7247

@ 0j k; c]t gsfdko j 01/04/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະທານປະເທດ... ມອບ-ຮັບ...ັ ແຂວງ, ປະທານ ບໍລິສັັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ແລະ ການ ຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂຮງຮຽນດັ່ງກ່າວ, ໄດ້ເລີ່ມກໍ່ ສ້າງໃນເດືອນພະຈິກ 2025, ເປັນ ຕຶກອາຄານ 2 ຊັ້ນ, ກວ້າງ 9 ແມັດ, ຍາວ 35 ແມັດ, ມີ 6 ຫ້ອງຮຽນ, 1 ຫ້ອງການຄູ-ອາຈານ ແລະ ໄດ້ເພີ່ມ ທຶນສ້ອມແປງອາຄານເກົ່າ 2 ຫລັງ ໂດຍແມ່ນບໍລິສັດ ເຄຊີ ສໍາຫລວດ, ອອກແບບ, ກໍ່ສ້າງ ແລະ ຕົບແຕ່ງ ຈຳກັດ ເປັນຜູ້ສໍາຫລວດອອກແບບ ແລະ ຮັບເໝົາກໍ່ສ້າງສ້ອມແປງຈົນ ສໍາເລັດສົມບູນ ລວມມູນຄ່າທັງໝົດ 6,35 ຕື້ກີບ, ສາມາດຮອງຮັບນັກ ຮຽນໄດ້ 200-300 ຄົນ, ຈາກ 14 ບ້ານ ໃນເຂດເທສະບານເມືອງ ເຟືອງ. ໂຮງຮຽນດັ່ງກ່າວ ເປັນຂອງ ຂວັນຈາກທ່ານນາຍົກລັດຖະມົນ ຕີ ມອບໃຫ້ແກ່ອົງການປົກຄອງ ແຂວງວຽງຈັນ ກໍຄື ທ້ອງຖິ່ນທີ່ ກ່ຽວຂ້ອງ ໂດຍການປະກອບທຶນ ກໍ່ສ້າງ ຂອງກຸ່ມບໍລິສັດ ນິກສັນພັດ ທະນາບໍ່ແຮ່ ຈຳກັດ ຊຶ່ງຜົນສໍາເລັດ ດັ່ງກ່າວ ຈະປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາປະເທດຊາດ ໂດຍສະເພາະວຽກງານການສຶກ ສາ ກໍຄື ການຮຽນ-ການສອນ ໃຫ້ມີ ຄຸນນະພາບສູງຂຶ້ນ ທັງດ້ານຄວາມ ຮູ້ຄວາມສາມາດ, ທັກສະ ແລະ ລະ ບຽບວິໄນ, ສ້າງໂອກາດໃຫ້ເດັກ ນ້ອຍໃນເກນອາຍຸ ໄດ້ເຂົ້າເຖິງການ ສຶກສາຢ່າງທົ່ວເຖິງ ແລະ ເທົ່າ ທຽມ, ພັດທະນາຊັບພະຍາກອນ ມະນຸດ ໃຫ້ກາຍເປັນພົນລະເມືອງ ທີ່ມີຄຸນນະພາບ, ສາມາດສືບຕໍ່ປະ ຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຕໍ່ເນື່ອງ ແລະ ຍືນຍົງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍການນຳ ທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ ເພື່ອເປີດນຳໃຊ້ອາ ຄານໂຮງຮຽນ ຢ່າງເປັນທາງ ການ, ພ້ອມກັນນີ້ ທ່ານນາຍົກລັດ ຖະມົນຕີ ຍັງໄດ້ມອບຄອມພິວເຕີ ແລະ ອຸປະກອນໄອທີຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນດັ່ງກ່າວ. ພ້ອມ ນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ ກຽດປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ແກ່ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາ ບໍ່ແຮ່ ຈໍາກັດ ທີ່ມີຜົນ ງານປະກອບທຶນກໍ່ສ້າງໂຮງຮຽນ ດັ່ງກ່າວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕາມແຜນທີ່ວາງໄວ້, ເລັ່ງທວງເອົາ ໜີ້ທີ່ຕ້ອງຮັບຢ່າງເຂັ້ມງວດ-ເດັດ ຂາດ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດ ຕົວ, ສ້າງແຜນຮອງຮັບໄລຍະຂ້າມ ຜ່ານ ໄປສູ່ການອອກຈາກສະຖາ ນະພາບດ້ອຍພັດທະນາ ແຕ່ນີ້ເຖິງ ປີ 2029 ເພື່ອຍາດແຍ່ງເອົາການ ຊ່ວຍເຫລືອ, ສະໜັບສະໜູນ ຈາກ ປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ໃຫ້ໄດ້ຫລາຍ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ລັດຖະບານ ຊຸດທີ X ຂຸ້ນຂ້ຽວປັບປຸງກົນໄກການເຮັດ ວຽກ ໃຫ້ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກ ງານໃຫ້ມີປະສິດທິພາບ, ປະສິດທິ ຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນ ເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນ ການຫັນເປັນທັນສະໄໝ ຊຶ່ງບັນຫາ ນີ້ ຕ້ອງໄດ້ເລັ່ງລັດປະຕິບັດໃຫ້ປະ ກົດຜົນເປັນຈິງໂດຍໄວ; ຕ້ອງບຸກ ທະລຸຫັນປ່ຽນແບບແຜນວິທີເຮັດ ວຽກຂອງລັດຖະບານ ໂດຍສະ ເພາະການພົວພັນປະສານວຽກ ງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການ ຕິດຕາມກວດກາ, ຊຸກຍູ້ ແລະ ປະ ເມີນຄືນແຕ່ລະໄລຍະ; ຕ້ອງຍົກລະ ດັບໃຫ້ສະມາຊິກລັດຖະບານ ເປັນ ຜູ້ກ້າປະດິດສ້າງ, ກ້າສະເໜີຄວາມ ຄິດໃໝ່ໆຕໍ່ຂັ້ນເທິງພິຈາລະນາ ບົນ ພື້ນຖານການຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ ແລະ ລະ ບຽບກົດໝາຍຂອງລັດ ໃຫ້ປະກົດ ຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້. ລັດຖະບານຊຸດທີ X ຕ້ອງໄດ້ ເຂັ້ມງວດໃນການປັບປຸງກົງຈັກ ການຈັດຕັ້ງ ແລະ ປັບປຸງກົນໄກເຮັດ ວຽກຂອງກະຊວງ, ອົງການທຽບ ເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບ ປະກັນປະສິດທິພາບ ແລະ ປະສິດທິ ຜົນ ຂອງວຽກງານ ທີ່ຮັບຜິດຊອບ. ພ້ອມທັງໃຫ້ກວດກາຄືນທັງໝົດບັນ ດາໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປ ແລ້ວ ໃຫ້ເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໃຫ້ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກ ທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ຮ່າງ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມ ຮັບຜິດຊອບຂອງນາຍົກ-ຮອງ ນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາ ກະຊວງ, ອົງການລັດທຽບເທົ່າ ກະຊວງ ລົງຊ່ວຍ ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງ ທົ່ວປະ ເທດ; ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ; ບັນຊີ ໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການ ລົງທຶນຈາກພາກເອກະຊົນ ແລະ ແຜນຜັນຂະຫຍາຍການປະຕິບັດ ນະໂຍບາຍ ແລະ ມາດຕະການສົ່ງ ເສີມລົດໄຟຟ້າ (EV) ກໍຄື ການ ນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ. ຜ່ານການພິຈາລະນາບັນດາ ຫົວຂໍ້ດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນ ກ່ຽວຂ້ອງ ນຳໄປປັບປຸງຕາມຄຳ ເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຫລັກ ຂອງພັກ ແລະ ລັດຖະບານ ໂດຍ ສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບ ການ ທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງ ແທດເໝາະກັບທ່າແຮງ ແລະ ເງື່ອນ ໄຂຕົວຈິງ ຂອງແຕ່ລະຂົງເຂດວຽກ ງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະ ໄລຍະ, ຈຳກັດໄດ້ຊ່ອງຫວ່າງການ ສວຍໂອກາດຕ່າງໆ, ຮັບປະກັນ ຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງນຳ ເອົາບັນດາຂໍ້ຄົງຄ້າງຕ່າງໆ ທີ່ໄດ້ ຍົກຂຶ້ນໃນກອງປະຊຸມໄປຄົ້ນຄວ້າ ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີ ຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບ ປະທຳຕົວຈິງ ຢ່າງຈະແຈ້ງ. ສະ ເພາະການແບ່ງວຽກຂອງນາຍົກຮອງນາຍົກລັດຖະມົນຕີ, ມອບໃຫ້ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ປະສານສົມທົບກັບ ຫ້ອງວ່າການສູນກາງພັກ ເພື່ອໃຫ້ ລັດຖະບານ ລາຍງານຂໍທິດຊີ້ນຳ ຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນ ກາງພັກຕື່ມ, ພ້ອມກັນນີ້ກອງປະຊຸມ ໄດ້ມອບໝາຍໃຫ້ສະມາຊິກລັດຖະ ບານ ກໍຄື ບັນດາກະຊວງ ແລະ ອົງ ການທຽບເທົ່າ ຮີບຮ້ອນລົງສົມທົບ ບັນດາແຂວງ ຕາມທີ່ໄດ້ແບ່ງຄວາມ ຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະ ອຽດກ່ຽວກັບກົນໄກເຮັດວຽກ ຮ່ວມ ລະຫວ່າງ ກະຊວງ-ອົງການ ປົກຄອງທ້ອງຖິ່ນ, ທ້ອງຖິ່ນທີ່ຕົນ ເອງຮັບຜິດຊອບ. ສຳລັບແຜນວຽກຈຸດສຸມ 5 ປີ (2026-2030), ລັດຖະບານ ຊຸດທີ X ຈະຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງ ເດັດດ່ຽວແກ້ໄຂສະພາບ “ເວົ້າ ຫລາຍເຮັດໜ້ອຍ ຫລື ບໍ່ເຮັດ; ເວົ້າມີ ວາທະສິນຈົບງາມ, ເປັນຕາຟັງ ແຕ່ ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງ ອອກມາໃຫ້ເປັນຜົນໄດ້ຮັບ ຫລື ເກີດ ຜົນທີ່ສາມາດຈັບຕ້ອງໄດ້”. ລັດຖະ ບານ ຈະເປັນເຈົ້າການ ແລະ ຕັ້ງໜ້າ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງ ຊາດ ວາງອອກດ້ວຍຄວາມຮັບຜິດ ຊອບສູງ ດັ່ງຄໍາຂວັນທີ່ວ່າ: “ຍົກ ສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງ ແຮງກ້າ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມ ທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ”. ສະເພາະແຜນວຽກຈຸດສຸມຈຳ ນວນໜຶ່ງຂອງລັດຖະບານໃນເດືອນ ເມສາ 2026 ຈະສຸມໃສ່ປະຕິບັດ ທິດຊີ້ນຳ ຂອງກົມການເມືອງສູນ ກາງພັກ ກ່ຽວກັບການເພີ່ມທະວີ ແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລ ຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນ ຈັດຕັ້ງຜັນຂະຫຍາຍຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ; ໃນຊ່ວງວິກິດ ການລາຄານ້ຳມັນເຊື້ອໄຟ ມອບໃຫ້ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ ວຽກງານກະສິກຳໃຫ້ແທດເຖິງ, ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອ ບໍ່ໃຫ້ກະທົບຕໍ່ວຽກງານພະລາທິ ການຂອງກອງທັບ; ໃຫ້ສືບຕໍ່ສົ່ງ ເສີມການນຳໃຊ້ລົດໄຟຟ້າ ແລະ ລົດ ໂດຍສານສາທາລະນະ, ພ້ອມທັງ ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າລົດ ໄຟຟ້າ ຕາມກົດໝາຍ ແລະ ລະ ບຽບການຢ່າງເຂັ້ມງວດ. ໄລຍະສະ ຫລອງບຸນປີໃໝ່ລາວ, ມອບໃຫ້ ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິ ບັດໜ້າທີ່ຂອງຕົນດ້ວຍຄວາມຮັບ ຜິດຊອບສູງ ເພື່ອເຮັດໃຫ້ການສະ ຫລອງບຸນປີໃໝ່ ເປັນໄປຕາມຮີດ ຄອງປະເພນີ, ຮັບປະກັນຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນນີ້, ເອົາໃຈໃສ່ການຜະລິດສະ ບຽງອາຫານ, ການສະໜອງສິນ ຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງ ລາຄາສິນຄ້າໃນທ້ອງຕະຫລາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະ ກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດ ສົມຜົນ; ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບ ຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກ ສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸບັດເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການ ໂຄສະນາກ່ຽວກັບການສະຫລອງ ປີໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບ ປະເພນີ ໂດຍເນັ້ນໃສ່ການບາສີສູ່ ຂວັນປີໃໝ່ ຕາມເງື່ອນໄຂຄວາມ ສະດວກ, ເອົາໃຈໃສ່ຄຸ້ມຄອງບັນ ດາຜູ້ປະກອບການສະຖານທີ່ບັນ ເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບພາກລັດ ແມ່ນຫລີກລ່ຽງການຈັດງານລ້ຽງ ລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະ ຢັດ. ພ້ອມທັງຈະເລັ່ງປັບປຸງສ້ອມ ແປງເສັ້ນທາງຕ່າງໆ ໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງ ໂດຍສະ ເພາະ ບັນດາເສັ້ນທາງຫລວງແຫ່ງ ຊາດ, ເສັ້ນທາງເຂົ້າຫາແຫລ່ງ ທ່ອງທ່ຽວ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນ ເຈົ້າການສົມທົບກັບພາກສ່ວນກ່ຽວ ຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກ ພາຍຸໝາກເຫັບຕົກ ຕາມທີ່ທ່ານ ເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍ ສະເພາະດ້ານນະໂຍບາຍການສະ ໜອງວັດສະດຸອຸປະກອນ ເຊັ່ນ: ກະ ເບື້ອງມຸງຫລັງຄາ, ແຮງງານສ້ອມ ແປງເຮືອນປະຊາຊົນ, ນະໂຍບາຍ ຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ. ກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມ ຊີ້ທິດເຍືອງທາງ ເນັ້ນໜັກໃຫ້ຄະນະລັດຖະບານ ຊຸດ ທີ X ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິ ບັດວຽກງານຈຳນວນໜຶ່ງ ກໍຄື ແກ້ ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນໃນ ສັງຄົມ ໃຫ້ເປັນຮູບປະທຳ. ຂ່າວ: ກົມປະຊາສໍາພັນ ຫສນຍ ຜົນກອງປະຊຸມ...ົຸ ມາດຂອງເຈົ້າໜ້າທີ່ຂັ້ນການນໍາ ພາ ຂອງພາກລັດ, ສະຖາບັນການ ສຶກສາ ແລະ ພາກທຸລະກິດ ໃນດ້ານ ການຄົ້ນຄວ້າ ແລະ ວິເຄາະກ່ຽວກັບ ນະໂຍບາຍ ແລະ ຍຸດທະສາດ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງພາກລັດ, ການແລກປ່ຽນແລະ ຖອດຖອນບົດຮຽນຮ່ວມກັບຊ່ຽວ ຊານຈາກສສຫວຽດນາມກ່ຽວກັບ ດ້ານສະພາບການເສດຖະກິດສາ ກົນ ແລະ ພາກພື້ນ, ພ້ອມທັງມີການ ປຽບທຽບນະໂຍບາຍຂອງບັນດາ ປະເທດເພື່ອນບ້ານ ໃນການຮັບມືກັບ ບັນດາສິ່ງທ້າທາຍໃນສະພາບການ ພົວພັນເສດຖະກິດໃນຍຸກໃໝ່ ແລະ ການຫັນເອົາສິ່ງທ້າທາຍໃຫ້ເປັນກາ ລະໂອກາດໃນການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດ. ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍ ແລະ ວິ ເຄາະລົງເລິກດ້ານການແກ້ໄຂບັນ ຫາເສດຖະກິດມະຫາພາກ, ສົນທະ ນາກັບຜູ້ຊ່ຽວຊານດ້ານເສດຖະກິດ ແລະ ການພັດທະນາຂອງໂຮງຮຽນ ນະໂຍບາຍ ແລະ ບໍລິຫານພາກ ລັດ ທີ່ຂຶ້ນກັບມະຫາວິທະຍາໄລ Fulbright ເປັນຕົ້ນ ການຮັກສາສະ ຖຽນລະພາບທາງດ້ານການເງິນ ແລະ ງົບປະມານ ລວມທັງນະໂຍ ບາຍດ້ານພາສີອາກອນ, ທະນາ ຄານ ແລະ ການໃຊ້ຈ່າຍບໍລິຫານ ລັດ, ນະໂຍບາຍດ້ານການລົງທຶນ, ດ້ານການຄ້າ, ດ້ານການບໍລິການ ແລະ ການຫັນປ່ຽນໂຄງສ້າງເສດ ຖະກິດ ລວມທັງການຫັນປ່ຽນລະ ບົບການບໍລິຫານລັດແບບດີຈິຕອນ ເພື່ອສົ່ງເສີມການດຶງດູດການລົງ ທຶນ ແລະ ບໍລິການດ້ານການຄ້າ, ການກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮອງຮັບກັບການຂະຫຍາຍ ອຸດສາຫະກໍາທັນສະໄໝ ໃນຍຸກອຸດ ສາຫະກໍາ 4.0 ແລະ ດ້ານອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ ລົງໄປຢ້ຽມຢາມ ແລະ ທັດສະນະ ສຶກສາກ່ຽວກັບອຸດສາຫະກໍາການ ສ້າງຕົວເມືອງອັດສະລິຍະ ຂອງ ບໍລິສັດວິສາຫະກິດຫຸ້ນສ່ວນ ເພື່ອ ການລົງທຶນ ແລະ ການພັດທະນາ ເຂດອຸດສາຫະກໍາ ເບກາແມັກ (BECAMEX) ຢູ່ ນະຄອນໂຮ່ຈີ່ ມິງ, ແລກປ່ຽນບົດຮຽນກັບ ຄະນະ ກຳມະການຮ່ວມມື ແລະ ການລົງ ທຶນ ຂອງນະຄອນຮາຍຟອງ, ຄະນະ ກໍາມະການຄຸ້ມຄອງສະຖານທີ່ ມໍລະດົກໂລກຢູ່ ອ່າວວິງຮາລ່ອງ, ແຂວງກວາງນິງ ແລະ ເຂດຜະລິດ ລົດຍົນໄຟຟ້າ ຂອງກຸ່ມບໍລິສັດ VinFast. ໃນໂອກາດນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າພົບປະກັບ ທ່ານ ຫງຽນ ແມັງ ເກື່ອງ ກໍາມະ ການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ອີກດ້ວຍ. ໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຜູ້ບໍລິຫານລະດັບສູງຂອງ ສປປ ລາວ ໃນຄັ້ງນີ້, ແມ່ນມີຄວາມ ໝາຍສໍາຄັນໃນການເສີມສ້າງຂີດ ຄວາມສາມາດ ໃຫ້ແກ່ຄະນະຜູ້ ແທນ ສປປ ລາວ ດ້ານການກຳນົດ ແລະ ດຳເນີນນະໂຍບາຍເສດຖະ ກິດ-ສັງຄົມ, ພ້ອມທັງ ເປັນການຮັດ ແໜ້ນສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນ ສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນັ້ນ, ການ ຈັດຕັ້ງປະຕິບັດໂຄງການຄັ້ງນີ້, ຍັງ ເປັນອີກໜຶ່ງຕົວຢ່າງ ທີ່ສະທ້ອນ ໃຫ້ເຫັນການຮ່ວມມືທີ່ໃກ້ຊິດ ແລະ ເປັນຮູບປະທຳ ລະຫວ່າງ ສອງ ປະເທດ ໂດຍສະເພາະການຜັນຂະ ຫຍາຍບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ສຳລັບ ປີ 2026. ຂ່າວ-ພາບ: ກຕທ ຄະນະຜູ້ແທນລາວ...ູ້

RkJQdWJsaXNoZXIy MTc3MTYxMQ==