5997

xtgmf]k; 4 3]d c]t gsfdko 04/11/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** ທຫລ... l6 o;a fmtotme9u o xt9e]k; 9a fc0j '0a o Ih v'gr']k; gxu f[5 o,t3s]ko ly ]txtfq o8u vk-Po{l gdq ks]u m6 f]k; muj c[dc]' ]tfq ,mb o -j ;pgs]n vwroE4h ;, 16j rkdg|n v 0v']k; ຂປລ. ໃນວັນທີ 31 ຕຸລາ 2024 ຜ່ານມາ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດການແຂ່ງຂັນ ຄົນຈີນ ຮ້ອງເພງລາວ ຄັ້ງທໍາອິດ, ເພື່ອສະ ເຫລີມສະຫລອງ ຄົບຮອບ 10 ປີ ແຫ່ງ ການສ້າງຕັ້ງ ສູນວັດທະນະທຳຈີນ ປະຈຳສປປລາວທີ່ຈະມາເຖິງໃນມໍ່ໆນີ້ ໂດຍມີຫົວໜ້າ, ຮອງຫົວໜ້າພະແນກ ການເມືອງ ສະຖານທູດຈີນ ປະຈໍາ ສປປ ລາວ, ຮອງອໍານວຍການວິທະ ຍາ ໄລສິລະປະແຫ່ງຊາດ, ຮອງອໍາ ນວຍການໂຮງຮຽນລຽວໂຕວ໌ ແລະ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາຈີນ ທີ່ຮຽນຢູ່ລາວ ເຂົ້າຮ່ວມຮັບຊົມ, ຮັບ ຟັງຢ່າງຄຶກຄື້ນມ່ວນຊື່ນ ໂດຍມີຜູ້ເຂົ້າ ຮ່ວມແຂ່ງຂັນ ທັງໝົດ 12 ຄົນ. ຜ່ານການແຂ່ງຂັນ, ອັນດັບ1 ໄດ້ ແກ່ ນາງ ຈ່າງສິນຕານ ໃນບົດເພງ ແດນແຫ່ງອິດສະຫລະ; ອັນດັບ 2 ນາງ ເຈິ່ງ ຊິນຢີ ໃນບົດເພງ ຈໍາປາເມືອງ ລາວ ແລະ ອັນດັບທີ 3 ທ້າວ ເສິນຫລິນ ໃນບົດເພງ ໃສວ່າຊັງເຂົາ. ສຳລັບ ລາງວັນຊະນະເລີດ ອັນດັບທີ 1 ໄດ້ຮັບ ຂປລ. ສະຖານທູດ ສ ເກົາຫລີ ປະຈຳນະຄອນຫລວງວຽງຈັນ, ຈັດບຸນ ມະໂຫລານສິລະປະດົນຕີ ອາຊຽນເກົາຫລີ ໃນລະຫວ່າງວັນທີ1-4ພະຈິກ 2024 ຢູ່ຫໍປະຊຸມແຫ່ງຊາດ ເພື່ອສະ ເຫລີມສະຫລອງ 35 ປີ ວັນສ້າງຕັ້ງ ການພົວພັນຄູ່ເຈລະອາຊຽນ-ສ ເກົາ ຫລີ ສົ່ງຕໍ່ສາຍສຳພັນທີ່ຮຸ່ງເຮືອງ ແລະ ຍາວນານໃຫ້ຄົນຮຸ່ນຕໍ່ໄປ,ເພື່ອແລກ ປ່ຽນສິລະປະວັດທະນະທໍາລະຫວ່າງ ອາຊຽກັບ ສ ເກົາຫລີ ໂດຍມີ ທ່ານ ນາງ ດາລານີ ພິມມະວົງສາ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ທ່ານ Jung Yung soo ເອກອັກຄະລັດຖະ ສ ເກົາຫລີ ປະຈຳ ສປປ ລາວ, ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ງານມະໂຫລານນີ້ຈັດຂຶ້ນ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ວິໄສທັດຮ່ວມກັນ ໃນການເຊື່ອມໂຍງ ຂອງອາຊຽນ, ພ້ອມທັງສະເຫລີມສະ ຫລອງ 35 ປີແຫ່ງວັນສ້າງຕັ້ງການ ພົວພັນຄູ່ເຈລະຈາ ອາຊຽນ-ສ ເກົາຫລີ ລະດັບຍຸດທະສາດຮອບດ້ານ, ສະນັ້ນ, ການສະແດງນີ້ ຖືເປັນສ່ວນໜຶ່ງຂອງ ງານວາງສະແດງວັດທະນະທໍາອາ ຊຽນ ຄັ້ງທີ 7 ເພື່ອໃຫ້ສັງຄົມໄດ້ເຫັນ ຄວາມສວຍງາມທີ່ເປັນເອກະລັກສະ ເພາະຂອງແຕ່ລະວັດທະນະທຳ, ຊຸກຍູ້ ຄວາມເຂົ້າໃຈເລິກເຊິ່ງ, ເປັນເອກະ ພາບ ແລະ ການຮ່ວມມື, ເພີ່ມທະວີການ ແລກປ່ຽນດ້ານເຕັກນິກ ແລະ ວັດທະ ນະທຳລະຫວ່າງບັນດານັກສິລະປິນໃນ ທົ່ວພາກພື້ນ. ໃນງານຄັ້ງນີ້, ຈະໄດ້ສຳຜັດກັບວັດ ທະທໍາຜ່ານສຽງເພງ ຈາກບັນດາປະ ເທດອາຊຽນ ແລະ ເກົາຫລີ ໂດຍມີສິ ລະປິນ ຈາກປະເທດມາເລຍເຊຍ, ຟີລິບ ປິນ, ສິງກະໂປ, ໄທ, ເກົາຫລີ, ລາວ, ກຳປູເຈຍ,nongei ຈາກອິນໂເນຍເຊຍ ແລະຈາກມຽນມາທີ່ຈະມາມອບຄວາມ ສຸກໃຫ້ບັນດາແຂກທີ່ເຂົ້າຮ່ວມງານ. ຂ່າວ: ມາລິດາ; ພາບ: ເກດສະໜາ ຂປລ. ໃນຕອນແລງວັນທີ 26 ຕຸລາ 2024 ຜ່ານມາ, ສະຖານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຈັດພິທີ ມອບ-ຮັບ ເງິນຊ່ວຍເຫລືອປະຊາຊົນລາວ ຜູ້ທີ່ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ແຂວງພາກເໜືອ ຂອງ ສປປ ລາວ ຈາກບັນດາສະມາຄົມ, ຄົນເຊື້ອຊາດ ລາວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ເຢຍລະມັນ ແລະ ບັນດາປະເທດທີ່ ສະຖານທູດຮັບຜິດຊອບ ໂດຍມີປະ ທານສະມາຄົມລາວ ແບກແລງ ພ້ອມ ຄະນະ, ປະທານສະມາຄົມ ສະຕຣີລາວ ພ້ອມຄະນະ, ປະທານສັງຄົມເພື່ອ ການພັດທະນາ ເຢຍລະມັນ-ລາວ (DLG), ຄົນເຊື້ອຊາດລາວທີ່ ແບກ ແລງ ແລະ ພະນັກງານສະຖານທູດ ເຂົ້າຮ່ວມ. ພາຍຫລັງສັງຮວມການບໍລິຈາກ ເງິນຊ່ວຍເຫລືອຄັ້ງນີ້ ຈາກສະມາຄົມ ລາວ ແບກແລງ, ສະມາຄົມສະຕຣີ ລາວ, ສະມາຄົມວັດລາວ-ຊາວພຸດສີ ບຸນເຮືອງ, ສະມາຄົມ ເຢຍລະມັນລາວ ເພື່ອການພັດທະນາ ແລະ ສະມາ ຄົມ ວັດທະນະທໍາດອກຈໍາປາ ລວມທັງ ບັນດາຄົນເຊື້ອຊາດລາວ ຢູ່ ເຢຍລະມັນ ໄດ້ທັງໝົດ 7.200 ເອີໂຣ ຫລື ປະມານ 170.600.000 ກີບ. ໃນໂອກາດດັ່ງກ່າວ, ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ເຢຍລະມັນ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ພະ ນັກງານສະຖານທູດສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ຊົມເຊີຍບັນ ດາສະມາຄົມລວມທັງຄົນເຊື້ອຊາດ ລາວ ທີ່ໄດ້ເອົາໃຈໃສ່ຊ່ວຍລະດົມຜູ້ທີ່ ມີຈິດໃຈໃສສັດທາ ແລະ ເອື້ອເຟື້ອ ເພື່ອ ແຜ່ປັດໄຈ ປະກອບສ່ວນເງິນຊ່ວຍ ເຫລືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນ ກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້. ພ້ອມ ນັ້ນ, ທ່ານທູດຍັງໄດ້ມອບໃບກຽດຕິຄຸນ ໃຫ້ແຕ່ລະສະມາຄົມດັ່ງກ່າວ ເພື່ອເປັນ ການສະແດງເຖິງຄວາມຂອບອົກຂອບ ໃຈ ແລະ ຮູ້ບຸນຄຸນ ໄປຍັງບັນດາສະ ມາຄົມແລະຄົນເຊື້ອຊາດລາວທີ່ໄດ້ບໍລິ ຈາກປັດໄຈເງິນຊ່ວຍເຫລືອຄັ້ງນີ້ ແລະ ທັງຈະໄດ້ຈາລຶກໄວ້ໃນປຶ້ມບັນທຶກຂອງ ສະຖານທູດລາວ ທີ່ ແບກແລງ ຕື່ມອີກ. ຮອງຜູ້ວ່າການ ທຫລ, ມີພະນັກງານ ອາວຸໂສບຳນານ, ພະນັກງານ-ລັດຖະ ກອນທົ່ວຂະແໜງການທະນາຄານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຈັດປາຖະກະຖາໃນຄັ້ງນີ້, ເພື່ອໃຫ້ສະມາຊິກພັກ-ພະນັກງານ ຮຸ່ນ ຫລັງ ຂອງຂະແໜງທະນາຄານໄດ້ ເຊື່ອມຊຶມມູນເຊື້ອປະຫວັດຄວາມເປັນ ມາ ກໍຄື ຜົນງານເຄື່ອນໄຫວຂອງຂະ ແໜງທະນາຄານຕະຫລອດໄລຍະ 56 ປີຜ່ານມາ, ທັງເປັນການປຸກລະດົມ ຄວາມສາມັກຄີອັນແໜ້ນແຟ້ນ, ສະຕິ ປັນຍາອັນສະຫລາດສ່ອງໄສ ເພື່ອປະ ກອບສ່ວນເຂົ້າໃນພາລະກິດປົກປັກຮັກ ສາແລະສ້າງສາພັດທະນາປະເທດຊາດ ຂປລ. ພິທີເປີດໂຄງການກໍ່ສ້າງ ຟາມລ້ຽງງົວຕົວແບບທີ່ທັນສະໄໝ ຂອງບໍລິສັດຮ່ວມທຶນກະສິກໍາຄົບວົງ ຈອນ ຈໍາກັດ ຈັດຂຶ້ນໃນວັນທີ 1 ພະຈິກ 2024 ນີ້, ທີ່ຟາມງົວຕົວແບບໃນຂອບ ເຂດ ບ້ານຖໍ້າ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍພົນຈັດ ຕະວາ ວົງສັກ ສີພັນດອນ ຮອງຫົວ Xiaomi Pad 6+ ພ້ອມໃບກຽດຕິຄຸນ; ລາງວັນທີ 2 ໄດ້ຮັບ ໂທລະສັບມືຖື 1 ໜ່ວຍ ພ້ອມໃບກຽດຕິຄຸນ ແລະ ລາງວັນທີ 3 ໄດ້ຮັບໂມງອັດສະລິຍະ, ພ້ອມໃບກຽດຕິຄຸນ. ສ່ວນລາງວັນດີ ເດັ່ນ ມີ 5 ລາງວັນ ໄດ້ຮັບໝອນໂລໂກ (LOGO)ຂອງສູນວັດທະນະທຳຈີນ, ພ້ອມໃບກຽດຕິຄຸນ ແລະ ລາງວັນຊົມ ເຊີຍ ມີ 4 ລາງວັນ ໄດ້ຮັບໝອນໂລໂກ (LOGO) ຂອງສູນວັດທະນະທຳ ຈີນ ພ້ອມໃບກຽດຕິຄຸນ. ໃນໂອກາດດຽວກັນ, ຍັງໄດ້ມີການ ວາງສະແດງຮູບພາບສູນວັດທະນະທໍາ ຈີນຄົບຮອບ10,ພ້ອມທັງມອບລາງວັນ ການປະກວດໂລໂກສະເຫລີມສະຫລອງ ສູນວັດ ທະນະທໍາຈີນ ປະຈໍາ ສປປ ລາວ ຄົບຮອບ 10 ປີ ເຊິ່ງຜົນງານຊະນະ ເລີດ ແມ່ນທ້າວສັນໄຊ ດວງຈັນທາ ໄດ້ ຮັບເງິນລາງວັນ8.000.000ກີບແລະ ລາງວັນ ຊົມເຊີຍ ອີກ 10 ຜົນງານ. ສຳລັບກິດຈະກໍາການແຂ່ງຂັນ “ຄົນລາວຮ້ອງເພງຈີນ” ຄັ້ງຕໍ່ໄປ ໄດ້ເປີດຮັບສະໝັກແລ້ວນັບແຕ່ມື້ນີ້ ຈົນ ເຖິງ ວັນທີ 5 ພະຈິກ 2024 ລາຍລະ ອຽດ ເພີ່ມເຕີມສາມາດຮັບຊົມໄດ້ທີ່ Facebook Page: China Cutural Center In Laos ຫລື ໂທ: 021228898. 3 ສະໄໝທີ I ໃນເດືອນ 3 ປີ 1966. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນຄວາມ ຈໍາເປັນ ໃນການປະຕິຮູບລະບົບທະນາ ຄານຂັ້ນໜຶ່ງ ເປັນທະນາຄານສອງຂັ້ນ ແລະ ການເຄື່ອນໄຫວວຽກງານຫລັງ ຈາກການປະຕິຮູບ; ສົມທຽບການບໍລິ ຫານງານໃນເມື່ອກ່ອນກັບໄລຍະໃໝ່ ຫລື ປັດຈຸບັນ. ຂ່າວ-ພາບ: ວຽງສະຫວັນ ຕາມໜ້າທີ່ໆໄດ້ຮັບມອບໝາຍໃຫ້ມີຜົນ ສຳເລັດເປັນຢ່າງດີ, ພ້ອມຍົກສູງນໍ້າໃຈ ເສຍສະຫລະ ແລະ ຄວາມຮັບຜິດຊອບ ຂອງຕົນໃຫ້ສູງຂຶ້ນເປັນເທົ່າຕົວ, ພ້ອມ ກັນເປັນຈິດໜຶ່ງໃຈດຽວ ສູ້ຊົນບຸກບືນ ຈັດຕັ້ງປະຕິບັດພາລະບົດບາດຂອງ ຂະແໜງທະນາຄານ ໃຫ້ມີບາດກ້າວ ໃໝ່ທີ່ຕັ້ງໜ້າຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານ ບຸນສົງ ສົມມາລາ ວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດກ ານກໍາເນີດທະນາຄານຢູ່ເຂດປົດປ່ອຍ ໄລ ຍະປີ 1968; ຄວາມໝາຍ-ຄວາມ ສໍາຄັນໃນການສ້າງຕັ້ງທະນາຄານ, ສະພາບການປ່ຽນເງິນໃນລະບອບເກົ່າ ເປັນເງິນກີບປົດປ່ອຍ ຊຶ່ງການກຳເນີດ ຂະຫຍາຍຕົວທະນາຄານແມ່ນມີຄວາມ ໝາຍສຳຄັນທາງດ້ານປະຫວັດສາດ ແລະ ໃນຂະບວນວິວັດແຫ່ງການຂະ ຫຍາຍຕົວຂອງລະບົບເງິນຕາ ແລະ ຂະແໜງທະນາຄານໃນປະເທດເຮົາ, ມັນແມ່ນໝາກຜົນຂອງການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ, ເປັນຂີດໝາຍແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງການປະຕິວັດ. ຂະແໜງການທະນາຄານ ໄດ້ຖືກໍາເນີດ ຂຶ້ນໃນໄລຍະເວລາທີ່ປະເທດຊາດຢູ່ ໃນສະພາວະຄວາມຫຍຸ້ງຍາກ ເປັນໄລ ຍະແຫ່ງການຕໍ່ສູ້ກູ້ຊາດຕ້ານການຮຸກ ຮານ ຂອງຈັກກະພັດຕ່າງດ້າວຢ່າງ ເປັນຂະບວນຟົດຟື້ນຂອງປະຊາຊົນ ລາວບັນດາເຜົ່າ. ໃນເວລານັ້ນ, ສະ ພາບເສດຖະກິດໃນເຂດປົດປ່ອຍຢູ່ປະ ເທດເຮົາຍັງຫລ້າຫລັງ, ການຜະລິດ ກໍພຽງເພື່ອກຸ້ມຕົນເອງ, ໃນຂະນະທີ່ຂະ ແໜງທະນາຄານ ກໍຄື ຄັງເງິນໃນເມື່ອ ກ່ອນໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າໃນການ ປະກອບສ່ວນ ສະໜັບສະໜູນຂະບວນ ການປະຕິ ວັດຊາດ ເພື່ອປົກປັກຮັກສາ ແລະສ້າງສາພັດທະນາເສດຖະກິດຂອງ ປະເທດຊາດໃຫ້ມີຄວາມເຂັ້ມແຂງ. ຕໍ່ໜ້າສະພາບການດັ່ງກ່າວນັ້ນ, ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງ ຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍ ຊາດ ແລະ ເຮັດສຳເລັດໜ້າທີ່ໃນການ ປະຕິວັດຊາດປະຊາທິ ປະໄຕໃນຂອບ ເຂດທົ່ວປະເທດ ໂດຍສະເພາະແມ່ນ ການສ້າງເງື່ອນໄຂເອື້ອອໍານວຍໃນ ການພັດທະນາເສດຖະກິດ-ການເງິນ ໃຫ້ມີຄວາມເຂັ້ມແຂງ, ສາມາດປະກອບ ສ່ວນທຶນຮອນເຂົ້າໃນການຊຸກຍູ້ການ ຜະລິດ ແລະ ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ເປັນກ້າວໆ, ໃນໄລຍະນີ້ເອງໄດ້ເປັນຈຸດ ເລີ່ມຕົ້ນໃນການສ້າງຕັ້ງ ທະນາຄານ ໂດຍແບ່ງເຫດການອອກເປັນແຕ່ລະ ໄລຍະ ເລີ່ມແຕ່ກອງປະຊຸມຄົບຄະນະ ຂອງສູນກາງພັກ ປະຊາຊົນລາວ ຄັ້ງທີ *** ຕໍ່ຈາກໜ້າ 1 *** ເປີດໂຄງການ... ໜ້າກົມໃຫຍ່ພະລາທິການກອງທັບ, ມີ ທ່ານນາງ ຄອນສະຫວັນ ແສງ ວິໄລ ອໍານວຍການ ບໍລິສັດຮ່ວມທຶນກະສິ ກໍາຄົບວົງຈອນ ຈໍາກັດ, ມີຄະນະນໍາ ກົມໃຫຍ່ພະລາທິການກອງທັບ, ຕາງ ໜ້າກະຊວງກະສິກໍາ ແລະ ປ່າໄມ້, ກົມ ແຜນການ ແລະ ການຮ່ວມມື, ກົມລ້ຽງ ສັດ ແລະ ການປະມົງ, ກົມປູກຝັງ, ພະ ແນກກະສິກໍານະຄອນຫລວງ ແລະ ຄະນະອໍານວຍການ ບໍລິສັດ ເຂົ້າຮ່ວມ. ທ່ານ ນາງ ຄອນສະຫວັນ ແສງວິ ໄລ ອໍານວຍການ ບໍລິສັດຮ່ວມທຶນກະ ສິກໍາຄົບວົງຈອນ ຈໍາກັດ ໄດ້ລາຍງານ ຫຍໍ້ ກ່ຽວກັບການເຄື່ອນໄຫວຂອງ ບໍລິ ສັດຮ່ວມທຶນກະສິກຳຄົບວົງຈອນຈຳ ກັດ ເຊິ່ງບໍລິສັດມີທີ່ຕັ້ງສໍານັກງານ ຫ້ອງການໃຫຍ່ຕັ້ງຢູ ເຂດເສດຖະກິດພິ ເສດບຶງທາດຫລວງ ເມືອງໄຊເສດຖາ ນະຄອງຫລວງວຽງຈັນ ເຊິ່ງຟາມຕັ້ງ ຢູ່ເຂດບ້ານຖໍ້າ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ, ຟາມລ້ຽງງົວ ດັ່ງກ່າວ ມີເນື້ອທີ່ 87 ເຮັກຕາ ຂຶ້ນກັບ ກົມຜະລິດ-ກະສິກຳ ກົມໃຫຍ່ພະລາທິ ການກອງທັບ ຮ່ວມກັບ ບໍລິສັດ ສາງ ຈ່ຽງ ການລົງທຶນລາວ ຈຳກັດຜູ້ດຽວ ຮ່ວມກັນສ້າງຕັ້ງເປັນ ບໍລິສັດຮ່ວມທຶນ ກະສິກຳຄົບວົງຈອນ ຈຳກັດ, ບົນພື້ນ ຖານການຕົກລົງເຫັນດີຂອງກະຊວງ ປ້ອງກັນປະເທດ. ຈຸດປະສົງໃນການ ຮ່ວມດໍາເນີນທຸລະກິດກ່ຽວກັບການຜະ ລິດກະສິກຳ ໂດຍສະເພາະແມ່ນການ ລ້ຽງສັດໃຫຍ່ ເປັນຕົ້ນ ງົວ ແລະ ຄວາຍ ຈໍາໜ່າຍໄປ ສປ ຈີນ ແລະ ສົ່ງເສີມການ ລ້ຽງພາຍໃນປະເທດ. ບໍລິສັດ ໄດ້ສຸມໃສ່ການກະກຽມ ດ້ານສະບຽງອາຫານພື້ນຖານ ເຊັ່ນ: ກຽມພື້ນທີ່ປູກຫຍ້າ ໃຫ້ສາມາດຮອງ ຮັບການລ້ຽງງົວ ໂດຍສະເພາະໃນຟາມ ບ້ານຖໍ້ານີ້ ມີພື້ນທີ່ປູກຫຍ້າ 50 ເຮັກຕາ ໂດຍກຳນົດເອົາຫຍ້າເນເປຍ ປາກ ຊ່ອງ 1 ແລະ ຫຍ້າຈຸນຊາວ ເປັນພື້ນ ຖານໃຫ້ແກ່ການຂະຫຍາຍທົ່ງຫຍ້າ; ນໍາງົວທອມເຂົ້າມາທົດລອງກ່ອນ ໂດຍ ນໍາໃຊ້ສ່ວນປະສົມອາຫານປະເພດ ຕ່າງໆ ຕາມສູດອາຫານ TMR ແລະ ເກັບກຳຂໍ້ມູນການເກືອ, ການເພີ່ມນໍ້າ ໜັກຂອງງົວທອມທີ່ເພີ່ມຂຶ້ນໃນແຕ່ລະ ເດືອນ. ປັດຈຸບັນ, ພາຍໃນຟາມມີງົວ 282 ໂຕ, ເປັນງົວພໍ່ພັນ 4 ໂຕ, ແມ່ພັນ 113 ໂຕ, ງົວທອມ 92 ແລະ ງົວນ້ອຍ 50 ໂຕ. ຂ່າວ-ພາບ: ໜັງສືພິມກອງທັບ

RkJQdWJsaXNoZXIy MTc3MTYxMQ==