7259

22/04/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ເສັ້ນທາງລົດໄຟ ແລະ ອື່ນໆ ເພື່ອ ຮັບປະກັນມາດຕະຖານການແລ່ນ ຄະນະຜູ້ແທນລາວ... ສູນຄຸ້ມຄອງ... ຫາລືໃນການຈັດລຽງ... ການນຳກະຊວງ ກສ... ສສກ... ແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ ໄດ້ຮັບການສ້າງ ແລະ ປັບປຸງສໍາເລັດຕາມແຜນການ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X** ຂອງ ພັກ ໃຫ້ເປັນກົດໝາຍທີ່ຮັບໃຊ້ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ແນໃສ່ເຮັດໃຫ້ ການສ້າງ ແລະ ປັບປຸງກົດໝາຍ ກາຍເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ, ການສ້າງລັດປະຊາທິປະໄຕປະຊາ ຊົນລາວໃຫ້ກາຍເປັນລັດທີ່ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ເທື່ອລະກ້າວ. ໂອກາດນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການ ກົດໝາຍ ແລະ ຍຸຕິທຳ ສະພາແຫ່ງ ຊາດ ໄດ້ລາຍງານການກະກຽມ ຄວາມພ້ອມຮ່າງກົດໝາຍທີ່ຈະນຳ ເຂົ້າພິຈາລະນາໃນກອງປະຊຸມສະ ໄໝວິສາມັນ ແລະ ສະໄໝສາມັນ ປະຈຳປີຂອງສະພາແຫ່ງຊາດ ຊຸດ ທີ X ໂດຍໄດ້ສະເໜີໃຫ້ພາກສ່ວນ ກ່ຽວຂ້ອງເອົາໃຈໃສ່ວຽກງານ ປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍທີ່ປະກາດໃຊ້ໄປແລ້ວ ກໍຄື ການປະເມີນຕີລາຄາຄຸນນະພາບ ໃນການສ້າງກົດໝາຍທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ; ເພີ່ມທະວີ ຄວາມຮັບຜິດຊອບໃນການປະຕິບັດ ກົດໝາຍວ່າດ້ວຍການສ້າງນິຕິກຳ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ; ຄົ້ນຄວ້າ, ວິເຄາະວິໄຈໃຫ້ລະອຽດ ເລິກເຊິ່ງເຖິງເຫດຜົນ ແລະ ຄວາມ ຈຳເປັນຂອງການປັບປຸງກົດໝາຍ ຕາມທິດຫັນໄປສູ່ຄຸນນະພາບ ເພື່ອ ເຮັດໃຫ້ກົດໝາຍມີຄວາມສັກສິດ; ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກ ງານໂຄສະນາເຜີຍແຜ່ກົດໝາຍ ລວມທັງການຈັດສັນງົບປະມານ ໃຫ້ແກ່ການສ້າງ, ການປັບປຸງ ແລະ ການໂຄສະນາເຜີຍແຜ່ກົດໝາຍ ເຂົ້າໃນແຜນງົບປະມານແຫ່ງລັດ; ປັບປຸງກົນໄກການປະສານງານໃນ ວຽກງານສ້າງ ແລະ ປັບປຸງກົດ ໝາຍລະຫວ່າງສະພາແຫ່ງຊາດ ກັບພາກສ່ວນກ່ຽວຂ້ອງໃຫ້ມີຄວາມ ກົມກຽວ, ຄ່ອງຕົວກວ່າເກົ່າຕາມ ກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ. ກອງປະຊຸມປຶກສາຫາລືຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເລືອກເຟັ້ນ ຮ່າງກົດໝາຍທີ່ຜ່ານການທາບທາມ ແລ້ວ, ກົດໝາຍທີ່ກຳລັງດຳເນີນ ການຄົ້ນຄວ້າ ແລະ ກົດໝາຍອື່ນ ທີ່ມີຄວາມຈຳເປັນຮີບດ່ວນຕິດພັນ ການພັດທະນາເສດຖະກິດ-ສັງຄົມ ທີ່ອົງການຂອງຕົນ ເ ຫັນວ່າມີ ຄວາມກຽມພ້ອມແລ້ວສາມາດນຳ ສະເໜີເຂົ້າກອງປະຊຸມສະໄໝວິ ສາມັນຂອງສະພາແຫ່ງຊາດ ເພື່ອ ພິຈາລະນາຮັບຮອງເອົາ. ຂ່າວ: ອາລິນ ສຸພິມມະປະດິດ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງທ່ານລິນຄຳດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນແຂວງວຽງຈັນ, ມີປະ ທານ-ຮອງປະທານປົກຄອງຈາກ ນະຄອນຫລວງວຽງຈັນ, ແຂວງ ວຽງຈັນ, ໄຊສົມບູນ ແລະ ແຂວງ ບໍລິຄຳໄຊ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ເນັ້ນໜັກວ່າ: ປ່າສະຫງວນແຫ່ງ ຊາດພູພະນັງ ແລະ ອຸທິຍານແຫ່ງ ຊາດພູເຂົາຄວາຍ ແມ່ນເຂດຍຸດທະ ສາດທີ່ສຳຄັນທີ່ມີບົດບາດຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ລະ ບົບນິເວດ, ສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂອງບັນດາແຂວງ ໃກ້ຄຽງ ແລະ ນະຄອນຫລວງວຽງ ຈັນ. ຢ່າງໃດກໍຕາມ, ໃນປີ 2026 ສ້າງການປະຕິບັດການຄຸ້ມຄອງ ຄວາມສະເໝີພາບຍິງ-ຊາຍ ໃນ ວັນທີ 20 ເມສາ 2026 ຢູ່ເມືອງ ວັງວຽງ ແຂວງວຽງຈັນ ໂດຍເປັນ ປະທານຂອງທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກ ຄະນະກຳມາທິການເພື່ອຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ມະຫາວິທະຍາໄລ ແຫ່ງຊາດ, ວິທະຍາໄລຄູ ແລະ ຜູ້ ຊ່ຽວຊານແຜນງານບີຄວາ ເຂົ້າຮ່ວມ. ທ່ານ ພິມມະສອນ ສີສະອາດ ໄດ້ ໃຫ້ຮູ້ວ່າ: ພະແນກຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ ກຳນົດຄວາມຕ້ອງການເຄື່ອງມືທີ່ ໃຊ້ໄດ້ງ່າຍ ແລະ ໃຊ້ໄດ້ຈິງ ເພື່ອ ຫັນປ່ຽນວັດທະນະທຳໃນບ່ອນເຮັດ ວຽກຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ເຄື່ອງ ມື GEM ຈະຊ່ວຍໃຫ້ພະແນກການ ຍ່ອຍຕ່າງໆຂອງ ສສກ, ວິທະຍາໄລ ຄູ, ສຶກສາທິການ ແລະ ກິລາແຂວງ, ເມືອງປະເມີນການປະຕິບັດໜ້າ ວຽກຂອງຕົນ, ໃນການພັດທະນາ ແຜນປະຕິບັດງານ ແລະ ແກ້ໄຂ ຂໍ້ຫຍຸ້ງຍາກ ເພື່ອສົ່ງເສີມການມີ ສ່ວນຮ່ວມຂອງແມ່ຍິງ ໃນການ ເປັນຜູ້ນຳ. ພ້ອມນີ້, ທ່ານຍັງຮຽກ ຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຊ່ວຍກັນປະກອບຄຳເຫັນຢ່າງ ກົງໄປກົງມາ, ມີສ່ວນຮ່ວມດ້ວຍ ຄວາມເອົາໃຈໃສ່ ແລະ ຮັບຟັງຢ່າງ ລະອຽດ. ພວກເຮົາຈະຮ່ວມກັນສຶກ ສາວ່າເພດ ແລະ ມາດຕະຖານທາງ ສັງຄົມທີ່ມີອິດທິພົນຕໍ່ໂຮງຮຽນ ແລະ ສະຖານທີ່ເຮັດວຽກຂອງ ພວກເຮົາເປັນຄືແນວໃດ, ໃນການ ທົດສອບສົມມຸດຖານ ແລະ ສ້າງ ຂັ້ນຕອນການປະຕິບັດຕົວຈິງ ເພື່ອ ສົ່ງເສີມການປ່ຽນແປງ ໂດຍການ ເຮັດວຽກຮ່ວມກັນ, ພ້ອມທັງສ້າງ ເຄື່ອງມືທີ່ເສີມສ້າງຄວາມເປັນຜູ້ນຳ, ສະໜັບສະໜູນຄູ ແລະ ປັບປຸງການ ຮຽນຮູ້ທີ່ເໝາະສົມສຳລັບນັກຮຽນ ທຸກຄົນໃນອະນາຄົດ. ກອງປະຊຸມດັ່ງກ່າວ ຈະດຳເນີນ ແຕ່ວັນທີ 20-24 ເມສາ 2026 ໂດຍຜູ້ເຂົ້າຮ່ວມຈະໄດ້ມີສ່ວນຮ່ວມ ໃນກິດຈະກຳຕ່າງໆທີ່ຖືກອອກແບບ ມາເພື່ອສ້າງຄວາມເຂົ້າໃຈດ້ານເພດ ແລະ ມາດຕະຖານທາງສັງຄົມ, ພ້ອມທັງເສີມສ້າງຄວາມຮູ້ດັ່ງກ່າວ ໃຫ້ເປັນເຄື່ອງມືທີ່ນໍາໃຊ້ໄດ້ຈິງ, ມີ ການສົນທະນາຮູບແບບຕ່າງໆໃນ ກຸ່ມຍ່ອຍ ແລະ ສະທ້ອນຄືນເຖິງສິ່ງ ທີ່ການຄົ້ນພົບທີ່ເຮັດໃຫ້ຮູ້ກ່ຽວກັບ ຄວາມເຊື່ອ ແລະ ພຶດຕິກຳໃນບ່ອນ ເຮັດວຽກ ແລະ ອື່ນໆ. ຂ່າວ-ພາບ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ ເພື່ອທົບທວນຄືນການຈັດຕັ້ງປະຕິ ບັດບັນດາວຽກງານ, ຍັດຕິ ແລະ ມະ ຕິຂອງຄະນະກຳມາທິການເສດຖະ ກິດ-ສັງຄົມ ປະຈຳພາກພື້ນອາຊີ- ປາຊີຟິກ ແລະ ທິດທາງໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍໃນໄລຍະ ໃໝ່ ໂດຍຜ່ານການພິຈາລະນາ ຮັບຮອງເອົາບັນຫາສຳຄັນຕ່າງໆ ປະຈໍາປີ 2026-2027. ກອງປະຊຸມດັ່ງກ່າວ ສືບຕໍ່ເປັນ ເວທີປຶກສາຫາລືທີ່ສໍາຄັນ ຂອງ ບັນດາປະເທດສະມາຊິກ ແລະ ຄູ່ ຮ່ວມພັດທະນາ ກ່ຽວກັບສິ່ງທ້າທາຍ ໃນໄລຍະໃໝ່ ເປັນຕົ້ນ ທ່າອ່ຽງຂອງ ປະຊາກອນໃນປັດຈຸບັນ ແລະ ຕໍ່ໜ້າ, ບຸລິມະສິດທາງດ້ານເສດຖະກິດສັງຄົມ, ການສ້າງວຽກເຮັດງານທໍາ ທີ່ມີປະສິດທິຜົນຂອງປະຊາກອນ ທຸກໄວອາຍຸ, ການສ້າງຄວາມເຂັ້ມ ແຂງທາງດ້ານເສດຖະກິດຂອງແມ່ ຍິງ, ການເບິ່ງແຍງສຸຂະພາບຂອງ ຜູ້ອາຍຸສູງ ແລະ ການເຊື່ອມໂຍງ ທາງສັງຄົມ. ໃນວັນທີ 20 ເມສາ 2026, ທ່ານຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວບົດຄໍາ ເຫັນພິເສດ (sQecial aEEress)ໃນພິທີເປີດ ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າ ທາຍດ້ານຕ່າງໆທີ່ສົ່ງຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການ ພັດທະນາແບບຍືນຍົງໃນພາກພື້ນ ອາຊີ-ປາຊີຟິກ. ໃນນີ້, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງ ຄວາມສໍາຄັນຂອງການເພີ່ມທະວີ ການຮ່ວມມືໃນພາກພື້ນອາຊີ-ປາຊິ ຟິກ ກໍຄື ການຮ່ວມມືສາກົນ ໂດຍ ຍຶດໝັ້ນຫລັກການຮ່ວມມືຫລາຍ ຝ່າຍ ເພື່ອແກ້ໄຂສິ່ງທ້າທາຍຕໍ່ການ ພັດທະນາເສດຖະກິດ-ສັງຄົມ ໂດຍ ລວມຂອງພາກພື້ນເປັນຕົ້ນຄວາມ ເສື່ອມໂຊມທາງດ້ານເສດຖະກິດ, ບັນຫາໜີ້ສິນສາທາລະນະ, ການ ປ່ຽນເເປງຂອງສະພາບດິນຟ້າ ອາກາດ, ຄວາມບໍ່ສະເໝີພາບ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດ ການເມືອງທີ່ແກ່ຍາວອັນໄດ້ສົ່ງ ຜົນກະທົບຢ່າງໜັກໜ່ວງຕໍ່ຄວາມ ໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ ຊຶ່ງນໍາໄປສູ່ພະວະ ເງິນເຟີ້ ແລະ ຄ່າຄອງຊີບທີ່ສູງຂຶ້ນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ຂຶ້ນກ່າວ ຄໍາເຫັນຕໍ່ກອງປະຊຸມໃນພາກອະ ພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ (SDGs) ກໍຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ສະບັບໃໝ່ ທີ່ ໄດ້ຖືກຮັບຮອງເອົາໃນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ X ຊຶ່ງຖືເປັນໜຶ່ງໃນ ບັນດາມາດຕະການພື້ນຖານທີ່ຈະ ນໍາໄປສູ່ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຂອງ ສປປ ລາວ ໃນປີ 2026. ແຜນພັດທະນາເສດຖະກິດ-ສັງຄົມ ດັ່ງກ່າວ ແມ່ນເປົ້າໝາຍການຈະ ເລີນເຕີບໂຕຂອງ GD1 ສະເລ່ຍ ຢ່າງໜ້ອຍ 6% ຕໍ່ປີ ແລະ ອັດຕາ GD1 ຕໍ່ຫົວຄົນໃຫ້ບັນລຸ 3.055 ໂດລາຕໍ່ປີ ພາຍໃນປີ 2030. ສໍາຄັນ ແມ່ນການສ້າງພື້ນຖານໃຫ້ແກ່ການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ (ສອຈ) ໂດຍໄດ້ກໍາ ນົດ 7 ຂົງເຂດບຸລິມະສິດເປັນຕົ້ນ ພະລັງງານສະອາດ, ກະສິກຳ ແລະ ການປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ເສດຖະກິດດີ ຈິຕອນ ແລະ ອື່ນໆ. ຄຽງຄູ່ກັນ ນັ້ນ, ຍັງໄດ້ຕີລາຄາສູງຕໍ່ກັບຫົວຂໍ້ ຂອງກອງປະຊຸມຄັ້ງນີ້ ກໍຄື ການ ຮັບປະກັນໃຫ້ແກ່ການພັດທະນາ ສັງຄົມສຳລັບທຸກໄວອາຍຸ ຊຶ່ງ ສອດຄ່ອງກັບບຸລິມະສິດການພັດ ທະນາແບບຍືນຍົງຂອງ ສປປ ລາວ ເພື່ອຮັບປະກັນການປະກອບ ສ່ວນຢ່າງເຕັມສ່ວນ ແລະ ມີຄວາມ ໝາຍຂອງທຸກພາກສ່ວນໃນສັງຄົມ ເຂົ້າໃນວຽກງານການພັດທະນາ ແລະ ຮັບປະກັນຜົນປະໂຫຍດທີ່ ແທ້ຈິງ. ພ້ອມກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ຊຸກຍູ້ ໃຫ້ປະຊາຄົມສາກົນ ພ້ອມກັນ ເພີ່ມທະວີການຊ່ວຍເຫລືອໃຫ້ແກ່ ບັນດາປະເທດທີ່ມີສະພາບເງື່ອນໄຂ ຫຍຸ້ງຍາກ, ພ້ອມທັງໄດ້ຢືນຢັນຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມືໃນ ລະດັບພາກພື້ນ ແລະ ສາກົນ ເພື່ອ ຮັບປະກັນການພັດທະນາແບບຍືນ ຍົງ ກໍຄື ການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍການພັດທະນາ ເເບບຍືນຍົງ. ໃນໂອກາດດັ່ງກ່ວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ພົບປະ ກັບທ່ານນາງ ArmiEa Salsiah AlisKahCana ເລຂາບໍລິຫານງານ 6NESCA1 ເພື່ອປຶກສາຫາລື ຮ່ວມກັນກ່ຽວກັບທິດທາງໃນການ ເສີມຂະຫຍາຍການຮ່ວມມືພາຍໃຕ້ ຂອບວຽກງານທີ່ກ່ຽວຂ້ອງ, ພົບປະ ກັບທ່ານ +eZhVn #aZramov ລັດຖະມົນຕີກະຊວງການຕ່າງປະ ເທດຂອງອາແຊກໄບຊານ ໂດຍໄດ້ ປຶກສາຫາລືກ່ຽວກັບການສົ່ງເສີມ ການພົວພັນຮ່ວມມືສອງຝ່າຍລະ ຫວ່າງ ສປປ ລາວ ແລະ ອາແຊກ ໄບຊານ. ກອງປະຊຸມຄັ້ງນີ້, ຈະໄດ້ຮັບ ຮອງເອົາຍັດຕິ ຈໍານວນ 6 ສະບັບ ແລະ ມະຕິ 25 ສະບັບ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາເເຜນ ງານ ປະຈໍາປີ 2026-2027 ເພື່ອ ຊຸກຍູ້ການເລັ່ງລັດການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບ ຍືນຍົງຂອງບັນດາປະເທດດ້ອຍ ພັດທະນາ (LDC), ປະເທດກໍາ ລັງພັດທະນາບໍ່ມີຊາຍແດນຕິດກັບ ທະເລ (LLDC) ແລະ ປະເທດ ເກາະດອນນ້ອຍກໍາລັງພັດທະນາ (S*DS). ນອກຈາກນັ້ນ, ຄະນະ ຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມ ບັນດາວາລະທາງການ ແລະ ກອງ ປະຊຸມປິ່ນອ້ອມ (SiEe Events) ດັ່ງກ່າວຢ່າງຕັ້ງໜ້າເພື່ອແລກປ່ຽນ ຄວາມຄິດເຫັນກ່ຽວກັບປະສົບການ ແລະ ບົດຮຽນທີ່ດີໃນການແກ້ໄຂສິ່ງ ທ້າທາຍຕ່າງໆກ່ຽວກັບການພັດທະ ນາເສດຖະກິດ-ສັງຄົມຂອງພາກພື້ນ ແນໃສ່ຮັບປະກັນຄວາມຍືນຍົງຂອງ ການພັດທະນາສັງຄົມສຳລັບທຸກໄວ ອາຍຸ ເພື່ອກ້າວໄປສູ່ອະນາຄົດທີ່ຍືນ ຍົງ ແລະ ຮອບດ້ານ. ນີ້ ສະພາບໄຟໄໝ້ປ່າແມ່ນມີຄວາມ ຮຸນແຮງທີ່ສຸດ ເມື່ອທຽບໃສ່ໄລຍະ ປີຜ່ານມາ, ບາງເຫດການບໍ່ສາມາດ ຄວບຄຸມໄດ້ດ້ວຍກຳລັງພາກພື້ນດິນ ຈົນຕ້ອງໄດ້ນຳໃຊ້ໂດຣນໃນການ ຖ່າຍພາບ ແລະ ເຮືອບິນເຂົ້າຊ່ວຍ ດັບມອດ. ສາເຫດຕົ້ນຕໍແມ່ນເກີດ ຈາກການບຸກລຸກຈັບຈອງທີ່ດິນ, ການລັກລອບຕັດໄມ້ ແລະ ການຈູດ ປ່າຊະຊາຍເຮັດໃຫ້ເກີດບັນຫາໝອກ ຄວັນ ແລະ ມົນລະພິດທາງອາກາດ ປົກຄຸມຢ່າງໜັກໜ່ວງ. ນັບແຕ່ຕົ້ນ ປີ 2026 ຈົນເຖິງວັນທີ 7 ເມສາ 2026 ໄດ້ເກີດເຫດໄຟໄໝ້ປ່າໃນ 10 ເມືອງ, ສ້າງຄວາມເສຍຫາຍ ແກ່ເນື້ອທີ່ປ່າໄມ້ເຖິງ 3.117,42 ເຮັກຕາ. ໃນນັ້ນ, ເມືອງທີ່ໄດ້ຮັບຜົນ ກະທົບຫລາຍກວ່າໝູ່ແມ່ນເມືອງ ແກ້ວອຸດົມ ເສຍຫາຍ 520 ເຮັກຕາ ແລະ ເມືອງຫີນເຫີບ ເສຍຫາຍ 494 ເຮັກຕາ (ກວມເອົາເຂດປ່າສະ ຫງວນແຫ່ງຊາດພູພະນັງ). ທ່ານ ລິນຄຳ ດວງສະຫວັນ ໄດ້ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງສຸມໃສ່ ວຽກງານຈຸດສຸມ ໂດຍສະເພາະການ ບັງຄັບໃຊ້ກົດໝາຍ; ຕີລາຄາຄືນຜົນ ໄດ້ຮັບ ແລະ ຂໍ້ຄົງຄ້າງ ເພື່ອແກ້ໄຂ ປະກົດການຫຍໍ້ທໍ້ໃນການບຸກລຸກ ປ່າໄມ້ໃຫ້ເດັດຂາດ; ການປັບປຸງ ກົງຈັກ ໂດຍໃຫ້ພິຈາລະນາການ ບັນຈຸພະນັກງານຄຸ້ມຄອງປ່າໄມ້ ໃຫ້ສອດຄ່ອງກັບຫລັກການສາກົນ ໂດຍເນັ້ນໃສ່ກຳລັງພົນຢູ່ຂັ້ນເມືອງ ແລະ ເຂດອຸທິຍານໃຫ້ກວມເອົາ 65-80%ຂອງພະນັກງານທັງໝົດ. ສຳລັບມາດຕະການໄລຍະຍາວໃຫ້ ສ້າງແຜນການດຳເນີນງານທີ່ເປັນ ຮູບປະທຳ, ຍົກລະດັບຄວາມຮູ້ໃຫ້ ແກ່ຄະນະຕອບໂຕ້ໄພພິບັດຂັ້ນບ້ານ ແລະ ສ້າງກອງທຶນສຸກເສີນ ເພື່ອຮັບ ໃຊ້ວຽກງານນີ້ໂດຍສະເພາະ. ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ຕາງໜ້າໃຫ້ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ມອບເງິນ ແລະ ນໍ້າດື່ມຈຳນວນໜຶ່ງ ໃຫ້ແກ່ຄະນະອົງການປົກຄອງ 4 ແຂວງ (ແຂວງວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງໄຊສົມບູນ ແລະ ນະຄອນຫລວງວຽງຈັນ) ເພື່ອນຳ ໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ດັບມອດໄຟປ່າໃນຄັ້ງນີ້. ຂໍ້ມູນ-ພາບ: ຂ່າວສານກະສິກຳ ລົດໄຟໃຫ້ມີຄວາມປອດໄພ ແລະ ມີ ປະສິດທິພາບສູງສຸດ. ທ່ານ ຫລີຈູຢູນ ຫົວໜ້າສູນ ຄຸ້ມຄອງສ້ອມແປງບຳລຸງຮັກສາ ຫລວງພະບາງ ໃຫ້ສຳພາດຕໍ່ສື່ມວນ ຊົນເມື່ອບໍ່ດົນນີ້ວ່າ: ສູນຄຸ້ມຄອງ ສ້ອມແປງບຳລຸງຮັກສາຫລວງພະ ບາງ ມີໜ້າທີ່ຫລັກໃນການບຳລຸງ ຮັກສາຄຸ້ມຄອງເສັ້ນທາງລົດໄຟ, ສາຍໄຟຟ້າ, ລະບົບສະໜອງໄຟຟ້າ, ສາຍສັນຍານສື່ສານ, ອາຄານ ແລະ ອຸປະກອນຕ່າງໆຂອງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ ຫາ ນະຄອນ ຫລວງວຽງຈັນ ຊຶ່ງມີ 4 ເຂດບໍລິ ການສ້ອມແປງ ແລະ ບຳລຸງຮັກສາ ລວມ ຄື: ເຂດເມືອງໄຊ, ເຂດຫລວງ ພະບາງ, ເຂດວັງວຽງ ແລະ ເຂດ ວຽງຈັນໃຕ້, ປະກອບມີ 3 ໜ່ວຍ ງານວິຊາສະເພາະ ຄື: ຂະແໜງ ກວດກາຮອຍແຕກຂອງລາງລົດ ໄຟ, ຂະແໜງແຈກຈ່າຍໄຟຟ້າ ແລະ ຂະແໜງພາຫະນະຂັບເຄື່ອນ. ເພື່ອ ຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນທ່ຽງຂອງອຸປະກອນ ຂອງທາງລົດໄຟ ລາວ-ຈີນ, ທາງ ສູນໄດ້ຍຶດໝັ້ນຫລັກການ 5 ດ້ານ ຄື: ການກວດກາ, ການວິເຄາະ, ການວາງແຜນ, ການປະຕິບັດງານ ແລະ ການກວດຮັບ ໂດຍໄດ້ຈັດຕັ້ງ ປະຕິບັດການຄຸ້ມການບຳລຸງຮັກສາ ແບບປະສົມກົມກຽວ, ນຳໃຊ້ຜົນ ການວິເຄາະຂໍ້ມູນຈາກທຸກວິຊາ ສະເພາະມາຊີ້ນຳການຜະລິດ ແລະ ການປະຕິບັດງານ ເພື່ອບັນລຸການ ສ້ອມແປງຢ່າງຖືກຕ້ອງ ແລະ ແນ່ ນອນ, ເພີ່ມປະສິດທິພາບສູງສຸດໃນ ການນຳໃຊ້ຊ່ອງທາງປະຕິບັດງານ, ກຳລັງຄົນ, ວັດຖຸອຸປະກອນ ແລະ ຊັບພະຍາກອນດ້ານການຂົນສົ່ງ, ປົດປ່ອຍທ່າແຮງໃນການພັດທະນາ ແບບກົມກຽວຂອງທຸກວິຊາສະ ເພາະ, ປັບປຸງຄວາມສຳພັນທາງ ດ້ານການຈັດການຢ່າງຕໍ່ເນື່ອງ, ຍົກລະດັບປະສິດທິພາບດ້ານຄວາມ ປອດໄພໃນການຜະລິດ, ພ້ອມທັງ ປະສົມປະສານກັບລັກສະນະພິເສດ ຕາມລະດູການຂອງລາວ, ສຸມໃສ່ ການກວດກາ ແລະ ບຳລຸງຮັກສາ ເຂດທີ່ສຳຄັນຢ່າງເປັນພິເສດ, ເພື່ອ ຮັບປະກັນສະພາບການເຮັດວຽກ ຂອງອຸປະກອນໃຫ້ມີຄວາມໝັ້ນທ່ຽງ. ສຳລັບວຽກງານບຳລຸງຮັກສາ ປະຈຳວັນ, ພວກເຮົາໄດ້ດຳເນີນ ການກວດກາອຸປະກອນຢ່າງຄົບ ຖ້ວນຕາມທີ່ກຳນົດ, ປະສົມປະສານ ກັບການກວດກາແບບຕ່າງໆເຊັ່ນ: ລົດກວດກາທາງລົດໄຟ, ການຂີ່ລົດ ກວດກາ ແລະ ອື່ນໆ ເພື່ອວິເຄາະ ເບິ່ງສະພາບຄຸນນະພາບຂອງອຸປະ ກອນຢ່າງເລິກເຊິ່ງ, ອີງໃສ່ລະບົບ ຕິດຕາມກວດກາອຸປະກອນເພື່ອ ວິເຄາະບັນຫາ ແລະ ຂໍ້ບົກຜ່ອງ ຂອງອຸປະກອນຢ່າງແນ່ນອນເພື່ອ ຮັບປະກັນການແກ້ໄຂຄວາມສ່ຽງ ຕ່າງໆໄດ້ທັນການ ແລະ ມີປະສິດ ທິພາບ. ທ່ານ ຫລີຈູຢູນ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າ, ສູນຄຸ້ມຄອງສ້ອມແປງ ບຳລຸງຮັກສາຫລວງພະບາງ ຈະ ສືບຕໍ່ປະຕິບັດໜ້າທີ່ຢ່າງເຕັມສ່ວນ, ປັບປຸງມາດຕະການບຳລຸງຮັກສາ, ຍົກລະດັບເຕັກນິກ, ສືບຕໍ່ເພີ່ມທະວີ ການຮ່ວມມືດ້ານເຕັກນິກ ແລະ ການ ແລກປ່ຽນຊັບພະຍາກອນມະນຸດລະ ຫວ່າງສອງຊາດ, ປົກປັກຮັກສາ ຄວາມປອດໄພ ແລະ ການດຳເນີນ ງານຂອງລົດໄຟ ລາວ-ຈີນ ຢ່າງ ສຸດຄວາມສາມາດ, ປະກອບສ່ວນ ເຂົ້າໃນການຊຸກຍູ້ການພົວພັນດ້ານ ເສດຖະກິດ-ການຄ້າ ແລະ ວັດທະ ນະທຳ ລະຫວ່າງສອງຊາດ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວຈີນ ຮ່ວມກັນ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==