5912

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/07/2024 xtgmf]k; ເຈົ້າແຂວງສະຫວັນນະເຂດ... ຮອງນາຍົກລັດຖະມົນຕີ ຕ້ອນ... ອາຊຽນ ເພ່ີມທະວີ... ສຄອຊ ຮັບທຶນສະໜັບສະໜູນ... ຮອງນາຍົກລັດຖະມົນຕີ ໂອ້ລົມ... ເປີດກອງປະຊຸມສະໄໝ.. ສູນບັນຊາການຊ້ອມຮົບ... ຮອດປີ 2023 ນະຄອນຫລວງ... ພາກພື້ນ-ສາກົນ ແລະ ພາຍໃນປະ ເທດ ເຊິ່ງມີຫລາຍເຫດການທີ່ເອື້ອ ອຳນວຍ ແລະ ສິ່ງທ້າທາຍທົດສອບ ຫລາຍປະການ ທີ່ສົ່ງຜົນກະທົບຕໍ່ ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ແລະ ການປັບ ປຸງກໍ່ສ້າງກຳລັງ ປກສ-ປກຊ ເຊິ່ງ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ປະ ຕິບັດໜ້າທີ່ການເມືອງດ້ວຍຄວາມ ຮັບຜິດຊອບຂອງແຕ່ລະພາກສ່ວນ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະ ບັນຊາພະນັກງານຫລັກແຫລ່ງໃນ ສອງກໍາລັງ ຕ້ອງເພີ່ມທະວີຄວາມ ເປັນເຈົ້າການນຳພາ-ຊີ້ນໍາ, ເປັນ ແບບຢ່າງໃນທຸກຂົງເຂດວຽກງານ ມີຄວາມສາມັກຄີໃຫ້ໜັັກແໜ້ນຮ່ວມ ແຮງຮ່ວມໃຈກັນຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ທີ່ສ້າງ ຄວາມບໍ່ສະຫງົບພາຍໃນ,ເຮັດວຽກ ລວມສູນປະຊາທິປະໄຕ, ເຮັດວຽກ ເປັນໝູ່ຄະນະແບ່ງງານໃຫ້ບຸກຄົນ ຮັບຜິດຊອບ ແລະ ແທດເຖິງທຸກເປົ້າ ໝາຍ, ອອກແຮງຫັນລົງກໍ່ສ້າງ ຮາກຖານການເມືອງພັດທະນາຊົນ ນະບົດຮອບດ້ານຕາມທິດຊີ້ນໍາ ຂອງພັກ. ພ້ອມກັນນີ້, ໃຫ້ສືບຕໍ່ປັບປຸງກໍ່ ສ້າງກໍາລັງ ໂດຍການເພີ່ມທະວີ ການສຶກສາອົບຮົມການເມືອງນໍາ ພາ-ແນວຄິດໃຫ້ພະນັກງານ-ນັກ ຮົບມີຫລັກໝັ້ນຊົນຊັ້ນ, ມີຄຸນທາດ ການເມືອງໜັກແໜ້ນ, ມີລະບຽບ ວິໄນເຂັ້ມງວດ, ເຊື່ອໝັ້ນຕໍ່ການນໍາ ພາຂອງພັກ ແລະ ການຈັດຕັ້ງຂັ້ນ ເທິງ, ຍູ້ແຮງຂະບວນການປູກຝັງລ້ຽງສັດ ເພື່ອຮັບປະກັນຊີວິດການ ເປັນຢູ່ຂອງກົມກອງ, ເສີມຂະຫຍາຍ ການພົວພັນຮ່ວມມືກັບອໍານາດ ການປົກຄອງທ້ອງຖິ່ນ ເພື່ອເກັບກໍາ ສະພາບການຕ່າງໆ, ຕັ້ງໜ້າຜັນຂະ ຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອເປັນການ ປະກອບສ່ວນສ້າງຂະບວນການ, ສ້າງຜົນງານ ແລະ ພັດທະນາກົມ ກອງ ໃຫ້ມີບາດກ້າວຂະຫຍາຍຕົວ ອັນໃໝ່ໃຫຍ່ຫລວງກວ່າເກົ່າຕາມ ແນວທາງຂອງພັກ-ນະໂຍບາຍ ຂອງລັດ, ການກ້າວເດີນຂອງປະ ເທດຊາດ ແລະ ໜ້າທີ່ການເມືອງ ຂອງກົມກອງ ເພື່ອກະກຽມຄວາມ ພ້ອມຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແລະ ກຽມ ຄວາມພ້ອມກອງປະຊຸມອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບ. ຂ່າວ: ຕິ໋ມພອນ ຄັນຢ່າງຍິ່ງໃນການສະໜັບສະໜູນ ຂະບວນການສ້າງປະຊາຄົມອາ ຊຽນທີ່ມີການເຊື່ອມໂຍງເຊິ່ງປະ ກອບດ້ວຍເສົາຄ້ຳການເມືອງຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ ໂດຍສະເພາະການສົ່ງເສີມການ ເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນ ຂອງອາຊຽນ ແລະ ການຟື້ນຟູຈາກ ຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ກໍຄື ການ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບ ສິ່ງທ້າທາຍທີ່ເພີ່ມຂຶ້ນ. ພາຍໃຕ້ “ການເພີ່ມທະວີການເຊື່ອມຈອດ”, ສປປ ລາວ ຈະສຸມໃສ່ການຮ່ວມມື ໃນຂົງເຂດບູລິມະສິດຄື: ການເຊື່ອມ ໂຍງແລະການເຊື່ອມຈອດດ້ານເສດ ຖະກິດ, ການສ້າງອະນາຄົດແບບມີ ສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນ ຍົງ, ການຫັນປ່ຽນເພື່ອກ້າວໄປສູ່ດີ ຈິຕອນໃນອະນາຄົດ, ວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດວັດ ທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ສຳລັບການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ ໃນຂົງເຂດບຸລິມະສິດນີ້, ຈະສຸມໃສ່ ລົງເລິກການເຊື່ອມຈອດໃນຂົງເຂດ ຕ່າງໆ ເຊັ່ນ: ການກໍານົດລະບຽບ ຫລັກການ ໃຫ້ສອດຄ່ອງກັນ,ການ ຍົກເລີກສິ່ງກີດຂວາງທາງດ້ານ ການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດທາງດ້ານ ຕ່ອງໂສ້ການສະໜອງພາຍໃນອາ ຊຽນ ເຊິ່ງຈະເປັນການເຮັດໃຫ້ອາ ຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງ ຍິ່ງຂຶ້ນ ເມື່ອເສດຖະກິດພາກພື້ນມີ ການເຊື່ອມຈອດກັນຫລາຍຂຶ້ນ, ບັນດາໜ້າວຽກບຸລິມະສິດທາງດ້ານ ເສດຖະກິດ ພາຍໃຕ້ບຸລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງ ດ້ານເສດຖະກິດ. ນີ້ຈະເປັນການ ສົ່ງເສີມການເຊື່ອມຈອດດ້ານເສດ ຖະກິດ ລະຫວ່າງ ອາຊຽນ ແລະກັບ ບັນດາຄູ່ຮ່ວມມືຂອງອາຊຽນ ໃຫ້ ເຂັ້ມແຂງຂຶ້ນ; ການເຊື່ອມຈອດທີ່ ເຂັ້ມແຂງ ໂດຍສະເພາະດ້ານການ ຄ້າ ແລະ ການລົງທຶນ, ການຮັດແຄບ ຄວາມແຕກໂຕນດ້ານການພັດທະ ນາລະຫວ່າງປະເທດສະມາຊິກອາ ຊຽນ, ການສ້າງຄວາມເຂັ້ມແຂງ ໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດ ຖະກິດ. ສໍາລັບບັນດາໜ້າວຽກບູລິມະ ສິດ ເພື່ອສະໜັບສະໜູນການເຊື່ອມ ໂຍງ ແລະ ການເຊື່ອມຈອດທາງ ດ້ານເສດຖະກິດປະກອບມີ: ຖະ ແຫລງການອາຊຽນວ່າດ້ວຍການ ເພີ່ມທະວີການເຊື່ອມຈອດຕ່ອງໂສ້ ການສະໜອງ; ໃຫ້ສໍາເລັດການທົບ ທວນ ເພື່ອຍົກລະດັບສັນຍາຂອບ ການຮ່ວມມືດ້ານຊັບສິນທາງປັນ ຍາອາຊຽນ; ໃຫ້ສໍາເລັດການເຈລະ ຈາຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3 