7259

22/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ (ເນ່ືອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ 25/4/1961-25/4/2026) ບົດສະເໜີ ©ດຍ ຄະນະ ບກ 65 xu csj 'dkolh k'8A 'lkprq ;ra odkom6 f ]ts;j k' lxx ]k;{lx 9u o ສຳລັບການຮ່ວມມື ລາວ-ຈີນ ໃນປີ 2025 ມີຫລາຍດ້ານພົ້ນ ເດັ່ນ, ໃນນີ້ ດ້ານການເມືອງ, ການ ນໍາພັກ-ລັດຂອງສອງປະເທດນັບ ແຕ່ລະດັບສູງສຸດຈົນຮອດລະດັບ ທ້ອງຖິ່ນໄດ້ຜັດປ່ຽນກັນແລກປ່ຽນ ການຢ້ຽມຢາມ ແລະ ພົບປະກັນ ຢ່າງເປັນປົກກະຕິ ເພື່ອແລກປ່ຽນ ບົດຮຽນທາງດ້ານທິດສະດີ, ພຶດ ຕິກໍາຕົວຈິງ ແລະ ສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນ ຂອບສອງຝ່າຍ ກໍຄື ໃນເວທີພາກ ພື້ນ ແລະ ສາກົນ ເຊິ່ງສໍາຄັນທີ່ສຸດ ແມ່ນການເດີນທາງຢ້ຽມຢາມຈີນ ຂອງທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວໃນຕົ້ນເດືອນ ກັນຍາທີ່ຜ່ານມາ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດອົງການຮ່ວມ ມືຊຽງໄຮ້ 2025, ລວມທັງເຂົ້າ ຮ່ວມກິດຈະກຳລະນຶກໄຊຊະນະສົງ ຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ແລະ ພົບປະກັບ ທ່ານ ສີຈິ້ນ ຜິງ, ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ການ ເດີນທາງມາຢ້ຽມຢາມລາວຂອງ ທ່ານຫວັງຮູ້ໜິງກຳມະການປະຈໍາ ກົມການເມືອງສູນກາງພັກ, ປະ ທານສະພາທີ່ປຶກສາການເມືອງທົ່ວ ປະເທດຈີນໃນຕົ້ນເດືອນທັນວາ, ນອກຈາກໄດ້ເຂົ້າຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/ 1975-02/12/2025) ທ່ານຍັງ ໄດ້ພົບປະກັບການນໍາຂັ້ນສູງພັກ- ລັດຂອງລາວຫລາຍທ່ານ ເພື່ອປຶກ ສາຫາລືກ່ຽວກັບການຮ່ວມມືຈີນ- ລາວໃນປັດຈຸບັນ ແລະ ໃນຕໍ່ໜ້າ. ດ້ານເສດຖະກິດ, ມາຮອດປີ2025, ຈີນຍັງສືບຕໍ່ຈັດຢູ່ອັນດັບ 1 ໃນຈໍາ ນວນ 53 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າມາລົງທຶນຢູ່ລາວ ໂດຍໄດ້ລົງ ທຶນຢູ່ຫລາຍຂະແໜງການ ເຊັ່ນ: ພະລັງງານ, ບໍ່ແຮ່, ການບໍລິການ, ກະສິກໍາ ແລະ ອື່ນໆ. ສ່ວນມູນຄ່າ ການຄ້າລະຫວ່າງ ລາວ-ຈີນ ມີທ່າ ອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າ ໃນປີ 2026 ຈະເພີ່ມຂຶ້ນຈໍານວນ ຫລາຍ ແລະ ຄາດວ່າອີກບໍ່ດົນຈີນ ຈະກາຍເປັນຄູ່ຄ້າທີ່ໃຫຍ່ອັນດັບ ໜຶ່ງຂອງລາວເພາະຍັງມີທ່າແຮງ ບົ່ມຊ້ອນຢ່າງຫລວງຫລາຍ. ຂະນະ ທີ່ປັດຈຸບັນ ລາວໄດ້ເຊັນສັນຍານ ເພື່ອເປີດຕະຫລາດສົ່ງອອກສິນຄ້າ ກະສິກຳໄປຈີນພາຍໃຕ້ເງື່ອນໄຂ ສຸຂານາໄມ ແລະ ສຸຂານາໄມພືດ ແລ້ວ40ກວ່າລາຍການແລະ ພວມ ສືບຕໍ່ເຈລະຈາເພື່ອສະເໜີໃຫ້ຝ່າຍ ຈີນ ພິຈາລະນາຕື່ມອີກຫລາຍລາຍ ການ. ດ້ານການຄົມມະນາຄົມຂົນ ສົ່ງ: ສອງປະເທດ ໄດ້ມີຜົນສໍາເລັດ ອັນຍິ່ງໃຫຍ່ ໂດຍສະເພາະການ ເປີດນໍາໃຊ້ ເສັ້ນທາງດ່ວນນະຄອນ ຫລວງວຽງວຽງຈັນ-ວັງວຽງແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຄົມມະ ນາຄົມຂົນສົ່ງຂອງ ສປປ ລາວ ກ້າວຂຶ້ນສູ່ອຸດສາຫະກໍາການຂົນ ສົ່ງທີ່ທັນສະໄໝ ແບບກ້າວກະໂດດ, ທັງປະກອບສ່ວນສໍາຄັນເຂົ້າໃນ ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ແລະ ການ ສ້າງປະຊາຄົມຮ່ວມຊາຕາກໍາ ຂອງ ມວນມະນຸດ ຂອງ ສປ ຈີນ ແລະ ສອດຄ່ອງກັບແຜນຍຸດທະສາດ ຂອງສປປລາວໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ການໄປ-ມາ ຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ ຄຽງ, ລວມທັງການຂົນສົ່ງສິນຄ້າ ມີຄວາມສະດວກສະບາຍ ແລະ ຂະ ຫຍາຍຕົວຂຶ້ນເປັນກ້າວໆ. ເສັ້ນ ທາງລົດໄຟລາວ-ຈີນ ໄດ້ກາຍເປັນ ຕົວແບບສໍາຄັນ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກາຍເປັນເສັ້ນທາງຄໍາ ທີ່ບໍ່ພຽງແຕ່ ສະເພາະ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ຫາກຍັງລວມເຖິງປະເທດ ໃກ້ຄຽງ ແລະ ພາກພື້ນຕື່ມອີກ. ອີກ ດ້ານໜຶ່ງທີ່ພົ້ນເດັ່ນ ແລະ ຄວນເວົ້າ ເຖິງນັ້ນ ແມ່ນການທີ່ ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມ ກໍ່ ສ້າງສູນການຮ່ວມມືດ້ານນະວັດຕະ ກຳ ປັນຍາປະດິດ (A*) ຢູ່ ສປປ ລາວ ເຊິ່ງເປັນການຕັດສິນໃຈທີ່ຖືກ ຕ້ອງ ແລະ ສອດຄ່ອງກັບຍຸກສະໄໝ ແຫ່ງເຕັກໂນໂລຊີ ທັນສະໄໝ ເພາະ ຈຸດປະສົງການສ້າງຕັ້ງສູນດັ່ງກ່າວ ແມ່ນເພື່ອຊ່ວຍປະເທດລາວ ສ້າງ ແບບຈຳລອງ A* ຂະໜາດໃຫຍ່ ຂອງຕົນເອງ ແລະ ຄວບຄຸມດ້ວຍ ຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງການ ແລະ ຮູບແບບການນຳໃຊ້ຕົວຈິງ, ຫລຸດ ຜ່ອນການອາໄສເຕັກໂນໂລຊີຕ່າງ ປະເທດ, ສ້າງພະລັງຂັບເຄື່ອນໃຫ້ ແກ່ຂົງເຂດກະສິກຳ,ການແພດແລະ ຂົງເຂດອື່ນໆ. ນອກຈາກນີ້, ການ ຮ່ວມມື ໃນຂົງເຂດການສຶກສາ-ວັດ ທະນະທໍາ, ສາທາລະນະສຸກ, ການ ທ່ອງທ່ຽວ ແລະ ຂົງເຂດອື່ນໆ ໄດ້ ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ແລະ ນັບມື້ກ້າວຂຶ້ນສູ່ບາດກ້າວໃໝ່ ທີ່ບໍ່ ເຄີຍມີມາກ່ອນ ໃນປະຫວັດສາດ ແລະ ປະກອບສ່ວນເພີ່ມເນື້ອໃນ ດ້ານວັດທະນະທໍາ ຂອງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນ ຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫລຸບລວມແລ້ວ ການພົວພັນ ຂອງ ລາວ-ຈີນ ໃນໄລຍະຊຸມປີຜ່ານ ມາ ແມ່ນມີຄວາມສະເໝີຕົ້ນສະເໝີ ປາຍ, ບົນພື້ນຖານຕ່າງຝ່າຍຕ່າງ ຊຸກຍູ້ ແລະ ໃຫ້ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເຊິ່ງສະແດງ ອອກໃຫ້ເຫັນໃນຂອດການຮ່ວມມື ຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດໃນໄລ ຍະຜ່ານມາ ຈົນເຖິງປັດຈຸບັນ ກໍ່ເປັນ ໄລຍະທີ່ຜັນຂະຫຍາຍ ໃຫ້ເກີດດອກ ອອກຜົນຫລາຍທີ່ສຸດ ເພື່ອໃຫ້ໄດ້ ຜົນປະໂຫຍດອັນສູງສຸດ ມາສູ່ສອງ ປະເທດ. ການເພີ່ມທະວີສາຍພົວພັນ ລະຫວ່າງສອງຊາດ ໄດ້ສະແດງ ອອກໃຫ້ເຫັນ ໃນຕົວເລກການຄ້າ ລະຫວ່າງສອງປະເທດ ທີ່ນັບມື້ນັບ ສູງຂຶ້ນ, ການແລກປ່ຽນສິນຄ້າ ລະ ຫວ່າງຊາຍແດນຫາຕົວເມືອງ ນັບ ມື້ນັບມີຄວາມຄຶກຄື້ນ, ການລົງທຶນ ຂອງນັກທຸລະກິດຈີນໃນລາວ ກໍ ມີຕົວເລກທີ່ກ້າວກະໂດດ, ການໄປ ມາຫາສູ່ລະຫວ່າງ ປະຊາຊົນສອງ ຊາດ ກໍມີຄວາມສະດວກສະບາຍ ຂຶ້ນເປັນກ້າວໆ. ຂປລ. ເມື່ອບໍ່ດົນມານີ້, ຫ້ອງ ການ ກະຊວງການເງິນ ໄດ້ຈັດກອງ ປະຊຸມເຜີຍແຜ່ເອກະສານຄຳແນະ ນຳ ກ່ຽວກັບການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນ ໄລຍະໃໝ່ (ສອຈ) ຂອງຂະແໜງ ການເງິນ ສະບັບເລກທີ 4941/ກງ, ລົງວັນທີ 30 ທັນວາ 2025 ໂດຍ ການເປັນປະທານຂອງ ທ່ານ ສົມ ຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ, ມີຄະນະກົມ ກ່ຽວຂ້ອງອ້ອມຂ້າງກະຊວງ, ພະ ແນກການເງິນນະຄອນຫລວງວຽງ ຈັນ, ພະແນກການເງິນແຂວງໃນ ແບບເຊິ່ງໜ້າ ແລະ ຮູບແບບທາງ ໄກ (ອອນລາຍ). ກອງປະຊຸມຄັ້ງນີ້, ເພື່ອສ້າງ ຄວາມຮັບຮູ້ແລະ ເຂົ້າໃຈເຮັດໃຫ້ພະ ນັກງານ-ລັດຖະກອນ ໃນຂະແໜງ ການເງິນກໍາໄດ້ເນື້ອໃນຈິດໃຈກ່ຽວ ກັບການສ້າງພື້ນຖານເສດຖະກິດທີ່ ເຂັ້ມແຂງ, ຫລຸດຜ່ອນການເພິ່ງພາ ຈາກພາຍນອກ ແລະ ເພີ່ມທະວີການ ກຸ້ມຕົນເອງທາງດ້ານງົບປະມານ; ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດ ຜັນຂະຫຍາຍເນື້ອໃນຄຳແນະ ນຳ 4941/ກງ ເຂົ້າສູ່ແຜນວຽກຈຸດ ສຸມຂອງແຕ່ລະກົມກອງ, ໂດຍສະ 0tc|'dkog'o gzu pczj 7ecotoedko9a f8A 'xt8y [a f lv9 y ເພາະແມ່ນການຂຸດຄົ້ນລາຍຮັບບົ່ມ ຊ້ອນ, ການຄຸ້ມຄອງລາຍຈ່າຍຢ່າງ ມັດທະຍັດແລະການຫັນເປັນທັນສະ ໄໝ ແລະ ສ້າງຄວາມເປັນເອກະ ພາບ ເສີມຂະຫຍາຍຄວາມຮັບຜິດ ຊອບ ແລະ ຄວາມເປັນເຈົ້າການ ຂອງພະນັກງານ-ລັດຖະກອນ ຂະ ແໜງການເງິນ ເພື່ອຜ່ານຜ່າຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ທີ່ພວກເຮົາພວມຜະເຊີນຢູ່. ຂະນະທີ່ ທ່ານ ສົມຈິດ ຄຳມຸງ ຄຸນ ຫົວໜ້າຫ້ອງການ ໄດ້ມີຄຳເຫັນ ວ່າ: ເພື່ອຈັດຕັ້ງປະຕິບັດມະຕິ ຂອງ ກົມການ ເມືອງສູນກາງພັກວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທັງເປັນການສືບຕໍ່ຜັນຂະຫຍາຍ ທິດທາງການສ້າງເສດຖະກິດຕະ ຫລາດ ຕາມທິດສັງຄົມນິຍົມໃນ ເງື່ອນໄຂ, ຈຸດພິເສດ, ທ່າແຮງບົ່ມ ຊ້ອມຂອງ ສປປ ລາວ, ພັດທະນາ ເສດຖະກິດເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແນໃສ່ຮັບປະກັນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ແມ່ນການສ້າງຄວາມເຂັ້ມ ແຂງຮອບດ້ານຂອງ ສປປ ລາວ ເຮົາ. ສຳລັບຂະແໜງການເງິນແມ່ນ ດ່ານໜ້າທີ່ສຳຄັນທີ່ສຸດ. ຖ້າການ ເງິນບໍ່ເຂັ້ມແຂງ, ງົບປະມານບໍ່ກຸ້ມ ຕົນເອງ, ການຈະສ້າງເສດຖະກິດ ເອກະລາດ ກໍຈະເປັນໄປໄດ້ຍາກ. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຮັບ ຟັງການປະກອບຄຳຄິດເຫັນຈາກ ບັນທ່ານຜູ້ຕາງໜ້າຈາກພະແນກ ການເງິນບັນດາແຂວງ, ນະຄອນ ຫລວງວຽງຈັນ ແລະ ຂະແໜງສາມ ສາຍຕັ້ງຕື່ມອີກ. ຂອບເຂດທົ່ວປະເທດ ແລະ ສາມ ສາຍຕັ້ງ ພ້ອມດ້ວຍຫົວໜ້າຂະແໜງ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງ ປະຊຸມດັ່ງກ່າວ ແມ່ນໄດ້ຈັດໃນຮູບ

RkJQdWJsaXNoZXIy MTc3MTYxMQ==