7264.1

29/04/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜູ້ແທນລາວເຂົ້າຮ່ວມກິດຈະກໍາ...ູ້ົ້່ິໍ ຫາລືຜົນກະທົບ...ືົົ ຫາລືການກໍານົດຍຸດທະສາດ...ືໍົຸ ສສຊ ເຂົ້າຮ່ວມກອງປະຊຸມ...ົຸ້່ ຂປລ. ວັນທີ 27 ເມສາ 2026 ຜ່ານມາ, ທ່ານ ນາງ ດາລານີ ພົມມະວົງສາ ສະມາຊິກສະພາ ແຫ່ງຊາດ (ສສຊ), ຮອງລັດຖະ ມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ຜູ້ແທນສະພາແຫ່ງຊາດ ໄດ້ເຂົ້າ ຮ່ວມກອງປະຊຸມຄະນະກໍາມະການ ປະສານງານສະມາຊິກລັດຖະ ສະພາເພດຍິງໄອປາ ຫລື ໄວປາ (WAIPA) ຄັ້ງທີ 5 ໃນຮູບແບບ ທາງໄກພາຍໃຕ້ຫົວຂໍ້ “ສົ່ງເສີມ ການຫັນປ່ຽນວຽກງານບົດບາດ ຍິງ-ຊາຍຂອງລັດຖະສະພາໄປສູ່ ປະຊາຄົມອາຊຽນທີ່ກວມລວມ ແລະ ມີຄວາມພ້ອມໃນອະນາຄົດ” ຈາກພາກສ່ວນທີ່ກ່ຽວຂ້ອງກະຊວງ ອຄ, ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ປຶກສາຫາລືຮ່ວມກັບບັນດາປະເທດ ອາຊຽນ+3 ແລະ ຄູ່ຮ່ວມພັດທະນາ ຕໍ່ກັບຜົນກະທົບຂອງສະຖານະການ ໃນຕາເວັນອອກກາງຕໍ່ຄວາມໝັ້ນ ຄົງດ້ານພະລັງງານໃນພາກພື້ນ ຊຶ່ງຫລາຍປະເທດສະມາຊິກອາ ຊຽນ ໄດ້ໃຫ້ຄໍາເຫັນວ່າໃນຂົງເຂດ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນເພິ່ງພາການນໍາເຂົ້ານໍ້າມັນ ແລະ ອາຍແກ໊ສ ໃນປະລິມານມະ ຫາສານຈາກຕາເວັນອອກກາງ ແລະ ເຮັດໃຫ້ໄດ້ຮັບຜົນກະທົບຢ່າງ ຫລີກລ່ຽງບໍ່ໄດ້ຕໍ່ການຢຸດຊະງັກ ໃນການສະໜອງ ແລະ ຄວາມຜັນ ຜວນຂອງລາຄາ ທີ່ມີທ່າອ່ຽງສູງ ຂຶ້ນເລື້ອຍໆ. ພ້ອມກັນນັ້ນ, ກໍໄດ້ ປຶກສາຫາລືກ່ຽວກັບວິທີການຮັບມື ຕໍ່ກັບສະຖານະການໃນຕໍ່ໜ້າ ຊຶ່ງ ບັນດາປະເທດສະມາຊິກອາຊຽນ ກຽດກ່າວຄໍາເຫັນໃນກອງປະຊຸມ ສໍາມະນາເພື່ອສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີ ມິດຕະພາບ ລາວ-ຈີນ ຂອງແຂວງ ຢຸນນານ ໂດຍມີຜູ້ຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມດ້ວຍຫົວໜ່ວຍ ທຸລະກິດ ລາວ-ຈີນ, ຕົວແທນນັກ ສຶກສາລາວທີ່ກໍາລັງສຶກສາຢູ່ແຂວງ ຢຸນນານ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ. ຈາກນັ້ນ, ທ່ານຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ມີ ຄໍາເຫັນໃນງານລ້ຽງສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຂອງ ແຂວງຢຸນນານ ໂດຍການເປັນເຈົ້າ ພາບຮ່ວມກັນລະຫວ່າງສະຖານ ກົງສຸນໃຫຍ່ແຫ່ງ ສປປ ລາວ ທີ່ ນະຄອນຄຸນໝິງ ແລະ ສະມາຄົມ ມິດຕະພາບກັບຕ່າງປະເທດຂອງ ແຂວງຢຸນນານ, ຫ້ອງການພົວພັນ ຕ່າງປະເທດແຂວງຢຸນນານ ຊຶ່ງ ແລະ ທຶນຮອນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ຄັ້ງນີ້, ກໍເພື່ອປຶກສາຫາລື ແລະ ເອກະພາບທັງສູນກາງ ແລະ ທ້ອງ ຖິ່ນຕໍ່ກັບການສະຫລຸບຕີລາຄາການ ຄະນະຜູ້ແທນລາວ...ູ້ ລັດຖະມົນຕີກະຊວງ ຮສສ...ັົີ ກະສິກອນເມືອງຜາອຸດົມ...ິືຸົ ຂປລ. ໃນລະຫວ່າງວັນທີ 1825 ເມສາ 2026 ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ພ້ອມຄະນະ ໄດ້ເດີນທາງເຄື່ອນໄຫວວຽກງານ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສ ເກົາຫລີ ເພື່ອເສີມສ້າງສາຍພົວພັນ ອັນດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະການຮ່ວມມື ດ້ານແຮງງານ ແລະ ຕິດຕາມສະ ພາບການເຮັດວຽກຂອງຜູ້ອອກ ແຮງງານລາວທີ່ກຳລັງປະຕິບັດ ໜ້າທີ່ຢູ່ຕາມເມືອງຕ່າງໆຂອງ ສ ເກົາຫລີ. ໃນການເດີນທາງຄັ້ງນີ້, ທ່ານ ລັດຖະມົນຕີ ພ້ອມຄະນະໄດ້ເຂົ້າ ພົບປະກັບເຈົ້າເມືອງ ແລະ ຜູ້ບໍລິ ຫານລະດັບສູງຈາກຫລາຍເມືອງ ສຳຄັນເຊັ່ນ: ເມືອງໂພຊອນ, ເມືອງ ຢໍຈູ, ເມືອງອິຊອນ, ເມືອງອັນດອງ ແລະ ເມືອງມູອັນ ໂດຍມີຈຸດປະສົງ ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ຕາມການລາຍງານ ຂອງທ່ານ ນາງ ສີຄໍາ ຫລ້າລະເດດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມ ເມືອງຜາອຸດົມ ແຂວງບໍ່ແກ້ວ ກ່ຽວກັບຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດການເກັບກ່ຽວເຂົ້າ ນາແຊງ ແລະ ຜົນຜະລິດພືດລະດູ ແລ້ງ ປະຈໍາປີ 2026 ຂອງເມືອງ ຜາອຸດົມ ມາຮອດປັດຈຸບັນກະສິ ກອນໃນທົ່ວເມືອງແມ່ນເລີ່ມລົງມື ເກັບກ່ຽວເຂົ້ານາແຊງ ປະຈໍາປີ ແລະ ຄະນະຜູ້ແທນຈາກ 27 ປະເທດ ສະມາຊິກອີຢູ ແລະ ກອງເລຂາອາ ຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ທົບທວນຄືນການ ພົວພັນຮ່ວມມືອາຊຽນ-ອີຢູ ໃນ ໄລຍະຜ່ານມາ ໂດຍສະເພາະຕໍ່ກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ອີຢູ (2023-2027). ສອງຝ່າຍມີ ຄວາມໝາຍໝັ້ນຮ່ວມກັນທີ່ຈະສະ ເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ອີຢູ ຄົບຮອບ 50 ປີ ໃນ ປີ 2027. ໃນນີ້, ກອງປະຊຸມໄດ້ ປຶກສາຫາລື ແລະ ກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ໂດຍໄດ້ສືບ ຕໍ່ເນັ້ນຢໍ້າຄວາມໝາຍໝັ້ນໃນການ ຮັດແໜ້ນການຮ່ວມມືໃນບັນດາຂົງ ເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນ ການຮັດແໜ້ນການຮ່ວມມືດ້ານ ການຄ້າ ແລະ ເສດຖະກິດ ໂດຍຢຶດ ຖືຫລັກການຮ່ວມມືຫລາຍຝ່າຍ, ການຮັດແໜ້ນການຮ່ວມມືດ້ານ ການເຊື່ອມໂຍງ-ເຊື່ອມຈອດ, ການ ຮ່ວມມືດ້ານການຄໍ້າປະກັນດ້ານ ພະລັງງານ ແລະ ສະບຽງອາຫານ ແລະ ການຮ່ວມມືເພື່ອຮັບມືກັບການ ປ່ຽນແປງສະພາບດິນຟ້າອາກາດ. ກອງປະຊຸມໄດ້ແລກປ່ຽນທັດ ສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມ ກັນເປັນຕົ້ນສະພາບການໃນຕາເວັນ ອອກກາງທີ່ສົ່ງຜົນກະທົບຕໍ່ຂະແໜງ ພະລັງງານ ແລະ ສະບຽງອາຫານ ຂອງພາກພື້ນ ແລະ ໃນໂລກ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຄວາມ ປອດໄພທາງໄຊເບີ ແລະ ການຕ້ານ ການສໍ້ໂກງທາງອອນລາຍ. ກອງ ປະຊຸມໄດ້ຮັບຮອງເອົາຖະແຫລງ ການຮ່ວມຂອງກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງ ທີ 25. ນອກຈາກນີ້, ທ່ານຮອງນາ ຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍ ກັບຫວຽດນາມ, ຟີລິບປິນ, ລິດຕົວນີ, ປອກຕຸຍການ, ໂອຕຣິດ, ສະໂລວັກ, ໄຊປຣັດ ແລະ ສະຫະພາບເອີຣົບ ແນໃສ່ຮັດແໜ້ນການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນ ຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍທີ່ກ່ຽວຂ້ອງ. ເພື່ອປຶກສາຫາລື ແລະ ຕີລາຄາ ຄືນການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍ ການຈັດສົ່ງແຮງງານລາວໄປເຮັດ ວຽກຕາມລະດູການ (E-8). ໃນການພົບປະແຕ່ລະເມືອງ, ທ່ານ ໂພໄຊ ໄຊຍະສອນ ໄດ້ສະ ແດງຄວາມຂອບໃຈຕໍ່ທາງການ ສ ເກົາຫລີ ທີ່ໄດ້ໃຫ້ການຕ້ອນ ຮັບ ແລະ ເອົາໃຈໃສ່ເບິ່ງແຍງຜູ້ ອອກແຮງງານລາວເປັນຢ່າງດີ. ນອກຈາກນີ້, ທ່ານຍັງໄດ້ຮັບຟັງ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຈາກ ບັນດາເມືອງຂອງ ສ ເກົາຫລີ ເພື່ອ ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນໃນຕໍ່ ໜ້າ. ພ້ອມກັນນີ້, ຍັງໄດ້ສະເໜີໃຫ້ ບັນດາເມືອງຂອງ ສ ເກົາຫລີ ສືບຕໍ່ ຊ່ວຍເຫລືອ, ຄຸ້ມຄອງ, ປົກປ້ອງສິດ ຜົນປະໂຫຍດ ແລະ ຍົກລະດັບສີມື ແຮງງານໃຫ້ແກ່ຜູ້ອອກແຮງງານ ລາວ ເພື່ອໃຫ້ເຂົາເຈົ້ານຳເອົາ ຄວາມຮູ້ ແລະ ປະສົບການກັບມາ ພັດທະນາບ້ານເກີດເມືອງນອນໃນ ເວລາທີ່ສິ້ນສຸດສັນຍາ. ນອກຈາກການພົບປະທາງການ ແລ້ວ, ທ່ານລັດຖະມົນຕີ ຍັງໄດ້ລົງ ຢ້ຽມຢາມສະຖານທີ່ພັກເຊົາ ແລະ ສະຖານທີ່ເຮັດວຽກຕົວຈິງຂອງ ແຮງງານລາວ ເພື່ອຮັບຟັງບັນຫາ ແລະ ເຫັນເຖິງສະພາບຄວາມເປັນ ຢູ່ທີ່ແທ້ຈິງ. ທ່ານໄດ້ເນັ້ນໜັກໃຫ້ ແຮງງານທຸກຄົນມີຄວາມອົດທົນ, ຕັ້ງໃຈປະຕິບັດລະບຽບກົດໝາຍ ຂອງ ສ ເກົາຫລີ ຢ່າງເຄັ່ງຄັດ, ຮັກສາຊື່ສຽງຂອງປະເທດຊາດ ແລະ ເກັບກ່ຽວເອົາທຶນຮອນ ແລະ ປະສົບການເຮັດວຽກຕົວຈິງ ເພື່ອ ມາສ້າງສາພັດທະນາຊີວິດການເປັນ ຢູ່ຂອງຕົນເອງ ແລະ ຄອບຄົວໃຫ້ດີ ຂຶ້ນໃນຕໍ່ໜ້າ. ການເຄື່ອນໄຫວຄັ້ງນີ້, ຖືເປັນ ບາດກ້າວສໍາຄັນໃນການຢືນຢັນເຖິງ ຄວາມເອົາໃຈໃສ່ຂອງລັດຖະບານ ລາວ ໂດຍສະເພາະກະຊວງ ຮສສ ຕໍ່ວຽກງານການຈັດສົ່ງແຮງງານ ລາວໄປເຮັດວຽກຢູ່ ສ ເກົາຫລີແລະ ເພື່ອເປັນການຕິດຕາມສະພາບການ ເຮັດວຽກ ແລະ ໃຫ້ກໍາລັງໃຈຜູ້ອອກ ແຮງງານລາວທີ່ກຳລັງປະຕິບັດ ໜ້າທີ່ຢູ່ຕາມເມືອງຕ່າງໆຂອງ ສ ເກົາຫລີ ເນື່ອງໃນໂອກາດວັນກໍາມະ ກອນວັນທີ 1 ພຶດສະພາ 2026 ທີ່ ຈະມາເຖິງນີ້. ຂໍ້ມູນ-ພາບ: ຂ່າວສານ ຮສສ ການນໍາຂັ້ນສູງຂອງແຂວງຢຸນ ໜານ ນໍາໂດຍ ທ່ານ ເຣີ້ນ ຈຸ່ນຮ້າວ ຮອງປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງຢຸນນານ ແລະ ພະແນກການທີ່ກ່ຽວຂອງ ຂອງແຂວງ ແລະ ຈາກ ສປປ ລາວ ເຂົ້າຮ່ວມ. ວັນທີ 24 ເມສາ 2026, ທີ່ກິ່ງ ແຂວງສິບສອງພັນນາ, ທ່ານຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ ເຂົ້າຮ່ວມ ແລະ ມີຄໍາເຫັນໃນພິທີ ເປີດມະຫາກໍາສະເຫລີມສະຫລອງ ຂອງປະຊາຊົນຢູ່ເຂດຊາຍແດນ ລາວ-ຈີນ ປີ 2026, ການນໍາ ຝ່າຍຈີນເຂົ້າຮ່ວມໂດຍທ່ານ ຢວນ ໝິນເຕົ້າ ຮອງປະທານສະມາຄົມ ມິດຕະພາບກັບຕ່າງປະເທດ ປະ ຊາຊົນທົ່ວປະເທດຈີນ ແລະ ຈາກ ສປປ ລາວ ມີຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການ ປົກຄອງແຂວງ ແລະ ຂະແໜງການ ທີ່ກ່ຽວຂ້ອງຈາກ 5 ແຂວງພາກ ເໜືອຂອງລາວຄື: ຜົ້ງສາລີ, ອຸດົມ ໄຊ, ຫລວງນໍ້າທາ, ບໍ່ແກ້ວ ແລະ ປ ຂວງຫລວງພະບາງ. ວັນທີ 25 ເມສາ 2026, ຕອນເຊົ້າທ່ານຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ແລະ ຄະນະ ໄດ້ສືບຕໍ່ຮ່ວມກັບການນໍາກິ່ງແຂວງ ສິບສອງພັນນາເຂົ້າຮ່ວມກິດຈະກໍາ ປ່ອຍປາລົງສູ່ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 20 ຈໍານວນ 30.000 ໂຕ ແນໃສ່ຟື້ນຟູສະພາບ ແວດລ້ອມດ້ານນິເວດວິທະຍາທາງ ນໍ້າ ແລະ ເປັນການຮັກສາຊີວະນາ ນາພັນໃນແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຊຶ່ງແມ່ນກິດຈະກໍາໜຶ່ງໃນ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2026 ນີ້. ຈາກ ນັ້ນ, ໄດ້ສືບຕໍ່ເດີນທາງໄປຍັງເມືອງ ລ້າ ເພື່ອເຂົ້າຮ່ວມບັນດາກິດຈະ ກໍາທີ່ຮ່ວມກັນຈັດຂຶ້ນລະຫວ່າງ ອໍານາດການປົກຄອງຂອງບັນດາ ແຂວງພາກເໜືອຂອງ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາ ໂດຍສະເພາະແມ່ນງານຕະຫລາດ ນັດຂອງປະຊາຊົນທີ່ຢູ່ລຽບຕາມ ຊາຍແດນ ລາວ-ຈີນ, ການແຂ່ງຂັນ ກິລາບານເຕະມິດຕະພາບລະຫວ່າງ ຊາວໜຸ່ມແຂວງຫລວງນໍ້າທາ ແລະ ທີມຊາວໜຸ່ມເມືອງລ້າ ແຂວງຢຸນ ນານ, ສປ ຈີນ ແລະ ເປັນແຂກ ກິດຕິມະສັກເຂົ້າຮ່ວມຊົມການ ແຂ່ງຂັນກິລາບານເຕະລີກ ຂອງ ແຂວງຢຸນນານ. ນອກຈາກນັ້ນ, ຍັງ ໄປທັດສະນະສຶກສາ ແລະ ຢ້ຽມຢາມ ເຂດອານຸລັກຊີວະນານາພັນ, ປ່າ ສະຫງວນແຫ່ງຊາດຂອງແຂວງ ຢຸນນານ ແລະ ເຂດທ່ອງທ່ຽວ ຕາມ ລາຍການທີ່ເຈົ້າພາບຈັດໃຫ້. ໂດຍການເປັນປະທານຂອງທ່ານ ນາງ ແອນ ມາຕິແບັກ(Ann Matibag) ປະທານກອງປະຊຸມ ສະມາຊິກລັດຖະສະພາເພດຍິງໄອ ປາ, ມີທ່ານເລຂາທິການໃຫຍ່ໄອ ປາ, ສະມາຊິກລັດຖະສະພາເພດ ຍິງຈາກບັນດາລັດຖະສະພາທີ່ເປັນ ສະມາຊິກໄອປາ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກ ລັດຖະສະພາເພດຍິງກ່ຽວກັບການ ຫັນປ່ຽນດ້ານບົດບາດຍິງ-ຊາຍ ຂອງລັດຖະສະພາໄປສູ່ປະຊາຄົມ ອາຊຽນທີ່ກວມລວມ ແລະ ມີຄວາມ ພ້ອມໃນອະນາຄົດ, ທັງເປັນການ ຕິດຕາມຄວາມຄືບໜ້າການຈັດຕັ້ງ ປະຕິບັດແຜນປະຕິບັດງານ ແລະ ຂອບແຜນການຈັດຕັ້ງປະຕິບັດການ ສົ່ງເສີມການມີສ່ວນຮ່ວມທາງດ້ານ ການເມືອງ ແລະ ການເປັນຜູ້ນໍາ ຂອງແມ່ຍິງ (WPPL) ໃນປີ 2024-2025 ຂອງບັນດາປະເທດ ສະມາຊິກໄອປາ. ກອງປະຊຸມໄດ້ມີການສົນທະ ນາ, ປຶກສາຫາລືແລະ ແລກປ່ຽນຄໍາ ເຫັນຕໍ່ກັບຫົວຂໍ້ທີ່ນຳມາແລກປ່ຽນ ຊຶ່ງຄະນະຜູ້ແທນລາວ ໄດ້ປະກອບ ຄໍາເຫັນຕໍ່ກັບຫົວຂໍ້ “ການຫັນປ່ຽນ ລັດຖະສະພາດ້ານບົດບາດຍິງ-ຊາຍ ຂອງລັດຖະສະພາທີ່ບໍ່ພຽງແຕ່ເປັນ ການເພີ່ມຈຳນວນຂອງເພດຍິງໃນ ຕຳແໜ່ງການຕັດສິນໃຈ, ແຕ່ຍັງ ກ່ຽວກັບການຫັນປ່ຽນລະບົບ, ໂຄງ ສ້າງ ແລະ ວັດທະນະທຳທີ່ກຳນົດ ວິທີການຕັດສິນໃຈຂອງເຂົາເຈົ້າ ຊຶ່ງ ລັດຖະສະພາມີບົດບາດສຳຄັນໃນ ການນຳພາການປ່ຽນແປງນີ້ ໂດຍ ການປັບປຸງກົດໝາຍ, ນະໂຍບາຍ ຕ່າງໆ ແລະ ນຳໃຊ້ກົນໄກການກວດ ກາໃຫ້ສອດຄ່ອງກັບຫລັກການຂອງ ຄວາມສະເໝີພາບຍິງ-ຊາຍ”. ນອກ ນັ້ນ, ຍັງໄດ້ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງຜັນຂະຫຍາຍແຜນ ປະຕິບັດງານການສົ່ງເສີມການມີ ສ່ວນຮ່ວມທາງດ້ານການເມືອງ ແລະ ການເປັນຜູ້ນໍາຂອງແມ່ຍິງ ຂອງ ສປປ ລາວ, ເຫັນວ່າພວກ ເຮົາໄດ້ສຸມໃສ່ການສ້າງຄວາມເຂັ້ມ ແຂງໃຫ້ແກ່ ສສຊ ເພດຍິງ ເພື່ອ ເພີ່ມຂີດຄວາມສາມາດໃນການ ປະຕິບັດໜ້າທີ່ສຳຄັນໃນຖານະທີ່ ເປັນຕົວແທນຂອງປະຊາຊົນ. ພ້ອມ ນັ້ນ, ສະພາແຫ່ງຊາດຍັງໄດ້ດຳເນີນ ການເກັບກຳ ແລະ ວິເຄາະບົດບາດ ຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ ໃນປິ 2025, ຖືໄດ້ ວ່າເປັນຄັ້ງທຳອິດໃນອາຊຽນ ແລະ ເປັນການສ້າງຄວາມຮັບຮູ້ໃຫ້ແກ່ ສັງຄົມກ່ຽວກັບບົດບາດຂອງແມ່ ຍິງໃນເວທີການເມືອງ ຊຶ່ງຜົນການ ວິເຄາະດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ໃນເດືອນກຸມພາ ຜ່ານມາ ມີ ສສຊ ເພດຍິງກວມເອົາ 29,71%. ຜົນຂອງກອງປະຊຸມຄັ້ງນີ້, ຈະ ຖືກນໍາໄປພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມໄອປາ ຄັ້ງທີ 47 ຊຶ່ງຈະຈັດຂຶ້ນທີ່ປະເທດຟິລິບປິນ ໃນລະຫວ່າງວັນທີ 19-25 ຕຸລາ 2026. ຂ່າວ: ສພຊ ຈັດຕັ້ງປະຕິບັດແຜນພັດທະນາກະ ສິກຳ ແລະ ສິ່ງແວດລ້ອມ 5 ປີ (2021-2025) ແລະ ທິດທາງ ແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ປຶກສາຫາລື ການກໍານົດທິດທາງຍຸດທະສາດ ພັດທະນາກະສິກໍາ ແລະ ສິ່ງແວດ ລ້ອມ ຮອດປີ 2035 ແລະ ວິໄສ ທັດ ຮອດປີ 2055 ຊຶ່ງທິດທາງ ແລະ ວິໄສທັດໃນຕໍ່ໜ້າແມ່ນສຸມ ໃສ່ພັດທະນາຂົງເຂດກະສິກໍາໃຫ້ ທັນສະໄໝ ໂດຍນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ທີ່ເປັນມິດກັບ ສິ່ງແວດລ້ອມເຂົ້າໃນການຜະລິດ ກະສິກໍາ ແລະ ໃຫ້ສອດຄ່ອງກັບດິນ ຟ້າອາກາດແນໃສ່ສ້າງແຫລ່ງວັດຖຸ ດິບໃຫ້ພຽງພໍ ແລະ ມີຄຸນນະພາບ ສູງຮັບໃຊ້ການປຸງແຕ່ງ; ລົງທຶນ ຢ່າງມີຈຸດສຸມເຂົ້າໃສ່ການສ້າງ ແລະ ຂະຫຍາຍພຶື້ນຖານໂຄ່ງລາງ ດ້ານກະສິກຳສູ່ຊົນນະບົດ ໂດຍ ການສົ່ງເສີມເສດຖະກິດຄອບຄົວ, ພັດທະນາຮູບແບບຮ່ວມດຳເນີນ ທຸລະກິດ-ສະຫະກອນກະສິກຳ, ສ້າງສວນ ແລະ ຟາມຕົວແບບຕິດ ພັນກັບການທ່ອງທ່ຽວໃຫ້ນັບມື້ນັບ ຫລາຍຂຶ້ນເປັນຕົ້ນໂຮງງານປຸງ ແຕ່ງຜະລິດກະສິກຳໃຫ້ໄດ້ມາດ ຕະຖານສາກົນ ຮັບປະກັນດ້ານສະ ບຽງອາຫານ ແລະ ໂພຊະນາການ ທີ່ດີ; ການຜະລິດສິນຄ້າກະສິກໍາ ຂະຫຍາຍຕົວ, ທັນສະໄໝ, ຫລາກ ຫລາຍ, ປອດໄພ; ລະບົບນິເວດກະ ສິກຳຂອງປະເທດມີຄວາມຂຽວ ງາມ ແລະ ປະຊາຊົນມີລາຍຮັບທີ່ ຍືນຍົງໃນຕໍ່ໜ້າ. ຂະແໜງກະສິກໍາ ແລະ ສິິ່ງ ແວດລ້ອມມີບົດບາດສໍາຄັນໃນການ ສ້າງແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຮັບປະກັນຄວາມ ໝັັ້ນຄົງທາງດ້ານສະບຽງອາຫານ ແລະ ສົ່ງເສີມການຜະລິດກະສິກໍາ ເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ. ການເຕີບໂຕທາງ ດ້ານເສດຖະກິດຂອງຂະແໜງກະ ກໍໄດ້ປະຕິບັດມາດຕະການ ແລະ ນະໂຍບາຍອີງໃສ່ທ່າແຮງດ້ານພະ ລັງງານຂອງປະເທດຂອງຕົນເຊັ່ນ: ກະຈາຍຊອກແຫລ່ງນໍ້າມັນເພີ່ມ, ການສໍາຮອງພະລັງງານ, ການ ຄວບຄຸມລາຄາ ແລະ ອື່ນໆ. ໃນລະດັບພາກພື້ນ, ອາຊຽນ ໄດ້ເນັ້ນໜັກເຖິງການເພີ່ມທະວີ ການຮ່ວມມື ໂດຍຜ່ານຂອບໜ້າ ວຽກທີ່ມີຢູ່ເຊັ່ນ: the ASEAN Framework Agreement on Petroleum Secur i ty (APSA), ASEAN Power Grid (APG), and TransASEAN Gas P i pe l i ne (TAGP) ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ ແລະ ກະກຽມ ການປະສານງານໃນມາດຕະການ ຮັບມືສຸກເສີນຖ້າຈໍາເປັນ. ສໍາລັບ ສປປ ລາວ, ກໍໄດ້ຮັບຜົນກະທົບເຊັ່ນ ກັນກັບຫລາຍປະເທດ ເນື່ອງຈາກ ມີການເພິ່ງພາການນໍາເຂົ້ານໍ້າມັນ ເຊື້ອໄຟຈາກຕ່າງປະເທດ. ໂອກາດນີ້, ທ່ານ ມະໂນທອງ ວົງໄຊ ໄດ້ມີຄໍາເຫັນກ່ຽວກັບນະ ໂຍບາຍຂອງ ສປປ ລາວ ເພື່ອຮັບມື ກັບສະຖານະການໃນການຜັນຜວນ ດ້ານພະລັງງານໃນປັດຈຸບັນເຊັ່ນ: ນະໂຍບາຍຫລຸດພາສີນໍາເຂົ້ານໍ້າມັນ ເພື່ອຄວບຄຸມລາຄານໍ້າມັນ; ກະຕຸ້ນ ການສົ່ງເສີມການນໍາໃຊ້ພະລັງງານ ທາງເລືອກທີ່ມີທ່າແຮງພາຍໃນ ປະເທດ ເພື່ອຫລຸດຜ່ອນການນໍາ ເຂົ້ານໍ້າມັນເຊື້ອໄຟ; ມາດຕະການ ຜ່ອນຜັນໃຫ້ແກ່ພະນັກງານ ໂດຍ ການສັບປ່ຽນກັນມາປະຈໍາການ; ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມໃນ ການປະຢັດພະລັງງານເປັນຕົ້ນແມ່ນ ສົ່ງເສີມການນໍາໃຊ້ພາຫະນະໄຟຟ້າ ແລະ ນໍາໃຊ້ລົດສາທາລະນະໃຫ້ ຫລາຍຂຶ້ນ. ນອກຈາກນີ້, ກໍຍັງເພີ່ມ ທະວີການຮ່ວມມືໃນການເຊື່ອມຕໍ່ ສາຍສົ່ງພະລັງງານໄຟຟ້າ ແລະ ສຶກສາກົນໄກຕ່ອງໂສ້ຂອງການສະ ໜອງນໍ້າມັນເຊື້ອໄຟໃນພາກພື້ນ. ຂ່າວ: ຂ່າວສານ ອຄ ສິກໍາ ແລະ ສິິ່ງແວດລ້ອມສະເລ່ຍ 10 ປີ ຜ່ານມາ (2016-2025) ໄດ້ຂະຫຍາຍຕົວ 2,1% ກວມ ເອົາ 16,77% ຂອງລວມຍອດ ຜະລິດຕະພັນພາຍໃນ (GDP); ສ້າງວຽກເຮັດງານທໍາໃຫ້ແກ່ປະ ຊາຊົນ ແລະ ຜູ້ອອກແຮງງານ ກວມ ປະມານ 70% ຂອງແຮງງານ ພາຍໃນປະເທດທີ່ປະກອບອາຊີບ ກະສິກໍາ. ຈາກສະພາບການດັ່ງ ກ່າວ ໄດ້ສົ່ງຜົນເຮັດໃຫ້ ສປປ ລາວ ມີຄວາມໝັັ້ນຄົງທາງດ້ານສະບຽງ ອາຫານເປັນຕົ້ນເຂົ້າ, ພືດ, ຜັກ ແລະ ໄມ້ໃຫ້ໝາກ. ພ້ອມກັນນັັ້ນ, ກໍໄດ້ ຜະລິດກະສິກໍາເປັນເສດຖະກິດເປັນ ສິນຄ້າສົ່ງອອກຈໍານວນໜຶ່ງເຊັ່ນ: ໝາກກ້ວຍ, ຢາງພາລາ, ສາລີ, ມັນ ຕົ້ນ, ກາເຟ ແລະ ສັດລ້ຽງ. 2026 ແລ້ວ. ເມືອງຜາອຸດົມ ມີເນື້ອ ທີ່ນາແຊງທັງໝົດ 296 ເຮັກຕາ ມີ 13 ບ້ານ, ມີ 550 ຄອບຄົວ, ຄາດ ຄະເນສະມັດຕະພາບ 4 ໂຕນ/ ເຮັກຕາ. ປັດຈຸບັນເຂົ້າສຸກເຫລືອງ ແລ້ວ 60% ແລະ ເກັບກ່ຽວເຂົ້າ ນາແຊງສຳເລັດແລ້ວ 20%, ເທົ່າ ກັບ 59,2 ເຮັກຕາ, ຜົນຜະລິດໄດ້ 237 ໂຕນ. ນອກຈາກການຜະລິດເຂົ້ານາ ແຊງແລ້ວ, ກະສິກອນເມືອງຜາ ອຸດົມ ຍັງໄດ້ປູກພືດຜັກເປັນສິນ ຄ້າ, ປູກໃນເນື້ອທີ່ 30 ເຮັກຕາ ມີ 20 ບ້ານ, ມີ 150 ຄອບຄົວ, ຄາດ ຄະເນສະມັດຕະພາບໄດ້ 2,5 ໂຕນ, ປູກສາລີຫວານປູກໃນເນື້ອທີ່ 15 ເຮັກຕາ, ມີ 15 ບ້ານ, ມີ 140 ຄອບຄົວ, ຄາດຄະເນສະມັດຕະພາບ ໄດ້ 3 ໂຕນ/ເຮັກຕາ, ປູກໄມ້ໃຫ້ໝາກ ເນື້ອທີ່ທັງໝົດ 62 ເຮັກຕາ. ໃນນີ້, ຈຸດປາກຫາດ 8 ເຮັກຕາ, ຈຸດປາງ ສ້ານ 13 ເຮັກຕາ ເປັນຂອງນັກ ລົງທຶນຈີນ, ປະຊາຊົນປູກເອງມີ 41 ເຮັກຕາ ມີ 38 ບ້ານ, ມີ 290 ຄອບ ຄົວ, ຄາດຄະເນສະມັດຕະພາບໄດ້ 25 ໂຕນ/ເຮັກຕາ. ນອກນີ້, ຍັງ ມີນັກລົງທຶນຈີນ ມາລົງທຶນປູກໝາກ ທົ່ວເຫລືອງໃນເນື້ອທີ່ 450 ເຮັກຕາ, ປັດຈຸບັນເກັບກ່ຽວສໍາເລັດແລ້ວ 80% ເທົ່າກັບ 440 ເຮັກຕາ, ສະມັດຕະພາບຜົນຜະລິດໄດ້ 11 ໂຕນ/ເຮັກຕາ. ຂ່າວ-ພາບ: ໂສພາ ທິບພະວົງ

RkJQdWJsaXNoZXIy MTc3MTYxMQ==