gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/05/2026 xtgmf]k; ສູນກາງແນວລາວສ້າງຊາດ...ູ້ ຜົນການສໍາຫລວດພົນລະເມືອງ...ົໍົື ເປີດງານບຸນລາວ...ີຸ ພິທີວາງສີລາລຶກ...ິີີຶ ຮອງນາຍົກລັດຖະມົນຕີ...ົັົີ ຫວນຄືນເຫດການວິລະກຳ...ືິ ຂປລ. ງານບຸນລາວ ປະຈໍາປີ 2026 ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ພຶດສະພາ 2026, ທີ່ສວນສາທາລະນະ ໂຢໂຢງິ ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ໂດຍໄດ້ຮັບກຽດເຂົ້າ ຮ່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ຍີ່ປຸ່ນ, ທ່ານ ຊິມະດະ ໂທໂມອາກິ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ ນາງ ຊຶຈິຢະ ຊິນາໂກະ ປະທານສະມາຄົມມິດຕະພາບລັດ ຖະສະພາ ຍີ່ປຸ່ນ-ລາວ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ພ້ອມ ດ້ວຍທູຕານຸທູດຕ່າງປະເທດ ປະຈໍາ ຍີ່ປຸ່ນ, ແຂກຖືກເຊີນຈາກພາກສ່ວນ ຕ່າງໆທັງພາກລັດ ແລະ ເອກະຊົນ, ລວມທັງບັນດາຜູ້ສະໜັບສະໜູນ ຂອງຍີ່ປຸ່ນ, ສະມາຄົມລາວທີ່ປະ ເທດຍີ່ປຸ່ນ ແລະ ນັກສຶກສາລາວເຂົ້າ ຮ່ວມຢ່າງຄຶກຄື້ນ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານລາວກ່າວ ຄໍາປາໄສໃນພິທີເປີດງານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາ ຄັນຂອງງານບຸນລາວທີ່ໄດ້ຈັດຂຶ້ນ ເປັນປະຈໍາທຸກໆປີ ແລະ ຄັ້ງນີ້ແມ່ນ ຄັ້ງທີ14 ຊຶ່ງແມ່ນກິດຈະກໍາຮ່ວມມື ທີ່ສໍາຄັນລະຫວ່າງ ລາວ ແລະ ຍີ່ປຸ່ນ ເພື່ອໂຄສະນາເຜີຍແຜ່, ແລກປ່ຽນ ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງ ສປປ ລາວ ໃຫ້ແກ່ ພົນລະເມືອງຍີ່ປຸ່ນ ແລະ ຊາວຕ່າງ ປະເທດທີ່ອາໄສຢູ່ປະເທດຍີ່ປຸ່ນ ຊຶ່ງ ເປັນການຮັດແໜ້ນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຖານະຄູ່ ຮ່ວມຍຸດທະສາດຮອບດ້ານ, ພ້ອມ ທັງເປັນການແລກປ່ຽນວັດທະນະ ທໍາລະຫວ່າງປະຊາຊົນສອງປະເທດ ແລະ ຜູ້ເຂົ້າຮ່ວມງານບຸນດັ່ງກ່າວ. ການຈັດງານບຸນລາວ ປະຈໍາປີ 2026 ເກີດຂຶ້ນໄດ້ຍ້ອນການສະ ໜັບສະໜູນ, ການຮ່ວມມື ແລະ ການປະສານສົມທົບກັນຢ່າງໃກ້ຊິດ ລະຫວ່າງຂະແໜງການກ່ຽວຂ້ອງ ຂອງທັງສອງຝ່າຍລາວ ແລະ ຍີ່ປຸ່ນ ໂດຍສະເພາະການສະໜັບສະໜູນ ຂອງລັດຖະບານ ກໍຄື ກະຊວງການ ຕ່າງປະເທດຍີ່ປຸ່ນ, ສະມາຄົມມິດ ຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ແລະ ຄະນະກໍາມະການຈັດງານບຸນ ລາວ 2026. ພິເສດ, ໃນປີ 2026 ນີ້ ສົມເດັດ ເຈົ້າຍິງ ໂອໂກະ ແຫ່ງ ຍີ່ປຸ່ນ ໄດ້ໃຫ້ກຽດເຂົ້າຮ່ວມບຸນລາວເປັນ ຄັ້ງທໍາອິດພາຍຫລັງໄດ້ສະເດັດ ຢ້ຽມຢາມທາງການຢູ່ ສປປ ລາວ ໃນເດືອນພະຈິກ 2025 ຜ່ານມາ ແລະ ເປັນການຢ້ຽມຢາມທາງການ ຢູ່ຕ່າງປະເທດເປັນຄັ້ງທໍາອິດຂອງ ພະອົງ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈມາຍັງທຸກໆ ພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈ, ສະໜັບສະໜູນ ແລະ ຊ່ວຍເຫລືອ ຈັດງານບຸນລາວ ປະຈໍາປີ 2026 ນີ້ ໃຫ້ສໍາເລັດເປັນຢ່າງດີ. ພ້ອມທັງໄດ້ ເຊື້ອເຊີນແຂກງານ ແລະ ປະຊາຊົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດໃຫ້ຮູ້ວ່າ: ສູນສະຖິຕິແຫ່ງຊາດ, ກະຊວງການເງິນຍັງບໍ່ອະນຸຍາດໃຫ້ ເຜີຍແຜ່ຜົນການສໍາຫລວດເບື້ອງຕົ້ນ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ພົບປະກັບທ່ານ ຄິຮາຣະ ມິໂນຣຸ (KIHARA Minoru) ຫົວໜ້າເລຂາທິການລັດຖະບານ ຍີ່ປຸ່ນ ໃນວັນທີ 22 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ຍີ່ປຸ່ນ. ໃນໂອກາດເດີນທາງຢ້ຽມ ຢາມ ແລະ ເຂົ້າຮ່ວມພິທີເປີດງານ ບຸນລາວ ປະຈໍາປີ 2026 ທີ່ນະ ຄອນຫລວງໂຕກຽວປະເທດຍີ່ປຸ່ນ. ໃນໂອກາດນີ້, ທ່ານ ຄິຮາຣະ ມິໂນຣຸ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ເດີນທາງຢ້ຽມຢາມຍີ່ປຸ່ນ ຂອງຄະ ນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງ ທ່ານ ທອງສະຫວັນ ພົມວິຫານ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນດັ່ງກ່າວ, ພ້ອມທັງໄດ້ ນໍາເອົາຄວາມຢື້ຢາມຖາມຂ່າວຈາກ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄປ ຍັງທ່ານ ນາງ ທາກາອິຈິ ຊານາ ງານບໍລິສັດ ກຸ່ມກະສິກໍາລາວ ຈໍາ ກັດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີທ່ານບຸນຈັນກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ລາຍງານຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ ຂອງໂຄງການຊຶ່ງໂຄງການດັ່ງກ່າວ ມີເປົ້າໝາຍຕົ້ນຕໍຄື: ດ້ານການຜະລິດ ເນັ້ນຜະລິດຝຸ່ນອົງຄະທາດ-ຊີວະ ພາບທີ່ມີຄຸນນະພາບສູງ, ສາມາດ ຕອບສະໜອງໃຫ້ແກ່ຟາມຕົວແບບ ຂອງສູນກະສິກໍາສະອາດ, ຫົວໜ່ວຍ ທຸລະກິດ, ກຸ່ມຊາວກະສິກອນເປັນ ສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງ ອອກ. ທັງເປັນການຫລຸດຜ່ອນການ ນໍາເຂົ້າຝຸ່ຍເຄມີ ແລະ ຊີວະພາບຈາກ ຂປລ. ພິທີມອບ-ຮັບເຄື່ອງ ຊ່ວຍເຫລືອຈາກກຳມາທິການເຜີຍ ແຜ່ສິລະທຳ ແລະ ກຳມະຖານສູນ ກາງ ແລະ ກຳມາທິການສາທາລະ ນຸປະການສູນກາງອົງການພຸດທະ ສາສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ມອບໃຫ້ສູນກາງ ແນວລາວສ້າງຊາດ ຈັດຂຶ້ນວັນທີ 22 ພຶດສະພາ 2026 ທີ່ສຳນັກງານ ສູນກາງແນວລາວສ້າງຊາດ ຕາງ ໜ້າມອບໂດຍພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງອພສ, ຫົວໜ້າກຳມາທິການ ເຜີຍແຜ່ສິລະທຳ ແລະ ກຳມະ ຖານສູນກາງ ແລະ ພະອາຈານ ພົງສະຫວັນ ອານຸສິນ ຮອງຫົວໜ້າ ກຳມາທິການສາທາລະນຸປະການ ສູນກາງ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວ ສ້າງຊາດ, ມີພາກສ່ວນທີ່ກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ເຄື່ອງຈັກກອບປີເອກະ ສານ 1 ເຄື່ອງ, ແລັບທອບ 1 ເຄື່ອງ ແລະ ຄອມພີວເຕີໂນດບຸກ 4 ເຄື່ອງ ລວມມູນຄ່າ 100 ລ້ານກີບ ຊຶ່ງເຄື່ອງດັ່ງກ່າວ, ໄດ້ຈາກການ ປະກອບສ່ວນຂອງພະອາຈານ ແລະ ອອກຕົນຍາດໂຍມທີ່ມີໃຈສັດທາ ທີ່ເຫັນໄດ້ຄວາມສຳຄັນຂອງວຽກ ງານອັນຈຳເປັນຂອງສູນກາງແນວ ລາວສ້າງຊາດ ໂດຍສະເພາະວຽກ ງານສາສະໜາ ແລະ ວຽກງານບຸກ ຄະລາກອນ. ໂອກາດນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມ ຂອບໃຈມາຍັງພະອາຈານໃຫຍ່ທີ່ ໄດ້ນໍາເອົາເຄື່ອງຮັບໃຊ້ຫ້ອງການ ມາມອບໃຫ້ສູນກາງແນວລາວ ສ້າງຊາດຄັ້ງນີ້, ພ້ອມທັງຢືນຢັນ ວ່າຈະນໍາໃຊ້ເຄື່ອງທີ່ໄດ້ຮັບການ ຊ່ວຍເຫລືອຄັ້ງນີ້ ໃຫ້ເກີດປະໂຫຍດ ສູງສຸດ ແລະ ຕາມເຈດຕະນາລົມ ຂອງພະອາຈານທີ່ມີຕໍ່ວຽກງານ ອັນຈຳເປັນຂອງສູນກາງແນວລາວ ສ້າງຊາດ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າພະອາຈານ ຈະສືບຕໍ່ໃຫ້ ການຊ່ວຍເຫລືອສູນກາງແນວລາວ ສ້າງຊາດຕື່ມອີກ. ຂ້າລາຊະການໃນກົງຈັກລັດຖະບານປະສົມ ກໍຖືກຈັບເຊັ່ນດຽວກັນ ຊຶ່ງ ມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມ ມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນ ສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.ໃນໄລຍະ ເກືອບ 10 ເດືອນ ທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກຄົນສຳ ຄັນໆ ປະມານ 8 - 9 ຄົນ ຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກ ຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານ ພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດ ອອກຕັດສິນ ບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງ ເປັນເອກະພາບກັນ. ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງ ຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ທິດ ຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ ຕັດສິນການໂຕນຄຸກ”. ສຳລັບບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກຂັັງ ກໍຕາມແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງ ທາງ ເພື່ອໃຫ້ຫລຸດພົ້ນອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດໃນການສຶກສາ ອົບຮົມແກ່ສາລະວັດຕຳຫລວດ ແລະ ສາລະວັດທະຫານໃຫ້ເຂົ້າໃຈແຈ້ງ ຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍ ໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງລັດທິ ຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມ ການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນ ໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບ ທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ. ເມື່ອ ແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ເວລາທ່ຽງຄືນຂອງ ວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີ ອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມ ປອດໄພທຸກປະການ. ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະທີ່ແລກມາດ້ວຍຄວາມ ທຸກທໍລະມານ ແລະ ແສນລຳບາກນາໆປະການເຖິງວ່າຈະຖືກຈັບກຸມ ຄຸມຂັງກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳ ເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານ ກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄັ້ງມະຫັດສະ ຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກ ຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ສຳເລັດ. ນີ້ຄືວັນແຫ່ງ ໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດ ພັນປີມີເທື່ອໜຶ່ງ. ຍີ່ປຸ່ນ ກໍຄື ນັກທ່ອງທ່ຽວຕ່າງປະ ເທດຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອສໍາຜັດກັບວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງ ຊາດລາວ ກໍຄື ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຕ່າງໆຂອງ ສປປ ລາວ ແລະ ອວຍພອນໃຫ້ການຈັດງານ ບຸນດັ່ງກ່າວ ປະສົບຜົນສໍາເລັດຕາມ ຄາດໝາຍ. “ງານບຸນລາວປະຈໍາປີ2026” ແມ່ນຈັດຂຶ້ນໂດຍສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຮ່ວມກັບໂຮງຮຽນມັດ ທະຍົມຕອນປາຍນານາຊາດ ຊາກຸ ຣະ ແລະ ເພື່ອນມິດຂອງປະເທດ ລາວທີ່ປະເທດຍີ່ປຸ່ນ ຊຶ່ງຈະດໍາເນີນ ເປັນເວລາ 2 ວັນ ແຕ່ວັນທີ 23-24 ພຶດສະພາ 2026. ພາຍໃນງານ ບຸນລາວ ປີ 2026 ນີ້, ບັນດາຜູ້ເຂົ້າ ຮ່ວມຈະໄດ້ສໍາຜັດ ແລະ ຮັບຊົມ ການສະແດງສິລະປະວັນນະຄະດີ ຈາກຄະນະສິລະປະກອນຈາກລາວ, ຮີດຄອງປະເພນີ ແລະ ການນຸ່ງຖື ທີ່ເປັນເອກະລັກຂອງລາວ, ພ້ອມ ທັງຮັບປະທານ ແລະ ຊີມລົດຊາດ ອາຫານທີ່ມີຄວາມຫລາກຫລາຍ ແລະ ເປັນເອກະລັກຂອງ ສປປ ລາວ ອີກດ້ວຍ. ໃນໂອກາດຢ້ຽມຢາມຍີ່ປຸ່ນ ໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ຍັງໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນາງ ຊຶຈິຢະ ຊິນາ ໂກະ (Hon. Ms. TSUCHIYA Shinako) ປະທານສະມາຄົມ ມິດຕະພາບລັດຖະສະພາ ຍີ່ປຸ່ນລາວ ແລະ ທ່ານ ທາກະຮາຊິ ຊຸຊຸມຸ (Mr. TAKAHASHI Susumu) ປະທານສະມາຄົມມິດຕະພາບໄຊ ຕາມະ-ລາວ ແລະ ຄະນະ ເພື່ອເພີ່ມ ທະວີຮັດແໜ້ນການພົວພັນ ແລະ ການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ ກໍຄື ການຊຸກຍູ້ສົ່ງເສີມວຽກງານ ການທູດປະຊາຊົນ, ການໄປມາຫາ ສູ່ຂອງສອງອົງການນິຕິບັນຍັດ ແລະ ປະຊາຊົນສອງຊາດລາວ ແລະ ຍີ່ປຸ່ນ ອີກດ້ວຍ. ຂ່າວ: ກະຊວງການຕ່າງປະເທດ ເອະ ນາຍົກລັດຖະມົນຕີ ແຫ່ງຍີ່ປຸ່ນ. ທ່ານ ທອງສະຫວັນ ພົມວິຫານ ຍັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈມາຍັງລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອທີ່ມີປະສິດທິຜົນແກ່ສປປ ລາວ ຕະຫລອດໄລຍະຜ່ານມາອັນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຕົ້ນການພັດທະນາ ຊັບພະຍາກອນມະນຸດ, ພື້ນຖານ ໂຄງລ່າງ, ສາທາລະນະສຸກ, ກະ ສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ ໄຈກາ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ພິເສດ ແມ່ນການຊ່ວຍເຫລືອ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງ ແລະ ເຊື້ອເຊີນ ຝ່າຍຍີ່ປຸ່ນເຂົ້າຮ່ວມກອງປະຊຸມທົບ ທວນສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນທີ 3 (3RC CCM) ຊຶ່ງ ສປປ ລາວ ຈະເປັນເຈົ້າພາບໃນເດືອນກັນຍາ 2026 ທີ່ນະຄອນຫລວງວຽງຈັນ ແລະ ຍັງໄດ້ຕີລາຄາສູງຕໍ່ຜົນສໍາ ເລັດຂອງການຈັດກອງປະຊຸມສຸດ ຍອດ AZEC Plus ກ່ຽວກັບ ຄວາມເຂັ້ມແຂງດ້ານພະ ລັງງານ ໃນເດືອນເມສາ 2026 ຜ່ານມາ ແລະ ສະໜັບສະໜູນຂອບການ ຮ່ວມມື POWER Asia ທີ່ຍີ່ປຸ່ນ ໄດ້ສະເໜີໃນກອງປະຊຸມສຸດຍອດ AZEC Plus ດັ່ງກ່າວ. ໃນໂອກາດດຽວກັນນີ້, ສອງ ຝ່າຍຍັງໄດ້ຕີລາຄາສູງຕໍ່ຜົນສໍາ ເລັດການສະເຫລີມສະຫລອງວັນ ການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຮ່ວມກັນໃນປີ 2025 ຜ່ານມາ ແລະ ແມ່ນປີ ຄົບຮອບ 60 ປີ ທີ່ ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະ ໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຊຶ່ງເຕັມໄປດ້ວຍບັນຍາກາດ ຄຶກຄື້ນ ແລະ ມີເນື້ອໃນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ກໍຄື ການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີ ຄວາມສົນໃຈຮ່ວມກັນ. ຕ່າງປະເທດ. ສໍາລັບໂຄງການດັ່ງ ກ່າວ ມີເນື້ອທີ່ທັງໝົດ 4 ເຮັກຕາ ແລະ ມີກໍາລັງການຜະລິດປະມານ 100.000 ໂຕນ/ປີ ຊຶ່ງຄາດການ ໂຄງການດັ່ງຈະສໍາເລັດ ແລະ ເປີດ ດໍາເນີນການພາຍໃນທ້າຍປີ 2026 ນີ້. ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນທາງ ການ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍການນໍາທີ່ ກ່ຽວຂ້ອງໄດ້ຮ່ວມກັນວາງສີລາລຶກ ເພື່ອເປັນສິລິມຸງຄຸນໃຫ້ກັບໂຄງການ ສ້າງຕັ້ງໂຮງງານຝຸ່ນອົງຄະທາດຊີວະພາບ ອີກດ້ວຍ. ພາບ-ຂ່າວໂດຍ: ສອນເພັດ ສຸລິພອນ ຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດເນື່ອງ ຈາກຍັງຢູ່ໃນຂະບວນການກວດກາ, ຂັ້ນຕອນພິຈາລະນາ ແລະ ຮັບຮອງ, ຊຶ່ງຜົນການສໍາຫລວດເບື້ອງຕົ້ນທີ່ ໄດ້ລາຍງານ ແລະ ປຶກສາຫາລືໃນ ກອງປະຊຸມຄະນະຊີ້ນໍາລະດັບຊາດ ແລະ ຂັ້ນແຂວງ ຄັ້ງທີ V ໃນວັນທີ 30 ເມສາ 2026 ຜ່ານມາ ແມ່ນມີ ຈຸດປະສົງເພື່ອແລກປ່ຽນ ແລະ ປະ ກອບຄໍາເຫັນຈາກຄະນະຊີ້ນໍາລະດັບ ຊາດ ແລະ ແຂວງກ່ຽວກັບຈໍາ ນວນພົນລະເມືອງແບ່ງຕາມເພດ, ແຂວງ ແລະ ໝວດອາຍຸ, ອັດຕາ ການຂະຫຍາຍຕົວ ແລະ ສາເຫດ ຕົ້ນຕໍການເພີ່ມຂຶ້ນ ຫລື ຫລຸດລົງ ຂອງພົນລະເມືອງໃນຂອບເຂດທົ່ວ ປະເທດ ແລະ ຂັ້ນແຂວງແຕ່ບໍ່ແມ່ນ ຮັບຮອງ ເພື່ອເຜີຍແຜ່ທາງການ ອອກສູ່ສັງຄົມເທື່ອ. ບົນພື້ນຖານ ການປຶກສາຫາລື ແລະ ແລກປ່ຽນ ຂອງກອງປະຊຸມທ່ານຮອງນາຍົກ, ລັດຖະມົນຕີກະຊວງການເງິນ, ປະ ທານຄະນະຊີ້ນໍາລະດັບຊາດ ກໍໄດ້ ມີທິດຊີ້ນໍາຈະແຈ້ງຕໍ່ຜົນການສໍາ ຫລວດເບື້ອງຕົ້ນ ແລະ ມອບໃຫ້ສູນ ສະຖິຕິແຫ່ງຊາດ, ກະຊວງການເງິນ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງກ່ອນທີ່ ຈະຮັບຮອງ, ປະກາດນໍາໃຊ້ ແລະ ເຜີຍແຜ່ຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ, ຂໍ້ມູນພົນ ລະເມືອງທີ່ຍັງເປັນຜົນເບື້ອງຕົ້ນ ຂອງການສໍາຫລວດໄດ້ຖືກນໍາໄປ ເຜີຍແຜ່ອອກສູ່ສັງຄົມ ໂດຍຜ່ານສື່ ມວນຊົນບາງສຳນັກຂ່າວໃນຮູບ ແບບຕ່າງໆ (ໂດຍສະເພາະແມ່ນ ການນໍາສະເໜີກ່ຽວກັບຕົວເລກ ພົນລະເມືອງລວມ) ໃນໄລຍະຕົ້ນ ເດືອນພຶດສະພາ 2026 ຜ່ານມາ ນີ້, ສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ຊີ້ແຈງວ່າ: ຈໍານວນພົນ ລະເມືອງ 6,7 ລ້ານຄົນ ແມ່ນຈໍາ ນວນພົນລະເມືອງທີ່ມີໜ້າຢູ່ເປັນ ປະຈຳໃນ ສປປ ລາວ 6 ເດືອນຂຶ້ນ ໄປແຕ່ບໍ່ກວມເອົາຄົນລາວທີ່ອາໄສ ຢູ່ຕ່າງປະເທດ ເກີນ 6 ເດືອນຂຶ້ນ ໄປ. ການຂະຫຍາຍຕົວຂອງພົນ ລະເມືອງທຽບກັບປີ 2015 ຕ້ອງ ເອົາຈໍານວນພົນລະເມືອງລາວທັງ ໝົດໃນປີ 2025 (ພົນລະເມືອງມີ ໜ້າຢູ່ເປັນປະຈໍາໃນ ສປປ ລາວ 6 ເດືອນຂຶ້ນໄປ ແລະ ຄົນລາວທີ່ອາໄສ ຢູ່ຕ່າງປະເທດ ເກີນ 6 ເດືອນ). ດັ່ງນັ້ນ, ການສົມທຽບຈໍານວນ ພົນລະເມືອງທີ່ມີໜ້າເປັນປະຈຳ 6,7 ລ້ານຄົນ ທຽບໃສ 6,5 ລ້ານຄົນ ທັງໝົດ ໃນປີ 2015 ແມ່ນບໍ່ ສອດຄ່ອງຕາມຫລັກການໃນການ ສົມທຽບ. ຕໍ່ກັບທັດສະນະກ່ຽວກັບການ ຂະຫຍາຍຕົວຂອງພົນລະເມືອງ ຈາກຜົນການສໍາຫລວດເບື້ອງຕົ້ນ ໃນປີ 2025 (6,7 ລ້ານຄົນ) ທຽບໃສ່ການຄາດຄະ ເນໃນປີ 2024-2025 ກ່ອນການສໍາຫລວດ ໃນປີ 2024 (7,6 ລ້ານຄົນ) ແລະ 2025 (7,7 ລ້ານຄົນ) ບໍ່ຄວນຕີຄວາມໝາຍວ່າເປັນຂໍ້ ຜິດພາດໂດຍກົງຂອງຂໍ້ມູນ, ຕົວ ເລກຄາດຄະເນ ປີ 2024 ແລະ 2025 ແມ່ນໄດ້ມາຈາກການ ຄາດຄະເນພົນລະເມືອງລາວ ປີ 2015-2045 ໂດຍອີງໃສ່ຜົນການ ສໍາຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສ ຄັ້ງທີ V ປີ 2015 ແລະ ສົມມຸດຖານການເກີດ, ການຕາຍ ແລະ ການຍົກຍ້າຍໃນ 10 ປີ ທີ່ ຜ່ານມາແຕ່ສະພາບປັດຈຸບັນຕົວຈິງ ແມ່ນແຕກຕ່າງຈາກສົມມຸດຖານ ທີ່ຕັ້ງໄວ້. ດັ່ງນັ້ນ, ການປຽບທຽບ ຂໍ້ມູນດັ່ງກ່າວ, ຈຶ່ງບໍ່ສົມຄວນໃຫ້ ຂໍ້ສະຫລຸບວ່າພົນລະເມືອງລາວມີ ການຫລຸດລົງ. ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ ສື່ມວນຊົນ ແລະ ສັງຄົມ ກ່ຽວກັບ ຜົນເບື້ອງຕົ້ນຂອງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ V ປີ 2025 ແລະ ສົ່ງເສີມການນໍາໃຊ້ຂໍ້ມູນຢ່າງຖືກ ຕ້ອງສູນສະຖິຕິແຫ່ງຊາດ, ກະຊວງ ການເງິນ ໄດ້ຈັດກອງປະຊຸມປຶກສາ ຫາລື ແລະ ຊີ້ແຈງຜົນເບື້ອງຕົ້ນ ຂອງການສໍາຫລວດ ພ້ອມທັງປຶກ ສາຫາລືຖອດຖອນບົດຮຽນ ແລະ ການກະກຽມການເຜີຍແຜ່ຜົນສຸດ ທ້າຍກັບບັນດາສໍານັກຂ່າວອ້ອມ ຂ້າງສູນກາງ, ທັງນີ້ກໍເພື່ອແນໃສ່ ຫລີກລ້ຽງຄວາມຜິດພາດໃນການ ອອກຂ່າວກ່ຽວກັບຜົນການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ ອອກສູ່ສັງຄົມຢ່າງຖືກຕ້ອງ ແລະ ຊັັດເຈນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==