ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 04.11.2024 ປີທີ 23 ສະບັບທີ 6.053 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf lv'ltrkcsj '-kf ]k;{d6 [k glu ,0tspkpdkoIj ;,,n fh kooy 8y de ms] s;o7n o,6 og-N v 58 xu csj 'dko g8u [.spj 0tspkp8q ; 0v'0tc|'dkomtok7ko xk4tdt4k ;a ode]a 'mtskovklklt\a d c]t -j P;-kos;Pfok, 7q [Iv[ 75 xu gzu pczj zq oleg]a fdv'xt-5 ,wvxk c]t dtdP,dv'xt-5 ,ltw\lk,a o gmnj vmu 8 ra o]tpk ltskpg]0kmy dko.spj ra ddv,,6 oy fs;Pfok, 1h P,1k, lxx ]k; leg]a fdv'xt-5 ,7tot[= ]y sko'ko l6 odk'ra d 7A 'mu 9 ltw\mu XI ຂປລ. ໂດຍຕອບສະໜອງຕາມການ ເຊື້ອ ເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ສະຫາຍ ເອັສ໌ເຕບານ ລາໂຊເຮີນານເດສ໌ກໍາມະການກົມການ ເມືອງສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງຊາດ ອໍານາດປະ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ45, ການກະກຽມກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດຊຸດທີ IX ແລະ ປະກາດການແຕ່ ງຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ ພາຍໃນ ສພຊ ໂດຍການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີຄະ ນະບໍລິຫານງານພັກ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກ ຮາກຖານ, ສະມາຊິກພັກ ແລະ ພະນັກ ງານ-ລັດຖະກອນ ທົ່ວ ສພຊ ເຂົ້າຮ່ວມ ຮັບຟັງ. ຂປລ. ກອງປະຊຸມຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ວາລະເປີດກວ້າງ ໄດ້ປິດລົງດ້ວຍ ຜົນສໍາເລັດ ໃນວັນທີ 1 ພະຈິກ 2024 ພາຍຫລັງດຳເນີນມາແຕ່ວັນທີ 28 ຕຸລາ 2024 ໂດຍການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ. ກອງປະຊຸມໄດ້ປຶກສາຫາລື, ຕີລາຄາ ບັນຫາສຳຄັນຕ່າງໆ ຢ່າງພາວະວິໄສ, ເລິກເຊິ່ງ, ກົງໄປກົງມາ ແລະ ມີຄວາມ ເປັນເອກະພາບຮັບຮອງດ້ານຫລັກການ ຕໍ່ບັນດາຫົວຂໍ້ທີ່ຍົກຂຶ້ນ ເພື່ອເປັນທິດຊີ້ ນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ດຳເນີນ ການ ໃນຂັ້ນຕອນຕ່າງໆຕໍ່ໄປເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ,ແຜນງົບປະມານ,ແຜນ ເງິນຕາ ປະຈໍາປີ 2024 ແລະ ທິດທາງ ປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ; ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຈໍາປີ 2024 ແລະ ທິດທາງ ປີ 2025; ການດໍາເນີນກອງປະຊຸມ ໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງນະຄອນ, ຮາກຖານບ້ານແລະກະກຽມ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ເມືອງ-ນະຄອນ, ຮາກຖານອ້ອມຂ້າງ ແຂວງ-ນະຄອນຫລວງແລະຮາກຖານ ພັກອ້ອມຂ້າງກະຊວງ, ອົງການ; ການ ປັບປຸງເນື້ອໃນບັນດາເອກະສານສໍາ ຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ແລະ ການ ຊາຊົນ ແຫ່ງ ສ ກູບາ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ ໃນວັນທີ 3-6 ພະຈິກ 2024. ຂປລ. ໂດຍຕອບສະໜອງຕາມຄຳ ເຊື້ອເຊີນ ຂອງ ສະຫາຍ ນາງ ນາລີ ສີສຸລິດ ພັນລະຍາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິ ວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ປະທານທີ່ປຶກສາກິດຕິມະສັກ ສະມາຄົມຫັດຖະກຳລາວ, ໃນຕອນ ແລງຂອງວັນທີ 3 ພະຈິກ 2024, ສະຫາຍ ນາງ ໂງ ເຟືອງ ລີ (Ngo Phuong Ly), ພັນລະຍາ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກກອມມູນິດ ຫວຽດນ າ ມ ພ້ອມດ້ວຍຄ ະ ນ ະ ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງ ຊາດ (ສພຊ) ຈັດກອງປະຊຸມ ເຜີຍແຜ່ ຜົນສຳເລັດການດຳເນີນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ພິທີປາຖະກະຖາເລົ່າມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກ ງານຂະແໜງການທະນາຄານຄົບຮອບ 56 ປີ (7 ຕຸລາ 1968) ໃນວັນທີ 1 ຂປລ. ກະຊວງປ້ອງກັນປະເທດ ຈັດປະຖາກະຖາ ເນື່ອງໃນໂອກາດ ວັນ ກຳລັງທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 (30 ຕຸລາ 1949 -30 ຕຸລາ 2024) ໃນວັນທີ 30 ຕຸລາ 2024 ໂດຍການ ເຂົ້າຮ່ວມຂອງ ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ, ສະຫາຍ ຫງວຽນມິງ ເຕີມເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາກົມໃຫຍ່, ຫ້ອງວ່າການ ກະຊວງ, ບັນດາວິທິຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຫງວຽນ ມິງ ເຕີມ ໄດ້ ຍົກໃຫ້ເຫັນບາງເນື້ອໃນສຳຄັນໂດຍສະ ເພາະ ແມ່ນປະຫວັດການປົກປັກຮັກສາ gruj ,mt;u 7;k,g0Q k.9 0v'lnj ,;o-q o 8+ ;Pd'kodko7h k,to5 f ຂປລ. ສູນໃຫ້ຄຳປຶກສາ ແລະ ປົກ ປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະ ຫະພັນແມ່ຍິງລາວ ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ພາຍ ໃຕ້ຫົວຂໍ້ ເພີ່ມທະວີຄວາມເຂົ້າໃຈຂອງ ສື່ມວນຊົນ ຕໍ່ວຽກງານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ ຜູ້ເຄາະຮ້າຍ ແລະ ການລາຍງານຂ່າວ ກ່ຽວກັບການຄ້າມະນຸດ ລະຫວ່າງ ວັນທີ 1-2 ພະຈິກ 2024 ທີ່ເມືອງວັງ ວຽງ ແຂວງວຽງຈັນ ໂດຍໄດ້ຮັບ ການ ສະໜັບສະໜູນຈາກ ມູນນິທິເອ ເຊຍ. ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາ ຈະໄດ້ຮຽນຮູ້ກ່ຽວກັບຄວາມເຂົ້າໃຈ ພະຈິກ 2024 ໂດຍການປາຖະກະຖາ ຂອງ ທ່ານ ບຸນສົງ ສົມມາລາວົງ ພະ ນັກງານອາວຸໂສບຳນານ ທຫລ, ມີ ທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ gxu f37'dkod+ lh k'2k,]h P'la f'q ;8q ;c[[ma oltw\ ກ່ຽວກັບການຄ້າມະນຸດ; ນະໂຍບາຍ ແລະນິຕິກຳທີ່ກ່ຽວຂ້ອງກັບການຄ້າມະ ນຸດ; ການກຳນົດຕົວຜູ້ຖືກເຄາະຮ້າຍ ແລະ ຜູ້ທີ່ມີຄວາມສ່ຽງເບື້ອງຕົ້ນ; ການ ປົກປ້ອງ, ການຊ່ວຍເຫລືອ ແລະ ການ ສົ່ງຕໍ່ຜູ້ເຄາະຮ້າຍຈາກການຄ້າມະນຸດ; ຈັນຍາບັນຂອງການລາຍງານຂ່າວ ຂອງການຄ້າມະນຸດ; ພາລະບົດບາດ ຂອງສື່ໃນການຕ້ານການຄ້າມະນຸດ; ຍຸດທະສາດສື່ມວນຊົນສຳລັບການລາຍ ງານກ່ຽວກັບການຄ້າມະນຸດ; ການນຳ ໃຊ້ເຄື່ອງມືຂອງສື່ເພື່ອສົ່ງເສີມການ ລາຍງານ; ການພັດທະນາແຜນໂຄສະ ນາສ່ວນໂຕ. F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/11/2024 xtgmf]k; ພັນລະຍາ... ສຳເລັດກອງປະຊຸມ... ສອງສະພາແຫ່ງຊາດ... ປັບປຸງລັດຖະທໍາມະນູນ ສະບັບ ປີ 2015. ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບ ຕີລາຄາວ່າ: ປີ 2024 ເປັນປີໜຶ່ງ ທີ່ປະເທດເຮົາ ປະ ເຊີນກັບສິ່ງທ້າທາຍທົດສອບຫລາຍ ປະການ ເປັນຕົ້ນຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ, ລາຄາສິນຄ້າຄ່າຄອງຊີບສູງ, ໄພພິບັດທຳມະຊາດ, ປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາ ເສບຕິດແລະອື່ນໆໄດ້ສ້າງຄວາມຫຍຸ້ງ ຍາກ, ກະທົບຕໍ່ການພັດທະນາ ແລະ ການດຳລົງຊີວິດຂອງປະຊາຊົນ, ພະ ນັກງານ, ລັດຖະກອນ, ທະຫານ-ຕຳ ຫລວດ, ແຕ່ດ້ວຍຄວາມບຸກບືນສູ້ຊົນ ຂອງບັນດາອົງການໃນລະບົບການ ເມືອງ, ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງທົ່ວປວງຊົນລາວ ພາຍໃຕ້ ການຊີ້ນຳຂອງສູນກາງພັກ, ຄະນະພັກ, ອົງການປົກຄອງທຸກຂັ້ນ, ພວກເຮົາ ສາມາດຮັບປະກັນສະຖຽນລະພາບ ທາງການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ການພັດທະນາສືບຕໍ່ເປັນ ຂະບວນການຕໍ່ເນື່ອງ. ໃນ 9 ເດືອນ ປີ 2024 ສາມາດບັນລຸການເຕີບໂຕເສດ ຖະກິດ (GDP) ສູງກວ່າຄາດໝາຍທີ່ ກໍານົດໄວ້ໃນແຜນ ເຊິ່ງຄາດຄະເນວ່າ ໝົດປີຈະບັນລຸໄດ້4,6%, ການຈັດເກັບ ລາຍຮັບບັນລຸຕາມແຜນ ບາງທ້ອງຖິ່ນ ກໍລື່ນຄາດໝາຍ, ການຜະລິດສິນຄ້າ ເພີ່ມຂຶ້ນ, ການຄຸ້ມຄອງ ແລະ ຈຳກັດ ການນຳເຂົ້າສິນຄ້າ ໄດ້ປະຕິບັດຢ່າງ ມີ ຈຸດສຸມ, ອັດຕາແລກປ່ຽນເງິນຕາຕ່າງ ປະເທດ ຢູ່ໃນລະດັບທີ່ສາມາດຄວບຄຸມ ໄດ້ ແລະ ເງິນກີບ ສືບຕໍ່ແຂງຄ່າຂຶ້ນ ຕໍ່ ເນື່ອງ. ເວົ້າລວມມາດຕະການດ້ານເສດ ຖະກິດ ໄດ້ຮັບການຈັດຕັ້ງປະຕິບັດ ເປັນ ລະບົບ ແລະ ສຳເລັດເປັນສ່ວນໃຫຍ່. ເຖິງຢ່າງໃດກໍຕາມ, ຄະນະບໍລິຫານ ງານສູນກາງພັກ ຍັງໄດ້ຊີ້ໃຫ້ເຫັນບັນ ຫາຈຳນວນໜຶ່ງ ທີ່ຕ້ອງສຸມໃສ່ແກ້ໄຂ ເພື່ອສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ແລະ ສ້າງບັນຍາກາດ, ຂະບວນການ ທີ່ແຂງແຮງ, ຟົດຟື້ນ ໃນປີ 2025 ເປັນ ຕົ້ນ ການຄຸ້ມຄອງມະຫາພາກຂອງລັດ ບາງດ້ານຍັງເຮັດບໍ່ທັນໄດ້ດີ, ລະບຽບ ການ, ກົນໄກ, ໂຄງລ່າງພື້ນຖານ, ການ ຕອບສະໜອງສິ່ງອຳນວຍຄວາມສະ ດວກໃຫ້ແກ່ການຜະລິດ, ທຸລະກິດ-ບໍ ລິການຍັງມີຫລາຍດ້ານຕ້ອງໄດ້ມີການ ປັບປຸງ ແລະ ຍົກລະດັບຂຶ້ນຕື່ມ, ນັບທັງ ຄວາມຮັບຜິດຊອບຂອງພະນັກງານລັດຖະກອນ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນ ໜັກຕໍ່ກອງປະຊຸມ ໃນບາງຕອນວ່າ: ໃນສະພາບທີ່ມີຄວາມຫຍຸ້ງຍາກຍິ່ງ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນຳວຽກງານ ການເມືອງ-ແນວຄິດພາຍໃນຄະນະ ພັກ, ສະມາຊິກພັກ, ຖັນແຖວພະນັກ ງານ, ທະຫານ, ຕຳຫລວດ ແລະ ທົ່ວ ປວງຊົນ ໃຫ້ມີຄວາມອຸ່ນອຽນທຸ່ນ ທ່ຽງ, ຮັກສາໄດ້ຄວາມສາມັກຄີພາຍ ໃນຢ່າງໜັກແໜ້ນ; ເດັດດ່ຽວສູ້ຊົນຈັດ ຕັ້ງປະຕິບັດບັນດາຄາດໝາຍການພັດ ທະນາແຕ່ລະດ້ານ ແຕ່ນີ້້ຫາທ້າຍ ປີ 2024 ໃຫ້ສໍາເລັດຜົນ ເພື່ອສ້າງທ່ວງ ທ່າໃໝ່ໃຫ້ແກ່ປີ 2025 ເຊິ່ງເປັນປີ ມ້ວນທ້າຍ ຂອງການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ເພື່ອກ້າວ ເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ດ້ວຍ ຄວາມເຊື່ອໝັ້ນທີ່ໜັກແໜ້ນ; ວຽກບຸລິ ມະສິດ ຂອງລັດຖະບານ ແມ່ນເລັ່ງໃສ່ ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະ ກິດ-ການເງິນ ໂດຍສະເພາະບັນຫາໜີ້ ສິນ, ເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມ ຄອງລາຄາສິນຄ້າໃຫ້ຫລຸດລົງ, ແກ້ໄຂ ຄ່າຄອງຊີບ, ພວກເຮົາຕ້ອງຕັດສິນໃຈ ບຸກເຂົ້າແກ້ໄຂບັນຫາຕົວຈິງ, ບໍ່ອາດປະ ປ່ອຍໃຫ້ແກ່ຍາວໄປກວ່ານີ້ອີກ. ພ້ອມ ນີ້, ສະຫາຍ ຍັງເນັ້ນໃຫ້ບັນດາສະຫາຍ ກຳມະການສູນກາງພັກ ຍົກສູງຄວາມ ຮັບຜິດຊອບ ແລະ ຄວາມຕັດສິນໃຈຊີ້ ນໍາບັນຊາໂດຍກົງ ແລະ ເດັດຂາດ ໃນ ການແກ້ໄຂກົນໄກ-ຂອດຂັ້ນ ທີ່ຍັງຊັກ ຊ້າ, ຫຍຸ້ງເຫຍີງ, ຍັງມີຊ່ອງຫວ່າງ, ການປະສານງານທີ່ຍັງບໍ່ທັນໂລ່ງລ່ຽນ, ກົດໜ່ວງຖ່ວງດຶງການພັດທະນາ; ແກ້ ໄຂບັນຫາຄົນ, ປັບປຸງແກ້ໄຂພື້ນຖານ ໂຄງລ່າງທີ່ເປ່ເພຊຸດໂຊມ; ຮັບປະກັນ ຄຸ້ມຄອງລາຍຮັບ-ລາຍຈ່າຍ ຕາມທິດ ຫັນເປັນທັນສະໄໝ, ໂປ່ງໃສແລະ ບໍ່ຮົ່ວ ໄຫລ; ໃຫ້ເອົາໃຈໃສ່ນໍາພາຢ່າງແຂງ ແຮງ ແລະ ແທດເຖິງ ຕໍ່ການແກ້ໄຂຜົນ ກະທົບຈາກນໍ້າຖ້ວມ ໂດຍສະເພາະຟື້ນ ຟູ, ປົວແປງພື້ນຖານໂຄງລ່າງຖະໜົນ ຫົນທາງໃຫ້ສາມາດທຽວໄປມາໄດ້ ສະດວກ; ສ້ອມແປງລະບົບຊົນລະປະ ທານ, ໃຫ້ການສະໜັບສະໜູນດ້ານປັດ ໄຈການຜະລິດ, ແນວພັນ, ເຕັກນິກ-ວິ ຊາການ ໃຫ້ປະຊາຊົນໃຫ້ທັນກັບການ ຜະລິດລະດູແລ້ງ; ສຸມໃສ່ແກ້ໄຂບັນຫາ ສັງຄົມຈຳນວນໜຶ່ງ ທີ່ເປັນບັນຫາເຄັ່ງ ຮ້ອນ ເປັນຕົ້ນແມ່ນການແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກ ງານ, ທະຫານ-ຕຳຫລວດ, ແພດໝໍ, ຄູ- ອາຈານ, ພະນັກງານປະຕິວັດ ອາວຸໂສ ບໍານານ; ເອົາໃຈໃສ່ຄຸ້ມຄອງແຮງງານ ພາຍໃນ ແລະ ຕ່າງປະເທດ ຢ່າງລວມ ສູນ, ຂຶ້ນທະບຽນແຮງງານ, ເລັ່ງສ້າງ ວຽກເຮັດງານທໍາ ແລະ ສ້າງແຮງງານ ທີ່ມີສີມືຕາມຄວາມຕ້ອງການຂອງຕະ ຫລາດ, ພ້ອມທັງແກ້ໄຂບັນຫາຫຍໍ້ທໍ້ໃນ ສັງຄົມ ໂດຍສະເພາະບັນຫາຢາເສບຕິດ. ນອກຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ບັນດາສະຫາຍ ຄະນະບໍລິຫານງານສູນກາງພັກ ເອົາ ໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ສຸມກຳລັງແຮງເຂົ້າໃສ່ການນຳພາຊີ້ນຳວຽກງານໃຫ້ແຂງແຮງກວ່າເກົ່າ, ພ້ອມກັນເຊີດຊູຄວາມຮັບຜິດຊອບ ການເມືອງ ແລະ ຄວາມເປັນເຈົ້າການ ປະດິດສ້າງ, ເພີ່ມຄວາມຕັດສິນໃຈເຮັດ ແທ້ທຳຈິງ ແລະ ຄວາມເປັນແບບ ຢ່າງ ນຳໜ້າ ໃຫ້ສູງຂຶ້ນຕື່ມ, ນຳເອົາບັນດາ ຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງ ຜັນຂະຫຍາຍ ໃຫ້ມີໝາກມີຜົນຕົວຈິງ. ພາບ: ອ່າຍຄຳ ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນ ໃນວັນທີ 3 ພະຈິກ 2024 ທີ່ຫໍ ສະພາແຫ່ງຊາດ. ຈາກນັ້ນ, ກໍໄດ້ມີການ ພົບປະສອງຝ່າຍລະຫວ່າງສະພາແຫ່ງ ຊາດ ສປປ ລາວ ແລະ ສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສາທາລະ ລັດ ກູບາ ໂດຍສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບ ສະຫາຍ ເອັສ໌ເຕບານ ລາໂຊ ເຮີນານເດສ໌ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວຢ່າງເປັນທາງການແລະເຂົ້າຮ່ວມ ພິທີສະເຫລີມສະຫລອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ, ຊົມເຊີຍ ຕໍ່ສະຫາຍ ທີ່ໄດ້ຮັບ ເລືອກຕັ້ງເປັນປະທານສະພາ ແຫ່ງ ຊາດອໍານາດປະຊາຊົນ ສາທາລະນະ ລັດ ກູບາ ອີກເທື່ອໜຶ່ງ ໃນເດືອນເມສາ 2023 ທີ່ຜ່ານມາ, ພ້ອມທັງຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໃນຄັ້ງນີ້ຊຶ່ງເປັນການຢ້ຽມ ຢາມ ສປປ ລາວ ເທື່ອທໍາອິດ ໃນນາມທີ່ ເປັນປະທານສະພາແຫ່ງຊາດອໍານາດ ປະຊາຊົນ ແຫ່ງ ສ ກູບາ. ພິເສດສະ ຫາຍ ແລະ ຄະນະ ຍັງຈະໄດ້ເຂົ້າຮ່ວມ ພິທີສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ. ການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການ ເຄື່ອນໄຫວຕ່າງໆ ໃຫ້ກັນ ແລະ ກັນ ຊາບ; ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະເໜີທິດທາງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນ ຕໍ່ໜ້າ ຄື: ສອງອົງການນິຕິບັນຍັດຈະ ສືບຕໍ່ລົງນາມຮ່ວມກັນຈັດຕັ້ງບົດບັນ ທຶກວ່າດ້ວຍການຮ່ວມມື ລະຫວ່າງ ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ອຳນາດປະຊາ ຊົນ ແຫ່ງ ສ ກູບາ ສະບັບໃໝ່ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນໃນລະດັບ ປະທານສະພາ, ຮອງປະທານ, ກຳມາ ທິການ, ຄະນະເລຂາທິການ, ຄະນະມິດ ຕະພາບລັດຖະສະພາລາວ-ກູບາ ໄປ ພ້ອມກັບການຈັດການແລກປ່ຽນຂໍ້ ມູນ-ຂ່າວສານ, ບົດຮຽນກ່ຽວກັບການ ຈັດຕັ້ງປະຕິບັດພາລະບົດບາດດ້ານ ນິຕິບັນຍັດ ແລະ ຈັດສໍາມະນາໃນຫົວຂໍ້ ຕ່າງໆທີ່ສອງຝ່າຍມີຄວາມສົນໃຈຕາມ ເງື່ອນໄຂທີ່ເໝາະສົມ, ຈະສືບຕໍ່ຊຸກຍູ້ໃຫ້ ລັດຖະບານ ຂອງສອງປະເທດ ຈັດຕັ້ງ ປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງແລະບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ຕົກລົງຮ່ວມກັນ ໃຫ້ເປັນຮູບປະ ທຳ ແລະ ມີປະສິດຜົນດີຂຶ້ນກວ່າເກົ່າ ເປັນຕົ້ນ ໃນຂົງເຂດການຄ້າ-ການລົງ ທຶນ, ສາທາລະນະສຸກ, ກະສິກໍາ, ສຶກ ສາ-ກິລາ, ທະນາຄານ ແລະ ຂົງເຂດ ຕຸລາການ ໃຫ້ແຕກດອກອອກຜົນຍິ່ງ ຂຶ້ນ ເພື່ອນໍາຜົນປະໂຫຍດມາສູ່ປະຊາ ຊົນສອງຊາດລາວ-ກູບາ, ຈະສືບຕໍ່ສະ ໜັບສະໜູນ ແລະ ຮ່ວມມືກັນ ໃນການ ເຄື່ອນໄຫວໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ ເປັນຕົ້ນແມ່ນ AIPA, IPU ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນການປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ເພື່ອ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ. ຈາກນັ້ນ, ສອງຝ່າຍ ກໍ ໄດ້ຮ່ວມລົງນາມບົດບັນທຶກວ່າດ້ວຍ ການຮ່ວມມ ລະຫວ່າງ ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະ ທານສະພາແຫ່ງຊາດ ອໍານາດປະຊາ ຊົນ ແຫ່ງ ສ ກູບາ. ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ຕາງໜ້າໃຫ້ພັກ, ສະພາ ແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນ ຄຸນ ແລະ ຂອບໃຈ ເປັນຢ່າງສູງ ມາຍັງ ພັກ, ສະພາແຫ່ງຊາດອຳນາດປະຊາ ຊົນ, ລັດຖະບານ ແລະ ປະຊາຊົນ ກູບາ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ ເພື່ອເອກະລາດ ແຫ່ງຊາດ ກໍຄື ໄລຍະ ແຫ່ງການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ. ການມາຢ້ຽມຢາມສປປລາວຢ່າງເປັນ ທາງການໃນຄັ້ງນີ້, ຍັງເປັນການປະ ກອບສ່ວນສໍາຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານ ບົນພື້ນຖານອຸດົມການ ສັງຄົມນິຍົມອ້າຍນ້ອງ ລະຫວ່າງ ສອງ ພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ກູບາ ໂດຍສະເພາະແມ່ນ ລະ ຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ອໍານາດ ປະຊາຊົນ ແຫ່ງ ສ ກູບາ ໃຫ້ແຕກດອກ ອອກຜົນຍິ່ງຂຶ້ນ. ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນໄລຍະ ຜ່ານມາ ສອງຝ່າຍໄດ້ຮ່ວມກັນຈັດຕັ້ງ ປະຕິບັດບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດ ທີ່ໄດ້ລົງນາມ ໃນປີ 2019 ຢ່າງເປັນຮູບປະທໍາ. ສະພາ ແຫ່ງຊາດລາວ ຊຸດທີ IX ໄດ້ແຕ່ງຕັ້ງ ຄະນະມິດຕະພາບລັດຖະສະພາ ກັບ ຕ່າງປະເທດ 20 ກວ່າຄະນະ. ໃນນັ້ນ, ກໍມີ ຄະນະມິດຕະພາບລັດຖະສະພາ ລາວ-ກູບາ ໂດຍມີ ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ເປັນປະທານ, ມີຮອງປະທານ ແລະ ກຳ ມະການ ທັງໝົດ 11 ສະຫາຍ ທີ່ເປັນ ສະມາຊິກສະພາແຫ່ງຊາດ ຢູ່ສູນກາງ ແລະ ບັນດາເຂດເລືອກຕັ້ງຈໍານວນໜຶ່ງ. ຄະນະມິດຕະພາບລັດຖະສະພາ ລາວ-ກູບາ ແມ່ນເປັນກົນໄກໜຶ່ງ ໃນ ການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມ ການພົວພັນຮ່ວມມື ລະຫວ່າງ ສອງສະ ພາແຫ່ງຊາດ ກໍຄື ລະຫວ່າງປະຊາຊົນ ສອງຊາດ ທັງເປັນການປະກອບສ່ວນ ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນ ໂລກ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ໄດ້ເດີນທາງເຖິງສະໜາມບິນສາກົນ ວັດໄຕນະຄອນຫລວງວຽງຈັນ ເພື່ອມາ ເຂົ້າຮ່ວມ ກອງປະຊຸມສຳມະນາແຜ່ນ ແພພື້ນເມືອງອາຊຽນ ຄັ້ງທີ 9 ແລະ ຢ້ຽມຢາມ ສປປ ລາວ ແຕ່ວັນທີ 3-6 ພະຈິກ 2024 ໂດຍມີ ສະຫາຍ ນາງ ອາລຸນີ ກົມມະສິດ ພັນລະຍາ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການ ກົມການເມືອງ ສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແລະ ສົມກຽດ. ການມາຢ້ຽມຢາມຄັ້ງນີ້, ສະຫາຍ ນາງ ໂງ ເຟືອງ ລີ ຈະໄດ້ເຂົ້າຮ່ວມເປັນ ແຂກກິຕິມະສັກໃນພິທີເປີດ ແລະ ພິທີ ປິດກອງປະຊຸມສຳມະນາແຜ່ນແພພື້ນ ເມືອງອາຊຽນ ຄັ້ງທີ 9 ທີ່ນະຄອນ ຫລວງວຽງຈັນ, ພ້ອມນັ້ນ ຄະນະ ກໍຈະ ໄປຢ້ຽມຢາມ ສະມາຄົມແມ່ຍິງຄົນພິ ການ, ຢ້ຽມຊົມສະຖານທີ່ທ່ອງທ່ຽວ, ພິພິທະພັນທາງວັດທະນະທຳ, ວັດວາອາ ຮາມ ແລະ ສູນຫັດຖະກຳ ຂອງ ສປປ ລາວ ອີກຈຳນວນໜຶ່ງ. ພາບ: ອ່າຍຄຳ ແລະ ສ້າງສາພັດທະນາປະເທດຂອງ 2 ຊາດ ຫວຽດນາມ-ລາວ ໄດ້ມີການ ຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດົນ ນານ. ການສະຖາປະນາຂອງລັດຖະ ບານ ຫວຽດນາມ ສາທາລະນະລັດ ປະ ຊາທິປະໄຕ (02/9/1945) ແລະ ລັດ ຖະບານລາວອິດສະຫລະ (12/10/ 1945), ພ້ອມກັບວິໄສທັດກວ້າງໄກ ຂອງ ປະທານ ໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ເປັນພື້ນຖານທໍາອິດທີ່ໄດ້ນໍາເອົາຄວາມ ສາມັກຄີ, ການຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງສອງປະເທດຫວຽດ ນາມ-ລາວ ຂຶ້ນສູ່ລະດັບສຳພັນສູ້ຮົບທີ່ ຍິ່ງໃຫຍ່ໃນປັດຈຸບັນ. ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ເປັນຜູ້ທີ່ດີເດັ່ນ ເຊິ່ງ ໄດ້ຍອມອອກຈາກກປະເທດຊາດ, ເມຍ ລູກ,ຄອບຄົວ,ຍາດພີ່ນ້ອງມາລາວເພື່ອ ປະຕິບັດພາລະກິດສາກົນ, ຮ່ວມກັບປະ ຊາຊົນລາວຕໍ່ສູ້ຕ້ານສັດຕູດຽວກັນ; ພັກ,ລັດແລະປະຊາຊົນລາວຖືທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດ ນາມ ເປັນເພື່ອນໜິດສະຫາຍ, ລູກນ້ອງ ທີ່ໃກ້ຊິດ, ສະໜິດສະໜົມ, ຄືຢູ່ຄອບ ປາຖະກະຖາ... ຄົວດຽວກັນ, ພວກເພິ່ນໄປໃສກໍໄດ້ ຄວາມຮັກແພງຈາກປະຊາຊົນ, ເປັນ ທັງພະນັກງານຂົນຂວາຍ ໂຄສະນາ, ສຶກສາປະຊາຊົນລາວບັນດາເຜົ່າກ່ຽວ ກັບອຸດົມການປະຕິວັດ ແລະ ເປັນນັກ ການທູດ ທີ່ໄດ້ສ້າງຕັ້ງພື້ນຖານໃຫ້ແກ່ ສາຍພົວພັນສາມັກຄີພິເສດ, ຫວຽດ ນາມ-ລາວ ເຊິ່ງໄດ້ກາຍເປັນສານພົວ ພັນທີ່ຫາຍາກຢູ່ໃນໂລກ ຂ່າວ-ພາບ: ສໍານັກຂ່າວສານຫວຽດ ນາມ ປະຈໍາລາວ ເຜີຍແຜ່... ທ່ານ ສັນຍາ ປຣະເສີດ ປະທານ ກໍາມາທິການການຕ່າງປະເທດສະພາ ແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມສະ ມັດຊາໃຫຍ່ໄອປາ ຄັ້ງນີ້ ຈັດຂຶ້ນພາຍ ໃຕ້ຄຳຂວັນ: “ບົດບາດຂອງລັດຖະ ສະພາໃນການຊຸກຍູ້ການເຊື່ອມຈອດ ແລະການເຕີບໂຕແບບກວມລວມຂອງ ອາຊຽນ”, ອັນເປັນການປະຕິບັດພັນ ທະໃນນາມສະມາຊິກສົມບູນໄອປາ ຂອງສະພາແຫ່ງຊາດລາວ, ທັງເປັນ ໂອກາດໃນການສົ່ງເສີມນະໂຍບາຍ ຂອງ ສປປ ລາວ ໃນການຫັນປະເທດທີ່ ບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດ ເຊື່ອມໂຍງເຊື່ອມຈອດ, ສົ່ງເສີມການ ຮ່ວມມືກັບບັນດາລັດຖະສະພາສະມາ ຊິກໄອປາ ແລະ ຄູ່ຮ່ວມມືອື່ນໆ ເພື່ອຊຸກ ຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກ ງານຕ່າງໆຂອງອາຊຽນໃຫ້ໄດ້ຮັບ ປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ກວ່າເກົ່າ. ພ້ອມນັ້ນ, ກໍເປັນການຍົກສູງ ບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຈາກນັ້ນ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາ ແຫ່ງຊາດກໍໄດ້ລາຍງານກ່ຽວກັບການ ກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ IX ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຈະດໍາເນີນໃນລະຫວ່າງ ກາງເດືອນ ພະຈິກ ຫາ ຕົ້ນເດືອນທັນວາ 2024 ຊຶ່ງ ຈະຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາວຽກງານ 4 ຂົງເຂດຄື: ວຽກງານ ລັດຖະບານ, ວຽກງານອົງການກວດ ສອບແຫ່ງລັດ ແລະ ອົງການກວດກາ ແຫ່ງລັດ, ວຽກງານສານປະຊາຊົນ ສູງ ສຸດ ແລະ ອົງການໄອຍະການປະຊາຊົນ ສູງສຸດແລະວຽກງານສະພາແຫ່ງຊາດ, ຈະພິຈາລະນາ ແລະ ຮັບຮອງເອົາການ ສ້າງແລະປັບປຸງກົດໝາຍ9ສະບັບ.ໃນ ນີ້, ສ້າງໃໝ່2 ສະບັບ, ປັບປຸງ 7 ສະບັບ. ຫລັງຈາກນັ້ນ, ກໍໄດ້ມີການປະກາດ ການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ ຕ່າງໆ,ການຍົກຍ້າຍສັບຊ້ອນພະນັກງານ ພາຍໃນສະພາແຫ່ງຊາດ ຈຳນວນໜຶ່ງ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນວ່າ: ການເປັນ ເຈົ້າພາບຈັດກອງປະຊຸມສະມັດຊາ ໃຫຍ່ ລັດຖະສະພາລະຫວ່າງຊາດ ອາ ຊຽນ ຄັ້ງທີ 45 ແມ່ນເຫດການການ ເມືອງທີ່ສໍາຄັນ ບໍ່ສະເພາະແຕ່ສໍາລັບ ສະພາແຫ່ງຊາດ ແຕ່ເປັນເຫດການສໍາ ຄັນສໍາລັບປະເທດເຮົາ ເພາະໄດ້ມີການ ປຶກສາຫາລືບັນຫາສໍາຄັນຂອງພາກ ພື້ນ ແລະ ສາກົນ; ບັນດາເອກະສານທີ່ ຮັບຮອງເອົາເປັນມະຕິ ກໍມີເກືອບ 40 ສະບັບ, ມີການພົບປະທັງຫລາຍຝ່າຍ ແລະ ສອງຝ່າຍ ຈໍານວນຫລາຍຄະນະ ອັນເປັນການຍົກສູງບົດບາດອິດທິພົນ ຂອງ ສປປ ລາວ, ຂອງສະພາແຫ່ງ ຊາດ ໃນເວທີພາກພື້ນ ແລະ ສາກົນຕື່ມ ອີກບາດກ້າວໜຶ່ງ.