23/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K xtdv[vk-u [glu ,lh k']kpIa [[+ me,tfk ແຫລ່ງຂ່າວາກ ໜັງສÉ ພິມບໍລິຄ¦ໄຊ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ວັນທີ 25 4 1961-25 4 2026) ບົດສະເໜີ ©ດຍ ຄະນະ ບກ ln [8+ glu ,0tspkp,6 og-N vlkprq ;ra o,y f8trk[ c]t dkoIj ;,,n ]k;{9u o ຂປລ. ວັນທີ 25 ເມສາ ເປັນ ມື້ທີ່ມີຄວາມໝາຍສຳຄັນຍ່ິງຂອງ ປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ລາວ-ຈີນ ຄົບ ຮອບ 65 ປີ (25 ເມສາ 196125 ເມສາ2026). ສປປ ລາວ ແລະ ສປ ຈີນ ແມ່ນສອງປະເທດ ທີ່ມີຊາຍແດນຕິດຈອດກັນຍາວ 505 ກິໂລແມັດດ້ວຍສາຍພູ ແລະ ແມ່ນ້ຳລຳເຊ, ປະຊາຊົນສອງຊາດ ມີສາຍພົວພັນມິດຕະພາບມາແຕ່ ບູຮານນະການ. ມູນເຊື້ອຮັກແພງ ສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ນ້ຳໃຈມິດຕະພາບ ນັບມື້ ນັບເພີ່ມທະວີ, ຜູ້ນຳສອງພັກ ແລະ ລັດ ໄດ້ສືບຕໍ່ເພີ່ມທະວີການຢ້ຽມ ຢາມກັນ, ໄດ້ມີການແລກປ່ຽນຄະ ນະຜູ້ແທນຂັ້ນຕ່າງໆ ແລະ ຖອດ ຖອນບົດຮຽນນຳກັນໃນທຸກດ້ານ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານເສດຖະ ກິດ, ການຄ້າ, ວິທະຍາສາດເຕັກນິກ ແລະ ວັດທະນະທຳບົນພື້ນຖານ ຄວາມສະເໝີພາບ ຕ່າງຝ່າຍຕ່າງມີ ຜົນປະໂຫຍດ, ເຮັດໃຫ້ການພົວພັນ ອັນເປັນມູນເຊື້ອລະຫວ່າງສອງພັກ, ສອງປະເທດ ແລະ ປະຊາຊົນສອງ ຊາດ ລາວ-ຈີນ ມີຄວາມສະໜິດ ແໜ້ນ ແລະ ຂະຫຍາຍຕົວຂຶ້ນສູ່ລະ ດັບໃໝ່ຮອບດ້ານ. ຕະຫລອດໄລຍະ 65 ປີແຫ່ງ ການຮ່ວມມືເຫັນວ່າການຮ່ວມມືລະ ຫວ່າງ 2 ຝ່າຍນັບມື້ກວ້າງຂວາງ ຊຶ່ງເປັນການເສີມຂະຫຍາຍມູນ ເຊື້ອປະຕິວັດອັນດີງາມປະກອບ ສ່ວນອັນໃໝ່ໃນການຊຸກຍູ້ການ ຮ່ວມມືກັນ ຕ່າງຝ່າຍຕ່າງມີຜົນປະ ໂຫຍດຮ່ວມກັນໃນທຸກຂົງເຂດ ວຽກງານ ແລະ ເພີ່ມເນື້ອໃນອັນ ໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ລະຫວ່າງ ລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ໃນ ໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບ ການສະຖາປານາການພົວພັນຮ່ວມ ມືລາວ-ຈີນ ແມ່ນຢູ່ໃນຮູບແບບ ການສະໜັບສະໜູນຊ່ວຍເຫລືອໃຫ້ ແກ່ພາລະກິດຕໍ່ສູ້ຂອງປະຊາຊົນ ລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະ ພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນ ປົກຄອງທີ່ກົດຂີ່ຂູດຮີດໃນຖານະ ທີ່ສອງປະເທດມີເສັ້ນຊາຍແດນ ຕິດຈອດກັນເປັນປະເທດບ້ານໃກ້ ເຮືອນຄຽງ ສິ່ງສຳຄັນແມ່ນມີພັກ ກອມມູນິດນຳພາການປະຕິບັດຄື ກັນ. ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງ ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ໄດ້ໄປ ຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ ນຳທ່ານອື່ນໆໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການ ຂອງການປະຕິວັດລາວ, ປຶກສາຫາ ລືກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດ ລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳ ໂດຍສະເດັດເຈົ້າສຸວັນນະພູມາ ນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນ ເອກະສານທີ່ສຳຄັນວ່າດ້ວຍການ ສ້າງຕັ້ງສາຍພົວພັນການທູດນຳ ກັນໃນວັນທີ 25 ເມສາ 1961 ນັ້ນ ແມ່ນເຫດການທ່ີສຳຄັນໃນປະ ຫວັດສາດຂອງການພົວພັນ ລາວຈີນ. ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ມີມູນເຊື້ອອັນ ດີງາມ ແລະ ບົນພື້ນຖານແຫ່ງການ ພົວພັນອັນໜັກແໜ້ນຕາມຈິດໃຈ ໝັ້ນຄົງ, ຍາວນານ, ຮັກແພງກັນ ຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອ ເຊື່ອໃຈກັນ ແລະ ຮ່ວມມືກັນຢ່າງ ຮອບດ້ານ. ເຮັດໃຫ້ການພົວພັນລະ ຫວ່າງສອງປະເທດ ໄດ້ກ້າວເຂົ້າ ສູ່ໄລຍະພັດທະນາອັນໃໝ່ ແລະ ກວ້າງຂວາງກວ່າເກົ່າ. ພ້ອມນັ້ນ ກໍຕ້ອງໄດ້ເພ່ີມທະວີການພັດທະນາ ສາຍພົວພັນທັງສອງຝ່າຍໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນໄປບົນພື້ນ ຖານຄວາມສະເໝີພາບ, ເອກະ ລາດ, ບໍ່ແຊກແຊງພາຍໃນຂອງ ກັນ ແລະ ກັນຕ່າງຝ່າຍຕ່າງມີຜົນ ປະໂຫຍດໂດຍຊອບທຳ, ຮ່ວມມືພັດ ທະນາເຂດພາກພື້ນ ແລະ ໃນໂລກ, ສະໜັບສະໜູນບົດບາດເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາ ກົນ ເພ່ືອປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ. ການຮ່ວມມືຂອງສອງປະເທດ ໃນຫລາຍປີຜ່ານມາ ໄດ້ເຮັດໃຫ້ ການລົງທຶນຂອງຈີນ ຢູ່ລາວ ກໍໄດ້ ເພີ່ມຂຶ້ນ, ການຄ້າສອງຝ່າຍໄດ້ເພີ່ມ ຂຶ້ນ, ການເຊື່ອມໂຍງເຂົ້າກັນທາງ ດ້ານຄົມມະນາຄົມ ແລະ ການຄ້າ ໄດ້ມີການພັດທະນາຢ່າງກ້າວກະ ໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະຈັກ ຕາທີ່ສຸດແມ່ນຜົນສຳເລັດຂອງໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວຈີນ ເຊິ່ງເສັ້ນທາງລົດໄຟ ລາວ-ຈີນ ໄດ້ຊ່ວຍຍູ້ໜູນໃຫ້ປະເທດລາວ ຫັນ ປ່ຽນຈາກປະເທດບໍ່ມີຊາຍແດນ ຕິດຈອດກັບທະເລມາເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ເຊິ່ງໄດ້ກວມເອົາການເຊື່ອມຈອດ ກັບປະເທດໄທ,ສິງກະໂປແລະອື່ນໆ ອີກ 18 ປະເທດ ແລະ ເຂດແຄວ້ນ ອັນໄດ້ກາຍເປັນ “ເສັ້ນທາງທອງ ຄໍາ”ຂອງການຂົນສົ່ງໂລຈິສຕິກສາ ກົນ ທີ່ມີປະສິດທິຜົນສູງ ແລະ ມີ ຄວາມສະດວກ. ນອກຈາກນັ້ນ, ການໄປມາຫາສູ່ລະຫວ່າງປະຊາ ຊົນ ແລະ ການແລກປ່ຽນລະຫວ່າງ ສອງປະເທດ ຈີນ- ລາວ ນັບມື້ສະ ໜິດແໜ້ນ, ໂດຍສະເພາະພາຍຫລັງ ເປີດນໍາໃຊ້ເສັ້ນທາງ ລົດໄຟ ລາວ- ຈີນ, ນັກທ່ອງທ່ຽວທີ່ເດີນທາງ ເຂົ້າມາລາວກໍເພີ່ມຂຶ້ນເປັນຈຳນວນ ຫລາຍຫລວງ. ແນວໃດກໍຕາມ, ນັບແຕ່ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄດ້ ສ້າງສາຍພົວພັນການທູດຮ່ວມກັນ ການພົວພັນຂອງສອງພັກ ແລະ ປະຊາຊົນສອງຊາດ ກໍນັບມ້ືແໜ້ນ ແຟ້ນຍ່ິງຂ້ຶນໃນສະພາບການໃໝ່ ທີ່ຫຍຸ້ງຍາກສັບສົນ ໂດຍຍຶດໝັ້ນ ອຸດົມການດຽວກັນນັ້ນໄດ້ເຮັດໃຫ້ ການພົວພັນຮ່ວມມືລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຈີນ ຂະຫຍາຍຕົວກວ້າງ ຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ. ຂປລ. ຄອບຄົວໃດມີຄວາມດຸໝັ່ນ ຂະຫຍັນພຽນ ຄອບຄົວນັ້ນ ກໍມີຢູ່ມີ ກິນ, ມີເງິນໃຊ້ຈ່າຍໃນການດຳລົງ ຊີວິດປະຈຳວັນບໍ່ຂາດ. ມີແຕ່ຄວາມ ດຸໝັ່ນພຽງຢ່າງດຽວ ກໍຍັງບໍ່ພຽງພໍ ຕ້ອງມີນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດຖະບານຕື່ມອີກ. ແນວໃດກໍດີ, ມື້ນີ້ ຄໍລຳ “ພັດທະນາອາຊີບ” ຂໍພາ ທ່ານຜູ້ອ່ານໄປຮູ້ກັບຄອບຄົວໜຶ່ງ ຊຶ່ງ ນອກຈາກມີອາຊີບຫລັກຢູ່ໃນກຳລັງ ປ້ອງກັນຄວາມສະຫງົບ (ປກສ) ແລ້ວ, ຍັງຖືເອົາເວລາຫວ່າງມາ ປະກອບອາຊີບກະສິກຳເສີມແບບ ປະສົມປະສານ ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ຫລາຍກວ່າ 70 ລ້ານ ກີບຕໍ່ປີ ແລະ ການປະກອບອາຊີບດັ່ງ ຂປລ. ພິທີປະກາດສ້າງຕັ້ງ 6 ຕາ ແສງຂອງເມືອງຫີນບູນ ແຂວງຄໍາ ມ່ວນ ຈັດຂຶ້ນໃນວັນທີ 21 ເມສາ 2026, ໂດຍການເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະ ບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານ ງານພັກເມືອງຫີນບູນ, ມີບັນດາການ ນໍາຂອງແຂວງ, ການນໍາຂັ້ນເມືອງ, ເລຂາພັກບ້ານ ແລະ ແຂກຖືກເຊີນ. ທ່ານ ນິກອນ ຄຸດມະນີ ປະທານ ຄະນະກຳມະການປົກຄອງເມືອງຫີນ ບູນ ໄດ້ລາຍງານການກະກຽມສ້າງ ຕັ້ງຕາແສງວ່າ: ເມືອງຫີນບູນປະກອບ ມີ 100 ບ້ານ, ມີປະຊາກອນທັງໝົດ 58.396 ຄົນ, ຍິງ 29.039 ຄົນ ປະ ກອບມີ 4 ຊົນເຜົ່າ ຄື: ຊົນເຜົ່າລາວ ກວມເອົາ 94,80%, ຊົນເຜົ່າຜູ້ໄທ ກວມເອົາ 3,91%, ຊົນເຜົ່າແສກ ກວມເອົາ 0,75% ແລະ ຊົນເຜົ່າໄຕ ກວມເອົາ 0, 52% ຂອງພົນລະເມືອງ. ເມືອງຫີນບູນໄດ້ກະກຽມຄວາມພ້ອມ ໃນການສ້າງຕັ້ງຕາແສງ ໂດຍໄດ້ກຳ ນົດຈຳນວນ 6 ຕາແສງ ປະກອບມີ 1. ຕາແສງໂພນຕິ້ວ ມີບ້ານ 21 ບ້ານ ຄື: ໂພນຕິ້ວ,ນາໂດນ,ມ່ວງໄຂ່,ບ້ານນ້ອຍ, ນາຄຳບໍ່, ທ່າຫຍໍ້, ບໍ່ແໜ່ງ, ວັງເຜິ້ງ, ນາສາ, ທົ່ງຄາ, ໜອງຊື່ນ, ຜາແຫລມ, ບ້ານຊາວ, ອິນແປງ, ນາອັ້ນ, ນາເມືອງ, ນາຮີ, ຫົວນາ, ຫ້ວຍຊາຍ, ບວມລູ, ກວນກະຈາ, ມີພົນລະເມືອງທັງໝົດ 11.238 ຄົນ, ຍິງ 5.667 ຄົນ; 2. ຕາແສງຄຳແກ້ວ ມີ 20 ບ້ານ ຄື: ບ້ານ ໜອງບົວໃຫຍ່, ນາເຮືອງ, ຜາວັງ, ສອງຫ້ອງ, ຄຳແກ້ວ, ສີຊົມຊື່ນ, ຫີນ ຄັນ, ແກ້ງຝັກຄຳ, ໜອງຫອຍ, ວັງ ຫົວປາ, ບ້ານບົງ, ນາໂນ, ນາຫ້າງ, ນາ ທານ, ໜອງຂຸ່ນ, ໜອງຈັງ, ໜອງດົງ, ນາເຕີຍ, ໂພນເໝັ້ນ, ໃໝ່ນ້ຳປະກັນ, ມີ ພົນລະເມືອງ ທັງໝົດ 10.526 ຄົນ, ຍິງ 5.332 ຄົນ; 3. ຕາແສງຫີນບູນ ມີ 21 ບ້ານ ຄື: ບ້ານໂພຄ້ຳ, ນາຂໍ, ຫາດແຮ່, ຫີນບູນໃຕ້, ໂພນຄຳ, ປຸ່ງ ໃຕ້, ຫີນບູນເໜືອ, ປາກປະກັນ, ໂພນ ມ່ວງ, ນາຄື, ທ່າໝີ, ນາໂພ, ຜາແດງ, ໂພນຂາມ, ໜອງບົວນ້ອຍ, ໄຊສົມບູນ, ໜອງຜື, ຕ້ອນນ້ອຍ, ດອນດູ່, ນ້ຳດິກ, ໂຮມພັນ, ມີພົນລະເມືອງ 14.951 ຄົນ, ຍິງ 7.337 ຄົນ; 4. ຕາແສງຫາດ ໃຫຍ່ມີທັງໝົດ 17 ບ້ານ ຄື: ບ້ານຫາດ ນາງກ້ອມ, ຫ້ວຍເຂົ້າໝິ້ນ, ດົງກາງ, ນາບອນ, ຫ້ວຍບອນ, ບ້ານຫາດ, ຫົວ ຫາດ, ໃໝ່ສີວິໄລ, ນາກະແດ້ງ, ຫ້ວຍກະ ຫວະ, ທ່າສະຫວ່າງ, ຫ້ວຍຂຽວ, ຫ້ວຍ ຕິ້ວ, ດອນລັບ, ໜອງຫລວງ, ຫ້ວຍ ສະກູບ ແລະ ບ້ານໂພນສະຫວາງ, ມີພົນ ລະເມືອງ 7.105 ຄົນ, ຍິງ 3.411 ຄົນ; 5. ຕາແສງປຸ່ງເໜືອມີ 9 ບ້ານ ຄື: ບ້ານໂພນຄໍ້, ນາເໜືອ, ຫ້ວຍກະຊະ, ປຸ່ງເໜືອ, ທ່າສົ້ມໂຮງ, ບ້ານແມງ, ຫີນລາດ, ຫາດຊາຍຄຳ, ບ້ານພົງ, ມີ ພົນລະເມືອງທັງໝົດ 7.584 ຄົນ, ຍິງ 3.886 ຄົນ ແລະ 6. ຕາແສງເລົ່າຄາ ມີ 12 ບ້ານ ຄື: ບ້ານກະແຕບ, ວຽງ ທອງ, ໂພນໄຊ, ໂພນດີ, ສີວິໄລ, ເລົ່າ ຄາ, ໂພນສະອາດ, ໂພນສູງ, ຫ້ວຍ ເຮືອ, ຫ້ວຍເດື່ອ, ປາກທຶກ, ບ້ານດານ ຮີ, ມີພົນລະເມືອງທັງໝົດ 6.992 ຄົນ, ຍິງ 3.406 ຄົນ. c0;'7e,j ;o xtdkflh k'8A ' 6 8kcl' muj 0B oda [ g,n v'su o[6 o c]t gxa og,n v'mevy f0v'c0;' ກ່າວ ສົ່ງຜົນເຮັດໃຫ້ຄອບຄົວສະຫາຍ ກາຍເປັນຕົວແບບ ແລະ ເປັນແວ່ນ ແຍງໃຫ້ແກ່ກຳລັງ ປກສ ກໍຄືໄທເຮົາ ເຈົ້າຂ້ອຍຖືເອົາເປັນແບບຢ່າງ. ຄອບຄົວຕົວແບບພະນັກງານ ກຳລັງປ້ອງກັນຄວາມສະຫງົບ ທີ່ ຍົກຂຶ້ນມາເລົ່າສູ່ກັນຟັງມື້ນີ້ ກໍແມ່ນ ຄອບຄົວຂອງ ສະຫາຍ ພັທ ສຸກໄລ ວັນ ແກ້ວດວງສີ ຮອງປະທານກວດ ກາຄະນະພັກກອງບັນຊາການ, ຮອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ບໍລິຄໍາໄຊ. ປັດຈຸບັນຢູ່ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຊຶ່ງແຮງບັນດານໃຈ ໃນການເຮັດສວນ ແບບກະສິກຳປະສົມປະສານເປັນຕົ້ນ ແມ່ນປູກໝາກໄມ້, ລ້ຽງປາ, ກົບ ເປັນ ສິນຄ້າ ຍ້ອນມີຄວາມມັກຮັກໃນອາຊີບ ເສີມນີ້. ຂະນະທີ່ສະພາບເສດຖະກິດ ທາງດ້ານເຄື່ອງອຸປະໂພກ-ບໍລິໂພກ ນັບມື້ເໜັງຕີງສູງຂຶ້ນ. ຄວາມຈິງແລ້ວ ຄອບຄົວ ສະຫາຍ ພັທ ສຸກໄລວັນ ແກ້ວດວງສີ ໄດ້ເລີ່ມ ປະກອບອາຊີບເສີມດັ່ງກ່າວ ມາແຕ່ ຕົ້ນປີ 2020 ດ້ວຍທຶນທີ່ໄດ້ຈາກການ ຄ້າ-ການຂາຍຂອງຄອບຄົວ ແລະ ສ່ວນໜຶ່ງຂອງເງິນເດືອນ. ໃນນັ້ນ, ໄດ້ ລົງທຶນຊື້ທີ່ດິນເພື່ອເຮັດສວນ ແລະ ຈົກ ໜອງປາ 3 ໜອງ ລວມທຶນ ປະມານ 300 ລ້ານກີບ, ຫລັງຈາກນັ້ນ ກໍສຸມ ໃສ່ລ້ຽງປາເຄິງ, ປາແຂ້, ປາດຸກ, ປາ ນິນ ແລະ ລ້ຽງກົບ ໄປພ້ອມໆກັບການ ເພາະພັນລູກກົບຂາຍ. ສະຫາຍ ພັທ ສຸກໄລວັນ ແກ້ວດວງ ສີ ເລົ່າສູ່ຟັງວ່າ: ຢ້ານແຕ່ເຮົາຜະລິດ ຜົນຜະລິດບໍ່ໄດ້ເທົ່ານັ້ນ, ຖ້າຜະລິດ ໄດ້ ຕະຫລາດຮອງຮັບແມ່ນບໍ່ຍາກ ເລີຍ. ສຳລັບຕົນເອງແມ່ນຈຳໜ່າຍ ໃນຕະຫລາດທົ່ວໄປ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ຮ້ານອາຫານຂອງ ຄອບຄົວ. ໃນນີ້, ສາມາດສ້າງລາຍຮັບ ຈາກການປູກ-ການລ້ຽງໄດ້ຫລາຍ ກວ່າ 70 ລ້ານກີບຕໍ່ປີ. ນອກຈາກ ລາຍຮັບຂາຍປາ-ກົບໃຫຍ່, ລູກກົບ ດັ່ງກ່າວແລ້ວ, ຍັງມີລາຍຮັບຈາກ ການຂາຍເປັດ, ລ້ຽງໄກ່, ໄມ້ໃຫ້ໝາກ ໂດຍສະເພາະໝາກພ້າວ, ໝາກນັດ, ໝາກມັງກອນ, ໝາກໝີ້, ໝາກກ້ວຍ ແລະ ອື່ນໆ ໄດ້ຫລາຍພໍສົມຄວນໃນ ແຕ່ລະປີ. ແນວໃດກໍຕາມ, ສະຫາຍ ພັທ ສຸກ ໄລວັນ ແກ້ວດວງສີ ຍັງເລົ່າສູ່ຟັງຕື່ມ ວ່າ: ຍັງບໍ່ຢຸດພຽງເທົ່ານີ້ໃນຕໍ່ໜ້າຈະ ສືບຕໍ່ພັດທະນາອາຊີບກະສິກຳເສີມ ຊຶ່ງນອກຈາກເອົາໃຈໃສ່ບົວລະບັດຮັກ ສາເຄື່ອງປູກຂອງຝັງ ທີ່ມີນັ້ນ ໃຫ້ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຂະນະທີ່ຈະສຸມໃສ່ອັນຫລັກໆຕົ້ນຕໍ ແມ່ນເພາະພັນລູກກົບນ້ອຍຂາຍ ຊຶ່ງ ສັງຄົມມີຄວາມຕ້ອງການຫລາຍ ໂດຍຈະຂະຫຍາຍເພີ່ມໃຫ້ໄດ້ປະມານ 100.000 ໂຕຕໍ່ປີ, ລ້ຽງກົບຂາຍໃຫ້ ໄດ້ 10.000 ໂຕຕໍ່ປີ. ໃນນັ້ນ, ຄາດວ່າ ຈະສາມາດສ້າງລາຍຮັບເຂົ້າຄອບຄົວ ປະມານ 160 ລ້ານກີບຕໍ່ປີ. ເປັນເວລາ 5 ປີ ປະກອບອາຊີບ ເສີມດັ່ງກ່າວ ເຮັດໃຫ້ຄອບຄົວຂອງ ສະຫາຍ ພັທ ສຸກໄລວັນ ແກ້ວດວງ ສີ ມີການພັດທະນາດີຂຶ້ນ, ມີຢູ່ມີກິນ. ອັນພົ້ນເດັ່ນສາມາດສ້າງເຮືອນສວນ ລວມມູນຄ່າກວ່າ 700 ລ້ານກີບ 1 ຫລັງ. ນີ້ແມ່ນຜົນສຳເລັດທີ່ສະຫາຍ ໄດ້ສຸມເຫື່ອແຮງ, ທຶນຮອນ ແລະ ໃຊ້ ເວລາຫວ່າງມາສ້າງເສດຖະກິດເສີມ ຈົນກາຍເປັນຕົວແບບໃຫ້ແກ່ພວກເຮົາ ຕ້ອງໄດ້ຖືເອົາເປັນແບບຢ່າງ ແລະ ນຳ ໄປປະຕິບັດໃນຊີວິດຕົວຈິງຂອງພວກ ເຮົາ. ບໍ່ແນ່ ຄອບຄົວຕົວແບບຕໍ່ໄປ ອາດແມ່ນຄອບຄົວເຈົ້າ ແລະ ຂ້ອຍ ກໍວ່າໄດ້.
RkJQdWJsaXNoZXIy MTc3MTYxMQ==