26/03/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ph vo,u ra doerkm5 d;Pd'ko9bj 'wfh Ia [dkora fmtok ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 5522 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງ ໂຮມຊຸມນຸມວັນດັ່ງກ່າວ ຢ່າງມີ ຄວາມໝາຍເລິກເຊິ່ງ. ໃນນັ້ນ, ໄດ້ ມີການຈັດຕັ້ງຫວນຄືນມູນເຊື້ອ ການກຳເນີດ, ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ວາງ ພວງມາລາຕໍ່ຮູບປັ້ນອະດີດການ ນຳ, ອະນຸສາວະວີນັກຮົບວິລະນານ, ມອບຫລຽນ 70 ປີ ໃຫ້ການນຳ ພັກ-ລັດ, ອະດີດການນຳພັກ-ລັດ ເມືອງຫີນເຫີບ ແຂວງວຽງຈັນ ກໍເປັນອີກເມືອງໜຶ່ງທີ່ເສດຖະກິດມີ ຂະຫຍາຍຕົວຢ່າງຕໍ່ເນື່ອງໄປຕາມ ລະບົບກົນໄກເສດຖະກິດຕະຫລາດ ຊຶ່ງອັດຕາການຂະຫຍາຍຕົວຂອງ ເສດຖະກິດຢູ່ໃນລະດັບ 6,78 ຕໍ່ ປີ ລວມຍອດລາຍຮັບພາຍໃນບັນລຸ 7 ,23 ຕື້ກີບ ຫລື ເທົ່າກັບ 27 ຂອງແຜນການ, ລາຍຮັບສະເລ່ຍຕໍ່ ຫົວຄົນ 22,53 ລ້ານກີບ ເທົ່າກັບ .024 ໂດລາສະຫະລັດ ໃນນີ້, ກະ ສິກໍາຂະຫຍາຍຕົວ 4,50 ກວມ ເອົາ 32, 6 ຂອງລວມຍອດ ຜະລິດພາຍໃນຂອງເມືອງ, ເນື້ອທີ່ ໂດຍ: ຢ່າຕົ່ງ ຢ່າງຟົດຟື້ນ, ສະແດງຮູບພາບການ ເຄື່ອນໄຫວຂອງພັກໃນໄລຍະຜ່ານ ມາເຖິງປັດຈຸບັນ. ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ ຢູ່ນະຄອນຫລວງວຽງຈັນ, ສະມາຊິກພັກຫລາຍສະຫາຍກໍ່ໄດ້ ໃຫ້ໂອກາດໃຫ້ຜູ້ສືຂ່າວໄດ້ສຳພາດ ທັດສະນະຂອງຕົນຕໍ່ການນຳພາ ຂອງພັກໃນໄລຍະ 70 ປີມານີ້. ໜຶ່ງ ໃນນີ້ ກໍ່ແມ່ນສະຫາຍ ຕູ້ຊົ່ງ ບົວສີຕົ່ງ ສື ຫົວໜ້າກົມພັດທະນາວຽກງານ ສະພາ, ກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ ສຳພາດໃນໂອກາດເຂົ້າຮ່ວມຊຸມນຸມ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ທີ່ຫໍປະຊຸມແຫ່ງຊາດວ່າ: ນັບ ແຕ່ພັກປະຊາຊົນປະຕິວັດລາວໄດ້ ມີການສ້າງຕັ້ງຂຶ້ນໃນວັນ 22 ມີນາ ປີ 55 ມາຮອດປັດຈຸບັນນີ້, ພັກ ໄດ້ນຳພາປວງຊົນລາວທັງຊາດ ຕໍ່ສູ້ກູ້ຊາດ, ປົດປ່ອຍປະເທດຊາດ ຈົນໃນທີ່ສຸດກໍ່ສາມາດປົດປ່ອຍ ປະເທດຊາດ ແລະ ກອບກູ້ເອົາຜືນ ແຜ່ນດິນອັນຄົບຖ້ວນມາສູ່ກຳມືຂອງ ປະຊາຊົນ. ຫລັງຈາກນັ້ນ, ກໍ່ໄດ້ມີ ການວາງແນວທາງປ່ຽນແປງໃໝ່ ໃນແຕ່ລະໄລຍະຕິດພັນກັບການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເຊິ່ງໜຶ່ງໃນນັ້ນອັນ ສຳຄັນທີ່ສຸດແມ່ນໄດ້ຊີ້ນຳ-ນຳພາ ວຽກງານການເມືອງແນວຄິດໃຫ້ແກ່ ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ປະຊາຊົນບັນດາເຜົ່າຕໍ່ເນື່ອງ ອັນເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້ ເຂົ້າໃຈທັງເຮັດໃຫ້ປະເທດຂອງພວກ ເຮົາມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ມີຢູ່ມີກິນມີການພັດທະນາດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວ ຕໍ່ເນື່ອງ, ພື້ນຖານໂຄງລ່າງຕ່າງໆ, ເສັ້ນທາງຄົມມະນາຄົມຂຶ້ນເໜືອລົງ ໃຕ້ໄດ້ຮັບການພັດທະນາດີຂຶ້ນເຮັດ ໃຫ້ການໄປມາສະດວກສະບາຍ (ເມື່ອທຽບໃສ່ໄລຍະກ່ອນໆ), ລູກ ຫລານຂອງປະຊາຊົນບັນດາເຜົ່າໄດ້ ເຂົ້າໂຮງຮຽນ, ຮຽນວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ ທັງ ໄດ້ປະກອບເຂົ້າເປັນພະນັກງານລັດຖະກອນຢູ່ຂັ້ນຕ່າງໆນັບແຕ່ທ້ອງ ຖິ່ນຮອດສູນກາງ ໂດຍທີ່ແນວທາງ ຂອງພັກເຮົາບໍ່ໄດ້ຈຳແນກເພດ, ເຜົ່າ ເຊິ່ງທັງໝົດນີ້ ແມ່ນຜົນງານອັນ ໃຫຍ່ຫລວງ ແລະ ແນວທາງອັນຖືກ ຕ້ອງຂອງພັກ-ລັດໃນແຕ່ລະໄລຍະ. ທ່ານ ຕູ້ຊົ່ງ ບົວສີຕົ່ງສື ກ່າວ ຕື່ມວ່າ: ພາຍໃຕ້ການນຳພາຂອງ ພັກ ເຮັດໃຫ້ປະເທດຊາດມີການ ພັດທະນາ, ມີຄວາມສະຫງົບດັ່ງທີ່ ກ່າວມານັ້ນ, ຢາກຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມ ອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ພ້ອມກັນຈັດຕັ້ງ ປະຕິບັດ, ທຳມາຫາກິນໃຫ້ຖືກ ຕາມແນວທາງນະໂຍບາຍຂອງ ພັກວາງອອກ. ພ້ອມນີ້, ບໍ່ຕ້ອງໄປ ເຊື່ອການຕົວະຍົວະຂອງກຸ່ມຄົນບໍ່ ຫວັງດີຍຸແຍ່ສ້າງຄວາມປັ່ນປ່ວນ ຂອງຄົນພາຍນອກຫວັງທຳລາຍ ຄວາມສາມັກຄີພາຍໃນປະເທດ ຂອງພວກເຮົາ; ພວກເຮົາຕ້ອງມີ ຄວາມເຊື່ອໝັ້ນຕໍ່ການນຳພາຂອງ ການນຳພັກ-ລັດຖະບານຂອງພວກ ເຮົາ, ພ້ອມກັນສ້າງສາພັດທະນາ ປະເທດຊາດໃຫ້ມີຄວາມຈະເລີນ ກ້າວໜ້າທັງເຮັດໃຫ້ປະເທດຂອງ ພວກເຮົາມີຄວາມສະຫງົບ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນກ້າວໄປສູ່ການ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວທັງຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາຕາມແນວ ທາງຂອງພັກວາງອອກ. glf4tdy f g,n v'su ogsu [ 0tspkp8q ;1j k'8gonj + v' ໂດຍ: ແກ້ວອຸດົມ ປູກເຂົ້າລວມ 3.285 ເຮັກຕາ, ຜົນ ຜະລິດໄດ້ 2.750 ໂຕນ, ສະເລ່ຍ ເຂົ້າກິນ 380 ກິໂລກຣາມຕໍ່ຄົນຕໍ່ ປີ, ການຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ 2.770 ໂຕນ, ສະເລ່ຍ 78,5 ຫາ 80 ກິໂລກຣາມຕໍ່ຄົນຕໍ່ປີ, ການ ລ້ຽງສັດ ຄວາຍມີ .4 6 ໂຕ, ງົວ . 36 ໂຕ, ໝູ .802 ໂຕ, ແບ້ .325 ໂຕ, ສັດປີກປະມານ 40 .363 ໂຕ, ການຜະລິດເປັນ ສິນຄ້າ ເຊັ່ນ: ມັນຕົ້ນຜະລິດໄດ້ 32.500 ໂຕນ ມູນຄ່າ 48,75 ຕື້ ກີບ, ໝາກເງາະ ຜະລິດໄດ້ 60 ໂຕນ, ມູນຄ່າ 28,80 ຕື້ກີບ. ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກເມືອງ, ຮອງເຈົ້າ ເມືອງໆຫີນເຫີບ ໄດ້ລາຍງານຕໍ່ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກ ເມືອງຫີນເຫີບ ຄັ້ງທີ7 ໃນວັນທີ 24 ມີນາ 2025 ນີ້ວ່າ: ສຳລັບການ ຈໍາໜ່າຍ ແລະ ເຄື່ອນຍ້າຍຊີ້ນສັດ ອອກຕ່າງເມືອງ ເຊັ່ນ: ຄວາຍ, ງົວ, ໝູ ແລະ ປາ ມີມູນຄ່າ 75 ຕື້ກີບ, ຂະແໜງອຸດສາຫະກຳຂະຫຍາຍຕົວ 8,4 ກວມເອົາ 4 ,02 , ອັນ ພົ້ນເດັ່ນແມ່ນການຂາຍນໍ້າຢາງພາ ລາ ມີມູນຄ່າເຖິງ 655,52 ຕື້ກີບ, ສິນຄ້າອຸດສາຫະກໍາ ແລະ ຫັດຖະ ກໍາ ມູນຄ່າ 3.843, 8 ຕື້ກີບ, ການ ຜະລິດແຮ່ທາດ .8 ພັນໂຕນ, ມູນຄ່າ 82,4 ຕື້ກີບ, ທຽບໃສ່ ແຜນການປະຕິບັດໄດ້ 2 3,8 ໂດຍສະເພາະຖ່ານຫີນ, ແຮ່ບຣາ ລິດ, ຫີນປູນ, ດິນຊາຍພູ, ດິນໜຽວ ແດງ, ປຸງແຕ່ງແຮ່ສັງກະສີ, ກາກ ຫີນ ແລະ ອື່ນໆ, ມີ 2 ຫົວໜ່ວຍ ພະລັງງານ ແລະ ການຊົມໃຊ້ໄຟ ຟ້າກວມ 00 ໃນທົ່ວເມືອງ. ສ່ວນຂະແໜງບໍລິການຂະຫຍາຍ ຕົວ 6,6 ກວມເອົາ 26,02 , ຈໍລະຈອນສິນຄ້າຂາຍຍົກ-ຂາຍ ຍ່ອຍ ປະຕິບັດໄດ້ 304,3 ຕື້ ກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 4,60 , ຕິດຕາມບັນຊີຄຸ້ມຄອງ ລາຄາສິນຄ້າໝວດເຄື່ອງກໍ່ສ້າງ, ສະບຽງອາຫານ, ນ້ຳມັນເຊື້ອໄຟ, ອາຍແກÐ ດ, ສິນຄ້າຮັບໃຊ້ກະສິກຳ ແລະ ຢາປົວພະຍາດ. ການນໍາເຂົ້າ-ສົ່ງອອກສິນຄ້າ ປະຕິບັດໄດ້ 73 ,37 ຕື້ກີບ ໃນ ນັ້ນ, ແປ້ງມັນຕົ້ນມູນຄ່າ 5,35 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ ,5 , ຢາງພາລາດິບ ມູນຄ່າ 560,20 ຕື້ ກີບ, ເພີ່ມຂຶ້ນ 2 , ຢາງພາລາອົບ ແຫ້ງ ມູນຄ່າ 7, ລ້ານໂດລາ, ເພີ່ມຂຶ້ນ 2 . ການທ່ອງທ່ຽວມີ 35 ຫົວໜ່ວຍທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 7 , ນັກທ່ອງທ່ຽວ ມາພັກເຊົາ 26.277 ເທື່ອຄົນ, ສ້າງລາຍຮັບ 6 ຕື້ກີບ. ການສ້າງ ລາຍຮັບເຂົ້າງົບປະມານປະຕິບັດ ໄດ້ 8,32 ຕື້ກີບ, ເທົ່າກັບ 56 ຂອງແຜນການ ແລະ ລະດົມເງິນ ຝາກໄດ້ 230,23 ຕື້ກີບ. ສ່ວນການລົງທຶນຕ່າງໆຢູ່ພາຍ ໃນເມືອງ ມີ 6 ໂຄງການ, ມູນຄ່າ 725, ຕື້ກີບ ໃນນີ້, ທຶນຂອງລັດ ມູນຄ່າ 67,75 ຕື້ກີບ, ທຶນຂອງຕ່າງ ປະເທດ (ODA) ຍາດແຍ່ງທຶນ ຊ່ວຍເຫລືອຈາກອົງການຕ່າງໆ 54 ໂຄງການ, ມູນຄ່າ 23, ຕື້ກີບ, ທຶນຂອງປະຊາຊົນ (FDI) ມີ 28 ໂຄງການ, ມູນຄ່າ 48 ,72 ຕື້ກີບ, ທຶນກູ້ຢືມທະນາຄານ, ທຶນປະຊາຊົນ ແລະ ກອງທຶນຕ່າງໆ 38,62 ຕື້ກີບ. າ¤ອ າ¤ອ
RkJQdWJsaXNoZXIy MTc3MTYxMQ==