ສໍາລັບການກະກຽມ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ຕາມພາລະບົດບາດທີ່ໄດ້ກໍາ ນົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ກໍເປັນໜ້າທີ່ການເມືອງສໍາຄັນຂອງ ສະພາແຫ່ງຊາດ ຈຶ່ງສະເໜີມາຍັງບັນ ດາກໍາມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງ ຊາດ ຈົ່ງໄດ້ເພີ່ມທະວີຄວາມເປັນເຈົ້າ ການກະກຽມຮອບດ້ານໃນຂົງເຂດ ວຽກງານທີ່ຕົນຮັບຜິດຊອບ ແນໃສ່ຮັບ ປະກັນການພິຈາລະນາຕົກລົງວຽກ ງານຕ່າງໆ ມີຈຸດສຸມ ແລະ ເປັນບ່ອນ ອີງໃນການແກ້ໄຂແຕ່ລະບັນຫາຢ່າງ ມີປະສິດທິຜົນ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ກ່າວອີກວ່າ: ການທີ່ຄະນະບໍລິ ຫານງານພັກສະພາແຫ່ງຊາດ ໄດ້ປະ ກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ຈໍານວນໜຶ່ງ ໂດຍມີຂັ້ນຮອງຫົວໜ້າ ກົມ, ຫົວໜ້າພະແນກແລະຮອງຫົວໜ້າ ພະແນກ ລວມທັງການປັບປຸງ, ສັບຊ້ອນ ບ່ອນປະຈໍາການພາຍໃນສະພາແຫ່ງ ຊາດນັ້ນ ຈຸດປະສົງແມ່ນເພື່ອປັບປຸງ ວຽກງານໃຫ້ນັບມື້ມີປະສິດທິຜົນສູງ ຂຶ້ນ. ສໍາລັບບັນດາທ່ານ ທີ່ໄດ້ຮັບການ ແຕ່ງຕັ້ງຕໍາແໜ່ງບໍລິຫານ ໃຫ້ສືບຕໍ່ຕັ້ງ ໜ້າປະຕິບັດວຽກງານໃຫ້ມີຜົນສໍາເລັດ ໃໝ່ ເພື່ອເປັນກໍາລັງແຮງໃຫ້ແກ່ກົງຈັກ ຂອງສະພາແຫ່ງຊາດ ໃນການປະຕິບັດ ວຽກງານໃຫ້ດີຂຶ້ນເລື່ອຍໆ. ຂ່າວ: ອາລິນ ສຸພິມມະປະດິດ ທ່ານ ນາງ ບຸນເຫລືອ ຈັນທະພົມ ມາ ຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກ ປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະ ພັນແມ່ຍິງລາວ ໄດ້ກ່າວວ່າ: ການຄ້າ ມະນຸດແມ່ນອາຊະຍາ ກຳຂ້າມຊາດ ທີ່ມີການຈັດຕັ້ງ, ເປັນອາຊະຍາ ກຳທີ່ ຮ້າຍແຮງ ເພາະການຄ້າມະນຸດ ໄດ້ລະ ເມີດສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະ ນູນ, ກົດໝາຍພາຍໃນປະເທດ ແລະ ສົນທິສັນຍາສາກົນ; ໄດ້ສ້າງຄວາມ ເສຍຫາຍໂດຍກົງຕໍ່ຊີວິດ, ສຸຂະພາບ, ຮ່າງກາຍ, ຈິດໃຈ, ກຽດສັກສີຂອງມະ ນຸດ ທັງສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງຊາດ. ສປປ ລາວ ກໍເປັນປະເທດໜຶ່ງທີ່ພວມປະສົບ ກັບບັນຫາດັ່ງກ່າວ, ເນື່ອງຈາກປະເທດ ເຮົາມີຊາຍແດນຕິດຈອດກັບຫລາຍ ປະເທດ, ບວກກັບການພັດທະນາຢ່າງ ວ່ອງໄວທາງດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ເຕັກໂນໂລຊີ ການສື່ສານຕ່າງໆ ກາຍເປັນເງື່ອນໄຂ ສະດວກໃນການເດີນທາງ ຫລື ການສື່ ສານລະຫວ່າງປະເທດ ກໍຄື ພາຍໃນ ປະເທດ ໂດຍສະເພາະແມ່ນແຂວງຕໍ່ ແຂວງໄດ້ງ່າຍຂຶ້ນ. ມາເຖິງປັດຈຸບັນ ປະເທດເຮົາ ບໍ່ສະເພາະແຕ່ເປັນປະເທດ ຕົ້ນທາງຂອງການຄ້າມະນຸດ ຫາກຍັງ ແມ່ນປະເທດທາງຜ່ານ ແລະ ປາຍທາງ ຂອງຂະບວນການຄ້າມະນຸດ ພົນລະ ເມືອງລາວສ່ວນຫລາຍ ໂດຍສະເພາະ ເພດຊາຍແມ່ນຖືກຕົວະຍົວະຫລອກລວງ ໃຫ້ໄປເຮັດວຽກໃນຂະແໜງອຸດສະ ຫະກຳ, ຂະແໜງກະສິກຳ, ການປະມົງ ແລະ ອື່ນໆ. ສໍາລັບເອື້ອຍນ້ອງແມ່ຍິງ ສ່ວນຫລາຍກໍຈະຕົກຢູ່ໃນສະພາບເປັນ ແຮງງານໃນເຮືອນ, ຖືກຂູດຮີດທາງ ເພດ ຢູ່ຕາມສະຖານທີ່ບໍລິການ ເປັນຕົ້ນ ຮ້ານອາຫານ, ຮ້ານບັນເທີງຕ່າງໆ, ການ ແຕ່ງດອງແອບແຝງຫລືການແຕ່ງດອງ ກັບຄົນຕ່າງປະເທດທີ່ບໍ່ຖືກຕ້ອງຕາມ ກົດໝາຍ, ການເອົາເດັກໄປເປັນລູກ ລ້ຽງ, ການເຜີຍແຜ່ສິ່ງລາມົກຜ່ານສື່ ອອນລາຍ, ການໃຫ້ຖືພາ ຫລື ອຸ້ມບຸນ. ຈາກບັນຫາດັ່ງກ່າວ, ຈຶ່ງເຮັດໃຫ້ພົນລະ ເມືອງລາວຈຳນວນບໍ່ໜ້ອຍ ຕົກເປັນຜູ້ ຖືກເຄາະຮ້າຍຂອງການຄ້າມະນຸດ. ການຈັດຝຶກອົບຄັ້ງນີ້, ແນໃສ່ສ້າງ ຄວາມເຂັ້ມແຂງໃຫ້ສື່ມ່ວນຊົນ ກ່ຽວ ກັບວຽກງານຕ້ານການຄ້າມະນຸດ ແນ ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບ ທຳຂອງແມ່ຍິງລາວບັນດາເຜົ່າ ໂດຍ ສະເພາະແມ່ນຜູ້ຖືກເຄາະຮ້າຍຈາກ ການຄ້າມະນຸດ ເພື່ອນຳເອົາວຽກງານ ດັ່ງກ່າວ ລົງເຜີຍແຜ່ເປັນກະບອກສຽງ ໜຶ່ງແກ່ທຸກພາກສ່ວນໃນສັງຄົມທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນເອງ ໃຫ້ປະ ຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບວຽກງານດັ່ງກ່າວ ແລະ ມີສະຕິລະ ວັງຕົວບໍ່ໃຫ້ຕົກເປັນເຫຍື່ອຂອງການ ຄ້າມະນຸດ. ຂ່າວ: ກິດຕາ ເພີ່ມທະວີ...
ln [8+ ra fmtokdkolb dlk dj vow;IPo 3fp-5 ,-q o,u lj ;oIj ;, xtgmf]k; 3 04/11/2024 0j k; c]t gsfdko ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີົີ ໂດຍ: ຄຳພູສະຫວັນ ູ ສັ ນ *ພິທີເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ລະຫວ່າງ ກະ ຊວງສຶກສາທິການ ແລະ ກິລາ ຕາງ ໜ້າໂດຍພະແນກສຶກສາທິການ ແລະ ກິລາແຂວງເຊກອງ ກັບສະ ມາຄົມເຢຍລະມັນ-ລາວ ເພື່ອການ ພັດທະນາ (ສຢລພ) ໄດ້ຈັດຂຶ້ນ ໃນວັນທີ 31 ຕຸລາ 2024 ເພື່ອ ພັດທະນາການສຶກສາກ່ອນໄວຮຽນ ໂດຍຊຸມຊົນມີສ່ວນຮ່ວມ, ຕາງໜ້າ ລົງນາມໂດຍທ່ານ ຄໍາໄພ ສິມມາ ວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ນາງ ເພັດສະລິນ ຈັນທະຜາສຸກ ຜູ້ອໍາ ນວຍການສະມາຄົມເຢຍລະມັນລາວ, ໂດຍມີຂະແໜງການກ່ຽວ ຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ການຮ່ວມມືຄັ້ງນີ້, ແມ່ນສືບ ເນື່ອງມາຈາກກິດຈະກໍາສົ່ງເສີມ sh v';j kdkolk]t;a oleg]a f dkofegou odv'xt-5 ,.spj 7A 'mu V g,n v'\= l5j ,.lj dko lqj 'glu ,x6 drn fgxa oly o7h k h *ກອງປະຊຸມໃຫຍ່ ຄັ້ງທີV ຂອງ ສະມາຊິກກໍາມະບານຮາກຖານ ຫ້ອງວ່າການແຂວງສາລະວັນ ໄດ້ ໄຂຂຶ້ນຢ່າງເປັນທາງການ ໃນວັນ ທີ 1 ພະຈິກນີ້ ທີ່ຫ້ອງປະຊຸມສະໂມ ສອນແຂວງ, ໂດຍການເປັນປະທານ ຂອງສະຫາຍສົມໃຈບຸດສະຫະນິມິດ ປະທານກຳມະບານຮາກຖານ ຮອງ ຫົວໜ້າຫ້ອງວ່າການແຂວງ; ໃຫ້ ກຽດເຂົ້າຮ່ວມຂອງ ສະຫາຍ ຈິດ ຕະກອນ ສາຍສະໝຸດຜູ້ປະຈຳການ ປະທານຄະນະບໍລິຫານງານສະຫະ ພັນກຳມະບານແຂວງ; ສະຫາຍ ຈັນ ເພັງ ສາຍທຳມະວົງ ກຳມະການພັກ ແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ; ແຂກ ຖືກເຊີນ; ສະມາຊິກພາຍໃນຮາກ ຖານເຂົ້າຮ່ວມ. ກອງປະຊຸມ ໄດ້ຜ່ານບົດລາຍ ງານການເມືອງ ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ຂອງກຳມະບານ ຮາກຖານຫ້ອງວ່າການແຂວງ. ເຊີ່ງ ໃນໄລຍະ 5 ປີຜ່ານມາ, ຮາກຖານ ກຳມະບານ ກໍ່ໄດ້ອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິ VIII ຂອງສະຫະພັນກຳມະ ບານລາວ, ມະຕິ IX ຂອງແຂວງ, ມະຕິ VII ຂອງສະຫະພັນກາມະ ບານແຂວງ, ມະຕິຄັ້ງທີXII ຂອງຄະ *ການກະສິກໍາປູກຝັງ-ລ້ຽງສັດ ໄດ້ກາຍເປັນຂະແໜງການທີ່ຍູ້ແຮງ ການພັດທະນາຢູ່ເຂດ ຊົນນະບົດ ຫ່າງໄກສອກຫລີກ ເນື່ອງຈາກວ່າ ປະຊາຊົນລາວ ເຄີຍອາໄສການຜະ ລິດກະສິກຳເພື່ອລ້ຽງຊີບຕົນເອງມາ ແຕ່ດົນນານແລ້ວ, ໃນໄລຍະຜ່ານ ມາ ພັກ ແລະ ລັດຖະບານ ໄດ້ສຸມກໍາ ລັງແຮງ ແລະ ທຶນຮອນ ເພື່ອພັດ ທະນາຂະແໜງກະສິກໍາ-ປ່າໄມ້, ສົ່ງເສີມປະຊາຊົນສຸມໃສ່ການປູກການລ້ຽງໃຫ້ກາຍເປັນສິນຄ້າ ເພື່ອ ແກ້ໄຂຄວາມທຸກຍາກເທື່ອລະກ້າວ. ທ່ານທອງດຳໄຊຍະວົງຮອງຫົວ ນະພັກຮາກຖານຫ້ອງວ່າການ ແຂວງ ແລະ ວັນສ້າງຕັ້ງກຳມະບານ ລາວ, ວັນກຳມະກອນສາກົນຢ່າງ ເປັນຂະບວນຟົດຟື້ນເລີກເຊິ່ງ, ເຄື່ອນ ໄຫວເຂົ້າຮ່ວມກິດຈະກຳທາງການ ເມືອງທີ່ຄະນະພັກ-ອົງການປົກ ຄອງ-ອົງການຈັດຕັ້ງສັງຄົມ ຕ່າງໆ ຈັດຂື້ນເປັນປົກກະຕິຕໍ່ເນື່ອງ. ພ້ອມທັງໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດ ໃຫ້ແກ່ສະ ມາຊິກກຳມະບານໄດ້ເຊື່ອມຊຶມ ແນວທາງຂອງພັກ, ມະຕິຄໍາສັ່ງ, ລະ ບຽບກົດໝາຍ, ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມເຊື່ອໝັ້ນ ແລະ ມີແນວຄິດອຸ່ນອ່ຽງ-ທຸ່ນທ່ຽງ ຕໍ່ການນໍາພາຂອງພັກເຮັດໃຫ້ລະບົບ ການຈັດຕັ້ງມີຄວາມໜັກແໜ້ນ, ໝັ້ນ ທ່ຽງ ແລະ ມີຜົນສຳເລັດສູງໃນ ການປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນ ເຊິ່ງສະແດງອອກ: ໄດ້ ຈັດຕັ້ງປາຖະກະຖາ ແລະ ເຜີຍແຜ່ ເຊື່ອມຊຶມເອກະສານທີ່ສໍາຄັນຂອງ ຊາດ-ຂອງພັກ ລວມທັງເອກະ ສານເນື້ອໃນ 5 ເປັນເຈົ້າໄດ້ທັງ ໝົດ 28 ຄັ້ງ, ມີຈຳນວນພົນເຂົ້າ ຮັບຟັງ 1,035 ເທື່ອຄົນ, ຍິງ 675 ເທື່ອຄົນ. ນອກນັ້ນ, ຄະນະກຳມະບານ ຮາກຖານຫ້ອງວ່າການແຂວງ ຍັງໄດ້ນໍາພາສະມະຊິກກຳມະບານ ພາຍໃນໜ່ວຍ ຂອງ ຕົນ ເຂົ້າຮ່ວມ ຮັບຟັງການປາຖະກະຖາວັນສໍາຄັນ ຂອງຊາດ,ຂອງພັກເປັນຕົ້ນ:ມູນເຊື້ອ ກຳມະກອນສາກົນ, ວັນສ້າງຕັ້ງ ກຳມະບານລາວ, ວັນສ້າງຕັ້ງແມ່ ຍິງລາວ ແລະ ວັນສໍາຄັນອື່ນໆ ໄດ້ ທັງໝົດ 78 ຄັ້ງ ມີຜູ້ເຂົ້າຮ່ວມທັງ ໝົດ 1,132 ເທື່ອຄົນ, ຍິງ 514 ເທື່ອຄົນ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນ ໃຊ້ສິດປະຊາທິປະໄຕ ລົງຄະແນນສຽງເລືອກຕັ້ງ ຄະນະ ກໍາມະບານຮາກຖານຊຸດໃໝ່ ໂດຍ ມີຜູ້ອອກສະໝັກຮັບເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ຜ່ານການລົງຄະແນນສຽງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະ ລຶກ ໄດ້ເລືອກເອົາ ສະຫາຍ ສະຫາຍ ສົມໃຈ ບຸດສະຫະນິມິດ ເປັນປະທານ ຮາກຖານ, ສະຫາຍ ຄຳຕູ້ແກ້ວມະນີ ຮອງປະທານ ທັງເປັນປະທານກວດ ກາ, ສະຫາຍ ນາງ ວັນນະເລີດ ໂຮມຫົງສາ ເປັນຮອງປະທານກຳ ມະບານຖານຮາກຊຸດໃໝ່. ການສຶກສາຊັ້ນອະນຸບານຢູ່ເມືອງຕະ ໂອ້ຍ ແຂວງສາລະວັນ ແລະ ກິດຈະ ກໍາປັບປຸງໂຮງຮຽນອະນຸບານບ້ານ ດາກບອງ ເມືອງດາກຈຶງ ແຂວງ ເຊກອງ ເຫັນວ່າມີຄວາມສໍາຄັນ ແລະ ໄດ້ສ້າງຜົນປະໂຫຍດໃຫ້ແກ່ ໂຮງຮຽນ, ຊຸມຊົນ ແລະ ເດັກນ້ອຍ, ເສີມສ້າງຄວາມອາດສາມາດໃຫ້ ແກ່ຄະນະພັດທະນາການສຶກສາ ຂັ້ນບ້ານ, ຄູສອນ ແລະ ພໍ່-ແມ່ນັກ ຮຽນໄດ້ເຫັນເຖິງຄວາມສໍາຄັນຂອງ ການສຶກສາເດັກກ່ອນໄວຮຽນ ຕິດ ພັນກັບວຽກງານສຸຂະສຶກສາເບື້ອງ ຕົ້ນ ແລະ ໂພຊະນາການ. ພາຍໃຕ້ການຮ່ວມມືດັ່ງກ່າວ, ສະມາຄົມເຢຍລະມັນ-ລາວ ເພື່ອ ການພັດທະນາ ຈະໄດ້ສຸມໃສ່ຈັດຕັ້ງ ປະບັດກິດຈະກໍາຫລັກ ຄື: ສົ່ງເສີມ ກອງທຶນອາຫານທ່ຽງໃຫ້ແກ່ໂຮງ ຮຽນອະນຸບານ, ປູກຈິດສໍານຶກໃຫ້ ແກ່ຊາວບ້ານເປົ້າໝາຍເຫັນຄວາມ ສໍາຄັນຂອງການສຶກສາກ່ອນໄວ ຮຽນ ເພື່ອຊຸກຍູ້ໃຫ້ລູກຫຼານໄດ້ເຂົ້າ ຮຽນຕາມເກນອາຍຸ ແລະ ສ້າງ ຄວາມອາດສາມາດໃຫ້ຜູ້ອໍານວຍ ການ ແລະ ຄູສອນໂຮງຮຽນອະນຸ ບານໃນການຄຸ້ມຄອງບໍລິຫານ ແລະ ແກ້ເນື້ອໃນບົດຂ່າວຜິດພາດທີ່ໄດ້ເຜີຍແຜ່ອອກຄັ້ງວັນທີ 