6095

26/03/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນາຍົກ... ຕໍ່າ‹ໜ້າ ສປປ ລາວ ຢ່າງເປັນທາງການ ໃນ ລະຫວ່າງວັນທີ 23-26 ມີນານີ້. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງ ຕໍ່ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ແລະ ຄະນະຜູ້ແທນ ທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍ ສະເພາະ ເຂົ້າຮ່ວມກອງປະຊຸມວ່າ ດ້ວຍການຮ່ວມມືສອງຝ່າຍ ປະຈຳ ປີ 2025 ລະຫວ່າງ ກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນແຫ່ງ ຣາຊະອານາຈັກກໍາປູເຈຍ, ຖືເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີອັນເປັນມູນເຊື້ອ ທີ່ມີມາ ແຕ່ດົນນານ ແລະ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນ ຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໃນໄລຍະຜ່ານ ມາ ເຊິ່ງການນຳຂັ້ນຕ່າງໆ ໄດ້ ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກ ກະຕິ. ໃນໂອກາດດຽວກັນ, ທ່ານ ອະ ພິສັນຕິບັນດິດ ຊໍ່ ສົກຂາ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ຂອງທ່ານ ສອນ ໄຊ ສີພັນດອນ ແລະ ພາກສ່ວນ ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ຈຸດປະສົງ ຂອງການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວຮັບ ຊາບ. ຂ່າວ: ກິດຕາ ພາບ: ຂັນໄຊ c9h '0j k;,= ]totde ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບ ຄໍາເຫັນ ແລະ ພິຈາລະນາເຫັນດີ ດ້ານຫລັກການ ຮັບຮອງເອົາບັນ ດາຫົວຂໍ້ສໍາຄັນ ຄື: ວາລະທີ : ສະ ຫລຸບວຽກງານພົ້ນເດັ່ນປະຈໍາເດືອນ ມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງ ລັດຖະບານ ຕິດພັນກັບການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະ ກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ, ການແກ້ໄຂບັນຫາ ໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິບັດ ມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 53 ສພຊ, ລົງວັນທີ 2 ທັນວາ 2024 ວ່າດ້ວຍການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການ ລົງທຶນຂອງລັດ ປີ 2025 ແລະ ມະຕິຂອງສະພາແຫ່ງຊາດ ສະບັບ ເລກທີ 54 ສພຊ, ລົງວັນທີ 2 ທັນວາ 2024 ວ່າດ້ວຍການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702 ນຍ, ລົງວັນທີ 25 ທັນວາ 2024 ວ່າ ດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ປະຈຳປີ 2025 ແລະ ແຜນ ການແກ້ໄຂຜົນການກວດກາ-ກວດ ສອບ ປະຈຳໄຕມາດ ປີ 2025 ແລະ ການລາຍງານ ກ່ຽວກັບການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ ປີ 2025, ໃນນັ້ນ ກອງປະຊຸມເຫັນວ່າ: ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາ ວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາ ມະຕິສະພາແຫ່ງຊາດ, ແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະ ມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາ ເດືອນກຸມພາ 2025 ສໍາເລັດຫລາຍ ດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກ ສາໄດ້ສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ການເກັບ ລາຍຮັບເຂົ້າງົບປະມານ ສາມາດ ປະຕິບັດໄດ້ 6.200 ກວ່າຕື້ກີບ, ເທົ່າກັບ 6,0 ຂອງແຜນງວດ , ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂຶ້ນ 54,2 ; ການ ຄວບຄຸມອັດເງິນເຟີ້ຫລຸດລົງຈາກ 2,7 ໃນເດືອນກຸມພາ ເປັນ ,2 ໃນເດືອນມີນາ (ສະເລ່ຍ ໄຕມາດ ປະມານ 3,2 ); ສາ ມາດເພີ່ມຄັງສໍາຮອງເງິນຕາຕ່າງ ປະເທດ ຢ່າງຕໍ່ເນື່ອງ ກຸ້ມການນຳ ເຂົ້າ ຈາກ 5,6 ເດືອນ ໃນເດືອນກຸມ ພາ ມາເປັນ 6, 5 ເດືອນ ໃນເດືອນ ມີນາ; ການຄຸ້ມຄອງລາຍຮັບ ຈາກ ການສົ່ງອອກ ຜ່ານລະບົບທະນາ ຄານ ບັນລຸ 70,7 . ນອກນັ້ນ, ການເກັບກູ້ຜົນຜະລິດລະດູແລ້ງ, ການປັບປຸງ ແລະ ກໍ່ສ້າງໂຄງລ່າງ ດ້ານຫລັກການ ຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 7 ສະບັບຄື: ຮ່າງ ຍຸດທະສາດ ພັດທະນາໂທລະຄົມມະ ນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040; ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍ ວ່າດ້ວຍອາກອນ ລາຍໄດ້ (ສະບັບປັບປຸງ); ຮ່າງ ກົດໝາຍ ວ່າດ້ວຍປ້າຍ; ຮ່າງກົດ ໝາຍວ່າດ້ວຍຢາ ແລະ ຜະລິດຕະ ພັນການແພດ; ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບ ປັບປຸງ); ຮ່າງກົດໝາຍ ວ່າດ້ວຍ ສາມັນສຶກສາ. ກອງປະຊຸມໄດ້ຊີ້ ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາ ເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳ ເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳ ໃຊ້ຄຳສັບ, ຊື່ຂອງບາງນິຕິກຳ, ການກຳນົດອັດຕາອາກອນຕ່າງໆ, ການກຳນົດເນື້ອໃນ ໃຫ້ຄົບຖ້ວນ ສົມບູນ, ລະອຽດ-ຈະແຈ້ງ, ຮັດ ກຸມ, ສອດຄ່ອງກັບສະພາບ ການ ຂະຫຍາຍຕົວທາງດ້າເສດຖະກິດສັງຄົມ ກໍຄື ກົດໝາຍ ແລະ ນິຕິ ກໍາກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ ແລ້ວ ເປັນຕົ້ນ ລັດຖະທໍາມະນູນ (ສະບັບປັບປຸງ), ກົດໝາຍວ່າ ດ້ວຍອົງການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ແລະ ກົດໝາຍ ອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນ ເມື່ອປະກາດນໍາໃຊ້ແລ້ວ ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບແລະ ປະສິດທິຜົນ. ນອກນັ້ນ, ຕໍ່ຮ່າງກົດໝາຍ ວ່າດ້ວຍອາກອນ ລາຍໄດ້(ສະບັບປັບປຸງ)ພາຍຫລັງ ປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານແລ້ວ ແມ່ນໃຫ້ນໍາໄປຈັດສໍາມະນາລະດົມ ຄວາມຄິດເຫັນຈາກພາກສ່ວນ ຕ່າງໆເພີ່ມຕື່ມ ເພື່ອໃຫ້ມີເນື້ອໃນ ສອດຄ່ອງ ແລະ ຄົບຖ້ວນສົມບູນ. ສຳລັບວຽກຈຸດສຸມຂອງລັດ ຖະບານ ໃນເດືອນເມສານີ້, ລັດຖະ ບານ ຈະຕ້ອງໄດ້ສືບຕໍ່ບຸກບືນຜ່ານ ຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ຍູ້ ແຮງການຈັດຕັ້ງປະຕິບັດຄາດ ໝາຍ ແລະ ວຽກງານຈຸດສຸມ ທີ່ ໄດ້ກໍານົດໃນມະຕິກອງປະຊຸມ ສະ ໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ດຳລັດ ສະບັບເລກທີ 702 ນຍ, ລົງວັນ ທີ 25 ທັນວາ 2024 ວ່າດ້ວຍການ ກຳນົດໜ້າວຽກ ແລະ ການແບ່ງ ຄວາມຮັບຜິດຊອບ ໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025; ສືບຕໍ່ຈັດຕັ້ງ ປະຕິບັດສອງວາລະແຫ່ງຊາດ ຕິດ ພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ສັງຄົມ ໃຫ້ ປະສົບຜົນສໍາເລັດ ແລະ ເປັນຮູບປະ ທໍາ. ໃນນັ້ນ, ໄດ້ເນັ້ນວຽກງານຈຸດ ສຸມຕົວຈິງຈຳນວນໜື່ງຄື: ສືບຕໍ່ຈັດຕັ້ງປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ ໂດຍ ສຸມໃສ່ຮັກສາຄວາມສະຫງົບຕາມ ແລວຊາຍແດນ, ແກ້ໄຂບັນຫາປະ ກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການ ຄ້າມະນຸດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາ ອຸບັດເຫດ ຕາມທ້ອງຖະໜົນ, ອັກຄີ ໄພ ແລະ ບັນຫາອື່ນໆ ໃຫ້ຫລຸດ ໜ້ອຍຖອຍລົງ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນ ຂອງກອງປະຊຸມ ຄົບຄະນະ ສະໄໝ ວິສາມັນ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ແລະ ຜົນ ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໂດຍສະເພາະໃຫ້ຮີບຮ້ອນປັບປຸງ ກົງຈັກການຈັດຕັ້ງ ເປັນຕົ້ນ ການ ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາ ກະຊວງທີ່ໂຮມເຂົ້າກັນ ເປັນຕົ້ນ ການຊັບຊ້ອນບັນດາກົມ, ການຊັບ ຊ້ອນພະນັກງານ ເພື່ອໃຫ້ສາມາດ ດຳເນີນກອງປະຊຸມໃຫ່ຍແຕ່ລະ ຂັ້ນໃຫ້ສຳເລັດຕາມກຳນົດເວລາ. ພ້ອມກັນນີ້, ກໍກະກຽມບັນດາເນື້ອ ໃນເອກະສານ, ບັນດາຮ່າງກົດ ໝາຍ ທີ່ຈະນໍາເຂົ້າພິຈາລະນາ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ຫົວທີ. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ທິດ ຊີ້ນຳຂອງກົມການເມືອງສູນກາງ ພັກ ກ່ຽວກັບການແກ້ໄຂບັນຫາ ເຄັ່ງຮ້ອນທາງດ້ານເສດຖະກິດການເງິນ ໃນເດືອນຜ່ານມາ ໂດຍ ໃຫ້ສຸມໃສ່ການແກ້ໄຂໜີ້ສິນ; ການ ແກ້ໄຂບັນຫາສິນຄ້າເຖື່ອນ; ບັນຫາ ຫາງສຽງຂອງປະຊາຊົນ ກ່ຽວກັບ ລາຄາໄຟຟ້າ; ບັນຫາໄຟຟ້າຕົກ, ໄຟຟ້າດັບ ແລະ ນໍ້າປະປາບໍ່ມາ ຫລື ບໍ່ພໍໃຊ້; ການຊຸກຍູ້ການຜະລິດ ພາຍໃນໃຫ້ເຂັ້ມແຂງ ແລະ ຈຳກັດ ການນຳເຂົ້າສິນຄ້າ ທີ່ພາຍໃນຜະ ລິດໄດ້; ການສ້າງສະພາບແວດ ລ້ອມໃນການສົ່ງເສີມການລົງທຶນ. ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກ ລົງຂອງນາຍົກລັດຖະມົນຕີ ກ່ຽວ ກັບ ການນຳໃຊ້ເງິນເກັບລາຍຮັບ ເກີນແຜນປະຈຳປີ2024 ຂອງທ້ອງ ຖິ່ນ ໃຫ້ໄດ້ຮັບຜົນດີ ໂດຍໃຫ້ບັນດາ ອົງການປົກຄອງແຂວງ ແລະ ນະ ຄອນຫລວງວຽງຈັນ ຄົ້ນຄວ້າຈັດ ລຽງບຸລິມະສິດຕາມເປົ້າໝາຍທີ່ ໄດ້ກຳນົດໄວ້, ໃຫ້ມີຄວາມເປັນເອ ກະພາບ, ມີການຮັບຮອງຂອງສະ ພາປະຊາຊົນແຂວງ ແລະ ນະຄອນ ຫລວງວຽງຈັນ,ພ້ອມທັງໃຫ້ມີການ ຕິດຕາມ, ກວດກາການຈັດຕັ້ງ ປະຕິບັດ ຈາກກະຊວງການເງິນ. ສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍ ຮັບງົບປະມານແຫ່ງຊາດ ຕາມ ຄຳສັ່ງເລກທີ 8 ນຍ, ລົງວັນທີ 6 ກັນຍາ 202 ໃຫ້ແຂງແຮງກວ່າ ເກົ່າ ແລະ ເຮັດໃຫ້ການຄຸ້ມຄອງການ ເກັບລາຍຮັບມີຄວາມຮັບປະກັນ, ຖືກຕ້ອງ ແລະ ຄົບຖ້ວນ ໂດຍສຸມໃສ່ ເກັບລາຍຮັບຈາກຖານລາຍຮັບທີ່ ມີແລ້ວ ແລະ ການຫັນໄປສູ່ລະບົບ ການເກັບລາຍຮັບແບບທັນສະໄໝ. ສືບຕໍ່ໂຄສະນາເຜີຍແຜ່ ລະບຽບ ການໃນການຄຸ້ມຄອງບັນຊີເງິນ ຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ ຕາມຂໍ້ຕົກລົງຂອງທະນາ ຄານແຫ່ງ ສປປ ລາວ ສະບັບເລກທີ 55 ທຫລ ໃຫ້ຫລາຍຂຶ້ນ ແລະ ກວ້າງຂວາງກວ່າເກົ່າ ເພື່ອສ້າງ ຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິ ບາຍໃຫ້ຈະແຈ້ງ, ຊັດເຈນ ແນໃສ່ ສົ່ງເສີມການນຳໃຊ້ເງິນກີບ, ຫລຸດ ຜ່ອນການແລກປ່ຽນເງິນຕາຕ່າງ ປະເທດ ຢ່າງຊະຊາຍ ແລະ ເຮັດ ໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍ ທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍ ໂອກາດຂຶ້ນລາຄາສິນຄ້າ, ຄ່າອາ ຫານ ແລະ ຄ່າບໍລິການຕ່າງໆ ໂດຍບໍ່ມີເຫດຜົນ; ເອົາໃຈໃສ່ຊີ້ນໍາ ການຮັກສາຄວາມສະຫງົບ, ຄວາມ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີ ການແບ່ງຄວາມຮັບຜິດຊອບ ໃນ ການຕິດຕາມກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະ ຫລອດໄລຍະຫລິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ ຢ່າງປົກກະຕິ; ໃຫ້ຈັດສັນເສັ້ນທາງ ການຈະລາຈອນລົດ ໃຫ້ມີຄວາມ ສະດວກໃນການສັນຈອນ ແລະ ມີ ຄວາມປອດໄພ, ພ້ອມນັ້ນ ກໍໃຫ້ ເພີ່ມທະວີການໂຄສະນາເຜີຍແຜ່ ກົດລະບຽບຈະລາຈອນ ຜ່ານສື່ ໂທລະພາບ, ວິທະຍຸ ແລະ ສື່ສັງຄົມ ອອນລາຍຕ່າງໆ ເພື່ອສ້າງຈິດ ສໍານຶກໃຫ້ທົ່ວສັງຄົມຫລິ້ນບຸນ ປີໃໝ່ຢ່າງເບີກບານມ່ວນຊື່ນ, ມີ ສະຕິ ແລະ ເຄົາລົບກົດລະບຽບຈະ ລາຈອນ ເພື່ອປ້ອງກັນການເກີດ ອຸບັດເຫດ, ໃຫ້ມີຄວາມເປັນລະ ບຽບຮຽບຮ້ອຍຕາມຖະໜົນຫົນ ທາງ, ຫລຸດຜ່ອນການສັນຈອນແອ ອັດ; ໃຫ້ເພີ່ມທະວີການໂຄສະນາ ການເປັນເຈົ້າພາບທີ່ດີ ແລະ ກຳນົດ ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ມີ ຄວາມພ້ອມບໍລິການນັກທ່ອງທ່ຽວ ລວມທັງການກໍານົດສະຖານທີ່ຈະ ຈັດງານບຸນປີໃໝ່ລາວ ຂອງແຕ່ລະ ແຂວງ ໃຫ້ມີຄວາມເໝາະສົມ ເພື່ອ ກະກຽມຕ້ອນຮັບນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ, ພ້ອມ ທັງປະຊາສໍາພັນ ໃຫ້ປະຊາຊົນໃນ ທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫລີມສະຫລອງ ບຸນປີໃໝ່ປະຈໍາຊາດ ໃຫ້ຖືກຕ້ອງ ແລະສອດຄ່ອງກັບວັດທະນະທໍາຮີດ ຄອງປະເພນີອັນດີງາມຂອງຊາດ. ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສືບ ຕໍ່ຕິດຕາມ ແລະ ຈັດຕັ້ງປະຕິບັດ ຄຳສັ່ງເລກທີ ນຍ, ການຄຸ້ມ ຄອງ ຕິດຕາມເຝົ້າລະວັງ, ສະກັດ ກັ້ນ ແລະ ປ້ອງກັນ ການບຸກລຸກ ປ່າໄມ້ ແລະ ໄຟໄໝ້ລາມປ່າ ທີ່ ເກີດຈາກການຜະລິດກະສິກຳ ຢ່າງ ເຂັ້ມງວດ; ພ້ອມກັນນັ້ນ ກໍສືບຕໍ່ ຕິດຕາມເຝົ້າລະວັງ ສະພາບການ ປ່ຽນແປງດິນຟ້າອາກາດ ເພື່ອ ກະກຽມຄວາມພ້ອມໃນການຕ້ານ ໄພແຫ້ງແລ້ງ ແລະ ສືບຕໍ່ປ້ອງກັນ, ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະ ພາບ, ຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ຕິດຕາມເຝົ້າລະວັງການ ລະບາດຂອງພະຍາດສັດຕູພືດຕາມ ລະດູການ. ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການ ຮ່ວມມືທະວິພາຄີ ລາວ-ຫວຽດ ນາມ, ຜົນຂອງກອງປະຊຸມສຸດ ຍອດລັດຖະບານໂລກ, ຜົນການ ຢ້ຽມຢາມຣາຊະອານາຈັກໄທ. ສືບ ຕໍ່ກະກຽມໃຫ້ທ່ານເລຂາທິການ ໃຫຍ່, ປະທານປະເທດ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ໄຊຊະນະສົງຄາມປົກປ້ອງປິຕິພູມ ຂອງຣັດເຊຍ ແລະ ທ່ານ ນາຍົກ ລັດຖະມົນຕີ ໄປຮ່ວມກອງປະຊຸມ ໂບອ່າວ ທີ່ ສປ ຈີນ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອ ການເຕີບໂຕສີຂຽວ ແລະ ເປົ້າໝາຍ ສາກົນ 2030 ທີ່ຮ່າໂນ້ຍ, ສສ ຫວຽດນາມ. ພ້ອມນີ້, ກະກຽມຕ້ອນ ຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຜູ້ນໍາປະ ເທດເພື່ອນມິດ. ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາ ແຜນວຽກຈຸດສຸມເດືອນເມສາ ໄປ ປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດ ວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະ ລາກອນແຕ່ລະຂັ້ນ, ມີຄາດໝາຍ ເວລາສຳເລັດຊັດເຈນ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງ. ພາບ: ກົມປະຊາສໍາພັນ ຫສຍນ ຫລາຍຂຶ້ນ. ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 06 ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກ ຂ້ອນ, ຫີນ ແລະ ຊາຍຕາມບັນດາ ສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມ ຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງ ການລັດທຽບເທົ່າກະຊວງ, ເຈົ້າ ຄອງນະຄອນຫລວງວຽງຈັນ, ບັນ ດາເຈົ້າແຂວງໃນທົ່ວປະເທດ ກຳ ແໜ້ນຄຳສັ່ງ ພ້ອມທັງຂະຫຍາຍ ອອກເປັນໜ້າວຽກລະອຽດ ຕາມ ຄວາມຮັບຜິດຊອບຂອງຕົນໂດຍ ໄວ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມ ງວດ ແລະ ໃຫ້ມີປະສິດທິຜົນ. ກໍລະ ນີຂະແໜງການໃດ ຫລື ທ້ອງຖິ່ນໃດ ລະເມີດຄຳສັ່ງ ແມ່ນໃຫ້ຄະນະນຳ ຂອງຂະແໜງການນັ້ນຫລືທ້ອງຖິ່ນ ນັ້ນ ຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການຕ່າງໆ ທີ່ກຳນົດໄວ້. ສຸມໃສ່ຊຸກຍູ້ບັນດາໂຄງການ ກໍ່ສ້າງເສັ້ນທາງ ເປັນຕົ້ນ ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງ ຈັນ-ບໍ່ເຕ່ນ (ໂດຍສະເພາະຊ່ວງທີ 4), ໂຄງການເສັ້ນທາງເລກທີ 2 ແລະ ເສັ້ນທາງເຂົ້າສູ່ສະຖານທີ່ ທ່ອງທ່ຽວຕ່າງໆ. ສືບຕໍ່ແກ້ໄຂບັນຫາພາຫະນະນຳ ເຂົ້າບໍ່ຖືກຕ້ອງ, ນໍາໃຊ້ບໍ່ຖືກເປົ້າ ໝາຍ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ ແລະ ໃຫ້ສຳເລັດໄວ; ສືບຕໍ່ປະຕິບັດດໍາລັດ ວ່າດ້ວຍລົດ ຂອງລັດ ສະບັບເລກທີ 5 ລບ, ລົງວັນທີ 2 ກັນຍາ 202 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດ ຂອງລັດ ສະບັບເລກທີ 6 ນຍ, ລົງວັນທີ 28 ທັນວາ 2023 ຕາມທີ່ ໄດ້ຊີ້ນໍາໃນແຈ້ງການ ສະບັບເລກທີ 478 ຫສນຍ, ລົງວັນທີ 2 ມີນາ 2025. ເດືອນເມສາຂອງທຸກໆປີ ປະຊາ ຊົນລາວບັນດາເຜົ່າ ແມ່ນຈະໄດ້ ສະເຫລີມສະຫລອງບຸນປີໃໝ່ລາວ, ສຳລັບປີໃໝ່ລາວພສ2568ນີ້ແມ່ນ ຖືກວັນທີ 4- 6 ເມສາ 2025 (ກົງກັບວັນຈັນ, ອັງຄານ ແລະ ວັນພຸດ), ສະນັ້ນ ໃຫ້ບັນດາກະຊວງ ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນ ເອົາໃຈໃສ່ຊຸກຍູ້, ສົ່ງເສີມ ການຜະລິດສະບຽງອາຫານ, ການ ສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງ ການຂອງສັງຄົມ, ພ້ອມທັງຕິດ ຕາມ, ກວດກາ ແລະ ຄຸ້ມຄອງລາຄາ ສິນຄ້າ ໃນທ້ອງຕະຫລາດ ລວມ ທັງຄ່າບໍລິການຕ່າງໆ ເປັນຕົ້ນ ຄ່າ ໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານ ຜົນກອງປະຊຸມ... ຕໍ່າ‹ໜ້າ ພື້ນຖານ, ການອອກໃບຕາດິນ, ການພັດທະນາສີມືແຮງງານ, ການ ແກ້ໄຂບັນຫາຂາດແຄນຄູ, ການ ປະຕິບັດຄຳຕັດສິນຂອງສານ, ການ ອະນຸມັດປ່ອຍສິນເຊື່ອ ເພື່ອກະຈາຍ ແຫລ່ງທຶນສູ່ທ້ອງຖິ່ນ, ການຈັດຕັ້ງ ຜັນຂະຫຍາຍວຽກງານການຕ່າງ ປະເທດ ແລະ ວຽກງານອື່ນໆ ກໍ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ. ກອງປະຊຸມ, ໄດ້ຊີ້ນໍາໃຫ້ຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມ ຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມໃນຕໍ່ໜ້າ ໄດ້ຮັບ ການຈັດຕັ້ງປະຕິບັດເປັນຮູບປະ ທໍາ ດ້ວຍຄວາມຮັບຜິດຊອບສູງ ກວ່າເກົ່າ ໂດຍສຸມໃສ່ແກ້ໄຂບັນດາ ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍຕ່າງໆ ທີ່ເປັນສິ່ງອຸດຕັນ-ກີດ ຂວາງ ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ໃນຂົງເຂດທີ່ຕົນຮັບຜິດ ຊອບ, ຮັບປະກັນໄດ້ສະຖຽນລະ ພາບທາງດ້ານການເມືອງ ຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ, ເສດຖະກິດມີສະຖຽນ ລະພາບ-ໝັ້ນທ່ຽງ, ຕົວເລກເສດຖະ ກິດ ເຕີບໂຕໃນທິດທາງທີ່ດີຂຶ້ນ. ຕໍ່ ການແກ້ໄຂປະກົດການຫຍໍ້ທໍ້ໃນ ສັງຄົມ ປະຈໍາໄຕມາດ ປີ 2025 ກອງປະຊຸມເຫັນວ່າມີຜົນສໍາເລັດ ຫລາຍດ້ານ, ແຕ່ກໍຍັງມີຫລາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ຢ່າງຕັ້ງໜ້າ ໃນ ການປ້ອງກັນສະກັດກັ້ນ ແລະ ແກ້ ໄຂ, ຈຶ່ງໄດ້ຊີ້ນໍາ ໃຫ້ກະຊວງປ້ອງ ກັນຄວາມສະຫງົບ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງ ປະຕິບັດບັນດາມາດຕະການປ້ອງ ກັນ, ສະກັດກັ້ນ ແລະ ການແກ້ໄຂ ບັນຫາຢາເສບຕິດ ແລະ ປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ ຫລຸດໜ້ອຍຖອຍລົງ; ສືບຕໍ່ແກ້ໄຂ ບັນຫາຄໍເຊັນເຕີ ດ້ວຍຫລາຍຮູບ ການ-ຫລາຍວິທີ ໂດຍໃຫ້ປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການ ແຈ້ງຂໍ້ມູນຫລາຍຂຶ້ນ ເພື່ອເປັນຫູ ເປັນຕາຊ່ວຍເຈົ້າໜ້າທີ່ລັດ, ທັງສົມ ທົບ-ຮ່ວມມືກັບປະເທດເພື່ອນມິດ ສ້າງແຜນການປາບປາມ-ກວາດ ລ້າງກຸ່ມແກ້ງດັ່ງກ່າວ ໃຫ້ໝົດໄປ; ສຸມໃສ່ສ້າງແຜນຍຸດທະສາດໃນ ການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໂດຍ ໃຫ້ກຳນົດເປັນແຜນວຽກວິຊາສະ ເພາະ ເປັນອັນລະອຽດ, ພ້ອມທັງ ສຸມໃສ່ວຽກງານໂຄສະນາ ເຂົ້າເຖິງ ເປົ້າໝາຍຕົວຈິງກັບທີ່, ໂຄສະນາ ຜ່ານສື່ອອນລາຍ, ໂທລະພາບ, ວິທະ ຍຸ ແລະ ສື່ອື່ນໆ ໃຫ້ກວ້າງຂວາງ ທົ່ວເຖິງກວ່າເກົ່າ ແລ້ວສະຫລຸບ ລາຍງານຜົນການຈັດຕັ້ງປະຕິບັດ ຕໍ່ລັດຖະບານ ເປັນແຕ່ລະໄລຍະ. ວາລະທີ 2 ກອງປະຊຸມເຫັນດີ

RkJQdWJsaXNoZXIy MTc3MTYxMQ==