7268

gsfdko{dkora fmtok a xtgmf]k; ( 06/05/2026 xy fdkoc0j '0a ody ]kfvdxu dwdj mq j ;xtgmf -y '0a o mj koxtmko7totde,tdkoxq d7v'c0;'lts;a ootg0f vq 'dkoxq d7v'c0;'g-dv' wfh Ia [v5 xtdvoIa [.-h sh v'dko ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ຄະນະກຳມະ ການປົກຄອງ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ອອກແຈ້ງການ ຕໍ່ພໍ່ແມ່ປະຊາຊົນ ໃນຂອບເຂດບ້ານ ນາດ່ານ, ບ້ານນາຂາມ, ບ້ານຄີລີ ແລະ ເຂດໃກ້ຄຽງຢຸດການນໍາໃຊ້ ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ຢູ່ສາຍນໍ້າເຊໂດນມາບໍລິໂພກ ເນື່ອງ ຈາກເກີດສະພາບການຕາຍຂອງປາ ຈົນກວ່າເຫດການດັ່ງກ່າວ ຄືນສູ່ ສະພາບປົກກະຕິ. ແນກກະສິກຳແລະສິ່ງແວດລ້ອມ ແຂວງຈໍາປາສັກ ໄດ້ລາຍງານ ໃນ ວັນທີ 4 ພຶດສະພາ 2026 ກ່ຽວກັບ ການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍ້າເຊໂດນ ເຂດບ້ານນາ ດ່ານ, ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ວ່າ: ພາຍຫລັງ ທີ່ໄດ້ຮັບແຈ້ງຈາກຄະນະພັກອົງການປົກຄອງຂັ້ນທ້ອງຖິ່ນວ່າ ມີປາຕາຍຢູ່ສາຍນໍ້າເຊໂດນ ເຂດ ບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ, ໃນວັນທີ 2 ພຶດສະພາ 2026, ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບ ກັບຂະແໜງການທີ່ກ່ຽວຂ້ອງຂັ້ນ ພະແນກ ແລະ ຫ້ອງການກະສິກຳສິ່ງແວດລ້ອມ ເມືອງຊະນະສົມບູນ ຮ່ວມກັບ ອົງການປົກຄອງບ້ານໆ ນາດ່ານ, ບ້ານນາຂາມ ແລະ ບ້ານ ຄີລີ ເຂົ້າຮ່ວມ ໄດ້ລົງຕິດຕາມກວດ ກາສະພາບການຕາຍຂອງປາຕົວ ຈິງ ເຫັນວ່າປາຕາຍໃນໄລຍະ 2-3 ວັນຜ່ານມາ, ເຮັດໃຫ້ມີກິ່ນເໝັນ ແລະ ນໍ້າຂຸ່ນ. ອີງຕາມຄໍາໃຫ້ການຂອງຄະນະ ພັກ-ອົງການປົກຄອງບ້ານ ທີ່ໄດ້ ລົງຮ່ວມກັນ ໃຫ້ຂໍ້ມູນວ່າ: ປາເລີ່ມ ຕາຍແຕ່ວັນທີ 28 ເມສາ 2026 ຫາ ວັນທີ 2 ພຶດສະພາ 2026 ໂດຍບໍ່ ຮູ້ສາເຫດການຕາຍຂອງປາທີ່ຕາຍ ຟູຢູ່ຕາມແຄມນໍ້າໃນເຂດບໍລິເວນ 3 ບ້ານດັ່ງກ່າວ, ໃນບໍລິເວນ 3 ບ້ານ ແລະ ບ້ານໃກ້ຄຽງ ແມ່ນບໍ່ມີ ໂຮງງານອຸດສະຫະກຳ ແລະ ກິດຈະ ການຕ່າງໆ, ສ່ວນຫລາຍປະຊາຊົນ ໃນເຂດດັ່ງກ່າວແມ່ນເຮັດກະສິກໍາ ເຊັ່ນ: ປູກເຂົ້າ ແລະ ສວນຄົວຂະ ໜາດນ້ອຍ. ໃນການລົງຕິດຕາມ ກວດກາ ແລະ ເກັບກໍາຂໍ້ມູນຢູ່ພາກ ສະໜາມຕົວຈິງຄັ້ງນີ້ທາງວິຊາການ ໄດ້ນໍາໃຊ້ເຄື່ອງວັດແທກຄຸນນະພາບ ນໍ້າຂັ້ນພື້ນຖານ ເປັນຕົ້ນ ຄວາມເປັນ ກົດ-ດ່າງ, ຄ່າຊັກນໍາໄຟຟ້າຂອງ ນໍ້າ, ວັດແທກປະລິມານອອກຊີເຈນ ທີ່ຈໍາເປັນ, ອຸນຫະພູມຂອງນໍ້າ ແລະ ຕະກອນແຂວນລອຍທັງໝົດທີ່ ລະລາຍໃນນໍ້າ. ຜົນການວິໄຈ ໃນ 3 ຈຸດບ້ານນາດ່ານ, ນາຂາມ ແລະ ບ້ານຄີລີ ຄວາມເປັນກົດ-ດ່າງ 11,30, 10,16, 11,12, ຄ່າ ຊັກນໍາໄຟຟ້າຂອງນໍ້າ 114, 131, 131, ວັດແທກປະລິມານອອກຊີ ເຈນທີ່ຈໍາເປັນ 85,6 ລິດ, 152,6 ລິດ, 95,3 ລິດ, ອຸນຫະພູມຂອງ ນໍ້າ 31,13 ອົງສາ, 34,99 ອົງສາ, 33,02 ອົງສາ ແລະ ຕະກອນ ແຂວນລອຍທັງໝົດທີ່ລະລາຍ ໃນນໍ້າ 57 ລິດ, 55 ລິດ ແລະ 57 ລິດ. ຜ່ານຈາກການສັງເກດຄ່າ ວັດແທກນໍ້າທັງ 3 ຈຸດ ເຫັນວ່າ ຄ່າ ຄວາມເປັນກົດ-ດ່າງ ທັງ 3 ຈຸດ ແມ່ນຂຶ້ນສູງກວ່າເກນມາດຕະຖານ ສະແດງໃຫ້ເຫັນວ່າ ມີຄວາມເປັນ ດ່າງສູງຫລາຍ ຊຶ່ງຄ່າຄວາມເປັນ ນໍ້າປົກກະຕິແມ່ນຢູ່ປະມານ 5-9, ສາເຫດທີ່ຄ່າຄວາມເປັນດ່າງສູງ ອາດເກີດຈາກຫລາຍປັດໄຈ ເຊັ່ນ: ມີສານລະລາຍດ່າງເຂັ້ມຂຸ້ນເຈື່ອ ປົນ, ນໍ້າ ຫລື ສານລະລາຍນັ້ນ ມີ ສ່ວນປະສົມສານເຄມີທີ່ມີຄວາມ ເປັນດ່າງສູງ ເຊັ່ນ: ໂຊດຽມໄດຣອກ ໄຊ (ໂຊດາໄຟ), ແຄຊຽມໄດຣອກ ໄຊ (ປູນຂາວ) ຫລື ໂຊດຽມຄາບໍ ເນດ; ຈາກຂະບວນການທາງເຄມີ/ ອຸດສະຫະກໍາຈາກນໍ້າເປື້ອນທີ່ບໍ່ໄດ້ ຜ່ານການບໍາບັດຈາກໂຮງງານ ຫລື ການຟອກຍ້ອມ, ອຸນຫະພູມນໍ້າ ຈຸດບ້ານນາຂາມ ແລະ ຈຸດບ້ານຄີລີ ແມ່ນຂ້ອນຂ້າງສູງ ແຕ່ກໍບໍ່ສາມາດ ເຮັດໃຫ້ປາຕາຍໄດ້ ເນື່ອງຈາກນໍ້າ ເລິກເປັນບໍລິເວນກວ້າງ, ຄ່າວັດ ແທກປະລິມານອອກຊີເຈນທີ່ຈໍາ ເປັນ ຕ້ອງໃຊ້ໃນການລະລາຍສານ ອິນຊີ ດ້ວຍວິທີການທາງເຄມີ ເຫັນ ວ່າ ຈຸດບ້ານນາດ່ານ ແລະ ຈຸດບ້ານ ຄີລີ ແມ່ນມີຄ່າຕໍ່າກວ່າ ແລະ ຢູ່ໃນ ເງື່ອນໄຂປົກກະຕິ, ແຕ່ຈຸດບ້ານນາ ຂາມ ເຫັນວ່າສູງກວ່າ 120 mg/1 ຫລື ສູງປະມານ 32,6 mg/1 ແຕ່ ກໍບໍ່ສູງເກີນໄປ ຍັງເປັນຄ່າທີ່ຮອງ ຮັບໄດ້. ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ລາຍງານຕື່ມວ່າ: ຜ່ານການກວດກາຕົວຈິງ ເຫັນວ່າ ສະພາບການດັ່ງກ່າວ ມີຄວາມ ສ່ຽງຕໍ່ສຸຂະພາບຂອງຄົນ ແລະ ສັດ. ປັດຈຸບັນ, ຄະນະກຳມະການ ປົກຄອງເມືອງຊະນະສົມບູນ ໄດ້ ອອກແຈ້ງການ ເລກທີ 97/ຄປມ. ຊບ, ລົງວັນທີ 4 ພຶດສະພາ 2026 ໂດຍແນະນໍາໃຫ້ຄະນະພັກຮາກຖານ ຕາແສງ, ນາຍບ້ານ ແຈ້ງຕໍ່ພໍ່ແມ່ ປະຊາຊົນໃນຂອບເຂດບໍລິເວນດັ່ງ ກ່າວຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ ເອົາປາ ແລະ ສັດນໍ້າ ມາບໍລິໂພກ ຈົນກວ່າເຫດການດັ່ງກ່າວ ຄືນສູ່ ສະພາບປົກກະຕິ. ປັດຈຸບັນ, ພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ຍັງສືບຕໍ່ປະສານສົມທົບກັບ ກົມລ້ຽງສັດ ແລະ ການປະມົງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເພື່ອລົງ ຕິດຕາມກວດກາ-ເກັບຕົວຢ່າງນໍ້າ, ປາ ແລະ ສັດນໍ້າ ສົ່ງເຂົ້າໄປວິໄຈ ຢູ່ສູນວິໄຈຂອງສູນກາງເພື່ອຢັ້ງຢືນ ສາເຫດການຕາຍຂອງປາ ໃຫ້ລະ ອຽດຈະແຈ້ງເພື່ອແກ້ໄຂໃຫ້ເຫດ ການດັ່ງກ່າວຄືນສູ່ສະພາບປົກກະຕິ. ຂ່າວ: ທູນທອງໃຈ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ບໍລິສັດ ວັງ ຕັດມາຍນິງກຣຸບ ຈຳກັດ ໄດ້ນໍາ ເອົາຄອມພິວເຕີ ແລະ ເຄື່ອງປິ່ນ ເອກະສານ 16 ຊຸດ ລວມມູນຄ່າ 208 ລ້ານກີບ ມອບໃຫ້ອົງການ ປົກຄອງແຂວງເຊກອງ ເພື່ອນໍາ ໄປມອບຕໍ່ໃຫ້ 16 ຕາແສງໃນທົ່ວ ແຂວງ ນໍາໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານຕ່າງໆ ຂອງຕົນ. ພິທີມອບ-ຮັບຈັດຂຶ້ນໃນວັນທີ 4 ພຶດສະພາ 2026 ທີ່ຫ້ອງວ່າການ ແຂວງເຊກອງ ຕາງໜ້າມອບໂດຍ ທ່ານ ວິດທະຍາ ບໍລິວົງ ຕາງໜ້າ ບໍລິສັດ ວັງຕັດມາຍນິງກຣຸບ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ຂັນຕີ ສີລະວົງສາ ປະທານຄະນະກຳມະ ການປົກຄອງ ແຂວງເຊກອງ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຂັນຕີ ສີລະ g,n v'-totlq ,[6 o sh k,oe.-h oE c]t [= j .sh gvq kxk{la foE 16 j lkpoEg-3fo ,k[= ]y 3rd9q od;j k9tsklkgsfdko8kp0v'xk gzu pczj oy 8y de{xN ,76 j ,n dkorq [xt xt-k-q o .sh ll- c]t ll0 rkddk' c]t rkd.8h ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມເຜີຍ ແຜ່ນິຕິກໍາຂອງຄະນະປະຈໍາສະພາ ແຫ່ງຊາດ ແລະ ປຶ້ມຄູ່ມືການພົບປະ ປະຊາຊົນຂອງສະມາຊິກສະພາ ແຫ່ງຊາດ (ສສຊ) ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ສະມາຊິກ ສສຊ ແລະ ສສຂ ພາກ ກາງ ແລະ ພາກໃຕ້ ຈັດຂຶ້ນໃນວັນທີ 4 ພຶດສະພາ 2026 ທີ່ແຂວງຄໍາ ມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ກໍາມະການ ສູນກາງພັກ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ, ມີບັນດາສະພາ ປະຊາຊົນແຂວງ, ສະມາຊິກສະພາ ແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ຈາກ 9 ເຂດ ເລືອກຕັ້ງຄື: ວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ, ສາລະ ວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ຄໍາມ່ວນ ພ້ອມດ້ວຍວິທະຍາ ກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປ 2 ວັນ, ແຕ່ວັນທີ 4-5 ພຶດສະພາ 2026 ຊຶ່ງເນື້ອໃນທີ່ນໍາມາຄົ້ນຄວ້າ ໃນຄັ້ງນີ້ ລ້ວນແຕ່ເປັນນິຕິກຳທີ່ສໍາ ຄັນ ແລະ ຈຳເປັນຫລາຍ ເນື່ອງຈາກ ເປັນໝາກຫົວໃຈສໍາຄັນຂອງການ ປະຕິບັດໜ້າທີ່ການເປັນຕົວແທນ ຂອງປະຊາຊົນລາວບັນດາເຜົ່າ ເພື່ອ ເກັບກຳ, ສັງລວມຄວາມຄິດຄວາມ ເຫັນຂອງປະຊາຊົນນໍາໄປລາຍງານ ຕໍ່ພາກສ່ວນກ່ຽວຂ້ອງ ໄດ້ຮັບຮູ້ບັນ ຫາຕ່າງໆ, ກໍາໄດ້ສະພາບຄວາມ ຂັດຂ້ອງໝອງໃຈຂອງປະຊາຊົນ ແລ້ວນໍາໄປພິຈາລະນາແກ້ໄຂ ຢ່າງຖືກຕ້ອງ, ສອດຄ່ອງຕາມ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ໄດ້ກຳນົດ ຂັ້ນຕອນ, ຂະບວນການຕ່າງໆ ຂປລ. ເມື່ອມໍ່ໆມານີ້, ທີ່ສະໜາມ ຕີດອກປີກໄກ່ແຂວງສະຫວັນນະ ເຂດ ໄດ້ຈັດພິທີປິດການແຂ່ງຂັນ ກິລາດອກປີກໄກ່ທົ່ວປະເທດ ຊິງ ຂັນທ່ານປະທານຄະນະກຳມະການ ປົກຄອງ ແຂວງສະຫວັນນະເຂດ ລາຍການ “ Beerlao Badminton Super Series 2026”. ເຂົ້າຮ່ວມພິທີມີ ທ່ານ ນາງ ດາວ ວອນ ໄຊສຸລຽນ ກໍາມະການປະຈໍາ ພັກແຂວງ ປະທານຄະນະກໍາມະ ການປົກຄອງ ແຂວງສະຫວັນນະ ເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອ ໃນການພົບປະ ປະຊາຊົນຂອງ ສສຊ ແລະ ສສຂ. ເພື່ອຮັບປະກັນການ ພົບປະ ປະຊາຊົນຂອງ ສສຊ ແລະ ສສຂ ກໍຄືການຈັດຕັ້ງປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ. ກອງປະຊຸມ ຍັງໄດ້ຮັບຟັງສະ ພາບລວມວຽກງານການພົບປະ ປະຊາຊົນຂອງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ບັນດານິຕິກຳ ຕ່າງໆທີ່ກ່ຽວຂ້ອງ), ການລົງເລິກ ພົບປະ ປະຊາຊົນຂອງ ສສຊ ແລະ ສສຂ, ການໃຫ້ການສະໜັບສະໜູນ ວຽກງານພົບປະປະຊາຊົນ ຂອງ ສສຊ ແລະ ສສຂ. ພ້ອມດຽວກັນ ນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ຍົກສູງຄວາມຮັບຜິດຊອບ, ສຸມ ສະຕິປັນຍາເຂົ້າໃນການແລກປ່ຽນ ຄໍາຄິດເຫັນ ເພື່ອໃຫ້ເຂົ້າໃຈຢ່າງຈະ ແຈ້ງ ແລ້ວນໍາໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງຢ່າງປະດິດ ສ້າງ, ເໝາະສົມ ແລະ ສອດຄ່ອງ ກັບສະພາບຈຸດພິເສດຂອງແຕ່ລະ ແຂວງ. ຂ່າວ: ມະນີວັນ ແລັມປິກແຫ່ງຊາດລາວ, ມີຮອງ ປະທານສະຫະພັນກິລາດອກປີກໄກ່ ແຫ່ງຊາດ, ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ເຂົ້າຮ່ວມ. ທ່ານ ພຸດທະມີໄຊ ພັນທະນາ ໄລ ປະທານສະຫະພັນກິລາດອກ ປີກໄກ່ແຂວງສະຫວັນນະເຂດກ່າວ ວ່າ: ການແຂ່ງຂັນດັ່ງກ່າວ ໄດ້ ເປີດມາແຕ່ວັນທີ 30 ເມສາ ຫາ 3 ພຶດສະພາ 2026 ເຊິ່ງເຕັມໄປດ້ວຍ ບັນຍາກາດທີ່ເບີກບານມ່ວນຊື່ນ ແຫ່ງໄມຕີຈິດມິດຕະພາບຄວາມ ສາມັກຄີບົນພື້ນຖານລະບຽບກະຕິ ກາຂອງການແຂ່ງຂັນຮູ້ເສຍ ຮູ້ ຊະນະ ແລະ ຮູ້ໃຫ້ອະໄພ. ການ ແຂ່ງຂັນຄັ້ງນີ້ ປະກອບມີນັກກິລາ ເຍົາວະຊົນ ຄື: U13, U15, U17 ແລະ U19 ທັງປະເພດດ່ຽວ, ຄູ່ ແລະ ຄູ່ປະສົມ; ນັກກິລາທົ່ວໄປມີ ປະເພດດ່ຽວຊາຍ/ຍິງ, ຄູ່ຊາຍ/ຍິງ ແລະ ຄູ່ປະສົມ ແລະ ນັກກິລາສະໝັກ ຫລິ້ນ ເຊິ່ງສຸມໃສ່ນັກກິລາທີ່ມີອາຍຸ 18-50 ປີ ທີ່ບໍ່ແມ່ນນັກກິລາທີມ ຊາດ (ຫລື ອະດີດທີມຊາດອາຍຸ 35 ປີ ຂຶ້ນໄປ), ລວມມີ 12 ສະໂມສອນ ເຂົ້າຮ່ວມແຂ່ງຂັນໃນທົ່ວປະເທດ, ມີ ນັກກິລາທັງໝົດ 285 ຄົນ; ມີການ ຊິງໄຊເອົາລາງວັນລວມເປັນເງິນ ທັງໝົດ 145.500.000 ກີບ. ພິເສດ ຮຸ່ນສະໝັກຫລິ້ນ ແມ່ນນັກ ກິລາຈາກສະໂມສອນມຸກດາຫານ, ລາຊະອານາຈັກໄທ ກໍເປັນກຽດ ເຂົ້າຮ່ວມ. ການແຂ່ງຂັນດັ່ງກ່າວສຳລັບ ແຂວງສະຫວັນນະເຂດຍາດໄດ້ 1 ຫລຽນຄຳ, 4 ຫລຽນເງິນ, 9 ຫລຽນທອງແດງ. ວົງສາ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ທີ່ຍາມໃດກໍ ໄດ້ໃຫ້ການສະໜັບສະໜູນ ປະກອບ ສ່ວນຊຸກຍູ້ເຂົ້າໃນວຽກງານການ ພັດທະນາຂອງພັກ-ລັດ ໂດຍສະ ເພາະແຂວງເຊກອງ ພ້ອມທັງສັນຍາ ວ່າຈະນຳເອົາເຄື່ອງດັ່ງກ່າວນີ້ ໄປ ມອບໃຫ້ຕາແສງພາຍໃນແຂວງເຊ ກອງ ຢ່າງທົ່ວເຖິງ ເພື່ອນຳໃຊ້ເຂົ້າ ໃນວຽກງານຕາມຈຸດປະສົງທີ່ວາງ ໄວ້ ໃຫ້ເກີດປະໂຫຍດສູງສຸດ. ຂ່າວ: ອັດສະວິນ

RkJQdWJsaXNoZXIy MTc3MTYxMQ==