5912

xtgmf]k; 3 09/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ s]kp|j ;pra d0v'g,n v'Iq j , pkfwfh zq o'kos]kpfh ko ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ln [8+ glu ,0tspkp dkorq ;ra o c[[ry glf ]k;{s;Pfok, c]t s;Pfok,{]k; * ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ- ລາວ ໃນຊຸມປີຜ່ານມານີ້ ໄດ້ສືບຕໍ່ ເສີມຂະຫຍາຍຢ່າງໜັກແໜ້ນ ໃຫ້ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກ ງານ ເພື່ອຢັ້ງຢືນຜົນສຳເລັດແຫ່ງ ການພົວພັນຮ່ວມມືສອງຝ່າຍ ທີ່ມີ ແຕ່ດົນນານນັ້ນ ສະຫາຍປະທານ ປະເທດ ໂຕເລິ່ມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຫວຽດນາມ ຈະເດີນ ທາງຢ້ຽມຢາມສປປລາວຢ່າງເປັນ ທາງການ ລະຫວ່າງ ວັນທີ 11-12 ກໍລະກົດ ຕາມຄຳເຊີນຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວທອງລຸນສີສຸລິດ. ປະເທດລາວ ເປັນປະເທດທຳອິດທີ່ ສະຫາຍ ໂຕ ເລິ່ມ ໄດ້ເດີນທາງມາຢ້ຽມຢາມພາຍ ຫລັງໄດ້ກອງປະຊຸມສະພາແຫ່ງ ຊາດສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ 15 ເລືອກຕັ້ງ ເປັນປະທານປະເທດ ເຊິ່ງເປັນການ ສະແດງໃຫ້ເຫັນຄວາມເອົາໃຈໃສ່ ຂອງພັກ, ລັດແລະປະຊາຊົນຫວຽດ ນາມ ໃນການພົວພັນແບບພິເສດ ລະຫວ່າງລາວ - ຫວຽດນາມ ແລະ ຫວຽດນາມ - ລາວ. ໃນການພົວພັນດ້ານການເມືອງ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ຂະ ຫຍາຍຕົວ ຊຶ່ງສອງຝ່າຍສືບຕໍ່ເສີມ ຂະຫຍາຍປະສິດທິຜົນ ຂອງບັນດາ ກົນໄກຮ່ວມມືສອງຝ່າຍ, ໂດຍໄດ້ ສົມທົບກັນຈັດຕັ້ງກອງປະຊຸມຄະ ນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານລາວ-ຫວຽດ ນາມ ຄັ້ງທີ 46 ໃນເດືອນມັງກອນ 2024 ຜ່ານມາ ຊຶ່ງກອງປະຊຸມດັ່ງ ກ່າວໄດ້ຮັບຜົນສໍາເລັດອັນດີງາມ. ນອກນັ້ນ, ທັງສອງຝ່າຍຮັກສາການ ພົວພັນແລກປ່ຽນຄະນະຜູ້ແທນ ທຸກຂັ້ນແລະຊ່ອງທາງຕ່າງໆ. ການ ຮ່ວມມືດ້ານປ້ອງກັນຊາດປ້ອງກັນ ຄວາມສະຫງົບສືບຕໍ່ ເປັນເສົາຄ້ຳ ໃນການພົວພັນລະຫວ່າງສອງປະ ເທດ, ປະກອບສ່ວນຮັກສາສະຖຽນ ລະພາບດ້ານການເມືອງ, ຄວາມ ໝັ້ນຄົງ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມຂອງແຕ່ລະປະ ເທດ ແລະ ເຂດຊາຍແດນ ລະຫວ່າງ 2ປະເທດ. ການຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນສືບ ຕໍ່ໄດ້ຮັບການຊຸກຍູ້ ແລະ ບັນລຸຜົນ ງານຢ່າງຕັ້ງໜ້າ. ມູນຄ່າການຄ້າ ສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸ 779,6 ລ້ານໂດລາ. ປັດຈຸບັນ ຫວຽດນາມມີ 245 ໂຄງການລົງ ທຶນຢູ່ລາວ ດ້ວຍຍອດຈຳນວນທຶນ ຈົດທະບຽນ5,5ຕື້ໂດລາ, ສືບຕໍ່ເປັນ ປະເທດອັນດັບຕົ້ນໆທີ່ເຂົ້າມາລົງ ທຶນຢູ່ລາວ. ການຮ່ວມມືດ້ານການ ສຶກສາ, ພັດທະນາຊັບພະຍາກອນ ມະນຸດ ແລະ ການຝຶກອົບຮົມອາຊີບ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຂອງສອງຝ່າຍ. ກະຊວງສຶກສາ ຂອງສອງປະເທດ ໄດ້ປະກາດແຜນ ງານການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ ໄລຍະ 2021- 2030ແລະ ໄດ້ລົງນາມໃນອະນຸສັນ ຍາວ່າດ້ວຍການຮ່ວມມືດ້ານການ ສຶກສາ ຫວຽດນາມ - ລາວ ໄລຍະ 2022-2027. ການຮ່ວມມືລະ ຫວ່າງບັນດາທ້ອງຖິ່ນ ໂດຍສະ ເພາະແມ່ນບັນດາທ້ອງຖິ່ນຮ່ວມ ຊາຍແດນສືບຕໍ່ໄດ້ຮັບການສົ່ງເສີມ ໂດຍສະເພາະແມ່ນການ ກໍ່ສ້າງພື້ນ ຖານໂຄງລ່າງ, ສາທາລະນະ ສຸກ, ການກໍ່ສ້າງ ແລະ ພັດທະນາແຫລ່ງ ຊັບພະຍາກອນມະນຸດ, ການຮັກສາ ຄວາມໝັ້ນຄົງ, ຄວາມເປັນລະບຽບ ຮຽບຮ້ອຍ, ຄວາມປອດໄພຢູ່ເຂດ ຊາຍແດນຂອງ2ປະເທດ. ທັງສອງ ປະເທດສົມທົບກັນຢ່າງໃກ້ຊິດກ່ຽວ ກັບບັນຫາຕ່າງໆໃນລະດັບພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມ ສົນໃຈ; ສະໜັບສະໜູນເຊິ່ງກັນແລະ ກັນຢູ່ບັນດາເວທີພາກພື້ນ ແລະ ສາ ກົນ, ໂດຍສະເພາະແມ່ນໃນຂອບ ຂອງ ສປຊ, ສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາ ຊຽນ) ແລະບັນດາກົນໄກອະນຸພາກ ພື້ນ.ຫວຽດນາມຢືນຢັນຄວາມພ້ອມ ຈະສະໜັບສະໜຸນລາວ ຈັດສໍາເລັດ ກອງປະຊຸມຕ່າງໆ ອາຊຽນ ໃນປີ 2024 ນີ້. ການຮ່ວມມືຢ່າງແໜ້ນ ແຟ້ນ ລະຫວ່າງສອງປະເທດ ຈະປະ ກອບສ່ວນຍົກສູງຖານະບົດບາດ ຂອງແຕ່ລະປະເທດໃນເວທີສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ສັນຕິພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ການພັດທະນາຢູ່ພາກ ພື້ນ ແລະ ໂລກ. ໃນສະພາບການຜັນຂະຫຍາຍ ຂອງພາກພື້ນແລະສາກົນທີ່ສັບສົນ, ການຢ້ຽມຢາມລາວຂອງ ສະຫາຍ ປະທານປະເທດ ໂຕເລິ່ມ ໄດ້ສະແດງ ການສະໜັບສະໜຸນຂອງ ຫວຽດ ນາມ ໃຫ້ແກ່ລາວ ໃນການບັນລຸເປົ້າ ໝາຍປ່ຽນແປງໃໝ່ ແລະ ສ້າງສາ ປະເທດຊາດ, ປະກອບສ່ວນພັດທະ ນາປະເທດຊາດ ແລະ ປະຕິບັດ ມະຕິ ຕົກລົງກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX ປະສົບຜົນສໍາ ເລັດອັນຍິ່ງໃຫຍ່. ໝາກຜົນທີ່ບັນລຸ ໄດ້ໃນໄລຍະ ຢ້ຽມຢາມ ຈະປະກອບ ສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອ ໃຈ ແລະ ສາຍພົວພັນອັນໜັກແໜ້ນ ລະຫວ່າງ ການນຳຂັ້ນສູງຂອງສອງ ປະເທດ, ພ້ອມທັງຊຸກຍູ້ການຮ່ວມມື ລະຫວ່າງ2ຝ່າຍໃນທຸກຂົງເຂດໄດ້ ເປັນຈິງ ແລະ ມີປະສິດທິຜົນ. ໂດຍ: ທິນນະກອນ lh k']kpIa [g0Q k7v[7q ; fh ;pdkox6 d/a '{]h P'la f * ຄວາມມັກຮັກ ແລະ ຄວາມດຸ ໝັ່ນຂະຫຍັນພຽນໃນການປູກຝັງ- ລ້ຽງສັດ ໄດ້ສ້າງລາຍຮັບ ເຂົ້າຄອບ ຄົວ ເຮັດໃຫ້ຄອບຄົວຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ທ່ານ ລາ ພຸດສະດີ ອາຍຸ 55 ປີ ປະຊາຊົນ ບ້ານນາຫາດ ເມືອງຄໍາ ເກີດ ແຂວງບໍລິຄຳໄຊ ເປັນຄອບ ຄົວຕົວແບບໃນການປູກຝັງ ໃຫ້ສໍາ ພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ຕົນເອງ ແລະ ຄອບຄົວໄດ້ເລີ່ມຕົ້ນ ປູກຜັກມາແຕ່ປີ 2016 ມີ 2 ແຮງ ງານໃນການຜະລິດ, ມີເນື້ອທີ່ການ ຜະລິດ 2.400 ຕາແມັດ, ມີເຮືອນ ຮົ່ມ 2 ຫລັງ, ເລີ່ມມີເຮືອນຮົ່ມໃນ ປີ 2020 ໂດຍໄດ້ນັບທຶນຈາກໂຄງ ການລາວ 030 ຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ນໍາມາມອບໃຫ້ ໃນມູນຄ່າ 5 ລ້ານກວ່າກີບ, ນັບແຕ່ ນັ້ນມາ ຄອບຄົວຂອງຕົນ ໄດ້ຍຶດ ເອົາການປູກຜັກເປັນອາຊີບຕົ້ນຕໍ ເນື່ອງຈາກສາມາດເຮັດໄດ້ທັງ 2 ລະດູ ພ້ອມທັງເຮັດນາປີ ແລະ ລ້ຽງ ສັດເປັນສໍາຮອງ. ທ່ານ ລາ ພຸດສະດີ ຍັງກ່າວຕື່ມ ອີກວ່າ: ຕົນ ແລະ ເມຍ ແມ່ນມັກ ຮັກໃນການເຮັດສວນ (ປູກຜັກ) ຈົນກາຍເປັນກິດຈະວັດປະຈໍາວັນ ທຸກໆມື້ໄດ້ພາກັນລົງສວນ ເພື່ອບົວ ລະບັດສວນຜັກ ເຊັ່ນ: ຫົດຜັກ, ໃສ່ ຝຸ່ນ, ພວນດິນ ເພື່ອໃຫ້ຜັກຂຽວງາມ ພ້ອມຈໍາໜ່າຍອອກສູ່ຕະຫລາດ. ຜັກທີ່ປູກສ່ວນໃຫຍ່ ແມ່ນຜັກກາດ ຊອມ, ຜັກບົ່ວ ແລະ ຜັກບົ້ງ, ຜັກໃນ 1 ໜານ ໄດ້ປະມານ 144.000 ກິໂລກຣາມ ຂາຍລາຄາ 120.000 ກີບ ຕໍ່ 12 ກິໂລກຣາມ ສະເລ່ຍ ໄດ້ 1.200.000-1.400.000 ກີບ ຕໍ່ໜານ. ສ່ວນການຈໍາໜ່າຍແມ່ນ ແມ່ຄ້າ-ພໍ່ຄ້າມາຊື້ຢູ່ກັບສວນ, ສະ ເລ່ຍລາຍຮັບໃນການຂາຍຜັກ 2 ລະດູ, ຂາຍເຂົ້າ ແລະ ຂາຍສັດລ້ຽງ ໄດ້ເຖິງ 60-70 ລ້ານກີບຕໍ່ປີ ເຮັດ ໃຫ້ຄອບຄົວຕົນເອງ ມີລາຍຮັບເພີ່ມ ຂຶ້ນຈາກເມື່ອກ່ອນ ແລະ ສາມາດ ແກ້ໄຂຊີວິດການເປັນຢູ່ຂອງຄອບ ຄົວດີຂຶ້ນ, ສາມາດປຸກເຮືອນວິລາ ໄດ້ 1 ຫລັງ, ມີລົດໄຖນາ 2 ຄັນ, ຊື້ ດິນ (ຂະຫຍາຍສວນປູກຜັກ) ໄດ້ 1 ຕອນ, ມີລົດປັ່ນເຂົ້າ 1 ຄັນ ແລະ ຊື້ ລົດໃຫຍ່ໄດ້ 1 ຄັນ. ນອກນີ້, ຍັງໄດ້ຊື້ ເຄື່ອງໃຊ້ໄຟຟ້າ ແລະ ເຟີນີເຈີຮັບໃຊ້ ພາຍໃນເຮືອນຕື່ມອີກ. * ຜົນງານດີເດັ່ນຂອງໜ່ວຍພັກ ຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ ຫ້ອງການແຮງງານ ແລະ ສະ ຫວັດດີການ-ສັງຄົມ ເມືອງຮົ່ມ ແຂວງ ໄຊສົມບູນ ໄດ້ຍົກຂຶ້ນໃນກອງປະຊຸມ ໃຫຍ່ສະມາຊິກພັກຂອງໜ່ວຍ ໃນຕົ້ນ ເດືອນກໍລະກົດນີ້. ສຳລັບຜົນງານຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າ ສະຫາຍ ບູນເຕັງ ລັດຕະນະໄຕ ເລຂາ ໜ່ວຍພັກ ຫ້ອງການດັ່ງກ່າວຍົກໃຫ້ ເຫັນວ່າ: ໜ່ວຍພັກຕົນ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 2 ປີຜ່ານມາ ໂດຍໄດ້ຖືເອົາ ການສຶກສາອົບຮົມການເມືອງ-ແນວ ຄິດເປັນຫລັກຕິດພັນກັບການຈັດຕັ້ງ ເຊື່ອມຊືມແນວທາງປ່ຽນແປງໃໝ່ ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ, ຄຳສັ່ງ, ຄຳແນະນຳຂອງ ຂັ້ນເທິງທີ່ວາງອອກເປັນແຕ່ລະໄລຍະ. ດ້ວຍຄວາມເອົາໃຈໃສ່ດັ່ງກ່າວ ສົ່ງຜົນ ເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງ, ມີສະຕິຕໍ່ ການຈັດຕັ້ງ, ມີຄວາມເປັນເອກະພາບ ສູງຕໍ່ການປ່ຽນແປງໃໝ່ຂອງພັກ, ເປັນ ເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ມີທັດສະນະຫລັກ ໝັ້ນທາງດ້ານການເມືອງ, ເຊື່ອໝັ້ນຕໍ່ ການນຳພາຂອງພັກ, ມີຄວາມບຸກບືນ ຫ້າວຫັນຕໍ່ການພັດທະນາກໍຄືວິຊາສະ ເພາະຂອງຕົນ ແລະ ການຈັດຕັ້ງນັບມື້ ນັບເຂັ້ມແຂງ ຊຶ່ງສະແດງອອກຄື: ສາ ມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ຫລາຍກວ່າ 20 ລ້ານກີບ, ກວດພົບ ເຫັນສິນຄ້າໝົດອາຍຸ 12 ລາຍການ, ຊຸກຍູ້ການອອກທະບຽນ ແລະ ດັດແກ້ ທະບຽນວິສາຫະກິດໄດ້ 27 ຫົວໜ່ວຍ ທຶນຈົດທະບຽນກວ່າ 2 ຕື້ກີບ, ເກັບກໍາ ຂໍ້ມູນຄວາມຕ້ອງການຊົມໃຊ້ສິນຄ້າ ພາຍໃນເມືອງ 77 ຕື້ກວ່າກີບ, ການສະ ໜອງພາຍໃນ 17 ຕື້ກວ່າກີບ, ການນຳ ເຂົ້າສິນຄ້າເກືອບ 60 ຕື້ ກີບ, ການຈໍລະ ຈອນສິນຄ້າພາຍໃນ 54 ຕື້ກວ່າກີບ, ການສົ່ງອອກສິນຄ້າຕ່າງເມືອງຕ່າງ ແຂວງ 66 ຕື້ກວ່າກີບ ແລະ ອື່ນໆ. ສ່ວນໜ່ວຍພັກຫ້ອງການແຮງ ງານ ແລະ ສະຫວັດດີການ-ສັງຄົມ ໄດ້ ຮັບຟັງການລາຍງານຈາກສະຫາຍ ສົວຢ່າຊົ່ງ ນະວົງໄຊ ເລຂາໜ່ວຍພັກ ຂອງຫ້ອງການດັ່ງກ່າວວ່າ: ໄລຍະ 2 ປີ ຜ່ານມານີ້, ໜ່ວຍພັກຫ້ອງການແຮງ ງານແລະສະຫວັດດີການ-ສັງຄົມເມືອງ ຮົ່ມ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິິກພັກ ທຸກສະຫາຍໃຫ້ມີຄວາມເຂົ້າໃຈເລິກ ເຊິ່ງຕໍ່ແນວທາງນະໂຍບາຍຂອງພັກລັດມາໂດຍຕະຫລອດ ທັງໄດ້ຈັດຕັ້ງ ເຊື່ອມຊຶມບັນດາເອກະສານຕ່າງໆ ໂດຍ ສະເພາະແນວທາງການປ່ຽນແປງໃໝ່ ຂອງພັກ, ກົດໝາຍຂອງລັດ, ບັນດາມະ ຕິ, ຄຳສັ່ງ, ຄຳແນະນຳຂັ້ນສູນກາງພັກ, ຂັ້ນແຂວງ ແລະ ເມືອງວາງອອກໃນແຕ່ ລະໄລຍະຕິດພັນກັບການເອົາໃຈໃສ່ ວຽກງານວິຊາສະເພາະຢ່າງໄດ້ຮັບ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

RkJQdWJsaXNoZXIy MTc3MTYxMQ==