ຢ່າງມີເນື້ອ ໃນ; ເຮັດໃຫ້ອານຸສັນຍາສະບັບທີ ສອງ ຂອງສັນຍາວ່າດ້ວຍການສ້າງ ເຂດການຄ້າເສລີ ອາຊຽນ-ອົດສະ ຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້ ແລະ ປັບປຸງຄືນຍຸດທະສາດການ ຮັດແຄບຄວາມແຕກໂຕນດ້ານການ ພັດທະນາ ແລະ ສົ່ງເສີມການຈະ ເລີນເຕີບໂຕດ້ານເສດຖະກິດແບບ ຍືນຍົງ ແລະ ມີສ່ວນຮ່ວມຢ່າງທົ່ວ ເຖິງໃນພາກພື້ນອາຊຽນ. ຂ່າວ: ກິດຕາ ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ສະແດງຄວາມຊົມ ເຊີຍຕໍ່ທ່ານນາງ ຟາງ ຫົງ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສປຈີນປະຈໍາ ສປປ ລາວ ຄົນໃໝ່ ເຊິ່ງສະແດງໃຫ້ ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດຖະບານ ແລະ ປະຊາຊົນຈີນ ໃຫ້ທ່ານມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນີ້, ສອງຝ່າຍຍັງໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມ ຍຸດທະສາດ ຮອບດ້ານໝັ້ນຄົງຍາວ ນານຕາມທິດ 4 ດີ, ການເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກ. ພ້ອມທັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນກ່ຽວກັບການສົ່ງ ເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວລະ ຫວ່າງສອງປະເທດໃຫ້ຫລາຍຂຶ້ນ ຕື່ມ; ສອງຝ່າຍຈະສືບຕໍ່ຈັດຕັ້ງປະ ຕິບັດການຕົກລົງທີ່ເປັນເອກະພາບ ຂອງການນໍາຂັ້ນສູງຂອງສອງປະ ເທດ ໂດຍສະເພາະການຈັດຕັ້ງປະ ຕິບັດແຜນແມ່ບົດວ່າດ້ວຍການສ້າງ ຕັ້ງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະ ບັບໃໝ່ (2024-2028)ໃຫ້ເປັນ ຮູບປະທໍາເພື່ອນໍາເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງ ເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍ ເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດມາ ນັບແຕ່ອະດີດຈົນເຖິງ ປັດຈຸບັນ ລວມທັງການສະໜັບສະ ໜູນ ແລະ ຊ່ວຍເຫລືອໃຫ້ແກ່ການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ໃນໂອກາດດຽວກັນ, ທ່ານເອກ ອັກຄະລັດຖະທູດ ນາງ ຟາງ ຫົງ ກໍ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ສະແດງ ຄວາມໝາຍໝັ້ນວ່າ ຈະເຮັດວຽກ ຮ່ວມກັບກະຊວງການຕ່າງປະເທດ ຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນ ຂຶ້ນເລື້ອຍໆ. ພາບ: ອ່າຍຄຳ ບານ ໄດ້ມີນະໂຍບາຍການອະນຸລັກ ສັດນໍ້າປະເພດຕ່າງໆທີ່ໄດ້ລະບຸໃນ ກົດໝາຍວ່າດ້ວຍສັດນໍ້າ ແລະ ການ ປະມົງ, ໄດ້ມີດໍາລັດປະກາດໃຊ້ຢ່າງ ເປັນທາງການ, ນວ ກໍໄດ້ເອົາໃຈໃສ່ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງ ຊາດ ເຊິ່ງນັບແຕ່ປີ 1994 ຮອດປີ 2023 ຕົວເລກການປ່ອຍປາ ແລະ ສັດນໍ້າອື່ນໆ ບັນລຸເຖິງ 31 ລ້ານ ກວ່າໂຕ. ໃນນັ້ນ, ສັດນໍ້າຊະນິດອື່ນໆ 600 ກວ່າໂຕ. ສະເພາະປີ 2024 ທົ່ວ ນວ ຄາດ ວ່າຈະປ່ອຍປາ ແລະ ສັດນໍ້າອື່ນໆ ໃຫ້ໄດ້ປະມານ 9 ລ້ານກວ່າໂຕ ຢູ່ ໃນ 9 ຕົວເມືອງໃຫ້ໄດ້ປະມານ 5 ແສນກວ່າໂຕ ແລະ ປ່ອຍຕາມຊຸມ ຊົນຕ່າງໆ 8 ລ້ານກວ່າໂຕ. ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2024 ນີ້, ນວ ຈະ ຈັດຂຶ້ນຢູ່ບ້ານຮ່ອງສຸພາບ ເມືອງ ໄຊເສດຖາ ຈະປ່ອຍປາ 400.000 ໂຕ ໂດຍເນັ້ນໃສ່ແນວພັນປາພື້ນ ເມືອງເຊັ່ນ: ປາປາກ, ປາເໝັ້ນ, ປາ ເຄິງ, ປາສະຫລິດ, ປາເຂັງ, ປາກົດ ແລະ ປາເພັຍ ຖ້າທຽບໃສ່ປີ 2023 ເພີ່ມຂຶ້ນ 80.000 ໂຕ. ໂອກາດນີ້, ທ່ານ ແສງອາລຸນ ສຸລິຍະວົງ ກໍໄດ້ຮຽກຮ້ອງມາຍັງ ພະນັກງານ-ລັດຖະກອນທະຫານ, ຕໍາຫລວດ, ນັກທຸລະກິດ, ຊາວຄ້າ ຂາຍ, ພໍ່-ແມ່ປະຊາຊົນ ກໍຄື ຊາວ ນວ ຈົ່ງພ້ອມກັນປະຕິບັດກົດໝາຍວ່າ ດ້ວຍສັດນໍ້າ ແລະ ການປະມົງໃຫ້ ປະກົດຜົນເປັນຈິງ, ຈົ່ງພ້ອມກັນປະ ກອບສ່ວນເຂົ້າໃນການປ່ອຍປາໃນ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ ເກີດດອກອອກຜົນ ຕາມແຜນການທີ່ວາງໄວ້ ພ້ອມກັນ ນັ້ນ, ຈົ່ງພ້ອມກັນເຊີດຊູສະຕິ ໃນ ການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາພັດທະນາ, ນໍາໃຊ້ປາ ແລະ ສັດນໍ້າແບບຍືນຍົງແນໃສ່ ຮັບປະກັນຄວາມອຸດົມສົມບູນຂອງ ລະບົບນິເວດທຳມະຊາດ, ເປັນທ່າ ແຮງໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໂດຍບໍ່ໃຫ້ມີຜົນກະ ທົບຕໍ່ທຳມະຊາດ, ຖິ່ນທີ່ຢູ່ອາໄສ, ຈໍາກັດການຫລຸດລົງ, ການສູນພັນ ຂອງປາ ແລະ ສັດນໍ້າ. ຂໍ້ມູນ: ວຽງຈັນທຸລະກິດສັງຄົມ ສັງຄົມ ແຜນງົບປະມານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງ ນວ ຕິດ ພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບດໍາເນີນກອງ ປະຊຸມອາຊຽນ ຂອງ ນວ. ພ້ອມທັງ ພິຈາລະນາ ແລະ ຮັບຮອງເອົາບົດ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດບັນດາຄາດໝາຍການພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກ ຢູ່ ນວ; ຮັບຟັງການລາຍງານ ບາງບັນຫາສໍາຄັນພື້ນຖານ ເຊັ່ນ: ການຈັດຕັ້ງປະຕິບັດ ແລະ ການຊົດ ເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າ ແຮງສູງ 230 ກິໂລໂວນ ແຕ່ສະຖາ ນີເພຍລາດ-ສະຖານີໄຟຟ້ານາຊາຍ ທອງ, ຮັບຟັງການລາຍງານກ່ຽວ ກັບມາດຕະການໃນການຈັດຕັ້ງປະ ຕິບັດວຽກງານ ສ ສະຫວ່າງ ຢູ່ ນວ, ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າ ໃນການຈັດຕັ້ງປະຕິ ບັດໂຄງການປັບປຸງແລະ ສ້ອມແປງ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີ ເກີດ, ຮັບຟັງການລາຍງານກ່ຽວກັບ ມາດຕະການຕ້ານ ແລະ ແກ້ໄຂບັນ ຫານໍ້າຖ້ວມຂັງຢູ່ ນວ; ຮັບຟັງການ ລາຍງານກ່ຽວກັບການດໍາເນີນ ການຈັດຕັ້ງປະຕິບັດການຜັນຂະ ຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງ ທ່ຽວ; ຮັບຟັງການລາຍງານກ່ຽວ ກັບການຈັດຕັ້ງປະຕິບັດການຊົດ ເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າ ບົກ-ທ່ານາແລ້ງແລະ ເຂດໂລຈິສຕິກ ນວ; ຮັບຟັງການລາຍງານກ່ຽວກັບ ມາດຕະການຊຸກຍູ້ສົ່ງເສີມການຜະ ລິດເປັນສິນຄ້າ ໃຫ້ສາມາດຕອບສະ ໜອງສະບຽງອາຫານ ແລະ ສະກັດ ກັ້ນການນໍາເຂົ້າສິນຄ້າຈາກພາຍ ນອກຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການຈັດ ຕັ້ງປະຕິບັດການລົບລ້າງໃບຕາດິນ 16 ຕອນທີ່ນອນໃນເຂດໂຄງການ ພັດທະນາສຳປະທານບຶງສາລາຄໍາ ຂອງບໍລິສັດມິດຕະພາບພັດທະນາ ການກະເສດ ຈຳກັດ ຢູ່ເມືອງຫາດ ຊາຍຟອງ; ຮັບຟັງການລາຍງານ ການເກັບກຳຂໍ້ມູນການບຸກລຸກຈັບ ຈອງ ແລະ ອອກໃບຕາດິນຢູ່ເຂດປ່າ ສະຫງວນແຫ່ງຊາດພູພະນັງ; ຮັບ ຟັງການລາຍງານ ກ່ຽວກັບວຽກ ງານທີ່ຕິດພັນກັບກອງບັນຊາການ ປ້ອງກັນຄວາມສະຫງົບ ນວ. ພ້ອມ ນີ້, ຍັງໄດ້ພິຈາລະນາ ແລະ ຮັບຮອງ ເອົາຮ່າງຂໍ້ຕົກລົງວ່າດ້ວຍການຮັບ ຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກ ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້; ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິ ບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງ ເອົາບົດລາຍງານການເຄື່ອນໄຫວ ວຽກງານປີ 2023 ແລະ ແຜນ ການຈຸດສຸມປີ 2024 ຂອງອົງການ ໄອຍະການປະຊາຊົນ ແລະ ສານປະ ຊາຊົນພາກກາງອົງການໄອຍະການ ປະຊາຊົນ ແລະ ສານປະຊາຊົນນະ ຄອນຫລວງວຽງຈັນ; ຮັບຟັງການ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດ ຕັ້ງປະຕິບັດດຳລັດ ວ່າດ້ວຍຊັບສິນ ທີ່ຖືກຍຶດ, ອາຍັດ ແລະ ຮີບ ເປັນ ຂອງລັດ; ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກ ງານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນນວຕິດພັນກັບ ແຜນການເຄື່ອນໄຫວພົບປະປະຊາ ຊົນ ແລະ ເຜີຍແຜ່ຜົນສຳເລັດກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ IX ແລະ ສະ ພາປະຊາຊົນນວຊຸດທີ II. ນອກຈາກ ນີ້, ກອງປະຊຸມຍັງຈະໄດ້ຮັບຟັງ ການຊີ້ແຈງບາງບັນຫາພົ້ນເດັ່ນທີ່ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນ ຫລວງຍົກຂຶ້ນ ຫລື ຄຳຊັກຖາມໃນ ກອງປະຊຸມ ຂອງອົງການປົກຄອງ, ສານປະຊາຊົນ, ອົງການໄອຍະ ການປະຊາຊົນ ແລະ ພາກສ່ວນ ກ່ຽວຂ້ອງຕື່ມອີກ. ທ່ານ ອານຸພາບ ຕຸນາລົມ ຍັງ ໃຫ້ຮູ້ອີກວ່າ: ໃນໄລຍະ 6 ເດືອນຕົ້ນ ປີ 2024 ອົງຄະນະພັກ ຄະນະປະ ຈຳສະພາປະຊາຊົນ ກໍຄື ອົງການ ປົກຄອງ ນວ ໄດ້ເປັນເຈົ້າການຈັດ ຕັ້ງປະຕິບັດບັນດາຄາດໝາຍໃນ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ 6 ເດືອນຕົ້ນ ປີ 2024 ທີ່ສະພາປະຊາຊົນຮັບ ຮອງເອົາໃຫ້ມີຄວາມຄືບໜ້າດີພໍ ສົມຄວນ ມີບາງຄາດໝາຍກໍພວມ ສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນ ລຸໃນທ້າຍປີເຊິ່ງສາມາດຕີລາຄາໄດ້ ວ່າ ນວ ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ ການພັດທະນາເສດຖະກິດ-ສັງຄົມ ແມ່ນສືບຕໍ່ມີທ່າອ່ຽງດີຂຶ້ນ ແລະ ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ. ຂ່າວ: ທະນູທອງ ດອງສາມັກຄີກັບເພື່ອນກອງທັບ ປົດປ່ອຍປະຊາຊົນຈີນ ແລະ ມີໝາກ ຜົນສໍາເລັດຮ່ວມກັນ ເພື່ອນໍາເອົາ ບົດຮຽນ, ປະສົບການໃນການຊ້ອມ ຮົບຮ່ວມລາວ-ຈີນ ໄປຈັດຕັ້ງປະຕິ ບັດໝູນໃຊ້ເຂົ້າໃນການພັດທະນາ ປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນ ກອງທັບປະຕິວັດທີ່ມີແບບແຜນ ທັນສະໄໝ. ຂ່າວ: ຄໍາອ້າຍ ທອງວັນ. ຮູ້ວ່າ: ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ຈະ ຈັດຂຶ້ນຢ່າງເປັນທາງການໃນລະ ຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍຈັດ ຄຽງຄູ່ກັບການເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາຊຽນ, ກອງ ປະຊຸມຄັ້ງນີ້, ຄາດຄະເນຈະໄດ້ເຊີນ ບັນດາຫົວໜ່ວຍທຸລະກິດຈາກ ສປປ ລາວ, ບັນດາປະເທດອາຊຽນ ແລະ ຈະໄດ້ເຊື້ອເຊີນເອົາຜູ້ນໍາຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກບໍລິສັດ ຫລາຍປະເທດ ແລະ ພາກພື້ນມາ ເຂົ້າຮ່ວມໃນງານ. ນອກຈາກເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນອາຊຽນ ແລ້ວ, ຍັງຈະໄດ້ຈັດການແຂ່ງຂັນ ລາງວັນທຸລະກິດອາຊຽນດີເດັ່ນປະ ຈຳປີ 2024 ເຊິ່ງການເເຂ່ງຂັນດັ່ງ ກ່າວແມ່ນເປີດກວ້າງໃຫ້ບັນດາຫົວ ໜ່ວຍທຸລະກິດ ປະເທດອາຊຽນ ເຂົ້າຮ່ວມສະໝັກ ເຊິ່ງພິທີມອບລາງ ວັນຈະໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2024 ຢູ່ໂຮງແຮມດອນຈັນພາເລສ, ນະຄອນຫລວງວຽງຈັນ. ສໍາລັບລາງວັນປະກອບມີ 3 ປະເພດລາງວັນໃຫຍ່ຄື: ປະເພດລາງ ວັນເຊື່ອມໂຍງຂະແໜງການບຸລິມາ ສິດດີເດັ່ນ ເຊິ່ງບໍລິສັດຂະໜາດນ້ອຍ ແລະ ໃຫຍ່ ສາມາດສະໝັກເເຂ່ງ ຂັນໄດ້ໂດຍແບ່ງເປັນບໍລິສັດນ້ອຍ 1 ລາງວັນ ແລະ ບໍລິສັດ ຂະໜາດໃຫຍ່ 1 ລາງວັນ, ລວມມີ 20 ລາງວັນ; ປະເພດລາງວັນສຳລັບທຸລະກິດ SMEs ດີເດັ່ນ ໃຫ້ສະເພາະເເຕ່ບໍລິ ສັດທຸລະກິດ SME ເທົ່ານັ້ນ ທີ່ສາ ມາດສະໝັກລາງວັນປະເພດ ນີ້ໄດ້ ແລະ ລາງວັນພິເສດ ບໍລິສັດຂະ ໜາດນ້ອຍ ຫລື ຂະໜາດໃຫຍ່ ກໍສາ ມາດສະໜັກເເຂ່ງຂັນໄດ້. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານລະເວີນທີ່ຂຶ້ນກັບກຸ່ມບ້ານຈຽງ ຕູບ ເມືອງເຊໂປນ ແຂວງສະຫວັນ ນະເຂດ. ພ້ອມທັງຮັບຟັງຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ ໂດຍ ສະເພາະແມ່ນຄວາມຕ້ອງການ ໃນການພັດທະນາພື້ນຖານໂຄງລ່າງ ທີ່ຈຳເປັນໃຫ້ແກ່ບ້ານ ເປັນຕົ້ນການ ບຸກເບີກເນື້ອທີ່ການຜະລິດກະສິກຳ, ລະບົບນໍ້າລິນ, ວິດຖ່າຍ, ຕາຂ່າຍ ໄຟຟ້າ ເຊິ່ງທ່ານເຈົ້າແຂວງເຫັນ ດີທີ່ຈະແກ້ໄຂໃຫ້ຕາມຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ. ພ້ອມທັງໂອ້ລົມ ແລະ ໃຫ້ທິດຊີ້ນໍາ ອຳນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນບ້ານລະເວີນ, ທັງໄດ້ມອບ ເຂົ້າສານ ແລະ ສັງກະສີ ໃຫ້ບ້ານ ລະເວີນ ຕື່ມອີກ. ໃນໂອກາດນີ້, ນາຍບ້ານລະເວີນ ກໍໄດ້ໃຫ້ຮູ້ວ່າ: ບ້ານ ລະເວີນແມ່ນ 1 ໃນຈຳນວນ 6 ບ້ານທີ່ຂຶ້ນກັບ ກຸ່ມບ້ານຈຽງຕູບ, ມີຈຳນວນຄົນທັງ ໝົດ 220 ຄົນ, ຍິງ 140 ຄົນ, ມີ 44 ຄອບຄົວ, ມີ 46 ຫລັງຄາເຮືອນ, ວິ ຖີການດຳລົງຊີວິດຂອງປະຊາຊົນ ແມ່ນເພິ່ງພາທຳມະຊາດເປັນຫລັກ, ໃນນີ້ແມ່ນປູກພືດຕາມລະດູການ ແລະ ລ້ຽງສັດຂາຍເປັນສິນຄ້າ, ບ້ານລະເວີນ ມີໂຮງຮຽນປະຖົມ 1 ຫລັງ, ມີໂຮງໝໍນ້ອຍ 1 ຫລັງ. ຈາກນັ້ນ, ທ່ານເຈົ້າແຂວງສະ ຫວັນນະເຂດ ກໍໄດ້ລົງຕິດຕາມໂຄງ ການກໍ່ສ້າງພື້ນຖານໂຄງລ່າງພາຍ ໃນກຸ່ມບ້ານຈຽງຕູບ. ໃນນັ້ນ, ໄດ້ໄປ ເບິ່ງໂຄງການກໍ່ສ້າງໂຮງໝໍນ້ອຍ ທີ່ກຳລັງໃກ້ຈະສຳເລັດ, ໂຄງການ ກໍ່ສ້າງລະບົບນໍ້າລິນ, ໂຄງການກໍ່ ໂຮງຮຽນກຸ່ມບ້ານຈຽງຕູບ ແລະ ໄປເບິ່ງພື້ນທີ່ຕົວຈິງທີ່ນຳໃຊ້ເປັນ ພື້ນທີ່ປູກມັນຕົ້ນ ໂດຍແມ່ນພາກລັດ ໄດ້ບຸກເບີກ ແລະ ຈັດສັນຫລາຍຮ້ອຍ ເຮັກຕາ ໃຫ້ປະຊາຊົນໄດ້ປູກພືດ ເປັນເສດຖະກິດສ້າງລາຍໄດ້ໃຫ້ ຄອບຄົວ. ພ້ອມນັ້ນ, ທາງແຂວງຍັງໄດ້ສະ ໜອງແນວພັນມັນຕົ້ນ ໃຫ້ປະຊາ ຊົນໄດ້ປູກ ໂດຍເຫັນໄດ້ວ່າປັດຈຸບັນ, ມັນຕົ້ນກຳລັງເຕີບໂຕ ແລະ ມີລຳ ຕົ້ນໃຫຍ່ງາມ, ແຂງແຮງດີຄາດວ່າ ຈະໃຫ້ຜົນຜະລິດທີ່ໜ້າພໍໃຈໃຫ້ແກ່ ປະຊາຊົນ. ທັງນີ້, ກໍຍ້ອນຄວາມດຸ ໝັ່ນ ແລະ ເອົາໃຈໃສ່ຂອງປະຊາຊົນ ໃນເຂດນີ້.

RkJQdWJsaXNoZXIy MTc3MTYxMQ==