7265.1

08 xtgmf]k; 37ltok c]t [= ]y = dy ko 30/04/2026 ໃນໂອກາດຄົບຮອບ 140 ປີ ຂອງວັນກໍາມະກອນສາກົນ, ບໍລິສັດ ພູເບ້ຍ ມາຍນິງ ຮັບຮູ້ພະນັກງານທຸກ ຄົນ ທີ່ໄດ້ອຸທິດຕົນ, ມີຄວາມມຸ້ງໝັ້ນ ແລະ ປະກອບສ່ວນ ເຂົ້າໃນການ ເຕີບໂຕ ແລະ ຈະເລີນກ້າວໜ້າຂອງ ບໍລິສັດ ຢູ່ປະເທດລາວ. ບໍລິສັດ ພູເບ້ຍ ມາຍນິງ ຊຶ່ງເປັນ ສ່ວນໜຶ່ງຂອງບໍລິສັດ ແພນອອສ໌ ເປັນບໍລິສັດໃນເຄື່ອຂອງບໍລິສັດ ກວ່າງຕົງ ຣາຍຊິງ ໂຮລດິງ ກຣຸບ (GDRH) ມີຄວາມມຸ້ງໝັ້ນໃຫ້ ການຈ້າງງານໄລຍະຍາວ ແລະ ຄວາມໝັ້ນຄົງໃນອາຊີບວຽກງານ ໃຫ້ກັບພະນັກງານ 3.884 ຄົນ ຢູ່ ລາວ. ໂດຍສອດຄ່ອງກັບຂີດໝາຍ ສຳຄັນດັ່ງກ່າວນີ້, ບໍລິສັດຍັງສືບຕໍ່ ດຳເນີນທຸລະກິດດ້ວຍການຍຶດຖື ຄຸນນະທໍາຫລັກຂອງ GDRH ຄື FAITH: ຈຸດສຸມ (Focus), ການ ປະຕິບັດ (Actions), ນະວັດຕະ ກໍາ (Innovation), ເຕັກໂນໂລຊີ (Technology) ແລະ ວາງຄົນ ເປັນທີ່ຕັ້ງ (Human-oriented). ພະນັກງານບໍລິສັດພູເບ້ຍ ມາຍນິງ ແບ່ງປັນເລື່ອງອາຊີບຂອງຕົນເນື່ອງໃນວັນກຳມະກອນສາກົນ ເພື່ອເປັນການສະເຫລີມສະຫລອງ ວັນກໍາມະກອນສາກົນ, ທ່ານ ວຽງວິ ສິດ ອິນທະລັງສີ ຮອງຜູ້ຈັດການ ຝ່າຍບໍລິຫານ ແລະ ທ່ານ ນາງ ແກ່ນ ຈັນ ຈັນທະພູວົງ ໄດ້ແບ່ງປັນມຸມ ມອງ ແລະ ເສັ້ນທາງອາຊີບທີ່ອົບອຸ່ນ ໃຈຂອງ ຕົນ. ທ່ານ ວຽງວິສິດ ອິນທະລັງສີ ເລີ່ມເຮັດວຽກກັບບໍລິສັດ ພູເບ້ຍ ມາຍນິງ ໃນປີ 2016 ໂດຍເຂົ້າຮ່ວມ ພະແນກຂຸດຄົ້ນຂອງໂຄງການ ພູຄໍາ ເປັນພະນັກງານຂະແໜງບໍລິຫານ. ຫລັງຈາກນັ້ນ 8 ປີ ໃນປີ 2024, ໂດຍສອດຄ່ອງກັບຍຸດທະສາດ ການພັດທະນາແຮງງານທ້ອງຖິ່ນ ຂອງບໍລິສັດ, ທ່ານ ວຽງວິສິດ ໄດ້ຖືກເລື່ອນຕໍາແໜ່ງຂຶ້ນເປັນ ຮອງຜູ້ຈັດການພະແນກບໍລິຫານ, ລາວກ່າວວ່າ: ຕະຫລອດຫລາຍປີ ທີ່ຜ່ານມາ ລາວໄດ້ມີໂອກາດເຕີບ ໂຕໃນອາຊີບວຽກງານ ແລະ ມີໄລ ຍະເວລາທີ່ໜ້າຈົດຈໍາຫລາຍຢ່າງ ໃນການເຮັດວຽກກັບບໍລິສັດ ພູ ເບ້ຍ ມາຍນິງ ຮ່ວມທັງການສະ ໜັບສະໜູນຈາກ ບໍລິສັດ ແພນອອສ໌ ແລະ GDRH ໃນການພັດທະນາ ທັກສະ ແລະ ການເຕີບໂຕໃນອາຊີບ ວຽກງານຂອງພະນັກງານລາວ. “ຢູ່ບໍລິສັດ ພູເບ້ຍ ມາຍນິງ, ຂ້າພະເຈົ້າໄດ້ຮັບຄວາມຮູ້ ແລະ ທັກ ສະໃໝ່ໆ ຈາກການມີສ່ວນຮ່ວມ ໃນໂຄງການຝຶກອົບຮົມພາຍໃນ ບໍລິສັດຫລາຍໂຄງການ ຊຶ່ງຊ່ວຍ ໃຫ້ຂ້າພະເຈົ້າມີຄວາມກ້າວໜ້າ ໃນອາຊີບວຽກງານ, ເຮັດໃຫ້ຂ້າ ພະເຈົ້າມີຄວາມໝັ້ນໃຈໃນການນໍາ ພາ-ຊີ້ນໍາວຽກບໍລິຫານໃນພະແນກ ຂຸດຄົ້ນ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງມີໂອກາດໄດ້ໄປຢ້ຽມຢາມສຳ ນັກງານໃຫຍ່ຂອງບໍລິສັດ GDRH ທີ່ກວາງໂຈ ໃນແຂວງກວາງຕົງ, ສປປ ຈີນ ຊຶ່ງເປັນບ່ອນທີ່ຂ້າພະເຈົ້າ ໄດ້ຊຶມເອົາວັດທະນະທຳໃໝ່ຂອງ FAITH ແລະ ໄດ້ນຳຄວາມຮູ້ທີ່ໄດ້ ຮຽນມານຳໄປນຳໃຊ້ ກັບວຽກງານ ປະຈຳວັນ.” ທ່ານ ວຽງວິສິດ ກ່າວວ່າ “ໃນ ຂະນະທີ່ພວກເຮົາສະຫລອງວັນ ກໍາມະກອນສາກົນ, ຂ້າພະເຈົ້າຮູ້ສຶກ ພູມໃຈ ແລະ ຍິນດີແບ່ງປັນກັບທຸກ ຄົນວ່າ ພະນັກງານຂອງບໍລິສັດ ພູ ເບ້ຍ ມາຍນິງ ໂດຍສະເພາະຄົນລາວ ແມ່ນເປັນແຮງງານທີ່ມີຄວາມຮູ້ ຄວາມສາມາດ. ໃນຕຳແໜ່ງຂອງ ຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນວ່າ ທຸກຄົນປະກອບສ່ວນເຂົ້າໃນ ການ ເຕີບໂຕ ຂອງບໍລິສັດ ແລະ ຊຸມຊົນ ເຈົ້າພາບຂອງພວກເຮົາ,”. ທ່ານ ນາງ ແກ່ນຈັນ ຈັນທະພູ ວົງ ຫົວໜ້າຄຸມງານຂັ້ນສູງພະແນກ ຮັກສາອະນາໄມ ແລະ ຄູຝຶກ ໄດ້ເຮັດ ວຽກກັບບໍລິສັດໃນປີ 2011 ແລະ ໄດ້ປະຕິບັດໜ້າທີ່ຮັກສາອະນາໄມ ແລະ ກວດກາຕິດຕາມ ເພື່ອຮັບປະ ກັນຄວາມສະອາດ ແລະ ຄວາມ ສະດວກສະບາຍໃຫ້ກັບພະນັກງານ, ຜູ້ຮັບເໝົາ ແລະ ແຂກໝົດທຸກຄົນທີ່ ເຂົ້າ-ອອກພາກສະໜາມ. ທ່ານ ນາງ ແກ່ນຈັນ ໄດ້ກ່າວວ່າ: “ໂດຍສ່ວນຕົວແລ້ວ, ການຮັກສາ ແລະ ຍົກສູງມາດຕະຖານຄວາມ ສະ ອາດຢູ່ແຄ້ມທີ່ພັກ ແມ່ນເປັນບຸ ລິມະສິດສຳຄັນສຳລັບຂ້າພະເຈົ້າ ເພື່ອໃຫ້ທຸກພື້ນທີ່ມີຄວາມສະອາດ ຕະຫລອດເວລາ. ໃນແຕ່ລະມື້, ເມື່ອ ທຸກຫ້ອງພັກໃນແຄ້ມຖືກຈັດໄວ້ ແລະ ຄຸ້ມຄອງເປັນຢ່າງດີແລ້ວ, ພະນັກງານຂອງພວກເຮົາຈະໄດ້ ພັກຜ່ອນ ແລະ ນອນຫລັບຢ່າງ ສະບາຍ.” ເນື່ອງຈາກພວກເຮົາເປັນຄອບ ຄົວໃຫຍ່, ຂ້າພະເຈົ້າສືບຕໍ່ເອົາໃຈ ໃສ່ປະຕິບັດຄຸນນະທໍາຫລັກຂອງ ວິທີການ ວາງຄົນເປັນທີ່ຕັ້ງຂອງ ທີ່ GDRH ພວກເຮົາເບິ່ງແຍງ ກັນ ແລະ ກັນ ຄືເປັນສະມາຊິກໃນ ຄອບຄົວຂອງເຮົາ. ຂ້າພະເຈົ້າພູມ ໃຈກັບສິ່ງທີ່ໄດ້ປະຕິບັດ, ຂ້າພະເຈົ້າ ນໍາໃຊທັກສະການຮັກສາອະນາໄມ ເພື່ອເບິ່ງແຍງພະນັກງານ, ບໍລິສັດ ຮັບເໝົາ ແລະ ແຂກໝົດທຸກຄົນໃນ ຂະນະທີ່ພວກເຂົາຢູ່ພາກສະໜາມ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕິດ ຕໍ່: ທີມງານພະແນກພົວພັນ-ສື່ສານ ຂອງບໍລິສັດ ພູເບ້ຍ ມາຍນິງ. Email: communications@ pbm.panaust.com ທ່ານ ວຽງວິສິດ ອິນທະລັງສີ ່ າິ ສິດິ ນັ ງີ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາູ່ ໂຸ ດົ້ ນຸ ງ່ ງໍ າູ ຄໍາ ທ່ານ ນາງ ແກ່ນຈັນ ຈັນທະພູວົງ, ຫົວໜ້າຄຸມງານຂັ້ນສູງພະແນກຮັກສາອະນາໄມ ່ າ່ ນັ ນັ ນູ ວົງົ ວ້ າຸ ມັ້ ນູ ງັ ກ ແລະ ຄູຝຶກ ປະຕິບັດໜ້າທີ່ເພື່ອເບິ່ງແຍງຮັກສາແຄ້ມທີ່ພັກຂອງໂຄງການຂຸດຄົ້ນ-ປຸງູຶິັ້ີ່ື່ິ່ັ້ີ່ັຸົຸ້ ແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ່ ງໍ າິ ນ້ າ້ ວ

RkJQdWJsaXNoZXIy MTc3MTYxMQ==