7282

dkocdh w0[a osk7;k,0a fcph '8q ;9y ' 0v'dkoxq d7v'3]d3fpzj koco;mk'mu j goA odkoxt8y [a f 25/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ບົດສະເໜີົີ [= ]y 7ew- g-n j v,-b ,goN v.odv'xt-5 ,.spj 7A 'mu XII 0v'ra d czodko38o75 dva o]Eg]u f0v'z6 h oe c]t co;]k;Ia d-kf ຂປລ. ໃນໄລຍະເກືອບ 10 ເດືອນ ທີ່ຜູ້ນຳພັກແລະແນວລາວສ້າງຊາດ ຈຳນວນ 16 ທ່ານ ຖືກຈັບກຸມຄຸມ ຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງ ຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະ ຂາດ, ເພາະວ່າຝ່າຍສັດຕູຄາດໝາຍ ໄວ້ໃນຈຳນວນບັນດາຜູ້ນຳນັ້ນ ບຸກ ຄົນສຳຄັນໆປະມານ 8-9 ທ່ານ ຈະໄດ້ຖືກປະຫານຊີວິດ. ນອກນັ້ນ ຈະໄດ້ຖືກຕັດສິນຂັງຄຸກຕະຫລອດ ຊີວິດ.ຈາກນັ້ນ, ພວກເຂົາໄດ້ມີແຜນ ຕັ້ງສານພິເສດສະເພາະ ເພື່ອເອົາ ບັນດາຜູ້ນຳແນວລາວຮັກຊາດອອກ ຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບແຕ່ມື້ຄະນະລັດຖະບານຫຸ່ນໄດ້ ຕົກລົງເປັນເອກະພາບກັນ. ເມື່ອຮັບຮູ້ແຈ້ງເຖິງທາດແທ້ ປະຕິການ ແລະ ແຜນການດັ່ງກ່າວ ຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ ຂປລ. ອາທິດຜ່ານມານີ້ ແຂວງ ບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່, ເຊື່ອມ ຊຶມເນື້ອໃນກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ແລະ ເນື້ອໃນກອງປະຊຸມ ໃຫຍ່ ຄັ້ງທີ VIII ຂອງອົງຄະນະ ພັກ ແຂວງບໍລິຄຳໄຊ ຢູ່ສະໂມສອນ ໃຫຍ່ຂອງແຂວງ ໃຫ້ກຽດຂຶ້ນ ບັນຍາຍເອກະສານ ໂດຍສະຫາຍ ເລື່ອນວິໄລ ຈັນທະລາພັນ ຮອງ ເລຂາພັກແຂວງ, ມີຄະນະບໍລິຫານ ງານພັກແຂວງ, ມີຄະນະພັກ, ຄະນະບັນຊາ, ພະນັກງານອ້ອມ ຂ້າງແຂວງເຂົ້າຮ່ວມ. ການເຜີຍແຜ່, ເຊື່ອມຊຶມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈທີ່ເລິກ ເຊິ່ງຕໍ່ເນື້ອໃນຈິດໃຈສໍາຄັນ ຂອງ ແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງທີ່ໄດ້ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຢ່າງເປັນລະບົບ; ເຊື່ອມຊຶມ, ກຳແໜ້ນເນື້ອໃນທີ່ຈະໄດ້ນໍາພາ-ຊີ້ ນໍາການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຕົວຈິງ; ສ້າງໃຫ້ໄດ້ແຜນ ດໍາເນີນງານ, ແຜນປະຕິບັດງານ ລະອຽດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດໜ້າ ວຽກ, ແຜນຄົນ, ແຜນເງິນ, ຄວາມ ຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດເໝາະຕົວຈິງ ແລະ ສາມາດ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ເປັນຮູບປະທໍາ; ມີກົນໄກ, ລະບອບ ແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ຈັດ ຕັ້ງປະຕິບັດທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ; ມີຄວາມເປັນ ເອກະພາບສູງຢູ່ພາຍໃນ, ມີຄວາມ ຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ ລວງເລິກ ແລະ ເປັນຮູບປະທຳ. ການເຜີຍແຜ່, ເຊື່ອມຊຶມເອກະ ສານກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸທາງດ້ານ ຈິນຕະນາການ, ຍົກສູງຫລັກໝັ້ນ ການເມືອງ ໃຫ້ມີຄວາມເດັດດ່ຽວ ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນ ແຄນຕໍ່ສະພາບການຕ່າງໆ, ຕ້ານ ລັດທິຄຳພີກົນຈັກ, ຮັກສາຄວາມ ສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນ ຍິ່ງຂຶ້ນ, ພ້ອມກັນຍູ້ແຮງການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວ ຈິງ, ເຮັດໃຫ້ກາຍເປັນຂະບວນການ ອັນກວ້າງຂວາງຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄື ເຮັດໃຫ້ ການນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປຖືກຕ້ອງ ຕາມທິດທີ່ໄດ້ກໍານົດໄວ້ຢ່າງໜັກ ແໜ້ນ. ຍຶດໝັ້ນແນວທາງການຕ່າງ ປະເທດຂອງພັກ, ສ້າງເງື່ອນໄຂ ອໍານວຍໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການ ກຳອຳນາດຂອງພັກ ໃຫ້ມີຄວາມ ໝັ້ນຄົງ, ສ້າງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ເສີມຂະ ຫຍາຍມະຫາສາມັກຄີ ທົ່ວປວງຊົນ, ປະຕິບັດແນວທາງ ມະຫາສາມັກຄີທົ່ວປວງຊົນຢ່າງ ໜັກແໜ້ນ, ເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ແຫລ່ງຂ່າວ: ໜັງສືພິມບໍລິຄຳໄຊ. ຂປລ. ການແກ້ໄຂບັນຫາຄວາມ ຂັດແຍ້ງດ້ານຄວາມໝັ້ນຄົງໂດຍ ຜ່ານຄວາມສະເໝີພາບດ້ານອະ ທິປະໄຕ ແລະ ຫລັກນິຕິທໍາລະຫວ່າງ ປະເທດ ຂອງທ່ານເລຂາທິການ ໃຫຍ່ ສີຈິ້ນຜິງ ໄດ້ກໍານົດ “ແນວ ທາງທີ່ເນັ້ນການປະຕິບັດຕົວຈິງ” ເປັນໜຶ່ງໃນຫ້າແນວຄິດຫລັກຂອງ ໂຄງການລິເລີ່ມການປົກຄອງ ໂລກ. ໂດຍລະບຸຢ່າງຊັດເຈນເຖິງ ຄວາມຈໍາເປັນ“ຍຶດໝັ້ນໃນການ ວາງແຜນຢ່າງເປັນລະບົບ ແລະ ຄວາມກ້າວໜ້າໂດຍລວມ, ປະສານ ງານການດໍາເນີນການໃນທົ່ວໂລກ, ລະດົມຊັບພະຍາກອນຢ່າງເຕັມທີ່ ຈາກທຸກຝ່າຍ, ສ້າງຜົນໄດ້ຮັບທີ່ ເຫັນໄດ້ຊັດເຈນກວ່າ ແລະ ຫລີກ ລ່ຽງຄວາມຊັກຊ້າ ແລະ ການແບ່ງ ແຍກຂອງການປົກຄອງຜ່ານການ ຮ່ວມມືຕົວຈິງ”. ໂດຍການຢໍ້າຄືນ ຫລັກການຂອງຄວາມສະເໝີພາບ ດ້ານອະທິປະໄຕ, ເນັ້ນໜັກເຖິງ ການນຳໃຊ້ກົດລະບຽບສາກົນ ຢ່າງເປັນເອກະພາບ, ຫລີກລ່ຽງ ສອງມາດຕະຖານ ແລະ ງົດການ ຂີດເສັ້ນໂດຍອີງໃສ່ຄ່ານິຍົມ ເຊິ່ງ ຈະຊ່ວຍຫລຸດຜ່ອນຄວາມຄາດ ຫວັງແບບເກມຜົນລວມເປັນສູນ ຕົວຢ່າງ: ໃນບັນຫາ ອັຟການິສະ ຖານ ຄວາມຮ່ວມມືລະດັບພາກ ພື້ນໄດ້ຮັບການປະສານງານຜ່ານ ກົນໄກ“ປະເທດເພື່ອນບ້ານ+” ເພື່ອ ສະໜັບສະໜູນການຟື້ນຕົວຄືນໃໝ່ ຢ່າງສັນຕິຂອງອັຟການິສະຖານ; ໃນວິກິດການຢູເຄຣນ, ມີການ ອອກເອກະສານສະແດງຈຸດຢືນ, ພະຍາຍາມອຳນວຍຄວາມສະດວກ ໃຫ້ແກ່ການເຈລະຈາ ແລະ ການ ປຶກສາຫາລືເພື່ອແກ້ໄຂຂໍ້ຂັດແຍ້ງ ລະຫວ່າງ ຣັດເຊຍ-ຢູເຄຣນ. ການ ກະທຳນີ້ແມ່ນອີງໃສ່ການຮັກສາ ມາດຕະຖານສາກົນ, ຊອກຫາຈຸດ ຮ່ວມກັນທີ່ດີທີ່ສຸດສຳລັບວິທີແກ້ໄຂ ວິກິດທາງການເມືອງ, ໃນຂະນະ ດຽວກັນກໍເຄົາລົບຕໍ່ຂໍ້ກັງວົນດ້ານ ຄວາມໝັ້ນຄົງທີ່ຊອບທໍາຂອງທຸກ ຝ່າຍ ແລະ ຈະຊ່ວຍສ້າງຄວາມໝັ້ນ ໃຈທີ່ມີຄຸນຄ່າໃນໂລກທີ່ວຸ້ນວາຍນີ້ ໄດ້. ໄປພ້ອມກັນນັ້ນຕ້ອງແກ້ໄຂ ບັນຫາຄວາມແຕກແຍກ ແລະ ຄວາມບົກພ່ອງຂອງກົນໄກການ ປົກຄອງໂລກໂດຍຜ່ານລັດທິຫລາຍ ຝ່າຍທີ່ແທ້ຈິງ. ຕ້ອງຍຶດໝັ້ນໃນ ສະຖານະພາບ ແລະ ສິດອຳນາດ ຂອງສະຫະປະຊາຊາດຢ່າງໜັກ ແໜ້ນ ແລະ ຕໍ່ຕ້ານການກະທຳ ຝ່າຍດຽວ ທີ່ບັ່ນທອນບົດບາດ ຂອງອົງການສະຫະປະຊາຊາດໃຫ້ ອ່ອນແອລົງ. ທຸກປະເທດຕ້ອງເປັນ ຜູ້ມີສ່ວນຮ່ວມເຂົ້າໃນສັນຕິພາບ ໂລກ, ເນັ້ນໜັກເຖິງຄວາມຍຸຕິທຳ ຂອງປະຊາຄົມໂລກ, ສົ່ງເສີມການ ປະຕິຮູບຄະນະມົນຕີຄວາມໝັ້ນ ຄົງແຫ່ງສະຫະປະຊາຊາດ ແລະ ເສີມຂະຫຍາຍການເປັນຕົວແທນ ຂອງຊີກໂລກໃຕ້(ປະເທດໂລກທີ ສາມ). ພວກເຮົາສະໜັບສະໜູນ ການລະດົມຊັບພະຍາກອນຢ່າງ ຫ້າວຫັນຈາກທຸກຝ່າຍ ແລະ ນຳໃຊ້ ຜົນກະທົບຮ່ວມກັນຂອງເວທີຫລາຍ ຝ່າຍທີ່ເກີດຂຶ້ນໃໝ່ ເພື່ອສະໜອງ ຂົວຕໍ່ສຳລັບການປົກຄອງໂລກທີ່ ແຕກແຍກຜ່ານການປະຕິບັດທີ່ເປີດ ກວ້າງ ແລະ ຮອບດ້ານ. ຕ້ອງຍຶດໝັ້ນຫລັກການ “ເອົາ ປະຊາຊົນເປັນສູນກາງ” ເພື່ອສ້າງ ຈຸດປະສານງານຄຸນຄ່າຂອງການ ປົກຄອງໂລກຄືນໃໝ່ເນັ້ນໜັກໃສ່ “ການຮັບປະກັນວ່າປະຊາຊົນຂອງ ທຸກປະເທດມີສ່ວນຮ່ວມໃນການ ປົກຄອງໂລກ ແລະ ແບ່ງປັນໝາກ ຜົນຮ່ວມກັນ”, ໂດຍການຫັນ “ເອົາ ປະຊາຊົນເປັນສູນກາງ” ໄປສູ່ການ ກະທຳທີ່ເປັນຮູບປະທຳ. ໂດຍບໍ່ຍຶດ ຕິດເງື່ອນໄຂທາງການເມືອງໃດໆ ຫລື ການຄອບງຳທາງວາຈາ, ຢຸດ ຕິການຄອບງຳທາງວາຈາໂດຍ ຜ່ານການກະທຳຕົວຈິງ ແລະ ປ່ຽນ ແທນຄຳສັນຍາທີ່ວ່າງເປົ່າດ້ວຍ ຜົນໄດ້ຮັບທີ່ເປັນຮູບປະທໍາຈັບຕ້ອງ ໄດ້. ສຸມໃສ່ການສ້າງສັກກະຍະພາບ ຄວາມສາມາດ ແລະ ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ, ຕົວຢ່າງ ເຊັ່ນ: ສປ ຈີນ ໄດ້ມີການຮ່ວມມືກັບ ອົງການຈັດຕັ້ງສາກົນຫລາຍກວ່າ 20 ແຫ່ງ ແລະ ຈັດຕັ້ງປະຕິບັດ ໂຄງການພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນຫລາຍກວ່າ 170 ໂຄງການໃນຫລາຍກວ່າ 60 ປະເທດໃນອາຟຣິກາ, ອາຊີຕາເວັນ ອອກສ່ຽງໃຕ້ ແລະ ອາເມລິກາ ລາຕິນ. ໝາກຜົນທີ່ເຫັນປະຈັກຕາ ເຫລົ່ານີ້ໄດ້ຮັບການຍອມຮັບຈາກ ສາກົນດ້ວຍຜົນສຳເລັດທີ່ເປັນຮູບ ປະທຳ, ຈຶ່ງສະໜອງແບບຢ່າງຂອງ ຈີນສຳລັບການກໍ່ສ້າງຄຸນຄ່າການ ປົກຄອງໂລກຄືນໃໝ່. ຂຽນໂດຍ: ຖາວຖິງມ່າ/ຈາງຈາຮຸຍິຸ່ ແປໂດຍ: ບຸນທະວີ ຂຸນວົງສາຸີຸົ ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳ ອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີ ໂອກາດອຳນວຍ ແລະ ຮັບປະກັນ ແມ່ນເປັນມື້ຕັດສິນການອອກຈາກ ຄຸກ”. ສຳລັບບັນດາຜູ້ນຳ ເຖິງວ່າ ເພິ່ນຈະຖືກຈັບກຸມຄຸມຂັັງກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມ ໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນອອກຈາກການ ກະທຳ ອັນຜະເດັດການທີ່ສຸດນີ້ ໂດຍ ພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດ ຄວາມສາມາດໃນການສຶກສາອົບ ຮົມສາລະວັດຕຳຫລວດ ແລະ ສາ ລະວັດທະຫານໃຫ້ເຂົ້າໃຈແຈ້ງ ຕໍ່ແນວທາງອັນຖືກຕ້ອງເປັນທຳ ຂອງແນວລາວຮັກຊາດ ພ້ອມນັ້ນ ກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້, ຄວາມໂຫດຮ້າຍສາມານ ຂອງລັດ ທິຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມ ການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ພ້ອມນີ້, ບັນດາຜູ້ນຳຍັງສະແດງ ອອກທາງດ້ານພຶດຕິກຳ ໃຫ້ສາລະ ວັດ ທີ່ຍາມຄຸກເຫັນໄດ້ທາດແທ້ ຄວາມເສຍສະລະຂອງນັກຮົບປະຕິ ວັດທີ່ມີຕໍ່ປະເທດຊາດ ແລະ ປະຊາ ຊົນ, ເຫັນເຖິງຄວາມອົດທົນ, ດຸໝັ່ນ ຂະຫຍັນພຽນດ້ວຍການອອກແຮງ ງານປູກຜັກ, ດອກໄມ້ຢູ່ອ້ອມຄຸກ ເມື່ອພືດຜົນງອກງາມພວກເພິ່ນ ກໍໝູນໃຊ້ວັດທະນະທຳ, ຮີດຄອງ ປະເພນີ, ຈິດຕະສາດ ຄືໄດ້ເກັບເອົາ ດອກໄມ້ທີ່ເບັ່ງບານໃຫ້ສາລະວັດ ຝາກຄອບຄົວໄປເຮັດບຸນວັດ, ບູຊາ ວັນສິນ, ວັນບຸນຕ່າງໆ; ອັນໄດ້ເຮັດ ໃຫ້ສາລະວັດເຫັນເຖິງຈິດໃຈທີ່ຮັກ ຫອມປະເທດຊາດຂອງບັນດາຜູ້ ນຳ ແລະ ພວກເຂົາກໍມີຄວາມເຊື່ອ ໝັ້ນ ແລະ ຈົ່ງຮັກພັກດີຕໍ່ຜູ້ນຳ ເຮັດ ໃຫ້ການຂົນຂວາຍ ເລີ່ມມີໝາກຜົນ, ສາມາດຜ່ານການທົດສອບຫລາຍ ຄັ້ງຄື: ສົ່ງຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວຝາກຈົດໝາຍນຳ ສາລະວັດມາໃຫ້ຜູ້ນຳໃນຄຸກກໍຮັບ ປະກັນຄວາມລັບ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ ພົວພັນທາງລັບລະຫວ່າງ ນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອ ຈະອອກຈາກຄຸກໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ. ເມື່ອແຜນການ ເປັນໄປຕາມເປົ້າໝາຍທີ່ຖືກກຳນົດ ໄວ້ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວ ລາວຮັກຊາດ ໄດ້ອອກຈາກຄຸກ ໂພນເຄັງ ໄປສູ່ເຂດທີ່ໝັ້ນ ຂອງ ການປະຕິວັດດ້ວຍຄວາມປອດໄພ ທຸກປະການ ເຫດການວິລະກຳດັ່ງກ່າວນີ້ແມ່ນ ໄຊຊະນະ ທີ່ແລກມາດ້ວຍຄວາມທຸກ ທໍລະມານ ແລະ ແສນລຳ ບາກນາໆປະການ ເຖິງວ່າຈະຖືກ ຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳ ນົນໂດຍເດັດຂາດ ອັນນີ້ ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງ ໃດມາປຽບປານກໍບໍ່ໄດ້. ໄຊຊະນະ ອັນພິລະອາດຫານໃນວິລະກຳຄັ້ງ ມະຫັດສະຈັນນີ້ ໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ ສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນດາທ່ານຜູ້ນຳອອກຈາກຄຸກໄດ້ ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊ ຊະນະຂອງການປະຕິວັດທີ່ບໍ່ມີການ ນອງເລືອດ ກໍຄືກາລະໂອກາດພັນປີ ມີເທື່ອໜຶ່ງ. (ເນ່ືອງໃນໂອກາດວັນລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ຄົບຮອບ 66 ປີ, ວັນທີ ່ືັຶິຸ່ັັູ້ັັົີັີ 24/5/1960-24/5/2026)

RkJQdWJsaXNoZXIy MTc3MTYxMQ==