01/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ lv'-kf ]k;{9u o \kdzq odkoIj ;,,n 65 xu ,u 7;k,lera ova oc|h oc2h o ໃນຊຸມປີຜ່ານມາ, ສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນລົງນາມ ໃນສັນຍາຮ່ວມມືລະຫວ່າງຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືລະ ຫວ່າງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວແລະສູນກາງຊາວໜຸ່ມ ກອມມູນິດຈີນ, ບົດບັນທຶກຄວາມ ເຂົ້າໃຈການຮ່ວມມືພັດທະນາເຂດ ລຽບຕາມເສັ້ນທາງລົດໄຟ ລາວຈີນ, ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານການສຶກສາ (ສົກປີ 2022-2024), ໜັງສື ມອບ-ຮັບໂຄງການກໍ່ສ້າງພື້ນຖານ ໂຄງລ່າງຫລຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1, ໜັງສື ມອບ-ຮັບໂຄງການຊ່ວຍເຫລືອ ອຸປະກອນປ້ອງກັນພະຍາດໂຄວິດ19 ໃນເຂດຊາຍແດນ ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງຕັ້ງໜ່ວຍງານຮ່ວມມື ດ້ານການລົງທຶນ ແລະ ເສດຖະກິດ ລະຫວ່າງກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ສປ ຈີນ, ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານລະບົບການ ຄ້າເອເລັກໂຕຣນິກລະຫວ່າງກະ ຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງການ ຄ້າ ສປ ຈີນ, ອະນຸສັນຍາກ່ຽວກັບ ຂໍ້ກໍານົດເງື່ອນໄຂສຸຂະນາໄມພືດ ສໍາລັບການສົ່ງອອກໃບຢາສູບ ລາວ ໄປ ສປ ຈີນ, ອະນຸສັນຍາວ່າ ດ້ວຍການສົ່ງອອກງົວຈາກ ສປປ ລາວ ໄປຍັງ ສປ ຈີນ ຄືນໃໝ່, ບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍການ ສົ່ງເສີມຮ່ວມມືພັດທະນາ ແລະ ຜັນ ຂະຫຍາຍຂໍ້ລິເລີ່ມການພັດທະນາ ທົ່ວໂລກ, ການແລກປ່ຽນສຶກສາ ຄວາມເປັນໄປໄດ້ໂຄງການສາທິດ ຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໄລຍະ 2, ແລກປ່ຽນ ll- g0fg]n vd8A 'mu 12 ltg|u .sh 9a fla o[j vo0kpg7nj v' 8k,lt4komuj 8j k'Mcdj 7v[7q ;muj 4n d37'dkomk']q fw2 ]k;{s;Pfok, ໂດຍ: ວັນໄຊ ຕະວິນຍານັິ ສຶກສາຄວາມເປັນໄປໄດ້ໂຄງການ ຊ່ວຍເຫລືອດ້ານເຕັກນິກໂຄງການ ຫໍປະຊຸມແຫ່ງຊາດ ໄລຍະ 4, ແລກປ່ຽນໂຄງການກໍ່ສ້າງຫ້ອງ ທົດລອງ DNA, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືດ້ານສື່ ມວນຊົນ, ບົດບັນທຶກການສົ່ງເສີມ ການຮ່ວມມືດ້ານການເງິນ ແລະ ຕິດຕາມຄຸ້ມຄອງຮອບດ້ານ, ສັນຍາ ມອບສິດລະຫວ່າງທະນາຄານ ປະຊາຊົນຈີນ ແລະ ທະນາຄານ ອຸດສາຫະກໍາ ແລະ ການຄ້າ (ICBC) ໃນການມອບສິດໃຫ້ ແກ່ ICBC ສາຂານະຄອນຫລວງ ວຽງຈັນ ເປັນທະນາຄານຕົວແທນ ຊໍາລະສະສາງເງິນຢວນຢູ່ ສປປ ລາວ, ແຜນການຮ່ວມມືແລກປ່ຽນ ບົດຮຽນລະຫວ່າງຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພັກກອມມູນິດເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງ ຊີ ໄລຍະປີ 2023-2025, ບົດ ບັນທຶກຄວາມເຂົ້າໃຈການຮ່ວມມື ໄມຕີຈິດມິດຕະພາບລະຫວ່າງ ສະພາປະຊາຊົນ 4 ແຂວງຄື: ແຂວງ ຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງພະບາງ ແລະ ສະພາຜູ້ແທນປະຊາຊົນແຂວງຢຸນ ນານ ສປ ຈີນ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍສົ່ງເສີມການຮ່ວມມື ແລກປ່ຽນພາກເອກະສານຊົນພົນ ລະເຮືອນລະຫວ່າງກອງທຶນພັດ ທະນາສັນຕິພາບແຫ່ງຊາດຈີນ ກັບ ຄະນະກຳມາທິການສັນຕິພາບ ແລະ ສາມັກຄີຂອງລາວ, ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ, ສັນຍາຮ່ວມມືໂຄງການ ແລກປ່ຽນພະລັງງານໄຟຟ້າໃນ ລະດັບແຮງດັນ 500 Kv, ສັນຍາ ມອບໂອນສິດນໍາໃຊ້ຊັບສິນຂອງ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ, ສັນຍາຈ່າຍຄ່າຜ່ານສາຍສົ່ງຂອງ ໂຄການສາຍສົ່ງໄຟຟ້າແຫ່ງຊາດ ແລະ ອື່ນໆ ຢ່າງຫລວງຫລາຍ. ໃນສະພາບການຂອງໂລກໄດ້ ເພີ່ມທະວີການຜັນແປໄປຢ່າງໄວ ວາ, ສັງຄົມມະນຸດໄດ້ຢືນຢູ່ບາດ ລ້ຽວທາງປະຫວັດສາດທີ່ສໍາຄັນຄັ້ງ ໃໝ່ ຕໍ່ໜ້າສະພາບການປ່ຽນແປງ ຂອງໂລກ, ການປ່ຽນແປງຂອງ ຍຸກສະໄໝ ແລະ ການປ່ຽນແປງ ຂອງປະຫວັດສາດ, ສອງຝ່າຍ ຢືນຢັນຍຶດໝັ້ນການນຳພາຂອງ ພັກ, ຍຶດໝັ້ນລັດທິມາກ, ຍຶດໝັ້ນ ເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງ ກັບສະພາບການຕົວຈິງຂອງປະ ເທດຕົນ, ອອກແຮງສະແຫວງຫາ ກົດເກນການກຳອຳນາດຂອງພັກ ກອມມູນິດ, ກົດເກນການກໍ່ສ້າງ ສັງຄົມນິຍົມ ແລະ ກົດເກນການ ພັດທະນາສັງຄົມມະນຸດ; ຊຸກຍູ້ ພາລະກິດການກໍ່ສ້າງພັກ ແລະ ພັດທະນາປະເທດຊາດຂອງຕົນ ໃຫ້ມີບາດກ້າວໃໝ່; ບັນລຸ, ປົກ ປັກຮັກສາ ແລະ ພັດທະນາຜົນປະ ໂຫຍດພື້ນຖານຂອງສອງພັກ ແລະ ປະຊາຊົນສອງຊາດໃຫ້ດີ; ປະກອບ ສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າ ເຂົ້າໃນພາລະກິດອັນຍິ່ງໃຫຍ່ແຫ່ງ ສັນຕິພາບ ແລະ ການພັດທະນາ ຂອງມວນມະນຸດ. ພາບປະກອບ ໂດຍ: ຢ່າາົ່ຕົ່ງ່ງ ຂປລ. ຢູ່ໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງລັດຖະ ບານໄດ້ມີຄຳຂວັນວ່າ: “ຍົກສູງ ຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງ ກ້າ, ຕັ້ງໜ້າສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າ ແຮງຢ່າງມີປະສິດທິຜົນ, ພັດທະນາ ເສດຖະກິດ-ສັງຄົມຕາມທິດວ່ອງ ໄວ, ສີຂຽວ ແລະ ຍືນຍົງ”. ໜຶ່ງໃນຫລາຍໆວຽກງານຢູ່ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີX ນັ້ນ, ລັດຖະ ບານກໍໄດ້ຕັ້ງເປົ້າໝາຍ ແລະ ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃຫ້ຫລຸດລົງເທື່ອລະກ້າວ. ໃນ ນັ້ນ, ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນຢ່າງມີຈຸດສຸມ, ຖືເອົາການ ແກ້ໄຂຄວາມທຸກຍາກເປັນວາລະ ແຫ່ງຊາດ ດ້ວຍການໃຫ້ນະໂຍບາຍ ພິເສດ ແລະ ສະເພາະຕໍ່ເຂດທີ່ມີ ຄວາມຫຍຸ້ງຍາກ, ເຂດຫ່າງໄກ ສອກຫລີກ ແລະ ເຂດທີ່ໝັ້ນການ ປະຕິວັດ ເພື່ອບຸກທະລຸການພັດທະ ນາພື້ນຖານໂຄງລ່າງໃຫ້ມີຄວາມ ສະດວກ ເພື່ອຮັບໃຊ້ການຜະລິດ ແລະ ການດຳລົງຊີວິດຂອງປະຊາ ຊົນໃຫ້ດີເທື່ອລະກ້າວ. ເລັ່ງໃສ່ພັດ ທະນາພື້ນຖານໂຄງລ່າງ ແລະ ການ ສ້າງລາຍໄດ້ໃຫ້ກັບປະຊາຊົນຢູ່ ເຂດຊົນນະບົດ, ເຂດຫ່າງໄກຊອກ ຫລີກ, ເຂດທີ່ໝັ້ນການປະຕິວັດ, ເຂດວິລະຊົນ ແລະ ເຂດຊາຍແດນ ເພື່ອອັດຊ່ອງວ່າງຄວາມແຕກໂຕນ ດ້ານການພັດທະນາລະຫວ່າງຕົວ ເມືອງ ແລະ ຊົນນະບົດ, ລະຫວ່າງ ຜູ້ທີ່ມີລາຍຮັບສູງ ແລະ ຜູ້ທີ່ມີລາຍ ຮັບຕໍ່າ, ເກັບກູ້ລະເບີດທີ່ຍັງບໍ່ທັນ xa [x5 '-u ;y fdkogxa o16j 0v'xt-k-q o1j k',u 95 fl5 , ແຕກອອກຈາກພື້ນທີ່ການຜະລິດ ກະສິກຳ ເພື່ອຂະຫຍາຍພື້ນທີ່ການ ປູກຝັງ, ລ້ຽງສັດໃຫ້ຊາວກະສິກອນ ໃນການຜະລິດສະບຽງອາຫານໃຫ້ ພຽງພໍສະໜອງຕໍ່ສັງຄົມ. ຍົກສູງບົດບາດຂອງແມ່ຍິງ, ໄວໜຸ່ມໃນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດສັງຄົມ. ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແມ່ຍິງ, ເອົາໃຈໃສ່ປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ເດັກ, ເອົາໃຈໃສ່ວຽກງານປົກປ້ອງ ເດັກ, ແມ່ຍິງ ພ້ອມທັງຮັບປະກັນ ແມ່ມານ ແລະ ເດັກໄດ້ຮັບໂພຊະນາ ການ, ສານອາຫານໃນປະລິມານ ທີ່ພຽງພໍ ແລະ ໄດ້ຮັບການປິ່ນປົວ ເວລາເຈັບເປັນ. ສັງຄົມມີຄວາມ ສະຫງົບ, ຊາວຜູ້ອອກແຮງງານ ເຂົ້າລະບົບປະກັນສັງຄົມ ແລະ ປະ ກັນສຸຂະພາບ, ປະຊາຊົນຜູ້ດ້ອຍ ໂອກາດ ແລະ ຜູ້ທີ່ມີຜົນງານຕໍ່ການ ປະຕິວັດຊາດປະຊາທິປະໄຕ ໄດ້ຮັບ ນະໂຍບາຍທີ່ເໝາະສົມ; ວັດທະນະ ທຳ, ຮີດຄອງປະເພດີອັນດີງາມ ຂອງຊາດໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ. ວຽກງານທີ່ກ່າວມານັ້ນ, ລັດ ຖະບານໄດ້ວາງຄາດໝາຍລະດັບ ເປົ້າໝາຍຄື: ສູ້ຊົນເຮັດໃຫ້ອັດຕາ ຄວາມທຸກຍາກຫລຸດລົງຍັງເຫລືອ ໜຶ່ງຕົວເລກ; ສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແມ່ຍິງ ໂດຍວັດແທກ ຈາກຄ່າດັດຊະນີຄວາມສະເໝີພາບ ຍິງ-ຊາຍ ເພີ່ມຂຶ້ນຈາກ 0.700 ໃນປີ 2025 ເປັນ 0.773 ໃນ ປີ 2030; ເປີເຊັນຂອງເດັກທີ່ ຂາດເຂີນໃນຫລາຍມິຕິ ໂດຍອີງໃສ່ ນິຍາມແຫ່ງຊາດກ່ຽວກັບຄວາມ ຂາດເຂີນໃຫ້ເຫລືອ 30% ໃນແຕ່ລະ ແຂວງເມື່ອຮອດປີ 2030; ຊຸກຍູ້ ສ້າງເງື່ອນໄຂໃຫ້ພະນັກງານເພດ ຍິງໄດ້ບັນຈຸສັບຊ້ອນເປັນພະນັກ ງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໂດຍສະເລ່ຍໃຫ້ກວມເອົາ 20% ຂອງຜູ້ໄດ້ຮັບຕຳແໜ່ງບໍລິຫານ ທັງໝົດ; ຊຸກຍູ້ສົ່ງເສີມ ແລະ ສ້າງ ເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸສັບຊ້ອນ ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງເພດຍິງກວມ 30% ຂຶ້ນໄປ. ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ ຍັງເຫລືອ 18% ຂອງປະຊາກອນ ເປົ້າໝາຍ; ຫລຸດຜ່ອນອັດຕາເດັກ ນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າ ມາດຕະຖານໃຫ້ຍັງເຫລືອ 27% ຂອງປະຊາກອນເປົ້າໝາຍ; ຫລຸດ ຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປົ້າໝາຍ. ສຳລັບແຜນວຽກຈຸດສຸມພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ມີຄຸນ ນະພາບດີຂຶ້ນນັ້ນ, ແມ່ນສູ້ຊົນສ້າງ ຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ; ສ້າງບ້ານ ພົ້ນທຸກໃຫ້ໄດ້ຫລາຍກວ່າ 1.000 ບ້ານ; ສ້າງເມືອງພົ້ນທຸກໃຫ້ໄດ້ ຫລາຍກວ່າ 25 ເມືອງ; ສ້າງຄອບ ຄົວພັດທະນາໃຫ້ໄດ້ຫລາຍກວ່າ 150.000 ຄອບຄົວ; ສ້າງບ້ານ ພັດທະນາ ໃຫ້ໄ ດ້ຫລາ ຍກວ່າ 1.500 ບ້ານ; ສ້າງເມືອງເຂັ້ມ ແຂງຮອບດ້ານໃຫ້ໄດ້ 15 ເມືອງ; ສືບຕໍ່ພັດທະນາບັນດາເຂດຈຸດສຸມ ຕ່າງໆໃນທົ່ວປະເທດ, ໃນນີ້ ບຸລິມະ ສິດຕົ້ນຕໍສຸມໃສ່ສືບຕໍ່ຈັດສັນພູມລໍາ ເນົາ ແລະ ອາຊີບຂອງປະຊາຊົນ ທີ່ຮັບປະກັນຄວາມໝັ້ນຄົງ ແລະ ຍືນຍົງໃຫ້ໄດ້ຢ່າງໜ້ອຍ 25 ແລະ ຈຸດສຸມພັດທະນາຊົນນະບົດໃໝ່ ເພື່ອໃຫ້ກາຍເປັນຕົວແບບໃນການ ພັດທະນາທີ່ຍືນຍົງໃຫ້ໄດ້ 15 ຈຸດ ສຸມ; ສືບຕໍ່ການຂະຫຍາຍກອງທຶນ ພັດທະນາຂັ້ນບ້ານຢູ່ເມືອງທຸກຍາກ ໃຫ້ໄດ້ຢ່າງໜ້ອຍ 85 ບ້ານ; ສືບຕໍ່ ສ້າງ ແລະ ສະໜັບສະໜູນກອງທຶນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ໄດ້ 450 ບ້ານ; ຂະຫຍາຍອັດຕາການ ຊົມໃຊ້ໄຟຟ້າໃຫ້ໄດ້ 98% ຂອງຄົວ ເຮືອນທົ່ວປະເທດ. ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນຢ່າງມີຈຸດສຸມ ໂດຍສຸມໃສ່ ພັດທະນາພື້ນຖານໂຄງລ່າງຢູ່ຊົນ ນະບົດໃຫ້ສະດວກສະບາຍຂຶ້ນ ເປັນຕົ້ນແກ້ໄຂເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະ ສຸກ ສາລາ ເພື່ອຍົກສູງຊີວິດການເປັນ ຢູ່ໃຫ້ດີເທື່ອລະກ້າວ; ສົ່ງເສີມການ ຜະລິດເສດຖະກິດເປັນເຈົ້າຕົນເອງ, ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າຕິດພັນກັບອຸດສາຫະກຳປຸງ ແຕ່ງ ແລະ ການຕະຫລາດຕາມທ່າ ແຮງໄດ້ປຽບຂອງທ້ອງຖິ່ນ ແລະ ເຂດແຄວ້ນ; ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວ ແບບໃນການຜະລິດສິນຄ້າ ເພື່ອ ສະໜອງໃຫ້ແກ່ຕົວເມືອງເພື່ອ ທົດແທນການນໍາເຂົ້າ ແລະ ເພື່ອ ສົ່ງອອກ; ສ້າງໃຫ້ມີຕົວແບບໃນ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກແບບໃໝ່ໃຫ້ ເຂັ້ມແຂງເປັນຕົ້ນແມ່ນກຸ່ມການ ຜະລິດ, ປຸງແຕ່ງ, ການບໍລິການ, ນິຄົມ (ຟາມ), ສະຫະກອນ, ຫົວ ໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ; ສືບຕໍ່ຈັດຕັ້ງການຜະລິດ ແລະ ການບໍລິການໃຫ້ແກ່ຊາວກະສິກອນ ໂດຍເລີ່ມຈາກການສ້າງເສດຖະກິດ ຮ່ວມມືຮູບແບບຕ່າງໆຢູ່ຊົນນະບົດ ໃຫ້ເຄື່ອນໄຫວມີຄຸນນະພາບ ແລະ ມີປະສິດທິຜົນ; ປັບປຸງການຈັດຕັ້ງ ຮ່ວມມືຂອງຊາວກະສິກອນໃຫ້ເຂັ້ມ ແຂງ; ສົ່ງເສີມບັນດາວິສາຫະກິດ ຈາກພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃສ່ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝເທື່ອ ລະກ້າວ; ສ້າງເງື່ອນໄຂໃຫ້ແກ່ຊາວ ກະສິກອນໄດ້ເຂົ້າຮ່ວມຜະລິດສິນ ຄ້າໃຫ້ຫລາຍຂຶ້ນ; ສຳຫລວດ ແລະ ຈັດສັນທີ່ດິນທຳການຜະລິດໃຫ້ ປະຊາຊົນຕິດພັນກັບການນໍາໃຊ້ ຢ່າງມີປະສິດທິຜົນ ແລະ ຍືນ ຍົງ; ຮັບປະກັນສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເພື່ອໃຫ້ທີ່ດິນເປັນ ພາຫະນະການຜະລິດທີ່ຍືນຍົງ; ພັດທະນາທີ່ດິນກະສິກຳ ຕິດພັນ ກັບການສ້າງການເຕີບໂຕສີຂຽວ, ປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດກະສິກຳ. ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ. ທ່ານ ສົມວິໄຊ ວົງທິລາດ ສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ ປະກອບຄໍາເຫັນໃສ່ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວຫວຽດນາມ ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດຊຸດ ທີ X ໃນອາທິດຜ່ານມານີ້ວ່າ: ໂດຍ ລວມແລ້ວເຫັນດີເປັນເອກະພາບ ຕໍ່ກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຊຶ່ງແຂວງຄໍາ ມ່ວນ ເປັນແຂວງໜຶ່ງທີ່ມີຈຸດພິເສດ ທີ່ມີການເຊື່ອມໂຍງ-ເຊື່ອມຈອດ ຂອງປະເທດ ແລະ ພາກພື້ນ ເປັນ ຫົວໃຈສໍາຄັນດ້ານເສດຖະກິດ ແລະ ການຄ້າ. ການສ້າງທາງລົດໄຟເປັນ ການຊຸກຍູ້ສົ່ງເສີມການຜະລິດອຸດ ສາຫະກໍາ ແລະ ການຄ້າ, ໂລຈິສ ຕິກ, ການຂົນສົ່ງຕິດພັນກັບການ ສົ່ງເສີມການບໍລິການທ່ອງທ່ຽວ, ລົດເຊົ່າທີ່ປະຊາຊົນມີສ່ວນຮ່ວມ, ການຜະລິດສິນຄ້າ, ສິນຄ້າໂອດັອບ ພື້ນເມືອງ ແລະ ຜະລິດຕະພັນເຄື່ອງ ທີ່ລະນຶກ ແລະ ສິ່ງທີ່ພາກລັດເຮົາ ຄວນເອົາໃຈໃສ່ແມ່ນການສ້າງຊັບ ພະຍາກອນມະນຸດ, ບຸກຄະລາກອນ ທີ່ຈະຮອງຮັບຕໍາແໜ່ງງານສໍາຄັນ ໃນໂຄງການການຮຽນຮູ້ພາສາ, ການພັດທະນາສີມືແຮງງານ, ການ ບໍລິການ. ສໍາລັບວິໄສທັດຂອງຂ້າ ພະເຈົ້າໃນການສ້າງອາຊີບຖາວອນ ໃຫ້ປະຊາຊົນຂໍສະເໜີ ຄື: ຜູ້ຖືກຜົນ ກະທົບກາຍເປັນຜູ້ມີສ່ວນຮ່ວມ ສ້າງ ໂອກາດທີ່ເທົ່າທຽມໃຫ້ບຸລິມະສິດ ແກ່ຄອບຄົວທີ່ເສຍດິນໃຫ້ໂຄງການ ໃຫ້ມີບ່ອນຂາຍເຄື່ອງຕາມສະຖານີ ຕ່າງໆ ຫລື ເຂດບໍລິການຂອງທາງ ລົດໄຟ. ການປ່ຽນຊັບສິນເປັນທຶນ ໃຫ້ການບໍລິການຄ້າຂາຍຄືກັນກັບ ເປັນເຄື່ອງມືຫາກິນທີ່ຈະສ້າງລາຍ ຮັບໃຫ້ເຂົາເຈົ້າຕະຫລອດຊີວິດ ຕົກທອດຮອດລູກຫລານເຂົາເຈົ້າ; ສ້າງຮູບແບບໝູ່ບ້ານໂຕຢ່າງ ຄື ທາງລົດໄຟ ລາວ-ຫວຽດ ສ້າງເປັນ ຈຸດແລນມາກ ຈຸດໜຶ່ງທີ່ພົ້ນເດັ່ນເປັນ ທີ່ລະລຶກ ວ່າເປັນເສັ້ນທາງລົດໄຟ ຜ່ອນຄວາມທຸກຍາກຂອງປະຊາຊົນ ສ້າງໃຫ້ມີລາຍຮັບທີ່ໝັ້ນຄົງ ໂດຍ ສະເພາະຜູ້ທີ່ຖືກຜົນກະທົບແລ້ວ ຍ້າຍຖິ່ນຖານໄປບ່ອນອື່ນ ເພື່ອ ໃຫ້ປະຊາຊົນມີສ່ວນຮ່ວມເປັນຫູ ເປັນຕາ ປົກປັກຮັກສາທາງລົດໄຟ ແລະ ສະຖານີປີ່ນອ້ອມ. ນອກຈາກ ນີ້, ຢາກໃຫ້ເປັນໂຄງການພັດທະນາ ໄປພ້ອມກັບຊຸມຊົນ. ສະນັ້ນ, ສະເໜີ ພັກ-ລັດຖະບານຄວນຖືຮຸ້ນນໍາ ຫລື ສ້າງເປັນລັດວິສາຫະກິດ ເພື່ອມີ ສ່ວນຮ່ວມຊຸກຍູ້ສົ່ງເສີມຕົ້ນທຶນການ ຂົນສົ່ງ ແລະ ຕົ້ນທຶນຜູ້ຊົມໃຊ້ໂດຍ ສະເພາະປີ້ໂດຍສານ. ແມ່ນໄດ້ຫັນປ່ຽນຈາກແລນລັອກ ເປັນແລນລິ້ງ ຊຶ່ງສ້າງສູນຫັດຖະ ກໍາສິນຄ້າພື້ນເມືອງທີ່ເປັນແຫລ່ງ ທ່ອງທ່ຽວໃນຕົວເມືອງ, ການບໍລິ ການອາຫານຂອງຝາກຂອງຕ້ອນ ໃນທ້ອງຖິ່ນ ແລະ ການບໍລິການ ແບບຄົບວົງຈອນ. ແນວໃດກໍດີ, ສໍາລັບການສົມ ທົບຂອງລັດຖະບານ ຫລື ເຈົ້າຂອງ ໂຄງການໃຫ້ມີການຈັດສັນນະໂຍ ບາຍການແບ່ງເຂດພາກລັດຄວນ ມີການກໍານົດເຂດຂ້າງສະຖານີລົດ ໄຟເປັນເຂດພັດທະນາກາຍເປັນ ເຂດຊຸມຊົນ ໂດຍບໍ່ໃຫ້ກຸ່ມນາຍທຶນ ຜູກຂາດ. ການຝືກອົບຮົມທັກສະ ສີມື, ມີລະບົບການຈັດການທີ່ດີ, ມີຄວາມຍຸຕິທໍາໂປ່ງໃສໃຫ້ຜູ້ໄດ້ ຮັບຜົນກະທົບໄດ້ຮັບຜົນປະໂຫຍດ ຫລາຍກວ່າໝູ່. ສ່ວນການຫລຸດ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==