7286

ຂໍ້ລິເລີ່ມດັ່ງກ່າວນີ້ ຈະສ້າງ ບັນຖັດຖານເພື່ອສ້າງສະຖຽນ ລະພາບໃຫ້ກັບທົ່ວໂລກ; (3). ປັດຈຸບັນໃນຖານະ ສປປ ລາວ ກໍ ເປັນສະມາຊິກຂອງອາຊຽນ ກໍ ຖືວ່າລາວຂອງພວກເຮົາມີບົດ ບາດສໍາຄັນທີ່ສຸດ ໃນການຮ່ວມມື ກັບບັນດາປະເທດສະມາຊິກໃນ ອາຊຽນ, ໄດ້ເປັນປະທານກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສຸດຍອດອາ ຊຽນ ທັງໝົດນີ້ກໍໄດ້ຖອດຖອນ ບົດຮຽນຢູ່ໃນກອງປະຊຸມອາຊຽນ ໃນແຕ່ລະຄັ້ງ ແລະ ອາຊຽນ ກໍໄດ້ ໃຫ້ຄວາມໄວ້ເນື້ອເຊື່ອໃຈ ສປປ ລາວ ໃນການເຮັດບົດບາດໃນ ພາກພື້ນທີ່ຕິດພັນກັບຄວາມໝັ້ນ ຄົງໃນອາຊີ ຊຶ່ງເອີ້ນວ່າເປັນບັນຫາ ໜຶ່ງທີ່ມີຄວາມໝາຍສໍາຄັນ ເພື່ອ ຮັບມືກັບສິ່ງທ້າທາຍ ແລະ ທຸກ ສະພາບທີ່ຈະເກີດຂຶ້ນ. ສປປ ລາວ ຍາມໃດກໍປະຕິບັດພັນທະສະເໝີຕົ້ນ ສະເໝີປາຍທີ່ຕິດພັນກັບແນວທາງ ການຕ່າງປະເທດ ທີ່ຂ້າພະເຈົ້າໄດ້ ເວົ້າຜ່ານມາແມ່ນຕັດແຍກອອກ ບໍ່ໄດ້ ກໍຄື ສັນຕິພາບເອກະລາດ ເອກະພາບການຮ່ວມມືນະໂຍບາຍ ດັ່ງກ່າວ ແມ່ນມາຮອດປັດຈຸບັນ ພັກ ແລະ ລັດຖະບານລາວ ສືບ ຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດກັບ ບັນດາປະເທດສະມາຊິກທີ່ເປັນຄູ່ ເຈລະຈາກັບອາຊຽນ ແລະ ເປັນ ສິ່ງໜຶ່ງທີ່ສ້າງພື້ນຖານອັນແໜ້ນ ແກ່ນ, ເປັນສິ່ງຄໍ້າປະກັນໃຫ້ຄວາມ ໝັ້ນຄົງໃນການພັດທະນາໃຫ້ມີ ຄວາມຍືນຍົງບໍ່ວ່າຈະຢູ່ພາຍໃນ ພາກພື້ນ ແລະ ຢູ່ນອກພາກພື້ນກໍ ດີ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າ ກອງປະຊຸມສຸດຍອດຄັ້ງທໍາອິດທີ່ ຕິດພັນກັບບັນດາປະເທດສະມາຊິກ ໃໝ່ຂອງບຣິກສ ພາຍຫລັງໄດ້ຮັບ ສະມາຊິກໃໝ່ຢູ່ກອງປະຊຸມດັ່ງ ກ່າວຢູ່ກາຊານ ຂອງຣັດເຊຍ, ໃນ ນັ້ນ ການນໍາສູງສຸດຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມ ຊຶ່ງທ່ານ ສີຈິ້ນຜິງ ກໍໄດ້ຍົກຈຸດຢືນຂອງຈີນ ໃນການຊຸກຍູ້ການພັດທະນາທີ່ມີ ຄຸນນະພາບສູງ, ຈີນ ແລະ ຣັດເຊຍ ກໍໄດ້ເວົ້າວ່າ ຍິນດີຮ່ວມມືກັບບັນດາ ປະເທດສະມາຊິກບຣິກສ ອື່ນໆ, ຍິນດີໃຫ້ການຮ່ວມມືສະໜັບສະໜູນ ຊຸກຍູ້ການຮ່ວມມືໃນຂົງເຂດສໍາ ຄັນຄື: ຂົງເຂດຮ່ວມມືທາງດ້ານ ການເມືອງ, ເສດຖະກິດ, ການຄ້າ, ການເງິນ, ການທະນາຄານ ແລະ ຂົງເຂດການແລກປ່ຽນວັດທະນະ ທໍາອື່ນໆ. ແນ່ນອນ 3 ເສົາຄໍ້ານີ້ທີ່ ຜູ້ນໍາສູງສຸດຂອງສະຫະພັນຣັດເຊຍ ໃນຖານະເປັນປະທານຈັດກອງປະ ຊຸມສຸດຍອດບຣິກສ ຢູ່ເມືອງກາ ຊານ ຂອງຣັດເຊຍ ໂດຍໃຫ້ກຽດ ເຂົ້າຮ່ວມຂອງຜູ້ນໍາ ສປ ຈີນ, ມີຜູ້ ນໍາ ສປປ ລາວ ແລະ ບັນດາປະເທດ ສັງເກດການອື່ນໆກໍເຫັນວ່າ, ສິ່ງທີ່ ວ່າຜູ້ນໍາສູງສຸດຂອງສອງປະເທດ ໄດ້ກ່າວແມ່ນມີຄວາມໝາຍສໍາຄັນ ທີ່ສຸດບໍ່ວ່າຈະໄລຍະສັ້ນ ຫລື ໄລຍະ ຍາວ ເພື່ອຊຸກຍູ້ຊ່ວຍເຫລືອປະເທດ ສະມາຊິກໃໝ່ ແລະ ສົ່ງເສີມກົນໄກ ການເຊື່ອມໂຍງໃນຂົງເຂດນີ້ ເຮັດ ໃຫ້ວຽກງານຂອງບັນດາປະເທດ ສະມາຊິກບຣິກສ ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ມີຜົນສໍາເລັດໃຫຍ່ ກວ່າເກົ່າ. ທ້າຍສຸດນີ້ຂ້າພະເຈົ້າເຫັນວ່າ, ສາຍພົວພັນການຮ່ວມມືລະຫວ່າງ ຣັດເຊຍ ແລະ ສປ ຈີນ ຈະເປັນຕົວ ແບບອັນດີໃຫ້ກັບປະຊາຊາດໃນ ທົ່ວໂລກຮຽນເອົາເປັນຕົວແບບຈະ ເຮັດໃຫ້ຄວາມໝັ້ນຄົງບໍ່ວ່າປະເທດ ໃດປະເທດໜຶ່ງ, ປະເທດນ້ອຍ, ປະ ເທດໃຫຍ່ຈະເປັນຄວາມໝັ້ນຄົງໃນ ທົ່ວໂລກ ຍ້ອນວ່າສອງປະເທດນີ້ ຈະເປັນເສົາຄໍ້າອັນແໜ້ນແກ່ນ, ເປັນ ເສົາຄໍ້າທີ່ໄດ້ຮັບຄວາມໄວ້ວາງໃຈ ໃນລະດັບສູງ ແລະ ເປັນເສົາຄໍ້າ ທີ່ຮັບເອົາຄວາມຮັບຜິດຊອບສູງ ສຸດຕໍ່ຊາຕາກໍາຂອງປະຊາຊາດໃນ ທົ່ວໂລກ. 29/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ x6 dc]h ;.sh ]vf8kp 70 xu lkprq ;ra o,y f8trk[ ]k;{vy ogfp 9kddkoIj ;,,n fh ko,= ]tfq d;a fmtotmel6 j dkogxa o76 j Ij ;,,n Iv[fh ko ຂປລ. ໃນທຸກໆປີເມື່ອຮອດ ວັນທີ 1 ມິຖຸນາ (ວັນເດັກນ້ອຍ ສາກົນ ຫລື ວັນປູກໄມ້ແຫ່ງຊາດ) ຫລາຍໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະ ເທດກໍໄດ້ພ້ອມກັນປູກຕົ້ນໄມ້ຢ່າງ ເປັນຂະບວນການຟົດຟື້ນຕາມສະ ຖານທີ່ສາທາລະນະສຸກ, ເຂດປ່າ ສະຫງວນ, ປ່າປ້ອງກັນ ແລະ ປ່າ ອື່ນໆທີ່ໄດ້ກຳນົດໄວ້ໃຫ້ບັນລຸ ຕາມຄາດໝາຍ. ການປູກຕົ້ນ ໄມ້ໃນແຕ່ລະປີມີບັນຍາກາດຟົດຟື້ນ ກໍຈິງ, ແຕ່ສິ່ງສຳຄັນຄືພວກເຮົາປູກ ແລ້ວກໍຕ້ອງມີການບົວລະບັດຮັກສາ ໃຫ້ອັດຕາການລອດຕາຍເຫລືອ ຫລາຍທີ່ສຸດ ຊຶ່ງຜ່ານມາຫາງສຽງ ຈາກສັງຄົມຈົ່ມວ່າການປູກໄມ້ໃນ ທຸກໆປີໃນຂອບເຂດທົ່ວປະເທດ ລ້ວນແຕ່ວາງແຜນການປູກຂອງ ແຕ່ລະທ້ອງຖິ່ນຫລາຍຮ້ອຍ, ຫລາຍ ພັນເຮັກຕາ, ແຕ່ການບົວລະບັດ ຮັກສາຍັງບໍ່ທົ່ວເຖິງເທົ່າທີ່ຄວນ ອັນເຮັດໃຫ້ອັນຕາການຕາຍຂອງ ຕົ້ນໄມ້ທີ່ປູກກວມເອົາສ່ວນຫລາຍ. ນອກຈາກນີ້, ການປູກໃນແຕ່ລະປີ ແມ່ນຍັງປູກຢູ່ຂຸມເກົ່າທຸກປີ. ໃນແຕ່ລະປີພາກສ່ວນກ່ຽວ ຂ້ອງແຕ່ລະທ້ອງຖິ່ນ ກໍຄື ຜູ້ປະ ກອບການລ້ວນແຕ່ກະຕືລືລົ້ນຕໍ່ ການຜະລິດເບ້ຍໄມ້ປະເພດຕ່າງໆ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ນຳໄປປູກເນື່ອງໃນໂອກາດວັນປູກ ຕົ້ນໄມ້ແຫ່ງຊາດ ຫລື ປູກໃນວັນ ທົ່ວໄປໃຫ້ພຽງພໍຕາມຄວາມຕ້ອງ ການທັງໄດ້ຈັດຕະຫລາດວາງ ສະແດງເບ້ຍໄມ້ຢ່າງເປັນຂະບວນ ໂດຍ: ຢ່າາົຕົງ່ງ ຟົດຟຶ້ນ. ນອກຈາກນີ້, ໄປຕາມ ເສັ້ນທາງໃດກໍເຫັນຜູ້ປະກອບການ ຜະລິດເບ້ຍໄມ້ ໄດ້ນຳເອົາເບ້ຍໄມ້ກິນ ໝາກ, ໄມ້ປະດັບ, ໄມ້ພື້ນເມືອງ, ໄມ້ ອຸດສາຫະກຳ ແລະ ອື່ນໆ ມາວາງ ຂາຍຢູ່ແຄມທາງຢ່າງຫລວງຫລາຍ ເພື່ອໃຫ້ຜູ້ຄົນໃນສັງຄົມໄດ້ຊື້ໄປປູກ ຢູ່ຕາມດິນຂອງຕົນ ຫລື ນຳໄປປະ ກອບສ່ວນປູກໃນເນື້ອທີ່ດິນເປົ່າ ຫວ່າງ, ປ່າສະຫງວນທີ່ພາກສ່ວນ ກ່ຽວຂ້ອງໄດ້ກຳນົດໄວ້. ຕາມການຖະແຫລງຂ່າວຂອງ ທ່ານ ລິນຄຳ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນ ໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 46 ປີ ທີ່ຈະມາເຖິງນີ້ວ່າ: ພັກ ແລະ ລັດຖະບານໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນ ວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ເພື່ອປູກຈິດ ສຳນຶກໃຫ້ແກ່ເຍົາວະຊົນ ແລະ ອະ ນຸຊົນ ກໍຄື ທົ່ວສັງຄົມໃຫ້ເຫັນໄດ້ເຖິງ ຄວາມສຳຄັນຂອງປ່າໄມ້, ການປົກ ປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້ຕາມທິດສີຂຽວ ແລະ ຍືນ ຍົງ. ປ່າໄມ້ມີຄວາມສຳຄັນທີ່ສຸດຕໍ່ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍທາງກົງ ແລະ ທາງ ອ້ອມ, ໃນການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນໃຫ້ມີ ຄວາມອຸດົມສົມບູນ, ພ້ອມທັງຫລຸດ ຜ່ອນຜົນກະທົບຂອງການປ່ຽນແປງ ດິນຟ້າອາກາດ ຊຶ່ງບົດບາດນີ້ມະນຸດ ເຮົາບໍ່ສາມາດຈະເຮັດແທນໄດ້. ສຳລັບປີນີ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບ ຄະນະພັກ, ອົງການປົກຄອງທ້ອງ ຖິ່ນທົ່ວປະ ເ ທດກະກຽມແຜນ ການ ແລະ ຂະບວນການປູກຕົ້ນໄມ້ ຢູ່ທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນການເກັບແກ່ນພັນໄມ້ ໃຫ້ໄດ້ 1 ແສນກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ຂະນະທີ່ວັນທີ 1 ມິຖຸນາ 2026 ນີ້, ໃນທົ່ວປະເທດມີແຜນການຈັດພິທີ ປູກຕົ້ນໄມ້ໃນເນື້ອທີ່ປະມານ 7 ພັນ ກວ່າເຮັກຕາ ໂດຍຈະນຳໃຊ້ເບ້ຍໄມ້ 4 ລ້ານກວ່າເບ້ຍ. ສຳລັບກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງ ຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນຈັດພິທີປູກຕົ້ນໄມ້ ເພື່ອສະ ເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງ ຊາດ ຢູ່ນະຄອນຫລວງວຽງຈັນ ໃນ ເນື້ອທີ່ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ທີ່ຈະນຳໄປປູກມີ: ໄມ້ ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ 80 ພັນກວ່າເບ້ຍ. ພ້ອມນີ້, ຍັງຈະຈັດ ກິດຈະກຳຫລາຍຮູບແບບຕື່ມອີກ. “ຮ່ວມແຮງຮ່ວມໃຈຊ່ວຍກັນປູກ ຕົ້ນໄມ້ຢ່າງໜ້ອຍໜຶ່ງຕົ້ນຕໍ່ຄົນຕໍ່ປີ”. “ຊົມເຊີຍວັນປູກຕົ້ນໄມ້ແຫ່ງ ຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢາງສຸດໃຈ”; ປູກ ຕົ້ນໄມ້ໃນວັນນີ້ ເພື່ອລູກຫລານໃນ ວັນໜ້າ” ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາ ສິ່ງແວດລ້ອມ, ຫລຸດຜ່ອນການປ່ຽນ ແປງດິນຟ້າອາກາດ”. ໂດຍ ສະຖາບັນການຕ່າງປະເທດ, ັ່ ກະຊວງການຕ່າງປະເທດ່ ຂປລ. ລາວ ແລະ ອິນເດຍ ມີ ອະລິຍະທໍາ, ວັດທະນະທໍາ, ຄວາມ ສີວິໄລທີ່ເກົ່າແກ່ເປັນມໍລະດົກຕົກ ທອດມາເຖິງປັດຈຸບັນ. ຕະຫລອດ 7 ທົດສະວັດທີ່ຜ່ານມາ, ສາຍ ພົວພັນ ລາວ ແລະ ອິນເດຍ ເປັນ ສາຍພົວພັນມິດຕະພາບທີ່ສືບເນື່ອງ ມາໃນປະຫວັດສາດອັນຍາວນານ ແລະ ມີຮາກຖານເຊື່ອມໂຍງເຂົ້າກັນ ທາງດ້ານວັດທະນະທຳ, ປະຫວັດ ສາດ, ສາສະໜາ, ການໄປມາຫາ ສູ່ກັນລະຫວ່າງຄົນກັບຄົນ ແລະ ໄດ້ ພັດທະນາກ້າວສູ່ການຮ່ວມມືທີ່ເຂັ້ມ ແຂງ ແລະ ຮອບດ້ານໃນຂົງເຂດ ການເມືອງ, ເສດຖະກິດ-ການຄ້າ, ການສຶກສາ, ວັດທະນະທໍາ, ການ ທະຫານ, ວິທະຍາສາດ-ເຕັກໂນ ໂລຊີ, ການພັດທະນາ ແລະ ການ ສ້າງຂີດຄວາມອາດສາມາດ. ປີ 2026 ພໍດີ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດ ພາບປະກອບ 9u o{ia fg-p 9tdkpgxa oglq k7E c|h ocdj o .sh xt-k-q o-k;3]d1j k'\A o7q ' ” “ (2 ກຸມພາ 1956-2 ກຸມພາ 2026), ເປັນປີທີ່ມີຄວາມໝາຍ ສໍາຄັນຍິ່ງ ແລະ ເປັນໂອກາດອັນດີ ໃນການຫວນຄືນປະຫວັດສາດ, ທົບ ທວນຜົນສໍາເລັດ ແລະ ສ້າງພະລັງ ແຮງດ້ານຈິດໃຈກະຕຸກຊຸກຍູ້ການ ພົວພັນ ລາວ-ອິນເດຍ ໃຫ້ກ້າວຂຶ້ນ ສູ່ຄຸນນະພາບໃໝ່ໃນອະນາຄົດ. ເມື່ອຫວນຄືນເບິ່ງອະດີດ, ສາຍ ພົວພັນ ລາວ-ອິນເດຍ ບໍ່ໄດ້ເລີ່ມ ຂຶ້ນພຽງແຕ່ 70 ປີກ່ອນ, ແຕ່ມີ ຮາກຖານຢ້ອນຫລັງໄປຫລາຍ ສະຕະວັດ. ອິດທິພົນດ້ານອະລິຍະ ທໍາ, ວັດທະນະທໍາ ແລະ ສາສະໜາ ພຸດໄດ້ຝັງຮາກເລິກ ແລະ ເຈືອຈານ ເຂົ້າໃນສັງຄົມລາວ ເປັນມໍລະດົກ ຕົກທອດມາແຕ່ບູຮານ. ໃນຍຸກສະ ໄໝພະເຈົ້າອະໂສກະມະຫາລາດ ໄດ້ມີຄະນະພະສໍາມະນະທູດ ຊຶ່ງ ປະກອບດ້ວຍ ພະອໍຣະຫັນ 5 ອົງ ໄດ້ເດີນທາງຈາກອິນເດຍ ແລະ ມາ ເຜີຍແຜ່ສາສະໜາພຸດທີ່ດິນແດນ ລາວ, ທັງໄດ້ນໍາພະບໍຣົມມະສາ ຣີຣິກະທາດຂອງພະພຸດທະເຈົ້າ ມາປະດິດສະຖານໄວ້ທີ່ພະທາດ ຫລວງວຽງຈັນ ຊຶ່ງປັດຈຸບັນໄດ້ ເປັນສະຖານທີ່ສັກກາລະບູຊາ ແລະ ເປັນສັນຍະລັກອັນສໍາຄັນຂອງຊາດ ລາວ. ນອກຈາກນັ້ນ, ມໍລະດົກວັດ ທະນະທໍາໂລກ “ວັດພູຈຳປາສັກ” ຍັງສະແດງໃຫ້ເຫັນຮາກຖານທາງ ດ້ານອາລິຍະທຳ-ຄວາມເຊື່ອຖືທີ່ ຕິດພັນກັບປະເພນີຮິນດູ ກໍຖືການ ນັບຖືພະສິວະຢູ່ໃນດິນແດນລາວ. ພ້ອມກັນນັ້ນ, ວັນນະກໍາຍອດຍິ່ງ ຂອງອິນເດຍ “ຣາມາຢານາ” ກໍ ໄດ້ຖືກເອົາເຂົ້າມາເຊື່ອມໂຍງໃນວັນ ນະກໍາຂອງລາວ ໃນນາມ “ພະລັກພະລາມ” ຊຶ່ງໄດ້ທໍາການສະແດງ ໃນໂອກາດສໍາຄັນຕ່າງໆຈົນເຖິງ ປັດຈຸບັນ. ໃນດິນແດນພຸດທະພຸມ ເມືອງພຸດທະຄະຢາ ສະຖານທີ່ຕັດ ສະຮູ້ຂອງພະພຸດທະເຈົ້າຍັງມີວັດ ລາວ ພຸດທະຄະຢາຕັ້ງຢູ່ ຊຶ່ງວັດດັ່ງ ກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2011. ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນ ການທູດເປັນຕົ້ນມາ, ການພົວພັນ ມິດຕະພາບລະຫວ່າງ ລາວ ແລະ ອິນເດຍ ໄດ້ຮັບການສືບທອດ, ເສີມຂະຫຍາຍ ແລະ ພັດທະນາ ຂຶ້ນຢ່າງຕໍ່ເນື່ອງ. ພວກເຮົາຍັງ ຈົດຈໍາເຫດການການເມືອງທີ່ສໍາ ຄັນຄື: ໃນປີ 1954 ທ່ານ ຊະວາ ຮັລ ເນຮູ ນາຍົກລັດຖະມົນຕີຜູ້ທໍາ ອິດຂອງອິນເດຍ ໄດ້ເດີນທາງມາ ຢ້ຽມຢາມລາວ ເພື່ອປຶກສາຫາລື ກ່ຽວກັບການຍົກລະດັບສາຍພົວພັນ ແລະ ການຮ່ວມມືດ້ານຕ່າງໆ. ໃນໂອກາດຢ້ຽມຢາມ, ທ່ານນາຍົກ ລັດຖະມົນຕີອິນເດຍ ໄດ້ມອບເບ້ຍ ກົກໂພທິ ທີ່ຖືເປັນກົກໄມ້ສັກກະລະ ບູຊາຂອງອິນເດຍ 3 ເບ້ຍ ໃຫ້ແກ່ ຝ່າຍລາວ ໂດຍໄດ້ນໍາໄປປູກທີ່ວັດວິ ຊຸນນະລາດ, ວັດພູສີ ຫລວງພະ ບາງ ແລະ ວັດທາດຫລວງເໜືອ ຊຶ່ງ ກົກໂພທິດັ່ງກ່າວຍັງເຕີບໃຫຍ່ຍືນຍົງ ເຖິງບັດນີ້. ໃນສະໄໝການຕໍ່ສູ້ປົດປ່ອຍ ຊາດ ເພື່ອຄວາມເປັນເອກະລາດ ແຫ່ງຊາດອິນເດຍ ໄດ້ປະກອບສ່ວນ ສະໜັບສະໜູນຢ່າງຕັ້ງໜ້າ ແລະ ຫ້າວຫັນໃນພາລະກິດດັ່ງກ່າວ ແລະ ໃນພາລະກິດສັນຕິພາບອິນດູຈີນ ຢູ່ ເວທີສາກົນ ເປັນຕົ້ນໃນກອບກອງ ປະຊຸມເຊີແນວ 1954 ແລະ 1962 ກໍຄືຢູ່ໃນພາລະກິດຂອງຄະນະກໍາ ມາທິການກວດກາສາກົນກ່ຽວກັບ ອິນດູຈີນ ຊຶ່ງອິນເດຍ ເປັນໜຶ່ງໃນ ສະມາຊິກຂອງຄະນະກໍາມາທິການ ດັ່ງກ່າວ. ປະຊາຊົນລາວຍາມໃດກໍ ຍັງຈົດຈໍາ ແລະ ຕີລາຄາສູງບົດບາດ ແລະ ການສະໜັບສະໜູນດັ່ງກ່າວ ຂອງອິນເດຍ ຕະຫລອດມາ. ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975, ການພົວ ພັນສອງປະເທດໄດ້ຮັບການເສີມຂະ ຫຍາຍ ແລະ ຍົກລະດັບໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ ໂດຍຜ່ານການແລກ ປ່ຽນການຢ້ຽມຢາມຂັ້ນສູງຢ່າງ ສະໝໍ່າສະເໝີ. ຝ່າຍລາວ ມີການ ຢ້ຽມຢາມທີ່ສຳຄັນ ເຊັ່ນ: ປີ 1983 ປະທານ ສຸພານຸວົງ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ເດີນ ທາງເຂົ້າຮ່ວມກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ແລະ ຢ້ຽມ ຢາມອິນເດຍ; ທ່ານຄຳໄຕສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ປີ 1994); ທ່ານ ບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ປີ 2003); ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ (ປີ 2008); ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ (ປີ2012); ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ປີ 2018). ໃນນັ້ນ, ການ ຢ້ຽມຢາມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີການຕ່າງປະເທດ ໃນວັນທີ 17-23 ສິງຫາ 1994 ໄດ້ມີການເຊັນສັນຍາສະບັບທໍາ ອິດວ່າດ້ວຍການຮ່ວມມື ແລະ ບົດ ບັນທຶກຄວາມເຂົ້າໃຈກ່ຽວກັບການ ຮ່ວມມືດ້ານເສດຖະກິດ, ເຕັກນິກ, ວິທະຍາສາດຮ່ວມກັນ. ຈາກນັ້ນ, ໃນວັນທີ 12 ຕຸລາ 1996, ອິນເດຍ ກໍໄດ້ປະກາດການສ້າງຕັ້ງສະມາຄົມ ມິດຕະພາບ ອິນເດຍ-ລາວ ຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==