28/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ [h ko.spj l5 05 ,k 9a f'ko[5 o[A 'w27A 'pyj '.spj grn j v0= .sh /q o8q d8k,]tf6 dkozt]y f ຂປລ. ໝາກເຜັດເປັນພືດຜັກ ສວນຄົວທີ່ຂາດບໍ່ໄດ້ໃນເຮືອນ ຄົວເພາະຊ່ວຍເພີ່ມລົດຊາດເຜັດ ຮ້ອນ ແລະ ສີສັນໃຫ້ກັບອາຫານ. ນອກຈາກນີ້, ໝາກເຜັດຍັງເປັນ ພືດເສດຖະກິດທີ່ສ້າງລາຍຮັບໄດ້ດີ ແລະ ປູກງ່າຍ. ໝາກເຜັດເປັນພືດ ທີ່ມັກແສງແດດ ແລະ ບໍ່ມັກນ້ຳຂັງ. ການປູກໝາກເຜັດໃຫ້ໄດ້ຮັບຜົນດີ ແລະ ດົກ ແມ່ນຕ້ອງເລີ່ມຕົ້ນຈາກ ການກຽມດິນ, ການເລືອກແນວ ພັນ ແລະ ການບົວລະບັດຮັກສາ ຢ່າງຖືກວິທີ. ສະນັ້ນ, ຄໍລຳ“ສຶກສາ ຫາຄວາມຮູ້”ມື້ນີ້ຈຶ່ງມາແລກປ່ຽນ ບົດຮຽນນຳທ່ານຜູ້ອ່ານ ຊຶ່ງມີຂັ້ນ ຕອນ ແລະ ວິທີການປູກດັ່ງນີ້: ການກຽມແນວພັນ ແລະ ການ ເບ້ຍ: ຄວນເລືອກເມັດພັນຈາກໝາກ ທີ່ສົມບູນ, ແຫ້ງສະອາດ ແລະ ບໍ່ມີ ພະຍາດພືດ; ຫລັງຈາກນັ້ນກໍແຊ່ ເມັດພັນໃນນ້ຳອຸ່ນ (ປະມານ 50 ອົງສາ) ເປັນເວລາ 1-2 ຊົ່ວໂມງ ເພື່ອກະຕຸ້ນການງອກແລ້ວຫໍ່ເມັດ ພັນດ້ວຍຜ້າປຽກໄວ້ 1 ຄືນ ຈົນ ກວ່າຮາກນ້ອຍໆຈະເລີ່ມປົ່ງອອກ ມາ.ຈາກນັ້ນນຳເມັດໄປປູກໃນຂຸມ ຫລື ໜານກ້າເບ້ຍທີ່ກຽມໄວ້ (ດິນ ຂປລ. ຍັງອີກບໍພໍເທົ່າໃດມື້ ຂ້າງໜ້າກໍຈະຮອດວັນປູກຕົ້ນໄມ້ ແຫ່ງຊາດ 1 ມີຖຸນາ 2026 ແລະ ວັນເດັກນ້ອຍສາກົນ. ສະນັ້ນ, ຈຶ່ງ ເຮັດໃຫ້ບັນຍາກາດການຊື້-ຂາຍ ເບ້ຍໄມ້ມີຄວາມຄຶກຄື້ນ, ມ່ວນຊື່ນ ເປັນພິເສດ ເນື່ອງຈາກວ່າປັດຈຸບັນ ສັງຄົມໃຫ້ຄວາມສົນໃຈໃນການ ປູກຕົ້ນໄມ້ໃຫ້ເປັນປ່າເພື່ອທົດແທນ ຕົ້ນໄມ້ທີ່ຖືກທໍາລາຍໄປໃນແຕ່ລະ ພື້ນທີ່ຂອງປະເທດ ເພື່ອຄືນຄວາມ ອຸດົມສົມບູນໃຫ້ກັບປ່າໄມ້ ແລະ ທຳມະຊາດແນໃສ່ເຮັດໃຫ້ເນື້ອທີ່ ປ່າໄມ້ໃນລາວກວມຫລາຍກວ່າ 70 % ຂອງເນື້ອທີ່ປ່າໄມ້ໃນທົ່ວປະ ເທດ. ແນວໃດກໍດີ, ເມື່ອເວົ້າເຖິງ ອາຊີບນີ້ແລ້ວ ມື້ນີ້ ຄໍລໍາ“ສົ່ງເສີມ ທຸລະກິດ” ຈະພາທ່ານມາຮູ້ຈັກ ອີກໜຶ່ງສວນກ້າເບ້ຍໄມ້ຂອງ ນາງ ສຸດມະນີ ຂັນພອນ ຜູ້ທີ່ມີໃຈມັກ ແລະ ກິ້ງເກືອກລີເລືອກັບອາຊີບນີ້ ມາຫລາຍຟ້າຫລາຍປີຈົນສາມາດ ສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ເທື່ອລະກ້າວ. ນາງ ສຸດມະນີ ຂັນພອນ ເຈົ້າ ຂອງສວນ ແລະ ຮ້ານຂາຍເບ້ຍ ໄມ້ລາຄາຖືກບ້ານຊຽງດາ ໄດ້ໃຫ້ ສຳພາດວ່າ: ຮ້ານຂາຍເບ້ຍໄມ້ລາ ຄາຖືກບ້ານຊຽງດາ ເລີ່ມກໍ່ຕັ້ງມາ ແຕ່ປີ 2012 ເຮັດມາດ້ວຍຄວາມມັກ ແລະ ຢາກນໍາໃຊ້ວິຊາທີ່ໄດ້ຮຽນມາ ເນື່ອງຈາກວ່າຕົນເອງຮຽນຈົບກະ ຂປລ. ພໍຕົກເຂົ້າສູ່ເດືອນ 6 ລາວ ຊຶ່ງເປັນຕົ້ນລະດູຝົນທີ່ຊາວ ໄຮ່ຊາວນາຫ້າງຫາກະກຽມລົງ ນາ, ບ້ານໃຫຍ່ສຸຂຸມາ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ພ້ອມພຽງ ກັນຈັດງານປະເພນີ “ບຸນບັ້ງໄຟ” ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 21-23 ພຶດສະພາ 2026 ນີ້ ຊຶ່ງເປັນປາງບຸນໃຫຍ່ຕາມຮີດ ສິບສອງຄອງສິບສີ່ ທີ່ຊາວບ້ານຈະ ຈັດຂຶ້ນ “3 ປີໃດມີພຽງຄັ້ງດຽວ” ເທົ່ານັ້ນ. ງານບຸນຄັ້ງນີ້ ຈັດຂຶ້ນເພື່ອບູຊາ ແລະ ຄອບໄຫວ້ເທວະດາຟ້າແຖນ ຂໍໃຫ້ຝົນຕົກຕ້ອງຕາມລະດູການ, ໃຫ້ພືດພັນທັນຍາຫານອຸດົມສົມບູນ ດັ່ງຄຳຂວັນຂອງເມືອງສຸຂຸມາທີ່ ວ່າ: “ອູ່ເຂົ້າລົ້ນສາງ ພະທາດສາມ g8a doy ddkox6 d\kdgza f .sh wfh zq ozt]y fl6 ' Ih ko0kpg[h pw,h [h ko-P'fk ,u 8Q ow,h 9eo;os]kp grn j vIv'Ia [;a ox6 d8Q ow,h csj '-kf -u ;y f{;a fmtotme u y a ໂດຍ:ປັນຍາ ແກ້ວພິລົມ ັ້ິົ (ຖວທ ເມືອງສຸຂຸມາ)ືຸຸ ປາງ, ເສັ້ນທາງບູຮານ, ພະລານ ຈຳປາ, ທະລາສອງສີ, ປ່າໄມ້ຂຽວ ກະຈີ, ສີລາອີ່ເກີ້ງ” ໂດຍການເຂົ້າ ຮ່ວມຂອງທ່ານ ຄຳໄຕແກ້ວປະເສີດ ເລຂາພັກເມືອງສຸຂຸມາ, ທ່ານ ພອນພິລຸນ ນໍລະສິນ ຮອງເລຂາພັກ ເມືອງ, ປະທານຄະນະກຳມະການ ປົກຄອງເມືອງ, ທ່ານ ສຸກມະນີ ຄຳຜົງ ກຳມະການພັກເມືອງ, ປະ ທານຄະນະກຳມະການປົກຄອງ ຕາແສງ, ພ້ອມດ້ວຍອຳນາດການ ປົກຄອງບ້ານ, ເຖົ້າແກ່ແນວໂຮມ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ບ້ານໃກ້ຄຽງ ເຂົ້າຮ່ວມຢ່າງເນືອງນັນ. ທ່ານ ບຸນຈັນ ພົມມະລິນ ເລຂາ ພັກບ້ານສຸຂຸມ ໄດ້ກ່າວວ່າ: ໃນ ກິດຈະກຳຕະຫລອດ 3 ວັນນີ້ ມື້ທີ 1 (ມື້ຝັງຄ້າງ) ເປັນການເລີ່ມຕົ້ນ ຫ້າງຫາກະກຽມ ແລະ ຕັ້ງຮ້ານ ຄ້າງບັ້ງໄຟ; ມື້ທີ 2 (ມື້ເຕົ້າໂຮມ) ແຫ່ຂະບວນບັ້ງໄຟເຂົ້າວັດ ແລະ ແຫ່ອ້ອມສີມ (ໂບດ) ຄົບ 3 ຮອບ ຢ່າງຈົບງາມ, ພ້ອມນີ້ ຍັງມີການ ເສັງກອງ (ປະກວດຕີກອງ) ທີ່ ມີຕົວແທນຈາກ 11 ບ້ານເຂົ້າຮ່ວມ ປະຊັນສີມືຄວາມມ່ວນ ບ້ານໃດດັງ ກວ່າແມ່ນຊະນະ ແລະ ມື້ທີ 3 ເປັນ ມື້ຈູດບັ້ງໄຟຂຶ້ນສູ່ທ້ອງຟ້າ ຊຶ່ງປີນີ້ມີ ບັ້ງໄຟທັງຂະໜາດນ້ອຍ ແລະ ໃຫຍ່ ຈາກຫລາຍພາກ ສ່ວນເຂົ້າຮ່ວມຈູດ ທັງໝົດສູງເຖິງ 122 ບັ້ງ. ແນວໃດກໍຕາມ, ການຈັດງານ ບຸນບັ້ງໄຟໃນປີນີ້ ບໍ່ພຽງແຕ່ເປັນ ການຮັກສາຮີດຄອງປະເພນີອັນດີ ງາມ ແລະ ເປັນການຂໍຝົນເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ສົ່ງເສີມການ ທ່ອງທ່ຽວທາງດ້ານວັດທະນະທຳ ຂອງເມືອງສຸຂຸມາ ແລະ ເປັນໂອ ກາດດີໃນການເຕົ້າໂຮມຄວາມສາ ມັກຄີຂອງປະຊາຊົນພາຍໃນ, ບ້ານ ອ້ອມຂ້າງຕະຫລອດຮອດພາກທຸ ລະກິດໃຫ້ເປັນປຶກແຜ່ນແໜ້ນໜາ ຕື່ມອີກ. ປະສົມຝຸ່ນຄອກ) ສ່ວນໄລຍະເວລາ ອະນຸບານຕົ້ນເບ້ຍໄວ້ປະມານ 2530 ວັນ (ໃຫ້ມີໃບແທ້ 4-5 ໃບ) ຈຶ່ງຍ້າຍໄປປູກ. ການກຽມດິນປູກ: ໄຖຕາກດິນ, ໄຖພິກດິນຕາກແດດໄວ້ 7-10 ວັນ ເພື່ອຂ້າເຊື້ອພະຍາດ ແລະ ສັດຕູພືດ ໃນດິນ, ຍົກແປງສູງປະມານ 2030 ຊັງຕີແມັດ ເພື່ອປ້ອງກັນນ້ຳ ຂັງ, ກວ້າງ 1 ແມັດ, ຫລັງຈາກນັ້ນ ປະສົມຝຸ່ນຄອກ ຫລື ຝຸ່ນບົ່ມລົງໃນ ດິນ ເພື່ອເພີ່ມທາດອາຫານ. ວິທີການປູກ: ແມ່ນປູກໃຫ້ມີ ໄລຍະຫ່າງລະຫວ່າງຕົ້ນປະມານ 50x50 ຊັງຕີແມັດ; ເວລາປູກຄວນ ຍ້າຍຕົ້ນເບ້ຍມາປູກໃນຊ່ວງແລງທີ່ມີ ແສງແດດອ່ອນໆ ເພື່ອບໍ່ໃຫ້ຕົ້ນໄມ້ ຫ່ຽວແຫ້ງ, ຈາກນັ້ນກົບດິນບໍລິເວນ ຕົ້ນໃຫ້ແໜ້ນພໍດີແລ້ວຫົດນ້ຳທັນທີ. ການບົວລະບັດຮັກສາ: ຕ້ອງຫົດ ນ້ຳເປັນປະຈຳທຸກມື້ເຊົ້າ-ແລງ (ແຕ່ ຫ້າມບໍ່ໃຫ້ດິນປຽກແຊະເກີນໄປ), ໃສ່ຝຸ່ນຄອກ ຫລື ຝຸ່ນສູດ 15-1515 ທຸກໆ 15-20 ວັນ ເພື່ອບຳລຸງ ຕົ້ນ ແລະ ດອກ; ໝັ່ນຖອນຫຍ້າ ອ້ອມຕົ້ນ ເພື່ອບໍ່ໃຫ້ຍາດອາຫານ ໝາກເຜັດ. ການເກັບກ່ຽວ: ໝາກເຜັດຈະ ເລີ່ມເກັບກ່ຽວໄດ້ຫລັງຈາກປູກໄປ ແລ້ວປະມານ 60-90 ວັນ ແລະ ຄວນເກັບກ່ຽວໂດຍການເດັດເອົາ ທັງຂົ້ວ ເພື່ອໃຫ້ໝາກເຜັດເກັບຮັກສາ ໄວ້ໄດ້ດົນ. ສິກໍາ ເມື່ອຈົບມາແລ້ວໄປສະໝັກ ວຽກກໍຫຍຸ້ງຍາກຈຶ່ງເລີ່ມເຮັດອາ ຊີບນີ້ມາເລີຍ ໂດຍເບ້ຍໄມ້ທີ່ກ້າ ສ່ວນຫລາຍຈະເປັນໄມ້ເສດຖະກິດ ທີ່ຄົນນິຍົມປູກຫລາຍເປັນຕົ້ນໄມ້ ແຕ້, ໄມ້ຄູນ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ ສັກ, ໄມ້ຂະຍຸງ, ໄມ້ມະລິດ, ໄມ້ ໂລ່ງເລງ, ໄມ້ກະລຶມ, ໄມ້ກ້າມປູ, ໄມ້ມູນ, ໄມ້ມັນປາ, ໄມ້ຍາງ, ໄມ້ຫຳງົວ ແລະ ໄມ້ອື່ນໆ ເພື່ອ ຕອບສະໜອງຕໍ່ຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ ກໍຄື ລູກຄ້າ ທີ່ມີຄວາມຕ້ອງການໃນຂອບເຂດ ທົ່ວປະເທດ ໂດຍສະເພາະໄລຍະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ຜ່ານມານີ້ ບັນຍາກາດການ ຊື້ເບ້ຍໄມ້ຟົດຟື້ນຫລາຍ, ສະເພາະ ເບ້ຍໄມ້ເສດຖະກິດກໍໄດ້ຂາຍກວ່າ 2.000 ຕົ້ນ. ສໍາລັບລາຄາຂອງເບ້ຍ ໄມ້ແມ່ນເລີ່ມຕົ້ນ 5.000 ກີບຂຶ້ນ ໄປ. ນອກຈາກໄມ້ເສດຖະກິດແລ້ວ ພາຍໃນສວນກໍມີໄມ້ກິນໝາກ ແລະ ໄມ້ປະດັບ ເຊັ່ນ: ເບ້ຍໝາກຈອງ, ໝາກມ່ວງ, ສິດາ, ລໍາໃຍ, ມັງຄຸດ, ພ້າວ ແລະ ອື່ນໆ. ສ່ວນໄມ້ປະດັບກໍ ຈະມີດອກກຸຫລາບ, ຕົ້ນດອກແກ້ວ ແລະ ຕົ້ນອື່ນໆ . ນາງ ສຸດມະນີ ເວົ້າເສີມວ່າ: ອາຊີບກ້າເບ້ຍໄມ້ແມ່ນອາຊີບທີ່ ຕ້ອງໃຊ້ຄວາມອົດທົນ, ພະຍາຍາມ ຕ້ອງມັກແທ້ຈຶ່ງເຮັດໄດ້ຄວາມເພາະ ມັນມີຫລາຍຂັ້ນຕອນ ແລະ ຕ້ອງໃຊ້ ເວລາຫລາຍເດືອນກ່ອນຈະໄດ້ຂາຍ ເບ້ຍໄມ້, ແຕ່ຖ້າໄດ້ຂາຍແລ້ວກໍຖືວ່າ ກຸ້ມຄ່າກັບຄວາມອິດເມື່ອຍເພາະ ຫລັງຈາກທີ່ໄດ້ເຮັດອາຊີບນີ້ມາກໍ ສາມາດສ້າງລາຍຮັບເຂົ້າຄອບຄົວ ຢ່າງໝັ້ນຄົງ ແລະ ສຸດທ້າຍນີ້ຂໍ ຮຽກຮ້ອງໃຫ້ສັງຄົມ ກໍຄື ປະຊາຊົນ ລາວບັນ ດາເຜົ່າເຫັນໄດ້ຄວາມ ສຳຄັນໃນການປູກຕົ້ນໄມ້ໃຫ້ຫລາຍ ຂຶ້ນ ໂດຍສະເພາະໄລຍະວັນປູກ ຕົ້ນໄມ້ໃນແຕ່ລະປີ ເພື່ອທົດແທນ ຕົ້ນໄມ້ທີ່ຖືກທຳຫລາຍ ຫລື ຕາຍ ໄປຕາມການເວລາ ເພື່ອຄືນຄວາມ ອຸດົມສົມບູນໃຫ້ກັບປ່າໄມ້ ແລະ ທຳມະຊາດ ແນໃສ່ເຮັດໃຫ້ເນື້ອທີ່ ປ່າໄມ້ໃນລາວ ກວມຫລາຍກວ່າ 70 % ຂອງເນື້ອທີ່ປ່າໄມ້ໃນທົ່ວ ປະເທດ. ດັ່ງນັ້ນ, ໃກ້ຈະຮອດວັນ ປູກຕົ້ມໄມ້ແລ້ວຖ້າທ່ານໃດສົນໃຈ ເບ້ຍໄມ້ບໍ່ວ່າຈະເປັນໄມ້ເສດຖະກິດ ຫລື ໄມ້ປະດັບກໍສາມາດເຂົ້າມາເບິ່ງ ໄດ້ທີ່ຮ້ານຂາຍເບ້ຍໄມ້ບ້ານຊຽງດາ ຂ້າງໂຮງຮຽນແພດສາດ ຫລື ຕິດຕໍ່ ໄດ້ທີ່ເບີ 020 9898 3369, 030 4980 928 ຫລື ເຟສບຸກ ສວນກ້າ ເບ້ຍໄມ້ລາຄາຖືກບ້ານຊຽງດາ.
RkJQdWJsaXNoZXIy MTc3MTYxMQ==