gsfdko{dkora fmtok a xtgmf]k; ( 28/05/2026 d;fdkra d{]a f c0;'g-dv' Ia [2a ' dkogzu pczj ;Pd'kod;fdkzj ko]t[q [mk'wd ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະກວດກາ ພັກ, ອົງການກວດກາລັດ ແຂວງ ເຊກອງ ໂດຍມີ ທ່ານ ອ່ອນມະນີ ວັນ ຈັນດາວົງ ຮອງປະທານກວດ ກາພັກແຂວງ ພ້ອມດ້ວຍຄະນະ ໄດ້ ຮ່ວມຮັບຟັງຊ່ຽວຊານຈາກ ສສ ຫວຽດນາມ ເວົ້າກ່ຽວກັບວຽກງານ ກວດກາ ຜ່ານລະບົບທາງໄກ ໃນ ວັນທີ 26 ພຶດສະພາ 2026 ນີ້. ໃນການຮັບຟັງຄັ້ງນີ້, ຊ່ຽວຊານ ຈາກ ສສ ຫວຽດນາມ ຜັດປ່ຽນ ກັນເວົ້າເຖິງວຽກງານກວດກາ ພັກ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ຂອງ ຫວຽດນາມ ໂດຍໄດ້ຍົກໃຫ້ເຫັນສະ ພາບການຈັດການກວດກາ, ການ ກວດລ້າງການສໍ້ລາດບັງຫລວງ, ການຕິດຕາມຊຸກຍູ້ວຽກງານກວດ ກາໃນແຕ່ລະໄລຍະ, ການເອົາໃຈ ໃສ່ສົ່ງເສີມການຈັດຕັ້ງປະຕິບັດ ວຽກງານກວດກາ ຫັນເປັນທັນສະ ໄໝນຳໃຊ້ເຄືີ່ອງມືອຸປະກອນເອເລັກ ໂຕຣນິກ ທີ່ມີລະບົບເຕັກໂນໂລຊີທີ່ ທັນສະໄໝເຂົ້າໃນວຽກງານ, ການ ຍົກສູງພາລະບົດບາດ, ສິດ ແລະ ໜ້າທີ່ຂອງວຽກງານກວດກາ, ວິທີ ວາງລະບົບໂຄງຮ່າງການຈັດຕັ້ງ, ຮູບແບບການຈັດຕັ້ງປະຕິບັດວຽກ ງານ, ການນຳໃຊ້ສິດອຳນາດໜ້າທີ່ ຂອງພະນັກງານກວດກາ ໃນການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານຢ່າງຖືກຕ້ອງສອດຄ່ອງກັບ ວຽກງານຕົວຈິງ ແລະ ແບ່ງງານ ແບ່ງຄວາມຮັບຜິດຊອບຢ່າງລະ ອຽດ ໃນແຕ່ລະຂັ້ນການຄຸ້ມຄອງ ວຽກງານກວດກາ. ພ້ອມນີ້, ຍັງໄດ້ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນນໍາອີກ. ທ່ານ ອ່ອນມະນີວັນ ຈັນດາວົງ ໄດ້ກ່າວວ່າ: ການຮັບຟັງກ່ຽວກັບ ວຽກງານກວດກາພັກ, ກວດກາລັດ ຈາກຊ່ຽວຊານຫວຽດນາມຄັ້ງນີ້ ເຖິງແມ່ນວ່າຈະເປັນຮູບແບບອອນ ລາຍ ແຕ່ກໍເປັນບົດຮຽນສໍາຄັນ ໃນ ການສ້າງຄວາມຮັບຮູ້ເຂົ້າໃຈເພີ່ມ ຕື່ມໃຫ້ແກ່ຄະນະນໍາ, ພະນັກງານ ກວດກາພັກ-ລັດ ຮູ້ເຖິງແນວທາງ ການປະຕິບັດວຽກງານ, ການເຂັ້ມ ງວດໃນການຕິດຕາມກວດກາ, ການແກ້ໄຂບັນຫາທີ່ມີປະສິດທິພາບ ພາຍໃຕ້ກົດໝາຍ, ລວມທັງການນໍາ ໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນ ວຽກງານ ໃຫ້ເປັນລະບົບ, ສະດວກ ແລະ ວ່ອງໄວຂຶ້ນ. ຂ່າວ: ອັດສະວິນ lk]t;a o g-n j v,-b ,goN v.odv'xt-5 ,.spj 7A 'mu XII 0v'ra d 8y fra oda [,t8y dv'xt-5 ,.spj vq '7totra dc0;' ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກ ແຫລ່ງ ແຂວງສາລະວັນ ໄດ້ເຊື່ອມ ຊຶມເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເນື້ອ ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງ ອົງຄະນະພັກແຂວງສາລະວັນ ໃນ ວັນທີ 26 ພຶດສະພາ 2026 ໂດຍ ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນແຂວງ, ມີບັນດາຄະນະ ປະຈໍາພັກແຂວງ, ກໍາມະການ ພັກແຂວງ, ຄະນະພັກຮາກຖານ, ຄະນະພັກ-ຄະນະບັນຊາ 2 ກຳລັງ ປກຊ-ປກສ ແລະ ພະນັກງານຫລັກ ແຫລ່ງພາຍໃນແຂວງເຂົ້າຮ່ວມ. ໃນພິທີ, ສະຫາຍ ດາວວົງ ພອນ ແກ້ວ ໄດ້ຍົກໃຫ້ເຫັນເຖິງຄວາມສໍາ ຄັນ ແລະ ຈໍາເປັນໃນການເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວ ປະເທດຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ, ເນື້ອໃນເອກະສານ ຕ່າງໆທີ່ມີຄວາມກ່ຽວພັນກັນ ເພື່ອ ທຳຄວາມເຂົ້າໃຈໃຫ້ເລິກເຊິ່ງແຕ່ ຫົວທີ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຖືກເປົ້າໝາຍຕ່າງໆ, ມີຄວາມເປັນ rtcod v7 c0;'g-dv' ltgs]u ,lts]v';a ogfa ooh vplkdq o ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກອຸດສາຫະ ກໍາ ແລະ ການຄ້າ (ອຄ) ແຂວງເຊ ກອງ ໄດ້ຈັດກິດຈະກຳ ສະເຫລີມສະ ຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026) ໃນວັນທີ 26 ພຶດສະພາ 2026 ໂດຍມີ ທ່ານ ຄໍາແສນ ພະ ສະແຫວງ ຫົວໜ້າພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ, ທ່ານ ນາງ ວິລະຄອນ ບັນທະເວີ ຄະນະ ບໍລິຫານງານສະຫະພັນແມ່ຍິງ ແຂວງ, ປະທານແມ່ຍິງຮາກຖານ ພະແນກ ອຄ ແຂວງ, ລູກ-ຫລານ ພະນັກງານພາຍໃນພະແນກ ອຄ ແຂວງເຂົ້າຮ່ວມ. ພາຍໃນງານໄດ້ຮັບຟັງການ ຜ່ານສານ ຂອງທ່ານນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ເຖິງເດັກ ລາວບັນດາເຜົ່າ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2026 ແລະ ເລົ່າປະຫວັດຄວາມເປັນມາ ຂອງວັນເດັກນ້ອຍສາກົນ ຊຶ່ງແມ່ນ ເຫດການໜຶ່ງທີ່ມີຄວາມໝາຍຄວາມ ສໍາຄັນ ເພື່ອສົ່ງເສີມ, ປົກປ້ອງ ແລະ ສັນລະເສີນເດັກໃນທົ່ວໂລກ, ຍ້ອນ ເຫັນໄດ້ຄວາມສຳຄັນຂອງເດັກທີ່ ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ເພື່ອ ເປັນອະນາຄົດອັນແຈ່ມໃສຂອງ ປະເທດຊາດໃນມື້ໜ້າ. ສະນັ້ນ, ຈຶ່ງ ໄດ້ມີການສະເຫລີມສະຫລອງວັນ ເດັກນ້ອຍສາກົນຕາມເງື່ອນໄຂຕົວ ຈິງຂອງແຕ່ລະທ້ອງຖິ່ນຕົນ. ໂອກາດນີ້, ທ່ານ ຄໍາແສນ ພະ ສະແຫວງ ໄດ້ກ່າວວ່າ: ການຈັດ ງານຄັ້ງນີ້, ແມ່ນໄດ້ດຳເນີນຄຽງ ຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແນ ໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ, ປູກຝັງໃຫ້ເດັກມີ ຄວາມຮັບຜິດຊອບ, ປົກປັກຮັກສາ ທຳມະຊາດ ແລະ ສິ່ງແວດລ້ອມ, ອົບຮົມສັ່ງສອນໃຫ້ເດັກເຕີບໂຕເປັນ ຊັບພະຍາກອນທີ່ມີຄຸນນະພາບໃນ ອະນາຄົດ. ໃນພິທີ, ໄດ້ມີກິດຈະກໍາມອບ ຂອງຂວັນ ແລະ ກິດຈະກໍາປູກຕົ້ນ ໄມ້ ເພື່ອເປັນການປຸກຝັງໃຫ້ເດັກມີ ຄວາມຮັບຜິດຊອບ, ປົກປັກຮັກສາ ທຳມະຊາດ ແລະ ສີ່ງແວດລ້ອມ. ຂ່າວ: ສັນຍາ 9exkla d goA o|a d7;k,3xj '.ls]5 fdkoxt]t.odkolv[gla '9q [-A o x5 ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນໂອກາດລົງ ເຄື່ອນໄຫວຕິດຕາມຊຸກຍູ້ການ ສອບເສັງຈົບຊັ້ນປະຖົມສຶກສາ (ປ5) ສົກຮຽນ 2025-2026 ຢູ່ສູນສອບເສັງປະຖົມປາກເຊ ແລະ ສູນສອບເສັງປະຖົມ ດົງ ເກາະໂລງ ນະຄອນປາກເຊ ໃນ ວັນທີ 26 ພຶດສະພາ 2026 ນີ້, ທ່ານ ສົມບູນ ເຮືອງວົງສາ ຮອງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ໄດ້ເນັ້ນໃຫ້ຄະນະ ກຳມະການຈັດການສອບເສັງທຸກ ລະດັບໃນແຕ່ລະສູນເອົາໃຈໃສ່ບາງ ດ້ານທີ່ສຳຄັນ ສອດຄ່ອງກັບແນວ ທາງການປະຕິຮູບການສຶກສາ ໄລຍະໃໝ່ ຮັບປະກັນຄວາມໂປ່ງ ໃສ ແລະ ຍຸຕິທຳ, ການຈັດການ ສອບເສັງຕ້ອງດຳເນີນໄປຢ່າງເຂັ້ມ ງວດ, ຖືກຕ້ອງຕາມລະບຽບຫລັກ ການ ເພື່ອວັດແທກຄວາມຮູ້ຄວາມ ສາມາດ ທີ່ແທ້ຈິງຂອງນັກຮຽນ, ແນໃສ່ຍົກສູງຄຸນນະພາບການ ສຶກສາໃຫ້ທຽບເທົ່າກັບມາດຕະຖານ ແຫ່ງຊາດ, ໃກ້ຊິດຕິດແທດ ແລະ ຫລຸດຜ່ອນການປະລະການຮຽນ ໃຫ້ເອົາໃຈໃສ່ຕິດຕາມກວດກາຢ່າງ ໃກ້ຊິດບໍ່ໃຫ້ນັກຮຽນຂາດສອບເສັງ ໂດຍບໍ່ມີເຫດຜົນ. ພ້ອມນີ້, ຕ້ອງມີກົນໄກປະສານ ງານຢ່າງທັນການກັບຜູ້ປົກຄອງ ເພື່ອຊຸກຍູ້ແລະ ສ້າງເງື່ອນໄຂໃຫ້ລູກ ຫລານໄດ້ເຂົ້າຮ່ວມການສອບເສັງ ຢ່າງຄົບຖ້ວນ ແລະ ທ່ວງທັນເວ ລາ, ຖືເອົາການຫລຸດຜ່ອນອັດຕາ ການປະລະການຮຽນເປັນໜ້າທີ່ ຍຸດທະສາດ, ການແກ້ໄຂບັນຫາ ສະເພາະໜ້າຢ່າງມີວິທະຍາສາດ ຫາກມີກໍລະນີສຸກເສີນ ຫລື ບັນ ຫາໃດໆເກີດຂຶ້ນໃນຂະບວນການ ສອບເສັງ, ຄະນະຮັບຜິດຊອບຕ້ອງ ມີສະຕິລະວັງຕົວ, ຮີບຮ້ອນແກ້ໄຂ ຢ່າງມີໄຫວພິບ ແລະ ລາຍງານໃຫ້ ຂັ້ນເທິງຊາບຢ່າງທັນການ ເພື່ອ ຮັບປະກັນໃຫ້ຂະບວນການສອບ ເສັງດຳເນີນໄປຢ່າງຈົບງາມ. ການລົງຕິດຕາມຂອງການນຳ ແຂວງໃນຄັ້ງນີ້ ບໍ່ພຽງແຕ່ເປັນການ ກວດກາຄວາມພ້ອມດ້ານເຕັກນິກ ເທົ່ານັ້ນ, ແຕ່ຍັງເປັນການສ້າງຂວັນ ກຳລັງໃຈອັນໃຫຍ່ຫລວງໃຫ້ແກ່ ຄູ-ອາຈານ ແລະ ນັກຮຽນ ທີ່ເປັນ ໜໍ່ແໜງອະນາຄົດຂອງຊາດ, ທັງ ເປັນການຢືນຢັນເຖິງຄວາມມຸ່ງໝັ້ນ ຂອງອຳນາດການປົກຄອງແຂວງ ຈຳປາສັກ ໃນການພັດທະນາ ການ ສຶກສາທີ່ມີຄຸນນະພາບ, ທົ່ວເຖິງ ແລະ ເທົ່າທຽມ ຕາມແນວທາງການ ສຶກສາໄລຍະໃໝ່ຢ່າງແທ້ຈິງ. ການສອບເສັງຈົບຊັ້ນ ປ5 ໃນ ສົກຮຽນນີ້, ທົ່ວນະຄອນປາກ ເຊ ມີໂຮງຮຽນເຂົ້າຮ່ວມທັງໝົດ 44 ແຫ່ງ, ຈັດແບ່ງອອກເປັນ 6 ສູນສອບເສັງ, ມີຈຳນວນຫ້ອງ ສອບເສັງທັງໝົດ 70 ຫ້ອງ ແລະ ມີນັກຮຽນເຂົ້າສອບເສັງຕົວຈິງ 1.557 ຄົນ, ຍິງ 772 ຄົນ (ໃນນີ້, ມີນັກຮຽນຫ້ອງສອງພາສາ ຫລື ບີ ແລງ ຈຳນວນ 115 ຄົນ, ຍິງ 67 ຄົນ). ສໍາລັບຕົວເລກການຂາດ ສອບເສັງມີພຽງ 2 ຄົນ (ຍິງ 0 ຄົນ) ເນື່ອງຈາກຕ້ອງໄດ້ຕິດຕາມ ຜູ້ປົກຄອງໄປປະກອບອາຊີບຢູ່ຕ່າງ ເມືອງ ແລະ ຕ່າງປະເທດ. ສໍາລັບ ສູນສອບເສັງ ປະຖົມປາກເຊ ມີ 16 ຫ້ອງສອບເສັງ ມີນັກສອບ ທັງໝົດ 358 ຄົນ, ຍິງ 177 ຄົນ; ສູນສອບເສັງ ປະຖົມມິດຕະພາບ ມີ 11 ຫ້ອງສອບເສັງ ມີນັກສອບ ທັງໝົດ 251 ຄົນ, ຍິງ 117 ຄົນ; ສູນສອບເສັງ ປະຖົມດົງເກາະໂລງ ມີ 6 ຫ້ອງສອບເສັງ ມີນັກສອບ ທັງໝົດ 128 ຄົນ, ຍິງ 65 ຄົນ; ສູນສອບເສັງ ປະຖົມຫົວສຽວ ມີ 11 ຫ້ອງສອບເສັງ ມີນັກສອບທັງໝົດ 241 ຄົນ, ຍິງ 118 ຄົນ; ສູນ ສອບເສັງ ປະຖົມແສງອາລຸນ ມີ 13 ຫ້ອງສອບເສັງ ມີນັກສອບທັງໝົດ 294 ຄົນ, ຍິງ 154 ຄົນ ແລະ ສູນ ສອບເສັງ ປະຖົມທິບພະເນດ ມີ 13 ຫ້ອງສອບເສັງ ມີນັກສອບທັງໝົດ 285 ຄົນ, ຍິງ 141 ຄົນ. ຂ່າວ-ພາບ: ຂາວພອນ ມ້າວຄຳຜິວ ເອກະພາບ ແລະ ຜັນຂະຫຍາຍໃຫ້ ແທດເໝາະກັບສະພາບຕົວຈິງ, ເພື່ອ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຍົກສູງ ຄວາມຮັບຜິດຊອບຂອງຕົນໃນການ ຫັນແນວທາງ, ແຜນນະໂຍບາຍ, ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍ ໃຫ້ເປັນຮູບປະທໍາ ແລະ ກ້າວໄປສູ່ ການຈັດຕັ້ງປະຕິບັດຢ່າງມີປະສິດທິ ຜົນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງ ຜົນກອງປະຊຸມໃຫຍ່ ໄດ້ຮັບຮອງ ເອົາໂຄງການ ການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອກະສານສໍາ ຄັນ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງ ຊົນລາວບັນດາເຜົ່າ ສືບຕໍ່ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ໂຄງການການ ເມືອງ ສະບັບທີ 3 ໄດ້ວາງ 11 ແຜນ ນະໂຍບາຍໃຫຍ່ ຂອງການບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ທັງໄດ້ ຍົກໃຫ້ເຫັນເຖິງການດຳເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ ທີ່ໄດ້ດຳເນີນໃນ ວັນທີ 6-8 ມັງກອນ 2026 ທີ່ນະ ຄອນຫລວງວຽງຈັນ ພາຍໃຕ້ຄຳ ຂວັນ “ຍົກສູງບົດບາດການນໍາພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ໜັກ ແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ເປັນເຫດການການເມືອງ ທີ່ມີຄວາມ ໝາຍສໍາຄັນອີກຄັ້ງໜຶ່ງ ທີ່ບັນທຶກໄວ້ ໃນໜ້າປະຫວັດສາດ ຂອງພັກ ແລະ ຂອງຊາດລາວ, ໄດ້ທົບທວນຄືນຜົນ ຂອງການຜັນຂະຫຍາຍມະຕິ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ປະເທດຊາດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍາ ນົດວິໄສທັດ ຮອດ 2055 ເພື່ອສືບ ຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງການປ່ຽນແປງໃໝ່ຂອງພັກ ສູ່ ລວງເລິກຕໍ່ໆໄປ, ສ້າງບັນດາປັດໄຈ ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ບັນດາເນື້ອໃນເອກະສານເຫລົ່ານີ້, ລ້ວນແຕ່ມີຄວາມສຳຄັນ ເປັນເຂັມ ຊີ້ທິດເຍືອງທາງໃຫ້ແກ່ການນໍາພາ ຂອງພັກ, ການຄຸ້ມຄອງຂອງລັດ ແລະ ການຈັດຕັ້ງປະຕິບັດຂອງທົ່ວ ປວງຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ທັງເປັນ ວຽກງານທີ່ສຳຄັນ, ຮີບດ່ວນ ເພື່ອ ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ. ໃນພິທີຍັງໄດ້ເຜີຍແຜ່ເນື້ອໃນ ຈິດໃຈສໍາຄັນ ຂອງ 3 ເອກະສານ ຄື: ໂຄງການການເມືອງ ສະບັບທີ 3 ຂອງພັກ, ລາຍງານການເມືອງ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ແລະ ໄດ້ເຜີຍແຜ່ເນື້ອໃນສຳຄັນຂອງ ແຜນການພັດທະນາເສດຖະກິດ ແຫ່ງຊາດ 5 ປີ ຄັ້ງທີ X (20262030), ຜ່ານຄໍາສັ່ງຂອງຄະນະ ເລຂາທິການສູນກາງພັກ ສະບັບ ເລກທີ 11/ຄລສພ, ວ່າດ້ວຍການ ເພີ່ມທະວີການຊີ້ນຳຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ ດ້ານ ຊັບພະຍາກອນທໍາມະຊາດ, ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ 5 ປີ ຄັ້ງທີ X ແລະ ເນື້ອໃນ ເອກະສານຕ່າງໆຕື່ມອີກ. ຂ່າວ-ພາບ: ວິໄລວອນ ສິດທິໄຊ
RkJQdWJsaXNoZXIy MTc3MTYxMQ==