30/04/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7totde,tdko-kpcfoIj ;, ]k;{9u o fegou odv'xt-5 ,7A 'mu XXI ຂປລ. ກອງປະຊຸມຄັ້ງທີ XXI ຂອງຄະນະກໍາມະການຊາຍແດນ ຮ່ວມ ລາວ-ຈີນ ຈັດຂຶ້ນໃນວັນທີ 21-24 ເມສາ 2026 ຜ່ານມາ ຢູ່ນະຄອນຫລວງປັກກິ່ງ ສປ ຈີນ, ຄະນະຜູ້ແທນຊາຍແດນຝ່າຍ ລາວ ນໍາໂດຍສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການ ຄະນະກໍາມະການຊາຍແດນແຫ່ງ ຊາດ ກະຊວງການຕ່າງປະເທດ ສປປ ລາວ, ຫົວໜ້າຄະນະກໍາມະ ການຊາຍແດນ ລາວ-ຈີນ, ຝ່າຍຈີນ ນໍາໂດຍສະຫາຍ ຈ່າງ ອີ່ສື ທີ່ປຶກສາ ກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ, ຫົວໜ້າຄະນະກໍາມະ ການຊາຍແດນ ຈີນ-ລາວ ໂດຍມີຜູ້ ຕາງໜ້າພາກສ່ວນກ່ຽວຂ້ອງຂອງ ສູນກາງ ແລະ ບັນດາແຂວງທີ່ມີ ຊາຍແດນຕິດຈອດກັນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນ ຄືນການຈັດຕັ້ງປະຕິບັດບົດບັນທຶກ ກອງປະຊຸມຄະນະກໍາມະການຊາຍ ແດນຮ່ວມ ລາວ-ຈີນ ຄັ້ງທີ XX ແລະ ການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງ ຊາຍແດນ, ສັນຍາວ່າດ້ວຍດ່ານ ຊາຍແດນ ແລະ ລະບຽບການ ຄຸ້ມຄອງດ່ານຊາຍແດນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ, ສະບັບ ລົງວັນທີ 23 ສິງຫາ 2011 ຊຶ່ງ ໃນໄລຍະໜຶ່ງປີຜ່ານມາເຫັນວ່າ ສະພາບຕາມບໍລິເວນຊາຍແດນມີ ຄວາມສະຫງົບເປັນລະບຽບຮຽບ ຮ້ອຍ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ ບົນພື້ນຖານ ຈິດໃຈ 4 ດີ ຄື: ຖານບ້ານໃກ້ເຮືອນ ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີລະຫວ່າງ ລາວ-ຈີນ ທີ່ນັບມື້ຍິ່ງໄດ້ຮັບການ ເພີ່ມພູນຄູນສ້າງ, ແຕກດອກອອກ ຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງ ເລິກຢ່າງບໍ່ຢຸດຢັ້ງ; ສອງຝ່າຍໄດ້ ເປັນເອກະພາບກັນໃນການເພີ່ມທະ ວີການເຜີຍແຜ່ໂຄສະນາກົດໝາຍໃຫ້ ແກ່ພົນລະເມືອງຂອງຕົນຢູ່ບໍລິເວນ ຊາຍແດນ, ຊຸກຍູ້ການຄຸ້ມຄອງ ແລະ ການປະສານສົມທົບກັນຢ່າງ ເປັນຮູບປະທຳ, ມີການພົບປະ ແລະ ລາດຕະເວນຮ່ວມກັນຢ່າງເປັນປົກ ກະຕິເພື່ອຕ້ານ ແລະ ສະກັດກັ້ນອາ ຊະຍາກຳທີ່ຜິດກົດໝາຍເປັນຕົ້ນ ການເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງງານແອບແຝງ, ການຄ້າ ມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າຂາຍເຖື່ອນ, ການກະທຳ ຜິດທາງຄອມພິວເຕີ, ການຄ້າຂາຍ ອາວຸດເສິກ ແລະ ອື່ນໆ; ສອງ ຝ່າຍຈະສືບກໍ່ສ້າງພື້ນຖານໂຄງ ລ່າງຢູ່ດ່ານຊາຍແດນ ເພື່ອຍົກສູງ ປະສິດທິພາບໃນການຂ້າມຜ່ານ ດ່ານ, ການຊື້ຂາຍແລກປ່ຽນສິນຄ້າ, ໄປມາຫາສູ່ຂອງປະຊາຊົນສອງ ປະເທດ ແລະ ອື່ນໆ. ພ້ອມນີ້, ສອງ ຝ່າຍເຫັນດີຮ່ວມກັນຮັບຮອງບົດ ບັນທຶກຜົນການລົງວັດແທກ ແລະ ກຳນົດຈຸດລັກສະນະສະເພາະຢູ່ ເສັ້ນຊາຍແດນ ລາວ-ຈີນ ຢູ່ບໍລິເວນ ເສັ້ນທາງ 12 ເລນ ດ່ານສາກົນ ບໍ່ ເຕ່ນ-ບໍ່ຫານ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ສະຫາຍ ອານຸສິນ ຂັດຕິຍະລາດ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍ ຈາວ ລີຈຽນ ຮອງຫົວໜ້າ ກົມກິດຈະການຊາຍແດນ ແລະ ທະ ເລ ກະຊວງການຕ່າງປະເທດ ສປ ຈີນປຶກສາຫາລືແລກປ່ຽນຄໍາຄິດຄໍາ ເຫັນກ່ຽວກັບການດໍາເນີນຂັ້ນຕອນ ພາຍໃນຂອງຕົນໃນການຈັດຕັ້ງຜັນ ຂະຫຍາຍສົນທິສັນຍາວ່າດ້ວຍການ ຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” (ບໍ່ເຕ່ນ-ບໍ່ ຫານ) ລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ເພື່ອໃຫ້ສໍາລັດ ແລະ ສາມາດ ຈັດຕັ້ງປະຕິບັດໃນເວລາອັນໃກ້ນີ້. ຜູ້ແທນແນວລາວສ້າງຊາດ...ູ້້ ຫາລືການແກ້ໄຂມົນລະພິດ...ື້ົິ ລາວ-ຫວຽດນາມ... ຂປລ. ກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂມົນລະພິດ ໝອກຄວັນຂ້າມຜ່ານຊາຍແດນລະ ຫວ່າງທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມແຫ່ງສປປລາວແລະ ທ່ານ ຊູຊາດ ຊົມກຣິ່ນ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງ ແວດລ້ອມ ແຫ່ງ ຣາຊະອານາຈັກ ໄທ ຈັດຂຶ້ນໃນວັນທີ 29 ເມສາ ທີ່ເປັນມູນເຊື້ອອັນດີງາມຂອງແນວ ລາວສ້າງຊາດ ກໍຄື ຂອງຜູ້ແທນ ກອງປະຊຸມຄັ້ງນີ້. ໃນໂອກາດດັ່ງກ່າວ,ທ່ານກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກຳມະການ ສູນກາງແນວລາວສ້າງຊາດ ສະໄໝ ທີ XI I ໃຫ້ຄຳໝັ້ນສັນຍາວ່າຈະ ສືບຕໍ່ເຕົ້າໂຮມມະຫາສາມັກຄີທົ່ວ ປະຊາຊົນລາວບັນດາເຜົ່າໃຫ້ເປັນ ປຶກແຜ່ນຢູ່ໃຕ້ການນຳພາຂອງພັກ, ເຊີດຊູຈິດໃຈຮັກຊາດ, ມານະຈິດບຸກ ບືນ, ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຄວາມທຸກຍາກ ໂດຍເລີ່ມ ຈາກຄອບຄົວ, ພ້ອມກັນສ້າງສັງຄົມ ໃຫ້ເປັນສັງຄົມທີ່ມີປະຊາທິປະໄຕ, ສາມັກຄີປອງດອງ, ມີຄວາມສີວິໄລ ແລະ ຍຸຕິທຳ. ຮຽກຮ້ອງມາຍັງກຳ ມະການສູນກາງແນວລາວສ້າງ ຊາດທຸກທ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ, ແນວລາວສ້າງຊາດ ຂັ້ນຕ່າງໆ ແລະ ອົງການພາຄີຈົ່ງ ລັດຖະມົນຕີຕ່າງປະເທດ ອາຊຽນອີຢູ ຄັ້ງທີ 25. ໃນໂອກາດນີ້, ສະຫາຍ ທອງສະຫວັນພົມວິຫານໄດ້ສະແດງ ຂປລ. ໄລຍະ 5 ປີຜ່ານມາ, ຄະນະກຳມະການແນວລາວສ້າງ ຊາດແຕ່ລະຂັ້ນໄດ້ເປັນເຈົ້າການ ສຶກສາອົບຮົມ, ເຕົ້າໂຮມຄວາມ ສາມັກຄີປອງດອງ, ປຸກລະດົມ ຂົນຂວາຍປະຊາຊົນລາວບັນດາ ເຜົ່າຢູ່ຮ່ວມກັນດ້ວຍຄວາມສາມັກຄີ ປອງດອງ, ມີນໍ້າໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕປະຊາຊົນ, ເຂົ້າຮ່ວມປະຕິບັດແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍ ຂອງລັດ ແລະ ວຽກງານຂອງອົງ ການປົກຄອງທ້ອງຖິ່ນ, ເສີມຂະ ຫຍາຍມູນເຊື້ອວັດທະນະທຳ-ຮີດ ຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານນາງບຸດສະດີທະນະເມືອງ ຮອງປະທານສູນກາງແນວລາວ ສ້າງຊາດ ໄດ້ລາຍງານໃຫ້ຮູ້ໃນ ກອງປະຊຸມໃຫຍ່ຜູ້ແທນແນວລາວ ສ້າງຊາດທົ່ວປະເທດ ຄັ້ງທີ XII ໃນ ວັນທີ 28 ເມສາ 2026 ວ່າ: ໄລຍະ 5 ປີຜ່ານມາ, ສູນກາງແນວລາວ ສ້າງຊາດ ເອົາໃຈໃສ່ສຶກສາອົບຮົມ ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງ ສັງຄົມໃຫ້ມີນໍ້າໃຈເສຍສະລະ, ຮັກ ຊາດ, ຮັກບ້ານເກີດເມືອງນອນ, ເສີມຂະຫຍາຍບົດບາດໃນການ ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງ, ປຸກ ລະດົມກຳລັງແຮງ ແລະ ທຶນຮອນ ເຂົ້າຮ່ວມການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ກໍຄື ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ເສີມສ້າງພັນທະພາບ ກຳມະກອນ, ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນຕັ້ງໜ້າທຳ ມາຫາກິນ, ປະກອບອາຊີບໃຫ້ ຖືກຕ້ອງສອດຄ່ອງກັບລະບຽບ ກົດໝາຍ, ຄົ້ນຄວ້າຄວາມເປັນໄປ ໄດ້ໃນການສ້າງຕັ້ງສະຫະພັນຊາວ ກະສິກອນລາວ, ໃຫ້ຄວາມປຶກສາ ແລະ ປະກອບສ່ວນໃນຫລາຍກິດ glu ,0tspkp,6 og-N v;a fmtotme{Iu f7v'xtgrou va ofu 'k,0v'-kf g0Q k.odkolh k'lkra fmtokxtgmf-kf ຈະການ, ເກັບກຳຂໍ້ມູນບັນດາຊັ້ນ ຄົນ ແລະ ການຈັດຕັ້ງສັງຄົມ, ພ້ອມ ທັງປຸກລະດົມເຂົາເຈົ້າປະກອບ ສ່ວນເຂົ້າໃນການພັດທະນາສັງຄົມ, ຊ່ວຍເຫລືອມະນຸດສະທຳ, ໄດ້ ສ້າງຂະບວນການແຂ່ງຂັນສ້າງ ຄອບຄົວ-ບ້ານສາມັກຄີປອງດອງ, ສ້າງເມືອງສາມັກຄີປອງດອງຕິດ ພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າມາຮອດ ປີ 2025 ສາມາດສ້າງຄອບຄົວ ສາມັກຄີປອງດອງໄດ້ 907.542 ຄອບຄົວເທົ່າກັບ 66,83%, ສ້າງ ບ້ານສາມັກຄີປອງດອງໄດ້ 6.210 ບ້ານ ເທົ່າກັບ 73,91% ແລະ ຮັບຮອງເມືອງຈັດຕັ້ງປະຕິບັດຂະ ບວນການສາມັກຄີປອງດອງໄດ້ 107 ເມືອງ ເທົ່າ 72,30% ເຮັດ ໃຫ້ປະຊາຊົນບັນດາເຜົ່າດຳລົງຊີວິດ ຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງ ດອງ, ມີຄວາມສະຫງົບ ແລະ ພ້ອມ ກັນສ້າງສາພັດທະນາປະເທດຊາດ. ນອກຈາກນີ້, ຍັງໄດ້ຈັດຕັ້ງ ປະຕິບັດນະໂຍບາຍການຕ່າງປະ ເທດຂອງພັກ ຊຶ່ງຖືວ່າຄົນລາວຢູ່ ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ ແຍກອອກບໍ່ໄດ້ຂອງວົງຄະນາຍາດ ແຫ່ງຊາດລາວ ໂດຍໄດ້ເອົາໃຈ ໃສ່ປຸກລະດົມຂົນຂວາຍຄົນລາວ ຢູ່ຕ່າງປະເທດໃຫ້ຫັນໜ້າກັບຄືນສູ່ ປະເທດຊາດ, ບ້ານເກີດເມືອງນອນ ຂອງຕົນ ໂດຍຜ່ານຮູບແບບການທູດ ປະຊາຊົນ, ສ້າງຄວາມເຊື່ອໝັ້ນເຂົ້າ ອົກເຂົ້າໃຈ ແລະ ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ສາມາດ ດຶງດູດກໍາລັງແຮງມາປະກອບສ່ວນ ເຂົ້າໃນການສ້າງສາພັດທະນາ ແລະ ແລະ ການແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນ; ເອົາໃຈໃສ່ນໍາ ພາວຽກງານເສີມຂະຫຍາຍສິດ ປະຊາທິປະໄຕ ແລະ ສິດເປັນເຈົ້າ ຂອງປະຊາຊົນໃນການເກັບກໍາຫາງ ສຽງ, ຄຳສະເໜີຂອງປະຊາຊົນ, ຜູ້ ປະກອບການ ແລະ ຊັ້ນຄົນຕ່າງໆ ເພື່ອນໍາສະເໜີຕໍ່ຄະນະພັກ, ອໍາ ນາດການປົກຄອງໃນແຕ່ລະຂັ້ນ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍໄດ້ເອົາໃຈໃສ່ການ ຫັນລົງຮາກຖານສະໜິດຕິດພັນກັບ ປະຊາຊົນຢູ່ເຂດຊົນນະບົດຫ່າງໄກ ສອກຫລີກ, ແກ້ໄຂຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນເປັນຕົ້ນແມ່ນບັນຫາຜົນ ກະທົບຈາກໂຄງການຕ່າງໆ. ຂ່າວ: ກິດຕາ ພ້ອມກັນຍົກສູງຄວາມຮັບຜິດຊອບ, ມີຄວາມເປັນເອກະພາບສູງໃນການ ປະຕິບັດໜ້າທີ່ອັນມີກຽດສະຫງ່າ ຂອງຕົນ; ຂໍຝາກຄວາມເຊື່ອໝັ້ນ, ຄວາມສາມັກຄີໄປຍັງພີ່ນ້ອງບັນດາ ເຜົ່າ, ທຸກຊັ້ນຄົນ, ສາສະໜາ, ເພດໄວ, ປັນຍາຊົນ, ນັກທຸລະກິດທຸກສາ ຂາອາຊີບຢູ່ພາຍໃນ ແລະ ຢູ່ຕ່າງ ປະເທດຈົ່ງຕັ້ງໜ້າເສີມຂະຫຍາຍ ມູນເຊື້ອອັນດີງາມ ແລະ ລ້ຳຄ່າ ຂອງພັກ-ລັດ, ແນວລາວສ້າງຊາດ ແລະ ປະຊາຊົນສືບຕໍ່ສູ້ຊົນບຸກບືນ ຢ່າງແຂງແຮງ ເພື່ອຜ່ານຜ່າທຸກ ຄວາມຫຍຸ້ງຍາກພ້ອມກັນກ້າວ ໄປສູ່ອະນາຄົດອັນສະຫວ່າງສະ ໄຫວຂອງປະເທດຊາດທີ່ແສນເຄົາ ລົບຮັກ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຄວາມຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເລ ຮວາຍ ຈູງ ສືບຕໍ່ໄດ້ ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງການຕ່າງ ປະເທດອີກສະໄໝໜຶ່່ງໃນກອງ ປະຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI, ພ້ອມທັງໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວບັນ ດາເຜົ່າສະແດງຄວາມຂອບໃຈຢ່າງ ຈິງໃຈມາຍັງພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງຕໍ່ການ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຕະຫລອດມາ ໂດຍສະເພາະໃນສະພາບການທີ່ ສປປ ລາວ ຜະເຊີນກັບການຂາດ ແຄນດ້ານພະລັງງານ. ໃນຂະນະ ດຽວກັນ, ສະຫາຍ ເລ ຮວາຍ ຈູງ ກໍໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ລາວ ຊຸດທີ X. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ອ້າຍ ນ້ອງໃຫ້ແໜ້ນແຟ້ນ ແລະ ຈະເລີນ ງອກງາມຍິ່ງໆຂຶ້ນ. ສອງຝ່າຍໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດໃນໄລຍະ ຜ່ານມາທີ່ມີການພັດທະນາຢ່າງ ບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ລວມທັງການພົວພັນຮ່ວມມືທາງ ດ້ານການເມືອງ, ດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໂດຍ ສະເພາະດ້ານເສດຖະກິດແມ່ນມີ ບາດກ້າວທີ່ໜ້າເພິ່ງພໍໃຈ ຊຶ່ງເປັນ ປັດໄຈສຳຄັນເພື່ອໃຫ້ສອງຝ່າຍສາ ມາດສູ້ຊົນມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 5-10 ຕື້ໂລດາສະຫະລັດ ໃນໄລຍະ 5 ປີຕໍ່ໜ້າຕາມເນື້ອໃນ ຈິດໃຈຂອງການນໍາຂັ້ນສູງສອງ ຝ່າຍ. ພ້ອມນີ້, ສອງຝ່າຍກໍໄດ້ຕີລາ ຄາສູງຕໍ່ບັນດາຜົນສໍາເລັດຂອງ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງລາວ ແລະ ຫວຽດນາມ, ລວມເຖິງການຈັດຕັ້ງ ຜັນຂະຫຍາຍຂໍ້ຕົກລົງຂອງສອງ ກົມການເມືອງ ກໍຄື ຜົນຂອງກອງ ປະຊຸມ ຄັ້ງທີ 48 ຂອງຄະນະກໍາມະ ການຮ່ວມມື ລາວ-ຫວຽດນາມ ທີ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າແນໃສ່ໃນການເຊື່ອມໂຍງ ເຊື່ອມຈອດພື້ນຖານເສດຖະກິດຂອງ ສອງປະເທດຜ່ານບັນດາໂຄງການ ຍຸດທະສາດຕ່າງໆ. ໃນໂອກາດດຽວກັນນີ້, ສອງ ຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ແລະ ການປະສານສົມທົບ ກັນຢ່າງແໜ້ນແຟ້ນລະຫວ່າງສອງ ກະຊວງການຕ່າງປະເທດ ລາວຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບຈະ ປະສານສົມທົບກັນຢ່າງໃກ້ຊິດ ເພື່ອ ສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງວ່າ ດ້ວຍການຮ່ວມມືລະຫວ່າງສອງ ກະຊວງ ໂດຍສະເພາະແມ່ນກົນໄກ ກອງປະຊຸມປຶກສາຫາລືດ້ານການ ເມືອງຂັ້ນລັດຖະມົນຕີ ຄັ້ງທີ 13 ທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ ຂັ້ນຮອງລັດຖະມົນຕີ ຄັ້ງທີ 11 ແມ່ນ ຝ່າຍຫວຽດນາມ ຈະເປັນເຈົ້າພາບ, ລວມເຖິງການກະກຽມຢ່າງຮອບ ດ້ານໃຫ້ແກ່ການແລກປ່ຽນການ ຢ້ຽມຢາມລະຫວ່າງການນໍາຂັ້ນສູງ ຂອງສອງປະເທດ ໂດຍສະເພາະ ການກະກຽມການຢ້ຽມຢາມ ສສ ຫວຽດນາມ ຂອງສະຫາຍນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນ ໄວໆນີ້. ຂ່າວ-ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນການ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ທິດຊີ້ນໍາຂອງນາຍົກລັດຖະມົນຕີ 3 ປະເທດ (ລາວ, ມຽນມາ ແລະ ໄທ) ກ່ຽວກັບການຮ່ວມກັນແກ້ໄຂບັນຫາ ມົນລະພິດໝອກຄວັນຂ້າມຜ່ານ ຊາຍແດນ. ພ້ອມນັ້ນ, ຍັງເປັນການ ທົບທວນຄືນການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ທີ່ທັງສອງ ກະຊວງໄດ້ລົງນາມຮ່ວມກັນຜ່ານ ມາ ແລະ ໄດ້ມີການປຶກສາຫາລືບັນ ຫາອື່ນໆ ທີ່ຕິດພັນກັບວຽກງານມົນ ລະພິດໝອກຄວັນ ແລະ ທິດທາງ ແຜນການຮ່ວມມືກັນໃນຕໍ່ໜ້າ. ກອງ ປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຮ່ວມກັນໃນແຕ່ລະຫົວຂໍ້ ເປັນຕົ້ນຫົວຂໍ້ທີ 1 ສະພາບມົນລະ ພິດໝອກຄວັນ (PM2,5) ໃນ ສປປ ລາວ ແລະ ມາດຕະການແກ້ ໄຂ; ຫົວຂໍ້ທີ 2 ການເປັນເຈົ້າພາບ ກອງປະຊຸມ MSC-Mekong ຄັ້ງ ທີ 14 ແລະ TWG-Mekong ຄັ້ງ ທີ 20 ແລະ ຫົວຂໍ້ທີ 3 ການຈັດຕັ້ງ ຍຸດທະສາດຟ້າໃສໃນ ສປປ ລາວ. ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ມີຄໍາເຫັນວ່າ: ໂດຍ ປະຕິບັດຕາມຜົນຂອງກອງປະຊຸມ (ທາງໄກ) 3 ຝ່າຍລະຫວ່າງນາ ຍົກລັດຖະມົນຕີ ສປປ ລາວ, ຣາຊະ ອານາຈັກໄທ ແລະ ມຽນມາ ທີ່ໄດ້ ຕົກລົງຮ່ວມກັນໃນການແກ້ໄຂ ບັນຫາໝອກຄວັນໃນເດືອນເມສາ ປີ 2023 ກ່ຽວກັບຍຸດທະສາດຟ້າ ໃສ; ພາກສ່ວນກ່ຽວຂ້ອງ 3 ປະເທດ ໄດ້ຮ່ວມກັນຮ່າງແຜນດໍາເນີນງານຍຸດທະສາດຟ້າໃສຮອດປີ 2030 ຊຶ່ງ ໄດ້ມີການຮັບຮອງ ແລະ ປະກາດ ໃຊ້ຢ່າງເປັນທາງການໃນວັນທີ 29 ຕຸລາ 2024 ທີ່ກະຊວງການຕ່າງ ປະເທດ ແຫ່ງ ຣາຊະອານາຈັກໄທ ໂດຍການເຂົ້າຮ່ວມຂອງທ່ານລັດ ຖະມົນຕີກະຊວງກ່ຽວຂ້ອງທັງ 3 ປະເທດ. ຍຸດທະສາດຟ້າໃສ ມີ 5 ອົງປະກອບ ຄື: ລະບົບຄວບຄຸມ ແລະ ສະກັດກັ້ນໄຟໄໝ້ລາມປ່າ, ລະບົບຕິດຕາມ ແລະ ແບບຈໍາລອງ ການກະຈາຍຕົວມົນລະພິດທາງ ອາກາດ, ການຄຸ້ມຄອງກະສິກໍາ ແບບຍືນຍົງ, ການນໍາໃຊ້ລະບຽບ ກົດໝາຍ ແລະ ການປະສານງານ ແລະ ການຈັດຕັ້ງປະຕິບັດ. ສໍາລັບທິດທາງແຜນການໃນຕໍ່ ໜ້າກ່ຽວກັບການຈັດຕັ້ງປະຕິບັດ ຍຸດທະສາດຟ້າໃສຮອດປີ 2030 ມີ ຄື: ສືບຕໍ່ຮ່ວມມືກັບຣາຊະອານາຈັກ ໄທ ແລະ ສາທາລະນະລັດ ສະຫະ ພາບມຽນມາ ຈັດຕັ້ງປະຕິບັດຍຸດທະ ສາດດັ່ງກ່າວໃຫ້ມີປະສິດທິຜົນ ເພື່ອ ຫລຸດຜ່ອນບັນຫາໝອກຄວັນຂ້າມ ຜ່ານຊາຍແດນ, ເພີ່ມທະວີຄວບຄຸມ ແລະ ສະກັດກັ້ນໄຟໄໝ້ລາມປ່າ ໂດຍສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ ແລະ ນິຕິກໍາ, ສືບ ຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ແບບຍືນຍົງ ໂດຍຫລຸດຜ່ອນການ ຈູດພື້ນທີ່ ເພື່ອກະກຽມການຜະລິດ ກະສິກໍາ ແລະ ຂະຫຍາຍພື້ນທີ່ຕົວ ແບບ ເພື່ອສົ່ງເສີມກະສິກໍາຍືນຍົງ ໃຫ້ຫລາຍຂຶ້ນ, ສືບຕໍ່ສ້າງຄວາມເຂັ້ມ ແຂງໃຫ້ພະນັກງານສູນກາງ ແລະ ທ້ອງຖິ່ນໃນການຕິດຕາມວັດແທກ ຄຸນນະພາບອາກາດ ແລະ ການປ້ອງ ກັນສະກັດກັ້ນໄຟໄໝ້ລາມປ່າຢ່າງມີ ປະສິດທິພາບ ແລະ ເປັນຮູບປະທຳ.
RkJQdWJsaXNoZXIy MTc3MTYxMQ==