7268

06/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ພາບປະກອບ ພາບປະກອບ ໂດຍ: ແສງສະຫວັນັ ໂດຍ: ເຂົ້າາ້ຈານນ້ຳົ້ຳ s];'rt[k' g,n v',= ]tfq d3]d 95 f\kpxkpmk'pvfoy pq ,0v'oa dmj v'mj P; ຂປລ. ເຖິງວ່າການສະເຫລີມ ສະຫລວງບຸນປີໃໝ່ລາວໄດ້ຜ່ານພົ້ນ ຂປລ. ຫລວງພະບາງ ສ້າງ ຕັ້ງຂຶ້ນກ່ອນໜ້ານີ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື່ເອີ້ນຫລາຍຄັ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ. ການທີ່ໃສ່ຊື່ເມືອງຫລວງພະບາງ ນັ້ນແມ່ນ ພະເຈົ້າຟ້າງຸ່ມມະຫາລາດ ໄດ້ນຳເອົາພະບາງ ຊຶ່ງເປັນອົງພະ ພຸດທະຮູບທີ່ສັກສິດ, ເປັນມິ່ງບ້ານ- ຂວັນເມືອງມາສະຖິດໄວ້ເມືອງຊຽງ ທອງ ໃນສະໄໝກ່ອນ ແລະ ດ້ວຍ ຄວາມສັດທາ-ເຊື່ອຖືຢ່າງແຮງກ້າ ຂອງປະຊາຊົນຊາວຫລວງພະບາງ ຈຶ່ງໄດ້ປ່ຽນຊື່ ເອີ້ນຂອງເມືອງຕາມຊື່ ຂອງອົງພະບາງ ເປັນ ເມືອງຫລວງ ພະບາງ ມາເຖິງທຸກວັນນີ້. ຍ້ອນ ເຄີຍເປັນເມືອງຫລວງເກົ່າຂອງ ອານາຈັກລາວລ້ານຊ້າງ, ຫລວງ ພະບາງ ຈຶ່ງຄວາມໂດດເດັ່ນທາງ ດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຊຶ່ງສະແດງ ອອກເຖິງວິຖີການດຳລົງຊີວິດ ຂອງຊາວເມືອງຫລວງພະບາງ xu .\j ]k; glp-u ;y f 23 7q o ph vov5 [a fgsf8k,mh v'4t|q o ໂດຍສະເພາະແມ່ນການສືບທອດ ຂະນົບທຳນຽມ, ຮີດຄອງປະເພ ນີ, ສິລະປະວັນນະຄະດີ, ການປຸກ ສ້າງອາຄານ-ສະຖານທີ່, ພະພຸດ ທະຮູບ, ການແຕ້ມ, ຄວັດ-ແກະ ສະຫລັກຕ່າງໆ, ລວມທັງການຮັກ ສາສິ່ງແວດລ້ອມ ຈຶ່ງເຮັດໃຫ້ຕົວ ເມືອງຫລວງພະບາງ ໄດ້ຮັບການ ຮັບຮອງຈາກອົງການອຸຍແນັສໂກ ໃຫ້ເປັນເມືອງມໍລະດົກຂອງໂລກ ນັບແຕ່ວັນທີ 9 ທັນວາ ປີ 1995 ມິດຕະພາບຂອງຊາວເມືອງ, ທີ່ມີ ຄວາມຍິ້ມແຍ້ມແຈ່ມໃສໂອບເອື້ອ ອາລີຕໍ່ແຂກທີ່ມາຢ້ຽມຢາມ, ມີຂະ ນົບທຳນຽມປະເພນີທີ່ງົດງາມ ຈຶ່ງ ເຮັດໃຫ້ຫລວງພະບາງ ເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວ ນາໆປະເທດ, ເປັນເມືອງທີ່ມີຄວາມ ອຸດົມສົມບູນທາງດ້ານສະຖານທີ່ ທ່ອງທ່ຽວຫລາຍທີ່ສຸດຂອງ ສປປ ລາວ ເຊິ່ງປະກອບມີແຫລ່ງທ່ອງ ທ່ຽວທັງໝົດ 228 ແຫ່ງ, ໃນນີ້ ມີ ແຫລ່ງທ່ອງທ່ຽວທາງທຳມະຊາດ 108 ແຫ່ງ, ແຫລ່ງທອງທ່ຽວທາງ ວັດທະນະທຳ 86 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດ 34 ແຫ່ງ. ເມື່ອທ່ານເດີນທາງມາ ຍັງຫລວງພະບາງ ສິ່ງທີ່ພາດບໍ່ໄດ້ ກໍຄື ການຂຶ້ນທ່ຽວຊົມພະທາດພູ ສີ ທີ່ຕັ້ງເດັ່ນສະຫງ່າຢູ່ກາງເມືອງ ຫລວງພະບາງ, ເມື່ອຂຶ້ນໄປແລ້ວ ທ່ານຈະສາມາດຫລຽວເຫັນທິວທັດ ທຳມະຊາດຂອງເມືອງຫລວງພະ ບາງ ໄດ້ຢ່າງເຕັມຕາ, ທ່ຽວຊົມວັດ ຊຽງທອງ ຊຶ່ງເປັນວັດທີ່ສວຍງາມ ທີ່ສຸດ, ຊົມຫໍພິພິທະພັນແຫ່ງຊາດ ຫລວງພະບາງ, ດຶມດຳ ກັບອາກາດ ບໍລິສຸດທີ່ນ້ຳຕົກຕາດກວາງຊີ, ທ່ຽວ ຊົມເຄື່ອງຫັດຖະກຳເຄື່ອງປັ້ນດິນ ເຜົາບ້ານຈ່ານ , ຊົມຫັດຖະກຳເຈ້ຍ ສາ ບ້ານຊ່າງຄ້ອງ, ລອງເຮືອຊົມ ຖ້ຳຕິ່ງ, ແລ້ວມາຢ້ຽມຊົມຕະຫລາດ ກາງຄືນ, ຕື່ນເຊົ້າມາໃສ່ບາດແຄມ ທາງ ແລະ ອືື່ນໆ ຊຶ່ງນີ້ກໍເປັນພຽງ ການແນະນຳກິດຈະກຳບາງສ່ວນ ທີ່ພາດບໍ່ໄດ້ເມື່ອທ່ານ ມາຍັງຫລວງ ພະບາງ ດິນແດນແຫ່ງອາລິຍະທຳ ແຫ່ງນີ້. ນອກຈາກຈະມີສະຖານທີ່ທ່ອງ ທ່ຽວທີ່ສວຍງາມຂຶ້ນຊື່ລະດັບໂລກ ແລ້ວ ຫລວງພະບາງ ຍັງມີສະຖານ ທີ່ພັກຜ່ອນຢ່ອນໃຈທີ່ສະດວກສະ ບາຍສະອາດຈົບງາມໄດ້ມາດຕະ ຖານສາກົນ ໄວ້ຄອຍຮອງຮັບແຂກ ທີ່ມາທ່ຽວຊົມຊຶ່ງຫລວງພະບາງ ມີ ໂຮງແຮມທັງໝົດ 90 ກວ່າແຫ່ງ, ເຮືອນພັກ 300 ກວ່າແຫ່ງ ແລະ ຮ້ານອາຫານ 300 ກວ່າແຫ່ງ, ມີ ບໍລິສັດທ່ອງທ່ຽວ 90 ກວ່າບໍລິສັດ. ສຳລັບໃນຕົ້ນປີ 2026 ຜ່ານມານີ້ ສປປ ລາວ ກໍໄດ້ຮັບລາງວັນມາດ ຕະຖານການທ່ອງທ່ຽວອາຊຽນທີ່ ຈັດຂຶ້ນຢູ່ປະເທດຟິລິບປິນ ໃນນັ້ນ ສປປ ລາວ ໄດ້ຮັບຫລາຍກວ່າ 20 ລາງວັນ ແລະ ແຂວງຫລວງພະ ບາງ ກໍເປັນອີກໜຶ່ງແຂວງທີ່ໄດ້ຮັບ ລາງວັນ ມາດຕະຖານໂຮງແຮມອາ ຊຽນຄື: ໂຮງແຮມເດິແກຣນຫລວງ ພະບາງ ແລະ ໂຮງແຮມຢູຫລວງພະ ບາງ; ມາດຕະຖານເມືອງທ່ອງທ່ຽວ ສະອາດອາຊຽນ ຄື: ນະຄອນຫລວງ ພະບາງ, ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຄື: ຫໍພິພິທະພັນ ແຫ່ງຊາດ ແຂວງຫລວງພະບາງ ເປັນລາງວັນສໍາລັບຜະລິດຕະພັນ ການທ່ອງທ່ຽວໃນຕົວເມືອງ ແລະ ລາງວັນປະເພດສະຖານທີ່ຈັດງານ ເທສະການ ຄື: ໂຮງແຮມເດິແກຣນ ຫລວງພະບາງ. ເຖິງແນວໃດກໍຕາມ, ຖ້າທ່ານ ໄດ້ໄປທ່ຽວຊົມດິນແດນເມືອງມໍລະ ດົກໂລກແຫ່ງນີ້ ເພື່ອໄປເປີດຫູເປີດ ຕາໃຫ້ຫາຍຈາກຄວາມເຄັ່ງຕຶງ, ຄວາມອິດເມື່ອຍນໍາວຽກນໍາງານ ກໍຢ່າລືມໄປຊີມລົດຊາດອາຫານ ພື້ນເມືອງແຊບໆ ອັນເປັນເອກະລັກ ສະເພາະຂອງແຂວງຫລວງພະ ບາງ ທີ່ມີຊື່ສຽງໂດ່ງດັງ ເຊັ່ນ: ເອາະ ຫລາມ, ແຈ່ວບອງ, ໄຄແຜ່ນ ແລະ ໄສ້ອົ່ວແຊບໆນໍາອີກ ຊຶ່ງທັງໝົດ ເຫລົ່ານີ້ ໄດ້ກາຍເປັນມົນສະເໜ່ ອັນໜຶ່ງທີ່ດຶງດູດຈິດໃຈບັນດານັກ ທ່ອງທ່ຽວອີກດ້ວຍ. ດັ່ງມີຄໍາຂວັນ ປະຈໍາຂອງແຂວງເວົ້າວ່າ: “ຫລວງ ພະບາງເມືອງງາມອາຮາມຮຸ່ງ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງ ທ່ຽວ ເມືອງກ້ຽວຄໍາຫວານ ຕໍານານ ເມືອງຂັບທຸ້ມ ງາມພູຕັ້ງກາງເມືອງ ເລືອງລືວັດທະນະທໍາ ເອາະຫລາມ ໃສ່ສະຄານ ງາມຊ່ວງເຮືອເດືອນ ເກົ້າວັດເກົ່າແກ່ມາກມີຕາດກວາງຊີ, ຖໍ້າຕິ່ງເປັນມິ່ງເມືອງມໍລະດົກໂລກ”. ໄປແລ້ວ ແລະ ຮັກສາໄດ້ຮີດຄອງ ປະເພນີ ອັນດີງາມຂອງຊາດໄດ້ເປັນ ຢ່າງດີ, ແຕ່ບັນຫາອຸບັດເຫດຕາມ ຖະໜົນແມ່ນບໍ່ສາມາດຫລີກເວັ້ນ ໄດ້ ອັນເຮັດໃຫ້ມີພາຫະນາເປ່ແພ, ບາດເຈັບ ແລະ ເສຍຊີວິດຫລາຍ ຄົນ. ສະເພາະການສະຫລອງບຸນ ປີໃໝ່ລາວ ພສ 2569 ລະຫວ່າງ ວັນທີ 12-18/04/2026 ນີ້, ທົ່ວ ປະເທດມີອຸບັດເຫດເກີດຂຶ້ນທັງໝົດ 228 ລາຍ, ບາດເຈັບ 362 ຄົນ, ເສຍຊີວິດ 23 ຄົນ ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາຫລຸດລົງ 85 ລາຍ, ບາດເຈັບຫລຸດລົງ 159 ຄົນ, ເສຍຊີວິດຫລຸດລົງ 3 ຄົນ. ອີງຕາມຕົວເລກອຸບັດເຫດຈາກ ກົມຕຳຫລວດຈະລາຈອນເມື່ອບໍ່ ດົນມານີ້ໃຫ້ຮູ້ວ່າ: ໄລຍະສະຫລອງ ປີໃໝ່ລາວ ພສ 2569 ລະຫວ່າງ ວັນທີ 12-18/04/2026 ທົ່ວ ປະເທດມີອຸບັດເຫດທັງໝົດ 228 ລາຍ, ບາດເຈັບ 362 ຄົນ, ເສຍ ຊີວິດ 23 ຄົນ. ໃນນີ້, ເກີດຫລາຍ ກວ່າໝູ່ແມ່ນນະຄອນຫລວງວຽງ ຈັນ 32 ລາຍ (ເສຍຊີວິດ 6 ຄົນ); ແຂວງວຽງຈັນ 31 ລາຍ (ເສຍ ຊີວິດ 2 ຄົນ); ສະຫວັນນະເຂດ 31 ລາຍ (ບໍ່ມີຜູ້ເສຍຊີວິດ); ຈຳ ປາສັກ 16 ລາຍ (ເສຍຊີວິດ 5 ຄົນ); ຫລວງພະບາງ 15 ລາຍ (ເສຍຊີວິດ 2 ຄົນ); ອັດຕະປື 14 ລາຍ (ບໍ່ມີຜູ້ເສຍຊີວິດ); ອຸດົມໄຊ 13 ລາຍ (ເສຍຊີວິດ 2 ຄົນ); ບໍລິ ຄຳໄຊ 13 ລາຍ (ບໍ່ມີຜູ້ເສຍຊີວິດ); ສາລະວັນ 13 ລາຍ (ເສຍຊີວິດ 1 ຄົນ); ຫລວງນ້ຳທາ 11 ລາຍ (ບໍ່ມີ ຜູ້ເສຍຊີວິດ); ຄຳມ່ວນ 8 ລາຍ (ເສຍຊີວິດ 2 ຄົນ); ຜົ້ງສາລີ 6 ລາຍ (ບໍ່ມີຜູ້ເສຍຊີວິດ); ເຊກອງ 5 ລາຍ (ບໍ່ມີຜູ້ເສຍຊີວິດ); ໄຊຍະ ບູລີ 4 ລາຍ (ເສຍຊີວິດ 2 ຄົນ); ບໍ່ແກ້ວ 4 ລາຍ (ບໍ່ມີຜູ້ເສຍຊີວິດ); ຫົວພັນ 4 ລາຍ (ບໍ່ມີຜູ້ເສຍຊີວິດ); ຊຽງຂວາງ 3 ລາຍ (ເສຍຊີວິດ 1 ຄົນ) ແລະ ແຂວງໄຊສົມບູນ 1 ລາຍ (ບໍ່ມີຜູ້ເສຍຊີວິດ). ນອກນີ້, ຍັງມີອຸບັດເຫດເກີດຂຶ້ນຢູ່ທາງດ່ວນ 2 ລາຍ (ບໍ່ມີຜູ້ເສຍຊີວິດ) ແລະ ຢູ່ ເຂດເສດຖະກິດພິເສດສາມຫລ່ຽມ ຄຳ 2 ລາຍ (ເສຍຊີ ວິດ 1 ຄົນ). ສຳລັບສາເຫດທີ່ພາໃຫ້ເກີດອຸ ບັດເຫດສ່ວນໃຫຍ່ເກີດຈາກດື່ມ ສິ່ງມຶນເມົາແລ້ວຂັບ, ຂັບໄວເກີນ ກຳນົດ, ບໍ່ປ່ອຍສິດ, ແຊງບໍ່ຮັບປະ ກັນ, ປ່ຽນທິດທາງ ແລະ ອື່ນໆ. ເປັນຕົ້ນມາ. ຄວາມເອກອ້າງທະນົງໃຈ, ຄວາມປິຕິຍິນດີແລະຄວາມພາກພູມ ໃຈຂອງປວງຊົນລາວທັງຊາດຕໍ່ ເມືອງມໍລະດົກ ຫລວງພະບາງນັ້ນ ບໍ່ໄດ້ເປັນພຽງຄຸນຄ່າທາງຈິດໃຈ ເທົ່ານັ້ນຫາກຍັງນໍາຊື່ສຽງ ແລະ ຖານະບົດບາດຂອງ ສປປ ລາວ ໃຫ້ຊາວໂລກໄດ້ຮັບຮູ້ ແລະ ໄດ້ເຫັນ ເມືອງຫລວງພະບາງ ທີ່ຕັ້ງຢູ່ທ່າມ ກາງສາຍນໍ້າຄານ ແລະ ແມ່ນໍ້າຂອງ ໂອບອ້ອມຫລໍ່ຫລອມໃຫ້ເປັນເອກະ ລັກແບບໜຶ່ງບໍ່ຄືໃຜໃນພາກເໜືອ ຂອງ ສປປ ລາວ. ພ້ອມນັ້ນ, ແຂວງ ຫລວງພະບາງ ເຕັມໄປດ້ວຍສະ ຖານທີ່ທ່ອງທ່ຽວທາງດ້ານທໍາມະ ຊາດ, ປະຫວັດສາດ, ວັດທະນະ ທໍາອັນດີງາມ ແລະ ວິຖີດໍາລົງຊີ ວິດແບບດັ້ງເດີມຂອງຊາວເມືອງ ເປັນຕົ້ນ: ວັດຊຽງທອງ, ວັດວິຊຸນ, ຫໍພິພິທະພັນຫລວງພະບາງ (ພະ ຣາຊະວັງເກົ່າ), ພະທາດພູສີ, ວັດ ໃໝ່, ວັດທາດຫລວງວັດແສນ, ວັດ ຊຽງແມນ, ວັດໂພນເພົາ, ຕະຫລາດ ກາງຄືນ, ຕະຫລາດເຊົ້າ, ຕະຫລາດ ໂພສີ, ສູນວາງສະແດງຊົນເຜົ່າ ວິທະຍາ, ສູນຫັດຖະກໍາ(ອອກພົບ ຕົກ), ສະໜາມກ໊ອບ ຫລວງພະ ບາງ, ບ້ານຜານົມ, ບ້ານຈ່ານ, ບ້ານ ຊ່າງໄຫ, ຖໍ້າຕິ່ງ (ປາກອູ), ຕາດ ກວາງຊີ, ແຄ້ມຊ້າງ, ຕາດແສ້, ໜອງຂຽວ-ເມືອງງອຍເກົ່າ ແລະ ອື່ນໆ. ໃນອະອີດ, ແຂວງຫລວງ ພະບາງ ເຄີຍເປັນນະຄອນຫລວງ ຂອງລາວ, ເປັນແຂວງທີ່ມີຈຸດພິເສດ ແຕກຕ່າງຈາກແຂວງອື່ນໆ ຊຶ່ງອຸດົມ ສົມບູນໄປດ້ວຍວັດວາອາຮາມປູສະ ນິຍະສະຖານ, ວັດຖຸບູຮານ ແລະ ສະຖາປັດຕະຍະກໍາອັນເກົ່າແກ່ຈົນ ກາຍເປັນຄັງສາງທີ່ມີຄວາມສໍາຄັນ ໃນການເກັບມ້ຽນ ແລະ ປົກປັກຮັກ ສາວັດຖຸສິ່ງຂອງເຫລົ່ານັ້ນໄວ້ ຊຶ່ງ ລວມທັງວັດທະນະທໍາ, ຮີດຄອງປະ ເພນີ ແລະ ແບບແຜນດໍາລົງຊີວິດກໍ ຍັງຄົງຮັກສາໄວ້ເປັນຢ່າງດີ. ປັດຈຸບັນຫລວງພະບາງ ນັບ ວ່າເປັນນະຄອນແຫ່ງມົນສະເໜ່ ຂອງນັກທ່ອງທ່ຽວເພາະແຂກທີ່ເດີນ ທາງມາຍັງດິນແດນແຫ່ງນີ້ ລ້ວມ ແຕ່ມີຄວາມປະທັບໃຈກັບໄມຕີຈິດ

RkJQdWJsaXNoZXIy MTc3MTYxMQ==