7260

23/04/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ll s;Pfok,{lx 9u o gru j ,mt;u dkoIj ;,,n lh k'xts;a flkf|h k.\j ຂປລ. ການເດີນທາງໄປຢ້ຽມ ຢາມ ສປ ຈີນ ຂອງທ່ານ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ໃນລະຫວ່າງວັນທີ 14-17 ເມສາ 2026 ນີ້. ໂດຍ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການ ຮ່ວມມືສ້າງປະຫວັດສາດໜ້າໃໝ່ ໃນສະພາບຂອງໂລກທີ່ມີຄວາມສັບ ສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກ ໜ່ວງຕໍ່ຫລາຍປະເທດໃນໂລກ. ນີ້ ແມ່ນການເດີນທາງມາຢ້ຽມຢາມ ທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕ ເລິມ ໃນຖານະຕຳແໜ່ງສູງສຸດ ຂອງພັກ, ລັດ ສສ ຫວຽດນາມ; ຫລັງຈາກການມາຢ້ຽມຢາມທາງ ລັດຖະກິດ ສສ ຫວຽດນາມ ຂອງ ທ່ານ ສີ ຈິ້ນຜິງ ຄົບຮອບ 1 ປີ. ຜູ້ ນໍາລະດັບສູງສອງປະເທດຂອງ ສສ ຫວຽດນາມ-ສປ ຈີນ ໄດ້ພົບປະ ແລກປ່ຽນໃນຫລາຍບັນຫາທີ່ຕ່າງ ຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມ ທັງຊອກວິທີຮັບມື ເພື່ອຄວາມໝັ້ນ ຄົງຂອງຊາດ ແລະ ເພື່ອສັນຕິພາບ ຂອງໂລກ. ໃນໂອກາດພົບປະຂອງການນໍາ ຂັ້ນສູງ ສສ ຫວຽດນາມ ແລະ ຈີນ ຄັ້ງນີ້, ຍັງໄດ້ເຊັນສັນຍາຮ່ວມມືກັນ ຫລາຍສະບັບກວມເອົາດ້ານການ ເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ອິນເຕີ ເນັດ,ຂໍ້ມູນ,ປັນຍາປະດິດແລະອື່ນໆ. ບັນດາເອກະສານທີ່ໄດ້ເຊັນກັນ ລວມມີແຜນການຮ່ວມມືລະຫວ່າງ ພັກກອມມູນິດຈີນ ແລະ ພັກກອມ ມູນິດຫວຽດນາມ (2026) ບົດ ບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືລະຫວ່າງກົມຈັດຕັ້ງ ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ແລະ ກົມຈັດຕັ້ງ ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ (2026-2030) ສັນຍາຮ່ວມມືລະຫວ່າງກົມສາກົນ ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ແລະ ກະຊວງ ການຕ່າງປະເທດຫວຽດນາມ, ບົດ ບັນທຶກຄວາມເຂົ້າໃຈລະຫວ່າງ ລັດຖະບານສາທາລະນະລັດ ປະ ຊາຊົນຈີນ ແລະ ລັດຖະບານສາ ທາລະນະລັດສັງຄົມນິຍົມຫວຽດ ນາມ ກ່ຽວກັບການຮ່ວມມືພາຍໃຕ້ ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງ ທົ່ວໂລກ. ໃບຢັ້ງຢືນການມອບໂອນ ລະຫວ່າງລັດຖະບານສາທາລະນະ ລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ກ່ຽວກັບໂຄງການສຶກສາ ຄວາມເປັນໄປໄດ້ຂອງທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ສັນຍາລະຫວ່າງລັດຖະບານສາທາ ລະນະລັດ ປະຊາຊົນຈີນ ແລະ ລັດ ຖະບານ ສາທາລະນະລັດສັງຄົມ ນິຍົມຫວຽດນາມ ກ່ຽວກັບການ ຮ່ວມມືດ້ານພາສີ ແລະ ການຊ່ວຍ ເຫລືອດ້ານການບໍລິຫານ, ບົດບັນ ທຶກຄວາມເຂົ້າໃຈລະຫວ່າງກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຂອງສາທາລະນະ ລັດ ປະຊາຊົນຈີນ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລ ຊີຂອງສາທາລະນະລັດສັງຄົມ ນິຍົມຫວຽດນາມ ກ່ຽວກັບການ ຮ່ວມມືດ້ານເຕັກໂນໂລຊີດີຈິຕອນ. ອະນຸສັນຍາລະຫວ່າງກະຊວງ ຄວາມໝັ້ນຄົງສາທາລະນະຂອງ ສາທາລະນະລັດປະຊາຊົນຈີນແລະ ກະຊວງຄວາມໝັ້ນຄົງສາທາລະນະ ຂອງສາທາລະນະລັດສັງຄົມນິຍົມ ຫວຽດນາມ ກ່ຽວກັບການສ້າງ ຕັ້ງ, ການດຳເນີນງານ ແລະ ການ ບຳລຸງຮັກສາສາຍດ່ວນລະດັບ ລັດຖະມົນຕີ. ບົດບັນທຶກຄວາມ ເຂົ້າໃຈລະຫວ່າງກະຊວງຍຸຕິທຳ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ແລະ ກະຊວງຍຸຕິທຳແຫ່ງສາ ທາລະນະລັດສັງຄົມນິຍົມຫວຽດ ນາມ ກ່ຽວກັບການຮ່ວມມືໃນ ການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສ ຢູ່ຕາມຊາຍແດນ, ບົດບັນທຶກການ ປະຊຸມກວດກາສະຖານທີ່ກ່ຽວກັບ ການສຶກສາຄວາມເປັນໄປໄດ້ຂອງ ໂຄງການສ້ອມແປງ ແລະ ບຳລຸງ ຮັກສາພະລາຊະວັງມິດຕະພາບ ຫວຽດນາມ-ຈີນ ແລະ ເຊັນບົດ ບັນທຶກອື່ນໆອີກລວມທັງໝົດ 32 ສະບັບ. ການຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ຍັງໄດ້ໄປຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ດ້ວຍລົດໄຟຄວາມໄວສູງ. ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ກວາງຊີ, ຢ້ຽມຊົມສະຖານທີ່ ເກົ່າຂອງໂຮງຮຽນ GVanHYi /anninH :VDai (ເມື່ອກ່ອນ ແມ່ນເຂດໂຮງຮຽນສູນກາງຫວຽດ ນາມ), ສໍາຄັນອີກອັນໜຶ່ງຍັງໄດ້ ເຊັນບົດທຶກລະຫວ່າງກວາງຊີ ຄະນະກຳມະການເຂດປົກຄອງ ຕົນເອງ ຈ້ວງ ຂອງພັກກອມມູນິດ ຈີນ ແລະ ຄະນະກຳມະການພັກ ກອມມູນິດຫວຽດນາມ ຂອງແຂວງ ກວາງນິງ, ລ້າງເຊີນ, ກາວບັງ, ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການ ຝຶກອົບຮົມ (2026-2027). ກ່ຽວກັບການຍົກລະດັບດ່ານຊາຍ ແດນສອງຝ່າຍອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ. ແຂວງ ກວາງຊີ ເປັນແຂວງທີ່ມີທີ່ຕັ້ງສໍາຄັນ ທີ່ສຸດເປັນແຂວງດຽວຂອງປະເທດ ທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນ ທັງທາງບົກ ແລະ ທາງທະເລ, ມີ ຊາຍຝັ່ງທະເລຫລາຍກວ່າ 1.600 ກິໂລແມັດ, ພື້ນທີ່ທະເລປະມານ 40.000 ຕາລາງກິໂລແມັດ ແລະ ເກາະດອນຫລາຍກວ່າ 600 ເກາະ. ກວາງຊີ ເປັນເຂດອຸດສາຫະກໍາ ຊັ້ນນໍາຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ ແມ່ນເຫລັກ, ເຫລັກກ້າ, ອາຫານ, ລົດຍົນ ແລະ ຂໍ້ມູນເອເລັກໂຕÓນິກ, ມີວິສາຫະກິດອຸດສາຫະກຳຫລາຍ ກວ່າ 10.000 ແຫ່ງ ທີ່ມີຂະໜາດ ໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະ ເທດໃນການຜະລິດລົດຕັກເຕີ, ການ ທ່ານ ©ຕ ເລິມ ໄດ້ໄປž້£ມžາມສÌ ນຮ່ວມມÉ ການນ¦ໃຊ້ປັນຍາປະດິດີນ ອາຊ£ນ ທີ່ເມÉ ອງໜານໜິງ, ແຂວງກວາງຊີ ແລະ ໄດ້ສ¦™ັດກັບແວ່ນຕາສÉ່ ສານທາງໄກ "* ຜະລິດຍານພາຫະນະພະລັງງານ ໃໝ່. ວິສາຫະກິດຊັ້ນນຳເຊັ່ນ #:D ແລະ HVaZi #SPtIFSs ກໍ່ມີຖານ ຜະລິດຂະໜາດໃຫຍ່ເພື່ອສົ່ງອອກ. ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງທ່ານ ໂຕ ເລິມ ແມ່ນ ຂີດໝາຍເລີ່ມຕົ້ນໃໝ່ໃນການພົວ ພັນ 2 ຝ່າຍໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່: ສສ ຫວຽດນາມ ເຂົ້າສູ່ສັງກາດ ໃໝ່ໃນການພັດທະນາຫລັງຈາກ ຜົນສຳເລັດຢ່າງຈົບງາມຂອງກອງ ປະຊຸມໃຫຍ່ຄັ້ງທີ 14. ສປ ຈີນ ກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15; ສະແດງໃຫ້ເຫັນການໃຫ້ ບຸລິມະສິດຂອງ 2 ຝ່າຍ ກໍຄື ຄວາມ ຕັດສິນໃຈໃນການພັດທະນາສາຍ ພົວພັນສອງຝ່າຍ. ການຢ້ຽມຢາມ ນີ້ເປັນໂອກາດທີ່ສຳຄັນໃນການຍົກ ລະດັບສາຍພົວພັນຍຸດທະສາດລະ ຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດ ທິດທາງ ແລະ ຄວາມກ້າວໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການລົງທຶນ, ການ ທ່ອງທ່ຽວ, ການສຶກສາ, ການຝຶກ ອົບຮົມ, ວິທະຍາສາດ ແລະ ເຕັກ ໂນໂລຊີ. ຈະເປັນການປະກອບ ສ່ວນເຂົ້າໃນການເສີມສ້າງຄວາມ ໄວ້ເນື້ອເຊື່ອໃຈທາງດ້ານການ ເມືອງ, ສົ່ງເສີມແກ້ໄຂຄວາມ ແຕກຕ່າງ ແລະ ອຸປະສັກທີ່ຍັງ ຄ້າງຄາ, ເພີ່ມທະວີການແລກປ່ຽນ ພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ ສາຍພົວພັນລະຫວ່າງສອງປະເທດ ມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆ ຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງ ໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. ສໍາລັບການຢ້ຽມຢາມແຂວງ ກວາງຊີຂອງທ່ານໂຕເລິມຍ້ອນເປັນ ແຂວງດຽວຂອງຈີນ ທີ່ມີຊາຍແດນ ທາງບົກ ແລະ ທາງທະເລຕິດກັບ ຫວຽດນາມ. ເປັນປ່ອງຢ້ຽມຊາຍ ແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ, ເໝືອນດັ່ງຈີນ ແລະ ອາຊຽນ. ຈະເປັນການສົ່ງເສີມການ ແລກປ່ຽນວັດທະນະທຳ ແລະ ການ ຮ່ວມມືໃນຫລາຍດ້ານ, ເປັນແຮງຂັບ ເຄື່ອນໃຫ້ແກ່ການພັດທະນາ. ເພີ່ມ ທະວີມິດຕະພາບ, ຄວາມສາມັກຄີ, ການຮ່ວມມື, ສະໜັບສະໜູນເຊິ່ງ ກັນ ແລະ ກັນ ແລະ ປະກອບສ່ວນ ໃນການສ້າງຊຸມຊົນພາກພື້ນຍຸດທະ ສາດລະດັບສູງ-ຊຸມຊົນຮ່ວມອະນາ ຄົດ ສສ ຫວຽດນາມ-ຈີນ. ໂດຍ: ວັນໄຊ ຕະວິນຍານ ວິທະຍາຄານຕໍາຫລວດ... ສສກ ປຶກສາຫາລື... ກອງປະຊຸມໃຫຍ່ຜູ້ແທນ... ຂະຫຍາຍຫລາຍມະຕິທີ່ກ່ຽວຂ້ອງ ກັບກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ເປັນຕົ້ນ ເອກະສານເຜີຍແຜ່ເນື້ອໃນຈິດໃຈ ສຳຄັນຂອງລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ແລະ ເອກະສານເນື້ອໃນຈິດໃຈ ສໍາຄັນຂອງໂຄງການການເມືອງ ຂອງພັກຂອງສະຫາຍ ພົອ ວິໄລ ຫລ້າຄຳຟອງ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ ແລະ ບົດ ເຜີຍແຜ່ເຊື່ອມຊຶມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2025-2030). ມາເປັນເວລາດົນນານ. ກອງປະຊຸມ ໃນຄັ້ງນີ້, ຈຶ່ງມີຄວາມໝາຍສຳຄັນ ທີ່ສຸດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ກວດ ກາ, ປັບປຸງ ແລະ ເອກະພາບກັນໃນ ດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງຕາມຫລັກການ ແລະ ສາ ມາດນຳໄປຊົມໃຊ້ໄດ້ຢ່າງເປັນ ທາງການ. ວັດຈະນານຸກົມຫົວນີ້, ບໍ່ພຽງແຕ່ ການຮວບຮວມຄຳສັບເທົ່ານັ້ນ, ແຕ່ ມັນແມ່ນການວາງຮາກຖານແຫ່ງ ປັນຍາເປັນເຂັມທິດເຍື່ອງທາງການສຶກ ສາ ແລະ ວິທະຍາສາດຂອງສັງຄົມ ຊຶ່ງມີຄວາມສຳຄັນໃນຫລາຍມິຕິ ຄື: ການເປັນເຄື່ອງມືສ້າງມາດຕະຖານ ໃຫ້ແກ່ຊາດ: ວັດຈະນານຸກົມຊ່ວຍ ສ້າງຄວາມເປັນເອກະພາບໃນການ ນຳໃຊ້ພາສາໃນທົ່ວສັງຄົມ, ເຮັດ ໃຫ້ການສື່ສານພາກລັດ, ການຮ່າງ ກົດໝາຍ ແລະ ເອກະສານທາງ ການລວມທັງການສື່ສານໃນ ສັງຄົມໃຫ້ມີຄວາມຊັດເຈນຖືກ ຕ້ອງຕາມຫລັກການດ້ານພາສາ ສາດ, ບໍ່ກໍ່ໃຫ້ເກີດຄວາມເຂົ້າໃຈ ຜິດ ແລະ ເປັນບ່ອນອີງທີ່ໜ້າເຊື່ອຖື ໃຫ້ແກ່ທຸກພາກສ່ວນ; ການປົກ ປັກຮັກສາ ແລະ ສືບທອດມໍລະດົກ ທາງວັດທະນະທຳ: ພາສາແມ່ນ ຮາກເຫງົ້າຂອງຊາດ, ການມີວັດ ຈະນານຸກົມທີ່ສົມບູນຈະກາຍເປັນ “ຄັງສາງ” ທີ່ຊ່ວຍປົກປັກຮັກສາ ອະລິຍະທຳ ແລະ ເກັບຮັກສາພູມ ປັນຍາ, ຮີດຄອງປະເພນີ ແລະ ວິ ວັດທະນາການຂອງຊາດທີ່ສະສົມ ມາຫລາຍເຊັ່ນຄົນໃຫ້ຄົງຢູ່ຢ່າງ ມີລະບົບສືບທອດໃຫ້ຄົນລາວຮຸ່ນ ຫລັງຢ່າງສະຫງ່າງາມ ເພື່ອເປັນ ການຢືນຢັນເຖິງເອກະລັກ ແລະ ຄວາມຮຸ່ງເຮືອງຂອງພາສາເຮົາ ໃນທ່າມກາງກະແສໂລກາພິວັດທີ່ ຜັນແປຢ່າງວ່ອງໄວ; ການຍົກລະ ດັບຄຸນນະພາບການສຶກສາ ແລະ ວິທະຍາສາດ: ວັດຈະນານຸກົມແມ່ນ ພື້ນຖານຂອງການຮຽນຮູ້ຊ່ວຍໃຫ້ ສະຫລຸບຜົນງານ 5 ປີຜ່ານມາ, ແຕ່ແມ່ນການກຳນົດ “ວິໄສທັດ ໃໝ່” ເພື່ອຮັດແໜ້ນຄວາມສາມັກຄີ ປອງດອງຂອງທຸກຊັ້ນຄົນ, ທຸກ ຊົນເຜົ່າ, ສາສະໜາ ແລະ ພີ່ນ້ອງ ເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ ກາຍເປັນພະລັງແຮງສັງຮວມໃນ ການພັດທະນາຊາດ. ມາຮອດ ປັດຈຸບັນ, ອະນຸກຳມະການໄດ້ ກະກຽມຄວາມພ້ອມຢ່າງຕັ້ງໜ້າ ເປັນຕົ້ນໄດ້ກະກຽມຮ່າງເນື້ອໃນ ກອງປະຊຸມໃຫຍ່ຮອບດ້ານຕາມ ລະບຽບການ ໂດຍສະເພາະຮ່າງ ບົດລາຍງານການເມືອງສອງພາກ, ຮ່າງບົດສະຫລຸບແຜນພັດທະນາ ແລະ ຮ່າງປັບປຸງກົດລະບຽບຂອງ ແນວລາວສ້າງຊາດ ສະໄໝທີ 12 ພ້ອມດ້ວຍຮ່າງເອກະສານປິ່ນ ອ້ອມອື່ນໆ; ໄດ້ກະກຽມເປົ້າໝາຍ ເຂົ້າຮ່ວມກອງປະຊຸມໃຫຍ່, ຜູ້ແທນ ແຂກຖືກເຊີນ ຊຶ່ງກອງປະຊຸມຈະໄດ້ ມີການເລືອກຕັ້ງເອົາຄະນະກໍາມະ ການສູນກາງແນວລາວສ້າງຊາດ ຊຸດໃໝ່ ທີ່ມີມາດຖານເງື່ອນໄຂ ຄົບຖ້ວນຕາມນິຕິກໍາຂອງພັກ-ລັດ ແລະ ຈຸດພິເສດຂອງແນວລາວ ສ້າງຊາດ ໂດຍສະເພາະມີຄຸນວຸທິ, ມີຄຸນງາມຄວາມດີ, ມີຄວາມຮູ້ ຄວາມສາມາດ ແລະ ເປັນສູນກາງ ແຫ່ງຄວາມສາມັກຄີຢ່າງແທ້ຈິງ. ພ້ອມກັນນັ້ນ, ກອງປະຊຸມຈະໄດ້ ຮັບຮອງເອົາປະທານ, ຮອງປະທານ ສນຊ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານແນວໂຮມຕໍ່ໄປ. ສຳລັບ ວຽກງານການໂຄສະນາ ແລະ ຂະ ບວນການໄດ້ສ້າງບັນຍາກາດຟົດ ຟື້ນຜ່ານຂະບວນການ “ຮັກຊາດ ແລະ ພັດທະນາ”, ການແຂ່ງຂັນ ກິລາ, ສິລະປະ ແລະ ການວາງສະ ແດງຜົນງານຢ່າງກວ້າງຂວາງ; ດ້ານພິທີການ ແລະ ງົບປະມານ ແມ່ນໄດ້ກະກຽມສະຖານທີ່ບົນຈິດ ໃຈປະຢັດມັດທະຍັດ ແລະ ຮັບປະກັນ ຄວາມປອດໄພຮ້ອຍສ່ວນຮ້ອຍ. ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງຝາກເຖິງສະມາຊິກ ພັກ-ພະນັກງານຈົ່ງຍົກສູງຄວາມ ຮັບຜິດຊອບ, ເປັນຄັນທຸງນໍາໜ້າ ໃນທຸກຂະບວນການ, ພໍ່ແມ່ພີ່ນ້ອງ ທຸກຊັ້ນຄົນຈົ່ງເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີ, ສ້າງຜົນງານ ຕົວຈິງ ເພື່ອຂ່ຳນັບຮັບຕ້ອນວັນ ສຳຄັນນີ້. ສ່ວນພີ່ນ້ອງລາວຢູ່ຕ່າງ ປະເທດ ຂໍໃຫ້ຮ່ວມສົ່ງແຮງໃຈ ແລະ ປະກອບສ່ວນຕາມເງື່ອນໄຂ ເພື່ອ ຄວາມວັດທະນະຖາວອນຂອງບ້ານ ເກີດເມືອງນອນເຮົາ. ຂ່າວ: ກິດຕາ; ພາບ: ເກດສະໜາ ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ຄົນລາວທຸກຄົນ ສາມາດເຂົ້າເຖິງຄວາມໝາຍທີ່ຖືກ ຕ້ອງ, ຊ່ວຍຂະຫຍາຍຄັງຄຳສັບ ແລະ ສົ່ງເສີມການຄິດວິເຄາະຢ່າງມີ ເຫດຜົນ. ສັງຄົມທີ່ມີວັດຈະນານຸກົມ ທີ່ດີຄືສັງຄົມທີ່ມີຮາກຖານການ ສຶກສາທີ່ເຂັ້ມແຂງ; ການເຊື່ອມ ໂຍງກັບສາກົນ: ໃນຍຸກແຫ່ງການ ພັດທະນາ, ວັດຈະນານຸກົມເປັນ ຂົວຕໍ່ທີ່ສຳຄັນໃນການຖ່າຍທອດ ຄວາມຮູ້ຈາກສາກົນມາເປັນພາສາ ເຮົາຢ່າງມີປະສິດທິພາບ, ຈະເຮັດ ໃຫ້ພວກເຮົາສາມາດກຳແໜ້ນເອົາ ວິທະຍາສາດ ແລະ ເຕັກໂນໂລຊີ ໃໝ່ໆມາພັດທະນາປະເທດຊາດໄດ້ ຢ່າງວ່ອງໄວ ແລະ ຖືກຕ້ອງ. ໃນ ເດືອນກໍລະກົດປີ 2022 ເປັນຕົ້ນມາ ຜ່ານໄລຍະການຮີບໂຮມ, ຄັດເລືອກ ປະມວນຄໍາສັບ ແລະ ຮຽບຮຽງຂັ້ນ ບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ ຈາກຄະນະກວດແກ້ ແລະ ກວດພິ ສູດອັກສອນໄດ້ຜ່ານຂະບວນການ ປັບປຸງຄືນຫລາຍຫລົບຫລາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມ ຫລັກການວິທະຍາສາດ ແລະ ແທດ ເໝາະກັບຍຸກສະໄໝ. ປັດຈຸບັນ, ໄດ້ ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ ສາມາດນໍາມາຜ່ານຄະນະກໍາມະ ການຮັບຮອງທີ່ມີເນື້ອໃນຫລັກຈໍາ ນວນ 1.200 ໜ້າ. ນອກນັ້ນ, ກໍ ຍັງມີເອກະສານພາກຜະໜວກພາກ ເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກ ຈໍານວນໜຶ່ງ. ໂອກາດນີ້,ທ່ານນາງດາລາວອນ ກິດຕິພັນ ຍັງໄດ້ເນັ້ນໃຫ້ຄະນະກຳ ມະການຊ່ວຍກວດກາ ແລະ ພິຈາ ລະນາຄວາມຖືກຕ້ອງຂອງຄວາມ ໝາຍ, ການນຳໃຊ້ພາສາ ແລະ ອັກຂະຫລະວິທີ, ຄວາມທັນສະໄໝ ແລະ ກວມລວມ, ຄວາມງ່າຍໃນ ການເຂົ້າຫາ, ຄວາມເປັນເອກະພາບ ດ້ານການຂຽນ, ບໍລິບົດການນໍາ ໃຊ້, ການຈັດລຽງ ແລະ ລະບົບຄົ້ນ ຫາ ແລະ ຮຽກຮ້ອງບັນດາຄະນະ ກຳມະການຮັບຮອງເນື້ອໃນ ແລະ ຜູ້ຊ່ຽວຊານທຸກທ່ານຈົ່ງໄດ້ຍົກ ສູງຄວາມຮັບຜິດຊອບທາງດ້ານ ວິຊາການ, ພ້ອມກັນປະກອບຄຳ ຄິດຄຳເຫັນຢ່າງກົງໄປກົງມາ, ເລິກ ເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນ ວ່າວັດຈະນານຸກົມເຫລັ້ມນີ້ ຈະ ກາຍເປັນມາດຕະຖານທີ່ຖືກຕ້ອງ, ຊັດເຈນ ແລະ ເປັນບ່ອນອີງທີ່ໜ້າ ເຊື່ອຖືທີ່ສຸດໃຫ້ແກ່ວຽກງານທຸກ ຂະແໜງການໃນທົ່ວປະເທດ. ພາບ: ວັນເພັງ ການເຜີຍແຜ່ເຊື່ອມຊຶມຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານຫລັກ ແຫລ່ງ, ນາຍ-ພົນຕໍາຫລວດ ທົ່ວ ວິທະຍາຄານຕໍາຫລວດປະຊາຊົນ ຍົກສູງຫລັກໝັ້ນການເມືອງ, ຍົກ ສູງນໍ້າໃຈເສຍສະລະ ແລະ ຍຶດໝັ້ນ ອຸດົມການປະຕິວັດຂອງຄະນະພັກ, ສະມາຊິກພັກ, ພະນັກງານຢ່າງ ເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວ ຄອນແຄນຕໍ່ສະພາບການຕ່າງໆ, ເດັດດ່ຽວແກ້ໄຂການເສື່ອມຖອຍ ດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດຂອງສະມາ ຊິກພັກ, ພະນັກງານ, ເພີ່ມທະວີ ຄວາມສາມັກຄີເປັນເອກະພາບພາຍ ໃນພັກ ແລະ ພາຍໃນສັງຄົມໃຫ້ ໜັກແໜ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍເພື່ອ ຄວາມເຂົ້າໃຈເປັນເອກະພາບ ແລະ ຜັນຂະຫຍາຍໃຫ້ແທດເໝາະກັບ ສະພາບຕົວຈິງ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານໃນແຕ່ລະຂົງເຂດວຽກງານ, ຍົກສູງຄວາມຮັບຜິດຊອບຂອງ ຕົນໃນການຫັນແນວທາງ, ແຜນ ນະໂຍບາຍ ແລະ ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍໃຫ້ເປັນຮູບປະທໍາ. ຂ່າວ: ລັດດາວັນ

RkJQdWJsaXNoZXIy MTc3MTYxMQ==