5850

xtgmf]k; 3 10/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xt-k-q o[= ]y 7ew- ,u ]kpIa [9kd dkozt]y fg0Q kokc-' d;j k 6 8N du [ ໂດຍ: ເຂົ້າຈານນໍ້າ 8y f8k,-5 dp6 h d;fdk ບົດສະເໜີ * ໂອກາດສະຫລອງປີໃໝ່ລາວ ຕາມປະຕິທິນແມ່ນ ວັນທີ13-16 ເມສາ 2024, ມື້ສຸດທ້າຍເປັນມື້ ຂຶ້ນປີໃໝ່. ເພື່ອຮັບປະກັນໃຫ້ການ ສະຫລອງປີໃໝ່ລາວ ມີຄວາມສະ ຫງົບປອດໄພ ເປັນລະບຽບຮຽບ ຮ້ອຍ ແລະ ເບີກບານມ່ວນຊື່ນ, ຫລາຍແຂວງ ໂດຍສະເພາະນະ ຄອນຫລວງວຽງຈັນ ກໍ່ໄດ້ມີຄໍາສັ່ງ ສະບັບເລກທີ 01/ຈນວ, ລົງວັນທີ 25 ມີນາ 2024 ອອກມາ. ຄໍາສັ່ງ ດັ່ງກ່າວ ໄດ້ກໍານົດເວລາຈະແຈ້ງ * ເຖິງວ່າ ປະເທດເຮົາ ພົບບັນ ຫາຫລາຍດ້ານຕໍ່ການພັດທະນາ ເສຖະກິດ-ສັງຄົມ ໂດຍສະເພາະບັນ ຫານ້ຳມັນ, ເຄື່ອງອຸປະໂພກ-ບໍລິ ໂພກແພງ, ໄພທຳມະຊາດ ແລະ ອື່ນໆສະລັບຊັບຊ້ອນ ຊຶ່ງໄດ້ກະທົບ ຕໍ່ການດຳລົງຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າບໍ່ໜ້ອຍ, ແຕ່ ບັນຫາຫຍຸ້ງຍາກເຫລົ່ານັ້ນ, ແຕ່ ລະຂະແໜງການກໍ່ໄດ້ເອົາໃຈແກ້ ໄຂວຽກງານຂອງຕົນມາ ໂດຍຕະ ຫລອດ. ເວົ້າລວມ, ເວົ້າສະເພາະ ຂະແໜງກະສິກຳ ແລະ ປ່າໄມ້ ບໍ່ ໄດ້ລົດລະຕໍ່ໜ້າທີ່ໃນການສົ່ງເສີມ ປະຊາຊົນຜະລິດກະສິກຳ ເພື່ອ ຊົມໃຊ້ພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈຳນວນໜຶ່ງ ທັງທົດແທນ ການນຳເຂົ້າ. ໜຶ່ງໃນນັ້ນ ແຂວງ ບໍລິຄຳໄຊ ກໍໄດ້ເອົາໃຈໃສ່ສົ່ງເສີມ ການຜະລິດເຂົ້ານາແຊງເປັນສິນຄ້າ ໃນປີຜ່ານມາ ໄດ້ສ້າງລາຍຮັບ ຫລາຍກວ່າ 6 ຕື້ກີບ ຊຶ່ງລາຍຮັບ ດັ່ງກ່າວ ໄດ້ເປັນສ່ວນໜຶ່ງແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແຂວງນີ້. ຕາມການສະຫລຸບຂາດຕົວ ຈາກຂະແໜງປູກຝັງ ພະແນກກະ ສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການຜະລິດກະສິກຳເປັນ ສິນຄ້າພາຍໃນແຂວງບໍລິຄຳໄຊ ເພື່ອສົ່ງອອກແລະສະໜອງພາຍໃນ ແຂວງ ປີຜ່ານມານີ້, ໄດ້ຮັບຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ອັນເຮັດໃຫ້ ການຜະລິດມີການຂະຫຍາຍຕົວໄປ ພ້ອມໆກັບການສົ່ງເສີມດ້ານເຕັກ ນິກການຜະລິດ, ການຍົກສະມັດຕະ ພາບ ແລະ ການແກ້ໄຂປັດໄຈຂາ ເຂົ້າການຜະລິດ, ແກ້ໄຂບັນຫາ ການຕະຫລາດໃນ ແຕ່ລະໄລຍະ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ການສົ່ງ ເສີມຜະລິດກະສິກຳເປັນ ສິນຄ້າໃຫ້ມີຄວາມເຂັ້ມແຂງຂຶ້ນທັງ ເປັນທ່າແຮງອັນສຳຄັນໃນການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ຫລຸດລົງ. ຢ່າງໃດກໍ່ດີໃນປີ 2023 ຜ່ານມານີ້, ຂະແໜງປູກຝັງ ໄດ້ສົ່ງເສີມປະຊາຊົນເອົາໃຈໃສ່ຜະ ລິດເປັນສິນຄ້າ ໂດຍສະເພາະເຂົ້າ, ອ້ອຍ, ສາລີອາຫານສັດ, ມັນຕົ້ນ, ຜັກສະອາດ, ໝາກກ້ວຍ, ໜາກນັດ, ຢາສູບ, ໝາກຫຸ່ງ, ໝາກເດືອຍ, ຂີງ ດຳ. ສຳລັບວຽກງານໂຄງການສົ່ງ ເສີມຜະລິດເຂົ້າເປັນສິນຄ້າໃນລະດູ ແລ້ງ (ນາແຊງ, ພືດລະດູແລ້ງ); ໄດ້ເອົາໃຈໃສ່ຕິດຕາມກຸ່ມຜະລິດ ແນວພັນເຂົ້າລຸ່ນ3 ຢູ່ເມືອງປາກຊັນ ແລະ ເມືອງບໍລິຄັນໃນ 4 ບ້ານ 51 ຄອບຄົວ ເນື້ອທີ່ 16,63 ເຮັກຕາ, ຜົນຜະລິດ 64,49 ໂຕນ (ໄດ້ຮັບ ການຢັ້ງຢືນ 59,11 ໂຕນ, ຄິດເປັນ ມູນຄ່າ 472 ລ້ານ ກວ່າກີບ); ຕິດ ຕາມກຸ່ມຜະລິດເຂົ້າເປັນສິນຄ້າ 3 ເມືອງເປົ້າໝາຍ ເມືອງປາກຊັນ, ທ່າພະບາດ ແລະ ເມືອງບໍລິຄັນ ມີ 17 ບ້ານ, 597 ຄອບຄົວ, ເນື້ອທີ່ 391,06 ເຮັກຕາ, ຜົນຜະລິດ 1.367,70 ໂຕນ (ຂາຍເປັນສິນ ຄ້າ 1.017 ໂຕນ, ຄິດເປັນມູນຄ່າ ຫລາຍກວ່າ 6 ຕື້ກີບ. ຜົນງານ ແລະ ລາຍຮັບຈາກ ການຜະລິດເຂົ້າເປັນສິນຄ້າດັ່ງກ່າວ ເປັນຜົນມາຈາກຄວາມເອົາໃຈໃສ່ ຈາກຂະແໜງປູກຝັງ, ຄວາມຕື່ມຕົວ ແລະ ດຸໝັ່ນຂະຫຍັນພຽນຂອງປະ ຊາຊົນໃນການຜະລິດເປັນສິນຄ້າ ເພື່ອຕອບສະໜອງຕາມແນວທາງ ຂອງລັດວາງອອກ ໂດຍສະເພາະ ແມ່ນແຜນການພັດທະນາກະສິກຳ ແລະ ປ່າໄມ້ປີ 2021-2025 ຂອງ ແຂວງບໍລິຄຳໄຊ ກໍ່ຄືຂອງຂະ ແໜງ ປູກຝັງໃຫ້ປະກົດຜົນເປັນຈິງ ໃນແຕ່ລະດ້ານ ທັງເປັນການແຂ່ງ ຂັນສ້າງເສດຖະກິດ-ສັງຄົມ, ການ ແກ້ໄຂຄວາມທຸກຍາກຂອງແຕ່ລະ ຄອບຄົວໃຫ້ນັບມື້ໜ້ອຍລົງດ້ວຍ ເງື່ອນໄຂເພິ່ງຕົນເອງກຸ້ມຕົນເອງ. ບັບເລກທີ 01/ຈນວ ທີ່ໄດ້ຍົກມາ ຂ້າງເທິງ. ບັນດາວຽກງານລ້ວນ ຕິດພັນພາກສ່ວນກ່ຽວຂ້ອງໂດຍ ສະເພາະ ແລະ ເປັນໜ້າທີ່ພັນທະ ຂອງທົ່ວສັງຄົມນໍາ ໃນການເຂົ້າ ຮ່ວມປະຕິບັດ, ຈະອາໄສແຕ່ພາກ ສ່ວນກ່ຽວຂ້ອງກໍ່ອາດຈະບໍ່ທົ່ວ ເຖິງ, ເຖິງວ່າເຮັດຢ່າງເອົາການ ເອົາງານ ແຕ່ວົງກວ້າງຂອງສັງຄົມ ອາໄສຄົນຮັບໃຊ້ບໍລິການປະຊາ ຊົນທີ່ມີຈໍານວນຈໍາກັດ ກໍ່ຈະເຮັດ ໜ້າທີ່ໄວທັນໃຈບໍ່ໄດ້ ຖ້າທຸກຄົນບໍ່ ຊ່ວຍກັນ. ການລົງຕິດຕາມ ຊຸກຍູ້ ກວດກາແມ່ນສໍາຄັນ, ບໍ່ໝາຍວ່າ ໄປກວດເອົາຄວາມຜິດ, ເພື່ອຕິດ ຕາມ ເພື່ອຊຸກຍູ້ ອັນໃດເຮັດດີແລ້ວ ແລະ ຍັງບໍ່ທັນໄດ້ດີ ເພື່ອແກ້ໄຂທັນ ບັນດາອັນທີ່ບໍ່ທັນດີນັ້ນ. ບ່ອນໃດ ປະຕິບັດດີ ຄວນແຈ້ງຂ່າວໃຫ້ສັງ ຄົມຮັບຮູ້ນໍາ ເພື່ອເປັນແວ່ນແຍງ ໃຫ້ທົ່ວສັງຄົມ, ອັນໃດເປັນປາກົດ ການຫຍໍ້ທໍ້ຈະເຈດຕະນາ ຫລື ບໍ່ ກໍ່ຄວນແຈ້ງໃຫ້ສັງຄົມຮູ້ເຊັ່ນກັນ ເພາະນັ້ນສະທ້ອນທັງຄວາມເອົາ ການເອົາງານຂອງພະນັກງານທີ່ ມີໜ້າທີ່ຮັບຜິດຊອບໃນການລົງ ເຄື່ອນໄຫວ ແລະ ສະທ້ອນຄວາມ ເຂົ້າໃຈຂອງສັງຄົມຕໍ່ການປະຕິບັດ ລະບຽບກົດໝາຍ. ຈາກນັ້ນ ຈຶ່ງມາ ສະຫລຸບຖອດຖອນບົດຮຽນ, ອັນ ທີ່ເຮັດໄດ້ດີ ມາຈາກ? ຍັງບໍ່ທັນດີ ມາຈາກ? ຫາວິທີແກ້ໄຂໃນປີຕໍ່ໄປ? ນອກຈາກບັນຫາໃຫຍ່ພົວພັນ ລາຄາສິນຄ້າ ແລະ ຄ່າບໍລິການ ທີ່ ຫ້າມບໍ່ໃຫ້ມີການສວຍໂອກາດຂຶ້ນ ລາຄາ...ເອົາປຽບຜູ້ບໍລິໂພກ, ຂໍ້ ຫ້າມບຸກຄົນ ຫົດສາດນໍ້າເປື້ອນນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫລື ນໍ້າແຂງໃສ່ຖົງຢາງ ຫລື ພາຊະນະ ອື່ນໆ ດຶກແກວ່ງໃສ່ກັນ ຫລື ນໍາໃຊ້ ພາຫະນະ ເລາະຫົດສາດນໍ້າໃສ່ຄົນ ທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫລື ກວມເອົາເສັ້ນ ທາງເປັນບ່ອນຫລິ້ນຕັ້ງຈຸດສີດນໍ້າ ຫລື ຫົດນໍ້າກັນ. ທຸກປີຜ່ານມາເຫັນ ວ່າເຈົ້າໜ້າທີ່ໄດ້ມີການເຄື່ອນໄຫວ ຕາມເສັ້ນທາງຕ່າງ ໂດຍສະເພາະ ຕອນກາງເວັນເຫັນວ່າ ຄົນກໍ່ບໍ່ກ້າ ລະເມີດ ເພາະພວກເພິ່ນເດັດຂາດ ແທ້. ສ່ວນວຽກງານອື່ນໆກໍ່ເຫັນ ວ່າໄດ້ເຮັດເປັນຢ່າງດີ, ເຫັນວ່າປີ ນີ້ກໍ່ຄວນລົງຕິດຕາມຊຸກຍູ້ກວດກາ ໃຫ້ໄດ້ດີກວ່າເກົ່າ. ນອກນັ້ນ ການ ຈູດໝາກກະໂພກ ແລະ ກໍ່ສຽງແຕກ ກໍ່ແມ່ນຂໍ້ຫ້າມໜຶ່ງ ຊຶ່ງເຫັນວ່າ ຮາກ ຖານບ້ານນັ້ນ ຄວນເອົາໃຈໃສ່ເພາະ ມີຄໍາເຫັນວ່າປີຜ່ານມາຍັງຝ່າຝືນ. ວຽກງານໃດກໍ່ຕາມ ຖ້າຂາດ ການຕິດຕາມຊຸກຍູ້ ແລະ ກວດກາ ແລ້ວ ກໍ່ຈະບໍ່ຮູ້ຄວາມເປັນຈິງໃນ ການຈັດຕັ້ງຜັນຂະຫຍາຍບັນດາ ມະຕິ,ຄໍາສັ່ງ... ມີໝາກມີຜົນຫລາຍໜ້ອຍ? ການສະຫລອງປີໃໝ່ແຕ່ລະວັນ (13-14-15-16 ເມສາ 2024) ບໍ່ໃຫ້ກາຍ 23:00 ໂມງ. ສ່ວນວັນ ທີ 17-18 ເມສາ 2024 ເປັນວັນ ພັກຊົດເຊີຍ. ນອກນັ້ນຍັງກໍານົດ ແຈ້ງ 7 ຂໍ້ຫ້າມ, ມາດຕະການຕໍ່ຜູ້ ລະເມີດ ແລະ ມາດຕະການຈັດຕັ້ງ ປະຕິບັດ. ບັນຫາທີ່ຍົກຂຶ້ນແມ່ນຮັບ ປະກັນໃຫ້ການຈັດຕັ້ງປະຕິບັດ ມີ ຜົນຕາມຈຸດປະສົງ ແລະ ຄາດໝາຍ ນັ້ນ ຄວນເພີ່ມທະວີການຕິດຕາມ ພາບປະກອບ ຊຸກຍູ້ກວດກາ ໃນແຕ່ລະວຽກໃຫ້ ເຂັ້ມງວດເປັນປົກກະຕິ. ເປັນສິ່ງຖືກຕ້ອງທີ່ສຸດແລ້ວ ທີ່ທຸກການເຄື່ອນໄຫວວຽກງານ ຈໍາເປັນຕ້ອງມີເຄື່ອງມືຄຸ້ມຄອງ ເປັນບ່ອນອີງໃນການຈັດຕັ້ງປະ ຕິບັດ. ຂອດສໍາຄັນທີ່ມັກຖືກຍົກ ຂຶ້ນແມ່ນ ການຕິດຕາມຊຸກຍູ້ກວດ ກາການຈັດຕັ້ງປະຕິບັດບັນດາ ນິຕິກໍາເຫລົ່ານັ້ນວ່າ ໄດ້ເຮັດ ເລິກຕື້ນ? ຕິດພັນໃນບັ້ນສະຫລອງ ປີໃໝ່ລາວ ເພື່ອສ້າງບັນຍາກາດຟົດ ຟື້ນໃນປີທ່ອງທ່ຽວລາວ 2024 ມີ ບໍ່ໜ້ອຍທີ່ເປັນຂໍ້ຫ້າມ ເພື່ອໃຫ້ທົ່ວ ສັງຄົມປະຕິບັດເອກະພາບ. ເວົ້າສະ ເພາະກໍ່ແມ່ນໃນຄໍາສັ່ງຂອງເຈົ້າ ຄອງນະຄອນຫລວງວຽງຈັນ ສະ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==