7264.1

29/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ມະນີວອນີ Ivfxu 2030 va f8txn 9tl6 h -q o .sh xt-k-q o,u ]kpIa [ltg]j p 59 ]h kodu [ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ວັນທີ 25 /4/1961-25/4/2026)ື່ ອັ ນ້ າັ້ ງົ ວັ ນູ ດີ ນົ ບີ ,ັ ນີ ບົດສະເໜີົີ ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ 65 xu lkprq ;ra o ]k;{9u o lj v'cl'.sh gsa o7;k,leg]a fspa 'coj L ຕາມຂໍ້ມູນທາງວິຊາການຈາກ ກະຊວງອຸດສາຫະກໍາ ແລະ ການ ຄ້າ ລາຍງານວ່າ: ເບື້ອງຕົ້ນໃນປີ 2019 ລາວນໍາເຂົ້າລົດໄຟຟ້າມີ ພຽງແຕ່ 8 ຄັນເທົ່ານັ້ນ ແຕ່ໃນປີ 2022 ມີ 1.400 ຄັນ, ປີ 2023 ມີ 2.000 ກວ່າຄັນ, ປີ 2024 ມີ 8.000 ຄັນ ແລະ ຮອດປີ 2025 ເຮັດໃຫ້ຕົວເລກນໍາເຂົ້າລົດໄຟຟ້າ ສະສົມ ທັງໝົດມີສູງເຖິງ 12.000 ກວ່າຄັນ ແລະ ຄາດວ່າປີ 2026 ຕົວ ເລກ ຈະເພີ່ມຂຶ້ນສູງເຖິງ 30.00040.000 ຄັນ ເນື່ອງຈາກຊາວລາວ ພົບບັນຫານໍ້າມັນເຊື້ອໄຟຂາດເຂີນ ແລະ ແພງຂຶ້ນນັບມື້ ເນື່ອງຈາກຂໍ້ ຂັດແຍ້ງກັນໃນຕາເວັນອອກເວັນ ກາງ ໃນນັ້ນລົດໄຟຟ້າ 90 ກວ່າ ເປີເຊັນ ແມ່ນຈາກປະເທດຈີນ ເຊິ່ງ ຈະເຮັດໃຫ້ລາວສາມາດປະຢັດນໍ້າ ມັນເຊື້ອໄຟໄດ້ບໍ່ຕໍ່າກວ່າ 100200 ລ້ານລິດຕໍ່ປີ. ນອກຈາກນັ້ນ, ບໍ່ພຽງແຕ່ຈະຊ່ວຍໃຫ້ລາວຫລຸດ ຜ່ອນການຂາດດູນການຄ້າເທົ່າ ນັ້ນ ຫາກຍັງຈະຊ່ວຍຫລຸດຜ່ອນ ເງິນຕາຕ່າງປະເທດ ຮົ່ວໄຫລອອກ ນອກປະເທດໄດ້ຢ່າງມີປະສິດທິ ຜົນ; 7.ຈີນ ໃຫ້ທຶນພັດທະນາການ ສຶກສາສໍາລັບຊາວລາວເປັນອັນດັບ ຕົ້ນໆ ໃນຈໍານວນປະເທດຜູ້ໃຫ້ທຶນ ການສຶກສາຕ່າງປະເທດ ປັດຈຸບັນ ນີ້ຄາດວ່າ ມີນັກສຶກສາລາວມາ ຮຽນໃນປະເທດຈີນອາດສູງເຖິງ ບາງບົດຮຽນອັນລໍ້າຄ່າທີ່ບໍ່ເຄີຍ ຫລົງລືມໃນອະດີດວ່າ: “ໄລຍະສົງ ຄາມຜ່ານມານັ້ນ, ຂ້າພະເຈົ້າເອງ ອາຍຸພຽງແຕ່ 6 ປີ ໄດ້ເດີນທາງມາ ຮຽນຢູ່ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ ຖືວ່າເປັນການເດີນ ທາງທີ່ໄກທີ່ສຸດ ແລະ ເປັນຄັ້ງທໍາ ອິດໃນຊີວິດສໍາລັບເດີນທາງອອກ ຕ່າງປະເທດຂອງຂ້າພະເຈົ້າ, ເວລາ ນັ້ນໄດ້ຮັບການເອົາໃຈໃສ່ຢ່າງອົບ ອຸ່ນ, ໄດ້ຮັບການສິດສອນ ແລະ ເບິ່ງ ແຍງຈາກການນໍາ ແລະ ຄູ-ອາຈານ ຂອງ ສປ ຈີນ ເປັນຢ່າງດີ, ບໍ່ເຄີຍ ຫລົງລືມບຸນຄຸນເພີ່ນ, ສະນັ້ນ ໂຮງ ຮຽນ 67 ໜານໜີງ ເຮັດໃຫ້ຂ້າພະ ເຈົ້າມີຄວາມຮູ້ສຶກເປັນບ້ານເກີດ ເມືອງນອນແຫ່ງທີ 2 ຂອງຕົນທີ່ ໄດ້ຊຸກຫລໍ່ໃຫ້ມີມານະຈິດທີ່ເຂັ້ມ ແຂງ, ມີລະບຽບວິໄນ, ມີຄວາມຮູ້ ຄວາມສາມາດຈຶ່ງກ້າວມາເປັນຜູ້ ນໍາຂອງ ສປປ ລາວ ໃນປັດຈຸບັນນີ້. ນອກຈາກຂ້າພະເຈົ້າແລ້ວກໍຍັງ ມີຫລາຍສະຫາຍທີ່ມາຮໍ່າຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ໄດ້ກາຍ ເປັນການນໍາພັກ-ລັດ ຄືກັນເປັນຕົ້ນ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຄົນປັດຈຸ ບັນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ສະ ຫາຍອື່ນໆທີ່ກໍາລັງປະຕິບັດໜ້າທີ່ ຢູ່ໃນປັດຈຸບັນ”. ດັ່ງທີ່ຮູ້ນໍາກັນເປັນຢ່າງດີ, ລາວ ແລະ ຈີນ ເປັນບ້ານໃກ້ເຮືອນຄຽງທີ່ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ; ການຍຶດໝັ້ນການນຳພາຂອງພັກ ແລະ ຍຶດໝັ້ນເດີນຕາມທິດສັງຄົມ ນິຍົມ ແມ່ນຈຸດພິເສດທາດແທ້ຂອງ ສາຍພົວພັນ ລາວ-ຈີນ, ບໍ່ວ່າຢູ່ສະ ກັນ, ຈິງໃຈຕໍ່ກັນ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ, ໄດ້ຜູກມິດໄມຕີ ອັນເລິກເຊິ່ງ ແລະ ສ້າງສາຍພົວພັນ ທີ່ແໜ້ນແຟ້ນນຳກັນ. ກ້າວເຂົ້າສູ່ຍຸກ ສະໄໝໃໝ່ ພາຍໃຕ້ການຮ່ວມກັນ ຂອງທັງສອງຝ່າຍ, ການພົວພັນ ລາວ-ຈີນ ໄດ້ຮັບການເສີມຂະ ຫຍາຍຢ່າງມີໝາກຜົນທີ່ອຸດົມ ສົມບູນ ແລະ ເປັນໄລຍະທີ່ດີທີ່ສຸດ ຂອງປະຫວັດສາດ. ຜົນສຳເລັດອັນ ດີງາມດັ່ງກ່າວ ຕະຫລອດໄລຍະ 65 ປີຜ່ານມາ ແມ່ນໄດ້ມາຈາກ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ຢ່າງສູງ ແລະ ການນຳພາທາງດ້ານ ການເມືອງຂອງ ສອງພັກ, ສອງ ລັດ ລາວ-ຈີນ ໄດ້ມາຈາກມູນເຊື້ອ ມິດຕະພາບ ແລະ ການຮ່ວມມືຕ່າງ ຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຍຶດ ໝັ້ນສະໜັບສະໜູນເຊິ່ງກັນ ແລະ ກັນ. ໃນສະພາບການຂອງໂລກຜັນ ແປໄປຢ່າງສັບສົນ ແລະ ມີລັກສະ ຫລັບສັບຊ້ອນ, ລາວ-ຈີນ ຍິ່ງຢືນຢູ່ ແຖວໜ້າຍຶດໝັ້ນການນຳພາຂອງ ພັກ, ຍຶດໝັ້ນເສັ້ນທາງສັງຄົມນິຍົມ ທີ່ຖືກຕ້ອງຢ່າງເດັດດ່ຽວ, ປົກປັກ ຮັກສາແລະພັດທະນາຜົນປະໂຫຍດ ພື້ນຖານຂອງ ສອງພັກ ແລະ ປະ ຊາຊົນສອງຊາດ ໃຫ້ດີ ທີ່ສອດຄ່ອງ ກັບສະພາບການຕົວຈິງຂອງປະ ເທດຕົນ ເພື່ອປະກອບສ່ວນຊຸກຍູ້ ພັດທະນາປະເທດຊາດໃຫ້ມີບາດ ກ້າວໃໝ່, ໃຫ້ບັນລຸຜົນສໍາເລັດຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດແຕ່ລະໄລຍະ ດ້ວຍຄຸນນະ ພາບສູງ, ຮ່ວມມື ແລະ ເພີ່ມທະວີ ສ້າງສາຍພົວພັນກັບວົງຄະນາສາ ກົນ ຢ່າງແໜ້ນແຟ້ນ, ປະກອບສ່ວນ ອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າເຂົ້າ ໃນພາລະກິດອັນຍິ່ງໃຫຍ່ ແຫ່ງສັນ ຕິພາບ ແລະ ການພັດທະນາຂອງ ມວນມະນຸດຢ່າງຮອບດ້ານ. ຂປລ. ຕາມການລາຍງານ ຂອງທ່ານ ທະນູໄຊ ບັນຊາລິດ ປະທານຄະນະກໍາມະການປົກຄອງ ແຂວງອັດຕະປື ເມື່ອບໍ່ດົົນມານີ້ວ່າ: ແຕ່ນີ້ຮອດປີ 2030 ແຂວງອັດຕະປື ຈະໃຫ້ປະຊາຊົນ ມີລາຍຮັບສະເລ່ຍ 59 ລ້ານກີບຕໍ່ຫົວຄົນ ຫລື ເທົ່າກັບ ປະມານ 2.870 (ຄາດຄະເນພົນ ລະເມືອງ 188.867 ຄົນ ແລະ ອັດ ຕາແລກປ່ຽນຄາດຄະເນປະມານ 20.500 ກີບ) ແລະ ສູ້ຊົນໃຫ້ລວມ ຍອດຜະຕິດຕະພັນພາຍໃນ (ຈີດີພີ) ຄາດຄະເນເພີ່ມຂຶ້ນ ສະເລ່ຍໃນ ລະດັບ 7-7,5% ຕໍ່ປີ, ມູນຄ່າຮອດ ປີ 2030 ປະມານ 11.179 ຕື້ກີບ, ໃນນີ້ ຍອດຜະລິດຕະພັນກະສິກຳ ເພີ່ມຂຶ້ນສະເລ່ຍໃນລະດັບ 6-7%, ກວມເອົາ 36% ຂອງຈີດີພີ, ຍອດ ຜະລິດຕະພັນອຸດສາຫະກຳ ເພີ່ມ ຂຶ້ນສະເລ່ຍໃນລະດັບ 10-11%, ກວມເອົາ 40% ຂອງ ຈີດີພີ, ຍອດ ຜະລິດຕະພັນບໍລິການ ເພີ່ມຂຶ້ນສະ ເລ່ຍໃນລະດັບ 5-6%, ກວມເອົາ 22% ຂອງ ຈີດີພີ, ພາສີ-ອາກອນ ສະເລ່ຍໃນລະດັບ 5,3%, ກວມເອົາ 1,3% ຂອງ ຈີດີພີ. ມູນຄ່າການຄ້າ ຕ່າງປະເທດ ລວມມູນຄ່າທັງໝົດ ຄາດຄະເນປະມານ 3.766 ລ້ານ ໂດລາ, ໃນນີ້ ການສົ່ງອອກ 3.487 ລ້ານໂດລາ, ການນໍາເຂົ້າ 279 ລ້ານໂດລາ, ເກີນດູນ 3.208 ລ້ານ ໂດລາ, ສິນຄ້າຂາອອກ ຕົ້ນຕໍມີ: ໄຟຟ້າ ກວມ 58%, ແຮ່ທາດກວມ 28%, ອຸດສາຫະກຳປຸງແຕ່ງ ແລະ ສິນຄ້າກະສິກຳ ກວມ 14%, ສິນຄ້າ ຂາເຂົ້າຕົ້ນຕໍມີ ສິນຄ້າທຶນ 48%, ສິນຄ້າອື່ນໆ ກວມ 46%, ນໍ້າມັນ ເຊື້ອໄຟ 2%, ສິນຄ້າອຸປະໂພກ-ບໍລິ ໂພກທົ່ວໄປ 4%. ດ້ານການເງິນ-ເງິນຕາ: ລວມ ລາຍຮັບຄາດຄະ ເນ ປະມານ 7.840,68 ຕື້ກີບ, ລາຍຈ່າຍ ປະມານ 3.364,21 ຕື້ກີບ (ບໍ່ທັນ ລວມລາຍຈ່າຍການລົງທຶນຂອງ ລັດ), ເກີນດຸນໃໝ່ 4.116,47 ຕື້ ກີບ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບ ຕົວເລກດຽວ, ອັດຕາແລກປ່ຽນ ໃຫ້ ມີທ່າຫລຸດລົງເທື່ອລະກ້າວ (ອີງ ຕາມຂໍ້ມູນທະນາຄານແຫ່ງ ສປປ ລາວ) ການດຸ່ນດ່ຽງການລົງທຶນ ແລະ ກຳລັງແຮງງານ: ຄາດຄະ ເນການລະດົມທຶນລວມປະມານ 30% ຂອງ ຈີດີພີ ຫລື ປະມານ 3.000 ຕື້ກີບ/ປີ, ໃນນັ້ນ ການລົງ ທຶນຂອງລັດ ປະມານ 10-15%, ທຶນຊ່ວຍເຫລືອທາງການເພື່ອການ ພັດທະນາ(ODA)10-15%,ທຶນ ຂອງເອກະຊົນ (FDI) 55-60% ແລະ ທຶນສິນເຊື່ອຂອງທະນາຄານ ແລະ ປະຊາຊົນເອງ 15-20%. ທ່ານ ທະນູໄຊ ບັນຊາລິດ ປະ ທານຄະນະກໍາມະການປົກຄອງ ແຂວງອັດຕະປື ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ມີປະສິດ ທິພາບ, ປະສິດທິຜົນ ແລະ ມີຜົນສໍາ ເລັດຕາມແຜນການທີ່ວາງໄວ້ ບັນ ດາຂະແໜງການຂັ້ນແຂວງ ແລະ ບັນດາເມືອງ ຈະຕ້ອງໄດ້ສຸມໃສ່ຈັດ ຕັ້ງຜັນຂະຫຍາຍ 6 ເປົ້າໝາຍໃຫຍ່ ທີ່ກຳນົດໄວ້ໃຫ້ເປັນແຜນພັດທະ ນາຂອງຂະແໜງການຂັ້ນແຂວງ ແລະ ເມືອງຕົນ ໂດຍຜັນຂະຫຍາຍ ເປົ້າໝາຍ,ຄາດໝາຍ,ວຽກງານຈຸດ ສຸມ. ພ້ອມນັ້ນ, ກໍ່ໃຫ້ຜັນຂະຫຍາຍ ເປັນແຜນງານ, ໂຄງການລະອຽດ ຕື່ມອີກ, ສຸມໃສ່ຂຸດຄົ້ນແຫລ່ງທຶນ ຕ່າງໆ ແລະ ມີນະໂຍບາຍສົ່ງເສີມ ພິເສດ ໃນການສ້າງພື້ນຖານໂຄງ ລ່າງທາງດ້ານເສດ ຖະກິດ-ສັງຄົມ ຢ່າງມີຈຸດສຸມ. ນອກນັ້ນ, ຍັງຈະ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດບັນ ດານະໂຍບາຍ ແລະ ມາດຕະການ ຈໍານວນໜຶ່ງນໍາອີກ. 30.000 ຄົນ, ຈາກຕົວເລກເດີມ ປະມານ 10.000-20.000 ຄົນ ໃນປີຜ່ານມາ, ເພີ່ມຂຶ້ນເຖິງ 10%- 15%. ທ່າອ່ຽງເຮັດໃຫ້ນັກສຶກສາ ລາວເລືອກມາຮຽນຈີນຫລາຍຂຶ້ນ ນັບມື້ນັ້ນ ແມ່ນເກີດຈາກປັດໄຈຄ່າ ໃຊ້ຈ່າຍທີ່ຖືກກວ່າ, ມີຫລາຍໂຄງ ການ ການສິດສອນເປັນພາສາຈີນອັງກິດ ແລະ ພາສາທາງເລືອກ, ບົດບາດ ແລະ ອິດທິພົນໃນຄວາມ ໄວ້ເນື້ອເຊື່ອໃຈຂອງຈີນທີ່ມີຕໍ່ພາຍ ນອກ, ລະບົບການສຶກສາທີ່ມີຄຸນນະ ພາບສູງເພື່ອມຸ່ງເນັ້ນໃຫ້ສ້າງຊາດ ຫລາຍກວ່າ, ເປັນແບບຢ່າງໃນການ ລະບຽບວິໄນໃຫ້ນັກສຶກສາໄດ້ດີ, ໄດ້ ຮັບແຮງສະໜັບສະໜູນຈາກຂອບ ການຮ່ວມມືຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ”, ຈົບມາແລ້ວມີໂອກາດ ໄດ້ເຮັດວຽກງ່າຍຂຶ້ນເພາະມີນັກ ລົງທຶນຂອງຈີນໃນປະເທດນັ້ນໆ ຂ້ອນຂ້າງຫລາຍ, ການເດີນທາງ ໄປມາລະຫວ່າງປະເທດ ຍ້ອນມີ ເສັ້ນທາງລົດໄຟລາວ-ຈີນ ເຊື່ອມ ຕໍ່ກັນລວມການເປີດສາຍການບິນ ຮ່ວມກັນ ແລະ ອື່ນໆ. ເຖິງແນວໃດກໍດີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ໜຶ່ງ ໃນບັນດາການນໍາລະດັບສູງຂອງ ສປປລາວທີ່ເຄີຍຮໍ່າຮຽນຢູ່ສປຈີນ ຍັງໃຫ້ສໍາພາດຕໍ່ນັກຂ່າວຊີເອັມຈີ (CMG) ລະຫວ່າງກອງປະຊຸມເວ ທີປຶກສາຫາລື ໂບອາວໃນປີ 2025 ໂດຍໄດ້ເລົ່າຄືນ ແລະ ຍົກໃຫ້ເຫັນ ໄໝການປະຕິວັດຕໍ່ສູ້ກູ້ຊາດ ຫລື ສະ ໄໝການສ້າງສາພັດທະນາປະເທດ ຊາດ, ສອງພັກ, ສອງລັດ ລາວ-ຈີນ ໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີ ປາຍ ໃນການເຄົາລົບເຊິ່ງກັນ ແລະ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==