5959

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/09/2024 xtgmf]k; ປະທານປະເທດ... ສານສະແດງ... ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກ ຄັ້ງໜຶ່ງ ພາຍຫລັງໄດ້ພົບປະກັນໃນໄລ ຍະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ໄວ້ອາໄລການຈາກໄປຢ່າງບໍ່ມີວັນ ຫວນ ກັບຄືນຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ພ້ອມທັງໄດ້ແຈ້ງຈຸດປະ ສົງຂອງການເດີນທາງຢ້ຽມຢາມລັດ ຖະກິດ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ກໍຄື ຜົນສໍາເລັດຂອງການພົບປະສອງ ຝ່າຍກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງສປປລາວ ໄດ້ແຈ້ງໃຫ້ຊາບກ່ຽວ ກັບສະພາບການໂດຍຫຍໍ້ຂອງ ສປປ ລາວ ລວມທັງການກະກຽມການເປັນ ປະທານໝູນວຽນອາຊຽນ ປີ 2024 ຂອງ ສປປ ລາວ ແລະ ໄດ້ສະແດງ ຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນ ໃຫຍ່ຫລວງ ແລະ ຮອບດ້ານ ທີ່ເພື່ອນ ຫວຽດນາມອ້າຍນ້ອງຍາດມາໄດ້ໃນ ຕະຫລອດໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງ ແລະ ມີ ຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ສືບຕໍ່ເບັ່ງບານ ແລະ ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິເສດການ ຮ່ວມມືດ້ານການຄ້າ-ການລົງທຶນ ສອງຝ່າຍ ສືບຕໍ່ມີການຂະຫຍາຍຕົວ ໂດຍສະເພາະມູນການຄ້າສອງສົ້ນໃນ 7 ເດືອນຕົ້ນປີ 2024 ບັນລຸໄດ້ 1,1 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 17% ຖ້າ ທຽບໃສ່ໄລຍະດຽວກັນຂອງປີ 2023; ສອງຝ່າຍໄດ້ປຶກສາຫາລືເພື່ອສົ່ງເສີມ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການ ທີ່ມີລັກສະນະຍຸດທະສາດຂອງສອງ ປະເທດ ໃຫ້ເປັນຮູບປະທໍາໂດຍໄວ. ພ້ອມກັນນີ້, ທັງສອງຝ່າຍ ຍັງເຫັນດີ ເປັນເອກະພາບກັນໃນການຊຸກຍູ້ສົ່ງ ເສີມ ແລະ ເພີ່ມທະວີການເຊື່ອມໂຍງ ເຊື່ອມຈອດທາງດ້ານເສດຖະກິດ, ຄົມ ມະນາຄົມ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ເພື່ອສ້າງເງື່ອນໄຂໃນ ການພັດທະນາເສດຖະກິດສັງຄົມຂອງ ສອງປະເທດ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນ ໂອກາດວັນຊາດ ແຫ່ງ ສສຫວຽດນາມ ຄົບຮອບ 79 ປີ ກໍຄື ວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຫວຽດນາມ ຄົບຮອບ62ປີພ້ອມທັງໄດ້ຖືໂອກາດນີ້ ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການ ຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການ ບໍ່ວ່າຈະ ຢູ່ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມກັບຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນແບ່ງກໍບິແບ່ງກັນກິນ”. ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມ ຢາມຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງ ເຈດຈໍານົງອັນແຮງກ້າ ແລະ ແນວທາງ ອັນສະເໝີຕົ້ນສະເໝີປາຍຂອງສອງ ພັກ, ສອງລັດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສອງປະ ເທດ ໃຫ້ໝັ້ນຄົງຂະໜົງແກ່ນຕະ ຫລອດ ໄປ.ພ້ອມກັນນີ້,ສະຫາຍຍັງໄດ້ແຈ້ງໃຫ້ ຊາບວ່າ ມີຄວາມຄືບໜ້າທີ່ຈະນໍາພາ ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ເດີນທາງມາຮ່ວມກອງປະຊຸມສຸດຍອດ ອາຊຽນ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ລວມທັງແຜນເດີນທາງ ເຂົ້າຮ່ວມກອງປະຊຸມຄະນະກໍາມະ ການຮ່ວມທະວິພາຄີ ລະຫວ່າງສອງ ລັດຖະບານ ຄັ້ງທີ 47. ພາບ: ຂັນໄຊ ສປປ ລາວ... ເເລະ ຫົວໜ້າລັດຖະບານ ຂອງບັນດາ ປະເທດສະມາຊິກ ອົງການ ສປຊ. ໃນວິດີໂອ, ທ່ານ ສອນໄຊ ສີພັນ ດອນ ໄດ້ຕີລາຄາສູງຕໍ່ກອງປະຊຸມສຸດ ຍອດວ່າດ້ວຍອະນາຄົດທີ່ຈະມາເຖິງນີ້ ເເລະ ໄດ້ໃຫ້ຄວາມສໍາຄັນຕໍ່ສະພາບ ການຂອງໂລກທີ່ກໍາລັງຜະເຊີນໜ້າ ກັບ ສິ່ງທ້າທາຍຕ່າງໆ ເຊິ່ງໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນເພີ່ມທະວີ ຄວາມສາ ມັກຄີ, ສົ່ງເສີມ ເເລະ ສະໜັບສະໜູນ ກົນໄກການຮ່ວມມືຫລາຍຝ່າຍ ໃຫ້ມີ ຄວາມເຂັ້ມເເຂງ, ຍຸຕິທໍາ, ກວມລວມ ແລະມີປະສິດທິຜົນຂຶ້ນກວ່າເກົ່າ ໂດຍມີ ອົງການ ສະຫະປະຊາຊາດ ເປັນເເກນ ກາງ, ເພື່ອຮັບໃຊ້ສິດຜົນປະໂຫຍດ ຂອງທຸກປະເທດ ແລະ ທຸກຄົນໃນທົ່ວ ໂລກ. ພ້ອມນັ້ນ, ທ່ານນາຍົກລັດຖະມົນ ຕີ ໄດ້ຢໍ້າວ່າ “ຂໍ້ຕົກລົງສາກົນເພື່ອອະ ນາຄົດ” ຈະຕ້ອງໄດ້ລະບຸບັນດາມາດ ຕະການລະອຽດ ເເລະ ຊັດເຈນ ກໍຄື ທິດ ທາງໃນອະນາຄົດ ເພື່ອປົກປັກຮັກສາ ສັນຕິພາບ ເເລະ ຄວາມໝັ້ນຄົງສາກົນ, ແກ້ໄຂສິ່ງທ້າທາຍອັນໃຫຍ່ຫລວງ, ບົນພື້ນຖານກົນໄກ ການຮ່ວມມືຫລາຍ ຝ່າຍ ທີ່ສາມາດປັບໂຕເຂົ້າກັບ ສະພາບ ການປ່ຽນເເປງທາງດ້ານການເມືອງ, ເສດຖະກິດ ເເລະ ຄວາມກ້າວໜ້າທາງ ດ້ານເຕັກໂນໂລຊີ ກໍຄື ຮັກສາໄດ້ຄວາມ ຍືນຍົງດ້ານສະພາບເເວດລ້ອມ ພ້ອມທັ ງຮັບປະກັນຊີວິດການເປັນຢູ່ທີ່ດີຂອງ ຄົນຮຸ້ນໃໝ່ໃນອະນາຄົດ ລວມທັງການ ເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາເເບບຍືນຍົງ ໃຫ້ບັນລຸ ເປົ້າໝາຍຕາມວາລະ 2030 ຂອງ ອົງ ການ ສປຊ. ພ້ອມກັນນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສະ ໜັບສະໜູນການຈັດຕັ້ງປະຕິບັດ ຂໍ້ຕົກ ລົງສາກົນເພື່ອອະນາຄົດ ຢ່າງມີປະສິດ ທິຜົນ. ຂ່າວ-ພາບ: ກຕທ ຮອງປະທານສະພາ... ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ກໍຄື ສອງກະຊວງການຕ່າງປະເທດ ຈະສືບຕໍ່ໄດ້ຮັບການ ພັດທະນາໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກ ເຮົາ ແລະ ເພື່ອສັນຕິພາບ ແລະ ຄວາມວັດທະນະຖາວອນ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງທ່ານຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ມີກຽດ ສູງສົ່ງ ຂອງທ່ານ. (Nguyễn Đức Hải) ກຳມະການ ສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ໂດຍ ໄດ້ພົບປະສອງຝ່າຍຢູ່ນະຄອນດາໜັງ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມື ລະຫວ່າງ ສອງອົງການ ນິຕິບັນຍັດ ນັບແຕ່ຂັ້ນສູນກາງຮອດຂັ້ນ ທ້ອງຖິ່ນ. ການຢ້ຽມຢາມຄັ້ງນີ້, ເປັນການສືບ ຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນ ທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະ ຫວ່າງສະພາແຫ່ງຊາດສອງປະເທດ; ສອງຝ່າຍໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບກົນໄກການຮ່ວມມືຂອງສະ ພາແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ, ຂະແໜງການ ຂອງລັດຖະບານ ໂດຍສະເພາະອົງ ການກວດສອບແຫ່ງລັດ, ບັນດາກະ ຊວງຂົງເຂດເສດຖະກິດ ໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນພ້ອມທັງສະເໜີທິດທາງ ການຮ່ວມມືຂອງສອງສະພາແຫ່ງ ຊາດໃນຕໍ່ໜ້າ ໂດຍສຸມໃສ່ການຂຽນ ປຶ້ມຄົບຮອບ 50 ປີ ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ກັບ ສະພາແຫ່ງຊາດຫວຽດນາມ, ຊຸກຍູ້ ການພົວພັນຮ່ວມມືພົບປະແລກປ່ຽນ ບົດຮຽນຂອງສອງນະຄອນຄື: ນະ ຄອນຫລວງພະບາງແລະນະຄອນໂຫ້ຍ ອານ ແຂວງກວາງນາມ, ການຕິດຕາມ ກວດກາຊຸກຍູ້ສົ່ງເສີມການລົງທຶນ ຂອງບັນດາຫົວໜ່ວຍທຸລະກິດທີ່ມາ ລົງທຶນຢູ່ ສປປ ລາວ ແລະ ສສ ຫວຽດ ນາມ, ຄົ້ນຄວ້າ ແລະ ນໍາໃຊ້ທ່າແຮງທີ່ ອໍານວຍຄວາມສະດວກທາງດ້ານແລວ ເສດຖະກິດຕາເວັນອອກ ໂດຍເລັ່ງໃສ່ ການພັດທະນາທ່າເຮືອຫວຸ່ງອາງ ແລະ ດ່ານນາມຢ່າງ ເຊິ່ງເປັນຍຸດທະສາດ ເຂດແຄວ້ນລະຫວ່າງບັນດາແຂວງ ພາກໃຕ້ຂອງ ສປປ ລາວ ແລະ ບັນດາ ແຂວງພາກກາງຂອງ ສສ ຫວຽດນາມ ເພື່ອຂັບເຄື່ອນທາງດ້ານເສດຖະກິດ ແລະ ບົດຮຽນການຈັດຕັ້ງປະຕິບັດພາ ລະບົດບາດຂອງອົງການກວດສອບ ໃນການແກ້ໄຂຜົນຂອງການກວດ ສອບໄດ້ຢ່າງມີປະສິດທິພາບ ແລະ ປະ ສິດທິຜົນ ໂດຍເພື່ອປະຕິບັດ 3 ເສົາຄໍ້າ ແລະ 8 ມາດຕະການຂອງອົງການຕົນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ເປັນເອ ກະພາບຊຸກຍູ້ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະສະໜັບສະໜູນສະພາ ແຫ່ງຊາດລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ AIPA ຄັ້ງທີ 45 ທີ່ ນະຄອນຫລວງວຽງຈັນ ໃນເດືອນ ຕຸລາ ຈະມາເຖິງນີ້. ນອກຈາກນີ້, ສະຫາຍ ສົມມາດ ພົນເສນາ ແລະ ສະຫາຍ ຫງວຽນ ດຶກ ຫ້າຍ ຍັງໄດ້ຮ່ວມກັນເປັນປະທານສຳ ມະນາຫົວຂໍ້ສະເພາະ “ບົດບາດຂອງ ສະພາແຫ່ງຊາດໃນການສ້າງແລະຜັນ ຂະຫຍາຍນະໂຍບາຍພັດທະນາເສດ ຖະກິດ-ສັງຄົມ” ທີ່ນະຄອນດາໜັງ. ໂອກາດນີ້, ຄະນະຜູ້ແທນສະພາ ແຫ່ງຊາດລາວ ໄດ້ຢ້ຽມຢາມແລະ ເຮັດ ວຽກກັບອົງການກວດສອບແຫ່ງລັດ ພາຍໃຕ້ຫົວຂໍ້“ຍົກສູງບົດບາດແລະປະ ສິດທິຜົນໃນການເຄື່ອນໄຫວຂອງອົງ ການກວດສອບແຫ່ງລັດຫວຽດນາມ” ໂດຍແມ່ນສະຫາຍໂງວັນຕວັນ (Ngô VănTuấn) ກຳມະການສູນກາງພັກ, ປະທານອົງການ ກວດສອບແຫ່ງລັດ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບແລະ ເຮັດວຽກຮ່ວມກັບຄະນະຜູ້ແທນລາວ. ສະຫາຍຮອງປະທານ ສະພາແຫ່ງ ຊາດລາວ ໄດ້ຕີລາຄາວ່າ ການພົບປະ ແລກປ່ຽນບົດຮຽນໃນຄັ້ງນີ້ ເຮັດໃຫ້ ຄະນະຜູ້ແທນທີ່ເຂົ້າຮ່ວມ ກໍາໄດ້ບົດ ຮຽນຂອງເພື່ອນກ່ຽວກັບການອອກ ແລະ ການປະຕິບັດນະໂຍບາຍການດຶງ ດູດການລົງທຶນຈາກຕ່າງປະເທດ, ນະ ໂຍບາຍເສດຖະກິດ ລວມສູນ, ແຜນແມ່ ບົດແຫ່ງຊາດ ໃນການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອ ເພື່ອພັດທະນາເສດ ຖະກິດ-ສັງຄົມຢູ່ບັນດາ ເຂດພູດອຍຫ່າງ ໄກສອກຫລີກແລະການເສີມຂະຫຍາຍ ບົດບາດຂອງອົງການກວດສອບ ໃນ ການປະກອບສ່ວນຍົກສູງບົດບາດສະ ພາແຫ່ງຊາດ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການແກ້ໄຂຜົນ ການກວດສອບ ແລະ ມາດຕະການຈັດ ຕັ້ງປະຕິບັດ. ພ້ອມກັນນັ້ນ, ຄະນະຜູ້ແທນລາວ ແລະ ຫວຽດນາມ ຍັງໄດ້ຢ້ຽມຢາມກຸ່ມ ບໍລິສັດຫຸ້ນສ່ວນ ເຈື່ອງຫ້າຍ(Truong Hai-THACO), ເຂດເສດຖະກິດເປີດ ຈູລາຍ (Chu Lai), ລັດວິສາຫະກິດ ຕັດຫຍິບ ຮວ່າເຖາະ (Hòa Thọ), ເຂດທີ່ໝັ້ນການປະຕິວັດລາວໃຕ້ ແລະ ຮ່ອງຮອຍປະຫວັດສາດທາງດ້ານ ວັດທະນະທໍາ; ພົບປະສະຫາຍ ເລືອງ ຫງວຽນມິ່ງຈ໋ຽດ (LươngNguyễn MinhTriết) ກຳມະການສໍາຮອງສູນ ກາງພັກ, ປະທານຄະນະ ສະມາຊິກ ສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງ ແຂວງກວາງນາມ; ພົບປະສະຫາຍ ຫງວຽນ ວັນ ກວາງ (Nguyễn Văn Quảng) ກຳມະການສູນກາງພັກ, ປະ ທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງນະຄອນດາໜັງ ແລະ ຢ້ຽມຢາມສະຖານກົງສູນໃຫຍ່ ປະຈໍານະຄອນດາໜັງ. ພ້ອມກັນນີ້, ຮອງປະທານສະພາແຫ່ງຊາດລາວ ໄດ້ ເຊື້ອເຊີນ ສະຫາຍ ຫງວຽນ ດຶກ ຫ້າຍ ຮອງປະທານສະພາ ແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ແລະ ພົບປະ ແລກປ່ຽນບົດຮຽນທີ່ ສປປ ລາວ ໃນ ເວລາອັນຄວນ. ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນດຶກ ເລີ້ຍ ຮອງປະທານສະມາ ຄົມນັກຂ່າວ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະ ຫວ່າງວັນທີ 9-13 ກັນຍາ 2024 ນີ້. ທ່ານ ວັນສີ ກົວມົວ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຫງວຽນ ດຶກ ເລີ້ຍ ທີ່ໄດ້ນຳ ພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນສຳຄັນ ເຂົ້າໃນ ການເສີມຂະຫຍາຍການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ໂດຍສະ ເພາະການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມ ນັກຂ່າວຂອງທັງສອງ ປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບ ການພັດທະນາ ແລະ ສືບຕໍ່ໃຫ້ການສະ ໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນ ບົດຮຽນ, ແລກປ່ຽນການຢ້ຽມຢາມເຊິ່ງ ກັນ ແລະ ກັນ ຕະຫລອດໄປ. ທັງເປັນ ການຮັດແແໜ້ນ, ເສີມຂະຫຍາຍສາຍພົວ ພັນມິດຕະພາບ, ຄວາມສະມັກຄີແບບ ພິເສດແລະ ການຮ່ວມມືຮອບດ້າານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກ ຜົນຂຶ້ນໄປຢ່າງບໍ່ຢຸດຢັ້ງໃນອະນາຄົດ ແລະ ຍາວນານ. ທ່ານ ຫງວຽນດຶກ ເລີ້ຍ ກໍໄດ້ສະ ແດງຄວາມຂອບໃຈຕໍ່ ທ່ານ ວັນສີ ກົວມົວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ໃນຄັ້ງນີ້, ພ້ອມທັງລາຍງານ ແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ ທ່ານລັດຖະມົນຕີຮັບຊາບ ໂດຍສະ ເພາະ ການລົງເຄື່ອນໄຫວພົບປະສອງ ຝ່າຍກັບສື່ຫລັກຂອງ ສປປ ລາວ ເພື່ອ ປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງ ກັນ ແລະ ກັນ. ພ້ອມທັງສະແດງຄວາມ ຊົມເຊີຍ ທີ່ເຫັນວ່າການພົວພັນຮ່ວມມື ຮອບດ້ານ ໂດຍສະເພາະວຽກງານດ້ານ ສື່ມວນຊົນ ຂອງສອງປະເທດຫວຽດ ນາມ-ລາວ ໄດ້ຮັບການພັດທະນາ ແລະ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍດີຕະຫລອດມາ ເຊິ່ງ ໄດ້ປະກອບສ່ວນເຮັດໃຫ້ວຽກງານສື່ ມວນຊົນຂອງສອງປະເທດ ມີການຫັນ ປ່ຽນທີ່ຕັ້ງໜ້າ ແລະ ແໜ້ນແຟ້ນ ຂຶ້ນ ໄປເລື້ອຍໆ. ຂ່າວ-ພາບ: ທະນູທອງ ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດ ນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ ໃຫ້ ສາມາດ ຟັງ, ເວົ້າ ແລະ ຂຽນພາສາ ຫວຽດນາມ ໄດ້ໂດຍພື້ນຖານ. ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມ ແຮງຮ່ວມໃຈຮ່ວມກັບພະນັກງານ, ຄູ- ອາຈານປະຕິບັດໜ້າທີ່ຂອງຕົນໃຫ້ສຳ ເລັດຜົນ ແລະ ປະຕິບັດຄຳ ຂວັນທີ່ວ່າ “ສອນດີ-ຮຽນເກັ່ງ” ເພື່ອໃຫ້ພໍ່ແມ່ປະ ຊາຊົນມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈ ເມື່ອລູກຫລານຂອງຕົນ ໄດ້ຮັບການ ສຶກສາຮໍ່າຮຽນໃນ ສະພາບແວດລ້ອມ ການສຶກສາທີ່ກວ້າງຂວາງ, ປອດໄພ ແລະ ມີຄຸນນະພາບ. ພ້ອມທັງ ສະແດງ ຄວາມເຊື່ອໝັ້ນວ່າຄູ-ອາຈານແລະພະ ນັກງານ ຂອງໂຮງຮຽນແຕ່ລະຄົນຈະ ພະຍາຍາມ ເປັນແບບຢ່າງດີທາງດ້ານ ແນວຄິດ, ຄຸນສົມບັດສິນທຳ ໃຫ້ແກ ນັກຮຽນ ແລະ ດ້ວຍຄວາມກະຕືລືລົ້ນ, ຄວາມມານະພະຍາຍາມຂອງຄູ-ອາ ຈານ ແລະ ນັກຮຽນ, ພ້ອມກັບຄວາມ ເອົາໃຈໃສ່ຂອງການນຳທຸກຂັ້ນ, ຄູ-ອາ ຈານແລະນັກຮຽນຂອງໂຮງຮຽນສອງ ພາສາ ລາວ-ຫວຽດນາມ ຫງວຽນ ຢູ ຈະສືບຕໍ່ເສີມຂະຫຍາຍຄໍາຂວັນຂອງ ໂຮງຮຽນ ໃນການສອນດີ-ຮຽນເກັ່ງ, ບັນລຸເປົ້າໝາຍໃນສົກຮຽນໃໝ່ນີ້. ໃນສົກຮຽນ 2024-2025 ໂຮງ ຮຽນໄດ້ວາງແຜນແລະຈະສູ້ຊົນໃຫ້ບັນ ລຸເປົ້າໝາຍ ທີ່ຕັ້ງໄວ້ ຄື: ຊັ້ນອະນຸບານ 3 ໃຫ້ສາມາດເສັງຂຶ້ນຫ້ອງ ປ1 ໄດ້ 100%, ການສອບເສັງເລື່ອນຊັ້ນບັນລຸ ໄດ້ 99%, ການສອບເສັງຈົບຊັ້ນ ປ5, ມ4 ແລະ ມ7 ບັນລຸໄດ້ 100%, ໃຫ້ມີ ນັກຮຽນເກັ່ງ ທີ່ໄດ້ຮັບລາງວັນລະດັບ ເມືອງ, ລະດັບແຂວງແລະລະດັບຊາດ, ມີນັກຮຽນໄດ້ຮັບໃບປະກາດແດງ ໃນ ການສອບເສັງຈົບຊັ້ນ. ພ້ອມທັງ ຈະເຂົ້າຮ່ວມ ແລະ ຍາດໃຫ້ໄດ້ລາງວັນ ໃນການແຂ່ງຂ ັນກິດຈະກໍານອກຫລັກ ສູດ (ສິລະປະ ແລະ ກິລາ). ພ້ອມນີ້, ຍັງຈະສູ້ຊົນເຮັດໃຫ້ໂຮງຮຽນ ເປັນໂຮງ ຮຽນສີຂຽວ, ສະອາດ, ສະພາບແວດ ລ້ອມດີ, ປອດຢາເສບຕິດ, ເປັນໂຮງ ຮຽນຕົວແບບ ແລະ ຄຸນນະພາບສູງ. ໃນສົກຮຽນ 2023-2024 ຜ່ານ ມາ, ເຖິງວ່າຈະຜະເຊີນໜ້າກັບສິ່ງທ້າ ທາຍຫລາຍຢ່າງກໍຕາມ, ແຕ່ການເຄື່ອນ ໄຫວດ້ານການສຶກສາ ກໍຄື ກິດຈະກໍາ ເຄື່ອນໄຫວນອກຫລັກສູດ ຂອງໂຮງ ຮຽນ ໄດ້ຮັບຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະ ແມ່ນຈໍານວນນັກຮຽນ ເກັ່ງທີ່ຍາດໄດ້ອັນດັບສູງ ໃນການສອບ ເສັງນັກຮຽນເກັ່ງຂັ້ນເມືອງເພີ່ມຂຶ້ນ ເມື່ອທຽບກັບ ສົກຮຽນທີ່ຜ່ານມາ. ນັ້ນ ເປັນການຢືນຢັນອີກເທື່ອໜຶ່ງວ່າຄຸນນະ ພາບການສຶກສາ ຂອງໂຮງຮຽນ ນັບມື້ ນັບໄດ້ຮັບການປັບປຸງ, ໄດ້ສະແດງໃຫ້ ເຫັນ ແລະ ຮັບຮູ້ເຖິງ ຄວາມມານະພະ ຍາຍາມຂອງຄູ-ອາຈານແລະນັກຮຽນ ຂອງໂຮງຮຽນຫງວຽນຢູ ໃນຊຸມປີ ທີ່ຜ່ານມາ. ຂ່າວ: ທະນູທອງ ຮອງລັດຖະມົນຕີ... ສຳນັກຂ່າວສານ... ກໍຍັງສືບຕໍ່ໃຫ້ການຊ່ວຍເຫລືອສຳນັກ ຂ່າວສານປະເທດລາວໂດຍສະເພາະໄລ ຍະທີ່ຍົກຍ້າຍສຳນັກຂ່າວສານປະເທດ ລາວ, ສຳນັກຂ່າວສານຫວຽດນາມ ກໍໄດ້ຊ່ວຍຍົກຍ້າຍ ແລະ ຕິດຕັ້ງເຄື່ອງ ເຊີເວີ, ຕິດຕັ້ງລະບົບເຕັກນິກໃໝ່ ແລ່ນ ລາງ ແລະ ສາຍເນັດເວີກ, ວາຍຟາຍ ແລະ ໄດ້ຕໍ່ສາຍເນັດເວີກ ແລະ ສາຍໄວ ຟາຍ ໃຫ້ສະມາຄົມນັກຂ່າວແຫ່ງປະ ເທດລາວ ນຳໃຊ້ຢ່າງປົກກະຕິ. ພິເສດ ໃນປີ2024ນີ້,ສໍານັກຂ່າວສານຫວຽດ ໂອກາດດັ່ງກ່າວ, ທ່ານ ນາງ ສີວັນ ເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງ ຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາ ສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີ ການປັບປຸງລະບົບການຮຽນ-ການ ສອນ ໂດຍເນັ້ນໃສ່ຄຸນນະພາບເປັນຫລັກ ອີງຕາມ3 ລັກສະນະ, 5ຫລັກມູນ ແລະ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນ ໃຫ້ຄູ- ອາຈານສຸມໃສ່ພັດທະນາຕົນເອງ, ຫັນ ເອົາການຮຽນ-ການສອນ ເປັນທັນສະ ໄໝ ເພື່ອຖ່າຍທອດຄວາມຮູ້ໃຫ້ນັກ ຮຽນໄດ້ຢ່າງມີປະສິດສິພາບ, ນອກ ຈາກປະຕິບັດຕາມຫລັກສູດການຮຽນ- ໂຮງຮຽນຫວຽນຢູ... ນາມ ກໍໄດ້ຊ່ວຍສ້າງເວັບເພຈ ອາຊຽນ ໃນໂອກາດທີ່ ສປປ ລາວ ເປັນປະທານ ອາຊຽນປີ 2024 ເພື່ອໂຄສະນາ ຫລາຍບັນຫາສຳຄັນກ່ຽວກັບອາຊຽນ ຢ່າງກວ້າງຂວາງ. ສະຫາຍ ສົມບູນ ແກ້ວໄຊຍະຈັກ ຍັງໃຫ້ຮູ້ອີກວ່າ: ພາຍໃຕ້ການນຳພາຊີ້ນຳຂອງອົງຄະນະພັກກະຊວງ ຖວທ ບົນພື້ນຖານຫລັກການ ແລະ ທັດສະນະ ຂອງພັກ, ຄະນະພັກ, ຄະນະນໍາໄດ້ນໍາ ພາ-ຊີ້ນໍາບັນດາພະນັກງານສະມາຊິກ ພັກ, ຄະນະບັນນາທິການແລະນັກຂ່າວ ຍຶດໝັ້ນກຳແໜ້ນ ແລະ ປະຕິບັດຕາມ ແນວທາງຂອງພັກ, ເປັນກະບອກສຽງ ໃຫ້ແກ່ພັກ-ລັດຖະບານ ໃນການໂຄສະ ນາເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ຜົນສຳເລັດທຸກດ້ານຂອງຂະ ແໜງການຕ່າງໆໃຫ້ປະຊາຊົນລາວບັນ ດາເຜົ່າໃນທົ່ວສັງຄົມຮັບຮູ້ແລະ ເຂົ້າໃຈ ຕໍ່ແນວທາງການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນແຕ່ລະໄລຍະ, ໂຄສະນາ ການເຄື່ອນໄຫວ ຂອງບັນດາຜູ້ນໍາ ພັກລັດ ທັງຢູ່ ພາຍໃນ ແລະ ຕ່າງປະເທດ; ໂຄສະນາເຜີຍແຜ່ຜົນງານການການ ພົວພັນຮ່ວມມື ຂອງສອງປະເທດລາວ ແລະຫວຽດນາມແລະ ເຫດການສຳຄັນ ຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ສະຫາຍ ຫງວຽນດຶກ ເລີ້ຍ ໄດ້ໃຫ້ຮູ້ວ່າ: ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເປັນ ການພົວພັນໂດຍກົງແລະ ເຮັດວຽກກັບ ບັນດາສໍານັກສື່ຫລັກຂອງລາວ ເພື່ອ ເປັນການເສີມສ້າງສາຍພົວພັນມິດຕະ ພາບແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ, ເຊິ່ງພິເສດໄປກວ່າ ນັ້ນ, ຂ້າພະເຈົ້າໄດ້ມີໂອກາດກັບມາ ຢ້ຽມຢາມເພື່ອນຮ່ວມອາຊີບດຽວກັນ ໂດຍສະເພາະກັບສຳນັກຂ່າວປະເທດ ລາວ, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ຊາບ ຊຶ້ງທີ່ໄດ້ກັບມາໃນຄັ້ງນີ້ ເຊິ່ງສະແດງ ໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ອັນສະໜິດສະສົມ, ເປັນການເສີມຂະ ຫຍາຍມູນເຊື້ອ ຄວາມສາມັກຄີແບບພິ ເສດ, ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມທີ່ມີ ມາແຕ່ດົນນານແລ້ວນັ້ນ ໃຫ້ໝັ້ນຄົງຂະ ໜົງແກ່ນຕະຫລອດໄປ ໂດຍສະເພາະ ລະຫວ່າງ ສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ ແລະ ສໍານັກຂ່າວສານປະ ເທດລາວ ໃຫ້ມີການພົວພັນຮ່ວມມືອັນ ດີງາມຂຶ້ນໄປເລື້ອຍໆ. ຂ່າວ: ສົມຫວັງ ; ພາບ: ອ່າຍຄໍາ ຄື: ແຂວງກວາງນາມ, ນະຄອນດາໜັງ, ກອນຕູມ, ເທື່ອທຽນເຫວ້, ບິ່ງດິ້ງ, ຢາ ລາຍ, ດັກລັກ, ກວາງຈິ ແລະ ກວາງ ຫງາຍ ເຊິ່ງໃນແຕ່ລະປີໄດ້ຊ່ວຍເຫລືອ ໃນການກໍ່ສ້າງຊັບພະຍາກອນມະນຸດ ລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາ ໂທ ແລະ ປະລິນຍາເອກ ໃຫ້ແກ່ແຂວງ ເຊກອງ ມີທັງໝົດ ຈຳນວນ 560 ທຶນ ແລະ ທຶນຊ່ວຍເຫລືອໃນການພັດທະນາ ພື້ນຖານໂຄງລ່າງ ຈຳນວນ 83.973 ລັດຖະມົນຕີ... ລ້ານດົງ. ໃນໄລຍະການແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍໄດ້ຮັບການ ຊ່ວຍເຫລືອອຸປະກອນການແພດ ເພື່ອ ສະກັດກັ້ນ ແລະ ປ້ອງກັນພະຍາດໂຄ ວິດ-19 ຈາກບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ ລວມມູນຄ່າ2.905ລ້ານດົງ; ປັດຈຸບັນ ທົ່ວແຂວງເຊກອງ ມີໂຄງການລົງທຶນ FDI ທັງໝົດ 124 ໂຄງການ, ມີມູນ ຄ່າການລົງທຶນຕາມສັນຍາ 9.547 ລ້ານໂດລາ. ສຳລັບ ການລົງທຶນຂອງຂອງ ສສ ຫວຽດນາມ ໄລຍະຜ່ານມາ ໃນ 27 ໂຄງການກວມອັດຕາສ່ວນ54%ຂອງ ການລົງທຶນຕ່າງປະເທດ, ມີມູນຄ່າ ການລົງທຶນທັງໝົດ1.071ລ້ານໂດລາ ສາຫະລັດ, ໃນນັ້ນ, ຂັ້ນສູນກາງອະນຸ ຍາດ11 ໂຄງການ, ມູນຄ່າການລົງທຶນ 1.043 ລ້ານໂດລາສາຫະລັດ ແລະ ຂັ້ນ ແຂວງອະນຸຍາດ 14 ໂຄງການມູນຄ່າ ການລົງທຶນ 18 ລ້ານໂດລາສາຫະລັດ. ໃນນັ້ນ, ຂົງເຂດພະລັງງານໄຟຟ້ານໍ້າ ຕົກມີ3ໂຄງການ; ຂົງເຂດບໍ່ແຮ່6ໂຄງ ການ; ຂົງເຂດກະສິກໍາ 14 ໂຄງການ ແລະ ຂົງເຂດການບໍລິການ 2 ໂຄງ ການ. ຜ່ານການຊຸກຍູ້, ຕິດຕາມ ແລະ ຕີລາຄາ ເຫັນວ່າການລົງທຶນຂອງພາ ກສ່ວນເອກະຊົນຈາກ ສສ ຫວຽດນາມ ໂດຍລວມ ແມ່ນໄດ້ປະກອບສ່ວນສ້າງ ໃຫ້ເສດຖະກິດ-ສັງຄົມ ຂອງແຂວງເຊ ກອງ ມີການຂະຫຍາຍຕົວ ສ້າງວຽກ ເຮັດງານທໍາໃຫ້ປະຊາຊົນ ຖືເປັນກໍາ ລັງແຮງດ້ານການຜະລິດ ເພື່ອການສົ່ງ ອອກທີ່ສໍາຄັນ ເປັນຕົ້ນ ດ້ານແຮ່ທາດ, ພະລັງງານ, ຢາງພາລາ, ກາເຟ ແລະ ອື່ນໆ. ໃນນັ້ນ, ຫົວໜ່ວຍທຸລະກິດຈາກ ສສ ຫວຽດນາມ ຍັງໄດ້ປະກອບສ່ວນ ໃນການສ້າງສີມືແຮງງານ, ນໍາເອົາ ແຫລ່ງທຶນຕ່າງໆ ສຸມໃສ່ໃນການດໍາ ເນີນໂຄງການຂະໜາດໃຫຍ່ຈໍານວນ ໜຶ່ງ ເປັນຕົ້ນ ໂຄງການກໍ່ສ້າງໄຟຟ້າ ຄວາມຮ້ອນຖ່ານຫີນເຊກອງ ກະລຶມ 1.800 ເມກາວັດ ແລະ ໂຄງການຊື້ ຂາຍຖ່ານຫີນ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງບົກຊິດ, ໂຄງການເຂື່ອນໄຟ ຟ້ານໍ້າຕົກເຊຂະໝານ 3, ໂຄງການ ປູກຢາງພາລາ, ໂຄງການປູກ ແລະ ປຸງ ແຕ່ງກາເຟ ແລະ ໂຄງການປູກໝາກ ຖົ່ວລຽນ. ໃນໂອກາດດັ່ງກ່າວ,ທ່ານຫງວຽນ ຈີ້ ຢຸ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະ ທານຄະນະກຳມະການຮ່ວມມື ຫວຽດ ນາມ-ລາວ ໄດ້ມອບເງິນສົດ ຈຳນວນ 10.000 ໂດລາສະຫາລັດ ໃຫ້ແຂວງ ເຊກອງ ແລະ ມອບໃຫ້ໂຮງຮຽນມັດ ທະຍົມສົມບູນ ເມືອງດາກຈຶງ 5.000 ໂດ ລາສະຫາລັດ ເພື່ອປະກອບສ່ວນ ໃນພັດທະນາຂອງແຂວງ, ການບຳລຸງ ປັບປຸງໂຮງຮຽນ. ພ້ອມນັ້ນຍັງໄດ້ມອບ ເຄື່ອງຕອງນໍ້າສະອາດ ໃຫ້ໂຮງຮຽນ 8 ເຄື່ອງ ແລະ ມອບໃຫ້ເມືອງດາກຈຶງ 2 ເຄື່ອງ. ຂ່າວ-ພາບ: ກະຊວງ ຜທ

RkJQdWJsaXNoZXIy MTc3MTYxMQ==