7286

ສະຫາຍ ຄຳພັນ ເຜີຍຍະວົງ ໄຂກອງປະຊຸມໃຫຍ່...ຸ່ 2026 ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳ ມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກປະຊາຊົນປະຕິ ວັດລາວ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍຜູ້ແທນສົມບູນ, ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກຄັ້ງນີ້, ຈະໄດ້ສຸມໃສ່ ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງ ຂອງຄະນະພັກ ຄະນະໂຄສະນາ ອົບຮົມສູນກາງພັກ ຊຶ່ງເປັນເອກະ ສານສໍາຄັນ ກ່ຽວກັບການສະຫລຸບ ຕີລາຄາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານ ໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ ບັນລຸຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້; ຄົ້ນຄວ້າປະກອບຄໍາ ເຫັນຮັບຮອງເອົາແຜນພັດທະນາ ວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະ ກອບຄໍາເຫັນໃສ່ບົດສຳຫລວດການ ນໍາພາ ຂອງຄະນະພັກຄະນະໂຄສະ ນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງ ອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ ສົມຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ ມອບໝາຍໃຫ້. ນອກຈາກນີ້, ຄະນະຜູ້ແທນສົມ ບູນ ຈະໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະພັກຄະນະໂຄສະນາອົບຮົມ ສູນກາງພັກຊຸດໃໝ່ ເພື່ອສືບຕໍ່ຊີ້ ນໍາ-ນໍາພາ ໃນໄລຍະ 5 ປີ ຕໍ່ໜ້າ. ຂ່າວ: ກິດຕາ; ພາບ: ເກດສະໜາ ກອງປະຊຸມພົບປະ...ຸົ ແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະ ກັນ ແລະ ມີການຮ່ວມມືໃນ ຫລາຍຂະແໜງການ. ພ້ອມນີ້, ສອງ ຝ່າຍໄດ້ປຶກສາຫາລື, ແລກປ່ຽນ ຄຳຄິດເຫັນ ແລະ ບົດຮຽນປະສົບ ການທີ່ດີໃນການພັດທະນາເສດຖະ ກິດ-ສັງຄົມ, ວຽກງານດ້ານສິດທິ ມະນຸດ, ການພົວພັນການຄ້າ ແລະ ການລົງທຶນ ລວມທັງສະພາບພົ້ນ ເດັ່ນຂອງພາກພື້ນແລະສາກົນແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມ ສົນໃຈ ແນໃສ່ປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນຳກັນ ລະ ຫວ່າງ ສປປ ລາວ ກັບ ສະຫະພາບ ເອີຣົບ ກໍຄື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາເອີຣົບ. ການມາຢ້ຽມຢາມຄັ້ງນີ້, ຄະນະ ຜູ້ແທນລັດຖະສະພາເອີຣົບ ຍັງໄດ້ ເຂົ້າຢ້ຽມຂ່ຳນັບ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ ໂດຍທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການພົບປະເຮັດວຽກ, ແລກ ປ່ຽນທັດສະນະ ແລະ ປະສົບການ ນໍາກັນໃນຫລາຍບັນຫາ ເປັນຕົ້ນ ການປະຕິບັດພາລະບົດບາດຂອງ ອົງການນິຕິບັນຍັດ, ການເປັນຕົວ ແທນຂອງປະຊາຊົນ, ການຍົກສູງ ຄຸນນະພາບການເຄື່ອນໄຫວວຽກ ງານຂອງສະພາແຫ່ງຊາດລາວ, ຕີລາຄາການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ກັບ ສະຫະພາບ ເອີຣົບ ທັງໄດ້ແຈ້ງສະພາບການພົ້ນ ເດັ່ນຂອງ ສປປ ລາວ ແລະ ສະພາ ແຫ່ງຊາດລາວ ໃຫ້ຄະນະຜູ້ແທນ ຮັບຊາບອີກດ້ວຍ. ໃນໂອກາດພົບປະເຮັດວຽກຢູ່ ສະພາແຫ່ງຊາດລາວ, ທ່ານ ວູເທີ ເບັກ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ອໍາ ນວຍຄວາມສະດວກໃຫ້ແກ່ຄະນະ ຜູ້ແທນລັດຖະສະພາເອີຣົບ, ທັງໄດ້ ແລກປ່ຽນທິດທາງການຮ່ວມມືໃນ ຕໍ່ໜ້າ ແລະ ຈະສືບຕໍ່ຈັດກອງປະຊຸມ ພົບປະແລກປ່ຽນໃນລັກສະນະດັ່ງ ກ່າວນີ້ຕື່ມອີກ ເພື່ອເສີມຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງ ລັດຖະສະພາເອີຣົບ ກັບສະພາ ແຫ່ງຊາດລາວ ໃຫ້ນັບມື້ນັບດີຂຶ້ນ ກວ່າເກົ່າ. ນອກຈາກນີ້, ຄະນະຜູ້ແທນລັດ ຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານຮອງນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານຮອງລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ; ເຄື່ອນໄຫວຢ້ຽມຢາມຫ້ອງ ການກອງເລຂາຄະນະກຳມາທິ ການແມ່ນ້ຳຂອງສາກົນ ແລະ ສະ ຖານທີ່ທາງວັດທະນະທຳຈຳນວນ ໜຶ່ງຢູ່ນະຄອນຫລວງວຽງຈັນ, ລວມທັງເຂົ້າຢ້ຽມຂ່ຳນັບທ່ານປະ ທານຄະນະກຳມະການປົກຄອງ ແຂວງຫລວງພະບາງ, ຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບຫລວງ ພະບາງ ແລະ ບັນດາໂຄງການພາຍ ໃຕ້ການສະໜັບສະໜູນຂອງອີຢູ ທີ່ ແຂວງຫລວງພະບາງ ຕື່ມອີກ. ຂ່າວ: ສພຊ ຮອງລັດຖະມົນຕີ...ັົີ ທັງທາງກວ້າງ ແລະ ເລິກ ດ້ວຍ ຫລາຍຮູບການ ແລະ ວິທີການ. ສະຫາຍ ວັນສີ ກົວມົວ ກຳມະ ການສູນກາງພັກ, ຮອງເລຂາຄະ ນະພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ຜ່ານຮ່າງ ລາຍງານການເມືອງ ຕໍ່ກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄະນະໂຄສະນາ ອົບຮົມສູນກາງພັກ ໃນວັນທີ 28 ພຶດສະພາ 2026 ໂດຍໄດ້ຍົກໃຫ້ ເຫັນບາງເນື້ອໃນສໍາຄັນວ່າ: ກອງ ປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງນີ້ ເປັນການຕີລາຄາຄືນການນຳ ພາ-ຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຕະຫລອດສະໄໝທີ V ຜ່ານ ມາ, ຕີລາຄາບັນດາຜົນສຳເລັດ, ບັນຫາທີ່ຄົງຄ້າງ, ສາເຫດ, ບົດ ຮຽນຖອດຖອນໄດ້ ແລະ ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານ ຈຸດສຸມໃນ 5 ປີຕໍ່ໜ້າ. ສະເພາະ ວຽກງານໂຄສະນາ-ປາຖະກະຖາ ໃນໄລຍະ 5 ປີຜ່ານມາ, ໄດ້ຮັບ ການຫັນປ່ຽນຢ່າງຕັ້ງໜ້າທັງດ້ານ ເນື້ອໃນແລະ ຮູບການ, ໄດ້ຄົ້ນຄວ້າ, ຮຽບຮຽງຄືນເອກະສານ ຝຶກອົບ ຮົມນັກໂຄສະນາ-ປາຖະກະຖາ ຢ່າງເປັນລະບົບ, ສ້າງ ແລະ ປັບປຸງ ເອກະສານປາຖະກະຖາວັນສຳຄັນ ຕ່າງໆຂອງຊາດ, ຂອງພັກ. ພ້ອມ ກັນນັ້ນ, ຍັງໄດ້ຈັດຕັ້ງກອງປະຊຸມ ປາຖະກະຖາເຜີຍແຜ່ສະພາບການ ສາກົນ ແລະ ພາກພື້ນ ໃຫ້ແກ່ຄະ ນະພັກ ຂັ້ນສູນກາງຢ່າງກວ້າງ ຂວາງ, ເຄື່ອນໄຫວຈັດຕັ້ງຝຶກອົບ ຮົມວຽກງານໂຄສະນາ-ປາຖະກະ ຖາ ໃຫ້ແກ່ພະນັກງານນຳພາ-ຄຸ້ມ ຄອງ ຢູ່ບາງກະຊວງ-ອົງການ, ແຂວງ ແລະ ເມືອງ ເພື່ອເພີ່ມຄວາມ ສາມາດ ໃນການນໍາພາ ວຽກງານ ການເມືອງ-ແນວຄິດ ຢູ່ແຕ່ລະ ບ່ອນ, ໄດ້ຂຽນບົດຂ່າວ, ບົດຄວາມ, ບົດມູນເຊື້ອ ໂຄສະນາຜ່ານສື່ມວນ ຊົນ ໃຫ້ທົ່ວເຖິງເປົ້າໝາຍນັບມື້ ກວ້າງຂວາງ. ສຳລັບວຽກງານສື່ມວນຊົນ ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ແລະ ລັດຖະບານ ສະເພາະ ຄະນະ ໂຄສະນາອົບຮົມສູນກາງພັກ, ບັນ ດາສື່ມວນຊົນຫລັກຂອງຊາດ ໄດ້ ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ ການເມືອງຢ່າງມີຜົນສຳເລັດ ໂດຍ ເນັ້ນໃສ່ບາງດ້ານທີ່ພົ້ນເດັ່ນ ເປັນ ຕົ້ນ ໄດ້ສຸມໃສ່ການປະຕິບັດພາລະ ບົດບາດເປັນເສນາທິການ ໃຫ້ແກ່ ການນຳຢ່າງຕັ້ງໜ້າ ໂດຍສະເພາະ ແມ່ນການປັບປຸງພື້ນຖານດ້ານນິຕິ ກຳ ຊຶ່ງສາມາດສ້າງຂໍ້ຕົກລົງວ່າ ດ້ວຍການໂຄສະນາສິນຄ້າຜ່ານສື່ ມວນຊົນ ແລະ ຂໍ້ຕົກລົງວ່າດ້ວຍໂທ ລະພາບໃຊ້ສາຍ-ບໍ່ໃຊ້ສາຍ ໄດ້ຢ່າງ ສຳເລັດຜົນ. ດ້ານການຄຸ້ມຄອງ ແລະ ການອະນຸຍາດວິຊາຊີບ, ກົມ ສື່ມວນຊົນ ໄດ້ຍົກສູງປະສິດທິພາບ ໃນການກວດກາ ແລະ ອອກບັດ ນັກຂ່າວ, ທັງໄດ້ເອົາໃຈໃສ່ເຜີຍແຜ່ ກົດໝາຍວ່າດ້ວຍສື່ມວນຊົນ ໃຫ້ແກ່ ສັງຄົມຢ່າງກວ້າງຂວາງ, ການປັບ ປຸງຄູ່ມືສື່ມວນຊົນກັບສິດທິເດັກ ເພື່ອຮັບປະກັນການນໍາສະເໜີຂ່າວ ສານໃຫ້ຖືກຕ້ອງຕາມຫລັກວິຊາ ຊີບ. ພ້ອມນີ້, ຍັງໄດ້ຄຸ້ມຄອງ ແລະ ການອະນຸຍາດວິຊາຊີບ, ກົມສື່ມວນ ຊົນ ໄດ້ຍົກສູງປະສິດທິພາບໃນ ການກວດກາ ແລະ ອອກບັດນັກ ຂ່າວໄດ້ 900 ກວ່າບັດ, ອະນຸຍາດ ເນື້ອໃນໂຄສະນາ 35 ສະບັບ ແລະ ຕໍ່ໃບອະນຸຍາດ ໃຫ້ບັນດາສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ເກືອບ 50 ພາກສ່ວນ. ອັນພົ້ນເດັ່ນແມ່ນການ ຫັນເຂົ້າສູ່ການຈັດລະບຽບສື່ສັງ ຄົມອອນລາຍ ຊຶ່ງສາມາດເກັບກຳ ແລະ ລົງທະບຽນໜ້າຂ່າວອອນ ລາຍໄດ້ທັງໝົດ 200 ກວ່າໜ້າ, ເຮັດໃຫ້ການຄຸ້ມຄອງຂໍ້ມູນຂ່າວ ສານ ໃນໂລກໄຊເບີມີທິດທາງທີ່ ຊັດເຈນຂຶ້ນ. ສຳລັບການພັດທະນາບຸກຄະ ລາກອນ ແລະ ພື້ນຖານໂຄງລ່າງ, ໄດ້ສົ່ງເສີມການຍົກລະດັບຄວາມ ຮູ້ໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ສສຫວຽດນາມ, ສປ ຈີນ ແລະ ຂົງເຂດອາຊຽນ, ລວມທັງການສົ່ງບຸກຄະລາກອນ ໄປປະຈຳການຢູ່ສູນກາງວິທະຍຸ- ໂທລະພາບແຫ່ງສປຈີນ(CMG). ໃນຂະນະດຽວກັນ, ການຂະຫຍາຍ ຕາໜ່າງຂໍ້ມູນຂ່າວສານ ກໍໄດ້ຮັບ ການຊຸກຍູ້ຢ່າງແຂງແຮງ ໂດຍ ການກໍ່ສ້າງສະຖານີວິທະຍຸຂັ້ນ ເມືອງ 7 ແຫ່ງ, ສະຖານີວິທະຍຸ-ໂທ ລະພາບຂັ້ນແຂວງ 2 ແຫ່ງ ແລະ ຕິດຕັ້ງລະບົບໂທລະໂຄ່ງໄດ້ທັງໝົດ 7.760 ຊຸດ ໃນທົ່ວປະເທດ, ສະ ມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ມີການເຄື່ອນໄຫວຕາມໜ້າທີ່, ສິດ ແລະ ພາລະບົດບາດຂອງຕົນ ຢ່າງຕັ້ງໜ້າ, ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈັດຊຸດຝຶກ ອົບຮົມຫົວຂໍ້ຕ່າງໆໄດ້ຫລາຍຄັ້ງ ເພື່ອຍົກລະດັບຄວາມຮູ້ ທາງດ້ານ ວິຊາສະເພາະໃຫ້ນັກຂ່າວສື່ມວນ ຊົນ ທັງພາກລັດ ແລະ ເອກະຊົນ, ທັງຍາດແຍ່ງເອົາການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນ ເພື່ອ ປັບປຸງ ແລະ ພັດທະນາຂະແໜງ ສື່ ມວນຊົນຂອງລາວ ແລະ ອື່ນໆ. ອົງຄະນະພັກ...ົັ ຄະນະ ລົງເຄື່ອນໄຫວຊຸກຍູ້ວຽກ ງານວິຊາສະເພາະ ຢູ່ກົມຕຳຫລວດ ລົດໄຟ ໂດຍການຕ້ອນຮັບຂອງ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວ ໜ້າກົມຕຳຫລວດລົດໄຟ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ແລະ ນາຍ ຕໍາຫລວດ ເຂົ້າຮ່ວມ. ໂອກາດນີ້, ທ່ານຫົວໜ້າກົມຕໍາ ຫລວດລົດໄຟ ໄດ້ລາຍງານສະພາບ ລວມການຈັດຕັ້ງວຽກງານວິຊາ ສະເພາະ ໃນໄລຍະຜ່ານມາ ມີທັງ ດ້ານດີພົ້ນເດັ່ນ ແລະ ດ້ານອອນຂໍ້ ຄົງຄ້າງເປັນຕົ້ນ ແມ່ນວຽກງານ ປ້ອງກັນຂະບວນລົດໄຟ, ວຽກງານ ຮັກສາຄວາມສະຫງົບຢູ່ສະຖານີ, ການແກ້ໄຂບັນດາປະກົດການຫຍໍ້ ທໍ້ຕ່າງໆທີ່ເກີດຂຶ້ນ ໃນຂະບວນຂົນ ສົ່ງຜູ້ໂດຍສານໃຫ້ມີຄວາມສະຫງົບ ໂດຍພື້ນຖານ. ໂອກາດດັ່ງກ່າວ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ໄດ້ເນັ້ນ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງ ນໍາພາແນວຄິດໃຫ້ນາຍ-ພົນ ຕຳຫລວດ ໃນຄວາມຮັບຜິດຂອງ ຕົນໃຫ້ເປັນປົກກະຕິຕໍ່ເນື່ອງ, ກຳ ແໜ້ນແນວທາງນະໂຍບາຍຂອງ ພັກ, ລະບຽບດ້ານການຈັດຕັ້ງ, ມີ ລະບຽບວິໄນເຂັ້ມງວດ, ເພີ່ມທະວີ ວຽກງານສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເຂັ້ມງວດໃນການຄຸ້ມຄອງກວດ ກາ, ຫລີກລ່ຽງບັນຫາສຽງກໍ່ໃຫ້ ເກີດບັນຫາປະກົດການຕ່າງໆ ສຸມ ໃສ່ແກ້ໄຂໃຫ້ເດັດຂາດ, ປະຕິບັດນະ ໂຍບາຍ ໃຫ້ນາຍ-ພົນຕຳຫລວດ ໃຫ້ເລິກເຊິ່ງທົ່ວເຖິງ ແລະ ປັບປຸງ ກົນໄກການຮ່ວມມືປະສານສົມທົບ ລະຫວ່າງກົມ ແລະ ບໍລິສັດລົດໄຟ ໃຫ້ແໜ້ນໜາກວ່າເກົ່າ. ຂ່າວ-ພາບ: ໜັງສືພິມຄວາມສະຫງົບ ລັດຖະບານ ເນັ້ນໃຫ້...