7260

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 23/04/2026 xtgmf]k; ຄະນະຜູ້ແທນຜູ້ຕາງໜ້າພິເສດ... ກອງປະຊຸມຄັ້ງປະຖົມມະລືກ... ປະທານປະເທດ... ສະຫລຸບແຜນພັດທະນາ... ນາຍົກລັດຖະມົນຕີ... ຂປລ. ໃນວັນທີ 20 ເມສາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະ ທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສ ອິນໂດເນເຊຍ ພ້ອມ ດ້ວຍຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ນັບມື້ນັບເເໜ້ນ ແຟ້ນຍິ່ງຂຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ເປັນຕົ້ນການສ້າງຄວາມ ເຂົ້າອົກເຂົ້າໃຈກັນລະຫວ່າງຊຸມຊົນ ຢູ່ບັນດາປະເທດອາຊຽນ ທາງ ດ້ານຄວາມເຊື່ອຖືສາສະໜາ ແລະ ວັດທະນະທຳທີ່ເປັນເອກະລັກແຕກ ຕ່າງກັນແຕ່ສາມາດຢູ່ຮ່ວມກັນໄດ້ ດ້ວຍຄວາມພາກພູມໃຈ. ພ້ອມນີ້, ກໍເພື່ອເປັນການຜັນຂະຫຍາຍເສົາ ຄໍ້າວັດທະນະທຳອາຊຽນ ແລະ ໃຫ້ ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະ ຜູ້ແທນຂັ້ນສູງຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ. ທ່ານ ອັນນິດ ມັດຕາ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ສະໜິດສະໜົມໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືທີ່ດີລະຫວ່າງອິນໂດເນເຊຍ ແລະ ສປປ ລາວ ໃນໄລຍະຜ່ານມາ. ພ້ອມ ນີ້, ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ຈຸດປະສົງຂອງການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານປະທານສູນກາງແນວ ລາວສ້າງຊາດ ໄດ້ຮັບຊາບຕື່ມອີກ. ຂ່າວ-ພາບ: ສຸກສໍາລານ Iv'xtmko lo- 8h voIa [ Iv']a f4t,q o8u dt-;'dko8j k'xtgmfvy o3fgog-p ທ່ານ ກອງແກ້ວ ໄຊສົງຄາມ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂຄງການຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນ ແຂວງຈໍາປາສັກ ຕັ້ງຢູ່ບ້ານໂນນຄູ່ ນະຄອນປາກເຊ ແຂວງຈໍາປາສັກ ໂດຍແມ່ນບໍລິສັດວິຊາຄົມກໍ່ສ້າງຈໍາ ກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 9 ພຶດສະພາ 2025 ມາຮອດປັດຈຸ ບັນໃຊ້ເວລາທັງໝົດ 11 ເດືອນ ຊຶ່ງຕະຫລອດໄລຍະການຈັດຕັ້ງ ປະຕິບັດແມ່ນໄດ້ຮັບການຕິດຕາມ ກວດກາ, ແນະນໍາ, ປຶກສາຫາລື ຢ່າງເປັນປະຈຳລະຫວ່າງບໍລິສັດ ແລະ ເຈົ້າຂອງໂຄງການ. ໂຄງການ ຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງ ປະຊຸມສະພາປະຊາຊົນແຂວງເປັນ ອາຄານ 2 ຊັ້ນ ຮູບແບບສະຖາປັດ ຕະຍະກຳລາວ, ມີເນື້ອທີ່ທັງໝົດ 1.890 ຕາແມັດ, ຊັ້ນທີ 1 ມີເນື້ອ ທີ່ນໍາໃຊ້ 945 ຕາແມັດ, ປະກອບ ດ້ວຍຫ້ອງເຮັດວຽກຂັ້ນດ້ວຍແວ່ນ ແລະ ຊັ້ນທີ 2 ມີເນື້ອທີ່ນໍາໃຊ້ 945 ຕາແມັດ, ປະກອບດ້ວຍຫ້ອງປະຊຸມ ໃຫຍ່ສາມາດບັນຈຸໄດ້ 300 ຄົນ, ມີ ຫ້ອງຄວບຄຸມເຄື່ອງສຽງ, ຫ້ອງ ພັກຜ່ອນ, ລວມມູນຄ່າກໍ່ສ້າງທັງໝົດ ເກືອບ 20 ຕື້ກີບ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນພ້ອມດ້ວຍທ່ານອາລຸນໄຊ ສູນນະລາດ ແລະ ບັນດາການນໍາ ຂອງແຂວງ, ການນໍາຂັ້ນສູນກາງ, ຕາງໜ້າບໍລິສັດວິຊາຄົມກໍ່ສ້າງຈໍາ ກັດຜູ້ດຽວ ໄດ້ຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ, ປ່ອຍປຸມເປົ້າ ເພື່ອເປັນນິມິດໝາຍທີ່ດີໃຫ້ແກ່ການ ເປີດນໍາໃຊ້ອາຄານເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງ ຈໍາປາສັກ ຢ່າງເປັນທາງການ. ຂ່າວ-ພາບ: ຈັນທະວີສັກ ໃນຕອນບ່າຍວັນທີ 21 ເມສາ 2026, ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມຄະນະໄດ້ເຂົ້າຢ້ຽມ ຂໍ່ານັບສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ ຄະນະກໍາມະການສູນ ກາງພັກກອມມູນິດຈີນ, ປະທານ ປະເທດແຫ່ງ ສປ ຈີນ ຊຶ່ງສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ນໍາ ເອົາຄວາມຢື້ຢາມຖາມຂ່າວ ແລະ ຈົດໝາຍທາງວາຈາທີ່ຂຽນດ້ວຍ ລາຍມືຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ບັນດາສະຫາຍການ ນໍາພັກ, ລັດຈີນ. ພ້ອມທັງແຈ້ງ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ແລະ ສະແດງຄວາມຊົມເຊີຍຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XX ໂດຍ ສະເພາະຜົນສໍາເລັດກອງປະຊຸມຄົບ ຄະນະ ຄັ້ງທີ 4 ສະໄໝທີ XX ຂອງ ພັກກອມມູນິດຈີນ ທີ່ໄດ້ຮັບຮອງ ເອົາແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໃນທ້າຍປີຜ່ານມາ; ຊົມເຊີຍຜົນສໍາ ເລັດກອງປະຊຸມສະພາປຶກສາການ ເມືອງທົ່ວປະເທດຈີນ ແລະ ສະພາ ຜູ້ແທນປະຊາຊົນແຫ່ງຊາດຈີນ ຄັ້ງ ທີ 4 ສະໄໝທີ XIV ໃນຕົ້ນເດືອນ ມີນາຜ່ານມາ ແລະ ບັນດາຜົນສໍາ ເລັດໃນດ້ານຕ່າງໆທີ່ປະຊາຊົນຈີນ ອ້າຍນ້ອງຍາດມາໄດ້ພາຍໃຕ້ການ ນຳພາຂອງພັກກອມມູນິດຈີນ ໃນ ການສ້າງສາພັດທະນາປະເທດ ຈີນ ກໍຄື ການຫັນເປັນທັນສະໄໝ ຕາມ “ແນວຄິດ ສີຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່” ອັນໄດ້ເຮັດໃຫ້ ບົດບາດ ແລະ ອິດທິພົນຂອງພັກ, ລັດຈີນ ນັບມື້ນັບສູງເດັ່ນໃນເວທີ ພາກພື້ນ ແລະ ສາກົນ. ສະຫາຍຜູ້ຕາງໜ້າພິເສດ ໄດ້ ຕີລາຄາສູງການພົວພັນຮ່ວມມືລະ ຫວ່າງ 2 ພັກ, 2 ລັດ ແລະ ປະ ຊາຊົນ 2 ຊາດ ລາວ-ຈີນ ທີ່ນັບ ມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ ແລະ ຢູ່ໃນໄລຍະດີ ທີ່ສຸດໃນປະຫວັດສາດ; ການຈັດຕັ້ງ ປະຕິບັດແຜນການຮ່ວມມື 2 ພັກ ແລະ ແຜນບໍາລຸງສ້າງພະນັກງານ ລາວ-ຈີນ ໄລຍະປີ 2021-2025 ໄດ້ມີຜົນສໍາເລັດເປັນຢ່າງດີ, ການ ຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຍາດໄດ້ໝາກຜົນຕົວຈິງ ມາສູ່ປະຊາຊົນ 2 ຊາດ, ປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອການ ພັດທະນາໃນພາກພື້ນ ແລະ ໃນ ໂລກ. ໃນໂອກາດດັ່ງກ່າວ, ສະຫາຍ ຜູ້ຕາງໜ້າພິເສດ ໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງ ສູງຕໍ່ພັກ, ລັດຖະບານ ແລະ ປະຊາ ຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການສະ ໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ ຢ່າງເປັນທາງການໃນວັນທີ 22 ເມສາ 2026 ໂດຍເປັນປະທານ ຂອງທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ແບບເຊິ່ງໜ້າ ແລະ ອອນລາຍທົ່ວ ປະເທດ. ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນ ງົບປະມານແຫ່ງລັດ ປະຈໍາງວດ I ແລະ ທິດທາງແຜນການປະຈໍາງວດ II ປີ 2026, ພ້ອມນີ້ຍັງພ້ອມກັນ ລົງເລິກຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອຄວາມເປັນເອກະພາບໃນການ ຊອກຫາວິທີທາງອອກໃນການແກ້ ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ສໍາເລັດຢ່າງຂາດຕົວຕາມທິດ ນໍາໃນການສ້າງບາດລ້ຽວໃໝ່ ໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາ ປີ 2026 ບົນພື້ນຖານຫລັກການ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ລາຍຮັບພາຍໃນ ກຸ້ມລາຍຈ່າຍປົກກະຕິພາຍໃນ ແລະ ມີສ່ວນເກີນດຸນ ເພື່ອສະສົມ ໃນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ) ເພື່ອຮັບປະກັນໃຫ້ ສປປ ລາວ ມີຄວາມຍືນຍົງດ້ານ ງົບປະມານ, ມີທຶນສະສົມໄວ້ເພື່ອ ແກ້ໄຂສະພາບຄວາມຫຍຸ້ງຍາກທີ່ ອາດຈະເກີດຂຶ້ນໃນອະນາຄົດຈາກ ປັດໄຈທັງພາຍໃນ ແລະ ພາຍນອກ. ປີ 2026 ເປັນປີທີ່ມີຄວາມໝາຍ ຄວາມສໍາຄັນຫລາຍ, ເປັນປີລິເລີ່ມ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030). ການ ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ງວດທີ I ຂອງປີ 2026 ຊຶ່ງມີທັງ ດ້ານດີ, ກາລະໂອກາດ ແລະ ສິ່ງ ທ້າທາຍ ໂດຍສະເພາະບັນຫາວິກິດ ສົງຄາມຢູ່ຕາເວັນອອກກາງໄດ້ ສົ່ງຜົນກະທົບດ້ານລົບບໍ່ໜ້ອຍຕໍ່ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການຮັດແໜ້ນສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ, ທັງເປັນການຮັດແໜ້ນການພົວພັນ ຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ ແລະ ສືບຕໍ່ໃຫ້ການສະ ໜັບສະໜູນ, ຊ່ວຍເຫລືອ, ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕະຫລອດໄປ. ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງລາຍງານໃຫ້ຊາບເຖິງ ຈຸດປະສົງ ແລະ ແຜນການເຄື່ອນ ໄຫວຢ້ຽມຢາມຢູ່ ສປປ ລາວ ຄັ້ງນີ້ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຈຳປາສັກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງທີ 15 ແຂວງຈຳປາ ສັກ, ຜູ້ຊີ້ນໍາວຽກງານຮອບດ້ານ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງ ພັກ, ຮອງປະທານສະພາແຫ່ງ ຊາດ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງຈຳປາ ສັກ, ມີບັນດາສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະ ຊາຊົນແຂວງ, ຕົວແທນພະແນກ ການ, ກົມກອງອ້ອມຂ້າງແຂວງ, ນະຄອນ-ເມືອງ, ອົງການຈັດຕັ້ງ ອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ສາຍທອງ ໄຊຍະວົງ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຮັບ ຟັງການລາຍງານຜົນສໍາເລັດການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ພິທີມອບຫລຽນທີ່ລະນຶກ 50 ປີ ສະພາແຫ່ງຊາດ ແລະ ຫລຽນ ທີ່ລະນຶກສະພາປະຊາຊົນແຂວງ ຈໍາປາສັກ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງ ແລະ ຮັບຮອງເອົາຕຳແໜ່ງສໍາຄັນ ຂອງອົງການອໍານາດລັດຂັ້ນແຂວງ ເປັນຕົ້ນປະທານ, ຮອງປະທານ ແລະ ຄະນະປະຈຳສະພາປະຊາຊົນ ແຂວງ, ຮັບຮອງເອົາກົງຈັກການ ຈັດຕັ້ງ, ບັນດາປະທານຄະນະກຳ ມະການ ແລະ ຫ້ອງວ່າການສະພາ ປະຊາຊົນແຂວງ. ພ້ອມກັນນັ້ນ, ຈະໄດ້ຮັບຮອງເອົາການແຕ່ງຕັ້ງ ປະທານສານປະຊາຊົນແຂວງ, ການເລືອກຕັ້ງບຸກຄະລາກອນດັ່ງ ກ່າວ ແມ່ນບາດກ້າວສໍາຄັນໃນ ການສືບຕໍ່ບູລະນະລະບົບອຳນາດ ລັດປະຊາທິປະໄຕປະຊາຊົນໃຫ້ ໜັກແໜ້ນເຂັ້ມແຂງ ເພື່ອຮັບໃຊ້ ປະຊາຊົນຢ່າງແທ້ຈິງ; ຈະໄດ້ຄົ້ນ ຄວ້າ ແລະ ຮັບຮອງເອົາແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານແຫ່ງລັດ 5 ປີ (20262030) ຂອງແຂວງຈໍາປາສັກ;ຈະ ໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາ ປະຊາຊົນແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດສອບພາກໃຕ້ ແລະ ອົງການກວດກາລັດແຂວງ; ຈະ ສະເໜີໃຫ້ບັນດາອົງການດັ່ງກ່າວ ເພີ່ມທະວີຄວາມຮັບຜິດຊອບ ໂດຍ ສະເພາະແມ່ນການຕິດຕາມກວດ ກາບັນດາໂຄງການລົງທຶນຂະໜາດ ໃຫຍ່, ການແກ້ໄຂຜົນການກວດ ສອບ ແລະ ການປັບປຸງຈັນຍາ ບັນ-ຈັນຍາທຳຂອງພະນັກງານ ໃນລະບົບຍຸຕິທຳໃຫ້ໜັກແໜ້ນ; ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ ຂອງ ແຂວງຈໍາປາສັກ ເພື່ອເຮັດໃຫ້ການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມດ້ວຍລະບຽບກົດໝາຍມີ ໝາກຜົນດີຂຶ້ນເທື່ອລະກ້າວ ແລະ ບັນຫາສຳຄັນອື່ນໆ. ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຈຳ ປາສັກ ຊຸດທີ V ຈະໄດ້ດຳເນີນໄປ ຮອດວັນທີ 24 ເມສາ 2026 ຈຶ່ງ ຈະສຳເລັດ. ຂ່າວ: ເກດສະໜາ; ພາບ: ຈັນທະວີສັກ ຫລວງ ແລະ ມີປະສິດທິຜົນໃຫ້ແກ່ ປະຊາຊົນລາວຕະຫລອດໄລຍະ ຜ່ານມາ ກໍຄື ໃນປັດຈຸບັນ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ໄດ້ສະ ແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ສະຫາຍ ສະເຫລີມໄຊ ກົມມະສິດ ທີ່ຖືກແຕ່ງຕັ້ງເປັນຜູ້ ຕາງໜ້າພິເສດຂອງສະຫາຍເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ນຳພາຄະນະໄປແຈ້ງຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ອັນໄດ້ສະແດງໃຫ້ ເຫັນເຖິງການໃຫ້ຄວາມສຳຄັນໃນ ລະດັບສູງຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລາວ-ຈີນ, ຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດ ມາໄດ້ໃນໄລຍະ 50 ປີທີ່ຜ່ານມາ ໂດຍສະເພາະ 40 ປີ ແຫ່ງການ ປະຕິບັດແນວທາງປ່ຽນແປງໃໝ່ ກໍຄື ໃນໄລຍະ 5 ປີ ແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ເຊື່ອໝັ້ນວ່າພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ຍາດໄດ້ບັນດາ ຜົນສຳເລັດອັນໃໝ່, ໃຫຍ່ຫລວງ ກວ່າເກົ່າໃນພາລະກິດປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ ປປ ລາວ, ປະຕິບັດມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກຢ່າງມີໄຊ, ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ສີ ຈິ້ນຜິງ ໄດ້ ຝາກຄຳຢື້ຢາມຖາມຂ່າວອັນສະໜິດ ສະໜົມ ແລະ ການເຊື້້ອເຊີນສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ. ໃນວັນດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບ ປະກັບສະຫາຍ ຫວັງອີ້ ກໍາມະການ ກົມການເມືອງສູນກາງພັກ, ລັດຖະ ມົນຕີການຕ່າງປະເທດ ສປ ຈີນ, ສອງຝ່າຍຕ່າງກໍສະແດງຄວາມປິຕິ ຊື່ນຊົມກັນ ແລະ ກັນ ຕໍ່ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ຜົນສໍາເລັດກອງປະ ຊຸມສະພາປຶກສາການເມືອງ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຄັ້ງທີ 4 ສະໄໝທີ XIV ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆທີ່ ປະຊາຊົນ 2 ຊາດຍາດມາໄດ້ໃນ ການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງແຕ່ລະພັກ; ຕີລາຄາສູງຕໍ່ການພົວພັນຮ່ວມມື 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການ ເສີມຂະຫຍາຍຢ່າງຕັ້ງໜ້າ, ການ ຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ, ແຜນແມ່ບົດຄູ່ຮ່ວມຊາຕາ ກໍາ ລາວ-ຈີນ ໄດ້ມີຜົນສໍາເລັດເປັນ ຢ່າງດີ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ. ພ້ອມນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນຄວາມຄິດເຫັນບັນຫາ ພາກພື້ນ ແລະ ສາກົນ ຈຳນວນ ໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ໃນຕອນຄໍ່າວັນທີ 20 ເມສາ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ໃນທ່າມກາງສະພາບການດັ່ງ ກ່າວ, ຂະແໜງການເງິນ ສາມາດ ຈັດຕັ້ງປະຕິບັດບາງຄາດໝາຍ ເສດຖະກິດມະຫາພາກ ບັນລຸຄາດ ໝາຍໄດ້ໃນເບື້ອງຕົ້ນ ໂດຍສະເພາະ ອັດຕາການຂະຫຍາຍຕົວເສດຖະກິດ ຈີດີພີ (GDP) ຂະຫຍາຍຕົວ 5,5% ໃນໄຕມາດ I ປີ 2026, ອັດຕາເງິນເຟີ້ໃນໄຕມາດ I ປີ 2026 ສະເລ່ຍຢູ່ທີ່ລະດັບ 7% ຊຶ່ງຢູ່ໃນ ລະດັບໜຶ່ງຕົວເລກຕາມແຜນມະຕິ ສະພາແຫ່ງຊາດຮັບຮອງ (ທຽບ ໃສ່ອັດຕາເງິນເຟີ້ໄຕມາດ I ປີ 2025 ແມ່ນ 13,1%); ດ້ານລາຍຮັບງວດ I ປີ 2026 ສາມາດຈັດເກັບລາຍຮັບ ໄດ້ລື່ນແຜນ(ຈັດເກັບໄດ້ 112% ຂອງແຜນງວດ I, ເທົ່າກັບ 52% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 28% ຂອງແຜນການປີ ຫລື ເທົ່າກັບ 5,68% ຂອງ GDP (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 15%), ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 41% ເທົ່າກັບ 21% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 11% ຂອງແຜນການປີ. ນອກຈາກນີ້, ບາງຄາດໝາຍເສດ ຖະກິດມະຫາພາກໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດໃນ 3 ເດືອນຕົ້ນປີ 2026 ຍັງສາມາດ ຂະຫຍາຍຕົວຢູ່ໃນລະດັບຄາດໝາຍ ທີ່ວາງໄວ້, ແຕ່ສະພາບເສດຖະກິດ ລາວຍັງເປັນເສດຖະກິດທີ່ອ່ອນ ໄຫວ ແລະ ໄດ້ຮັບຜົນກະທົບຢ່າງ ແຮງຕໍ່ກັບວິກິດສົງຄາມຢູ່ຕາເວັນ ອອກກາງທີ່ຍັງສືບຕໍ່ແກ່ຍາວ ຊຶ່ງ ຈະເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຕໍ່ໜ້າຈະພົບພໍ້ຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫລາຍ ຢ່າງເປັນຕົ້ນອັດຕາເງິນເຟີ້ ຈະເພີ່ມ ສູງຂຶ້ນໃນໄຕມາດ II ປີ 2026 ເນື່ອງຈາກວ່າລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນເປັນເທົ່າຕົວໃນທ້າຍເດືອນ ມີນາເປັນຕົ້ນມາ ຊຶ່ງເປັນປັດໄຈ ຫລັກທີ່ຈະເຮັດໃຫ້ຕົ້ນທຶນການຜະ ລິດສູງຂຶ້ນ, ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການປະເພດອື່ນໆ ເພີ່ມຂຶ້ນ. 2026, ຄະນະຍັງໄດ້ພົບປະ ແລະ ເຮັດວຽກກັບສະຫາຍ ຫລິວ ຮາຍ ຊິງ ກໍາມະການສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກກອມມູນິດຈີນ, ໃນການ ພົບປະຄັ້ງນີ້ ສອງຝ່າຍໄດ້ແຈ້ງ ສະພາບການພົ້ນເດັ່ນຂອງແຕ່ລະ ພັກ, ແຕ່ລະປະເທດໃຫ້ກັນຊາບ, ພ້ອມກັນສັງເກດຕີລາຄາຄືນການ ພົວພັນຮ່ວມມື 2 ຝ່າຍ, ການຈັດຕັ້ງ ຜັນຂະຫຍາຍແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ໃນໄລຍະຜ່ານມາ, ປຶກສາຫາ ລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ແລະ ຢືນຢັນຈະສືບຕໍ່ປະສານສົມທົບ ຢ່າງແໜ້ນແຟ້ນໃນການຊຸກຍູ້ເສີມ ຂະຫຍາຍສາຍພົວພັນ ລາວ-ຈີນ ຊຶ່ງປີນີ້ ເປັນປີມິດຕະພາບແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ, ສອງຝ່າຍຈະຊີ້ນໍາພາກສ່ວນ ກ່ຽວຂ້ອງກະກຽມບັນດາກິດຈະ ກໍາຕ່າງໆ ເພື່ອສະເຫລີມສະຫລອງ ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອ ໃນຄົບຖ້ວນ. ນອກນັ້ນ, ຄະນະຜູ້ແທນຜູ້ຕາງ ໜ້າພິເສດພັກ ປປ ລາວ ຍັງໄດ້ ຢ້ຽມຢາມສະຖານທີ່ສຳຄັນທາງ ປະຫວັດສາດ ແລະ ວັດທະນະທຳ ຈໍານວນໜຶ່ງຢູ່ນະຄອນຫລວງປັກ ກິ່ງ ຕື່ມອີກ. ຂ່າວ-ພາບ: ຄຕພ

RkJQdWJsaXNoZXIy MTc3MTYxMQ==