gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 22/04/2026 xtgmf]k; ເປີດສັບປະດາຮູບເງົາຈີນ... ຮອງນາຍົກລັດຖະມົນຕີ... ເປີດນຳໃຊ້ໂຄງການເຊື່ອມຕໍ່... ຂປລ. ໃນວັນທີ 20 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ເມສາ 2026. ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຍິນດີທີ່ ໄດ້ພົບປະກັບທ່ານ ອັນນິດ ມັດຕາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດນັບ ແຕ່ໄດ້ເຂົ້າຮັບຕຳແໜ່ງເປັນຮອງ ລັດຖະມົນຕີກະຊວງການຕ່າງປະ ເທດອິນໂດເນເຊຍ ໃນປີ 2024 ແລະ ເພື່ອເປັນການກະກຽມໃຫ້ ແກ່ການຢ້ຽມຢາມທາງການ ສ ອິນໂດເນເຊຍ ຂອງທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້ ເພື່ອເປັນ ການເສີມຂະຫຍາຍການພົວພັນລະ ຫວ່າງສອງຝ່າຍໃນຕໍ່ໜ້າ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນຍາວນານ ແລະ ການ ຮ່ວມມືອັນດີງາມໃນຫລາຍຂົງເຂດ ວຽກງານລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫລອດ ໄລຍະ 69 ປີ ຂອງສາຍພົວພັນ ການທູດ ຊຶ່ງໄດ້ມີການແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນ ສູງຢ່າງເປັນປົກກະຕິ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ ສອງຊາດນັບມື້ນັບເພີ່ມຂຶ້ນ. ສອງ ຝ່າຍໄດ້ປຶກສາຫາລືກ່ຽວກັບການ ກະກຽມຈັດບັນດາກິດຈະກໍາຕ່າງໆ ເພື່ອຮ່ວມກັນສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດໃນປີ 2027 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີນໍາກັນທີ່ຈະສືບ ຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ໂດຍ ສະເພາະໃນຂົງເຂດການຄ້າ ແລະ ລົງທຶນລະຫວ່າງສອງປະເທດໃຫ້ ນັບມື້ນັບເພີ່ມຂຶ້ນພ້ອມທັງເຫັນດີ ຈະສືບຕໍ່ສົ່ງເສີມການຮ່ວມມືກັນ ໃນດ້ານອື່ນໆທີ່ສອງປະເທດມີທ່າ ແຮງບົ່ມຊ້ອນເປັນຕົ້ນແມ່ນຂະ ແໜງກະສິກໍາປຸງແຕ່ງເຊັ່ນ: ການ ຜະລິດປຸ່ຍ, ການທ່ອງທ່ຽວ, ອຸດ ສາຫະກໍາບໍ່ແຮ່, ການບໍລິການ ແລະ ອື່ນໆ. ນອກຈາກນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາ ເຫັນຮ່ວມກັນຕໍ່ສະພາບການພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ ຈໍາ ນວນໜຶ່ງເປັນຕົ້ນການຮ່ວມມືໃນ ວຽກງານຊ່ວຍເຫລືອຜູ້ຕົກເປັນ ເຫຍື່ອຂະບວນການຄ້າມະນຸດ, ການ ປາບປາມການຄ້າຂາຍຢາເສບຕິດ ແລະ ກຸ່ມຫລອກລວງທາງອອນ ລາຍ ແລະ ວິກິດການພະລັງງານ ທີ່ກະທົບຕໍ່ເສດຖະກິດໃນທົ່ວໂລກ ແລະ ອື່ນໆ. ໂອກາດດັ່ງກ່າວ, ທ່ານອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານອິນໂດເນເຊຍ ທີ່ໄດ້ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະແມ່ນການ ພັດທະນາຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ໃນ ປີ 2024 ທີ່ຜ່ານມາ. ໃນຂະນະ ດຽວກັນ, ທ່ານ ອັນນິດ ມັດຕາ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງຝ່າຍລາວ ແລະ ມີຄວາມປິຕິຍິນດີທີ່ໄດ້ມີໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ປະກອບສ່ວນເຂົ້າໃນການສົ່ງເສີມ ສາຍພົວພັນມິດຕະພາບອັນຍາວ ນານ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. Iv']a f4t,q o8u dt-;'dko8j k'xtgmf ]k;{vy o3fgog-p Ij ;,rq [xtlv'/j kp ຂອງສອງປະເທດ ລາວ-ຈີນ ໃນ ການລົງເລິກການຮ່ວມມືຢ່າງແທ້ ຈິງ ແລະ ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບ ສູງ, ສືບຕໍ່ຈາກທາງລົດໄຟ ລາວຈີນ. ໂຄງການເຊື່ອມໂຍງລະບົບ ໄຟຟ້າ 500 KV ລາວ-ຈີນ ໄດ້ເລີ່ມ ກໍ່ສ້າງໃນວັນທີ 26 ກຸມພາ 2025, ສາຍສົ່ງໄຟຟ້າມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ, ເບື້ອງ ສປ ຈີນ 145 ກິໂລແມັດ, ເບື້ອງ ສປປ ລາວ 32,5 ກິໂລແມັດ, ເຊື່ອມຕໍ່ແຂວງອຸດົມໄຊ, ແຂວງ ຫລວງນ້ຳທາ ສປປ ລາວ ແລະ ແຂວງຢຸນນານ ສປ ຈີນ, ໄດ້ສ້າງ ສະຖານີໄຟຟ້າ 500 KV ໃໝ່ 1 ແຫ່ງໃນປະເທດລາວ, ກໍ່ສ້າງສາຍ ສົ່ງໄຟຟ້າ 230 KV ຈໍານວນ 2 ວົງຈອນເຊື່ອມຕໍ່ກັບຕາຂ່າຍໄຟຟ້າ ຫລັກຢູ່ພາກເໜືອຂອງລາວ. ໂຄງ ການແມ່ນໄດ້ຮັບການກໍ່ສ້າງ ແລະ ການດຳເນີນງານໂດຍບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິ ສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ຕາມລໍາດັບ. ໂຄງການ ນີ້, ໄດ້ປັບປຸງເສັ້ນທາງໃຫ້ເໝາະສົມ ຕັ້ງແຕ່ໄລຍະອອກແບບ ໂດຍຫລີກ ລ່ຽງເຂດອະນຸລັກ ແລະ ເຂດຊຸມຊົນ, ປົກປັກຮັກສາປ່າໄມ້ໄດ້ປະມານ 170,4 ເຮັກຕາ. ໃນຂະບວນການ ກໍ່ສ້າງ, ໄດ້ນໍາໃຊ້ຮູບແບບການ ຂົນສົ່ງແບບປະສານງານທີ່ເປັນ ການປະດິດສ້າງໃໝ່ຄື “ຍົນເຮລີ ກົບແຕ+ໂດຣນ” ໂດຍມີ ໂດຣນ 30 ກວ່າລໍາ ແລະ ຍົນເຮລີກົບແຕ 2 ລໍາ ປະກອບເປັນການຈັດຮູບແບບບິນ ທາງອາກາດ, ລວມປະລິມານການ ຂົນສົ່ງຫລາຍກວ່າ 5.000 ໂຕນ, ການລົບກວນລະບົບນິເວດຫລຸດລົງ ຫລາຍກວ່າ 90%. ຂັ້ນຕອນຕໍ່ໄປ, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຈີນ ແລະ ບໍລິສັດສາຍ ສົ່ງໄຟຟ້າແຫ່ງຊາດລາວ ຈະຖືເອົາ ການເປີດນໍາໃຊ້ໂຄງການນີ້ເປັນຈຸດ ເລີ່ມຕົ້ນໃໝ່, ຮ່ວມມືກັນຊຸກຍູ້ເຕັກ ໂນໂລຊີ, ອຸປະກອນທີ່ກ້າວໜ້າ ເພື່ອ ຮັບໃຊ້ການຍົກລະດັບຕາຂ່າຍໄຟຟ້າ ຂອງລາວ ແລະ ການຫັນປ່ຽນດ້ານ ພະລັງງານໃຫ້ດີຂຶ້ນ, ລົງເລິກການ ເຊື່ອມໂຍງດ້ານພະລັງງານໄຟຟ້າ ໃນພາກພື້ນ, ປະກອບສ່ວນອັນໃໝ່ ທີ່ໃຫຍ່ຫລວງກວ່າເກົ່າເຂົ້າໃນການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ບໍ່ ແມ່ນພຽງແຕ່ການຕໍ່ສາຍສົ່ງໄຟຟ້າ ຂ້າມຊາຍແດນເທົ່ານັ້ນ, ແຕ່ແມ່ນ “ການເສີມຄວາມເຂັ້ມແຂງໃຫ້ ແກ່ສາຍໃຍແຫ່ງຄູ່ຮ່ວມຊາຕາກຳ ລາວ-ຈີນ” ທີ່ຈະປະກອບສ່ວນ ເຮັດໃຫ້ສອງຊາດ ລາວ-ຈີນ ກ້າວ ເດີນໄປບົນເສັ້ນທາງແຫ່ງການ 7 ຂຸນເຂົາ, ຂ້າມແມ່ນໍ້າຢ່າລູ້ໄປ, ຍຸດທະສາດທະເລແດງ ແລະ ມ໋າ ເທິງຢ່າຖິ້ມຂ້ອຍ ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ໂດຍ ມີເນື້ອໃນທີ່ຫລາກຫລາຍເປັນຕົ້ນ ແມ່ນຄວາມຮັກຊາດ, ການເຕີບ ປ້ອງກັນປະເທດ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສັນຕິສຸກ ສິມມາລາວົງ ກໍາມະ ການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ພ້ອມດ້ວຍບັນດາຮອງລັດ ຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ອົງການອ້ອມຂ້າງ ກະຊວງເຂົ້າຮ່ວມ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ໄດ້ລາຍງານໂດຍຫຍໍ້ການ ຈັດຕັ້ງປະຕິບັດວຽກງານຂອງກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີ(2021-2025) ແລະ ທິດທາງແຜນການ 5 ປີ (20262030) ຊຶ່ງສະແດງອອກແຕ່ລະ ດ້ານຄື: ດ້ານກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ ແລະ ດ້ານ ວຽກງານວິຊາສະເພາະ. ໃນນັ້ນ, ດ້ານວິຊາສະເພາະກໍມີຜົນງານ ພົ້ນເດັ່ນຫລາຍດ້ານສະແດງອອກ ເປັນຕົ້ນການພັດທະນາລະບົບ ບໍລິຫານລັດໃຫ້ເປັນທັນສະໄໝ: ລະບົບຫ້ອງການເອເລັກໂຕຣນິກ (E-office) ໄດ້ຂະຫຍາຍໄປ 44 ຫ້ອງການ ມີ 13,2 ພັນກວ່າ ບັນຊີ, ລະບົບຈົດໝາຍເອເລັກ ໂຕຣນິກ (Email) ໄດ້ຂະຫຍາຍ ໄປ 49 ພາກສ່ວນ ມີ 5,5 ພັນ ກວ່າບັນຊີ, ລະບົບສື່ສານພາກລັດ (G-Chat) ມີການນໍາໃຊ້ 24,2 ພັນກວ່າບັນຊີ, ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກ ລັດ (G-Share/G-Drive) ມີ ພັດທະນາຕາມທິດສີຂຽວ ແລະ ຍືນຍົງຮ່ວມກັນຢ່າງແຂງແຮງ. ນີ້ ຄືສາຍສຳພັນ ແລະ ການຮ່ວມມື ທີ່ມີຊີວິດຊີວາ ແລະ ມີອະນາຄົດ ທີ່ສົດໃສທີ່ຢັ້ງຢືນວ່າ: ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ໄດ້ນໍາ ເອົາໝາກຜົນທີ່ຈັບຕ້ອງໄດ້ ແລະ ເປັນຮາກຖານໃຫ້ແກ່ການເປັນຄູ່ ຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ ຈິງ. ໂຄງການນີ້ປຽບເໝືອນກຸນ ແຈສໍາຄັນທີ່ປົດລັອກຂໍ້ຈຳກັດດ້ານ ການສົ່ງໄຟຟ້າ ເພື່ອມຸ່ງໜ້າສູ່ເສດ ຖະກິດທີ່ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ຖ້າ ພວກເຮົາປຽບເສັ້ນທາງລົດໄຟ ລາວ-ຈີນ ແມ່ນ “ກະດູກສັນຫລັງ ແຫ່ງການຂົນສົ່ງ”, ໂຄງການສາຍ ສົ່ງນີ້ ກໍອາດປຽບເໝືອນ “ເສັ້ນ ເລືອດໃຫຍ່” ທີ່ຈະເພີ່ມພະລັງໃຫ້ ແກ່ເສດຖະກິດຂອງ ສປປ ລາວ ເພື່ອໃຫ້ການພັດທະນາຕາມແລວ ທາງເສດຖະກິດຕ່າງໆຂອງລາວຂະ ຫຍາຍຕົວຢ່າງແຂງແຮງ ແລະ ການ ໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ຈາກ ສປ ຈີນ. ໂຄງການນີ້, ຈະຊ່ວຍ ໃຫ້ລະບົບຕາຂ່າຍໄຟຟ້າຂອງ ສປປ ລາວ ກ້າວໄປສູ່ຄວາມໝັ້ນຄົງ, ທັນ ສະໄໝ ແລະ ສາມາດແຂ່ງຂັນໄດ້ໃນ ເວທີພາກພື້ນ ແລະ ສາກົນ. ການນໍາໃຊ້ 15,2 ພັນກວ່າບັນຊີ, ລະບົບກອງປະຊຸມທາງໄກ (VC) 42 ພາກສ່ວນ ແລະ ມີຜູ້ນໍາໃຊ້ 20,8 ພັນກວ່າບັນຊີ; ການຄຸ້ມຄອງ ຄື້ນຄວາມຖີ່ວິທະຍຸສື່ສານ: ຢຶດ ອຸປະກອນສື່ສານຜ່ານດາວທຽມ ຕຳແໜງວົງໂຄຈອນຕ່ຳ (LEO) ທີ່ມີການລັກລອບນໍາເຂົ້າ ແລະ ຮື້ ຖອນອຸປະກອນສື່ສານດັ່ງກ່າວ ທີ່ ມີການລັກລອບນຳໃຊ້ໃນຂົງເຂດ ຕ່າງໆ; ການຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພໄຊເບີ ກໍໄດ້ເປີດ ນຳໃຊ້ສູນຕ້ານການຫລອກລວງ ທາງອອນລາຍ AOC1533 ໃນ ວັນທີ 29/12/2025 ມາຮອດ ປັດຈຸບັນສາມາດຮັບແຈ້ງ 700 ກວ່າຄັ້ງ ແລະ ປິດຄະດີໄດ້ 300 ກວ່າກໍລະນີ ແລະ ວຽກງານອື່ນໆ. ພ້ອມນັ້ນ, ຍັງໄດ້ວາງທິດທາງແຜນ ການຕໍ່ໜ້າ ໂດຍສະເພາະແມ່ນສືບ ຕໍ່ຍູ້ແຮງການພັດທະນາເຕັກໂນໂລ ຊີ, ການສື່ສານ ແລະ ນະວັດຕະ ກໍາໃຫ້ມີການຂະຫຍາຍຕົວແບບ ກ້າວກະໂດດ; ສົ່ງເສີມ ແລະ ນໍາ ໃຊ້ໂທລະຄົມມະນາຄົມ, ເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດີ ຈິຕອນທີ່ທັນສະໄໝ, ມີຄວາມປອດ ໄພສູງເຂົ້າໃນທຸກຂະແໜງການ ເສດຖະກິດ-ສັງຄົມແຕ່ສູນກາງລົງ ຮອດທ້ອງຖິ່ນ ເພື່ອຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມເຂົ້າ ສູ່ຍຸກອຸດສາຫະກໍາ 4.0, ຫັນເປັນ ລັດຖະບານດີຈິຕອນ ແລະ ສ້າງ ເສດຖະກິດ-ສັງຄົມດີຈິຕອນ; ສືບຕໍ່ ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານທີ່ໄດ້ກໍານົດໃນແຜນ ພັດທະນາເສດຖະກິດດີຈິຕອນເປັນ ອັນລະອຽດ. ໃນຕອນທ້າຍ, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດທາງໃນການເຄື່ອນ ໄຫວວຽກງານໃນຂົງເຂດເຕັກໂນ ໂລຊີ ແລະ ການສື່ສານ ຊຶ່ງເຕັມ ໄປດ້ວຍຄວາມໝາຍສໍາຄັນຢ່າງ ຍິ່ງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ການປະຕິບັດວຽກງານຕົວ ຈິງໃຫ້ເກີດດອກອອກຜົນ. ຈາກ ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະຍັງໄດ້ຢ້ຽມຊົມຫ້ອງ ປະຕິບັດການຂອງກະຊວງເຕັກ ໂນໂລຊີ ແລະ ການສື່ສານ ເປັນ ຕົ້ນສູນຕ້ານການຫລອກລວງທາງ ອອນລາຍ, ສາຍດ່ວນ 1533, ຈຸດ ເຊື່ອມຕໍ່ພິເສດ ປກຊ-ປກສ, ລະ ບົບຄຸ້ມຄອງ (NOC) ແລະ ສູນ ປະຕິບັດການຄວາມປອດໄພທາງ ໄຊເບີ (SOC). ຂໍ້ມູນ-ພາບ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ ໃຫຍ່ຂອງໄວໜຸ່ມ, ວິທະຍາສາດ, ເລື່ອງຕະຫລົກ ແລະ ຄວາມຮັກ ໃນຄອບຄົວ ເພື່ອສະແດງໃຫ້ເຫັນ ເຖິງຜົນສຳເລັດຂອງການພັດທະ ນາປະເທດຈີນ ໃນຍຸກໃໝ່ ແລະ ສະພາບຈິດໃຈທີ່ຫ້າວຫັນຂອງປະ ຊາຊົນຈີນ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ສວນສະຫວັນວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ກ່າວວ່າ: ພັກ ແລະ ລັດຖະບານຖືສໍາຄັນຕໍ່ການຈັດຕັ້ງ ປະຕິບັດແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະແມ່ນການສົ່ງເສີມ ແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງປະ ຊາຊົນສອງຊາດ ລາວ-ຈີນ, ຈີນລາວ ເພື່ອເຮັດໃຫ້ມູນເຊື້ອການ ພົວພັນຮ່ວມມືຢັ່ງຮາກຝັງເລິກໃນ ຈິດໃຈຂອງປະຊາຊົນສອງຊາດ. ເທສະການຮູບເງົາຄັ້ງນີ້, ພວກເຮົາ ໄດ້ຄັດເລືອກເອົາຮູບເງົາຈີນທີ່ດີ ເດັ່ນ 7 ເລື່ອງ ທີ່ມີເນື້ອໃນທີ່ຫລາກ ຫລາຍ ຊຶ່ງຮູບເງົາດັ່ງກ່າວ, ຈະບໍ່ ສາຍສະເພາະໃນນະຄອນຫລວງ ວຽງຈັນ ແຕ່ຄະນະຮັບຜິດຊອບຍັງ ຈະສືບຕໍ່ສາຍຢູ່ບັນດາແຂວງເປັນ ຕົ້ນແຂວງຫລວງພະບາງ, ຫົວພັນ ແລະ ແຂວງຈໍາປາສັກ ຕື່ມອີກ ເພື່ອ ໃຫ້ປະຊາຊົນລາວ, ປະຊາຊົນຈີນ ທີ່ ອາໄສຢູ່ ສປປ ລາວ ສາມາດເຂົ້າມາ ຮັບຊົມໄດ້. ໂອກາດນີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະ ຈຳລາວ ໄດ້ກ່າວວ່າ: ຮູບເງົາໃນ ຖານະເປັນສິລະປະທີ່ລວມເອົາທັງ ພາບ ແລະ ສຽງໄວ້ນຳກັນ, ມີພະ ລັງພິເສດທີ່ສາມາດເຂົ້າເຖິງຈິດໃຈ ຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງ ທາງສຳຄັນໃນການສົ່ງເສີມການ ເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງ ຈິດໃຈຂອງປະຊາຊົນ ຈີນ-ລາວ. ເກືອບ 10 ປີ ຜ່ານມາ, ວິທະຍຸໂທ ລະພາບສູນກາງຈີນ ໄດ້ຍຶດໝັ້ນ ຈັດກິດຈະກຳ “ເທສະການຮູບເງົາ ດີເດັ່ນ ລາວ-ຈີນ” ໄປສາຍຢູ່ທົ່ວ ປະເທດລາວແບບສາທາລະນະ ປະໂຫຍດ, ໄດ້ມີການແປ ແລະ ພາກ ສຽງຮູບເງົາຈີນ ທີ່ດີເດັ່ນຫລາຍ ເລື່ອງເພື່ອນຳໄປສາຍໃຫ້ປະຊາຊົນ ລາວທົ່ວປະເທດໄດ້ຮັບຊົມ ຊຶ່ງໄດ້ ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກາຍເປັນສາຍໃຍແຫ່ງຄວາມຜູກພັນ ທາງດ້ານຈິດໃຈຂອງປະຊາຊົນ ສອງຊາດ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ຮ່ວມກັນຜະລິດ ຮູບເງົາ ແລະ ລາຍການໂທລະພາບ ຫລາຍເລື່ອງເຊັ່ນ: ຮູບເງົາເລື່ອງ “ດອກຈຳປາບານ” ໃນປີ 2018 ແລະ ສາລະຄະດີ “ບັນທຶກການ ເດີນທາງລົດໄຟ ລາວ-ຈີນ” ທີ່ຫາ ກໍອອກອາກາດເມື່ອບໍ່ດົນມານີ້ ຊຶ່ງ ໄດ້ຈາລຶກເລື່ອງລາວແຫ່ງຄວາມ ສາມັກຄີ ແລະ ການຮ່ວມມືພັດທະ ນາຂອງປະຊາຊົນສອງຊາດໄວ້ເທິງ ຈໍໃຫຍ່ຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==