7265.1

gsfdko{dkora fmtok a xtgmf]k; ( 30/04/2026 pm0 g,n v'9ervo 8y f8k,dkolh v,cx' 0q ; Ia [xtda o7;k,xvfwr.odkola o9vo ot7vos];'rt[k' 9tg0A ,';f ,kf8tdko4Y ,0U gspN v-t-kp ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ເມືອງສິງ ຈັດກອງປະຊຸມ ປຶກສາຫາລືການຈັດເທສະການບຸນ ປອຍ(ບຸນບັ້ງໄຟ) ໂດຍມີ ທ່ານ ໜານມອນ ແກ້ວສິງໄຊ ກຳມະການ ພັກແຂວງ, ເລຂາພັກເມືອງ, ປະທານ ປກຊ-ປກສ ເມືອງ, ຫົວໜ້າ ຄະນະສະມາຊິກສະພາປະຊາຊົນ ຂັ້ນແຂວງ, ມີກໍາມະການປະຈໍາ ພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກອງບັນຊາການ ປກຊປກສ, ເຖົ້າແກ່ແນວໂຮມບ້ານ, ປະທານ-ຮອງປະທານຄະນະກຳມະ ການປົກຄອງຕາແສງ 4 ຕາແສງ, ອົງການປົກຄອງບ້ານ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງປະ ຊຸມປຶກສາຫາລື ຊອກຫາມາດຕະ ການແກ້ໄຂບັນຫາ ການຖິ້ມຂີ້ເຫຍື້ອ ຊະຊາຍ ທີ່ພວມສົ່ງຜົນກະທົບຕໍ່ ຄວາມສະອາດ ແລະ ພາບພົດຂອງ ເມືອງມໍລະດົກໂລກ, ພ້ອມທັງສຶກ ສາອົບຮົມ ຕໍ່ພາກສ່ວນທີ່ລະເມີດ ຖິ້ມຂີ້ເຫຍື້ອຊະຊາຍ ຈັດຂຶ້ນໃນວັນທີ 28 ເມສາ 2026 ທີ່ຫ້ອງການ ຄຸ້ມຄອງ ແລະ ບໍລິການ ຕົວເມືອງ ນະຄອນຫລວງພະບາງ ໂດຍເປັນ ປະທານ ທ່ານ ດາວວັນ ສີຣິວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫລວງ ພະບາງ, ມີພາກສ່ວນກ່ຽວຂ້ອງ ຂັ້ນແຂວງ, ຂັ້ນນະຄອນ ເຂົ້າຮ່ວມ. ທ່ານ ດາວວັນ ສີຣິວົງ ໄດ້ມີ ຄໍາເຫັນວ່າ: ການຖິ້ມຂີ້ເຫຍື້ອຊະ ຊາຍ ເປັນບັນຫາທ້າທາຍໂດຍກົງ ຕໍ່ກັບສິ່ງແວດລ້ອມ ແລະ ພາບ ພົດການທ່ອງທ່ຽວຂອງແຂວງ ຫລວງພະບາງ, ອົງການປົກຄອງ ນະຄອນຫລວງພະບາງ ຈຶ່ງໄດ້ວາງ ມາດຕະການຢ່າງເຂັ້ມງວດ ໂດຍ ປັບໃໝຜູ້ລະເມີດຖິ້ມຂີ້ເຫຍື້ອ ຫລື ປະພຶດບໍ່ເໝາະສົມ ຕາມສະຖານທີ່ ສາທາລະນະ, ພ້ອມທັງມີມາດຕະ ການສຶກສາອົບຮົມ ເພື່ອປັບປຸງໃຫ້ ກາຍເປັນການປະພຶດທີ່ຖືກຕ້ອງໃນ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອເປັນ ການປັບປຸງພື້ນຖານໂຄງລ່າງ ແລະ ອຳນວຍຄວາມສະດວກໃຫ້ແກ່ການ ໄປ-ມາຫາສູ່ຂອງພໍ່ແມ່ປະຊາຊົນ ໃຫ້ມີຄວາມສະດວກ ແລະ ປອດໄພ ກວ່າເກົ່າ, ໃນຕອນບ່າຍວັນທີ 27 ເມສາ 2026 ຜ່ານມານີ້, ທ່ານ ປີ ໂຕລ້າ ຄູນສັກສີ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ຈຳພອນ ພ້ອມດ້ວຍຄະນະວິຊາການ ລົງຕິດຕາມກວດກາການສ້ອມ ແປງຂົວເບເລ ຫລື ຂົວເຫລັກປູໄມ້ ຈຳນວນ 2 ຈຸດ ຢູ່ເຂດບ້ານຄໍານ້ອຍ ເມືອງຈໍາພອນ ແຂວງສະຫວັນນະ ເຂດ ກໍຄື ຂົວຫ້ວຍຊຽງບານ ແລະ ຂົວຫ້ວຍໝາກບ້າ ຊຶ່ງຕັ້ງຢູ່ເສັ້ນທາງ ຍຸດທະສາດ PR 6303 ເຊື່ອມຕໍ່ແຕ່ ບ້ານຫລັກ 35 ຫາ ເທສະບານເມືອງ ຫລື ແກ້ງກອກ. ຂົວທັງສອງຈຸດດັ່ງກ່າວ ມີສະ ພາບຊຸດໂຊມຕາມການເວລາ ແລະ ມີບາງສ່ວນເປ່ເພ ຊຶ່ງອາດກໍ່ໃຫ້ເກີດ ຄວາມສ່ຽງຕໍ່ການເກີດອຸບັດເຫດ ຂອງຜູ້ຂັບຂີ່ ແລະ ຜູ້ທີ່ສັນຈອນຜ່ານ ໄປມາ. ສຳລັບໜ້າວຽກຫລັກໃນ g,n v'ly ' sk]n dko9a fgmltdko[5 o[A 'w2 mj ko w--tot 37fr6 mvo 4n dg]n vd8A 'gxa o xtmkoltrkxt-k-q oc0;'7e,j ;o -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ໃນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາປະຊາ ຊົນແຂວງຄໍາມ່ວນ ຊຸດທີ V ໄຂ ຂຶ້ນໃນວັນທີ 28 ເມສາ 2026 ໄດ້ມີການພິຈາລະນາ ແລະ ຜ່ານ ມາດຖານເງື່ອນໄຂ ສຳລັບຕຳແໜ່ງ ປະທານສະພາປະຊາຊົນແຂວງ, ພ້ອມທັງກຳນົດເປົ້າໝາຍໃນການ ເລືອກຕັ້ງບຸກຄະລາກອນເຂົ້າໃນ ຕຳແໜ່ງບໍລິຫານສຳຄັນຂອງສະພາ ຊຶ່ງກອງປະຊຸມໄດ້ລົງຄະແນນສຽງ ເຫັນດີເປັນເອກະສັນເລືອກເອົາ ທ່ານ ໄຊຊະນະ ໂຄດພູທອນ ເປັນປະທານ ສະພາປະຊາຊົນແຂວງ ຊຸດທີ V, ເລືອກຕັ້ງເອົາ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກ ແຂວງ ແລະ ທ່ານ ນາງ ກຽນຕາ ວັນມະນາ ກໍາມະການພັກແຂວງ ເປັນຮອງປະທານສະພາປະຊາຊົນ ແຂວງ ແລະ ແຕ່ງຕັ້ງກໍາມະການ ຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ V ປະກອບມີ: ທ່ານ ໄພມະນີ ພົມມະສານ, ທ່ານ ນາງ ກ້ອນແກ້ວ ຫລວງໄຊມຸງຄຸນ, ທ່ານ ເສົານາວາ ດວງມາລາ ແລະ ທ່ານ ນິລະພົນ ສຸ ວັນນະລາດ. ນອກຈາກນີ້, ກອງປະຊຸມຍັງ ໄດ້ພິຈາລະນາຮັບຮອງເອົາໂຄງ ປະກອບກົງຈັກ ຂອງອົງການປົກ ຄອງແຂວງ ແລະ ການແຕ່ງຕັ້ງ ປະທານຄະນະກຳມະການຕ່າງໆ ແລະ ຫົວໜ້າຫ້ອງວ່າການສະພາ ປະຊາຊົນແຂວງ ໂດຍໄດ້ຕົກລົງ ແຕ່ງຕັ້ງ ທ່ານ ໄພມະນີ ພົມມະ ສານ ເປັນຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ, ທ່ານ ນາງ ກ້ອນແກ້ວ ຫລວງໄຊມຸງຄຸນ ເປັນ ປະທານຄະນະກຳມະການວັດທະ ນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ, ທ່ານ ເສົານາວາ ດວງ ມາລາ ເປັນປະທານຄະນະກຳມະ ການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ, ທ່ານ ນິລະພົນ ສຸ ວັນນະລາດ ເປັນປະທານຄະນະກຳ ມະການ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຍຸຕິທຳ ແລະ ທ່ານ ພາກອນ ແກ້ວມະນີ ເປັນ ຫົວໜ້າຫ້ອງການຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ. ປຶກສາຫາລື ແລະ ເຫັນດີໃຫ້ແຕ່ງ ຕັ້ງອະນຸກຳມະການ, ໃຫ້ຄະນະ ກຳມະການປົກຄອງຕາແສງ ເປີດ ກອງປະຊຸມໃຫ້ອົງການປົກຄອງ ບ້ານ ແຕ່ງຕັ້ງອະນຸກຳມະການຊ່ວຍ ວຽກຕ່າງໆ, ເຫັນດີໃຫ້ຈັດງານ ເທສະການບຸນປອຍທຸກໆປີ, ການ ເຮັດບັ້ງໄຟ-ການຂາຍບັ້ງໄຟແມ່ນ ມອບໃຫ້ບ້ານເປັນຜູ້ຮັບຜິດຊອບ. ທັງນີ້, ກໍເພື່ອເຮັດໃຫ້ເທສະການບຸນ ບັ້ງໄຟ ດໍາເນີນໄປດ້ວຍບັນຍາກາດ ຄືກຄື້ນມ່ວນຊື່ນ. ໂອກາດນີ້ ທ່ານ ໜານມອນ ແກ້ວສິງໄຊ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍທີ່ທຸກພາກສ່ວນ ເຂົ້າຮ່ວມໄດ້ເອົາໃຈໃສ່ປຶກສາຫາ ລື, ປະກອບຄຳຄິດເຫັນໃນການ ຈັດງານໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ ຜູ້ເຂົ້າຮ່ວມກອງປະຊຸມ ກໍຄື ຜູ້ທີ່ຮັບ ຜິດຊອບແຕ່ລະໜ້າວຽກເອົາໃຈໃສ່ ປະຕິບັດໜ້າວຽກທີ່ຕົນຮັບຜິດຊອບ ເພື່ອເຮັດໃຫ້ງານຄັ້ງນີ້ດໍາເນີນໄປ ຢ່າງມີຜົນສໍາເລັດ. ຂ່າວ: ເມືອງສິງ ການສ້ອມແປງຄັ້ງນີ້ ແມ່ນເນັ້ນໃສ່ ການປັບປຸງໂຄງສ້າງສ່ວນເທິງ ເປັນ ຕົ້ນ ການປ່ຽນຖ່າຍໄມ້ຮອງລໍ້ໃໝ່ທີ່ ຊຸດໂຊມ, ການຕອກຄືນໄມ້ຮອງລໍ້ ທີ່ຫລຸດອອກໃຫ້ມີຄວາມແໜ້ນໜາ ຄືເກົ່າ, ພ້ອມທັງກວດກາ ແລະ ຈັບ ບູລອງໄມ້ຂອບທາງທີ່ເຄື່ອນຍ້າຍ ໃຫ້ກັບຄືນສູ່ສະພາບປົກກະຕິ ເພື່ອ ຮັບປະກັນຄວາມໝັ້ນຄົງຂອງຂົວ. ໂຄງການສ້ອມແປງດັ່ງກ່າວ, ແມ່ນ ໄດ້ຮັບການຈັດຕັ້ງປະຕິບັດໂດຍ ບໍລິສັດ ໄກ່ຄຳ. ໂອກາດນີ້, ທ່ານ ປີໂຕລ້າ ຄູນ ສັກສີ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນ ໃຫ້ບໍລິສັດຜູ້ຮັບເໝົາ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ໄດ້ມາດຕະຖານເຕັກນິກຢ່າງ ເຂັ້ມງວດ ເພື່ອໃຫ້ຂົວມີຄວາມ ທົນທານ ສາມາດຮອງຮັບການ ສັນຈອນ ແລະ ການຂົນສົ່ງສິນຄ້າ ຂອງປະຊາຊົນໃນເຂດດັ່ງກ່າວ ໄດ້ ຢ່າງຍາວນານ. ທັງນີ້, ກໍເພື່ອເປັນ ການກະກຽມຄວາມພ້ອມໃນການ ສັນຈອນໃຫ້ມີຄວາມຄ່ອງຕົວ ແລະ ຫລຸດຜ່ອນຄວາມສ່ຽງຕ່າງໆ ໂດຍ ສະເພາະແມ່ນກ່ອນຈະກ້າວເຂົ້າສູ່ ລະດູຝົນທີ່ຈະມາເຖິງນີ້ ເຮັດໃຫ້ການ ໄປມາຫາສູ່ຂອງປະຊາຊົນມີຄວາມ ສະດວກສະບາຍຫລາຍຂຶ້ນ. ອະນາຄົດ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ ປຶກສາຫາລື ມາດຕະການຫ້າມຖິ້ມ ຂີ້ເຫຍື້ອຊະຊາຍ ເປັນຕົ້ນ ຖິ້ມສິ່ງເສດ ເຫລືອ ຕາມສະຖານທີ່ສາທາລະນະ, ຖິ້ມສິ່ງເສດເຫລືອອອກຈາກລົດເຮືອ ລົງສູ່ແມ່ນໍ້າ, ຮ່ອງນໍ້າ ແລະ ສະຖານທີ່ອື່ນໆ ພາຍໃນເທສະບານ ນະຄອນຫລວງພະບາງ. ຖ້າຫາກ ມີການລະເມີດຄັ້ງທີ 1 ຈະສຶກສາ ອົບຮົມ, ເຮັດບົດບັນທຶກ, ປັບໃໝ 300.000 ກີບ, ພ້ອມທັງໃຫ້ອະ ນາໄມຄືນ ແລະ ຈ່າຍຄ່າແຮງງານ ໃຫ້ເຈົ້າໜ້າທີ່ຮັບຜິດຊອບ; ຖ້າຫາກ ມີການລະເມີດຄັ້ງທີ2ຈະຖືກປັບໃໝ 1.000.000 ກີບ, ພ້ອມທັງໃຫ້ອະ ນາໄມຄືນ ແລະ ຈ່າຍຄ່າແຮງງານ ໃຫ້ເຈົ້າໜ້າທີ່ຮັບຜິດຊອບ; ຖ້າຫາກ ກະທໍາຜິດຊໍ້າ ໂດຍເຈຕະນາ ຫລື ບໍ່ ເຈຕະນາ ເປັນຄັ້ງທີ 3 ຈະຖືກປັບ ໃໝ ແບບທະວີຄູນ ເປັນ 5 ຫລື 10 ເທົ່າຂອງຄັ້ງທີ 2, ພ້ອມທັງໃຫ້ອະ ນາໄມຄືນ, ຈ່າຍຄ່າແຮງງານ ໃຫ້ ເຈົ້າໜ້າທີ່ຮັບຜິດຊອບ, ແຈ້ງການ ກະທໍາຜິດຂອງຜູ້ລະເມີດຕໍ່ກົງສູນ ຫລື ກົມກອງຜູ້ກ່ຽວ ແລະ ມອບໃຫ້ ເຈົ້າໜ້າທີ່ດຳເນີນຕາມລະບຽບກົດໝາຍ, ຖ້າການກະທໍາຜິດຂອງ ບຸກຄົນ, ນັກທ່ອງທ່ຽວ ທີ່ຂຶ້ນກັບ ການຄຸ້ມຄອງຂອງບໍລິສັດນຳທ່ຽວ, ລົດຕູ້ນຳທ່ຽວ, ເຮືອນຳທ່ຽວ, ຜູ້ ປະກອບການດ້ານທ່ອງທ່ຽວ ແລະ ພະນັກງານນຳທ່ຽວ (ໄກ້ນຳ ທ່ຽວ), ຜູ້ຮັບຜິດຊອບນັກທ່ອງທ່ຽວ ຈະຖືກປະຕິບັດຕາມລະບຽບການ ແລະ ກົດໝາຍ ທີ່ວາງອອກຢ່າງ ເຂັ້ມງວດ; ກໍລະນີມີການລະເມີດທີ່ ຮ້າຍແຮງ ຫລື ສ້າງຄວາມເສຍຫາຍ ຫລາຍ ຈະຖືກສັ່ງໂຈະ ຫລື ຖອນໃບ ດຳເນີນທຸລະກິດ ຕາມລະບຽບການ. ໂອກາດນີ້, ທ່ານ ດາວວັນ ສີຣິ ວົງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ພ້ອມກັນເປັນເຈົ້າການ ປະຕິບັດລະບຽບການໃຫ້ເຂັ້ມງວດ, ທັງສະໜອງຂໍ້ມູນການກະທຳຜິດ ໃຫ້ພາກສ່ວນກ່ຽວຂ້ອງໂດຍດ່ວນ ເມື່ອພົບເຫັນມີການກະທຳຜິດ ເພື່ອ ຈະມີການແກ້ໄຂໃຫ້ທັນການ. ຂ່າວ-ພາບ: ທະນູສີນ ອິດທິພົນ

RkJQdWJsaXNoZXIy MTc3MTYxMQ==