍ້າມັນ ເຊື້ອໄຟ; ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຈັດຕັ້ງ 6 ມາດ ຕະການ ໃນການແກ້ໄຂຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຢ່າງເຂັ້ມ ງວດ ແລະ ສົມທົບກັບກະຊວງປ້ອງ ກັນປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວ ຂ້ອງຮີບຮ້ອນກໍານົດຈຸດ ແລະ ອອກ ແບບສາງນໍ້າມັນເຊື້ອໄຟຢູ່ບັນດາ ແຂວງ ໃຫ້ສໍາເລັດຕາມແຜນການ; ໃຫ້ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ ເອົາໃຈໃສ່ຊີ້ນໍາພະແນກກະ ສິກໍາ ແລະ ສິ່ງແວດລ້ອມ ບັນດາ ແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີເອົາໃຈໃສ່ການເກັບກ່ຽວ ຜົນຜະລິດລະດູແລ້ງ ແລະ ການກະ ກຽມໃຫ້ແກ່ການຜະລິດລະດູຝົນ, ການຟື້ນຟູສ້ອມແປງໂຄງການຊົນ ລະປະທານ, ສ້ອມແປງ ແລະ ອະນາ ໄມຄອງເໝືອງ, ອ່າງເກັບນໍ້າ ແລະ ກຽມຈັກສູບນໍ້າສໍາຮອງໄວ້ໃນຈຸດ ທີ່ຈໍາເປັນ, ທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ໂດຍກະກຽມວິຊາການ ດ້ານສັດຕະວະແພດ ແລະ ເຄື່ອງມື ອຸປະກອນ, ຢາກັນພະຍາດ ແລະ ຢາ ປິ່ນປົວສັດ ເພື່ອພ້ອມຕອບໂຕ້ການ ລະບາດຂອງພະຍາດສັດ ທີ່ອາດຈະ ເກີດຂຶ້ນ; ໃຫ້ບັນດາກະຊວງ, ອົງ ການປົກຄອງທ້ອງຖິ່ນ ເປັນເຈົ້າ ການກະກຽມປູກຕົ້ນໄມ້ ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ເດັກນ້ອຍສາກົນ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ ໄດ້ ໜຶ່ງຕົ້ນ ຕໍ່ຄົນຕໍ່ປີ; ໃຫ້ກະຊວງ ສຶກສາທິການ ແລະ ກິລາ ຊີ້ນໍາມະ ຫາວິທະຍາໄລແຫ່ງຊາດ ກະກຽມ ຄວາມພ້ອມຮອບດ້ານ ໃຫ້ແກ່ການ ນໍາຂັ້ນສູງ ເຂົ້າຮ່ວມພິທີປູກຕົ້ນໄມ້ ແລະ ພົບປະນັກຮຽນ-ນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ; ໃຫ້ ກະຊວງກະສິກໍາແລະສິ່ງແວດລ້ອມ ແລະ ນະຄອນຫລວງວຽງຈັນ ກະ ກຽມປູກຕົ້ນໄມ້ ຢູ່ສວນເຈົ້າອານຸ ວົງ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນປັບປຸງແຜນຜັງ ເມືອງ ຂອງນະຄອນຫລວງວຽງ ຈັນ ໄລຍະທີ 3; ຊຸກຍູ້ບໍລິສັດ ທາງ ລົດໄຟລາວ-ຈີນໃຫ້ການຮ່ວມມືກັບ ຂະແໜງການເງິນ ເພື່ອເຂົ້າໄປຕິດ ຕັ້ງລະບົບເກັບຄ່າຊັກພິເສດ, ການ ຂົນສົ່ງແຮ່ທາດ. ພ້ອມນັ້ນ, ກໍໃຫ້ ກະກຽມຄວາມພ້ອມຮອບດ້ານ ເພື່ອ ສ້ອມແປງທາງໃນລະດູຝົນ ໂດຍ ສະເພາະເສັ້ນທາງຫລວງ ແຂວງ ຫາ ແຂວງ ບໍ່ໃຫ້ມີເສັ້ນທາງຂາດ; ໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ ນໍາຄະນະຊີ້ນໍາລະດັບຊາດ ການສໍາ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຮີບຮ້ອນກວດກາຄືນ ຄວາມຖືກຕ້ອງຕົວເລກຕ່າງໆ ຂອງ ການສໍາຫລວດພົນລະເມືອງ ຄັ້ງທີ V ປີ 2025 ໃຫ້ສໍາເລັດໂດຍໄວ; ກະຊວງສາທາລະນະສຸກ ເອົາໃຈ ໃສ່ຕິດຕາມ ແລະ ວາງມາດຕະການ ປ້ອງກັນ, ແກ້ໄຂການລະບາດຂອງ ພະຍາດລະດູການ ໂດຍສ້າງແຜນ ຮັບມືແຕ່ຫົວທີ, ສ້າງລະບົບລາຍ ງານການລະບາດເປັນລະບົບ ແລະ ໃຫ້ໂລ່ງລ່ຽນ, ຮັບປະກັນສາງຢາມີ ພຽງພໍ ໂດຍສະເພາະວັກຊິນ ແລະ ຢາປິ່ນປົວພື້ນຖານ, ທັງຕິດຕາມຊຸກ ຍູ້ ແລະ ປະເມີນຄືນ ກ່ຽວກັບວຽກ ງານພັດທະນາສຸຂະພາບຂັ້ນຕົ້ນ ເປັນຕົ້ນນໍ້າສະອາດ, ວິດຖ່າຍ, ບ້ານ ສຸຂະອະນາໄມ ແລະ ບ້ານສາທາລະ ນະສຸກແບບຍືນຍົງ; ສຸມໃສ່ແກ້ໄຂ ບັນດາຂໍ້ສະເໜີຂອງບັນດາແຂວງ ໃຫ້ແຕ່ລະພາກສ່ວນກວດກາຄືນ ບັນດາເອກະສານທາງການ ທີ່ຂຶ້ນ ກັບຄວາມຮັບຜິດຊອບຂອງຕົນ ທີ່ ໄດ້ເຊັນຢັ້ງຢືນຈາກນາຍບ້ານ ໃນ ເມື່ອກ່ອນ ເພື່ອໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການຕ່າງໆ; ໃຫ້ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສະໜອງຂໍ້ມູນຜົນການປະເມີນບັນ ດາໂຄງການຂຸດຄົ້ນບໍ່ແຮ່ ໃຫ້ບັນດາ ແຂວງ ເພື່ອໃຫ້ແຂວງສະດວກໃນ ການຕິດຕາມ, ຊຸກຍູ້; ໃຫ້ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບແຂວງອັດຕະ ປື ແລະ ແຂວງຈໍາປາສັກ ເພື່ອລົງ ສໍາຫລວດເຂດແດນເຊື່ອມຕໍ່ ໃຫ້ ລະອຽດຈະແຈ້ງ ແລະ ມີຄວາມຊັດ ເຈນ; ໃຫ້ແຕ່ລະກະຊວງ, ອົງການ ລັດທຽບເທົ່າກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນ ເປັນເຈົ້າການ ປະເມີນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ໂດຍສະເພາະການຜັດປ່ຽນ ກັນມາປະຈໍາການ ມີດ້ານດີ, ດ້ານ ອ່ອນ ແລະ ຈະຄວນສືບຕໍ່ຄືແນວ ໃດ?; ສັງຮວມກ່ຽວກັບການຈັດຕັ້ງ ປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມທີ່ໄດ້ລະບຸໃນມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ແລ້ວລາຍງານໃຫ້ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີຊາບກ່ອນການດໍາເນີນ ກອງປະຊຸມລັດຖະບານ ແຕ່ລະ ເດືອນ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມຕ່າງໆ, ຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາ ພັກ-ລັດ, ແຜນຮ່ວມມື ສອງຝ່າຍ ກັບບັນດາປະເທດເພື່ອນ ມິດຍຸດທະສາດ ແລະ ຂອບການ ຮ່ວມມືຫລາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ກະ ກຽມຕ້ອນຮັບການເດີນທາງຢ້ຽມ ຢາມ ສປປ ລາວ ຂອງການນຳຂັ້ນ ສູງຕ່າງປະເທດ; ກະກຽມໃຫ້ແກ່ ການນຳຂັ້ນສູງຂອງພັກ ແລະ ລັດ ເດີນທາງຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຳຄັນຕ່າງໆ ຢູ່ຕ່າງ ປະເທດ ໃນເດືອນມິຖຸນາ 2026. ສ່ວນບັນດາບົດລາຍງານ ເປັນ ຕົ້ນ ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການເກັບ ກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລ ຍະຜ່ານມາ; ແຜນການປັບປຸງລະ ບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການ ສອບເສັງນັກຮຽນເກັ່ງທົ່ວປະເທດ; ການກະກຽມຄວາມພ້ອມ ເພື່ອເປັນ ເຈົ້າພາບຈັດກອງປະຊຸມລັດຖະມົນ ຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026; ສະພາບປາຕາຍ ຢູ່ນ້ຳເຊໂດນ, ເມືອງຊະນະສົມບູນ, ແຂວງຈຳປາສັກ ກອງປະຊຸມ ໄດ້ຊີ້ ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງ ຕາມຄໍາເຫັນຂອງສະມາຊິກລັດ ຖະບານ ໂດຍສະເພາະການກຳນົດ ທິດທາງແຜນການ, ບັນດາມາດຕະ ການ ກໍຄື ແຜນວຽກຈຸດສຸມໃນຕໍ່ ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມ ຄວາມພ້ອມດ້ານຕ່າງໆ ໃຫ້ຮັບປະ ກັນຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ, ຫລີກລ່ຽງບັນ ຫາຫຍໍ້ທໍ້-ບົກພ່ອງ ທີ່ເຄີຍເກີດຂຶ້ນ ຜ່ານມາ ບໍ່ໃຫ້ເກີດຂຶ້ນຕື່ມອີກ. ພ້ອມນີ້, ຍັງໄດ້ລາຍງານສະ ພາບລວມການບັນຈຸລັດຖະກອນ ປະຈໍາປີ 2025 ແລະ ແຜນຄວາມ ຕ້ອງການຈໍານວນຕົວເລກລັດຖະ ສນຊ... ຜ່ານມາ ຊຶ່ງມີຫລາຍວຽກງານທີ່ ພົ້ນເດັ່ນ ເປັນຕົ້ນ ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ: ໄດ້ ສຸມໃສ່ການເຜີຍແຜ່, ເຊື່ອມຊຶມ ມະຕິ, ຄຳສັ່ງຂອງພັກ ແລະ ແນວ ທາງນະໂຍບາຍຕ່າງໆ ໃຫ້ແກ່ຊັ້ນ ຄົນ, ສາສະນິກະຊົນ ແລະ ອົງການ ພາຄີຢ່າງກວ້າງຂວາງ; ການສ້າງ ຄວາມສາມັກຄີປອງດອງ: ອົງການ ພາຄີໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນ, ຊຸກຍູ້ການມີສ່ວນຮ່ວມ ຂອງປະຊາຊົນໃນການພັດທະນາ ເສດຖະກິດ-ສັງຄົມ; ການຕິດຕາມ ກວດກາ ແລະ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ: ໄດ້ຮ່ວມມືກັບ ພາກສ່ວນຕ່າງໆ ໃນການຮັກສາ ຄວາມສະຫງົບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຜັນຂະ ຫຍາຍ 2 ວາລະແຫ່ງຊາດ. ສໍາລັບ ທິດທາງ ແລະ ວຽກງານຈຸດສຸມ ໄຕມາດ II 2026 ເພື່ອສືບຕໍ່ຜັນ ຂະຫຍາຍບັນດາມະຕິຕ່າງໆເປັນ ຕົ້ນມະຕິກອງປະຊຸມຄັ້ງທີ XII ຂອງ ພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ມະຕິກອງປະຊຸມ ໃຫຍ່ຂອງບັນດາອົງການຈັດຕັ້ງ ມະຫາຊົນ, ກອງປະຊຸມໄດ້ຮ່ວມກັນ ກຳນົດທິດທາງຈຸດສຸມສຳລັບ 3 ເດືອນຕໍ່ໜ້າ(ໄຕມາດ II), ສືບຕໍ່ລົງ ເລິກໃກ້ຊິດຕິດແທດກັບປະຊາຊົນ ບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ ແນວທາງຂອງພັກ-ລັດ; ຫັນປ່ຽນ ຢ່າງແຂງແຮງໃນການເຄື່ອນໄຫວ, ຊຸກຍູ້ໃຫ້ອົງການພາຄີແຕ່ລະຂັ້ນ ປັບປຸງກົນໄກການປະສານງານໃຫ້ ມີຄວາມຄ່ອງຕົວ, ວ່ອງໄວ ແລະ ມີ ປະສິດທິຜົນສູງຂຶ້ນ. ໃນຕອນທ້າຍ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ບັນດາອົງການພາຄີ ທັງໝົດ ຈົ່ງເພີ່ມທະວີຄວາມຮັບ ຜິດຊອບການເມືອງຂອງຕົນ, ເພີ່ມ ທະວີຄວາມສາມັກຄີເປັນເອກະ ພາບຈັດຕັ້ງປະຕິບັດຕາມເນື້ອໃນ 4 ຮ່ວມຂອງ 5 ອົງການ, ເອົາໃຈ ໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນ ໄລຍະຜ່ານມາ ແລະ ຫັນເອົາເນື້ອ ໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍໃຫ້ເກີດດອກອອກ ຜົນເປັນຮູບປະທຳຢ່າງແທ້ຈິງ. ຂ່າວ-ພາບ: ສຸກສຳລານ ກອນໃໝ່ (ໂກຕ້າ) ປີ 2026 ຂອງ ບັນດາກະຊວງ, ອົງການລັດທຽບ ເທົ່າກະຊວງ, ອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນແລະອົງການ ປົກຄອງທ້ອງຖິ່ນ ກອງປະຊຸມເຫັນ ດີຮັບຮອງຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ແລະ ມອບໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ກ່ຽວກັບການຈັດແບ່ງຕົວເລກລັດ ຖະກອນ ປີ 2026 ໃຫ້ເທດເໝາະ ກັບສະພາບຕົວຈິງ ແລ້ວຈິ່ງນໍາສະ ເໜີຂັ້ນເທິງພິຈາລະນາຕາມລະບຽບ ການ. ກອງປະຊຸມເຫັນດີດ້ານຫລັກ ການ ຮັບຮອງເອົາຮ່າງນິຕິກໍາ ຈໍາ ນວນ 3 ສະບັບຄື: ຮ່າງກົດໝາຍ ວ່າ ດ້ວຍຄັງເງິນແຫ່ງລັດ; ຮ່າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະ ບັບປັບປຸງ) ແລະ ຮ່າງດໍາລັດ ວ່າ ດ້ວຍການເຊົ່າ ແລະ ສຳປະທານທີ່ ດິນລັດ.ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງ ນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງ ດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດ ຈຸດປະສົງ, ການອະທິບາຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດ ເນື້ອໃນວຽກງານໂຄສະນາປຸກລະ ດົມ ແລະ ການມີສ່ວນຮ່ວມຂອງ ພາກສ່ວນຕ່າງໆ, ເຮັດໃຫ້ບັນດາ ນິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມສອດ ຄ່ອງກັບບັນດາກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳ ໃຊ້ແລ້ວ ເພື່ອສາມາດຈັດຕັ້ງປະຕິ ບັດໄດ້ ຢ່າງມີປະສິດທິຜົນດີ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງມາຍັງບັນ ດາທ່ານ ສະມາຊິກລັດຖະບານ ຈົ່ງ ນໍາເອົາແຜນວຽກຈຸດສຸມ ປະຈຳ ເດືອນມິຖຸນາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນ ໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກ ຄະລາກອນແຕ່ລະຂັ້ນ ແລະ ມີຄາດ ໝາຍເວລາສຳເລັດຊັດເຈນ, ສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງ ແຮງ ແລະ ໄດ້ຮັບຜົນດີ. ຂ່າວ: ກົມປະຊາສໍາພັນ ຫສນຍ ທ່ານ ກິແກ້ວ ໄຂຄຳພິທູນ ທ່ານ ຄໍາຜາ ພິມມະສອນ @ 0j k; c]t gsfdko j 29/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK
RkJQdWJsaXNoZXIy MTc3MTYxMQ==