5959

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກສະບັບກ່ອນ*** 12/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 51. ປັບປຸງກົນໄກຄຸ້ມຄອງຄວາມ ສະຫງົບທາງສັງຄົມໃຫ້ສົມບູນ. ປັບປຸງ ລະບົບຮັບປະກັນການແກ້ໄຂເຫດການ ສາທາລະນະຮຸນແຮງແບບສຸກເສີນໃຫ້ ຄົບຖ້ວນ, ປັບປຸງກົນໄກບັນຊາການເພື່ອ ຮັບມືສຸກເສີນພາຍໃຕ້ຂອບຄວາມໝັ້ນ ຄົງຂະໜາດໃຫຍ່ ແລະ ຮັບມືສຸກເສີນຂະ ໜາດໃຫຍ່ນັ້ນໃຫ້ສົມບູນ, ເພີ່ມທະວີພື້ນ ຖານ ແລະ ກຳລັງແຮງດ້ານການຮັບມື ສຸກເສີນຢູ່ຂັ້ນຮາກຖານ, ຍົກສູງຄວາມ ສາມາດໃນການປ້ອງກັນ ຫລຸດຜ່ອນໄພ ພິບັດແລະກູ້ໄພ.ປັບປຸງກົນໄກກວດກາແກ້ໄຂຄວາມສ່ຽງດ້ານຄວາມປອດໄພ ໃນຂັ້ນຕອນການຜະລິດ ແລະ ສືບທາວ ຫາຄວາມຮັບຜິດຊອບໃຫ້ສົມບູນ.ປັບປຸງ ລະບົບຄວາມຮັບຜິດຊອບຕໍ່ຄວາມປອດ ໄພດ້ານອາຫານ ແລະ ຢາໃຫ້ສົມບູນ. ປັບປຸງລະບົບຕິດຕາມຄຸ້ມຄອງ ເຕືອນ ໄພລ່ວງໜ້າ ປ້ອງກັນ ແລະ ຄວບຄຸມ ຄວາມປອດໄພດ້ານຊີວະພາບໃຫ້ຄົບ ຖ້ວນ. ເພີ່ມທະວີການສ້າງໂຄງປະກອບ ຄວາມປອດໄພດ້ານອິນເຕີເນັດ, ສ້າງ ລະບຽບການຕິດຕາມຄຸ້ມຄອງຄວາມ ປອດໄພດ້ານປັນຍາປະດິດ. 52. ປັບປຸງລະບົບຄຸ້ມຄອງສັງຄົມ ໃຫ້ຄົບຖ້ວນ. ຍຶດໝັ້ນ ແລະ ພັດທະນາ “ບົດຮຽນເຟີ່ງຊຽວ”ໃນຍຸກໃໝ່,ປັບປຸງ ລະບົບຄຸ້ມຄອງຮາກຖານໃນຕົວເມືອງ ແລະ ຊົນນະບົດທີ່ປະສົມປະສານການ ປົກຄອງດ້ວຍຕົນເອງ ການຄຸ້ມຄອງ ຕາມກົດໝາຍ ແລະ ການຄຸ້ມຄອງຕາມ ຄຸນສົມບັດພາຍໃຕ້ການນຳພາຂອງອົງ ການພັກໃຫ້ຄົບຖ້ວນ, ປັບປຸງລະບຽບ ການຄຸ້ມຄອງສັງຄົມທີ່ສ້າງສາຮ່ວມ ກັນ ຄຸ້ມຄອງຮ່ວມກັນ ແລະ ຊົມໃຊ້ຮ່ວມ ກັນໃຫ້ສົມບູນ. ທົດລອງສ້າງຕັ້ງລະ ບຽບການຄຸ້ມຄອງປະຊາກອນທີ່ເປັນເອ ກະພາບກັນໃນທົ່ວປະເທດ. ປັບປຸງໂຄງ ປະກອບ ແລະ ກົນໄກເຮັດວຽກທາງສັງ ຄົມໃຫ້ຄົບຖ້ວນ, ເພີ່ມທະວີການກໍ່ສ້າງ ພັກເພື່ອນຳພາການຄຸ້ມຄອງຮາກຖານ, ເພີ່ມທະວີການສ້າງຖັນແຖວຜູ້ເຮັດວຽກ ທາງສັງຄົມ, ຊຸກຍູ້ການສ້າງລະບົບບໍລິ ການຂອງອາສາສະໝັກ. ຊຸກຍູ້ວຽກງານ ກ່ຽວກັບການຮ້ອງທຸກຂອງປະຊາຊົນ ໃຫ້ຫັນເປັນກົດໝາຍ. ຍົກສູງຄວາມສາ ມາດຄຸ້ມຄອງສັງຄົມໃນບໍລິເວນຂັ້ນ ນະຄອນ, ເພີ່ມທະວີບົດບາດຂອງເວທີ ບໍລິການສາທາລະນະ ເຊິ່ງລວມທັງໂທ ລະສັບສາຍດ່ວນຂອງຊາວເມືອງ ແລະ ອື່ນໆ, ປັບປຸງກົນໄກຄຸ້ມຄອງ ແລະ ກົນ ໄກຊຸກຍູ້ຢ່າງເປັນປົກກະຕິຕໍ່ບັນຊີລາຍ ການວຽກງານສຳຄັນ ພາຍໃຕ້ຄຳຂວັນ “ສຳເລັດວຽກໜຶ່ງຢ່າງມີປະສິດທິພາບ ສູງ” ນັ້ນໃຫ້ຄົບຖ້ວນ. ປັບປຸງລະບົບບໍ ລິການດ້ານຈິດໃຈທາງສັງຄົມ ແລະ ກົນໄກຮັບມືກັບວິກິດການໃຫ້ຄົບຖ້ວນ. ປັບປຸງກົນໄກເສີມຂະຫຍາຍບົດບາດ ຂອງການສ້າງຄອບຄົວການສຶກສາອົບ ຮົມໃນຄອບຄົວແລະແບບແຜນຄອບຄົວ ໃນການຄຸ້ມຄອງຂັ້ນຮາກຖານ ນັ້ນໃຫ້ ຄົບຖ້ວນ. ລົງເລິກປະຕິຮູບສະມາຄົມ ຂະແໜງການ ແລະ ສະພາການຄ້າ. ປັບ ປຸງລະບຽບການຄຸ້ມຄອງອົງການຈັດ ຕັ້ງທາງສັງຄົມໃຫ້ຄົບຖ້ວນ. ປັບປຸງລະບຽບການຈັດແບ່ງໜ້າທີ່ ຮັບຜິດຊອບໃຫ້ສົມດຸນກັບສິດອຳນາດ ແລະ ຊັບພະຍາກອນໃຫ້ກັບຕາແສງ (ຖະໜົນ) ໃຫ້ຄົບຖ້ວນ, ເພີ່ມກຳລັງຄຸ້ມ ຄອງ ແລະ ການບໍລິການຂອງຕາແສງ (ຖະໜົນ). ປັບປຸງລະບົບປ້ອງກັນແລະ ຄວບຄຸມຄວາມສະຫງົບທາງສັງຄົມ ໂດຍລວມໃຫ້ສົມບູນ, ປັບປຸງກົນໄກ ປາບປາມກຸ່ມແກ້ງອັນທະພານຢ່າງ ເປັນປົກກະຕິໃຫ້ຄົບຖ້ວນ, ລົງໂທດການ ກະທຳຜິດ ແລະ ອາດຊະຍາກຳທີ່ປະຊາ ຊົນມີຫາງສຽງຢ່າງແຮງກ້ານັ້ນຕາມ ກົດໝາຍຢ່າງເຂັ້ມງວດ. 53. ປັບປຸງກົນໄກຄວາມໝັ້ນຄົງ ຂອງຊາດທີ່ກ່ຽວຂ້ອງກັບຕ່າງປະເທດ ໃຫ້ສົມບູນ. ສ້າງ ແລະ ປັບປຸງກົນໄກປະ ສານງານດ້ານວຽກງານປ້ອງກັນຄວາມ ໝັ້ນຄົງກັບປະເທດອ້ອມຂ້າງໃຫ້ຄົບ ຖ້ວນ. ເພີ່ມທະວີການສ້າງໂຄງປະກອບ ແລະ ກົນໄກທີ່ປົກປ້ອງຜົນປະໂຫຍດ ຢູ່ ຕ່າງປະເທດ ພ້ອມດ້ວຍການເຕືອນໄພ ລ່ວງໜ້າ ແລະ ປ້ອງກັນຄວບຄຸມຄວາມ ສ່ຽງດ້ານການລົງທຶນຢູ່ຕ່າງປະເທດ, ລົງເລິກການຮ່ວມມືກັບສາກົນດ້ານການ ປະຕິບັດກົດໝາຍໃນຂົງເຂດຄວາມໝັ້ນ ຄົງ, ປົກປ້ອງສິດຜົນປະໂຫຍດທີ່ຊອບ ດ້ວຍກົດໝາຍຂອງພົນລະເມືອງແລະນິຕິ ບຸກຄົນຂອງປະເທດເຮົາຢູ່ຕ່າງປະເທດ. ປັບປຸງກົນໄກຕ້ານການລົງໂທດ ຕ້ານການແຊກແຊງ ແລະ ຕ້ານການໃຊ້ ສິດອຳນາດເກີນຂອບເຂດໃຫ້ຄົບຖ້ວນ. ປັບປຸງກົນໄກປົກປ້ອງສິດຜົນປະໂຫຍດ ທາງທະເລໃຫ້ຄົບຖ້ວນ. ປັບປຸງກົນໄກ ທີ່ເຂົ້າຮ່ວມການຄຸ້ມຄອງຄວາມໝັ້ນຄົງ ຂອງໂລກໃຫ້ສົມບູນ. *** ອ່ານຕໍ່ສະບັບໜ້າ *** fh ;pgsfzq o.f ra ddv,,6 oy f9u o 9jy ']q 'g]y ddkoxt8y I6 [ 1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o ເວົ້າສະເພາະ ສປປ ລາວ ທີ່ມີສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງ ຍາວນນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຍິ່ງຈະຕ້ອງໄດ້ເພີ່ມທະວີສືບ ຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ແລະ ນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດລາວ-ຈີນ ໃຫ້ນັບມື້ນັບຫລາຍ ຂຶ້ນ. ລ້າສຸດໃນການພົບປະສອງຝ່າຍ ລະຫວ່າງລາວ ແລະ ຈີນ ທີ່ຈັດຂຶ້ນໃນ ວັນທີ 25 ກໍລະກົດ2024, ທີ່ນະຄອນ ຫລວງວຽງຈັນ, ລະຫວ່າງສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການ ກົມ ການເມືອງສູນກາງພັກ ປປ ລາວ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ການຕ່າງປະເທດແຫ່ງ ສປປ ລາວກັບສະຫາຍຫວາງຢີ້ກໍາມະການ ກົມການເມືອງສູນກາງພັກກອມມູນິດ ຈີນ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສປຈີນ. ສອງຝ່າຍໄດ້ທົບທວນ ຄືນການຮ່ວມມືໃນໄລຍະຜ່ານມາແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍແຜນ ແມ່ນ ບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາລາວ-ຈີນ ຈີນ-ລາວ”ສະບັບໃໝ່ (2024-2028) ເພື່ອອໍານວຍຄວາມ ສະດວກໃຫ້ແກ່ໂຄງການລົດໄຟ ລາວຈີນ, ການພັດທະນາບັນດາໂຄງການ ທີ່ ໂດຍ: ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ແລະ ອຸປະກອນເພື່ອຮັບໃຊ້ໃນການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວປະເທດໃນ ສປປ ລາວ ຄັ້ງທີ 5 ປີ 2025. ສັງລວມແລ້ວ, ເລີ່ມຕົ້ນຂອງການ ປະຕິຮູບແລະເປີດປະຕູສູ່ພາຍນອກ,ພັກ ກອມມູນິດຈີນໄດ້ເດີນຕາມເສັ້ນທາງ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ນຳພາປະຊາຊົນບັນດາເຜົ່າໃນທົ່ວປະ ເທດບຸກບືນສູ້ຊົນຜ່ານຜ່າອຸປະສັກ, ອົດທົນໃນການຊຸກຍູ້ໃຫ້ກຳລັງແຮງ ດ້ານເສດຖະກິດ, ວິທະຍາສາດເຕັກ ນິກ, ການປ້ອງກັນປະເທດແລະກຳລັງ ແຮງສັງລວມແຫ່ງພັກກອມມູນິດຈີນ, ປະເທດຈີນ, ກອງທັບ ແລະ ປະຊາຊົນ ຈີນ ລ້ວນແຕ່ໄດ້ຫັນປ່ຽນໄປໃນທິດ ທາງທີ່ກ້າວໜ້າແບບບໍ່ເຄີຍມີມາກ່ອນ. ສປ ຈີນ ໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັງຈາກຈຸດລຸກຢືນຂຶ້ນ, ຮັ່ງມີຂື້ນ ຈົນຮອດເຂັ້ມແຂງຂຶ້ນ, ເຮັດໃຫ້ເສັ້ນ ທາງເດີນ, ທິດສະດີ, ລະບອບ ແລະ ວັດ ທະນະທຳຂອງສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນໄດ້ພັດທະນາໄປຢ່າງບໍ່ ຢຸດຢັ້ງ, ພ້ອມທັງໄດ້ເປີດຊ່ອງທາງ ກວ້າງອອກໃຫ້ປະເທດທີ່ພວມພັດທະ ນາກ້າວໄປສູ່ຄວາມທັນສະໄໝເປັນ ການປະກອບສວ່ນຂອງຈີນໃຫ້ແກ່ການ ແກ້ໄຂບັນຫາຂອງມວນມະນຸດ. ຜົນສຳ ເລັດນີ້ໄດ້ຢັ້ງຢືນຢ່າງສັດຈະວິພາກວ່າ: ນີ້ແມ່ນສັງຄົມວິທະຍາສາດທີ່ມີຊີວິດ ຊີວາຂອງຈີນໃນຍຸກໃໝ່ຢ່າງແທ້ຈິງ. ປິ່ນອ້ອມຕາມແລວເສດຖະກິດ ລາວ- ຈີນ ໃຫ້ເປັນຮູບປະທໍາ.ນອກນັ້ນ, ສອງ ຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນການ ສ້າງຕັ້ງກົນໄກການປຶກສາຫາລືການ ຮ່ວມມືດ້ານການທູດເສດຖະກິດ ລາວ- ຈີນ ວຽກງານການແກ້ໄຂບັນຫາເສດ ຖະກິດມະຫາພາກການຊຸກຍູ້ການຮ່ວມ ມືດ້ານການຄ້າ ແລະ ການທ່ອງທ່ຽວ. ພ້ອມໄດ້ລົງນາມເອກະສານຮ່ວມກັນ 3 ສະບັບລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ຄື ໜັງສືມອບ-ຮັບໂຄງການຊ່ວຍ ເຫລືອລ້າ ເພື່ອຍົກລະດັບ ແລະ ປັບປຸງ ໂຮງໝໍແຂວງຫລວງພະບາງ, ໂຄງ ການຊ່ວຍເຫລືອລ້າ ເພື່ອຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມ ບູນສະຫວັນນະເຂດ ແລະ ໜັງສືມອບຮັບໂຄງການຊ່ວຍເຫລືອພາຫະນະ zq oxtdv[dkofh kodkog'y o 0v's;Pfg9a f 0tspkp8q ;1j k';j v'w; ຫລາຍພາກສ່ວນ... *** ຕໍ່ຈາກໜ້າ 1 *** ຂປລ. ເນື່ອງຈາກຝົນຕົກໜັກຕິດຕໍ່ ກັນຫລາຍມື້ ເຮັດໃຫ້ປະລິມານນໍ້າຫ້ວຍ ແລະແມ່ນໍ້າສາຍຕ່າງໆຢູ່ແຂວງຫລວງ ນໍ້າທາຍຶ່ງຂຶ້ນສູງແລະໄຫລມາໂຮມກັນ ຈຶ່ງເຮັດໃຫ້ນໍ້າຖ້ວມບ້ານເຮືອນຂອງພໍ່ ແມ່ປະຊາຊົນປະມານ27ບ້ານຢູ່ແຂວງ ຫລວງນໍ້າທາ. ປັດຈຸບັນຫລາຍພາກ ສ່ວນຢູ່ພາຍໃນແຂວງ, ແຂວງອື່ນແລະ ທາງສູນກາງ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ປະສົບໄພອອກຈາກພື້ນທີ່ຕິດຄ້າງ ພ້ອມຈັດສັນທີ່ພັກອາໄສ ແລະ ສະບຽງ ອາຫານໃຫ້. ທ່ານ ພັນທະລີ ແກ້ວຫລ້າ ວິຊາ ການຂະແໜງບໍລິຫານ ພະແນກແຮງ ງານສະຫວັດດີການ ແລະ ສັງຄົມ ແຂວງຫວງນໍ້າທາ ໄດ້ໃຫ້ຮູ້ຂໍ້ມູນເບື້ອງ ຕົ້ນວ່າ: ເນື່ອງຈາກຝົນຕົກໜັກມາ ແຕ່ ວັນທີ 8 ກັນຍາ 2024 ແລະ ໃນຕອນ ເຊົ້າເວລາ 1:00 ຂອງວັນທີ 9 ກັນຍາ ເຮັດໃຫ້ປະລິມານນໍ້າຫ້ວຍ, ຮ່ອງ ແລະ ແມ່ນໍ້າສາຍຕ່າງໆຢູ່ແຂວງຫລວງນໍ້າ ທາ ຍຶ່ງຂຶ້ນສູງ ແລະ ໄຫລມາໂຮມກັນ ເປັນກະແສນໍ້າໄຫລແຮງ ພ້ອມໄຫລລົ້ນ ຖ້ວມເຮືອນຊານ, ຊັບສິນແລະພື້ນທີ່ກະ ສິກຳ ຂອງພໍ່ແມ່ປະຊາຊົນໃນຂອບ ເຂດແຂວງຫລວງນໍ້າທາ ຈົນໄດ້ຮັບຜົນ ກະທົບໜັກໜ່ວງ. ຈາກການເກັບກໍາ ຂໍ້ມູນເບື້ອງຕົ້ນແມ່ນມີ 27 ບ້ານທີ່ຖືກ ຜົນກະທົບເຊັ່ນ: ບ້ານບໍ່ເຕ່ນ, ບ້ານບໍ ປຽດ,ບ້ານຕີນຕົກ, ນາເຕີຍ, ບ້ານນໍ້າ ແດງໃຕ້, ບ້ານນໍ້າແດງເໜືອ, ບ້ານຕາ ຫວ່ານ, ບ້ານນໍ້າທຸງ, ບ້ານຫ້ວຍຂີງ, ບ້ານປ່າປົວະ, ບ້ານທົ່ງໄຈ້ໃຕ້, ບ້ານ ດອນສໍາພັນ, ບ້ານຫົວຂົວ, ບ້ານທົ່ງ ອົ້ມ, ບ້ານວຽງເໜືອ, ບ້ານວຽງໃຕ້, ບ້ານຫລວງ, ບ້ານຂອນ, ບ້ານດອນ ຄູນ, ບ້ານທ່າອໍ້, ບ້ານໃໝ່, ບ້ານປ່າສັກ ບ້ານປຸງ, ບ້ານທົ່ງຂວາ ແລະ ບ້ານອື່ນ ອີກ ລວມ 27 ບ້ານ ແລະ ເຫດການ ໄພພິບັດຄັ້ງນີ້ເບື້ອງຕົ້ນແມ່ນເຮັດມີຜູ້ ເສຍຊິວິດ 1 ຄົນ (ເພດຊາຍ) ແລະ ສູນຫາຍອີກ 1 ຄົນ (ເພດຊາຍ). ການໃຫ້ຄວາມຊ່ວຍເຫລືອປັດຈຸ ບັນຢູ່ພາຍໃນແຂວງ ແມ່ນມີກຸ່ມອາສາ ສະໝັກຫລາຍກຸ່ມ ສົມທົບກັບເຈົ້າໜ້າທີ່ ທະຫານ, ຕຳຫລວດ ແລະ ໜ່ວຍງານ ກ່ຽວຂ້ອງແມ່ນ ໄດ້ລະດົມທຶນກັບສະ ບຽງອາຫານ ມາແຕ່ງເປັນຈຸດໆ ເພື່ອ ແຈກຢາຍໃຫ້ກັບຜູ້ປະສົບໄພນໍ້າຖ້ວມ. ທ່ານສີວິໄລປັນແກ້ວຮອງເຈົ້າແຂວງໆ ຫລວງນໍ້າທາ ທັງເປັນປະທານຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ກ່ອນໜ້າເຫດ ການນໍ້າຖ້ວມນີ້ແມ່ນພວກເຮົາໄດ້ມີ ການແຈ້ງໃຫ້ປະຊາຊົນມີສະຕິເຝົ້າລະ ວັງຢ່າງຕໍ່ເນື່ອງ. ປັດຈຸບັນແມ່ນພວກ ເຮົາເລັ່ງໃຫ້ການຊ່ວຍເຫລືອປະຊາຊົນ ເປັນວຽກທຳອິດແຕ່ຍັງມີຄວາມຊັກຊ້າ ເນື່ອງຈາກອຸປະກອນເປັນເຮືອ, ລົດ ກໍຍັງບໍ່ມີຫລາຍ ບວກກັບສະພາບອາ ກາດທີ່ມີຝົນຍັງຕົກໜັກ ເສັ້ນທາງສັນ ຈອນໄປມາບໍ່ສະດວກ. ປັດຈຸບັນຈຸດທີ່ ພວກເຮົາຈັດເປັນສະຖານທີ່ຮອງຮັບ ປະຊາຊົນ ຫລື ບ່ອນພັກເຊົາຂອງພໍ່ ແມ່ປະຊາຊົນແມ່ນໂຮງໝໍທະຫານ, ໂຮງໝໍຕຳຫລວດ ແລະ ໂຮງຮຽນ ມສ ແຂວງ. ການລົງຕິດຕາມຄັ້ງນີ້, ທ່ານເຈົ້າ ຄອງນະຄອນຫລວງວຽງຈັນ ໄດ້ຕິດ ຕາມເບິ່ງຄວາມພ້ອມຂອງສະຖານທີ່ ຈະຈັດກອງປະຊຸມສຳຄັນດັ່ງກ່າວ, ຢູ່ ຫໍປະຊຸມແຫ່ງຊາດ, ພ້ອມທັງໄດ້ຮັບຟັງ ການລາຍງານໂດຍສັງເຂບກ່ຽວກັບ ແຜນວຽກຂອງອະນຸກຳມະການຕ່າງໆ ເປັນຕົ້ນ ອະນຸກຳມະການພິທີການ, ເນື້ອໃນ ແລະ ສະຖານທີ່ຈັດກອງປະຊຸມ ເພື່ອກຽມຄວາມພ້ອມຢ່າງຮອບດ້ານ ໃນການດຳເນີນກອງປະຊຸມແລະ ວຽກ ປິ່ນອ້ອມອື່ນໆ ໃຫ້ມີຜົນສຳເລັດຕາມ ລະດັບຄາດໝາຍທີ່ວາງໄວ້. ພ້ອມນີ້, ທ່ານເຈົ້າຄອງນະຄອນ ຫລວງ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກ ຮ້ອງໃຫ້ແຕ່ລະອະນຸກຳມະການ, ທຸກ ພາກສ່ວນ ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຕາມການມອບໝາຍ ແລະ ເປັນເຈົ້າການຜັນຂະຫຍາຍຂໍ້ຕົກລົງ ກ່ຽວກັບການຮັບໃຊ້ກອງປະຊຸມຄັ້ງ ນີ້, ໃຫ້ຖືກຕ້ອງ, ມີການວາງແຜນ ແລະ ກຽມຄວາມພ້ອມຢ່າງຮອບດ້ານ ໂດຍ ສະເພາະ ບັນດາອະນຸກຳມະການຜູ້ທີ່ ຮັບຜິດຊອບວຽກງານຕົວຈິງໃນແຕ່ ລະຂົງເຂດ ຕ້ອງເປັນເຈົ້າການເອົາໃຈ ໃສ່ຈັດຕັ້ງປະຕິບັດວຽກງານຕາມພາ ລະບົດບາດ ໜ້າທີ່ຄວາມຮັບຜິດຊອບ ຂອງຕົນໃຫ້ມີຜົນສຳເລັດແລະຖືກຕ້ອງ ສອດຄ່ອງຕາມໜ້າວຽກຕົວຈິງ ຂອງ ການມອບໝາຍ. ພ້ອມນີ້, ໃຫ້ທຸກພາກ ສ່ວນເປັນເຈົ້າການ ແລະ ມີສ່ວນຮ່ວມ ນຳກັນໃນການຈັດຕັ້ງປະຕິບັດວຽກ ງານ ໃຫ້ມີການປະສານສົມທົບປະສານ ງານກັນຢ່າງກົມກຽວ ຮັບປະກັນໄດ້ ຄວາມສະຫງົບປອດໄພ ເປັນລະບຽບ ຮຽບຮ້ອຍ ເຮັດໃຫ້ການດຳເນີນກອງ ປະຊຸມ ທີ່ຕິດພັນກັບວຽກປິ່ນອ້ອມ ແລະ ກິດຈະກຳຕ່າງໆ ມີຄວາມສະ ດວກສະບາຍ ແລະ ມີຜົນສຳເລັດຢ່າງ ຈົບງາມ. ຂ່າວ: ກິດຕາ ກຽມຄວາມພ້ອມ... *** ຕໍ່ຈາກໜ້າ 1 *** ຂປລ. ບໍລິສັດຫຸ້ນສ່ວນການບິນ ຫວຽດເຈັດ (VietJet (HOSE: VJC) ໄດ້ອອກຖະແຫລງການກ່ຽວ ກັບການ ເງິນ ໃນ 6 ເດືອນຕົ້ນປີ 2024 (H1/2024) ເຊິ່ງລາຍຮັບ ແລະ ກຳ ໄລເພີ່ມຂຶ້ນເມື່ອທຽບໃສ່ປີຕໍ່ປີ. ບົດ ລາຍງານຊີ້ໃຫ້ເຫັນວ່າລາຍຮັບການ ຂົນສົ່ງທາງອາກາດຂອງ VietJet ບັນລຸເຖິງ 33.862 ຕື້ດົ່ງ (ປະມານ 1,37 ຕື້ ໂດລາສະຫາລັດ) ໃນໄລຍະ 6 ເດືອນຕົ້ນປີ 2024 ເຊິ່ງສູງກວ່າ ແຜນການງົບປະມານລວມ. ກຳໄລ ກ່ອນການເສຍອາກອນແມ່ນຢູ່ທີ່ 1.166 ພັນຕື້ດົ່ງ (ປະມານ 47,38 ລ້ານໂດລາສະຫະລັດ), ເພີ່ມຂຶ້ນ ເຖິງ 688% ເມື່ອທຽບໃສ່ປີຕໍ່ປີ. ລາຍຮັບລວມເຄິ່ງປີທຳອິດປະມານ 34.030 ພັນຕື້ດົ່ງ (ປະມານ 1.38 ຕື້ໂດລາສະຫະລັດ) ແລະ ກໍາໄລກ່ອນ ເສຍອາກອນລວມຫລາຍກ ວ່າ 1 ພັນຕື້ດົ່ງ (ປະມານ 40.63 ລ້ານໂດລາ ສະຫະລັດ), ເພີ່ມຂຶ້ນ 15% ແລະ 307% ຕາມລໍາດັບ. ມາຮອດວັນທີ 30 ມິຖຸນາ 2024, ຊັບສິນທັງໝົດຂອງ VietJet ມີກວ່າ 92.205 ພັນຕື້ດົ່ງ (ປະມານ 3.74 ຕື້ໂດລາສະຫະລັດ). ອັດຕາສ່ວນໜີ້ສິ ນຕໍ່ຫຸ້ນຢູ່ທີ່ປະມານ 2,16 ເທົ່າທຽບ ກັບຄ່າສະເລ່ຍທົ່ວໂລກຢູ່ທີ່ 5 ເທົ່າ. ອັດຕາສ່ວນສະພາບຄ່ອງຢູ່ທີ່ 1,39 ເທົ່າເຊິ່ງຢູ່ໃນຂອບເຂດທີ່ດີສໍາລັບ ອຸດສາຫະກໍາການບິນ. ຕາມ Saigon Ratings ຊຶ່ງເປັນອົງການຈັດອັນດັບ ສິນເຊື່ອອິດສະລະ ໃຫ້ຮູ້ວ່າ: VietJet ໄດ້ຮັກສາລະດັບສິນເຊື່ອໃນໄລຍະ ຍາວ ໄດ້ຢ່າງໝັ້ນຄົງ ຈາກການຟື້ນຕົວ ຢ່າງບໍ່ຢຸດຢັ້ງຂອງສາຍການບິນ ແລະ ການກະກຽມຢ່າງຕັ້ງໜ້າສຳລັບແຜນ ການໃນໄລຍະປີ 2022 ແລະ 2023, VietJet ຄາດວ່າຈະບັນລຸບັນການ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຍິ່ງຂຶ້ນໃນໄລຍະກາງ ແລະ ໄລຍະ ຍາວ. ໃນ 6 ເດືອນຕົ້ນປີ 2024, VietJet ໄດ້ຊຳລະພາສີ ແລະ ຄ່າທຳ ນຽມທາງກົງ ແລະ ທາງອ້ອມເປັນ ມູນຄ່າ 3.687 ຕື້ດົ່ງ (ປະມານ 146,78 ລ້ານໂດລາສະຫາລັດ), ສາຍການບິນໄດ້ຂົນສົ່ງຜູ້ໂດຍສານທັ ງໝົດ 13,1 ລ້ານຄົນໃນຫລາຍກວ່າ 70.000ຖ້ຽວບິນ. ຈຳນວນຜູ້ໂດຍສານ ລະຫວ່າງປະເທດ ບັນລຸ 5,5 ລ້ານ ຄົນ ໃນຂະນະທີ່ຖ້ຽວບິນສາກົນ ເກີນ 28.300 ຖ້ຽວບິນ, ມີອັດຕາເພີ່ມ ຂຶ້ນ 52% ແລະ 43% ຕາມລໍາດັບ ເມື່ອທຽບໃສ່ລາຍປີ. ສິ່ງນີ້ຈະເຮັດ ໃຫ້ VietJet ເປັນສາຍການບິນຊັ້ນນໍາ ໃນ ດ້ານປະລິມານຈຳນວນຜູ້ໂດຍສານ. VietJet ໃຫ້ບໍລິການຫລາຍ ກວ່າ 149 ເສັ້ນທາງໃນທົ່ວປະເທດຫວຽດ ນາມ ແລະ ຕ່າງປະເທດ, ໃນນັ້ນມີ 38 ເສັ້ນທາງພາຍໃນ ແລະ ຕ່າງປະ ເທດ 111 ເສັ້ນທາງ, ລວມທັງປະເທດ ລາວ ດ້ວຍເສັ້ນທາງໃໝ່ທີ່ເຊື່ອມຕໍ່ ຈາກນະຄອນຫລວງວຽງຈັນ ຫາ ນະ ຄອນໂຮ່ຈີ່ມິງ ໂດຍມີ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນ ອາທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ສາຍການບິນ VietJetມີເຮືອບິນ105ລຳ(ລວມທັງ VietJetປະເທດໄທ), VietJet ພວມ ຕັ້ງໜ້າຂະຫຍາຍເຄືອຂ່າຍ ການບິນ ຂ້າມທະວີບ ໂດຍທີ່ພັດທະນາເຮືອບິນ ໃໝ່, ທັນສະໄໝແລະເປັນມິດຕໍ່ສິ່ງ ແວດ ລ້ອມ.VietJet ໄດ້ຮັບກຽດຈາກວາລະ ສານການ ເງິນສາກົນ International Finance ເປັນ “ສາຍການບິນລາຄາ ປະຢັດດີທີ່ສຸດໃນອາຊີຕາເວັນອອກ ສຽງໃຕ້” ແລະ “ດີທີ່ສຸດດ້ານການ ເງິນ-ບໍລິຫານ-ການບິນ-ຫວຽດນາມ” ໄດ້ຖືກການຍອມຮັບໂດຍ Airl ine Ratings ເປັນ “ສາຍການບິນລາຄາ ຖືກສຸດພິເສດ” ແລະ “ການບໍລິການ ຕ້ອນຮັບເທິງເຮືອບິນທີ່ລາຄາຖືກດີທີ່ ສຸດ”ແລະ ເປັນໜຶ່ງໃນ 50 ບໍລິສັດທີ່ ດີທີ່ສຸດຂອງ Forbes ໃນຫວຽດນາມ ໃນປີ 2024. ສາຍການບິນນີ້ຍັງໄດ້ ຮັບລາງວັນສອງຢ່າງໃນງານWorld Travel Awards 2024 ໂດຍໄດ້ຮັບ ລາງວັນ “ສາຍການບິນຊັ້ນນຳຂອງ ອາຊີດ້ານການໃຫ້ປະສົບການແກ່ລູກ ຄ້າ” ແລະ “ສາຍການບິນຊັ້ນນໍາດ້ານ ໂປຣແກມສະສົມຄະແນນຂອງອາຊີ”.

RkJQdWJsaXNoZXIy MTc3MTYxMQ==