7247

01/04/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k 78r 8h voIa [ m6 fd6 [k xt9e]k; g0Q kv;prvo;a olh k'8A 'ra d xx ]k; 7q [Iv[ 71 xu ສອງສຳນັກພິມ...ັິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນອນຢູ່ໃນພາລະບົດບາດຂອງກົມ ວັນນະຄະດີ ແລະ ພິມຈໍາໜ່າຍ ໃນ ໄລຍະຜ່ານມາ ສາມາດຄຸ້ມຄອງ ແລະ ເກັບກໍາຂໍ້ມູນຫົວໜ່ວຍທີ່ເຄື່ອນ ໄຫວວຽກງານຈັດພິມແລະຈໍາໜ່າຍ ປະກອບມີ: ສໍານັກພິມທັງໝົດ 15 ສໍານັກ. ໃນນັ້ນ, ສໍານັກພິມຂອງລັດ ມີ2ແຫ່ງ, ສໍານັກພິມແລະ ຈໍາໜ່າຍ ປຶ້ມແຫ່ງລັດ ແລະ ສໍານັກພິມສຶກສາ ຂອງສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ ກະຊວງສຶກສາທິ ການ ແລະ ກິລາ, ມີສໍານັກພິມຂອງ ເອກະຊົນ 13 ແຫ່ງ, ຕັ້ງຢູ່ນະຄອນ ຫລວງວຽງຈັນ ມີ 12 ສໍານັກ ແລະ ຢູ່ຕ່າງແຂວງ 1 ສໍານັກ ຄືຕັ້ງຢູ່ນະ ຄອນຫລວງພະບາງ, ສ່ວນຢູ່ແຂວງ ອື່ນແມ່ນບໍ່ທັນມີສໍານັກພິມ. ໃນປີ 2025ມີປຶ້ມມາຂຶ້ນທະບຽນທັງໝົດ 470 ຫົວເລື່ອງ, ແບ່ງເປັນປະເພດ ຄວາມຮູ້ທົ່ວໄປ 20 ຫົວເລື່ອງ, ປັດຊະຍາ 3 ຫົວເລື່ອງ, ສັງຄົມສາດ 39 ຫົວເລື່ອງ, ສາສະໜາ 6 ຫົວ ເລື່ອງ, ພາສາລາວ 146 ຫົວເລື່ອງ, ສິລະປະວິຈິດສິນ 1 ຫົວເລື່ອງ, ວັນ ນະຄະດີ 225 ຫົວເລື່ອງ, ພູມສາດປະຫວັດສາດ17ຫົວເລື່ອງສະເລ່ຍ ແລ້ວປຶ້ມມາຂຶ້ນທະບຽນເກືອບ 60% ຈະເປັນປຶ້ມສໍາລັບເດັກ ກ່ຽວ ກັບພາສາລາວ ແລະ ວັນນະຄະດີ ສໍາລັບປຶ້ມຜູ້ໃຫຍ່ມີພຽງແຕ່ 40% ຈະເປັນປຶ້ມບົດຄົ້ນຄວ້າທາງດ້ານ ວິຊາການ ແລະ ການຄຸ້ມຄອງ ສົ່ງເສີມວຽກງານພິມຈໍາໜ່າຍ. ທ່ານ ນາງ ຈັນເພັດ ຄໍາຟອງ ໄດ້ໃຫ້ຮູ້ອີກວ່າ: ຜົນສໍາເລັດການ ປັບປຸງກົດໝາຍວ່າດ້ວຍພິມຈໍາ ໜ່າຍ 2023 -2025 ຜ່ານມາໄດ້ ລົງເຜີຍແຜ່ກົດໝາຍ ໃນຂອບເຂດ ທົ່ວປະເທດ. ນອກນີ້ ຈະຕ້ອງໄດ້ ລົງຊຸກຍູ້ສົ່ງເສີມວຽກງານພິມຈໍາ ໜ່າຍຂະຫຍາຍຕົວໃນຂອບເຂດ ທົ່ວປະເທດ ເຮັດໃຫ້ວຽກງານການ ພິມຈໍາໜ່າຍ ຕອບສະໜອງປຶ້ມທີ່ ເສີມ ຮອງປະທານຄະນະບໍລິຫານ ງານສູນກາງສະຫະພັນກໍາມະບານ ລາວ ແລະ ທ່ານ ທຽນ ເຟິງ ຫົວໜ້າ ໂຄງການແລະຜູ້ປະສານງານແຜນ ງານການຮ່ວມມື ILO-China, ປະ ເທດກໍາປູເຈຍ, ສປປ ລາວ ແລະ ມຽນມາ, ມີຜູ້ປະສານງານອົງການ ແຮງງານສາກົນ ປະຈໍາ ລາວ, ຜູ້ ຕາງໜ້າຈາກສະຖານທູດຈີນ ປະ ຈໍາລາວ, ຂະແໜງການຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ. ການປະຊຸມໃນຄັ້ງນີ້, ໄດ້ທົບ ທວນຄືນຜົນງານ ກໍຄື ຜົນສຳເລັດ ດ້ານຕ່າງໆຂອງໂຄງການສ້າງ ຄວາມເຂັ້ມແຂງການພັດທະນາສີມື ແຮງງານ ໃນ ສປປ ລາວ ໃນໄລຍະ ຜ່ານມາ, ພ້ອມທັງປຶກສາຫາລື ຕໍ່ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ເພື່ອ ນຳມາເຊິ່ງການກໍານົດທິດທາງ ແລະ ວິທີການດໍາເນີນງານ ໃນອະ ນາຄົດ. ພ້ອມນີ້, ຍັງໄດ້ມີການ ມອບ-ຮັບ ແຜນພັດທະນາສີມືແຮງ ງານ ໃນ ສປປ ລາວ ແລະ ປຶ້ມກົດ ໝາຍວ່າດ້ວຍການພັດທະນາສີມື ແຮງງານ ຊຶ່ງເປັນນິຕິກຳສະບັບ ໃໝ່ ທີ່ໄດ້ຮັບການຮັບຮອງ ແລະ ປະກາດນຳໃຊ້ຢ່າງເປັນທາງການ, ເປັນນິຕິກຳສະເພາະ ແລະ ເປັນບ່ອນ ອີງທີ່ສຳຄັນໃນການສືບຕໍ່ຈັດຕັ້ງປະ ຕິບັດວຽກງານພັດທະນາສີມືແຮງ ງານ ໃນ ສປປ ລາວ. ທ່ານ ໄຊບັນດິດ ຣາຊະພົນ ໄດ້ ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມ ແຂງການພັດທະນາສີມືແຮງງານ ໃນ ສປປ ລາວ ແມ່ນໜຶ່ງໃນການ ຮ່ວມມືໃນພາກພື້ນແລະສາກົນໂດຍ ສະເພາະ ໃນລະບົບ 3 ຝ່າຍ ໃນ ປະເທດ ກຳປູເຈຍ, ສປປ ລາວ ແລະ ມຽນມາ, ອັນມີຄວາມໝາຍ ແລະ ສໍາຄັນຕໍ່ການພັດທະນາກຳລັງແຮງ ງານ ກໍຄື ການພັດທະນາຊັບພະຍາ ກອນມະນຸດ ເພື່ອສ້າງຄວາມເຂັ້ມ ແຂງດ້ານຄຸນນະພາບທາງດ້ານ ສີມືແຮງງານ ຕອບສະໜອງຕາມ ຄວາມຕ້ອງການຂອງຕະຫລາດ ແຮງງານ. ໃນປີ 2025 ຜ່ານມາ ໂຄງການນີ້, ໄດ້ບັນລຸຜົນສໍາເລັດ ໃນຫລາຍດ້ານ ເຊັ່ນ: ການພັດທະ ນາມາດຕະຖານສີມືແຮງງານ, ການປັບປຸງຫລັກສູດຝຶກສີມືແຮງ ງານ, ການຍົກລະດັບຄູຝຶກ ແລະ ການເສີມສ້າງຂີດຄວາມສາມາດ ດ້ານສະຖາບັນ ເປັນຕົ້ນ ການສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ ຜ່ານກົນໄກໃນລະບົບ 3 ຝ່າຍ ດ້ວຍການຮ່ວມມືແບບໃຕ້-ໃຕ້ ຫລື South-South ແລະ Triangular Cooperation ຢ່າງມີປະສິດທິ ຜົນ. ຂ່າວ-ພາບ: ທະນູທອງ ໂດຍການເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະ ທູດອົົດສະຕຣາລີ ປະຈຳລາວ ພ້ອມ ດ້ວຍຜູ້ຕາງໜ້າຈາກສະພາແຫ່ງ ຊາດ, ພະແນກສຶກສາທິການ ແລະ ກິລາ ທຸກແຂວງ, ຫ້ອງການສຶກສາ ທິການ ແລະ ກິລາເມືອງ, ວິທະຍາ ໄລຄູ, ມະຫາວິທະຍາໄລ, ສະຖາ ບັນ, ໂຮງຮຽນ ແລະ ຄູ່ຮ່ວມພັດ ທະນາ ເຂົ້າຮ່ວມ. ວິດີໂອທັງສອງເລື່ອງນີ້ ຜະລິດ ໂດຍສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ ແລະ ສ້າງຂຶ້ນ, ລວມທັງ 2 ເລື່ອງທີ່ຜ່ານມາ, ລວມ ເປັນ 4 ເລື່ອງ ເພື່ອປ່ຽນແປງຄວາມ ຮັບຮູ້ກ່ຽວກັບຄຸນຄ່າຂອງການສຶກ ສາ, ຫລຸດຜ່ອນການອອກໂຮງຮຽນ ແລະ ຊຸກຍູ້ຄູ-ອາຈານໃຫ້ສືບຕໍ່ການ ສອນ, ທັງຍົກໃຫ້ເຫັນວ່າ ການສຶກ ສາສ້າງໂອກາດໃຫ້ນັກຮຽນ, ເຮັດ ໃຫ້ພໍ່ແມ່ໝັ້ນໃຈ ແລະ ລະດົມຊຸມຊົນ ທັງໝົດໃຫ້ສະໜັບສະໜູນການຮຽນ ຂອງເດັກຄືແນວໃດ. ເລື່ອງລາວ ໃນວິດີໂອຕ່າງໆ ເປັນເລື່ອງທີ່ແຕ່ງ ຂຶ້ນມາ, ແຕ່ໄດ້ຮັບແຮງບັນດານໃຈ ຈາກປະສົບການຕົວຈິງ ເພື່ອສະ ແດງເຖິງເລື່ອງທີ່ໜ້າສົນໃຈ ສະ ທ້ອນຄວາມຮູ້ສຶກ, ເນັ້ນໃຫ້ເຫັນ ເຖິງສິ່ງທ້າທາຍທີ່ມັກຈະພົບ ແລະ ສົ່ງຂໍ້ຄວາມທີ່ຊັດເຈນໃຫ້ຜູ້ຊົມເຂົ້າ ໃຈ ແລະ ເຊີນຊວນປະຕິບັດ. ວິດີໂອ ໃໝ່ສອງເລື່ອງ ທີ່ນຳສະເໜີໃນຄັ້ງ ນີ້ແມ່ນເລື່ອງ “ຄວາມຝັນ” ແລະ “ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ ການສຶກສາ”. ເລື່ອງ “ຄວາມຝັນ” ເປັນເລື່ອງລາວທີ່ເຕັມໄປດ້ວຍ ຄວາມສະເທືອນອາລົມຂອງເດັກ ຍິງຜູ້ໜຶ່ງ ທີ່ມີຄວາມມຸ່ງໝັ້ນໃນການ ຮຽນ ທີ່ມາຈາກຄອບຄົວຊົນເຜົ່າ. ລາວຂຽນຈົດໝາຍຈາກໃຈ ເຖິງ ພໍ່ແມ່ທີ່ທຸກຍາກ ເພື່ອຂໍການສະໜັບ ສະໜູນ ໃຫ້ລາວໄດ້ສືບຕໍ່ການຮຽນ ແລະ ເຮັດຕາມຄວາມຝັນຂອງຕົນ. ໃນເລື່ອງແມ່ນມີພາບທີ່ສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ ໂດຍ ການຊຸກຍູ້ໃຫ້ເດັກຍິງສືບຕໍ່ອາຊີບ ໃນສາຍວິທະຍາສາດ, ເຕັກໂນໂລ ຊີ, ວິສະວະກຳ ແລະ ຄະນິດສາດ (STEM). ສ່ວນເລື່ອງ “ໝູ່ບ້ານ ທີ່ໃຫ້ຄວາມສຳຄັນແກ່ການສຶກ ສາ” ບອກເລົ່າເລື່ອງລາວຂອງໝູ່ ບ້ານແຫ່ງໜຶ່ງ ທີ່ສາມັກຄີກັນ ເພື່ອ ສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ຫລາຍຂຶ້ນ ແລະ ນຳພາເດັກນ້ອຍ ກັບຄືນມາໂຮງຮຽນ ໂດຍເນັ້ນໃຫ້ ເຫັນພະລັງຂອງຄວາມສາມັກຄີ. ໃນເລື່ອງມີເລື່ອງລາວທີ່ສົ່ງເສີມ ການຮຽນຮ່ວມຂອງເດັກພິການ ທີ່ ເຂົ້າໂຮງຮຽນ ແລະ 20 ປີຕໍ່ມາ ໄດ້ ກາຍເປັນຄູ; ເລື່ອງຍັງໄດ້ສະແດງ ໃຫ້ເຫັນບົດຮຽນທີ່ກ່ຽວຂ້ອງກັບ ການປ່ຽນແປງຂອງດິນຟ້າອາກາດ ໂດຍມີສາກທີ່ນັກຮຽນເຮັດການ ທົດລອງຜົນກະທົບຂອງນ້ຳຖ້ວມ. ວິດີໂອໃໝ່ສອງເລື່ອງນີ້ ເປັນວິດີໂອ ເພື່ອສົ່ງເສີມຂໍ້ຄວາມໃຫ້ຄົບຖ້ວນ ຮ່ວມກັບວິດີໂອທີ່ອອກຜ່ານມາ ເລື່ອງ “ເສັ້ນທາງສອງເສັ້ນທາງ” ແລະ ເລື່ອງ “ຄຸນຄ່າຂອງຄູ” ຊຶ່ງ ສະແດງໃຫ້ເຫັນການສົນທະນາ ລະຫວ່າງພໍ່ ແລະ ລູກຊາຍ ທີ່ສົນທະ ນາກັນວ່າ ການສືບຕໍ່ຮຽນຄຸ້ມຄ່າ ຫລື ບໍ່, ສັນລະເສີນ ແລະ ສົ່ງເສີມຄູ ທີ່ໄດ້ປະກອບສ່ວນ ເພື່ອໝາກຜົນ ໃນໄລຍະຍາວ ຂອງວຽກງານເຂົາ ເຈົ້າ. ວິດີໂອທັງໝົດສະແດງໃຫ້ ເຫັນອະນາຄົດຂອງໄວໜຸ່ມ ໂດຍ ອີງໃສ່ທາງເລືອກດ້ານການສຶກສາ ຂອງເຂົາເຈົ້າ ແລະ ເນັ້ນໜັກເຖິງ ວິທີການສຶກສາຊ່ວຍສ້າງທັກສະທີ່ ຈຳເປັນ, ຄວາມສາມາດໃນການ ຄົ້ນຄິດແບບວິເຄາະ ແລະ ໂອກາດ ຕ່າງໆໃນການສ້າງຊີວິດທີ່ດີ. ທ່ານ ນາງ ດາລາວອນ ກິດຕິ ພັນ ໄດ້ກ່າວວ່າ: ກະຊວງສຶກສາ ທິການ ແລະ ກິລາ ໄດ້ຮ່ວມມືກັບລັດ ຖະບານອົດສະຕຣາລີ ຢ່າງໃກ້ຊິດ ສ້າງແຜນໂຄສະນາສົ່ງເສີມການ ສຶກສານີ້ ເພື່ອແກ້ໄຂບັນຫາຮີບດ່ວນ ໃນຂະແໜງການສຶກສາ, ລວມ ເຖິງການຫລຸດລົງຂອງອັດຕາ ການເຂົ້າຮຽນຂອງນັກຮຽນ ແລະ ຄວາມຕ້ອງການທີ່ຈະສົ່ງເສີມ ແລະ ຮັກສາຄູທີ່ມີທັກສະ ແລະ ປະ ສົບການໃຫ້ສືບຕໍ່ອາຊີບຄູ ຊຶ່ງເລື່ອງ ສັ້ນເຫລົ່ານີ້ ສະແດງໃຫ້ເຫັນວ່າ ການສຶກສາມີຄວາມສຳຄັນ ແລະ ຮັບຮູ້ເຖິງບົດບາດສຳຄັນຂອງ ຜູ້ເຮັດວຽກໃນຂະແໜງການສຶກ ສາ ກໍຄື ຄູ, ພ້ອມດ້ວຍສະມາຊິກຊຸມ ຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ ໃນການສ້າງອະນາຄົດຂອງປະ ເທດຊາດ. ຫົວໃຈສຳຄັນຂອງແຜນ ໂຄສະນາ ແມ່ນຂໍ້ຄວາມສຳຄັນໜຶ່ງ ທີ່ພວກເຮົາຕ້ອງການໃຫ້ຜູ້ຊົມຈົດ ຈຳວ່າ: ການສຶກສາ ບໍ່ພຽງແຕ່ການ ມີວຽກເຮັດງານທຳເທົ່ານັ້ນ, ແຕ່ ການສຶກສາຍັງຊ່ວຍໃຫ້ໄດ້ຮັບທັກ ສະ, ຮູ້ຈັກຄົ້ນຄິດແບບວິເຄາະ ແລະ ການມີອິດສະລະພາບໃນການສ້າງ ອະນາຄົດຂອງຕົນເອງ. ບັນດາ ເລື່ອງເຫລົ່ານັ້ນ ເປັນເລື່ອງທີ່ສົມ ມຸດຂຶ້ນ ແຕ່ໄດ້ຮັບແຮງບັນດານໃຈ ຈາກປະສົບການຕົວຈິງ. ດັ່ງນັ້ນ, ຄອບຄົວຈຶ່ງສາມາດເຫັນຕົວເອງ ໃນຕົວລະຄອນທີ່ເປັນຕົວແທນໃນ ເລື່ອງ ແລະ ໄດ້ຮັບເຊີນໃຫ້ສະແດງ ໃນວິດີໂອດັ່ງກ່າວ. ພວກເຮົາຫວັງ ວ່າ ບັນດາວິດີໂອຈະສາມາດຖ່າຍ ທອດຂໍ້ຄວາມຈາກຈໍໄປສູ່ການຕັດ ສິນໃຈຕົວຈິງ, ທາງເລືອກທີ່ເຮັດ ໃຫ້ເດັກນ້ອຍໄດ້ຮຽນ, ສ້າງການ ສະໜັບສະໜູນໃນທ້ອງຖິ່ນ ເພື່ອ ພັດທະນາໂຮງຮຽນ ແລະ ສົ່ງເສີມ ການຮັກສາຄູ ໃຫ້ສືບຕໍ່ປະຕິບັດ ວຽກງານຂອງຕົນດ້ວຍຄວາມຮັບ ຜິດຊອບສູງ. ຜົນສຳເລັດແຜນ ໂຄສະນານີ້ ເປັນຂີດໝາຍສຳຄັນ ຂອງຄວາມພະຍາຍາມລະດັບແຫ່ງ ຊາດ ໃນການສົ່ງເສີມການຮຽນ ແລະ ສ້າງໂອກາດໃຫ້ແກ່ເດັກທຸກ ຄົນ. ສະນັ້ນ, ຮຽກຮ້ອງໃຫ້ຄູ່ຮ່ວມ ງານ, ສື່ມວນຊົນ, ພະແນກສຶກສາ ທິການແລະກິລາແຂວງແລະຫ້ອງ ການສຶກສາທິການ ແລະ ກິລາ ເມືອງ, ຄູອາຈານ, ຄະນະພັດທະນາ ການສຶກສາຂັ້ນບ້ານ ຈົ່ງຊ່ວຍກັນ ເຜີຍແຜ່ ວິດີໂອດັ່ງກ່າວໃນໂອກາດ ຕ່າງໆຢ່າງພ້ອມໃຈກັນ ເພື່ອໃຫ້ ການໄດ້ຮັບຊົມນຳໄປສູ່ການສົນທະ ນາໃນຂັ້ນທ້ອງຖິ່ນ, ເພື່ອຊ່ວຍການ ເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຄວາມເປັນເຈົ້າການຂອງ ຊຸມຊົນເພື່ອຊ່ວຍກັນສົ່ງເສີມການ ສຶກສາ. ວິດີໂອເລື່ອງສັ້ນນີ້ ຍັງເປັນ ເຄື່ອງມືສຳລັບຄູ-ອາຈານ, ພໍ່ແມ່ ແລະ ຊຸມຊົນ ເພື່ອເລີ່ມຕົ້ນການ ສົນທະນາກ່ຽວກັບຄວາມສຳຄັນ ຂອງການສຶກສາໃນຫ້ອງຮຽນ, ຢູ່ ບ້ານ ແລະ ຢູ່ເຮືອນ. ທ່ານ ນາງ ເບັນນິຕາ ຊຳເມີ ວິວ ໄດ້ກ່າວວ່າ: ລັດຖະບານອົດສະ ຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບ ສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸລິມະສິດ ຂອງຕົນ, ນັບແຕ່ການພັດທະນາ ຫລັກສູດ ແລະ ການພັດທະນາວິຊາ ຊີບຄູ ໄປຈົນເຖິງການປ່ຽນແປງ ທັດສະນະຄະຕິ ຂອງປະຊາຊົນກ່ຽວ ກັບການຮຽນ. ແຜນໂຄສະນາຄັ້ງນີ້ ຖືກອອກແບບມາ ເພື່ອກະຕຸ້ນການ ປ່ຽນແປງຜ່ານເລື່ອງສັ້ນ ທີ່ມີແຮງ ບັນດານໃຈເຂົ້າເຖິງຄວາມຮູ້ສຶກ ແລະ ຈິດໃຈຂອງຫລາຍຄົນຢ່າງ ກວ້າງຂວາງ. ເປົ້າໝາຍຂອງພວກ ເຮົາ ແມ່ນເພື່ອປ່ຽນແປງວິທີທີ່ຄົນ ຄິດຕໍ່ກັບການສຶກສາ ເພື່ອສະແດງ ໃຫ້ນັກຮຽນ ແລະ ພໍ່ແມ່ເຫັນວ່າ ການສຶກສາເພີ່ມໂອກາດ, ສ້າງທັກ ສະທີ່ສຳຄັນ ແລະ ຊ່ວຍໃຫ້ຄົນຜູ້ໜຶ່ງ ສ້າງອະນາຄົດຂອງຕົນເອງ. ລັດ ຖະບານອົດສະຕຣາລີ ມີຄວາມພູມ ໃຈ ທີ່ໄດ້ສະໜັບສະໜູນການພັດ ທະນາ ແລະ ການຜະລິດວິດີໂອທີ່ ສ້າງສັນ ແລະ ສະແດງອອກໃຫ້ ເຫັນເຖິງຄວາມເປັນທ້ອງຖິ່ນ. ວິດີ ໂອແມ່ນຈະສື່ສານໂດຍກົງໄປຫາ ພໍ່ແມ່, ນັກຮຽນ ແລະ ຄູ-ອາຈານ ດ້ວຍຄວາມຈິງໃຈ ແລະ ເຕັມໄປ ດ້ວຍຄວາມຫວັງ. ພວກເຮົາຫວັງ ວ່າຈະໄດ້ຮ່ວມມືກັບກະຊວງສຶກສາ ທິການ ແລະ ກິລາ ແລະ ຄູ່ຮ່ວມ ງານທຸກພາກສ່ວນ ເພື່ອຮັບປະກັນ ວ່າ ວິດີໂອທັງໝົດນີ້ ຈະໄດ້ຖືກຮັບ ຊົມຢ່າງກວ້າງຂວາງ ແລະ ເປັນ ແຮງບັນດານໃຈ ໃຫ້ມີການປະ ກອບສ່ວນສົ່ງເສີມການສຶກສາໃນ ຂັ້ນຊຸມຊົນ. ນຳສະເໜີ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທົບທວນຄືນ...ົື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະ ການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ໃຫ້ການຕ້ອນ ຮັບ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍ ພະນັກງານສະຖານທູດ ເຂົ້າອວຍ ພອນ ຄະນະພັກ-ຄະນະນໍາ ແລະ ພະ ນັກງານ ຄະນະພົວພັນຕ່າງປະເທດ ສູນກາງພັກ ປປ ລາວ ເນື່ອງໃນ ໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2025). ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຂອບໃຈຕໍ່ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ທີ່ໄດ້ນໍາ ເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານ ສະຫາຍອ້າຍນ້ອງ ຮ່ວມອຸດົມການ ສັງຄົມນິຍົມມາສູ່ ຄະນະພັກ-ຄະນະ ນໍາ ກໍຄື ພະນັກງານ ຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອລະຫວ່າງສອງພັກ ທີ່ມີມາ ແຕ່ດົນນານ, ໄດ້ຕີລາຄາສູງຕໍ່ການ ຮ່ວມມືປະສານສົມທົບ ແລະ ຮ່ວມມື ກັນ ລະຫວ່າງ ຄະນະພົວພັນຕ່າງ ປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ ກໍຄື ສະຖານ ເອກອັກຄະລັດຖະທູດກູບາ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ, ໄດ້ ແລກປ່ຽນຄໍາຄິດເຫັນກັບສະຫາຍ ທູດກູບາ ກ່ຽວກັບທິດທາງການ ຮ່ວມມື ລະຫວ່າງສອງພັກ ແລະ ສອງຄະນະພົວພັນຕ່າງປະເທດ ສູນກາງພັກ ລາວ-ກູບາ ໃນຕໍ່ໜ້າ, ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການ ຮ່ວມມື ແລະ ປະສານສົມທົບຢ່າງ ແໜ້ນແຟ້ນ ກັບຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດກູບາ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ ປະສານງານ ລະຫວ່າງພັກ, ລັດ ຂອງສອງປະເທດ ລາວ-ກູບາ ໂດຍ ສະເພາະລະຫວ່າງບັນດາອົງການ ຈັດຕັ້ງຂອງພັກ, ອົງການຈັດຕັ້ງ ມະຫາຊົນຂອງລາວ ແລະ ກູບາ ເພື່ອປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງ ປະເທດ ກໍຄື ລະຫວ່າງ ປະຊາຊົນ ສອງຊາດ ລາວ-ກູບາ ອ້າຍນ້ອງ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດ ທິຜົນຍິ່ງໆຂຶ້ນ. ສະຫາຍ ນາງ ເອັກນາ ເວຍ ວາລເດດສ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາ ຊົມເຊີຍ ແລະ ອວຍພອນຄະນະພັກຄະນະນໍາ ແລະ ພະນັກງານ ຄະນະ ພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫລີມສະ ຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ; ພ້ອມທັງໄດ້ຕີລາ ຄາສູງຕໍ່ສາຍພົວພັນ ແລະ ການ ຮ່ວມມືທີ່ເປັນມູນເຊື້ນອັນດີງາມ ລະ ຫວ່າງ ສປປ ລາວ ແລະ ສ ກູບາ ກໍຄື ລະຫວ່າງ ພັກປະຊາຊົນປະຕິ ວັດລາວ ແລະ ພັກກອມມູນິດກູບາ ທີ່ນັບມື້ນັບໄດ້ຮັບການເສີມຂະ ຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມດຽວກັນກໍໄດ້ສະແດງຄວາມ ເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ ປະຕິບັດໜ້າທີ່ວຽກງານ ໂດຍສະ ເພາະໃນການເປັນຂົວຕໍ່ປະສານສົມ ທົບກັບບັນດາກະຊວງ, ອົງການ ຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງລາວ ເພື່ອປະກອບສ່ວນເຂົ້າ ໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ຄຕພ ຫລາກຫລາຍໃຫ້ແກ່ສັງຄົມໄດ້ຊົມ ໃຊ້, ຮຽນຮູ້ປະກອບສ່ວນເຂົ້າໃນ ວຽກງານພັດທະນາການສຶກສາ ແລະ ສົ່ງເສີມການອ່ານຂອງສັງຄົມ ລາວ. ພ້ອມກັນນີ້, ຍັງຈະຕ້ອງໄດ້ ສ້າງນິຕິກໍາໃຕ້ກົດໝາຍ ເພື່ອຜັນຂະ ຫຍາຍກົດໝາຍໃຫ້ລົງສູ່ວຽກງານ ການຄຸ້ມຄອງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ເປັນຕົ້ນ ການນໍາ ເຂົ້າ-ສົ່ງອອກປຶ້ມ, ການແລກປ່ຽນ ລິຂະສິດ, ການແປ, ການຈໍາໜ່າຍ ທາງເອເລັກໂຕຣນິກ ແລະ ອື່ນໆ. ກອງປະຊຸມໃນຄັ້ງນີ້, ທັງສອງ ຝ່າຍຍັງໄດ້ແລກປ່ຽນວຽກງານການ ຈັດພິມແລະການຈໍາໜ່າຍລະຫວ່າງ ສໍານັກພິມລາວ-ຈີນ; ທັງສອງຝ່າຍ ເຫັນດີການຮ່ວມມືທາງດ້ານວຽກ ງານພິມຈໍາໜ່າຍໃນຕໍ່ໜ້າ ລະຫວ່າງ ສໍານັກພິມລາວ ແລະ ສໍານັກພິມ ຕ່າງໆຂອງຈີນ. ພ້ອມນີ້, ທັງສອງ ຝ່າຍໄດ້ສະເໜີວຽກງານການພິມ ແລະ ການຈໍາໜ່າຍເພື່ອໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບວຽກງານ ການພິມຈໍາໜ່າຍ, ບັນຫາສິ່ງທີ່ຫຍຸ້ງ ຍາກ ແລະ ທ້າທາຍຂອງວຽກງານ ພິມຈໍາໜ່າຍ. ພາບ: ບຸນອູ້ມ

RkJQdWJsaXNoZXIy MTc3MTYxMQ==