lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/03/2025 xtgmf]k; ເຜີຍແຜ່ການເຄື່ອນໄຫວ... ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍ ໃຕ້ຫົວຂໍ້ “ແຜນງານພັດທະນາຂະ ແໜງພະລັງງານ ສໍາລັບການປ່ອຍ ແກັສເຮືອນແກ້ວສຸດທິເປັນສູນຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ ສາກົນທີ່ບໍ່ສັງກັດລັດຖະບານ ໂດຍ ມີບັນດາວິທະຍາກອນຈາກກະຊວງ ການຕ່າງປະເທດ, ກະຊວງອຸດ ສາຫະກຳ ແລະ ການຄ້າ ແລະ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຂຶ້ນນຳສະເໜີ ແລະ ແລກປ່ຽນບົດຮຽນໃນກອງ ປະຊຸມ. ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໃຫ້ຮູ້ກ່ຽວກັບການດຳເນີນການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາ ຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນ ພາກພື້ນ ແລະ ສາກົນ ແລະ ບັນດາ ສິ່ງທ້າທາຍຕ່າງໆ ໃນໄລຍະທີ່ສປປ ລາວ ຮັບໜ້າທີ່ເປັນປະທານອາ ຊຽນ ໃນປີ 2024 ຈົນເຖິງປັດຈຸ ບັນ. ພ້ອມນີ້, ທ່ານຮອງລັດຖະມົນ ຕີ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໂດຍສະເພາະ ການປະກອບສ່ວນອັນສໍາຄັນຂອງ ບັນດາອະນຸກໍາມະການຕ່າງໆ ພາຍ ໃຕ້ຄະນະກຳມະການຊີ້ນຳລະດັບ ຊາດ ເພື່ອກະກຽມ ແລະ ດຳເນີນ ການເປັນປະທານອາຊຽນຂອງ ສປປ ລາວ, ລວມທັງບັນດາແຂວງ ທົ່ວປະເທດ ໂດຍພາຍໃຕ້ການນໍາ ພາ-ຊີ້ນໍາ ຢ່າງໃກ້ຊິດຂອງການ ນຳພັກ-ລັດ ທີ່ໄດ້ກະກຽມຄວາມ ພ້ອມ ແລະ ຮ່ວມກັນເປັນເຈົ້າພາບ ທີ່ດີ ໃນຖານະການເປັນປະທານອາ ຊຽນ ຈົນເຮັດໃຫ້ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ບັນດານັກວິທະຍາກອນ ທີ່ ຕາງໜ້າຈາກ 3 ເສົາຄໍ້າປະຊາຄົມ ອາຊຽນ ຄື: ເສົາຄໍ້າປະຊາຄົມກາ ເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາ ຊຽນ ແລະ ເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ກໍໄດ້ ນຳສະເໜີກ່ຽວກັບຜົນສໍາເລັດການ ດຳເນີນ ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ພາຍໃຕ້ ແຕ່ລະເສົາຄໍ້າ, ໝາກຜົນຂອງກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ແລະ ບັນດາກອງ ປະຊຸມສຸດຍອດທີ່ກ່ຽວຂ້ອງ. ນອກ ຈາກນີ້, ວິທະຍາກອນຈາກບັນດາ ກົມກ່ຽວຂ້ອງຂອງກະຊວງການ ຕ່າງປະເທດ ໄດ້ນຳສະເໜີກ່ຽວກັບ ການເຄື່ອນວຽກງານການຕ່າງປະ ເທດ ພາຍໃຕ້ໜ້າວຽກຮັບຜິດຊອບ ຂອງຕົນ ເປັນຕົ້ນ ວຽກງານການ ພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດ, ວຽກງານຊາຍແດນ, ວຽກງານກົງສຸນ ແລະ ການຄຸ້ມ ຄອງອົງການຈັດຕັ້ງສາກົນທີ່ບໍ່ ສັງກັດລັດຖະ ບານ ເຊິ່ງເປັນວຽກທີ່ ຕິດພັນກັບປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ. ບັນດາ ຫົວຂໍ້ດັ່ງກ່າວ ແມ່ນໄດ້ຮັບຄວາມ ສົນໃຈຈາກບັນດາຜູ້ເຂົ້າຮ່ວມ ຈາກ ພະແນກການຕ່າງໆ ຂອງບັນດາ ແຂວງພາກກາງ-ພາກໃຕ້ ແລະ ມີການປະກອບຄໍາຄິດເຫັນຢ່າງມີ ເນື້ອໃນ ແລະ ກົງໄປກົງມາ ພ້ອມ ທັງແລກປ່ຽນ ຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ບັນດາຂໍ້ສະເໜີໃນການ ເຄື່ອນໄຫວວຽກງານການຕ່າງ ປະເທດຂອງຕົນ. ຂ່າວ-ພາບ: ກຕທ ສາກົນ ກ່ຽວກັບການຄຸ້ມຄອງ, ການບັງຄັບໃຊ້ກົດໝາຍ, ຕຸລາການ ແລະ ການຮ່ວມມືລະຫວ່າງປະເທດ ທາງອາຍາ” ໃນວັນທີ 25-26 ມີນາ 2025 ຢູ່ນະຄອນຫລວງວຽງ ຈັນ ໃຫ້ກຽດເຂົ້າຮ່ວມເປີດຊຸດຝຶກ ອົບຮົມໂດຍ ທ່ານ ສະເຫລີມໄຊ ກົມ ມະສິດ ຮອງນາຍົກລັດຖະມົນຕີ, ຜູ້ ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງ ປະເທດ, ທັງເປັນປະທານຄະນະ ກໍາມະການແຫ່ງຊາດ ເພື່ອຕ້ານ ການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ, ມີບັນ ດາທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງ ພັກ, ລັດ, ອົງການຈັດຕັ້ງ ສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຄຳເພັດ ສົມວໍລະຈິດ ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ກອງປະ ຊຸມໃນຄັ້ງນີ້, ເພື່ອສ້າງຄວາມຮັບ ຮູ້ກ່ຽວກັບອົງການຕ້ານການຟອກ ເງິນ ແລະ ການສະກັດກັ້ນ-ຕ້ານ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ ໂດຍສະເພາະບົດຮຽນ ຂອງຕ່າງປະເທດກ່ຽວກັບການນຳ ເອົາປະເທດອອກຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນ ໂດຍໄດ້ເຊື້ອເຊີນຜູ້ຊ່ຽວຊານ ທັງ ພາຍໃນ ແລະ ຕ່າງປະເທດ, ອົງ ການຈັດຕັ້ງສາກົນມາແລກປ່ຽນ ບົດຮຽນ ໂດຍມີພະນັກງານຂັ້ນກົມ ລົງມາ ໃນຂັ້ນສູນກາງ ແລະ ທ້ອງ ຖິ່ນຄື: ອົງການໄອຍະການປະຊາ ຊົນ, ທະນາຄານ ແຫ່ງ ສປປ ລາວ, ສານປະຊາຊົນ, ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ, ສໍາ ນັກງານປະທານປະເທດ, ຂະແໜງ ການກວດສອບ, ແຜນການ ແລະ ການລົງທຶນ, ພາຍໃນ, ປ້ອງກັນ ຄວາມສະຫງົບ, ຕ່າງປະເທດ, ການເງິນ, ອຸດສາຫະກໍາ-ການຄ້າ, ກະສິກໍາ-ປ່າໄມ້, ຍຸຕິທໍາ, ກວດກາ ລັດ, ມະຫາວິທະຍາໄລ, ສະພາ ທະນາຍຄວາມ ແລະ ຂະແໜງການ ອື່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນ ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນໃນແຕ່ລະບັນ ຫາ ດ້ວຍຄວາມຮັບຜິດຊອບສູງ, ສ້າງສັນ, ມີປະໂຫຍດສູງສຸດ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ ມາໝູນໃຊ້ເຂົ້າໃນວຽກງານຕົວ ຈິງ ກໍຄື ການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ ການກໍ່ການຮ້າຍ, ການນຳເອົາປະ ເທດເຮົາອອກຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນ ສາກົນ, ຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດ ຢ່າງມີປະ ສິດທິຜົນ, ປະກອບສ່ວນເຮັດໃຫ້ ປະເທດເຮົາ ມີຄວາມສະຫງົບ, ຍຸຕິ ທໍາ ແລະ ສີວິໄລ ຢ່າງບໍ່ຢຸດຢັ້ງ. ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ການຟອກເງິນ ແລະ ການກໍ່ການຮ້າຍ ແມ່ນໜຶ່ງໃນ ບັນດາອາຊະຍາກຳຂ້າມຊາດ ຊຶ່ງ ເປັນບັນຫາ ພົ້ນເດັ່ນທີ່ໄດ້ເກີດຂຶ້ນ ແລະ ແຜ່ຫລາຍຢູ່ໃນພາກພື້ນ ແລະ ໃນໂລກ ດ້ວຍຫລາຍຮູບແບບ, ຫລາຍວິທີການອັນ ໄດ້ກາຍເປັນ ໄພຂົ່ມຂູ່ຕໍ່ສະເຖຍລະພາບທາງ ດ້ານການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຂອງ ບັນດາປະເທດ ໃນພາກພື້ນ ແລະ ໃນໂລກ, ທັງເປັນໜຶ່ງໃນບັນດາ ອາຊະຍາກຳຂ້າມຊາດ ທີ່ຕິດພັນ ໂດຍກົງກັບບັນຫາຢາເສບຕິດ, ການຄ້າອາວຸດ, ການຄ້າມະນຸດ, ການພະນັນທີ່ຜິດກົດໝາຍ, ການ ສໍ້ລາດບັງຫລວງ ແລະ ອື່ນໆ ໂດຍ ຜ່ານລະບົບທະນາຄານ ຫລື ນອກ ລະບົບທະນາຄານ, ສະຖາບັນການ ເງິນ, ອັນໄດ້ສ້າງຄວາມເສຍຫາຍ ຢ່າງຫລວງຫລາຍ ແລະ ຍິ່ງໄປ ກວ່ານັ້ນ ໄດ້ເຮັດໃຫ້ສັງຄົມມີ ຄວາມວຸ້ນວາຍ ບໍ່ມີຄວາມສະ ຫງົບກາຍເປັນປາກົດການຫຍໍ້ທໍ້ ທີ່ກີດຂວາງການພັດທະນາປະ ເທດຊາດ. ຂ່າວ: ທະນູທອງ; ພາບ: ຂັນໄຊ ສອດຄ່ອງກັບແຕ່ລະເປົ້າໝາຍ, ເພີ່ມທະວີຄວາມສາມັກຄີ, ມີຄວາມ ຕັດສິນໃຈສູງ, ຍົກສູງຄວາມຮັບ ຜິດຊອບຂອງຕົນ, ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອເຮັດໃຫ້ການ ຮຽນ-ການສອນ ບັນລຸໄດ້ຈຸດປະ ສົງຄາດໝາຍທີ່ວາງໄວ້, ເອົາໃຈ ໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນ ກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃຫ້ມີຄຸນ ນະພາບ, ເອົາໃຈໃສ່ປັບປຸງແບບ ແຜນວິທີເຮັດວຽກໃຫ້ມີວິທະຍາ ສາດ, ທັນສະໄໝ ບົນພື້ນຖານເຄົາ ລົບຫລັັກການລວມສູນປະຊາທິ ປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ແບ່ງໃຫ້ບຸກຄົນຮັບຜິດຊອບ ຢ່າງລະອຽດຈະແຈ້ງ ສອດຄ່ອງ ກັບສະພາບຄວາມເປັນຈິງຂອງ ກົມກອງ. ພ້ອມນີ້, ໃຫ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ ໃຫ້ພະນັກງານສະມາຊິກພັກນັກຮົບ ໃຫ້ມີຄວາມໜັກແໜ້ນທາງ ດ້ານຄຸນທາດການເມືອງ, ເຂັ້ມ ແຂງທາງດ້ານການຈັດຕັ້ງ, ຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຝຶກຝົນຫລໍ່ຫລອມຕົນເອງ ທາງ ດ້ານຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນ ແຟ້ນ, ດຸໝັ່ນຂະຫຍັນພຽນ ເພີ່ມພູນ ຜະລິດຜົນສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ຍົກສູງສະຕິ ລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ພ້ອມກັນກຳແໜ້ນ ນຳເອົາເນື້ອ ໃນ ແລະ ທິດຊີ້ນຳ ນຳໄປຈັດຕັ້ງ ຜັນຂະຫຍາຍ ຢູ່ໃນກົມກອງໃຫ້ມີ ຜົນສຳເລັດສູງຂຶ້ນກວ່າເກົ່າ. ຂ່າວ: ໂອລິນ ມິ່ງມີໄຊ ກະຊວງພາຍໃນ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ຄະນະ ຈັດຕັ້ງສູນກາງພັກ, ຄະນະກວດກາ ສູນກາງພັກ, ຫ້ອງວ່າການສູນກາງ ພັກ, ສະພາທິດສະດີສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນ ກາງພັກ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມສໍາ ມະນາຄັ້ງນີ້, ເພື່ອລະດົມ ແລະ ຍາດ ແຍ່ງຄວາມຄິດຄວາມເຫັນ ເພື່ອສືບ ຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດອໍາ ນາດລັດ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິ ປັນຍາລວມໝູ່ ແລະ ເສີມຂະຫຍາຍ ປະຊາທິປະໄຕ ພາຍໃນພັກຢ່າງ ກວ້າງຂວາງ; ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນ ເອກະພາບທາງດ້ານທັດສະນະ ແຕ່ ຫົວທີຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນ ພື້ນຖານເພື່ອໃຫ້ບັນດາອົງຄະນະ ພັກ ນໍາໄປປັບປຸງການກະກຽມ ເນື້ອໃນລາຍງານການເມືອງຕໍ່ກອງ ປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວໄປລວງດຽວກັນ ກັບຮ່າງ ລາຍງານການເມືອງ ຂອງກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນໂອກາດນີ້, ສະຫາຍ ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈຳ ການສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ສະເໜີໂດຍຫຍໍ້ ເນື້ອໃນຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດ ອຳນາດລັດ ເຊິ່ງໄດ້ຕີລາຄາການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ທັງຍົກໃຫ້ເຫັນຜົນງານທີ່ ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມ ລວມ 40 ປີ ແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫລັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອ ສືບຕໍ່ຍູ້ແຮງພາລະກິດປ່ຽນແປງ ໃໝ່ ຮອບດ້ານ ທີ່ມີຫລັກການ ຂອງພັກ ໃນຂົງເຂດອຳນາດລັດ ໃນຊຸມປີຕໍ່ໜ້າ ເພື່ອໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມພິຈາລະນາປະກອບ ຄວາມເຫັນຢ່າງມີຈຸດສຸມ, ເຮັດ ໃຫ້ເນື້ອໃນຕ່າງໆມີຄວາມຈະແຈ້ງ ຂຶ້ນຕື່ມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບການ ເມືອງ ປະກອບຄໍາຄິດຄໍາເຫັນຕໍ່ ເອກະສານດັ່ງກ່າວ ຢ່າງກົງໄປ ກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ, ຕີລາຄາ ບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະ ເໜີບັນຫາ ໃນຫລາຍແງ່ມູມ, ອະທິ ບາຍບັນຫາຕ່າງໆ ເຊິ່ງສາມາດ ລະດົມໄດ້ຄຳຄິດຄຳເຫັນຢ່າງຫລາ ກຫລາຍ, ອຸດົມສົມບູນ ທີ່ເປັນພື້ນ ຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງ ລາຍງານການເມືອງ ໃນຂົງເຂດ ອຳນາດລັດ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ. ວຽງຈັນ ເຊິ່ງເປັນປື້ມທີ່ໄດ້ບັນ ທຶກເນື້ອໃນກ່ຽວກັບກົນລະຍຸດ ການສ້າງຄວາມສຳເລັດດ້ານ ຕ່າງໆ ເພື່ອໃຫ້ຜູ້ອ່ານສາມາດ ນຳໄປສຶກສາ ແລະ ປະຍຸກໃຊ້ໃນ ການດຳເນີນທຸລະກິດ, ດຳເນີນ ວຽກງານ ແລະ ຊີວິດປະຈຳວັນ ໂດຍມີ ທ່ານ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີມະຫາວິທະຍາ ໄລແຫ່ງຊາດ, ມີບັນດານັກທຸລະ ກິດ, ຜູ້ບໍລິຫານ, ຄູ-ອາຈານ ແລະ ມວນຊົນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫັດສະ ຫວັນ ແຮມະນີ (ຄູເຊັ່ງ) ຜູ້ອຳ ນວຍການໃຫຍ່ສູນການສຶກສາ ລາວສ້າງຝັນ ທັງເປັນຜູ້ຂຽນປື້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ໄດ້ກ່າວວ່າ: ຕົນເອງ ໄດ້ທຸ້ມເທ ຊີວິດ ເພື່ອສ້າງແຮງບັນດານໃຈ ໃຫ້ຄົນລາວເຊື່ອໃນຄວາມຝັນ ແລະ ຍົກສູງ... ຫົວໜ້າການເມືອງ... ລະດົມຄວາມເຫັນ... ເຜີຍແຜ່ແຜນງານ... ປຶ້ມ... 2025 ເພື່ອສະໜັບສະໜູນຄວາມ ມຸ່ງໝັ້ນຂອງ ສປປ ລາວ ໃນການ ບັນລຸເປົ້າໝາຍການປ່ອຍແກັສ ເຮືອນແກ້ວສຸດທິເປັນສູນ ພາຍໃນ ປີ 2050 ທີ່ໄດ້ລະບຸໄວ້ໃນແຜນ ງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ (NDC). ຂະແໜງພະລັງງານ ແມ່ນໜ່ວຍ ງານໜຶ່ງທີ່ສໍາຄັນທີ່ສຸດໃນການ ປະກອບສ່ວນສະໜັບສະໜູນການ ປ່ຽນແປງດິນຟ້າອາກາດ ບົດສຶກ ສາກ່ຽວກັບການປ່ອຍແກັສເຮືອນ ແກ້ວສຸດທິເປັນສູນຂອງລາວ ສະ ບັບດັ່ງກ່າວ ໄດ້ສຶກສາສໍາຫລວດ ແນວທາງທີ່ເປັນໄປໄດ້ ໃນການ ຫລຸດຜ່ອນການປ່ອຍແກັສເຮືອນ ແກ້ວໃນລະດັບຊາດ ຜ່ານການ ນໍາໃຊ້ເຕັກໂນໂລຊີດ້ວຍວິທີການ ຕ່າງໆ ລວມທັງພະລັງງານທົດ ແທນ ແລະ ເຕັກໂນໂລຊີກາກບອນ ຕໍ່າທີ່ກໍາລັງເກີດຂຶ້ນ. ບົດສຶກສາ ສະບັບນີ້, ຖືເປັນເອກະສານລະດັບ ຊາດສະບັບທໍາອິດ ຂອງສູນພະລັງ ງານອາຊຽນ ໃນການສ້າງແຜນ ງານ ເພື່ອບັນລຸເປົ້າໝາຍການ ປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງປະເທດ. ບົດສຶກສາທ່າອ່ຽງ ດ້ານພະລັງງານອາຊຽນ ສະບັບ ທີ 8 (AEO8) ເຊິ່ງເປັນເອກະ ສານສິ່ງພິມສໍາຄັນ ຂອງສູນພະລັງ ງານອາຊຽນ ໂດຍຈັດຂຶ້ນພ້ອມ ກັບການເປີດໂຕບົດສຶກສາຢ່າງ ເປັນທາງການ ພາຍໃຕ້ການເປັນ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງ ງານອາຊຽນ (SOE) ຂອງ ສປປ ລາວ ໄດ້ກ່າວວ່າ: ການຈັດງານ ຄັ້ງນີ້, ເພື່ອສະແດງເຖິງຄວາມມຸ່ງ ໝັ້ນຂອງ ສປປ ລາວ ໃນການນໍາ ພາພາກພື້ນກ້າວເຂົ້າສູ່ຄວາມຍືນ ຍົງ ແລະ ປ່ອຍກາກບອນຕໍ່າໃນອະ ນາຄົດ. ບົດບາດສໍາຄັນ ຂອງສູນ ພະລັງງານອາຊຽນ ແນໃສ່ສົ່ງເສີມ ການຮ່ວມມື ລະດັບພາກພື້ນໃນຂະ ແໜງພະລັງງານ ຄຽງຄູ່ກັບຂໍ້ຄິດ ລິເລີ່ມ ໃນການປ່ອຍກາກບອນຕໍ່າ ອື່ນໆ, ເຊິ່ງມີຄວາມສໍາຄັນໃນການ ບັນລຸເປົ້າໝາຍດ້ານດິນຟ້າອາກາດ ແລະ ພະລັງງານຂອງພວກເຮົາ ຜົນການຄົ້ນພົບຈາກບົດສຶກສາ AEO8 ຈະຖືກນໍາມາເຜີຍແຜ່ ຜ່ານງານກິດຈະກໍາລະດັບຊາດ ໃນທົ່ວປະເທດສະມາຊິກອາຊຽນ (AMS), ເພື່ອສະໜັບສະໜູນໃຫ້ ມີການແບ່ງປັນຄວາມຮູ້ ແລະ ການ ສ້າງຄວາມສາມາດໃນທົ່ວພາກ ພື້ນ. ສໍາລັບ ສປປ ລາວ ເຊິ່ງເປັນ ປະເທດທໍາອິດທີ່ຮ່ວມມືກັບ ACE ໃນການພັດທະນາບົດສຶກສາລະດັບ ຊາດຮ່ວມກັນ ກ່ຽວກັບເສັ້ນທາງ ສູ່ການປ່ອຍແກັສເຮືອນແກ້ວສຸດທິ ເປັນສູນ ໂດຍສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຢ່າງແຮງກ້າ ຂອງ ACE ໃນການຫັນປ່ຽນດ້ານ ພະລັງງານ ແລະ ການສົ່ງເສີມນະ ວັດຕະກໍາ ເພື່ອອະນາຄົດທີ່ຍືນຍົງ. ທ່ານ ດຣ. Zulfikar Yurnaidi ຜູ້ຈັດການພະແນກສ້າງແບບຈໍາ ລອງພະລັງງານ ແລະ ການວາງ ແຜນນະໂຍບາຍ (MPP) ຂອງ ACE ໄດ້ກ່າວວ່າ: ບົດສຶກສາທ່າ ອ່ຽງ ດ້ານພະລັງງານອາຊຽນ ສະບັບທີ 8 ໄດ້ນໍາສະເໜີກ່ຽວກັບ ສະພາບຄວາມເປັນກາງຂອງກາກ ບອນ (CNS) ໃນລະດັບພາກພື້ນ, ເຊິ່ງປັດຈຸບັນໄດ້ຖືກຫັນປ່ຽນເປັນ ແຜນງານສະເພາະຂອງປະເທດ ໂດຍມີ ສປປ ລາວ ເປັນຄູ່ຮ່ວມງານ ລາຍທໍາອິດ ຜ່ານບົດສຶກສາ AEO ແລະ ບົດສຶກສາການປ່ອຍແກັສ ເຮືອນແກ້ວສຸດທິເປັນສູນລະດັບ ຊາດ, ACE ມຸ່ງໝັ້ນທີ່ຈະໃຫ້ການ ສະໜັບສະໜູນ ປະເທດສະມາຊິກ ອາຊຽນ ໃນການຊຸກຍູ້ການຮ່ວມມື ລະດັບພາກພື້ນ ເພື່ອບັນລຸເປົ້າໝາຍ ດ້ານພະລັງງານ ແລະ ດິນຟ້າອາ ກາດຮ່ວມກັນ. ທ່ານ AldillaNoor Rakhiemah ຜູ້ຈັດການໂຄງການປ່ຽນແປງດິນ ຟ້າອາກາດ ແລະ ພະລັງງານອາ ຊຽນ (ACCEPT) ໄດ້ກ່າວວ່າ: ການເປີດໂຕ ແຜນງານພັດທະນາ ຂະແໜງພະລັງງານສໍາລັບການ ປ່ອຍແກັສເຮືອນແກ້ວສຸດທິເປັນ ສູນ ຂອງ ສປປ ລາວ ຖືເປັນບາດ ກ້າວສໍາຄັນ ໃນການຫັນປ່ຽນ ດ້ານພະລັງງານຂອງ ສປປ ລາວ. ACCEPT ມີບົດບາດສໍາຄັນໃນ ການເສີມສ້າງຄວາມເຂັ້ມແຂງ ດ້ານການເຊື່ອມໂຍງ ລະຫວ່າງ ພະລັງງານ ແລະ ການປ່ຽນແປງ ດິນຟ້າອາກາດ ຜ່ານການສຶກສາ ວິເຄາະທີ່ຂັບເຄື່ອນດ້ວຍຂໍ້ມູນ ພ້ອມ ທັງເລັ່ງການຮ່ວມມືໃນລະດັບພາກ ພື້ນ ໂດຍສ້າງຄວາມສາມາດໃນ ລະດັບພາກພື້, ເຊິ່ງສິ່ງດັ່ງກ່າວ ສອດຄ່ອງກັບເປົ້າໝາຍໄລຍະ ຍາວ ຂອງ ACCEPT ທີ່ໃຫ້ການ ສະໜັບສະໜູນບັນດາປະເທດສະ ມາຊິກອາຊຽນ ໃນການຫັນປ່ຽນ ສູ່ລະບົບພະລັງງານກາກບອນຕໍ່າ ແລະ ບັນລຸເປົ້າໝາຍການປ່ອຍ ແກັສອາຍພິດສຸດທິເປັນສູນ. ຂ່າວ-ພາບ: ກິດຕາ ກ້າວໄປສູ່ຄວາມສຳເລັດ ເຊິ່ງປຶ້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ໄດ້ລວບລວມບົດຮຽນ 27 ປະການ ກ່ຽວກັບການສ້າງຄວາມສຳເລັດ ໂດຍສະເພາະສຳລັບຜູ້ບໍລິຫານ, ຜູ້ປະກອບການ, ຜູ້ອຳນວຍການ CEO ແລະ ເຈົ້າຂອງທຸລະກິດ ເຊິ່ງ ເນື້ອໃນຂອງປື້ມດັ່ງກ່າວ, ໄດ້ເນັ້ນໜັກ 5 ກົນລະຍຸດສຳຄັນ ໃນການສ້າງຄວາມຝັນໃຫ້ເປັນ ຈິງ ເປັນຕົ້ນ ຝັນໃຫຍ່ (Dream Big) ກົນລະຍຸດການສ້າງປະ ນິທານ, ຄວາມຝັນ ແລະ ເປົ້າໝາຍ ທີ່ຍິ່ງໃຫຍ່ ເພື່ອສ້າງປັດຊະຍາ, ວິໄສທັດ ແລະ ວັດທະນະທຳອົງ ກອນທີ່ເຂັ້ມແຂງ; ເຮັດສິ່ງນ້ອຍໆ (Act Small) ກົນລະຍຸດການ ສ້າງວິໄນຂັ້ນສູງ, ເຮັດໜ້ອຍໆແຕ່ ສະໝ່ຳສະເໝີ ແລະ ບໍ່ຢຸດຢັ້ງ ເພື່ອ ບັນລຸຄວາມຝັນໃຫຍ່; ເຄື່ອນໄຫວ ຢ່າງຖືກຕ້ອງ (Move Right) ກົນລະຍຸດການປ່ຽນພະລັງງານ ລົບໃຫ້ເປັນພະລັງງານບວກ, ປັບ ການສັ່ນສະເທືອນຕໍ່າໃຫ້ກາຍເປັນ ການສັ່ນສະເທືອນສູງ; ໄປໃຫ້ໄວ (Go Fast) ກົນລະຍຸດການເຮັດ ໜ້ອຍແຕ່ໄດ້ຫລາຍ, ເຮັດວຽກຢ່າງ ມີປະສິດທິພາບສູງ ແລະ ໃຊ້ຊີວິດ ປັດຈຸບັນຢ່າງມີຄວາມສຸກ (Enjoy Slow) ກົນລະຍຸດການຈົດຈໍ່, ມີ ສະມາທິ ແລະ ຢູ່ກັບປັດຈຸບັນ ເພື່ອ ໃຊ້ຊີວິດຢ່າງມີຄວາມໝາຍ. ພ້ອມນີ້, ພາຍໃນງານດັ່ງກ່າວ, ຍັງໄດ້ຈັດໃຫ້ມີກິດຈະກຳການ ສ້າງເຄືອຂ່າຍທຸລະກິດ ເພື່ອໃຫ້ຜູ້ ເຂົ້າຮ່ວມ ໄດ້ສ້າງຄວາມສຳພັນ ແລະ ແລກປ່ຽນປະສົບການ ເຊິ່ງ ກັນ ແລະ ກັນ. ສຳລັບ ຜູ້ທີ່ສົນໃຈປຶ້ມ “ຢ່າໃຫ້ ໃຜມາຢຽບຝັນຂອງເຮົາ” ສາມາດ ຫາຊື້ໄດ້ທີ່ຮ້ານຂາຍປຶ້ມ ທົ່ວນະ ຄອນຫລວງວຽງຈັນ ຫລື ຕິດຕໍ່ສໍາ ນັກພິມ ແລະ ຮ້ານປຶ້ມດີບຸກ ໄດ້ໂດຍ ກົງ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==