5959

xtgmf]k; 3 12/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຫງວຽນມິງເຕິມ ຮອງຫົວ ິິົ ໜ້າຄະນະພົວພັນຕ່າງປະເທດສູນ ້ົັູ່ ກາງພັກັກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ບົດສະເໜີ ົີ dkora fmtok7q o ra fmtokdkolb dlk 7e c,[{c\[F 3,d{3\d .orklk]k; ໂດຍ: ຄ້ອອ່ງໃໝ່້ glu ,0tspkp,6 og-N vxts;a flkf xq dxa dIa dlk c]t gruj ,r6 o76 olh k' .sh lkprq ;ra o s;Pfok,{]k; .sh oa [,N g8u [.spj 1j k'[+ 15 f1A ' *ປັດຈຸບັນ, ຫວຽດນາມ ໄດ້ໃຫ້ ທຶນການສຶກສາແກ່ລາວ ຫຼາຍກວ່າ 1.000 ທຶນໃນແຕ່ລະປີ ແລະ ມາ ຮອດປັດຈຸບັນ ມີນັກສຶກສາລາວ ຫລາຍກວ່າ 14,000 ຄົນ ພວມ ສຶກສາຮໍ່າຮຽນ ຢູ່ໃນສະຖານບັນ ການສຶກສາຂອງຫວຽດນາມຫລາຍ ກວ່າ 170 ແຫ່ງ. ສອງຝ່າຍໄດ້ຈັດ ຕັ້ງບັນດາລາຍການວັດທະນະທຳ, ສິລະປະຢູ່ແຕ່ລະປະເທດໄດ້ເປັນ ຢ່າງດີ. ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະ ອົງການຂອງ ສະພາແຫ່ງຊາດ, ແນວໂຮມ, ອົງ ການຈັດຕັ້ງມະຫາຊົນ ແລະ ທ້ອງ ຖິ່ນ: ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ກ້າວເຂົ້າສູ່ຕົວຈິງ. ສອງຝ່າຍໄດ້ *ການພັດທະນາຊັບພະຍາກອນ ມະນຸດ ກໍ່ຄືພັດທະນາຄົນ ກໍ່ແມ່ນ ການພັດທະນາການສຶກສາ ໃຫ້ຄົນ ມີການພັດທະນາຮອບດ້ານ ທັງສະ ຕິປັນຍາ, ຄວາມຮູ້, ຄຸນສົມບັດສິນ ທໍາປະຕິວັດ, ສຸຂະພາບ, ຈິດໃຈ-ຄຸນ ນະທໍາ...ຜົນສໍາເລັດຂອງວຽກງານ ກໍ່ແມ່ນຂຶ້ນກັບຄົນ, ໝາຍວ່າ ຄົນເປັນ ຜູ້ຕັດສິນຜົນສໍາເລັດຕ່າງໆ, ສະນັ້ນ ການໃຫ້ການສຶກສາຈຶ່ງສໍາຄັນ ຂາດ ບໍ່ໄດ້ໃນຂະບວນການພັດທະນາ. ໃນໂອກາດ ໂອ້ລົມ ຕໍ່ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ເມື່ອເດືອນສິງຫາ ຜ່ານ ມາ, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ໄດ້ເນັ້ນ ຫລາຍເນື້ອໃນສໍາຄັນ, ໃນນັ້ນແມ່ນ “ການກໍ່ສ້າງເສດຖະກິດ, ເຮັດໃຫ້ ສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບແມ່ນການສ້າງ ພື້ນຖານ, ສ້າງກໍາລງັແຮງ ໃຫ້ແກ່ ການພັດທະນາຂົງເຂດ ອື່ນໆ, ແຕ່ ລໍາພັງເສດຖະກິດດ້ານດຽວ ບໍ່ຮ່ອນ ເຮັດໃຫ້ການພັດທະນາ ດໍາລົງຄົງ ຕົວຢ່າງຍືນຍົງໄດ້, ພັກ ເຮົາ ຈຶ່ງ ຖືການພັດທະນາເສດຖະກິດ ໃຫ້ ກົມກຽວແລະສົມດຸນກັບການພັດທະ ນາຄົນ , ສັງຄົມ ແລະ ວັດທະນະ ທໍາ; ເມື່ອໃດທີ່ຄົນເຮົາ ໄດ້ຮັບການ ພັດທະນາ ຢ່າງຮອບດ້ານ... ເມື່ອ ນັ້ນ ຄົນຈຶ່ງເປັນກໍາລັງແຮງໃຫ້ແກ່ ພັດທະນາໄດ້ຢ່າງແທ້ຈິງ. ດ້ວຍ *ຫລາຍບົດໃນໄລຍະມໍ່ໆມານີ້ ໄດ້ນໍາເອົາຄໍາສັບທີ່ປະກອບສ້າງຂຶ້ນ ດ້ວຍອັກສອນສູງ ແລະ ຕໍ່າ ເປັນ ຕົວແກນ ຫລື ພະຍັນຊະນະແກນ ປະກອບໃສ່ສະຫລະຕົວດຽວກັນ, ຈໍານວນໜຶ່ງມີຕົວສະກົດ ໂດຍສະ ເພາະຕົວສະກົດຕາຍ ເຊິ່ງໃນພຶດຕິ ກໍາຕົວຈິງມັກພົບການຂຽນບໍ່ຖືກ ຕາມຫລັກໄວຍາກອນ ກໍ່ຄືຕາມວັດ ຈະນະນຸກົມ ພາສາລາວ. ບົດນີ້ ຈຶ່ງ ສືບຕໍ່ເອົາບາງຄໍາມາທົບທວນນໍາ ກັນອີກ. ຄໍາ “ແມບ” ເປັນຄໍາຄຸນນາມ ໝາຍເຖິງ ແສງເຫລື້ອມນ້ອຍໆ ແລະ ໄວ ເອີ້ນ ເຫລື້ອມແມບ; ເປັນກໍາມະ ໝາຍເຖິງ ອາການນອນແຊ່ຢູ່ໃນ ນໍ້າ ຂອງຄົນ ແລະ ສັດ ເຊັ່ນ ຄວາຍ ແມບນໍ້າ...ຄໍາວ່າ “ແມບ” ຍັງມີສັບ ທີ່ພວກເຮົາພົບເຫັນຫລາຍ ເຊິ່ງປະ ກອບຢູ່ນໍາຄໍາທີ່ມີສອງພະຍາງ ມີ ຄວາມໝາຍແຕກຕ່າງກັນໄປ ເຊັ່ນ: ມັບແມບ ເປັນຄໍາຄຸນນາມ ໝາຍ ເຖິງ ເຮັດລັບໆລີ້ໆ, ລີ້, ເຫັນແດ່ບໍ່ ເຫັນແດ່; ຟ້າແມບເຫລື້ອມ ເປັນຄໍາ ນາມໝາຍເຖິງ ແສງທີ່ຢູ່ໄກໆແຕ່ໄວ ເທິງທ້ອງຟ້າ ເວລາຈະມີຝົນ...ນອກ ນັ້ນ ຍັງມີບາງກໍລະນີ ມີຄວາມໝາຍ ແຝງ ເຊັ່ນ ເຫລື້ອມແມບ ເຊິ່ງຄວາມ ໝາຍເດີມ ກໍ່ໝາຍເຖິງແສງເຫລື້ອມ ຢ່າງໄວ, ແຕ່ໃນກໍລະນີເວົ້າເຖິງການ ກິນທີ່ມີລັກສະນະໄວ ຢ່າງບໍ່ເຫລືອ ດັ່ງວ່າ ກິນເຫລື້ອມແມບ ໝາຍເຖິງ ຄຸນລັກສະນະການກິນຂອງກິນໃດ ໜຶ່ງຢ່າງໝົດສ້ຽງ, ເມື່ອຖືກຖາມ ວ່າ ຍັງບໍ່(ໝາຍເຖິງອາຫານການ ກິນ) ຄໍາຕອບວ່າ ເຫລື້ອມແມບ ກໍ່ ໝາຍເຖິງກິນຈົນກ້ຽງຈານ-ຖ້ວຍ... ນັ້ນເອງ. ຄໍາ “ແໝບ” ເປັນຄໍາຄຸນນາມ ໝາຍເຖິງ ລັກສະນະແພບແປ ຂອງ ດັງຄົນ ເອີ້ນ ດັງແໝບ; ເປັນຄໍາ ກໍາມະ ໝາຍເຖິງ ໝູບລົງໃຫ້ທ້ອງ ແລະ ເອິກຈຸພື້ນ ແລ້ວຢຽດແຂນ ຂາອອກ; ເໝບ ກໍ່ວ່າ. ສະຫລຸບວ່າ ສອງຕົວອັກສອນ ກໍ່ ຄືຕົວແກນໃນຄໍາທີ່ຍົກຂຶ້ນມາ ທັງ ໝ ແລະ ມ ນີ້ ເຖິງວ່າປະກອບໃສ່ສະ ຫລະດຽວກັນ ແລະ ມີຕົວສະກົດ ດຽວກັນ ສຽງໃກ້ກັນ ແຕ່ບໍ່ສາມາດ ໃຊ້ແທນກັນໄດ້, ຖ້າໃຊ້ ກໍ່ຖືວ່າບໍ່ຖືກ ດັ່ງຄົນດັງແມບ, ຟ້າແໝບ ເຫລື້ອມ... ຖືວ່າບໍ່ຖືກ. ດັ່ງນັ້ນ ຈຶ່ງໄດ້ນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ເຫດນັ້ນ, ຍາມໃດ ຄົນກໍ່ເປັນປັດໄຈ ຕັດສິນ ຕໍ່ຜົນໄດ້ຜົນເສຍຂອງການ ພັດທະນາເສດຖະກິດ-ສັງຄົມ ກໍ່ຄື ພາລະກິດປະຕິວັດຂອງພັກເຮົາ, ໃນ ນັ້ນ ວຽກສໍາຄັນໃຈກາງຂອງການ ພັດທະນາຄົນ ແມ່ນການສຶກສາ”. ໃນໄລຍະຜ່ານມາ ວຽກງານສຶກ ສາ ແລະ ກິລາ ສາມາດບັນລຸໄດ້ 8 ຄາດໝາຍດ້ານການສຶກສາ ແລະ ກິ ລາ; ການປັບປຸງກົນໄກ, ແບບແຜນ ການຄຸ້ມຄອງ-ບໍລິຫານການສຶກສາ ໃຫ້ສອດຄ່ອງກັບສະພາບການທີ່ມີ ການປ່ຽນແປງຢູ່ຕະຫລອດ; ແກ້ໄຂ ການຂາດຄູ, ການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນ ວິຊາຊີບ ໄດ້ໂດຍພື້ນຖານ, ອັນພົ້ນ ເດັ່ນແມ່ນໄດ້ເບີກຈ່າຍເງິນເດືອນໃຫ້ ຄູອາສາສະໝັກ ນັບແຕ່ເດືອນມັງ ກອນ 2024 ເປັນຕົ້ນມາ; ຈັດສັນ, ສັບຊ້ອນຄູໄປໃສ່ບ່ອນຂາດແຄນ, ຄຽງຄູ່ກັບການສືບຕໍ່ຂະຫຍາຍຕາ ໜ່າງການສຶກສາ ຕິດພັນກັບການ ສະໜອງສື່ການຮຽນການສອນແລະ ອຸປະກອນການສຶກສາ ຢູ່ເຂດຊົນ ນະບົດ, ຫ່າງໄກສອກຫລີກ ໄດ້ໂດຍ ພື້ນຖານ; ໄດ້ມີຄວາມພະຍາຍາມຈັດ ສັນ ແລະ ສະໜອງທຶນການສຶກສາ ໃຫ້ນັກຮຽນ-ນັກສຶກສາ ສືບຕໍ່ສຶກ ສາຮໍ່າຮຽນ ທັງພາຍໃນ ແລະ ຕ່າງ ປະເທດ ເຊິ່ງເປັນການສ້າງແຫລ່ງ ຊັບພະຍາກອນມະນຸດໃຫ້ມຄວາມ ຕໍ່ເນື່ອງ ເປັນພື້ນຖານສໍາຄັນ ຕອບ ສະໜອງບຸກຄະລາກອນ ກໍ່ຄືສະ ໜອງແຮງງານທີ່ມີສີມືໃນແຕ່ລະ ແລກປ່ຽນຄະນະຜູ້ແທນ ແລະ ແລກ ປ່ຽນບົດ ຮຽນກ່ຽວກັບວຽກງານກໍ່ ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມສະຫງົບ- ປ້ອງກັນຊາດ, ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງ ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ ມີຊາຍແດນຮ່ວມກັນ ໄດ້ເປີດກວ້າງ ແລະ ເສີມຂະຫຍາຍຍິ່ງຂຶ້ນ. ການເຄື່ອນໄຫວວຽກງານການ ຕ່າງປະເທດ ຂອງປະຊາຊົນສອງ ປະເທດ ໄດ້ຮັບຄວາມເອົາໃຈໃສ່ເປັນ ປະຈຳ; ໄດ້ຈັດຕັ້ງການເຄື່ອນໄຫວ ແລກປ່ຽນວັດທະນະທຳ, ສິລະປະ, ກິລາດ້ວຍຫລາຍກິດຈະກໍາ ອັນໄດ້ ປະກອບສ່ວນໃນການເພີ່ມທະວີ ຄວາມເຂົ້າໃຈກັນ ລະຫວ່າງ ປະ ຊາຊົນສອງປະເທດ, ປະກອບສ່ວນ ເຂົ້າໃນການຮັດແໜ້ນການພົວພັນ ລະຫວ່າງສອງປະເທດ ນັບມື້ຍິ່ງ ກ້າວສູ່ລວງເລິກ. ໃນຊຸມປີຕໍ່ໜ້າ, ແຜນນະໂຍບາຍ ອັນສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແມ່ນໃຫ້ບຸລິມະສິດ ແກ່ການເສີມຂະຫຍາຍການພົວພັນ ຮ່ວມມືກັບລາວ ຢ່າງເລິກເຊິ່ງ, ມີ ປະສິດທິຜົນ ແລະ ຍືນຍົງ, ຖືເປັນ ວຽກງານຍຸດທະສາດ, ຄວາມເປັນ ຫ່ວງເປັນໃຍອັນດັບໜຶ່ງໃນນະໂຍ ບາຍການຕ່າງປະເທດ, ໂດຍກໍານົດ ຢ່າງຊັດເຈນວ່າ ຊ່ວຍເຫລືອເພື່ອນ ກໍຄືຊ່ວຍຕົວເອງ. ສອງຝ່າຍໄດ້ສືບ ຕໍ່ເພີ່ມທະວີການປະສານສົມທົບ ຢ່າງແໜ້ນແຟ້ນໃນທິດທາງ, ແຜນ ນະໂຍບາຍຍຸດທະສາດ, ສ້າງຄວາມ ໜ້າເຊື່ອຖືທີ່ນັບມື້ນັບສູງ ແລະ ຂົງເຂດໃຫ້ແກ່ສັງຄົມ, ພ້ອມກັນ ນັ້ນ ກໍ່ໄດ້ຂະຫຍາຍການຮ່ວມມື ກັບພາກທຸລະກິດ ສ້າງຫລັກສູດ ຮ່ວມກັນ ເພື່ອສ້າງກໍາລັງແຮງ ຕອບ ສະໜອງຕາມຄວາມຕ້ອງການ ຂອງການຈ້າງງານຫລາຍຂຶ້ນ...; ຖັນແຖວຄູ-ອາຈານ ໄດ້ຮັບການ ຝຶກອົບຮົມແລະ ຍົກລະດັບສູງຂຶ້ນ ປະກອບສ່ວນຍູ້ແຮງການປັບປຸງ ຄຸນນະພາບການສຶກສາ ເຮັດໃຫ້ ຜົນການຮຽນຂອງນັກຮຽນ-ນັກ ສຶກສາໃນທຸກຊັ້ນ ທຸກສາຍ ໄດ້ຮັບ ການປັບປຸງໃຫ້ດີຂຶ້ນ, ນັກຮຽນ-ນັກ ສຶກສາຈໍານວນໜຶ່ງ ໄດ້ສ້າງຜົນງານ ອັນໂດດເດັ່ນໃນການເຂົ້າຮ່ວມການ ແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ; ໄດ້ສຸມໃສ່ສ້າງຖັນແຖວຄູ- ຊ່ວຍເຫລືອກັນໃນການເພີ່ມທະວີ ການກໍ່ສ້າງກຳລັງແຮງປະຕິວັດໃຫ້ ເຂັ້ມແຂງໃນທຸກດ້ານ, ກ່ອນອື່ນ ໝົດແມ່ນກໍ່ສ້າງພັກ ແລະ ຖັນແຖວ ພະນັກງານ ແມ່ນປັດໄຈຕັດສິນ ແຖວໜ້າບົດບາດການນໍາພາ ຂອງ ແຕ່ລະພັກ, ເປັນພື້ນຖານການເມືອງ ທີ່ໝັ້ນແກ່ນ ເພື່ອຍູ້ແຮງການປະສິດ ທິພາບການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ລາວ. ເພີ່ມທະວີການ ນຳພາ, ຊີ້ນໍາທີ່ເປັນເອກະພາບ ແລະ ການປະສານສົມທົບຢ່າງແໜ້ນ ແຟ້ນ, ຄົບຊຸດ ລະຫວ່າງຂັ້ນຕ່າງໆ, ບັນດາຂະແໜງການໃນການຈັດຕັ້ງ ຜັນຂະຫຍາຍບັນດາສາຍພົວພັນ ຮ່ວມມືກັບລາວ ໃນທຸກຂົງເຂດ; ໂດຍຢືນຢັນວ່າ: ການພົວພັນດ້ານ ການເມືອງ ມີບົດບາດສຳຄັນຫລັກ ແຫລ່ງ, ກໍານົດທິດທາງໃນການ ພົວພັນໂດຍລວມກັບລາວ; ການ ພົວພັນມິດຕະພາບ ຂອງປະຊາຊົນ ແມ່ນພື້ນຖານສັງຄົມທີ່ໝັ້ນຄົງ; ການພົວພັນຮ່ວມມືດ້ານວຽກງານ ປ້ອງກັນຊາດ - ປ້ອງກັນຄວາມສະ ຫງົບ ແລະ ການຕ່າງປະເທດ ມີບົດ ບາດແກ່ນສານ; ການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າແລະການ ລົງທຶນ ເປັນພື້ນຖານຍາວນານ; ການພົວພັນຮ່ວມມືດ້ານວັດທະນະ ທໍາ, ການສຶກສາ, ກໍ່ສ້າງ ແມ່ນບັນ ຫາຍຸດທະສາດ. ກ້າວເຂົ້າສູ່ໄລຍະໃໝ່, ຄາດ ຄະເນວ່າ ສະພາບການໂລກ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຢ່າງ ໄວວາ ແລະ ສັບສົນ, ເພື່ອຮັບປະກັນ ການປະຕິບັດສໍາເລັດພາລະກິດປ່ຽນ ແປງໃໝ່ໃນແຕ່ລະປະເທດ, ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ, ສອງຝ່າຍສືບຕໍ່ ຢືນຢັນບົດບາດຄວາມສໍາຄັນ ແລະ ຄວາມໝາຍຍຸດທະສາດ ຂອງສາຍ ພົວພັນຄວາມສາມັກຄີແບບພິເສດ ໃນສະພາບແວດລ້ອມໃໝ່, ບົນພື້ນ ຖານຍຶດໝັ້ນຫຼັກການສະເໝີຕົ້ນສະ ເໝີປາຍທີ່ສອງພັກ ໄດ້ເປັນເອກະ ພາບ, ສອງຝ່າຍໄດ້ເປັນເອກະສັນ ໃນການຍູ້ແຮງຕື່ມອີກການພົວພັນ ຮ່ວມມືຮອບດ້ານຫວຽດນາມ-ລາວ ບົນພື້ນຖານເສີມຂະຫຍາຍຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ການ ຮ່ວມມືທີ່ສະເໝີພາບ ແລະ ມີຜົນ ປະໂຫຍດຮ່ວມກັນ, ສົມທົບຢ່າງ ເໝາະສົມລັກສະນະພິເສດ ຂອງ ການພົວພັນຫວຽດນາມ - ລາວ ກັບ ຫລັກການສາກົນ. ສາມາດເຫັນໄດ້ວ່າ ດ້ວຍບັນດາ ໝາກຜົນສຳຄັນທີ່ບັນລຸໄດ້ໃນໄລຍະ ຜ່ານມາ, ການເສີມຂະຫຍາຍມູນ ເຊື້ອປະຫວັດສາດທີ່ມີມາແຕ່ດົນ ນານ ຂອງປະຊາຊົນສອງປະເທດ, ຊາບຊຶ້ງດ້ວຍແນວຄິດ ຂອງປະທານ ໂຮ່ຈີ່ມິງ ແລະ ຄວາມປາດຖະໜາ ຂອງປະທານໄກສອນ ພົມວິຫານ ພ້ອມດ້ວຍຄວາມມານະຍາຍາມ ຂອງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ, ພວກເຮົາເຊື່ອ ໝັ້ນຢ່າງແນ່ວແນ່ວ່າ ການຢ້ຽມ ຢາມ ຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຈະສືບຕໍ່ນໍາ ພາການພົວພັນ ຫວຽດນາມ - ລາວ ຂະຫຍາຍຕົວສູ່ລະດັບສູງ ໃໝ່, ເພື່ອ ຜົນປະໂຫຍດຕົວຈິງ ຂອງປະຊາຊົນ ແຕ່ລະປະເທດ, ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ອາຈານ ສະໜອງໃຫ້ສະຖາບັນການ ສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ໂດຍພື້ນຖານ, ເຖິງວ່າ ພາກລັດຍັງມີຂໍ້ຈໍາກັດດ້ານໂກຕາ ລັດຖະກອນ ກໍ່ຕາມ; ການຂະຫຍາຍ ໂຮງຮຽນພາກເອກະຊົນ ກໍ່ມີທ່າ ອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນ ຫ້ອງລ້ຽງເດັກ ແລະ ອະນຸບານ... ເຖິງຢ່າງໃດກໍ່ດີ, ພ້ອມກັບບັນດາ ຜົນສໍາເລັດອັນຫລວງຫລາຍໃນ ວຽກງານນີ້, ໃນຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາໃນ ໄລຍະໃໝ່ ບັນຫາທີ່ຖືກຕັ້ງຂຶ້ນເພື່ອ ພ້ອມກັນຊ່ວຍຄິດຄືນຫລັງ ແລະ ຄວາມມຸ່ງຫວັງຕໍ່ອະນາຄົດນັ້ນແມ່ນ ຜ່ານມາພວກເຮົາກໍ່ສ້າງຄົນ ໄດ້ ຫລາຍ, ໄດ້ພຽງພໍ ແລ້ວບໍ່ ຫລື ຍັງ ຂາດອັນໃດ? ຈຶ່ງຕ້ອງປະສົບກັບ ບັນຫາເສດຖະກິດ-ສັງຄົມ, ການ ເງິນ-ເງິນຕາ, ການພັດທະນາ ເດີນ ໜ້າຊ້າ ຫລື ມີລັກສະນະຢໍ້າເທົ້າ... ຫລືເປັນຍ້ອນການບໍລິຫານ, ການ ຄຸ້ມຄອງ-ດັດສົມ ມະຫາພາກຂອງ ລັດ ບໍ່ທັນມີປະສິດທິພາບ ຫລື ປະ ສິດທິພາບສູງເທົ່າທີ່ຄວນ, ບໍ່ເຂັ້ມ ງວດ-ເດັດຂາດ ໃນການແກ້ໄຂບັນ ຫາຄົນຫລືຍ້ອນປັດໄຈອັນໃດ?ພວກ ເຮົາພ້ອມກັນກໍາແໜ້ນ ຈິດໃຈສໍາ ຄັນ ຂອງແນວຄິດຊີ້ນໍາຂອງພັກເຮົາ ກ່ຽວກັບການສຶກສາ ວ່າ: ການສຶກ ສາ ໃນລະບອບການເມືອງ ຂອງ ພວກເຮົາ ກໍ່ຄືໃນຍຸກສະໄໝໃໝ່ພວກ ເຮົາຈະສ້າງຄົນຄືແນວໃດ, ແນ່ນອນ ວ່າ ຕ້ອງແມ່ນສ້າງຄົນສັງຄົມນິຍົມ; ກ່ອນອື່ນໝົດ, ຕ້ອງບຸກທະລຸຈິນ ຕະນາການກ່ຽວກັບການສຶກສາ.

RkJQdWJsaXNoZXIy MTc3MTYxMQ==