ັັ້້ ການກວດກາ, ສະກັດກັ້ນການນໍາ ເຂົ້າ-ສົ່ງອອກ ແນວພັນພືດຜັກ ແລະ ໄມ້ໃຫ້ໝາກ ຢ່າງເຂັ້ມງວດ. ແຈ້ງການ ຂອງກົມປູກຝັງ ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ເພື່ອຮັກສາແນວພັນໄມ້ ໃຫ້ໝາກໃຫ້ສາມາດສະໜອງພາຍ ໃນ ລັດຖະບານ ກໍຄື ກົມປູກຝັງ ໄດ້ ກຳນົດຂໍ້ຫ້າມ ເຖິງຜູ້ປະກອບການ ຫ້າມສົ່ງອອກເບ້ຍພັນໄມ້ໃຫ້ໝາກ ທີ່ປະເທດເຮົາຍັງຂາດແຄນ ບໍ່ພຽງ ພໍກັບຄວາມຕ້ອງການຢູ່ພາຍໃນ ເຊັ່ນ: ໝາກມ່ວງ, ໝາກມີ້, ລຳໄຍ, ລີ້ນຈີ່, ໝາກຖົ່ວລຽນ ແລະ ອື່ນໆ, ແຕ່ໃນກໍລະນີທີ່ພວກເຮົາສາມາດ ຂະຫຍາຍພັນໄດ້ຫລາຍ ຜະລິດເປັນ ສິນຄ້າ ທີ່ມີຈຸດປະສົງເພື່ອສົ່ງອອກ ນັ້ນ, ຕ້ອງໄດ້ນໍາສະເໜີ ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ເພື່ອຄົ້ນຄວ້າຕາມລະບຽບ ການ ໂດຍຜ່ານການຢັ້ງຢືນຈາກ ຂະແໜງປູກຝັງແຂວງ, ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ, ນະຄອນຫລວງຢັ້ງຢືນ; ໃຫ້ຂະແໜງ ປູກຝັງ ແຂວງ, ນະຄອນຫລວງ ເປັນເຈົ້າການໃນການເຜີຍແຜ່, ຊຸກ ຍູ້, ຕິດຕາມ, ກວດກາ ແລະ ລາຍ 29/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ງານການຈັດຕັ້ງປະຕິບັດມາຍັງກົມ ປູກຝັງ ໃນແຕ່ລະໄລຍະ ເພື່ອແກ້ໄຂ ໃຫ້ທັນກັບສະພາບການ. ກໍລະນີຝ່າ ຝືນຈະໄດ້ປະຕິບັດຕາມລະບຽບ ກົດໝາຍທີ່ໄດ້ກຳນົດໄວ້. ທັງນີ້, ກໍ ເພື່ອຊຸກຍູ້ໃຫ້ການຜະລິດພາຍໃນ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ. ຢ່າງໃດກໍຕາມ, ໃນປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະທີ່ ເປີດໂອກາດໃຫ້ບັນດາຜູ້ປະກອບ ການ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນ ໃຈຢາກມາລົງທຶນໃສ່ການປູກພືດ ກະສິກຳຊະນິດຕ່າງໆ ຊຶ່ງປັດຈຸບັນ ໄມ້ໃຫ້ໝາກຊະນິດຕ່າງໆ ໂດຍ ສະເພາະແມ່ນໝາກຖົ່ວລຽນ ກໍ ແມ່ນເປັນພືດຊະນິດໜຶ່ງ ທີ່ກໍາລັງ ໄດ້ຮັບຄວາມນິຍົມບໍລິໂພກຢ່າງແພ່ ຫລາຍໃນຂົງເຂດປະເທດໃກ້ຄຽງ ໂດຍສະເພາະແມ່ນ ສປ ຈີນ ແລະ ມີ ຫລາຍບໍລິສັດກໍາລັງສຸມໃສ່ສົ່ງເສີມ ການປູກ ແລະ ການເຮັດສວນກ້າ ເບ້ຍໝາກໄມ້ ໂດຍໄດ້ຮ່ວມກັບພາກ ລັດເພື່ອເຮັດການຄົ້ນຄວ້າ ແລະ ຮັບຮອງຢັ້ງຢືນຄຸນນະພາບຂອງ ແນວພັນພືດຊະນິດຕ່າງໆ ໂດຍສະ ເພາະແມ່ນເບ້ຍພັນໝາກຖົ່ວລຽນ. ທັງນີ້, ກໍເພື່ອຮັບປະກັນໃຫ້ມີແນວ ພັນທີ່ໄດ້ຄຸນນະພາບ ສາມາດຕອບ ສະໜອງຮັບໃຊ້ການຜະລິດພາຍໃນ ແລະ ສົ່ງອອກຕ່າງປະເທດ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==