5912

75 o'k,7;k,fu muj gxa ove,t8t{pyj '.spj 0v'ltskp dy , vy o -5 ' z6 h oemu j py j '.spj 0v'xt-k-q o lxx gdq ks]u m6 f]k;xt9e ll s;Pfok, 1h P,0j eoa [ ]a f4t,q o8u dt-;'xh v'da oxtgmf ll s;Pfok, xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 09/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສິ່ງເຫລົ່ານີ້ທັງໝົດ ຈະບໍ່ສາມາດ ປະສົບຜົນສຳເລັດໄດ້ຖ້າປາສະ ຈາກຄຸນງາມຄວາມດີທີ່ເປັນອຳມະ ຕະຂອງບັນດາຜູ້ນຳສອງປະເທດ ທີ່ໄດ້ສ້າງໃນການພັດທະນາສາຍ ພົວພັນສອງຝ່າຍ. ອະດີດການນຳສອງປະເທດໄດ້ ເພີ່ມທະວີການສະໜັບສະໜູນ ແລະ ການຮ່ວມມື ຊຶ່ງກັນ ແລະ ກັນ ແລະ ໃຫ້ກຳລັງໃຈອັນແຮງກ້າ ແກ່ການຕໍ່ ສູ້ ເພື່ອຕໍ່ຕ້ານລັດທິຈັກກະພັດນິຍົມ, ພາລະກິດປົກປັກຮັກສາສັນຕິພາບ ແລະ ຄວາມສາມັກຄີປອງດອງ ແຫ່ງຊາດ. ເນື່ອງໃນໂອກາດເຂົ້າຮ່ວມພິທີ ສະເຫລີມສະຫລອງວັນສ້າງຕັ້ງ ກອງປະຊຸມບັນດຸງ (Bandung) ຄົບຮອບ 10 ປີ, ໄດ້ມີການພົບປະທີ່ ມີຄວາມໝາຍອັນສຳຄັນລະຫວ່າງ ສະຫາຍ ສຸພານຸວົງ, ປະທານສູນ ກາງແນວລາວຮັກຊາດ ແລະ ສະ ຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ເກົາຫລີ ຢູ່ທີ່ນະ ຄອນຫລວງຈາກາຕາ, ອິນໂດເນ ເຊຍ ໃນເດືອນເມສາ 1965 ແລະ ນັບຕັ້ງແຕ່ນັ້ນມາການພົວພັນລະ ຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ກໍ່ໃຫ້ເກີດມີບັນດາເຫດການ ທີ່ຄວາມໝາຍ ຢ່າງບໍ່ຢຸດຢັ້ງ. ໃນ ປີ 1965, 1970, 1977 ແລະ ປີ 1992 ໄດ້ມີການເດີນທາງ ໄປຢ້ຽມຢາມ ສປປ ເກົາຫລີ ຢ່າງ ເປັນທາງການຂອງການນຳ ສປປ ລາວ ລວມທັງການຢ້ຽມຢາມຂອງ ສະຫາຍ ໄກສອນ ພົມວິຫານ, ປະ ທານ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ແລະ ການ ຢ້ຽມຢາມຂອງ ສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິ ວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນທັນວາ 1993 ແລະ ໃນເດືອນກັນຍາ ປີ 2011, ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານແຫ່ງສປປລາວນຳໂດຍ ສະຫາຍ ຈູມມາລີ ໄຊຍະສອນ ອະ ດີດເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະ ຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເດີນທາງໄປຢ້ຽມ ຢາມ ສປປ ເກົາຫລີ ຢ່າງເປັນທາງ ການ. ໃນໄລຍະລະຫວ່າງການຢ້ຽມ ຢາມ ສປປ ເກົາຫລີ, ບັນດາການ ນຳຂັ້ນສູງສຸດຂອງ ສປປ ລາວ ໄດ້ ມີການພົບປະກັບ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ເກົາຫລີ ແລະ ສ້າງຂີດໝາຍອັນສຳ ຄັນໃນການພັດທະນາສາຍພົວພັນ (ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ) ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສອງປະເທດພວກເຮົາໃຫ້ ນັບມືເລິກເຊິ່ງ ແລະ ແຕກດອກ ອອກຜົນ. ບົນພື້ນຖານເຈດຈຳນົງຂອງຜູ້ ນຳສອງພັກ, ລັດພວກເຮົາ ທີ່ສືບຕໍ່ ຍຶດໝັ້ນບັນດາຜົນງານຂອງບັນດາ ການນຳໃນເມື່ອກ່ອນທີ່ສ້າງໄວ້ໃນ ການພັດທະນາການພົວພັນສອງ ຝ່າຍ, ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ນັບມື້ນັບມີຄວາມ ກ້າວໜ້າ ແລະ ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງໂດຍບໍ່ມີວັນເສື່ອມໂຊມ ສົມກັບເວລາຜ່ານໄປ ແລະ ໃນສະ ພາບການສາກົນທີ່ມີການຜັນແປ່ ຢ່າງສະຫລັບສັບຊ້ອນ. ສປປ ເກົາຫລີ ໄດ້ມອບນາມມະ ຍົດ ມະຫາຈອມພົນໃຫ້ແກ່ສະຫາຍ ກິມ ອິນ ຊຸງ ເນື່ອງໃນໂອກາດວັນ ເກີດຄົບຮອບ 80 ປີ ຂອງສະຫາຍ. ເຖິງແມ່ນວ່າ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ເຖິງແກ່ມໍລະນະກຳໃນ ວັນທີ 8 ກໍລະກົດ 1994 ແລ້ວກໍ່ ຕາມ, ແຕ່ສະຫາຍຍັງຄົງມີຊີວິດຢູ່ ໃນຄວາມຊົງຈຳ ແລະ ໃນດວງໃຈ ຂອງປະຊາຊົນ ສປປ ເກົາຫລີ ແລະ ໃນຖານະທີ່ເປັນບິດາຜູ້ກໍ່ຕັ້ງສັງຄົມ ນິຍົມເກົາຫລີ, ເປັນຜູ້ບຸກເບີກພາລະ ກິດຄວາມເປັນເອກະລາດ, ເປັນ ປະທານປະເທດຕະຫລອດການ ຂອງ ສປປ ເກົາຫລີ ແລະ ເປັນ ແສງສະວ່າງຊີ້ນຳທາງຂອງແນວ ຄິດຈຸເຊ. *** ອ່ານຕໍ່ສະບັບໜ້າ *** vvxl g-n j v,-b ,gvdtlkole7a o0v'ra d{0v'-kf ຂປລ. ເມື່ອບໍ່ດົນມານີ້,ທີ່ນະຄອນ ຫລວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນ ເອກ ຟານ ວັນຢາງ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ. ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວ ອັນອົບອຸ່ນ ແລະ ຄຳອວຍພອນອັນ ປະເສີດ ຂອງການນຳພັກ, ລັດຖະ ບານ, ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ ເຖິງການນຳພັກ, ລັດ ຖະບານ, ທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດຫວຽດນາມ. ພ້ອມ ທັງສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ຂອງທ່ານ ພົນເອກ ຟານ ວັນຢາງ ແລະ ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ, ກອງທັບ ແລະ ປະ ຊາຊົນຫວຽດນາມ ທີ່ໄດ້ໃຫ້ການ ຊ່ວຍເຫລືອ, ສະໜັບສະໜູນພັກ, ລັດ ຖະບານ, ກອງທັບ ແລະ ປະຊາຊົນ ລາວ ໃນການປະຕິບັດສອງໜ້າທີ່ຍຸດ ທະສາດທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້. ໃນໄລຍະຜ່ານມາ, ສອງກະຊວງປ້ອງກັນປະເທດຂອງ ລາວ ແລະ ຫວຽດນາມ ໄດ້ພ້ອມກັນ ຈັດຕັ້ງຜັນຂະຫຍາຍແຜນການຮ່ວມ ມືປະຈຳປີໄດ້ຮັບຜົນສຳເລັດ ແລະ ປະກົດຜົນເປັນຈິງໃນຫລາຍດ້ານ. ໃນນັ້ນ, ພົ້ນເດັ່ນແມ່ນ ວຽກງານໂຄ ສະນາ, ສຶກສາອົບຮົມດ້ານການ ເມືອງແນວຄິດ,ວຽກງານແລກປ່ຽນ ຂໍ້ມູນຂ່າວສານດ້ານປ້ອງກັນຊາດ, ວຽກງານຄຸ້ມຄອງຊາຍແດນ, ວຽກ ງານຝຶກຊ້ອມ ແລະ ອື່ນໆ. ທ່ານລັດຖະມົນຕີກະຊວງປ້ອງ ກັນປະເທດຫວຽດນາມ ໄດ້ສະແດງ ຄວາມຊົມເຊີຍ ແລະ ເຊື່ອໝັ້ນທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຮັບໜ້າ ທີ່ເປັນເອກອັກຄະລັດຖະທູດລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ ເຊິ່ງຈະປະຕິບັດໜ້າທີ່ເປັນຂົວຕໍ່ປະ ສານງານກັບພາກສ່ວນຕ່າງໆຂອງ ທັງສອງຊາດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ ລວງເລິກ ແລະ ລວງກວ້າງ. ພ້ອມ ນີ້, ທ່ານຍັງໄດ້ຢືນຢັນວ່າ, ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍສະເພາະ ແມ່ນ ກະຊວງປ້ອງກັນປະເທດຂອງ ສອງປະເທດ ໄດ້ຮັບການເພີ່ມພູນ ຄູນສ້າງຢ່າງຕໍ່ເນື່ອງ, ຮັບປະກັນປົກ ປັກຮັກສາສັນຕິພາບ ແລະ ຄວາມ ໝັ້ນຄົງເພື່ອສ້າງເງື່ອນໄຂໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ. ໃນໂອກາດນີ້, ທ່ານນາງຄຳເພົາ ເອີນທະວັນ ໄດ້ໃຫ້ຄຳໝັ້ນສັນຍາ ວ່າ ຈະປະຕິບັດໜ້າທີ່ສຸດຄວາມສາ ມາດຂອງຕົນ ໃນການເປັນຂົວຕໍ່ສຳ ຄັນໃຫ້ແກ່ການຊຸກຍູ້ການຮ່ວມມື ຂອງສອງຝ່າຍ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກ ດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດຕັ້ງ ເຊື່ອມຊຶມມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງ ທີ 8 ສະໄໝທີ XI ແລະ ມະຕິຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ ໃນໄລຍະໃໝ່ ໃນວັນທີ 3 ກໍ ລະກົດ 2024 ໂດຍການເຜີຍແຜ່ ຂອງສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານ ພັກ, ຮອງ ຫົວໜ້າ ອອປສ, ມີບັນດາ ສະຫາຍສະມາຊິກພັກ ຂັ້ນວິຊາການ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານ, ແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ຕິດພັນກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນ ສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂຄວາມເຄັ່ງຮ້ອນ ດ້ານ ເສດຖະກິດ-ການເງິນ, ແກ້ໄຂອັດ ຕາເງິນເຟີ້, ອັດຕາແລກປ່ຽນ, ແກ້ ໄຂໜີ້ສິນ ແລະ ສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍໃຫ້ແກ່ການ ລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງການແກ້ໄຂທຸກການຖ່ວງ ດຶງ, ຂອດຂັ້ນ, ລະບຽບການ, ກົດ ໝາຍ ທີ່ຍັງເປັນອຸປະສັກກີດ ຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການ ຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ. ພ້ອມກັນນີ້, ສະຫາຍ ຍັງໄດ້ເຜີຍ ແຜ່ມະຕິຂອງກົມການເມືອງສູນ ກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າ ດ້ວຍການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍສະຫາຍ ໄດ້ຍົກໃຫ້ເຫັນຄວາມ ຈຳເປັນໃນການອອກມະຕິ, ແນວ ຄິດຊີ້ນຳ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ, ການເພີ່ມທະ ວີແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ, ສ້າງຄວາມເຂັ້ມ ແຂງ ໃຫ້ແກ່ການຜະລິດ, ການບໍລິ ການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອ ເປັນພື້ນຖານໃຫ້ແກ່ການສ້າງເສດ ຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ, ເພື່ອ ຕອບສະໜອງໃຫ້ແກ່ການປົກປັກ ຮັກສາປະເທດຊາດ ແລະ ການພັດ ທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນ ດີໃຫ້ປະຊາຊົນພາຍໃນຊາດ, ເຮັດ ໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມ ໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ. ການເຊື່ອມຊຶມໃນເອກະສານສຳ ຄັນໃນຄັ້ງນີ້, ໄດ້ເຮັດໃຫ້ພະນັກງານ ສະມາຊິກພັກ ພາຍໃນ ອອປສ ມີ ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງແລ້ວນຳໄປຈັດຕັ້ງຜັນຂະຫຍາຍ ຢ່າງມີຜົນສໍາເລັດ, ສ້າງອົງການ ໄອຍະການປະຊາຊົນໃຫ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ອອປສ ໜ່ວຍພັກໂທລະສັບຕັ້ງໂຕະ... ຮັບການຊີ້ນໍາຈາກຄະນະພັກຮາກ ຖານ ລລທ ເປັນປະຈໍາ ແລະ ສະມາ ຊິກພັກທຸກສະຫາຍ ມີຄວາມສາມັກ ຄີໃຫ້ຄວາມຮ່ວມມືໃນທຸກດ້ານ. ໃນ *** ຕໍ່ຈາກໜ້າ 1 *** ຂະນະທີ່ສະພາບການຂອງໂລກ ທັງ ຢູ່ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍໃນຫລາຍ ດ້ານ ເຊັ່ນ: ການລະບາດຂອງພະ ຍາດໂຄວິດ-19, ບັນຫາການຂັດ ແຍ່ງທາງດ້ານພູມມີສາດ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ເຊິ່ງມັນໄດ້ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງຊາດ ໂດຍສະເພາະມັນໄດ້ ສົ່ງຜົນກະທົບໂດຍກົງຕໍ່ການພັດ ທະນາວຽກງານການດໍາເນີນທຸລະ ກິດຂອງ ລລທ ກໍຄື ການບໍລິຫານ ຈັດການວຽກງານ. ເຖິງແນວໃດກໍ ຕາມ ໂດຍໄດ້ຮັບການນໍາ ພາ-ຊີ້ນໍາ ໂດຍກົງຈາກຄະນະພັກຮາກຖານ ລລທ ເຮັດໃຫ້ຄະນະໜ່ວຍພັກ, ສະ ມາຊິກພັກ-ພະນັກງານຂອງໜ່ວຍ ພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆ ປະການປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ໂດຍສະເພາະແມ່ນຈັດຕັ້ງປະ ຕິບັດບັນດາຄາດໝາຍທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະໜ່ວຍພັກ ໂທລະສັບຕັ້ງ ໂຕະ-ອິນເຕີເນັດ ໃຫ້ມີຜົນສໍາເລັດ ເປັນຢ່າງດີເປັນການປະກອບສ່ວນ ຢ່າງໜັກແໜ້ນໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ພ້ອມກັນນີ້, ສະມາຊິກພັກ ຈໍາ ນວນ 24 ສະຫາຍ ໄດ້ພ້ອມກັນນໍາ ໃຊ້ສິດປະຊາທິປະໄຕຂອງຕົນປ່ອນ ບັດເລືອກຕັ້ງເອົາຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດ ໃໝ່ ແລະ ຜູ້ແທນສົມບູນ, ສຳຮອງທີ່ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຂອງຄະນະພັກຮາກ ຖານ ລລທ ບົນພື້ນຖານຫລັກການ ລວມສູນປະຊາທິປະໄຕ ທັງຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງມີຜູ້ທີ່ຈະເຂົ້າເປັນ ຜູ້ແທນສົມບູນຈໍານວນ18ສະຫາຍ, ສໍາຮອງ 5 ສະຫາຍ ແລະ ຜູ້ລົງຮັບ ສະໝັກເລືອກຕັ້ງຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດ ໃໝ່ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະ ລຶກ ໄດ້ຕົກລົງເຫັນດີຮັບຮອງເອົາ ຄະນະໜ່ວຍພັກໂທລະສັບຕັ້ງໂຕະອິນເຕີເນັດ ຊຸດໃໝ່ 3 ສະຫາຍ ຄື: ເລືອກເອົາສະຫາຍສຸກັນຄູນປະເສີດ ເປັນເລຂາໜ່ວຍພັກໂທລະສັບຕັ້ງ ໂຕະ-ອິນເຕີເນັດ; ສະຫາຍ ຄໍາແດງ ເທບສົມບັດ ເປັນຮອງເລຂາໜ່ວຍ ພັກ, ທັງເປັນປະທານກວດກາ ແລະ ເລືອກເອົາສະຫາຍ ສຸລິໄຊ ຈັນທະວິ ໄຊ ເປັນກໍາມະການໜ່ວຍພັກ. ໂອກາດນີ້, ສະຫາຍສຸພົນຈັນທະ ວີໄຊ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ໜ່ວຍພັກໂທລະ ສັບຕັ້ງໂຕະ-ອິນເຕີເນັດຍາດ ມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກ ໂທລະສັບຕັ້ງໂຕະອິນເຕີເນັດ ຊຸດໃໝ່ ເອົາໃຈໃສ່ໃນ ການແບ່ງງານ, ແບ່ງຄວາມຮັບຜິດ ຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນ ບ່ອນອີງໃນການເຕົ້າໂຮມຄວາມສາ ມັກຄີຂອງອ້າຍເອື້ອຍນ້ອງສະມາ ຊິກພັກ-ພະນັກງານ ໃນຂົງເຂດ ຄວາມຮັບຜິດຊອບຂອງຕົນໃຫ້ມີ ຜົນສຳເລັດໃນແຕ່ລະໄລຍະ, ເອົາ ໃຈໃສ່ຕິດຕາມ, ກວດກາ,ຊຸກຍູ້ການ ເຄື່ອນໄຫວວຽກງານ, ເນັ້ນໜັກເຖິງ 6ໜ້າທີ່ຂອງໜ່ວຍພັກ ໂດຍສະເພາະ ແມ່ນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າ ທີ່ກວມລວມ ແລະ ຢັ້ງຢືນເຖິງດ້ານ ດີ, ດ້ານກ້າວໜ້າ ແລະ ດ້ານອ່ອນໃນ ການເຄື່ອນໄຫວນໍາພາຂອງໜ່ວຍ ພັກຕົນ. ຂ່າວ-ພາບ: ລາວໂທລະຄົມ

RkJQdWJsaXNoZXIy MTc3MTYxMQ==