7282

25/05/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ mq [m;o7n odko9a f8A 'xt8y [a f 37'dkolt4k[a o ]k;{vq flt8ik]u w]ptmu III gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຄອສພ... ສສກ ນະຄອນຫລວງ... ເຜີຍແຜ່ ແລະ ຊຸກຍູ້ວຽກງານ...ີຸູ່້ ຂປລ. ກອງປະຊຸມຄະນະຮັບ ຜິດຊອບການຈັດຕັ້ງປະຕິບັດໂຄງ ການສະຖາບັນ ລາວ-ອົດສະຕຣາລີ ໄລຍະທີ III ປະຈໍາປີ 2026 ຈັດຂຶ້ນ ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຮ່ວມ ຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຄດ ກູດຟຣຸດ (Kate Goodfruit) ເລຂາໂທ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ທ່ານ ຣັອບ ກຣີນ (Rob Green) ຜູ້ອໍານວຍການສະຖາບັນລາວອົດ ສະຕຣາລີ ພ້ອມດ້ວຍກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້ ມີຄວາມສໍາຄັນເປັນຢ່າງ ຍິ່ງເນື່ອງຈາກເປັນໂອກາດດີທີ່ຈະ ໄດ້ຮ່ວມກັນທົບທວນ, ປຶກສາຫາລື, ວາງແຜນການເຄື່ອນໄຫວ ແລະ ກໍາ ນົດທິດທາງໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ້ໂຄງການໄລຍະ 3 ນີ້ ດໍາເນີນໄປຢ່າງມີປະສິດທິພາບ, ໂປ່ງໃສ ແລະ ບັນລຸຄາດໝາຍທີ່ ວາງໄວ້. ພ້ອມນີ້, ໃນເດືອນພະຈິກ ທີ່ ຈະມາເຖິງນີ້ ຈະໄດ້ມີການສະຫລຸບ ຄືນຜົນການຈັດຕັ້ງປະຕິບັດໃນໄລ ຍະຜ່ານມາ ແລະ ເຊື່ອໝັ້ນວ່າຜົນ ງານທີ່ຍາດມາໄດ້ແມ່ນມີຜົນສຳເລັດ ສູງ ພ້ອມກັນຊຸກຍູ້ໂຄງການໃຫ້ກ້າວ ໄປຂ້າງໜ້າຢ່າງມີໝາກຜົນໃນບັ້ນ ທ້າຍຂອງໄລຍະ 3 ນີ້. ໂຄງການສະຖາບັນ ລາວ-ອົດ ສະຕຣາລີ ໄລຍະຜ່ານມາໄດ້ມີ ສ່ວນຮ່ວມໃນການປະຕິບັດແຜນ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງສຶກສາທິການ ແລະ ກິລາ ຕິດພັນກັບການນໍາໃຊ້ເຄື່ອງ ມືໃນການປະເມີນຂີດຄວາມສາ ມາດ ແລະ ຄວາມພ້ອມພາຍໃນ ຂອງຂະແໜງການຕໍ່ການຜັນຂະ ຫຍາຍຍຸດທະສາດຂອງກົມຈັດ ຕັ້ງ, ການຄົ້ນຄວ້າມອບໝາຍໃຫ້ ພະນັກງານເຂົ້າຮ່ວມຝຶກອົບຮົມ ຕ່າງໆພາຍໃຕ້ໂຄງການໂດຍສະ ເພາະການສະໜອງທຶນການສຶກ ສາໃຫ້ນັກຮຽນໄປຮຽນຢູ່ປະເທດ ອົດສະຕຣາລີ ທີ່ເຂົ້າເຖິງນັກຮຽນ ກວ້າງຂວາງທົ່ວປະເທດ, ການ ສະໜັບສະໜູນທີ່ເຂັ້ມແຂງດ້ານການ ຊຸກຍູ້ການຈັດຕັ້ງປະຕິບັດຍຸດທະ ສາດການພັດທະນາຊັບພະຍາກອນ ມະນຸດແຫ່ງຊາດ (2016-2025) ເປັນຕົ້ນການສ້າງຂີດຄວາມສາ ມາດໃຫ້ແກ່ຄະນະກຳມະການພັດ ທະນາຊັບພະຍາກອນມະນຸດ ແລະ ກອງເລຂາຂອງບັນດາກະຊວງ ຂັ້ນສູນກາງ ແລະ ແຂວງ/ນະຄອນ ຫລວງ, ການສ້າງເຄື່ອງມືໃນການ ປະເມີນຂີດຄວາມສາມາດ ແລະ ຄວາມພ້ອມພາຍໃນຂອງຂະແໜງ ການຕໍ່ການຜັນຂະຫຍາຍຍຸດທະ ສາດ ແລະ ສ້າງເຄື່ອງມືຝຶກອົບຮົມ ສ້າງຂີດຄວາມສາມາດໃນການ ສ້າງຍຸດທະສາດພັດທະນາຊັບພະ ຍາກອນມະນຸດ 6 ໂມດູນ ແລະ ກຽມບຸກຄະລາກອນໃນການເປັນຄູ ຝຶກສືບຕໍ່. ພ້ອມດຽວກັນນີ້, ໂຄງການຍັງ ໄດ້ໃຫ້ການສະໜັບສະໜູນທາງ ດ້ານວິຊາການ ແລະ ງົບປະມານ ໃນຂະບວນການຄົ້ນຄວ້າປຶກສາ ຫາລືຮ່ວມກັບຂະແໜງການໃນການ ປະກອບຂໍ້ມູນ ແລະ ເນື້ອໃນເຂົ້າ ໃນຮ່າງຍຸດທະສາດການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດ (2026-2035) ໂດຍພື້ນຖານ ແລະ ມີການລິເລີ່ມສ້າງເວທີສົນ ທະນາປຶກສາຫາລືຮ່ວມຫລາຍ ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ, ຄູ່ຮ່ວມພັດທະນາກ່ຽວ ກັບວຽກງານການພັດທະນາຊັບ ພະຍາກອນມະນຸດປະຈໍາປີ. ນອກ ນັ້ນ, ຍັງມີວຽກທີ່ຕິດພັນກັບການ ສົ່ງເສີມບົດບາດ ຍິງ-ຊາຍ ແລະ ການມີສ່ວນຮ່ວມ, ການສ້າງຄວາມ ເຂັ້ມແຂງຂອງເຄືອຂ່າຍນັກສຶກສາ, ຝຶກອົບຮົມໄລຍະສັ້ນຢູ່ອົດສະຕຣາ ລີ, ຝຶກອົບຮົມພາສາອັງກິດ ແລະ ອື່ນໆທີ່ສໍາຄັນ. ໂຄງການສະຖາບັນ ລາວ-ອົດ ສະຕຣາລີ (LAI) ຖືເປັນໜຶ່ງໃນ ໂຄງການຮ່ວມມືຍຸດທະສາດທີ່ສໍາ ຄັນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາ ລີ ໃນການພັດທະນາຊັບພະຍາ ກອນມະນຸດ ຊຶ່ງເປັນປັດໄຈຕັດສິນ ຄວາມສໍາເລັດຂອງການພັດທະນາ ເສດຖະກິດ-ສັງຄົມ ແລະ ການຫັນ ເປັນທັນສະໄໝຂອງປະເທດຊາດ. ຂ່າວ: ສົງການ ພັນແພງດີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ແລະ ທ່ານ ພັນໂທ ຄຳພັນ ອິນລາວົງ ຕາງໜ້າຈາກກົມໂຮງຮຽນກົມໃຫຍ່ ເສນາທິການກອງທັບ ໂດຍໄດ້ຮັບ ການຕ້ອນຮັບ ແລະ ເຂົ້າຮ່ວມເປັນ ປະທານຂອງທ່ານ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການຫົວໜ້າ ການເມືອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ຫ້ອງສຶກສາ, ຄະນະກອງພັນ ແລະ ຄູ-ອາຈານ ເຂົ້າຮ່ວມ. ທ່ານ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງການ ສຶກສາໂຮງຮຽນໄດ້ລາຍງານກ່ຽວ ກັບຜົນການຈັດຕັ້ງການຮຽນ-ການ ສອນໃນໄລຍະຜ່ານມາ ພ້ອມທັງ ລາຍງານຄວາມຄືບໜ້າຂອງບັ້ນ ສອບເສັງພາກຮຽນທີ II ສົກຮຽນ 2025-2026 ທີ່ພວມດຳເນີນໄປ ຢ່າງມີລະບຽບ, ໂປ່ງໃສ ແລະ ເຂັ້ມ ງວດຕາມຫລັກການຂອງກະຊວງ ສຶກສາທິການ ແລະ ກິລາ ວາງ ອອກ. ພ້ອມກັນນັ້ນ, ຄະນະດັ່ງ ກ່າວ ຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອ ກະກຽມຄວາມພ້ອມສຳລັບການ ເປີດສູນສອບເສັງຊັ້ນ ມ7 ທີ່ຈະ ຈັດຂຶ້ນຢູ່ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບແຫ່ງນີ້, ໂດຍແຕ່ລະ ພາກສ່ວນໄດ້ລາຍງານຄວາມພ້ອມ ແລະ ປະກອບຄຳຄິດເຫັນໃນຫລາຍ ດ້ານເປັນຕົ້ນດ້ານງົບປະມານ, ອາ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ 6 ຂອງ ອົງຄະນະພັກ ຄະນະໂຄສະນາ ອົບຮົບສູນກາງພັກ ໃນວັນທີ 22 ພຶດສະພາ 2026 ທີ່ ຄອສພ ໂດຍ ມີທ່ານ ສາຄອນ ພົມມະລາດ ຮອງ ຫົວໜ້າຄະນະໂຄສະນາອົບຮົບສູນ ກາງພັກ ພ້ອມດ້ວຍຄະນະພັກ, ຫົວ ໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍ ໃນຄະນະໂຄສະນາອົບຮົມສູນກາງ ພັກເຂົ້າຮ່ວມ. ທ່ານ ສາຄອນ ພົມມະລາດ ໄດ້ ກ່າວວ່າ: ການເປີດຂະບວນການ ຄັ້ງນີ້, ເພື່ອໂຄສະນາເຜີຍແຜ່ຜົນ ງານການເຄື່ອນໄຫວວຽກງານ ໂຄສະນາອົບຮົມໃນສະໄໝທີ V ຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າໃຫ້ພະນັກງານ, ສະມາຊິກພັກ ແລະ ມະຫາຊົນໄດ້ ຮັບຮູ້-ເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ; ເພື່ອສຶກສາອົບຮົມ, ປຸກ ລະດົມຈິດໃຈພະນັກງານ-ສະມາຊິກ ພັກ ໃຫ້ມີຄວາມຕື່ນຕົວທາງການ ເມືອງ, ພ້ອມກັນອອກແຮງແຂ່ງຂັນ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຄອສພ ທີ່ຈະຈັດຂຶ້ນ ໃນມໍ່ໆນີ້ ແລະ ເພື່ອເປັນການສ້າງ ຂະບວນການໃຫ້ມີບັນຍາກາດຄຶກ ຄື້ນເບີກບານມ່ວນຊື່ນ, ທັງເປັນ ການເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີລະຫວ່າງພະນັກງານສະມາຊິກພັກ ໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ອັນເປັນ ກຳລັງແຮງປະກອບສ່ວນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ການເມືອງໃຫ້ບັນລຸຜົນສໍາເລັດຕາມ ຄາດໝາຍ. ໂອກາດນີ້, ທ່ານ ສາຄອນ ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນປັດໄຈ ສຳຄັນພື້ນຖານໃນການພັດທະນາ ເສດຖະກິດ-ສັງຄົມ. ໃນໄລຍະຜ່ານ ມາ, ລັດຖະບານ ສປປ ລາວ ໄດ້ ໃຫ້ສັດຕະຍາບັນແກ່ສົນທິສັນຍາ ສາກົນ ເຊັ່ນ: ສົນທິສັນຍາເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ເລກທີ 187 ວ່າດ້ວຍຂອບແຜນງານຄວາມ ປອດໄພ ແລະ ສຸຂະພາບແຮງງານ ເພື່ອຫັນເປັນນິຕິກຳ ແລະ ຈັດຕັ້ງ ປະຕິບັດໃຫ້ສອດຄ່ອງກັບສະພາບ ຕົວຈິງ ຊຶ່ງໃນໄລຍະ 2021-2025 ກະຊວງ ຮສສ ສາມາດສັງລວມ ຕົວເລກຜູ້ຜ່ານການກວດສຸຂະພາບ ແຮງງານໄດ້ທັງໝົດ 62.918 ຄົນ, ຍິງ 30.050 ຄົນ. ເຖິງຢ່າງໃດ ກໍຕາມ, ຕົວເລກນີ້ຍັງຖືວ່າມີໜ້ອຍ ຫລາຍເມື່ອທຽບໃສ່ຈຳນວນຜູ້ອອກ ແຮງງານທັງໝົດໃນທົ່ວປະເທດ. ສະນັ້ນ, ເພື່ອແນໃສ່ຈັດຕັ້ງປະຕິບັດ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ 5 ປີ (2026-2030), ກະຊວງ ຮສສ ໄດ້ກຳນົດຄາດໝາຍສູ້ຊົນ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະເປົ້າໝາຍການຝຶກ ອົບຮົມ: ຈະສຸມໃສ່ຝຶກອົບຮົມ ແລະ ແຕ່ງຕັ້ງພະນັກງານ/ໜ່ວຍງານ ຮັບຜິດຊອບດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ໃຫ້ໄດ້ 300 ຫົວໜ່ວຍທຸລະກິດ; ເປົ້າໝາຍການກວດສຸຂະພາບ: ຈະ ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດ ກາງ, ຂະໜາດໃຫຍ່ ແລະ ກຸ່ມສ່ຽງ ອັນຕະລາຍ ໃຫ້ໄດ້ຮັບການກວດ ສຸຂະພາບແຮງງານຢ່າງໜ້ອຍ 280 ຫົວໜ່ວຍ; ການປະຕິບັດກົດໝາຍ: ຜູ້ ອອກແຮງງານທຸກຄົນໃນຫົວໜ່ວຍ ທຸລະກິດ ແລະ ໂຄງການຕ່າງໆ ຕ້ອງໄດ້ຮັບການກວດສຸຂະພາບ ປະຈຳປີຢ່າງໜ້ອຍ 1 ຄັ້ງຕໍ່ປີ; ການຮ່ວມມື 3 ຝ່າຍ: ຮຽກຮ້ອງ ໃຫ້ຜູ້ຊ່ວຍວຽກ, ຜູ້ປະກອບການ (ບໍລິສັດ/ທະນາຄານ) ແລະ ຜູ້ອອກ ແຮງງານເຫັນໄດ້ເຖິງຄວາມສຳຄັນ ຂອງການກວດສຸຂະພາບ ເພື່ອຫລຸດ ຜ່ອນຄ່າໃຊ້ຈ່າຍ OSH ໄລຍະຍາວ ແລະ ປ້ອງກັນພະຍາດອາຊີບ. ພ້ອມ ທັງຍົກສູງຄຸນນະພາບສູນກວດ: ບັນດາສູນກວດສຸຂະພາບທີ່ໄດ້ຮັບ ອະນຸຍາດຕ້ອງຍົກສູງຄຸນນະພາບ, ເກັບກຳ ແລະ ລາຍງານຕົວເລກ ຢ່າງເປັນລະບົບໃຫ້ພາກລັດຢ່າງ ເປັນປົກກະຕິ. ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ຍັງໄດ້ຮຽກຮ້ອງໃຫ້ທຸກ ພາກສ່ວນທັງພາກລັດ, ສະພາການ ຄ້າ, ກຳມະບານ, ຫ້ອງການ ຮສສ ເມືອງ, ບັນດາບໍລິສັດ, ທະນາຄານ ແລະ ສູນກວດສຸຂະພາບແຮງງານ ຈົ່ງພ້ອມກັນເອົາໃຈໃສ່ຜັນຂະຫຍາຍ ແລະ ເຮັດໜ້າທີ່ວິຊາສະເພາະຂອງ ຕົນຢ່າງເຂັ້ມງວດ ເພື່ອຮັບປະກັນ ໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນ ສປປ ລາວ ມີປະສິດທິພາບສູງຂຶ້ນໃນຕໍ່ໜ້າ. ຄານສະຖານທີ່, ບຸກຄະລາກອນ, ການຈັດຄູ-ອາຈານຍາມຫ້ອງເສັງ ຕະຫລອດຮອດອຸປະກອນຮັບໃຊ້ ຕ່າງໆ ເພື່ອຮັບປະກັນໃຫ້ບັ້ນສອບ ເສັງດຳເນີນໄປດ້ວຍຜົນສຳເລັດ ແລະ ບັນລຸຜົນຕາມຄາດໝາຍ. ໂອກາດນີ້, ທ່ານ ພັນເອກ ຄຳສິງ ບຸດຈັນແພງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ ກອງປະຊຸມດັ່ງກ່າວ ພ້ອມທັງກ່າວ ສະແດງຄວາມຂອບໃຈມາຍັງການ ຈັດຕັ້ງ ກໍຄື ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ແລະ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ທີ່ໄດ້ ເອົາໃຈໃສ່ລົງຕິດຕາມ, ຊຸກຍູ້, ໃກ້ ຊິດຕິດແທດໃນຂົງເຂດວຽກງານ ການສຶກສາ ແລະ ໃຫ້ຄຳແນະນຳ ດ້ານຕ່າງໆໃນການກະກຽມເປີດສູນ ສອບເສັງ ຊັ້ນ ມ7 ຢູ່ໂຮງຮຽນວັດ ທະນະທຳຊົນເຜົ່າແຫ່ງນີ້, ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ ຄູ-ອາຈານ ກໍຄື ພະນັກງານ-ນັກຮົບ ຈົ່ງສືບຕໍ່ຍົກສູງ ຄຸນນະພາບການສຶກສາພ້ອມກັນນຳ ເອົາບັນດາເນື້ອໃນ, ທິດຊີ້ນຳຕ່າງໆ ນຳໄປຈັດຕັ້ງປະຕິບັດເຮັດໃຫ້ບັ້ນ ສອບເສັງພາກຮຽນທີ II ສົກຮຽນ 2025-2026 ນີ້ ໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍ. ຂ່າວ: ໂອລິນ ມິ່ງມີໄຊ ພົມມະລາດ ຍັງໄດ້ຮຽກຮ້ອງ ແລະ ປຸກລະດົມມາຍັງສະມາຊິກພັກ ແລະ ພະນັກງານ-ລັດຖະກອນທົ່ວອົງ ຄະນະພັກຄະນະ ຄອສພ ໃຫ້ສຸມໃສ່ 6 ວຽກສຳຄັນ ເພື່ອເຮັດໃຫ້ຂະບວນ ການຄັ້ງນີ້ ມີເນື້ອໃນເລິກເຊິ່ງ, ມີ ຊີວິດຊີວາ ແລະ ໄດ້ຮັບຜົນສໍາເລັດ ຢ່າງເປັນຮູບປະທຳຂຶ້ນຕື່ມເປັນຕົ້ນ ຍົກສູງສະຕິທາງການເມືອງ, ມີ ຄວາມໜັກແໜ້ນທຸ່ນທ່ຽງ, ເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນການນໍາພາຂອງ ຄະນະພັກ ຄອສພ; ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຕ້ານທຸກປະກົດການຫຍໍ້ທໍ້ ແລະ ພ້ອມກັນເປັນເຈົ້າການໃນການສືບຕໍ່ ປະຕິບັດໜ້າທີ່ວິຊາສະເພາະ; ແຕ່ລະ ຮາກຖານພັກ ສືບຕໍ່ອອກແຮງສ້າງ ຜົນງານ ເພື່ອເປັນອະນຸສອນຕ້ອນ ຮັບກອງປະຊຸມໃຫຍ່, ສືບຕໍ່ສຸມໃສ່ ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້; ເພີ່ມທະ ວີການປ້ອງກັນຄວາມສະຫງົບໃນ ຂອບເຂດຄວາມຮັບຜິດຊອບໃຫ້ ຮັບປະກັນ 100%; ສ້າງສະພາບ ແວດລ້ອມໃນເຂດສໍານັກງານຫ້ອງ ການແຕ່ລະບ່ອນໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ, ມີຄວາມສະ ອາດ, ຈົບງາມ; ທຸກພາກສ່ວນ ກໍຄື ສະມາຊິກພັກ-ພະນັກງານທົ່ວ ຄອສພ ຕ້ອງຮ່ວມແຮງຮ່ວມໃຈ ເປັນເຈົ້າການປະກອບສ່ວນໃນການ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ໃຫ້ມີຜົນສໍາເລັດຢ່າງສະຫງ່າງາມ. ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==