29/10/2024 ໃນຫນັງສືພິມປະເທດລາວຢູ່ຫນ້າ(3)ວ່າ“ໄດ້ກໍາໄລ 800 ກີບຕໍ່ປີ“ ແຕ່ ເນື້ອໃນຖືກແທ້ແມ່ນ 800 ລ້ານກີບຕໍ່ປີ ສະນັ້ນ ຂໍອະໄພໃນຄວາມຜິດພາດ ທີ່ເກີດຂຶ້ນດ້ວຍ. ບົດແກ້ເນື້ອໃນຂ່າວົ້ື້່ ແຫລ່ງຂໍ້ມູນຈາກ: ແຂວງສະຫວັນນະເຂດ່ ງໍ້ ມູນັ ນ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ໃ ຫ້ຮູ້ ວ່າ: ເມືອງນາໝໍ້ຕັ້ງ ຢູ່ທິດເໜືອ ຂອງແຂວງ ອຸດົມໄຊ, ມີ ເນື້ອທີ່ທັງໝົດ 1.921 ກິໂລຕາແມັດ , ທົ່ວເມືອງມີພູດອຍກວມເອົາ 87% ມີທົ່ງພຽງນ້ອຍລຽບຕາມແຄມ ລ່ອງນໍ້າ ແລະ ສາຍຫ້ວຍກວມ 13%, ທ່າແຮງຂອງເມືອງ ມີພື້ນທີ່ ທຳການຜະລິດ, ມີແຮງງານ, ເປັນ ເມືອງຕິດກັບສາຍແດນຈີນ ເພື່ອ ເປັນບ່ອນສົ່ງຂາຍຜົນຜະລິດ, ມືບັນ ດາໂຄງການສົ່ງເສີມ ແລະ ມີນັກລົງ ທຶນທັງພາຍໃນ ແລະ ຕ່າງປະເທດ ເຂົາມາລົງທຶນໃສ່ວຽກງານກະສິ ກຳ; ນອກຈາກນີ້ຍັງມີພະນັກງານ ວິຊາການ ດ້ານການປູກສະເພາະ ດ້ານເປັນທ່າແຮງໃນການຈັດຕັ້ງ ປະຕິບັດວຽກງານ. ສໍາລັບການ ຈັດຕັ້ງປະຕິບັດວຽກງານກະສິກຳ ປ່າໄມ້ ຜ່ານມາໂດຍສະເພາະການ ຜະລິດເຂົ້າ ທົ່ວເມືອງມີເນື້ອທີ່ທັງ ໝົດ 5.086 ເຮັກຕາ, ຜົນຜະລິດ 19.731 ໂຕນ, ໃນນີ້ມີເນື້ອທີ່ການ ປູກເຂົ້ານາປີ 3.185 ເຮັກຕາຜົນ ຜະລິດ 15.925 ໂຕນ, ເຂົ້້າໄຮ່ 1.895 ເຮັກຕາ ການຜະລິດພືດສະ ບຽງອາຫານ ມີເນື້ອທີ່1.095 ກວ່າ ເຮັກຕາ, ຜົນຜະລິດໄດ້ 5,708.72 ໂຕນ,ເທົ່າກັບ102.81%ຂອງແຜນ ປີ. ການສົ່ງເສີມການປູກພືດເປັນ ສິນຄ້າ ມີເນື້ອທີ່ທັງໝົດ 6,397.33 ເຮັກຕາ ຜົນຜະລິດ 101,547.19 ໂຕນ ເທົ່າກັບ 90% ຂອງແຜນປີ ໃນນີ້ມີ: ສາລີແຂງ, ຢາສູບ, ໝາກ ງາ, ເດືອຍ, ກ້ວຍຫອມ, ພືດຕະກຸນ ຖົ່ວ, ພືດຜັກລວມ ແລະ ໄມ້ໃຫ້ໝາກ. ອັນພົ້ນເດັ່ນໃນການປູກທີ່ສ້າງລາຍ ຮັບໃຫ້ ແກ່ປະຊາຊົນຊາວກະສິກອນ ແມ່ນຂະບວນການປູກອ້ອຍໃນຈຳ ນວນ20ບ້ານ,ມີເນື້ອທີ່1.420ເຮັກ ຕາ, ຜົນຜະລິດ 71.000 ກ່ວາໂຕນ, ສາມາດສ້າງລາຍຮັບໄດ້ 17.750 ລ້ານກີບ; ປູກສາລີ 3.983 ເຮັກຕາ, ຜົນຜະລິດ 15.973 ໂຕນ; ປູກຢາງ ພາລາ 4.664 ເຮັກຕາ, ຜົນຜະ ລິດ 13.499 ໂຕນ. ສຳລັບການຈັດຕັ້ງປະຕິບັດໃນ ລະດູຝົນ ປີ 2024 ແມ່ນສຸມໃສ່ ການປູກເຂົ້າ ມີເນື້ອທີ່ 6.322.48 ເຮັກຕາ; ໃນນີ້ເຂົ້ານາ 3.245 ເຮັກ ຕາ, ເຂົ້າໄຮ່ 3.077 ກວ່າເຮັກຕາ ນອກຈາກນັ້ນແມ່ນການປູກພືດຈຳ ນວນໜຶ່ງເປັນຕົ້ນ: ສາລີແຂງ, ໝາກ ເດືອຍ, ໝາກງາ ແລະ ອື່ນໆ. ນອກຈາກນີ້ແມ່ນການປາດຢາງ ພາລາຂອງພໍ່ແມ່ປະຊາຊົນ. ສຳລັບ ການກະກຽມສົງເສີມການປູກພືດ ລະດູແລ້ງເປັນສິນຄ້າ ໃນປີນີ້ແມ່ນ ຈະມີການສົ່ງເສີມປູກຢາສູບມີຈຳ ນວນ6ບ້ານ590ຄອບຄົວ,170.92 ເຮັກຕາ, ສົ່ງເສີມການປູກຖົ່ວເບີຈໍາ ນວນ 18 ບ້ານ ມີ 419 ຄອບຄົວ 50.3 ເຮັກຕາ, ໝາກອຶ ຈຳນວນ 11 ບ້ານມີ 351 ຄອບຄົວ 151.92 ເຮັກຕາ, ໝາກໂມ 5 ບ້ານມີ 231 ຄອບຄົວ 51.2 ເຮັກຕາ, ໂດຍທາງ ເມືອງໄດ້ເຮັດບົດບັນທຶກ-ສັນຍາ ກັບບໍລິສັດທີ່ມີເຈດຈຳນົງມາລົງທຶນ ສົງເສີມປະຊາຊົນປູກແລ້ວໃຫ້ບໍລິ ສັດຖອກພັນທະໃຫ້ເມືອງ ແລະ ຫົວ ໜ່ວຍທຸລະກິດມາເຊົ່າດິນນຳປະ ຊາຊົນປູກເອງ. ສຳລັບການສົງ ເສີມການປູກຢາສູບ ມີບໍລິສັດຫົງ ຖາ ແລະ ບໍລິສັດອາແດງລາວ ເປັນ ຜູ້ເກັບຊື້. ສິດສອນຫຼັກສູດແບບໃໝ່ ໃນ 3 ບ້ານເປົ້າໝາຍຄື: ບ້ານດາກບອງ, ບ້ານດາກຕຽມ ແລະ ຊຽງຫລວງ ເມືອງດາກຈຶງ ແຂວງເຊກອງ, ເພື່ອສືບຕໍ່ປະກອບສ່ວນບັນລຸ ເປົ້າ ໝາຍການພັດທະນາແບບຍືນຍົງ (SDGs), ໂດຍສະເພາະເປົ້າໝາຍ ທີ 4 ຮັບປະກັນການສຶກສາໃຫ້ມີ ຄຸນນະພາບ, ເທົ່າທຽມກັນ, ທົ່ວ ເຖິງ ແລະ ສົ່ງເສີມກາລະໂອກາດ ໃນການຮຽນຮູ້ຕະຫລອດຊີວິດສຳ ລັບໝົດທຸກຄົນ. ຊຶ່ງໄລຍະເວລາ ຂອງໂຄງການ ແມ່ນນັບແຕ່ມື້ອະ ນຸມັດ ຮອດທ້າຍປີ 2026. ສະມາ ຄົມເຢຍລະມັນ-ລາວ ເພື່ອການພັດ ທະນາ ເປັນຄູ່ຮ່ວມງານກັບກະຊວງ ສຶກສາທິການ ແລະ ກິລາ (ກົມອາຊີ ວະສຶກສາ) ແຕ່ປີ 2016 ເປັນຕົ້ນ ມາ. ໄລຍະຜ່ານມາ GLAD ໄດ້ເລັ່ງ ໃສ່ຈັດຕັ້ງປະຕິບັດ 5 ກິດຈະກໍາຫຼັກ ຄື: ສົ່ງເສີມວິຊາຊີບໃຫ້ແກ່ຊາວໜຸ່ມ ໃນການລິເລີ່ມການສ້າງທຸລະກິດ ໃນຄົວເຮືອນ, ສົ່ງເສີມການປູກຝັງລ້ຽງສັດເປັນສິນຄ້າ; ສະໜັບສະໜູນ ກິດຈະກໍາອາຫານທ່ຽງໃຫ້ແກ່ເດັກ ກ່ອນໄວຮຽນທີ່ຕິດພັນກັບການ ສົ່ງເສີມອາຊີບໃຫ້ແກ່ພໍ່ແມ່ນັກຮຽນ ໃນການປູກຝັງ ແລະ ລ້ຽງສັດນ້ອຍ ເພື່ອສະໜອງອາຫານໂພຊະນາ ການໃຫ້ແກ່ໂຮງຮຽນ, ກໍ່ສ້າງພື້ນ ຖານໂຄງລ່າງຂະໜາດນ້ອຍທີ່ຈໍາ ເປັນໂດຍການປະກອບສ່ວນຂອງ ຊຸມຊົນດ້ານແຮງງານ ແລະ ວັດຖຸ ໃນທ້ອງຖິ່ນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູ່ຮ່ວມງານພາກລັດໃນຂັ້ນ ເມືອງກ່ຽວກັບວຽກງານການພັດ ທະນາຊົນນະບົດ ແລະ ການບໍລິ ຫານໂຄງການ.
RkJQdWJsaXNoZXIy MTc3MTYxMQ==