7264.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 29/04/2026 xtgmf]k; ທ່ານ ກອງແກ້ວ ໄຊສົງຄາມ ໄຂກອງປະຊຸມໃຫຍ່...ຸ່ ຜົນກອງປະຊຸມ...ົຸ ຂປລ.ກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງ ທີXII ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 28 ເມສາ 2026 ພາຍໃຕ້ ຄຳຂວັນ “ຍົກສູງບົດບາດຂອງ ແນວລາວສ້າງຊາດ ສູ່ຄຸນນະພາບ ໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງຂອງທົ່ວປວງ ຊົນລາວທັງຊາດເຂົ້າໃນການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ” ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງ ຊາດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ, ບັນດາການນໍາພັກ-ລັດ, ອະດີດ ການນໍາຂັ້ນສູງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ ກ່າວເປີດກອງປະຊຸມໂດຍມີບາງ ຕອນໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວ ປະເທດ ຄັ້ງທີ XII ຈະໄດ້ສະຫລຸບ ຕີລາຄາໝາກຜົນການຈັດຕັ້ງປະຕິ ບັດວຽກງານຂອງກຳມະການສູນ ກາງແນວລາວສ້າງຊາດ ສະໄໝ ທີ XI ຂອງສູນກາງແນວລາວ ສ້າງຊາດ ແລະ ແນວລາວສ້າງ ຊາດແຕ່ລະຂັ້ນໃນທົ່ວປະເທດໃນ ການປະຕິບັດພາລະບົດບາດຂອງ ຕົນຕະຫລອດໄລຍະ 5 ປີທີ່ຜ່ານ ມາ. ແນວລາວສ້າງຊາດໃນທົ່ວ ປະເທດໄດ້ເປັນໃຈກາງເຕົ້າໂຮມມະ ຫາສາມັກຄີທົ່ວປວງຊົນລາວທັງ ຊາດ, ເຮັດໜ້າທີ່ປະສານສົມທົບກັບ ອົງການຈັດຕັ້ງພັກ-ລັດ, ອົງການ ຈັດຕັ້ງມະຫາຊົນ ແລະ ອົງການ ປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ໃນການປຸກລະດົມຊຸກຍູ້ປະຊາຊົນ ລາວບັນດາເຜົ່າປະກອບສ່ວນເຂົ້າ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຊຸກຍູ້ ການຜະລິດ, ການປູກ-ການລ້ຽງ, ສ້າງລາຍຮັບ, ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກຂອງ ປະຊາຊົນລາວບັນດາເຜົ່າ ເທື່ອລະ ກ້າວ; ແນວລາວສ້າງຊາດ ໄດ້ເປັນ ສູນກາງໂຄສະນາສຶກສາອົບຮົມປະ ຊາຊົນບັນດາເຜົ່າໃຫ້ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ມະຕິ, ຄໍາສັ່ງຂອງພັກລັດ ຕະຫລອດຮອດປຸກລະດົມທົ່ວ ສັງຄົມ, ສະມາຄົມ, ມູນນິທິ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງ ປະເທດໃຫ້ການຊ່ວຍເຫລືອຕ້ານ ການລະບາດຂອງພະຍາດ, ຕ້ານໄພ ນໍ້າຖ້ວມ, ຕ້ານໄພໜາວ ແລະ ອື່ນໆ, ອັນທີ່ພົ້ນເດັ່ນແນວລາວສ້າງຊາດ ໄດ້ສ້າງຂະບວນການແຂ່ງຂັນສ້າງ ຄອບຄົວ-ບ້ານສາມັກຄີປອງດອງ, ສ້າງເມືອງສາມັກຄີປອງດອງຕິດ ພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຊຶ່ງກໍໃຫ້ ເກີດມີບັນຍາກາດໃໝ່ ແລະ ໃບໜ້າ ໃໝ່ໃນການປະຕິບັດວຽກງານແນວ ໂຮມຢູ່ຂັ້ນທ້ອງຖິ່ນຮາກຖານ. ກອງປະຊຸມຄັ້ງນີ້, ຈະໄດ້ພິຈາ ລະນາ ແລະ ຮັບຮອງເອົາຮ່າງ ລາຍງານການເມືອງ, ແຜນພັດທະ ນາອົງການແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຮ່າງບົດສໍາຫລວດ ການນໍາພາລວມຂອງຄະນະກໍາມະ ການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການ ສູນກາງແນວລາວສ້າງຊາດສະໄໝ ທີ XII, ປະທານ, ຮອງປະທານ, ຄະນະປະຈໍາ ແລະ ປະທານກວດ ກາສູນກາງແນວລາວສ້າງຊາດ ສະໄໝທີ XII ໂຄງປະກອບບຸກຄະ ຂປລ. ກອງປະຊຸມສະໄໝ ສາມັນຂອງລັດຖະບານ ປະຈຳ ເດືອນເມສາ 2026 ປິດລົງດ້ວຍ ຜົນສໍາເລັດພາຍຫລັງດຳເນີນມາ ແຕ່ວັນທີ 27-28 ເມສາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກໍາມະການປົກຄອງ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ປະທານ, ຮອງ ປະທານຄະນະກຳມະການປົກຄອງ ບັນດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ. ທ່ານຄໍາຜາ ພິມມະສອນຮອງ ລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວ ກັບຜົນກອງປະຊຸມດັ່ງກ່າວ ໃນ ວັນທີ 28 ເມສາ 2026 ນີ້ວ່າ: ກອງ ປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຫລາຍບັນຫາສຳຄັນ ເປັນຕົ້ນລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຈໍານວນໜຶ່ງຄື: ວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງ ແຜນການປະຈຳເດືອນພຶດສະພາ 2026 ຂອງລັດຖະບານ; ສະພາບ ພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ລວມທັງສະພາບ ອຸບັດເຫດ, ອັກຄີໄພ ແລະ ບັນດາ ປະກົດການຫຍໍ້ທໍ້ໄລຍະບຸນປີໃໝ່ ລາວ; ຄວາມຄືບໜ້າໃນການປັບປຸງ ສ້ອມແປງເສັ້ນທາງໃນທົ່ວປະເທດ; ການແກ້ໄຂຜົນກະທົບຈາກພາຍຸ ໝາກເຫັບ; ການກະກຽມຕ້ານໄພ ແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການ ຖາງປ່າ-ຈູດປ່າ, ການແກ້ໄຂບັນຫາ ໝອກຄວັນ (PM 2,5), ພ້ອມທັງ ສະເໜີມາດຕະການແກ້ໄຂ; ການ ປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍ ການແກ້ໄຂບັນຫານໍ້າມັນ ແລະ ຫັນ ວິກິດເປັນໂອກາດເພື່ອນໍາໃຊ້ລົດໄຟ ຟ້າ ແລະ ພະລັງງານທົດແທນ; ການແກ້ໄຂບັນຫາການລັກລອບ ຂຸດຄົ້ນແຮ່ທາດ ແລະ ທິດທາງການ ຄຸ້ມຄອງການພັດທະນາແຮ່ທາດ ໃນຕໍ່ໜ້າບົນພື້ນຖານການກວດກາ ແລະ ປະເມີນໂຄງການທີ່ໄດ້ອະນຸມັດ ຜ່ານມາ; ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ໃນນັ້ນ, ຕໍ່ການສະຫລຸບວຽກງານ ພົ້ນເດັ່ນປະຈໍາເດືອນເມສາ 2026 ກອງປະຊຸມໄດ້ຕີລາຄາເຖິງວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນ ອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ ສົ່ງຜົນເຮັດໃຫ້ສະພາບເສດຖະກິດ ໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ນັ້ນ ຍິ່ງສືບຕໍ່ມີຜົນກະທົບເປັນວົງ ກວ້າງຕື່ມລວມເຖິງຢູ່ປະເທດລາວ ລາກອນມີລັກສະນະກວ້າງຂວາງ, ຫລາກຫລາຍ ແລະ ຈຳນວນທີ່ ເພີ່ມຂຶ້ນ ເພື່ອປະຕິບັດພາລະບົດ ບາດສໍາພັນທາງການເມືອງທີ່ເປັນ ຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຜູ້ຊົງຄຸນວຸທິ, ນັກຮຽນຮູ້, ປັນຍາຊົນໃນຂອບ ເຂດທົ່ວປະເທດນັບທັງພີ່ນ້ອງຄົນ ລາວຢູ່ຕ່າງປະເທດທີ່ຮັກເຊື້ອແພງ ຊາດລາວທີ່ມີຄວາມສາມັກຄີເປັນ ປຶກແຜ່ນ, ມີນ້ຳໃຈຮັກຊາດອັນດູດ ດື່ມ ແລະ ມີຄວາມບໍລິສຸດຜຸດຜ່ອງ ຕໍ່ພາລະກິດປະຕິວັດທີ່ຍາດມາໄດ້. ຂ່າວ:ກິດຕາ; ພາບ: ເກດສະໜາ ເຮົາ ໂດຍສະເພາະລາຄາສິນຄ້າ, ການຜະລິດ, ການຂົນສົ່ງ ແລະ ອື່ນໆ, ແຕ່ລັດຖະບານກໍໄດ້ສຸມໃສ່ ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ວຽກຈຸດສຸມທີ່ກຳນົດໄວ້ມີ ຜົນສໍາເລັດຫລາຍດ້ານເປັນຕົ້ນທົ່ວ ປະເທດສືບຕໍ່ຮັກສາໄດ້ສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 27 ພັນຕື້ກວ່າ ກີບເທົ່າກັບ 33% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 14% ຂອງແຜນການປີ; ການຄວບຄຸມ ອັດຕາເງິນເຟີ້ຢູ່ໃນລະດັບ 9,7%; ສາມາດສະສົມຄັງສໍາຮອງເງິນຕາ ຕ່າງປະເທດ ກຸ້ມການນໍາເຂົ້າ 5,2 ເດືອນ; ສາມາດຊໍາລະໜີ້ສິນພາຍ ໃນ ແລະ ຕ່າງປະເທດໄດ້ຕາມຂໍ້ ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດ ມາດຕະການດ້ານການຄ້າ ໂດຍ ສະເພາະການຄຸ້ມຄອງລາຄາສິນ ຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງ ອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າໃນທ້ອງຕະ ຫລາດ ໂດຍສະເພາະສິນຄ້າຮັບ ໃຊ້ຊີວິດການເປັນຢູ່ປະຈໍາວັນໃນ ໄລຍະບຸນປີໃໝ່ລາວ ຊຶ່ງໂດຍລວມ ແມ່ນບໍ່ມີສະພາບກັກຕຸນ ແລະ ສວຍ ໂອກາດຂຶ້ນລາຄາ; ໄດ້ສຸມໃສ່ແກ້ໄຂ ບັນຫານໍ້າມັນເຊື້ອໄຟ ເຮັດໃຫ້ການ ສະໜອງກັບສູ່ສະພາບເປັນປົກກະຕິ, ມີຄວາມສະຫງົບ ແລະ ພຽງພໍຕໍ່ ຄວາມຕ້ອງການຊົມໃຊ້ຂອງສັງຄົມ, ສາມາດແກ້ໄຂໄດ້ສະພາບການຕໍ່ ຄິວໃສ່ນ້ຳມັນຢູ່ຕາມປ້ຳ; ໄດ້ສຸມ ໃສ່ການແກ້ໄຂບັນຫາໄຟໄໝ້ລາມ ປ່າ ແລະ ໝອກຄວັນ (PM 2,5) ຊຶ່ງລັດຖະບານໄດ້ອອກນິຕິກໍາ ກໍຄື ມາດຕະການເພີ່ມຈໍານວນໜຶ່ງ ເພື່ອ ແກ້ໄຂບັນຫາທັງໄລຍະສັ້ນ ແລະ ໄລຍະຍາວ, ພ້ອມທັງຈັດສຸມກໍາ ລັງລົງແກ້ໄຂຢູ່ພື້ນທີ່ຕົວຈິງ ຊຶ່ງ ສາມາດຄວບຄຸມແກ້ໄຂໄດ້ເກືອບ ທັງໝົດ; ສືບຕໍ່ປັບປຸງ ແລະ ກໍ່ສ້າງ ພື້ນຖານໂຄງລ່າງໃນຂອບເຂດທົ່ວ ປະເທດ ໂດຍສະເພາະບັນດາກິດຈະ ກໍາ ແລະ ໂຄງການທີ່ເປັນບຸລິມະສິດ ເພື່ອເຊື່ອມຈອດເຊື່ອມໂຍງພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ ການຜະລິດ, ການບໍລິການ, ການ ຄ້າ ແລະ ການລົງທຶນໄດ້ມີຄວາມ ຄືບໜ້າເປັນຢ່າງດີ; ໄດ້ສຸມໃສ່ຊຸກຍູ້ ບັນດາໂຄງການພະລັງງານໄຟຟ້າ ສະອາດ ແລະ ພະລັງງາານໄຟຟ້າ ທາງເລືອກ, ຊຸກຍູ້ການພັດທະນາ ໂຄງການສາຍສົ່ງເຊື່ອມຕໍ່ 500 KV ລາວ-ຈີນ ແລະ ສ້າງສາຍ ສົ່ງ 230 KV ເຊື່ອມຕໍ່ກັບພາຍໃນ ເພື່ອຮັບປະກັນການສະໜອງໄຟໃຫ້ ພາຍໃນມີຄວາມໝັ້ນຄົງ, ອັນພົ້ນ ເດັ່ນແມ່ນໄດ້ສຳເລັດ ແລະ ເປີດນຳ ໃຊ້ໂຄງການສາຍສົ່ງເຊື່ອມຕໍ່ 500 KV ລາວ-ຈີນ ຢ່າງເປັນທາງການ; ໄດ້ຍູ້ແຮງການພັດທະນາພື້ນຖານ ເສດຖະກິດດີຈິຕອນ ໃຫ້ແຂງແຮງ ເທື່ອລະກ້າວ ໂດຍໄດ້ສືບຕໍ່ເອົາໃຈ ໃສ່ສ້າງຄວາມຮູ້ພື້ນຖານການຫັນ ເປັນດີຈິຕອນດ້ວຍຮູບການຕ່າງໆ, ທັງໄດ້ນຳໃຊ້ສູນຕ້ານການຫລອກ ລວງທາງອອນລາຍເຕືອນ ແລະ ແຈ້ງໃຫ້ທົ່ວສັງຄົມລະວັງການ ຕົກເປັນເຫຍື່ອການຫລອກລວງ ຜ່ານສື່ສັງຄົມອອນລາຍ; ໄດ້ສຸມ ໃສ່ການພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານ ແຫ່ງຊາດ ຈຳນວນ 44 ສາຂາ ອາຊີບ ໄດ້20 ພັນກວ່າຄົນ; ສາມາດ ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທຳເຂົ້າສູ່ ຕະຫລາດແຮງງານພາຍໃນ ແລະ ໄປເຮັດວຽກຢູ່ຕ່າງປະເທດໄດ້ ເກືອບ 20 ພັນຄົນ; ຂະຫຍາຍ ອັດຕາປົກຄຸມປະກັນສັງຄົມໃໝ່ ໄດ້ເກືອບ 5 ພັນຄົນ; ສໍາເລັດບັນ ຊີລາຍຊື່ ເພື່ອກະກຽມປະຕິບັດ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນ ງາມຄວາມດີໃນພາລະກິດການ ປະຕິວັດຊາດປະຊາທິປະໄຕ ໃນ ງວດ 1 ປີ 2026 ຈໍານວນ 2.600 ກວ່າທ່ານ ເປັນເງິນ 44 ຕື້ກວ່າ ກີບ; ໄດ້ໃຫ້ຄວາມຊ່ວຍເຫລືອເຄື່ອງ ອຸປະໂພກ-ບໍລິໂພກແກ່ຜູ້ປະສົບໄພພິ ບັດທໍາມະຊາດຈາກພາຍຸໝາກເຫັບ ຢູ່ນະຄອນຫລວງວຽງຈັນ; ໄດ້ສືບ ຕໍ່ປະຕິບັດນະໂຍບາຍແກ້ໄຂບັນຫາ ການຂາດແຄນຄູສອນ ແລະ ການ ປະລະການຮຽນ ມີການຫັນປ່ຽນ ດີຂຶ້ນຕໍ່ເນື່ອງ; ໄດ້ສຳເລັດການຈັດ ສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນ ມັດທະຍົມສຶກສາລະດັບຊາດ ປະຈຳ ສົກຮຽນ 2025-2026; ໄດ້ຝຶກ ຊ້ອມ ແລະ ສົ່ງນັກກິລາເຂົ້າຮ່ວມ ການແຂ່ງຂັນປະເພດຕ່າງໆຢູ່ຕ່າງ ປະເທດ, ອັນພົ້ນເດັ່ນແມ່ນການ ເຂົ້າຮ່ວມແຂ່ງຂັນບານເຕະຊາຍ ຊີງ ແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ປະເທດອິນໂດເນເຊຍ ທີມຊາດ ລາວ ສາມາດຜ່ານເຂົ້າຮອບ 4 ທີມ ສຸດທ້າຍ; ໄດ້ເອົາໃຈໃສ່ວຽກງານ ໂຄສະນາ ແລະ ປັບປຸງວຽກງານ ການທ່ອງທ່ຽວຕິດພັນກັບການ ເຜີຍແຜ່ວັດທະນະທຳ, ຮີດຄອງ ປະເພນີອັນດີງາມຂອງຊາດ ເຂົ້າໃນ ບັນດາວຽກງານ, ກິດຈະກຳຕ່າງໆ ທີ່ສຳຄັນຂອງພັກ ແລະ ລັດ; ໄດ້ ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະສຸກ ໃຫ້ຮັບປະກັນຫລາຍຂຶ້ນ; ໄດ້ສືບ ຕໍ່ປັບປຸງກົນໄກ ແລະ ວິທີການໃນ ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ມີຄວາມ ວ່ອງໄວຂຶ້ນ; ໄດ້ເອົາໃຈໃສ່ການ ສ້າງ ແລະ ປັບປຸງກົດໝາຍ, ນິຕິ ກຳໃຕ້ກົດໝາຍຕາມແຜນທີ່ສະພາ ແຫ່ງຊາດຮັບຮອງ. ຄຽງຄູ່ກັນນັ້ນ, ໄດ້ສຸມໃສ່ໂຄສະນາເຜີຍແຜ່ດ້ວຍ ຫລາຍວິທີ ແລະ ຜ່ານຫລາຍຊ່ອງ ທາງ; ໄດ້ສຳເລັດ ແລະ ປະກາດ ໃຊ້ນິຕິກຳສຳຄັນຕິດພັນກັບການ ກຳນົດລະບອບ, ລະບຽບການເຮັດ ວຽກຂອງຄະນະລັດຖະບານ ຊຸດ ທີ X ລວມທັງນິຕິກຳຮັບໃຊ້ການ ຄຸ້ມຄອງ ແລະ ແກ້ໄຂວຽກງານເຄັ່ງ ຮ້ອນ-ເລັ່ງດ່ວນຈຳນວນໜຶ່ງຕື່ມ ອີກ; ໄດ້ເອົາໃຈໃສ່ການເຄື່ອນໄຫວ ວຽກງານຕ່າງປະເທດ ຢ່າງມີພິບ ໄຫວ ໂດຍສະເພາະການເຄື່ອນໄຫວ ຢ້ຽມຢາມບັນດາປະເທດເພື່ອນ ມິດ ແລະ ເຂົົ້າຮ່ວມບັນດາກອງ ປະຊຸມສາກົນ, ການຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ ຄະນະຜູ້ແທນຂັ້ນສູງຂອງຕ່າງ ປະເທດທີ່ເດີນທາງມາຢ້ຽມຢາມ ສປປ ລາວ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າເປັນ ຕົ້ນການແກ້ໄຂປະກົດການຫຍໍ້ທໍ້ ທາງສັງຄົມ, ການລົົງທຶນຂອງລັດ, ການຊ່ວຍເຫລືອຊາວກະສິກອນ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ-ກວດກາການບໍລິ ການຂົນສົ່ງໂດຍສານ, ການຮັກສາ ຄວາມສະອາດຈົບງາມ ແລະ ເປັນ ລະບຽບຮຽບຮ້ອຍໃນຕົວເມືອງ, ການສະໜອງໄຟຟ້າ ແລະ ນໍ້າປະ ປາ, ການພັດທະນາ-ປັບປຸງພື້ນ ຖານໂຄງລ່າງເສັ້ນທາງ, ການ ຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວ ບິດເບືອນຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນພຶດສະພາ 2026 ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ບັນດາວຽກງານ ສໍາຄັນດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງການຊາດ-ປ້ອງ ກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ, ໃນນັ້ນ ໃຫ້ສຸມໃສ່ຮັກ ສາຄວາມສະຫງົບຕາມແລວຊາຍ ແດນ, ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆທາງສັງຄົມໃຫ້ຫລຸດ ໜ້ອຍຖອຍລົງ. ໃຫ້ກະຊວງປ້ອງກັນ ຄວາມສະຫງົບ ສືບຕໍ່ຈັດຕັ້ງປະຕິ ບັດຄໍາສັ່ງສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າ ດ້ວຍການເກັບກູ້ອາວຸດ ແລະ ວັດຖຸ ລະເບີດຢ່າງເດັດຂາດ ແລະ ເຂັ້ມ ງວດ; ໃຫ້ຮີບຮ້ອນປັບປຸງ ຄຳສັ່ງ ສະບັບເລກທີ 27/ນຍ, ລົງວັນທີ 5 ຕຸລາ 2021 ວ່າດ້ວຍການເພີ່ມ ທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂ ບັນຫາສະແກມເມີ; ສຸມໃສ່ກະກຽມ ບັນດາເນື້ອໃນທີ່ຈະນຳເຂົ້າລາຍ ງານຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII ໂດຍສະ ເພາະຮ່າງມະຕິວ່າດ້ວຍການພັດ ທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນວາລະແຫ່ງຊາດ, ບັນດາຮ່າງ ກົດໝາຍ ແລະ ເອກະສານຕ່າງໆ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X; ສຸມໃສ່ປະຕິບັດ ມາດຕະການຊຸກຍູ້, ສົ່ງເສີມການ ຜະລິດສິນຄ້າທົດແທນການນຳເຂົ້າ ແລະ ການຜະລິດ ເພື່ອສົ່ງອອກ ໃຫ້ແຂງແຮງ, ພ້ອມທັງມີການກະ ກຽມ ແລະ ຄຸ້ມຄອງເນື້ອທີ່ທໍາການ ຜະລິດ ເພື່ອບໍ່ໃຫ້ມີການບຸກລຸກ ປ່າໄມ້; ກະກຽມແນວພັນ, ຝຸ່ນ, ປຸ໋ຍ, ຢາປາບສັດຕູພືດ ແລະ ອື່ນໆ; ສືບ ຕໍ່ເອົາໃຈໃສ່ປະສານສົມທົບກັບ ຂະແໜງການກ່ຽວຂ້ອງ ແລະ ອົງ ການປົກຄອງທ້ອງຖິ່ນປົກປັກ ຮັກສາສິ່ງແວດລ້ອມ ແລະ ເລັ່ງ ຄົ້ນຄວ້າອອກໃບຕາດິນໃຫ້ບັນລຸ ຕາມແຜນການທີ່ວາງໄວ້; ເອົາໃຈ ໃສ່ພິເສດການຕິດຕາມເຝົ້າລະວັງ ແລະ ແກ້ໄຂຢ່າງເຂັ້ມງວດ ການຈູດ ປ່າທໍາການຜະລິດຂອງປະຊາຊົນ ທີ່ອາດເກີດໃຫ້ມີໄຟໄໝ້ລາມປ່າ; ກະກຽມການປູກຕົ້ນໄມ້ ໃຫ້ເປັນ ຂະບວນການຢ່າງກວ້າງຂວາງ; ຄົ້ນຄວ້າການຈັດສັບປະດາຢຸດຕິ ການຈູດປ່າຫັນມາປູກຕົ້ນໄມ້; ຄະ ນະກໍາມະການຊີ້ນໍາລະດັບຊາດ ສົ່ງເສີມການນໍາໃຊ້ລົດໄຟຟ້າຮີບ ຮ້ອນຄົ້ນຄວ້າ ແລະ ວາງແຜນແມ່ ບົດລະດັບຊາດ ເພື່ອບັນລຸການນໍາ ໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນປີ 2030 ແລະ ກ້າວໄປສູ່ການຫັນ ປ່ຽນຢ່າງສົມບູນໃນອະນາຄົດ; ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ ຈັດຕັ້ງປະຕິບັດຄໍາສັ່ງ ສະບັບ 06/ ນຍ, ລົງວັນທີ 07 ມີນາ 2025 ວ່າ ດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການ ຂຸດຄົ້ນແຮ່ທາດຕ່າງໆໃນຂອບເຂດ ທົ່ວປະເທດຕາມຄຳສັ່ງ ເລກທີ 46/ ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ ທາດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວ ປະເທດ, ລວມທັງທິດຊີ້ນໍາຕ່າງໆ ຂອງລັດຖະບານຢ່າງເຂັ້ມງວດ ໂດຍໃຫ້ຂະແໜງການແລະ ອົງການ ປົກຄອງທ້ອງຖິ່ນເປັນເຈົ້າການຊີ້ນຳ ສົມທົບແໜ້ນກັບກໍາລັງ ປກຊ-ປກສ ສະກັດກັ້ນ ແລະ ປາບປາມຢ່າງ ຈິງຈັງ ເພື່ອແກ້ໄຂຢ່າງເດັດຂາດ, ໃນກໍລະນີພະນັກງານ-ລັດຖະກອນ, ຄະນະນໍາແຕ່ລະຂັ້ນມີການກະທໍາ ຜິດກໍໃຫ້ມີການປະຕິບັດວິໄນຢ່າງ ເຂັ້ມງວດ; ສືບຕໍ່ລົງຕິດຕາມ, ກວດ ກາ ແລະ ຄຸ້ມຄອງບັນດາບໍລິສັດ ທ່ອງທ່ຽວ, ການບໍລິການຂົນສົ່ງນັກ ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ ບັນເທີງ, ພະນັກງານນຳທ່ຽວທີ່ ເຄື່ອນໄຫວເປີດບໍລິການບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ເກັບ ກໍາສະຖິຕິບັນດາຫົວໜ່ວຍທຸລະ ກິດທ່ອງທ່ຽວ, ພ້ອມທັງແກ້ໄຂ ປະກົດການຫຍໍ້ທໍ້ທີ່ຕິດພັນໃນທຸລະ ກິດການທ່ອງທ່ຽວ; ກະຊວງໂຍທາ ທິການ ແລະ ຂົນສົ່ງ ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາກິດຈະກໍາ ແລະ ໂຄງການ ບຸລິມະສິດເພື່ອເຊື່ອມໂຍງ, ເຊື່ອມ ຈອດພາຍໃນ ແລະ ພາກພື້ນເອື້ອ ອຳນວຍໃຫ້ແກ່ການຜະລິດ, ການ ຄ້າ, ການທ່ອງທ່ຽວ ແລະ ການ ລົງທຶນໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນກຳນົດ; ສຳລັບ ນະຄອນວຽງຈັນ ແລະ ບັນດາ ແຂວງໃຫ້ພ້ອມກັນຕະລຸມບອນ ແກ້ໄຂບັນຫາທໍ່ລະບາຍນ້ຳບໍ່ໃຫ້ອຸດ ຕັນ ເພື່ອປ້ອງກັນບໍ່ໃຫ້ເກີດມີນ້ຳອັ່ງ, ນ້ຳຖ້ວມໃນເວລາມີຝົນຕົກໜັກ; ສຸມ ໃສ່ການເກັບລາຍຮັບງົບປະມານ ຈາກແຫລ່ງລາຍຮັບທີ່ມີແລ້ວໃຫ້ ຄົບຖ້ວນດ້ວຍການສຸມໃສ່ການຫັນ ເປັນທັນສະໄໝໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍຂຶ້ນເພື່ອ ໃຫ້ສາມາດເກັບລາຍຮັບເພີ່ມຂຶ້ນ ທົດແທນລາຍຮັບທີ່ຈະສູນເສຍຈາກ ການປະຕິບັດນະໂຍບາຍຫລຸດຜ່ອນ ອັດຕາອາກອນຕ່າງໆ ກໍຄືຜົນກະທົບ ຕໍ່ສັງຄົມ; ສືບຕໍ່ປະຕິບັດນະໂຍບາຍ ອັດຕາແລກປ່ຽນຕາມກົນໄກຕະ ຫລາດທີ່ມີການຄຸ້ມຄອງຂອງລັດ ຢູ່ໃນຂອບບໍ່ເກີນ 1 ທຽບໃສ່ອັດຕາ ແລກປ່ຽນອ້າງອີງ; ດັດສົມເງິນຕາ ຕ່າງປະເທດ ເມື່ອເຫັນວ່າຈໍາເປັນ ແລະ ໃຫ້ສາມາດຮັບປະກັນການ ສະໜອງເງິນຕາຕ່າງປະເທດໃຫ້ ການຊໍາລະການນໍາເຂົ້າສິນຄ້າ ທີ່ຈໍາເປັນ ແລະ ໃຫ້ສືບຕໍ່ຈັດຕັ້ງ ປະຕິບັດການລວມສູນບັນຊີເງິນ ຝາກຂອງລັດຖະບານຢູ່ທະນາຄານ ແຫ່ງ ສປປ ລາວ; ສຸມໃສ່ຈັດຕັ້ງ ຜັນຂະຫຍາຍຜົນກອງປະຊຸມສຸດ ຍອດຕ່າງໆ, ຜົນການເຄື່ອນໄຫວ ວຽກງານຕ່າງປະເທດຂອງການ ນຳພັກ-ລັດ, ແຜນຮ່ວມມືສອງ ຝ່າຍກັບບັນດາປະເທດເພື່ອນມິດ ຍຸດທະສາດ ແລະ ຂອບການຮ່ວມມື ຫລາຍຝ່າຍໃນອະນຸພາກພື້ນໃຫ້ ເປັນຮູບປະທຳຫລາຍຂຶ້ນ; ກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ການ ນຳຂັ້ນສູງເຄື່ອນໄຫວວຽກງານຢູ່ ຕ່າງປະເທດ. ໃຫ້ແຕ່ລະກະຊວງອົງການເຊື່ອມຊຶມ, ກໍາແໜ້ນກົນໄກ ເຮັດວຽກຂອງລັດຖະບານ ຊຸດທີ X ແລະ ຫັນແຜນວຽກຈຸດສຸມຂອງ ລັດຖະບານ ຊຸດທີ X ມາເປັນແຜນ ດໍາເນີນງານ ແລະ ແຜນຈັດຕັ້ງປະຕິ ບັດຂອງກະຊວງ-ອົງການຕົນ. ສ່ວນບັນດາບົດລາຍງານເປັນ ຕົ້ນສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ລວມທັງ ສະພາບອຸບັດເຫດ, ອັກຄີໄພ ແລະ ບັນດາປະກົດການຫຍໍ້ທໍ້ໄລຍະບຸນ ປີໃໝ່ລາວ; ຄວາມຄືບໜ້າໃນການ ປັບປຸງສ້ອມແປງເສັ້ນທາງໃນທົ່ວ ປະເທດ; ການແກ້ໄຂຜົນກະທົບ ຈາກພາຍຸໝາກເຫັບ; ການກະກຽມ ຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ ປ່າ, ການຖາງປ່າ-ຈູດປ່າ, ການ ແກ້ໄຂບັນຫາໝອກຄວັນ (PM 2,5), ພ້ອມທັງສະເໜີມາດຕະການ ແກ້ໄຂ; ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນ; ການແກ້ໄຂບັນຫາການລັກ ລອບຂຸດຄົ້ນແຮ່ທາດ ແລະ ທິດທາງ ການຄຸ້ມຄອງການພັດທະນາແຮ່ ທາດໃນຕໍ່ໜ້າບົນພື້ນຖານການກວດ ກາ ແລະ ປະເມີນໂຄງການທີ່ໄດ້ ອະນຸມັດຜ່ານມາ; ສະພາບອັດຕາ ແລກປ່ຽນ, ເງິນເຟີ້ ແລະ ມາດຕະ ການແກ້ໄຂກອງປະຊຸມໄດ້ຊີ້ນໍາ ພາກສ່ວນກ່ຽວຂ້ອງໄປປັບປຸງຕາມ ຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງ ແຜນການ ກໍຄື ແຜນວຽກຈຸດສຸມໃນ ຕໍ່ໜ້າໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມ ຄວາມພ້ອມຮັບມືຕໍ່ສະພາບຄວາມ ສ່ຽງ ແລະ ທ່າອ່ຽງຕ່າງໆທີ່ອາດ ເກີດຂຶ້ນ, ຮັບປະກັນການຈັດຕັ້ງປະ ຕິບັດທັງໄລຍະສັ້ນ-ໄລຍະຍາວ, ມີ ຄວາມວ່ອງໄວທັນການ, ມີປະສິດ ທິພາບ ແລະ ປະສິດທິຜົນ, ທັງ ສາມາດແກ້ໄຂໄດ້ບັນດາຂໍ້ຄົງຄ້າງ, ຊ່ອງວ່າງການສວຍໂອກາດ ແລະ ຫາງສຽງບໍ່ດີຕ່າງໆໃນຂົງເຂດວຽກ ງານດັ່ງກ່າວ. ພ້ອມນີ້, ກອງປະຊຸມຍັງເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 2 ສະບັບຄື: ຮ່າງ ແຜນຍຸດທະສາດການພັດທະນາ ຕະຫລາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2045 ແລະ ຮ່າງດຳລັດວ່າ ດ້ວຍກອງທຶນກັນ ແລະ ຄວບຄຸມ ເຊື້ອພະຍາດເອດ (HIV). ກອງ ປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວ ຂ້ອງນໍາເອົາບັນດາຮ່າງນິຕິກຳ ດັ່ງກ່າວ ໄປປັບປຸງຕື່ມບາງດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດ ຈຸດປະສົງ, ການອະທິບາຍຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດ ເນື້ອໃນວຽກງານໂຄສະນາປຸກ ລະດົມ ແລະ ການມີສ່ວນຮ່ວມ ຂອງພາກສ່ວນຕ່າງໆ, ເຮັດໃຫ້ ບັນດານິຕິກຳມີເນື້ອໃນຄົບຖ້ວນ ສົມບູນ, ລະອຽດ-ຈະແຈ້ງ, ຮັດ ກຸມ ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ ປະກາດນຳໃຊ້ແລ້ວ, ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ພັນທະສັນຍາຜູກ ພັນຕ່າງໆ, ພາຍຫລັງປະກາດໃຊ້ ແລ້ວໃຫ້ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ. ນອກນັ້ນ, ກອງປະຊຸມຍັງໄດ້ ຄົ້ນຄວ້າຮ່າງດຳລັດວ່າດ້ວຍການ ຖອນສິດນໍາໃຊ້ທີ່ດິນ ໂດຍໄດ້ຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງນຳໄປ ສືບຕໍ່ຄົ້ນຄວ້າປັບປຸງ, ຈັດສໍາມະນາ ລະດົມຄວາມຄິດເຫັນຈາກຫລາຍ ພາກສ່ວນຕື່ມອີກ. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນ ພຶດສະພາທີ່ກອງປະຊຸມໄດ້ເອກະ ພາບກັນໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ ການຈັດຕັ້ງ, ບຸກຄະລາກອນແຕ່ລະ ຂັ້ນ ແລະ ມີຄາດໝາຍເວລາສຳເລັດ ທີ່ຊັດເຈນ ແລະ ສອດຄ່ອງກັບສະ ພາບຄວາມເປັນຈິງຂອງແຕ່ລະຂະ ແໜງການ.

RkJQdWJsaXNoZXIy MTc3MTYxMQ==