7268

08 xtgmf]k; 37ltok c]t [= ]y = dy ko 06/05/2026 k = ]y = dy k ໃນທ່າອ່ຽງການຂະຫຍາຍ ຕົວຂອງບໍລິການທາງດ້ານການ ເງິນດີຈີຕອນຢູ່ ສປປ ລາວ, ພຶດຕິກຳຄຸ້ມຄອງການເງິນຂອງ ຜູ້ຊົມໃຊ້ ກໍາລັງປ່ຽນແປງຢ່າງ ເຫັນໄດ້ຊັດ. ແທນທີ່ຈະຕ້ອງ ເພິ່ງພາອາໄສຈຸດບໍລິການແບບ ດັ້ງເດີມ, ຫລາຍຄົນເລີ່ມຕົ້ນ ຫັນມາຊອກບັນດາວິທີທີ່ງ່າຍ ດາຍ ແລະ ຍືດຍຸ່ນຫລາຍກວ່າ ເກົ່າ, ສາມາດເຮັດທຸລະກໍາໄດ້ ທັນທີເທິງໂທລະສັບມືຖື. ຄົນລາວເລີ່ມຕ� ນ “ຝາກເງ� ນເທິງມືຖື”: Umoney ເປ� ດບໍລິການ ເງ� ນຝາກອອນລາຍ ຮ� ວມມືກັບ ທະນາຄານ ລາວ-ຫວ�ດ ເພື່ອຕອບໂຈດຄວາມຕ້ອງ ການນີ້, ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney) ໄດ້ຮ່ວມມືກັບທະນາຄານ ຮ່ວມ ທຸລະກິດ ລາວ-ຫວຽດ(LVB) ເປີດໂຕບໍລິການ “ເງິນຝາກ ອອນລາຍ” ເທິງແອັບ Umoney. ຜະລິດຕະພັນນີ້, ຖືເປັນ ບາດກ້າວໃໝ່ໃນການເກັບອອມ ແລະ ສະສົມການເງິນສ່ວນບຸກ ຄົນ ຊ່ວຍໃຫ້ການຝາກເງິນມີ ຄວາມສະດວກ ແລະ ວ່ອງໄວ ພຽງບໍ່ເທົ່າໃດຂັ້ນຕອນ. ປະສົບການຝາກເງິນທີ່ງ່າຍ ດາຍ ແລະ ມີຄວາມຍືດຍຸ່ນ ດ້ວຍທິດທາງແນວຄວາມຄິດ ທີ່ວ່າ “ເພື່ອນຄູ່ໃຈດ້ານການ ອອມ-ທາງເລືອກໃໝ່ຂອງການ ອອມເງິນທີ່ງ່າຍກວ່າ”, ບໍລິການ ນີ້ຖືກອອກແບບມາເພື່ອເຮັດໃຫ້ ການຝາກເງິນກາຍເປັນເລື່ອງ ງ່າຍດາຍ ແລະ ເຂົ້າເຖິງໄດ້ ສຳລັບຜູ້ຊົມໃຊ້ທຸກຄົນ. ພຽງແຕ່ໃຊ້ແອັບ Umoney, ລູກຄ້າກໍສາມາດຝາກເງິນ ແລະ ເປີດ-ປິດບັນຊີຜ່ານລະບົບອອນ ລາຍທັງໝົດ ໂດຍບໍ່ຈຳເປັນຕ້ອງ ໄປທະນາຄານ ຫລື ປະກອບ ເອກະສານທີ່ຊັບຊ້ອນ. ຂະ ບວນການທັງໝົດແມ່ນມີຄວາມ ວ່ອງໄວ, ຊ່ວຍໃຫ້ຜູ້ຊົມໃຊ້ສາ ມາດຕິດຕາມ ແລະ ຄຸ້ມຄອງ ເງິນຝາກຂອງຕົນເອງໄດ້ທຸກ ທີ່ທຸກເວລາ. ຜະລິດຕະພັນດັ່ງກ່າວນີ້, ໄດ້ ກຳນົດເວລາການຝາກໄລຍະ ສັ້ນໃຫ້ເລືອກຫລາກຫລາຍເຊັ່ນ: 1 ເດືອນ, 3 ເດືອນ ແລະ 6 ເດືອນ ຊຶ່ງເໝາະສົມ ແລະ ສອດ ຄ່ອງກັບຄວາມຕ້ອງການໝູນ ວຽນນໍາໃຊ້ເງິນສົດໃນການດໍາ ລົງຊີວິດຕົວຈິງ. ດ້ວຍອັດຕາ ດອກເບ້ຍທີ່ສູງເຖິງ 9,5%/ປີ ຊຶ່ງເປັນການສ້າງໂອກາດສ້າງ ຜົນກໍາໄລໄດ້ຢ່າງຊັດເຈນໃນ ແຜນການຝາກເງິນໄລຍະສັ້ນ. ເຖິງແມ່ນວ່າ ຈັດຕັ້ງປະຕິບັດບໍ ລິການຜ່ານແພລັດຟອມດີຈິຕອນ, ແຕ່ຍອດເງິນຝາກທັງໝົດແມ່ນ ໄດ້ຮັບການຄຸ້ມຄອງ ແລະ ບັນທຶກ ຢູ່ໃນລະບົບທະນາຄານໂດຍກົງ, ຮັບປະກັນຄວາມໂປ່ງໃສ ແລະ ປອດໄພສໍາລັບທຸກໆທຸລະກຳ. ຝາກເງິນທຸກມື້, ມີໂອກາດລຸ້ນ ໂຊກລາງວັນໃຫຍ່ໃນທຸກເດືອນ ນອກຈາກຈະໄດ້ຜົນກໍາໄລຈາກ ອັດຕາດອກເບ້ຍແລ້ວ, ຜູ້ຊົມ ໃຊ້ທີ່ຝາກເງິນຜ່ານ Umoney ຍັງມີໂອກາດໄດ້ຮັບລາງວັນທີ່ມີ ມູນຄ່າສູງ. ໃນນັ້ນ, ທຸກໆທຸລະກຳການ ຝາກເງິນ ລ້ວນແຕ່ຈະໄດ້ຮັບສິດ ໃນການຮ່ວມລຸ້ນໂຊກເພື່ອຮັບ ລາງວັນໃຫຍ່ປະຈໍາເດືອນເຊັ່ນ: iPhone 17 Pro Max, iPad, Samsung Galaxy ແລະ ລາງວັນອື່ນໆອີກຫລາກຫລາຍ. ດ້ວຍມູນຄ່າລາງວັນລວມຫລາຍ ກວ່າ 100 ລ້ານກີບ, ແຄມເປນນີ້ ຄາດຫວັງວ່າ ຈະເຮັດໃຫ້ການ ອອມເງິນບໍ່ແມ່ນພຽງແຕ່ການ ສະສົມຜົນກໍາໄລເທົ່ານັ້ນ, ແຕ່ ຍັງກາຍເປັນປະສົບການທີ່ໜ້າ ຕື່ນເຕັ້ນ ແລະ ດຶງດູດໃຈ. ບາດກ້າວສຳຄັນໃນທ່າອ່ຽງ ດ້ານການເງິນດີຈິຕອນຢູ່ ສປປ ລາວການຮ່ວມມືລະຫວ່າງ Umoney ແລະ ທະນາຄານ ລາວ-ຫວຽດ ແມ່ນສະທ້ອນໃຫ້ ເຫັນເຖິງການຫັນປ່ຽນໄປສູ່ວິທີ ແກ້ໄຂບໍລິການທາງດ້ານການ ເງິນດີຈີຕອນຢູ່ ສປປ ລາວ. ການນຳເອົາບໍລິການເງິນ ຝາກຂຶ້ນມາໄວ້ເທິງແພລັດຟອມ ດີຈິຕອນ ຈະຊ່ວຍໃຫ້ຜູ້ຊົມໃຊ້ ໂດຍສະເພາະທີ່ຢູ່ເຂດຫ່າງໄກ ສອກຫລີກ ສາມາດເຂົ້າເຖິງ ບໍລິການທາງດ້ານການເງິນໄດ້ ງ່າຍຂຶ້ນ. ພຽງແຕ່ມີໂທລະ ສັບ ມືຖືທີ່ເຊື່ອມຕໍ່ອິນເຕີເນັດ, ປະ ຊາຊົນກໍ່ສາມາດຝາກເງິນ ແລະ ຄຸ້ມຄອງເງິນຝາກຂອງຕົນເອງ ໄດ້ໂດຍບໍ່ຈໍາເປັນຕ້ອງເດີນທາງ ໄປທີ່ທະນາຄານ. ນອກຈາກນີ້, ບໍລິການດັ່ງກ່າວ ຍັງປະກອບສ່ວນຊ່ວຍຂະຫຍາຍ ໂອກາດໃນການເຂົ້າເຖິງ ແລະ ສ້າງວິໄນລວມເຖິງພຶດຕິກຳ ຄຸ້ມຄອງການເງິນດ້ວຍຕົນເອງ ຢ່າງມີປະສິດທິພາບໃຫ້ກັບຊຸມ ຊົນເທື່ອລະບາດກ້າວ. ພ້ອມແລ້ວທີ່ຈະໃຫ້ທ່ານສໍາ ຜັດປະສົບການບໍລິການ “ເງິນ ຝາກອອນລາຍ” ເປີດໃຫ້ບໍລິ ການເທິງແອັບ Umoney ແລ້ວ, ຊ່ວຍໃຫ້ຜູ້ຊົມໃຊ້ສາມາດເລີ່ມຕົ້ນ ເສັ້ນທາງສະສົມການເງິນຂອງ ພວກເຂົາໃນວິທີການງ່າຍດາຍ ແລະ ສະດວກສະບາຍ ເໝາະສົມ ກັບຊີວິດທີ່ທັນສະໄໝ.

RkJQdWJsaXNoZXIy MTc3MTYxMQ==