lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 10/04/2024 xtgmf]k; ນາຍົກລັດຖະມົນຕີ ຊີ້ນຳ... ສປ ຈີນ ມອບພາຫະນະ... ເລຂາທິການໃຫຍ່ ... ກວດກາເນື້ອໃນຮອບດ້ານ.. ຮອງປະທານປະເທດ... ກຕສ ອອກຄຳແນະນຳ... ນາຍົກລັດຖະມົນຕີ ຕ້ອນຮັບ... ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໄດ້ນຳເອົາພາຫະນະ ປະກອບມີ ລົດເມ 12 ບ່ອນນັ່ງ 20 ຄັນ, ລົດເມ 21 ບ່ອນນັ່ງ 2 ຄັນ, ລົດຕູ້ (ລົດກູ້ໄພ) 2 ຄັນ, ລົດຈິບ ເປີດທາງ 15 ຄັນ, ລົດເກັງຫົງສື 20 ຄັນ ແລະ ລົດຈັກເປີດທາງ 20 ຄັນ ມາມອບໃຫ້ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃນວັນທີ 9 ເມສາ 2024 ເພື່ອນຳໃຊ້ເຂົ້າໃນ ວຽກງານອາຊຽນ ທີ່ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບໃນປີ 2024, ຕາງໜ້າມອບໂດຍ ທ່ານ ພັນເອກ ລີປີງ ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງສປຈີນປະຈໍາສປປລາວ ແລະຮັບໂດຍທ່ານພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ໂດຍມີ ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ແລະ ພາກ ສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດດັ່ງກ່າວ, ທ່ານ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ຕາງ ໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ ເຕັກນິກກອງທັບ ກໍຄືນາຍ ແລະ ພົນ ທະຫານທົ່ວກອງທັບປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອຂອງກອງທັບປະຊາຊົນຈີນ ກໍຄື ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ໃຫ້ແກ່ກອງທັບປະຊາຊົນ ລາວ ໃນຄັ້ງນີ້ ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ຮັດແໜ້ນຄວາມສາມັກຄີ, ຮັກແພງ ອັນເປັນມູນເຊື້ອ ລະຫວ່າງສອງ ຊາດ, ສອງກອງທັບລາວ-ຈີນ, ຈີນລາວ ໃຫ້ໄດ້ຮັບການພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ, ທັງເປັນການປະ ກອບສ່ວນຊຸກຍູ້ວຽກງານປົກປັກ ຮັກສາຄວາມສະຫງົບ,ປອດໄພ ແລະ ຜົນປະໂຫຍດແຫ່ງການພັດທະນາ ຂອງສອງຊາດ ລາວ-ຈີນ ໃຫ້ນັບມື້ ໜັກແໜ້ນຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ກອງ ທັບປະຊາຊົນຈີນ ທີ່ໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫລືອກອງທັບປະ ຊາຊົນລາວ ມາໂດຍຕະຫລອດທັງ ການກໍ່ສ້າງບຸກຄະລາກອນ, ຊ່ວຍ ເຫລືອອຸປະກອນເຕັກນິກການທະ ຫານ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຈຳນວນໜຶ່ງ. ພ້ອມທັງຢືນຢັນວ່າ, ຈະນໍາໃຊ້ພາຫະນະ ທີ່ໄດ້ຮັບໃນຄັ້ງນີ້ ໃຫ້ຖືກກັບເປົ້າໝາຍ ແລະ ຈະບົວ ລະບັດຮັກສາໃຫ້ດີ ແລະ ໃຫ້ເກີດປະ ໂຫຍດສູງສຸດ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ທີ່ໄດ້ ຮັບການເສີມຂະຫຍາຍໃນທຸກຂົງ ເຂດວຽກງານ ໂດຍສະເພາະໃນຂົງ ເຂດການຄ້າ, ການລົງທຶນຂອງ ສອງປະເທດ ເພື່ອນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ຫລາຍຂຶ້ນ. ພ້ອມນີ້, ທ່ານ ຍັງໄດ້ຕີລາຄາສູງຕໍ່ແຜນການພົບ ປະເຮັດວຽກສອງຝ່າຍ ລະຫວ່າງ ສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມ ໃນຄັ້ງນີ້ ໂດຍສະເພາະການລົງນາມການຄ້າ ສອງປະເທດ. ໃນໂອກາດດຽວກັນ, ທ່ານ ຫງວຽນຮົງຢຽນ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ຂອງທ່ານນາຍົກລັດຖະມົນ ຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງຖືໂອ ກາດແຈ້ງຈຸດປະສົງຂອງການເດີນ ມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນດ່ານສາກົນ. ໂອກາດນີ້, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ ລົງມືຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ 2023 ຕາມແຈ້ງການເຫັນດີ ຈາກສູນກາງ ໂດຍໄດ້ມີການປັບປຸງ ກໍ່ສ້າງ, ຕໍ່ເຕີມອາຄານ ແລະ ປັບປຸງ ພື້ນຖານໂຄງລ່າງພາຍໃນດ່ານ, ມາ ຮອດປັດຈຸບັນມີຄວາມຄືບໜ້າແລ້ວ 10 ໜ້າວຽກກວມ 75% ຂອງ 15 ມາດຖານ ເປັນຕົ້ນ ການບຸກເບີກປັບ ເດີ່ນບໍລິເວນດ່ານໃນເນື້ອທີ່ 10,8 ເຮັກຕາ ສຳເລັດແລ້ວ 6,8 ເຮັກຕາ, ການປັບປຸງລະບົບອາຄານທີ່ພັກຜູ້ ໂດຍສານຫ້ອງການພາສີແລະ ຫ້ອງ ການ ຕມ ສຳເລັດ ແລະ ສາມາດບໍລິ ການປະຊາຊົນໄດ້ 100%, ສຳເລັດ ການປັບໜ້າດິນ ແລະ ວາງທໍ່ເຂດ ທາງເບຕົງທີ່ເປັນຊ່ອງທາງຈະລາ ຈອນ, ປັບປຸງສາງເກັບສິນຄ້າໃນ ຮົ່ມ ແລະ ກາງແຈ້ງໃຫ້ງາມຂຶ້ນຕື່ມ, ສືບຕໍ່ປັບປຸງປັບໜ້າດິນລານກວດ ກາພາຫະນະຂົນສົ່ງ, ປັບປຸງຫ້ອງ ທົດລອງສຳລັບຂະແໜງສາທາກະສິກຳ ທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າ ເກົ່າ,ສຳເລັດການຕິດຕັ້ງຊິງຊັ່ງແລະ ຮາກຖານຊິງຊັ່ງ. ສຳລັບການປັບ ໜ້າທາງເຂົ້າຊິງຊັ່ງ ສຳເລັດ 80%, ສຳເລັດການປັບປຸງຫ້ອງນ້ຳສາທາ ລະນະ-ລະບົບລະບາຍນ້ຳ,ປະຕູໂຂງ ທີ່ເປັນເອກະລັກຂອງຊາດ ພ້ອມເຮັດ ຮົ້ວອ້ອມບໍລິເວນເຂດຊາຍແດນ ແລະ ອື່ນໆອີກ. ໂອກາດດຽວກັນນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີທິດຊີ້ນຳໃຫ້ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນ ດາໜ້າວຽກຂອງໂຄງການປັບປຸງ ຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນທີ່ ຍັງຄົງຄ້າງໃຫ້ສຳເລັດ, ກະກຽມ ຄວາມພ້ອມດ້ານບຸກຄະລາກອນ, ອຸປະກອນຮັບໃຊ້ວຽກງານ ເພື່ອ ສ້າງຄວາມສະດວກໃນການໃຫ້ບໍລິ ການແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງເພີ່ມທະວີການຮັກສາ ຄວາມສະຫງົບລຽບຕາມຊາຍແດນ ໂດຍການວາງກຳລັງຕາມແຄມ ຊາຍແດນ ເພື່ອປິດຈຸດຂ້າມລອຍ ຂອງສັດຕູ ຫ້າມບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າ ມາສ້າງຄວາມບໍ່ສະຫງົບຢູ່ພາຍໃນ ສປປ ລາວ ກໍຄື ເມືອງໝື່ນ ແຂວງ ວຽງຈັນ. ຈາກນັ້ນ, ທ່ານຮອງປະທານປະ ເທດ ແລະ ຄະນະກໍໄດ້ຢ້ຽມຊົມອາ ຄານຫ້ອງການບ່ອນເຮັດວຽກຂອງ ອ້າຍນ້ອງພະນັກງານພາຍໃນດ່ານ ທ້ອງຖິ່ນບ້ານວັງ, ຕິດຕາມເບິ່ງ ບັນດາໜ້າວຽກຕ່າງໆຢູ່ສະໜາມ, ພ້ອມນີ້ກໍໄດ້ລົງພົບປະໂອ້ລົມພະນັກ ງານຫລັກແຫລ່ງເມືອງໝື່ນ, ເມືອງ ເຟືອງແລະຢ້ຽມຢາຫໍມູນເຊື້ອຈາລຶກ ຄວາມແຄ້ນທີ່ເມືອງເຟືອງ ຕື່ມອີກ. ຂ່າວ-ພາບ: ບຸນທະວີ ພົມມະສິດ ພັກປະຊາຊົນ ປະຕິວັດລາວ ໂດຍມີ ສະຫາຍເປັນຜູ້ນໍາໜ້າ, ການບໍລິຫານ ຂອງລັດຖະບານ, ການຕິດຕາມ ຂອງສະພາແຫ່ງຊາດ, ສປປ ລາວ ແລະ ປະຊາຊົນລາວ ອ້າຍນ້ອງ ຈະ ສາມາດຜ່ານຜ່າບັນດາຄວາມຫຍຸ້ງ ຍາກ, ສືບຕໍ່ຍາດໄດ້ບັນດາຜົນສໍາ ເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນ ພາລະກິດປ່ຽນແປງໃໝ່, ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຢ່າງມີໄຊ, ຈັດຕັ້ງສໍາເລັດກອງປະ ຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຫວຽດນາມ ສະໜັບສະໜູນລາວ ເຮັດສໍາເລັດ ບົດບາດໜ້າທີ່ປະທານໝູນວຽນອາ ຊຽນ (ASEAN), ປະທານກອງ ປະຊຸມລັດຖະສະພາລະຫວ່າງຊາດ ອາຊຽນ ຫລື AIPA ໃນປີ 2024 ປະກອບສ່ວນຍົກສູງຖານະບົດບາດ ຂອງລາວ ຢູ່ໃນພາກພື້ນ ແລະ ໃນ ໂລກ. ພວກຂ້າພະເຈົ້າມີຄວາມປິຕິຊົມ ຊື່ນເປັນຢ່າງຍິ່ງຕໍ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ຫວຽດນາມ-ລາວ ທີ່ນັບມື້ ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນ ທຸກຂົງເຂດ, ນໍາເອົາຜົນປະໂຫຍດ ອັນຊອບທໍາມາສູ່ປະຊາຊົນຂອງແຕ່ ລະປະເທດ, ປະກອບສ່ວນຮັກສາ ສັນຕິພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ການພັດທະນາຢູ່ໃນ ພາກພື້ນ ແລະ ໃນໂລກ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນ ຄົງຂະໜົງແກ່ນຊົ່ວກາລະນານ. ໃນໂອກາດດຽວກັນ, ສະຫາຍ ນາງ ເຈື່ອງຖິມາຍ ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ, ທັງເປັນຫົວໜ້າຄະນະຈັດຕັ້ງ ສູນກາງພັກກອມມູນິດ ຫວຽດນາມ ກໍໄດ້ສົ່ງກະຕ່າດອກໄມ້ອວຍພອນ ປີໃໝ່ລາວ ເຖິງສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະທານ ປະເທດແຫ່ງ ສປປ ລາວ ແລະ ສະຫາຍ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ພ້ອມນີ້, ສະຫາຍ ເລຮວາຍຈຸງ ເລ ຂາທິການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ກໍໄດ້ສົ່ງຈົດ ໝາຍອວຍພອນປີໃໝ່ລາວ ເຖິງສະ ຫາຍ ທອງສະຫວັນ ພົມວິຫານ ກໍາ ມະການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກປະ ຊາຊົນ ປະຕິວັດລາວ ເຊັ່ນດຽວກັນ. ດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມ ນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງ ບັນດາອົງການອໍານາດລັດແຕ່ລະ ຂັ້ນໃຫ້ເຂັ້ມແຂງ ແລະ ມີປະສິດທິ ພາບ, ມີພາລະບົດບາດຈະແຈ້ງແລະ ຮັດກຸມ, ກົງຈັກບໍ່ໃຫຍ່ໂຕ, ກະທັດ ຮັດ, ເປັນລະບົບເຊື່ອມກັນດ້ວຍອຸປະ ກອນທີ່ທັນສະໄໝ ຄຽງຄູ່ກັບການ ຫລຸດຈໍານວນລັດຖະກອນໜ້ອຍລົງ ແຕ່ມີຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍ ປະຢັດ, ເຄື່ອນໄຫວຕາມກົດໝາຍ ຢ່າງມີປະສິດທິພາບ; ປັບປຸງກົນໄກ ຄຸ້ມຄອງໃຫ້ເປັນລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບ ປະກັນແບບແຜນໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ໄດ້ເຂົ້າຮ່ວມ ຈັດຕັ້ງປະຕິບັດບົນຈິດໃຈຮັບປະ ກັນທາດແທ້ຂອງລັດ ທີ່ມາຈາກປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນ ປະໂຫຍດຂອງປະຊາຊົນຢ່າງແທ້ ຈິງ; ພັດທະນາຊັບພະຍາກອນມະນຸດ ຢ່າງແຂງແຮງ, ສ້າງສັງຄົມທີ່ປະ ຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ພັດທະນາ ຄົນໃຫ້ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການພັດທະນາທ້ອງ ຖິ່ນໃນໄລຍະໃໝ່, ຍົກລະດັບການປະ ຕິບັດສິດເປັນເຈົ້າອັນແທ້ຈິງຂອງ ປະຊາຊົນຕິດພັນກັບການສ້າງ ຄວາມເຂັ້ມແຂງໃຫ້ລະບົບນິຕິກໍາ, ການບັງຄັບໃຊ້ກົດໝາຍຢ່າງຖືກ ຕ້ອງ ແລະ ເປັນທໍາ; ສະກັດກັ້ນການ ສວຍໃຊ້ສິດອໍານາດຈາກເຈົ້າໜ້າທີ່ ລັດທຸກຂັ້ນ; ເສີມຂະຫຍາຍຄຸນຄ່າ ວັດທະນະທໍາ ທີ່ເປັນເອກະລັກຂອງ ຊາດ, ຂອງທ້ອງຖິ່ນ ແລະ ພັດທະ ນາຄວາມສີວິໄລດ້ານຈິດໃຈຂອງ ສັງຄົມຢ່າງບໍ່ຢຸດຢັ້ງ; ສືບຕໍ່ດໍາເນີນ ການແກ້ໄຂຄວາມທຸກຍາກຢ່າງ ເປັນລະບົບຕິດພັນກັບການຈັດສັນ ພູມລຳເນົາ, ສ້າງອາຊີບຄົງທີ່ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດຂອງ ຜູ້ອອກແຮງງານລາວ; ປະຕິບັດ ແນວທາງຍຸດທະສາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ; ປັບປຸງ, ກໍ່ສ້າງ ກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມ ແຂງດ້ານການຈັດຕັ້ງ, ມີລະບຽບ ວິໄນ, ຍົກສູງຄວາມສາມາດໃນການ ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້, ບັນຫາອາດຊະຍາກໍາຕ່າງໆ ໃຫ້ທັນການ, ສ້າງຕາໜ່າງປ້ອງ ກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ຂະແໜງການຕ່າງໆໃຫ້ກວ້າງ ຂວາງ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານມີສະຖຽນລະພາບ ດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພໃນສັງຄົມ, ເຮັດໃຫ້ ການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງຂະຫຍາຍ ຕົວຢ່າງຕໍ່ເນື່ອງ; ເພີ່ມທະວີວຽກ ງານແນວໂຮມ ແລະ ວຽກງານມະ ຫາຊົນຂອງພັກ ເພື່ອຕອບສະໜອງ ການຜັນຂະຫຍາຍແນວທາງຂອງ ພັກ ໃນການເຕົ້າໂຮມກໍາລັງແຮງ ສັງລວມ ເພື່ອພັດທະນາເສດຖະກິດສັງຄົມ, ປະຕິບັດບັນດາກົນໄກທາງ ການເມືອງ-ສັງຄົມຂອງລະບອບປະ ຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກ ຊາດ, ຮັກບ້ານເກີດເມືອງນອນ, ເປັນ ເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາປະເທດຊາດ-ທ້ອງຖິ່ນ ແຂວງເຊກອງ ໃຫ້ເປັນຂະບວນຟົດ ຟື້ນ, ແຂງແຮງ ແລະ ຕໍ່ເນື່ອງ; ເພີ່ມ ທະວີການປັບປຸງກໍ່ສ້າງພັກ-ພະນັກ ງານຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດ ດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍ ໃນພັກ, ຮັບປະກັນບົດບາດການ ເຄື່ອນໄຫວນໍາພາຕົວຈິງທີ່ເຂັ້ມແຂງ ຂອງການຈັດຕັ້ງພັກທຸກຂັ້ນ, ສ້າງ ການຫັນປ່ຽນໃໝ່ດ້ານຈິນຕະນາ ການ, ຍົກລະດັບຄຸນນະພາບວຽກ ງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ປະຕິບັດແຜນກໍາ ນົດພະນັກງານຢ່າງເປັນລະບົບ, ປັບ ປຸງລະບອບເລືອກເຟັ້ນ ແລະ ສັບ ຊ້ອນພະນັກງານໃຫ້ຖືກຕ້ອງ, ສອດ ຄ່ອງກັບໜ້າທີ່ການເມືອງໃນໄລຍະ ໃໝ່, ປະຕິບັດລະບອບຄຸ້ມຄອງ, ຕິດ ຕາມ, ກວດກາ ແລະ ບັນດາມາດຕະ ການທາງວິໄນຕໍ່ພະນັກງານຢ່າງ ເຂັ້ມງວດ. ທັງນີ້, ກໍເພື່ອສ້າງຄວາມ ເຊື່ອໝັ້ນໄວ້ວາງໃຈຂອງປະຊາຊົນ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງ ໃຫ້ຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງທີ່ໄດ້ກໍາ ນົດໄວ້. ໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍຄະນະ ພັກ-ອົງການປົກຄອງ ແລະ ປະຊາ ຊົນບັນດາເຜົ່າຊາວແຂວງເຊກອງ ທີ່ໄດ້ພ້ອມກັນເສີມຂະຫຍາຍມູນ ເຊື້ອສາມັກຄີປອງດອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າ ຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມ ໃຈສ້າງສາພັດທະນາຈົນສາມາດ ຍາດໄດ້ຜົນງານ ແລະ ຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະໃນປີ 2023 ຜ່ານມາ ເສດຖະກິດຂອງ ແຂວງຂະຫຍາຍຕົວສະເລ່ຍ5,5%, ໂຄງສ້າງເສດຖະກິດມີການຫັນ ປ່ຽນຕາມທິດທີ່ຕັ້ງໜ້າ, ປະຊາຊົນມີ ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ສະນັ້ນ, ພັກ-ລັດຖະບານເວລາໃດ ກໍເຊື່ອໝັ້ນຄະນະພັກແຂວງ, ກຳລັງ ປະກອບອາວຸດ ແລະ ປະຊາຊົນບັນ ດາເຜົ່າຊາວແຂວງເຊກອງ ຈະສືບ ຕໍ່ເສີມຂະຫຍາຍມູນເຊື້ອຄວາມສາ ມັກຄີ, ເອກະພາບ, ຜ່ານຜ່າຂໍ້ຫຍຸ້ງ ຍາກ, ເຮັດສຳເລັດທຸກໜ້າທີ່ການ ເມືອງ ແລະ ປະຕິບັດຄາດໝາຍທີ່ ວາງໄວ້ ຄື: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ມີປະ ຊາທິປະໄຕ, ຍຸຕິທຳ, ສີວິໄລ, ກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ຂ່າວ-ພາບ: ສັນຍາ ງານຕ່າງໆ ເຊັ່ນ: ກອງທຶນທາງ, ກອງທຶນຮັກສາສິ່ງແວດລ້ອມ ແລະ ກອງທຶນອື່ນໆ. ສຳລັບຄ່າບໍລິການ ຮັກສາຄວາມປອດໄພ ແລະ ພັດທະ ນາໂທລະຄົມທັງໝົດມີລະບຽບ ການຄຸ້ມຄອງນໍາໃຊ້ຢ່າງໂປ່ງໃສ, ເປັນແຫລ່ງທຶນ ເພື່ອນໍາໃຊ້ເຂົ້າໃນ ການດໍາເນີນການປ້ອງກັນ ແລະ ຫລຸດຜ່ອນບັນດາອາຊະຍາກຳຜ່ານ ອິນເຕີເນັດ ເປັນຕົ້ນ ການສໍ້ໂກງ ຕ່າງໆຜ່ານອິນເຕີເນັດ ແລະ ແກ້ງ ຄອນເຊັນເຕີ, ຂ່າວປອມ, ຊ່ວຍປ້ອງ ກັນການລັກຂໍ້ມູນບຸກຄົນ, ການໂຈມ ຕີ, ການລັກເຂົ້າລະບົບຄອມພິວ ເຕີ ແລະ ມືຖືຂອງປະຊາຊົນ ແລະ ພາກສ່ວນຕ່າງໆໃນສັງຄົມ, ນໍາໃຊ້ ເຂົ້າໃນການຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນ ດ້ານດີຈິຕອນ, ສົ່ງເສີມການນໍາໃຊ້ດີ ຈິຕອນ, ກວດກາຄຸນນະພາບການ ໃຫ້ບໍລິການ, ນໍາໃຊ້ເຂົ້າໃນການສ້າງ ແລະ ປັບປຸງເຄືອຂ່າຍການສື່ສານ ໄປເຖິງເຂດຊົນນະບົດເຂດຫ່າງໄກ ສອກຫລີກ. ພ້ອມທັງແຈ້ງໃຫ້ບັນດາບໍລິສັດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈັດເກັບຄ່າຮັກສາ ຄວາມປອດໄພເປັນລາຍເດືອນ (ບໍ່ ແມ່ນເກັບຈາກການຕື່ມເງິນຄ່າບໍລິ ການໂທລະຄົມທຸກຄັ້ງ) ຈາກຜູ້ຊົມ ໃຊ້ຄື: ສໍາລັບເລກໝາຍໂທລະສັບທຸກ ປະເພດບໍລິການ ຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ ແມ່ນເກັບ ຄ່າຮັກສາຄວາມປອດໄພປະຈໍາ ເດືອນໃນອັດຕາ 3.000 ກີບຕໍ່ເດືອນ ຕໍ່ໜຶ່ງເລກໝາຍ, ສ່ວນການບໍລິການ ອິນເຕີເນັດແບບມີສາຍແມ່ນເກັບຄ່າ ຮັກສາຄວາມປອດໄພປະຈໍາເດືອນ ໃນອັດຕາ 5.000 ກີບຕໍ່ເດືອນຕໍ່ ໜຶ່ງບັນຊີລູກຄ້າ ແລະ ບັນດາບໍລິສັດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເອົາໃຈໃສ່ຮັບປະ ກັນການດໍາເນີນການທາງດ້ານເຕັກ ນິກ ແລະ ບໍລິການ ໃຫ້ສອດຄ່ອງ ເພື່ອບໍ່ໃຫ້ເກີດມີບັນຫາການເກັບ ຊໍ້າຊ້ອນຍ້ອນຄວາມຜິດພາດທາງ ດ້ານເຕັກນິກ. ຄີໄພ (ສະບັບປັບປຸງ) ຢູ່ເມືອງແກ້ວ ອຸດົມ ແຂວງວຽງຈັນ ໂດຍການ ເປັນປະທານຮ່ວມຂອງທ່ານພູທອນ ວໍລະເພັດ ຮອງປະທານກຳມາທິ ການກົດໝາຍ, ທ່ານ ພົຈວ ມາລາ ວິລະຈິດ ຮອງປະທານກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ທ່ານ ພົຕ ສົມວັນ ສາຍ ລ້ອງພາ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ(ປກສ), ມີຮອງຫົວໜ້າຫ້ອງວ່າການສຳນັກ ງານປະທານປະເທດ, ຮອງລັດຖະ ມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກ ສາທາງດ້ານກົດໝາຍ, ຫ້ອງວ່າ ການສຳນັກງານນາຍົກລັດຖະມົນ ຕີ, ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຈາກພາກສ່ວນທີ່ກ່ຽວ ຂ້ອງຈຳນວນໜຶ່ງ ເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອ ຮັບປະກັນທາງດ້ານເນື້ອໃນຂອງ ຮ່າງກົດໝາຍວ່າດ້ວຍການສະກັດ ກັ້ນ ແລະ ຕ້ານອັກຄີໄພ (ສະບັບ ປັບປຸງ) ທີ່ຈະນໍາເຂົ້າພິຈາລະນາໃນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີການຄົ້ນຄວ້າທີ່ເລິກເຊິ່ງ, ຈະ ແຈ້ງ, ສອດຄ່ອງກັບແນວທາງນະ ໂຍບາຍຂອງລັດ, ລັດຖະທໍາມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ແທດ ເໝາະກັບສະພາບການຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງຄົມ, ທັງເປັນການລະດົມສະຕິປັນຍາ ຈາກທຸກພາກສ່ວນທີ່ກ່ຽວຂ້ອງກັບ ການສ້າງ ແລະ ປັບປຸງກົດໝາຍ ກ່ອນນຳສະເໜີກອງປະຊຸມຄະນະ ປະຈໍາສະພາແຫ່ງຊາດ ຕົກລົງນໍາ ເຂົ້າພິຈາລະນາຮັບຮອງເອົາໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສພຊ ຊຸດທີ IX. ທ່ານ ພູທອນ ວໍລະເພັດ ໄດ້ມີ ຄຳເຫັນວ່າ: ເພື່ອຮັບປະກັນໃຫ້ກອງ ປະຊຸມໄດ້ຮັບຜົນສຳເລັດຕາມຈຸດ ປະສົງ ແລະ ເປົ້າໝາຍຮຽກຮ້ອງມາ ຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງພ້ອມ ກັນຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງກົງໄປກົງມາ, ບັນຫາໃດທີ່ກອງ ປະຊຸມຍົກຂຶ້ນ ເຊິ່ງກ່ຽວຂ້ອງທາງ ດ້ານວິຊາການກໍໃຫ້ຄະນະຮັບຜິດ ຊອບປັບປຸງຮ່າງກົດໝາຍ ກໍຄືກະ ຊວງປ້ອງກັນຄວາມສະຫງົບເປັນ ເຈົ້າການອະທິບາຍ, ໃຫ້ຄວາມກະ ຈ່າງແຈ້ງຕື່ມ ແນໃສ່ເຮັດໃຫ້ເນື້ອ ໃນຂອງຮ່າງກົດໝາຍມີຄວາມຄົບ ຖ້ວນ ແລະ ສອດຄ່ອງກັບລັດຖະທຳ ມະນູນ, ກົດໝາຍອື່ນທີ່ປະກາດໃຊ້ ແລ້ວ, ສົນທິສັນຍາ, ສັນຍາສາກົນ ທີ່ກ່ຽວຂ້ອງ. ພ້ອມນີ້, ກໍສະເໜີໃຫ້ ກອງປະຊຸມພິຈາລະນາຮ່າງກົດ ໝາຍຢ່າງຮອບດ້ານ ໂດຍສະເພາະ ເນື້ອໃນມາດຕາທີ່ໄດ້ປັບປຸງ, ບັນຫາ ທີ່ຜູ້ເຂົ້າຮ່ວມຍົກຂຶ້ນມາໃຫ້ພ້ອມ ກັນຄົ້ນຄວ້າ, ສົນທະນາຢ່າງກົງໄປ ກົງມາ, ບັນຫາໃດຕິດພັນດ້ານວິຊາ ການໃຫ້ຄະນະຮັບຜິດຊອບອະທິ ບາຍ, ໃຫ້ຄວາມກະຈ່າງແຈ້ງຕື່ມ, ບັນຫາໃດທີ່ມີຄຳເຫັນບໍ່ເປັນເອກະ ພາບກັນຈະໄດ້ນຳເຂົ້າລາຍງານຂໍ ຄຳເຫັນຢູ່ກອງປະຊຸມຄະນະປະຈຳ ສະພາແຫ່ງຊາດ ພິຈາລະນາ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການສະເໜີຫຍໍ້ກ່ຽວກັບເນື້ອໃນ ບາງມາດຕາ ທີ່ໄດ້ປັບປຸງຈາກທ່ານ ຮອງລັດຖະມົນຕີກະຊວງ ປກສ ແລະ ເນື້ອໃນກົດໝາຍວ່າດ້ວຍການ ສະກັດກັ້ນ ແລະ ຕ້ານອັກຄີໄພ(ສະ ບັບປັບປຸງ) ຈາກທ່ານຫົວໜ້າກົມ ກົດໝາຍ. ຈາກນັ້ນ, ບັນດາຜູ້ເຂົ້າ ຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ສົນທະນາ ແລກປ່ຽນ, ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ມີຈຸດສຸມ. ຂ່າວ-ພາບ: ສຸພາວັນ ຫອມສະນິດ
RkJQdWJsaXNoZXIy MTc3MTYxMQ==