5850

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 10/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]a f4t[ko/ia j ' c]t g1p]t,a o lq j 'glu , 3r-tokdkodkolb dlk.sh gfa dpy '{c,j py 'w;|5 j ,.o]k; ຂປລ. ເມື່ອບໍ່ດົນມານີ້, ສະຖານ ທູດຝຣັ່ງ ແລະ ສະຖານທູດ ເຢຍລະ ມັນ ປະຈຳລາວ ລົງຢ້ຽມຢາມໂຄງ ການອາຫານທ່ຽງ ໃນໂຮງຮຽນ ແລະ ໂຄງການດ້ານໂພຊະນາການ ຢູ່ແຂວງເຊກອງ ແລະ ແຂວງສາລະ ວັນ ເຊິ່ງໂຄງການດັ່ງກ່າວໄດ້ຊຸກ ຍູ້ອັດຕາການເຂົ້າໂຮງຮຽນ ແລະ ຮັກສາອັດຕາເຂົ້າຮຽນ, ປະກອບ ສ່ວນຫລຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານ, ເປັນ ຕາໜ່າງຄວາມປອດໄພທາງສັງຄົມ ທີ່ໃຫຍ່ທີ່ສຸດໃນປະເທດ ແນໃສ່ແມ່ ຍິງ ແລະ ເດັກຍິງຊົນເຜົ່າ ທີ່ແບກຮັບ ພາລະໜັກຈາກຄອບຄົວ ແລະ ການ ກະສິກຳ ແລະ ບໍ່ມີໂອກາດເຂົ້າເຖິງ ອາຫານທີ່ມີຄຸນຄ່າທາງໂພຊະນາ ການ ເນື່ອງຈາກອຸປະສັກທາງດ້ານ ວັດທະນະທໍາ. ເຊກອງ ເປັນແຂວງທີ່ມີລະດັບ ຄວາມບໍ່ໝັ້ນຄົງທາງດ້ານສະບຽງ ອາຫານສູງສຸດ 36%, ເດັກນ້ອຍ 1 ໃນ 2 ອາຍຸຕ່ຳກວ່າ 5 ປີ ປະສົບ ກັບການຂາດສານອາຫານແບບຊໍາ ເຮື້ອ ເຊິ່ງສົ່ງຜົນຮ້າຍຕໍ່ການພັດທະ ນາທາງຮ່າງກາຍ ແລະ ສະຕິປັນຍາ ໃນໄລຍະຍາວ. ສ່ວນແຂວງສາລະ ວັນ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ປະມານ 43% ແມ່ນຂາດສານອາ ຫານຊຳເຮື້ອ. ສອງແຂວງດັ່ງກ່າວ, ຍັງເປັນແຂວງທີ່ໄດ້ຮັບຜົນກະທົບ ຈາກການປ່ຽນແປງ ຂອງດິນຟ້າ ອາກາດເຊັ່ນ: ໄພແຫ້ງແລ້ງຕາມລະ ດູການ ແລະ ໄພນໍ້າຖ້ວມ ເຊິ່ງທຳ ລາຍຜົນລະປູກ ແລະ ທີ່ຢູ່ອາໄສ. ໂອກາດນີ້, ທ່ານ ຊິບເລັງ ຊົວ໌ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ລາວ ໄດ້ກ່າວວ່າ: ລັດຖະບານ ຝຣັ່ງ ຍິນດີປະກອບສ່ວນເຂົ້າໃນຄວາມ ພະຍາຍາມ ຂອງລັດຖະບານລາວ ເພື່ອບັນລຸເປົ້າໝາຍພັດທະນາ ແບບຍືນຍົງໂດຍສະເພາະການຢຸດ ຕິຄວາມອຶດຫິວ, ການບັນລຸການຄ້ຳ ປະກັນສະບຽງອາຫານ, ປັບປຸງໂພ ຊະນາການ ແລະ ກະສິກຳແບບຍືນ ຍົງ, ໃນປີ 2023 ປະເທດຝຣັ່ງ ໄດ້ ໃຫ້ການສະໜັບສະໜູນກວ່າ 139 ໂຄງການ ເພື່ອຊ່ວຍເຫລືອດ້ານສະ ບຽງອາຫານທົ່ວໂລກໃນມູນຄ່າ ຫລາຍກວ່າ 9170 ລ້ານເອີໂຣ. ທ່ານ ນາງ ອາເນັດ ຄະໂນບັອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລັດ ຖະບານ ເຢຍລະມັນ ມີຄວາມເປັນ ຫ່ວງໄວໜຸ່ມໃນການເຂົ້າເຖິງດ້ານ ໂພຊະນາການແລະການສຶກສາໂດຍ ສະເພາະ, ໃນສະພາບເສດຖະກິດ ທີ່ຫຍຸ້ງຍາກ ຂອງ ສປປ ລາວ ໃນ ປັດຈຸບັນ. ສະນັ້ນ, ຈຶ່ງເປັນເຫດຜົນ ທີ່ພວກເຮົາສະໜັບສະໜູນໂຄງການ ອາຫານທ່ຽງໃນໂຮງຮຽນຂອງອົງ ການອາຫານໂລກ ໃນແຂວງເຊ ກອງ ແລະ ສາລະວັນ, ພວກເຮົາເຊື່ອ ວ່າໂຄງການສະໜອງອາຫານທ່ຽງ ໃນໂຮງຮຽນນີ້, ຈະບໍ່ພຽງແຕ່ສະໜັບ ສະໜູນກະສິກຳໃນທ້ອງຖິ່ນ, ການ ເຂົ້າເຖິງຕະຫລາດ ແລະ ໂພຊະນາ ການທີ່ດີຕໍ່ສຸຂະພາບ ໂດຍສະເພາະ ເດັກຍິງ ແລະ ໄວໜຸ່ມເທົ່ານັ້ນ,ແຕ່ ຍັງຊ່ວຍປັບປຸງໂອກາດດ້ານການ ສຶກສາ ອີກດ້ວຍ. ໃນໂອກາດດຽວກັນ, ທ່ານມາກ- ອານເດຣ ໂປຣສ ຜູ້ຕາງໜ້າ ແລະ ຜູ້ ອໍານວຍການຂອງອົງການອາຫານ ໂລກປະຈຳລາວ ໄດ້ຂອບໃຈລັດຖະ ບານຂອງປະເທດຝຣັ່ງແລະ ເຢຍລະ ມັນ ທີ່ສືບຕໍ່ສະໜັບສະໜູນດ້ານອາ ຫານທ່ຽງໃນໂຮງຮຽນ ແລະ ໂຄງ ການຊ່ວຍເຫລືອດ້ານເງິນສົດ ເພື່ອ ການປັບຕົວໃຫ້ເຂົ້າກັບສະພາບ ດິນຟ້າອາກາດ ແລະ ໂພຊະນາການ. ໂຄງການລິເລີ່ມເຫລົ່ານີ້, ບໍ່ພຽງ ແມ່ນເລື່ອງຂອງອາຫານເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເຂັ້ມ ແຂງໃຫ້ແກ່ບັນດາແມ່ຍິງ, ເປັນການ ຈ້າງພວກເຂົາໃນຖານະແມ່ຄົວ ແລະ ຊາວກະສິກອນ ເພື່ອຮັບປະກັນ ວ່າພວກເຂົາຍັງຮັກສາສິດທິ ແລະ ອິດສະລະທາງການເລືອກຂອງ ພວກເຂົາ. pq d]tfa [7;k,lk,kf;Pd'ko[= ]y dko0v']a fzj kodq owdxt86 fP; ຂປລ. ກົມພັດທະນາການບໍລິ ຫານລັດກະຊວງພາຍໃນ ຈັດກອງ ປະຊຸມຝຶກອົບຮົມ ແລະ ສ້າງຂີດ ຄວາມສາມາດວຽກງານບໍລິການ ຂອງລັດຜ່ານກົນໄກປະຕູດຽວຂຶ້ນ ໃນວັນທີ 4-5 ເມສາ 2024 ໂດຍ ການເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະ ຊວງພາຍໃນ,ມີບັນດາຫົວໜ້າ-ຮອງ ຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າ ການນະຄອນຫລວງວຽງຈັນ, ຫົວ ໜ້າພະແນກພາຍໃນແຂວງໄຊສົມ ບູນ, ເຈົ້າເມືອງອານຸວົງ, ຕາງໜ້າສູນ ບໍລິການຜ່ານປະຕູດຽວເມືອງໄຊເສດ ຖາ, ພະນັກງານຈາກແຂວງໄຊສົມ ບູນ ແລະ ພະນັກງານ ທີ່ໄດ້ຮັບການ ແຕ່ງຕັ້ງເຂົ້າເຮັດວຽກຢູ່ສູນບໍລິການ ຂອງກະຊວງພາຍໃນເຂົ້າຮ່ວມ. ທ່ານນິສິດແກ້ວປັນຍາ ຮອງລັດ ຖະມົນຕີກະຊວງພາຍໃນ ໄດ້ກ່າວ ວ່າ: ການຈັດຕັ້ງປະຕິບັດວຽກງານ ກົນໄກການບໍລິການຜ່ານປະຕູດຽວ ຢູ່ອົງການບໍລິຫານລັດ ແມ່ນໜ້າທີ່ ການເມືອງຂອງພັກ-ລັດ ເພື່ອເຮັດ ໃຫ້ລະບຽບການຄຸ້ມຄອງ-ການບໍ ລິຫານລັດມີຄວາມຮັດກຸມ, ກະທັດ ຮັດ, ໂປ່ງໃສ, ວ່ອງໄວແລະສາມາດ ກວດສອບໄດ້, ທັງເປັນການສະກັດ ກັ້ນຊ່ອງວ່າງການຮົ່ວໄຫລຂອງ ການເກັບລາຍຮັບ, ສ້າງຄວາມສະ ດວກ, ວ່ອງໄວໃນການແກ້ໄຂວຽກ ງານຂອງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ນິຕິບຸກຄົນ, ແລະ ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິ ການພົວພັນປະສານງານຕ່າງໆທີ່ ກ່ຽວຂ້ອງກັບອົງການບໍລິຫານລັດ, ໃນທ້າຍປີ2023ລັດຖະບານໄດ້ຮັບ ຮອງ ແລະ ປະກາດໃຊ້ຍຸດທະສາດ ແຫ່ງຊາດ ວ່າດ້ວຍການບໍລິການ ຂອງລັດຜ່ານກົນໄກປະຕູດຽວຮອດ ປີ 2030 ເພື່ອເປັນທິດທາງໃຫ້ອົງ ການບໍລິຫານລັດທຸກຂັ້ນ(ທັງສູນ ກາງ ແລະ ທ້ອງຖິ່ນ) ຕ້ອງໄດ້ເພີ່ມ ທະວີ ແລະ ສຸມກໍາລັງໃສ່ການຈັດ ຕັ້ງປະຕິບັດວຽກງານບໍລິການຜ່ານ ກົນໄກປະຕູດຽວ ຢູ່ຂັ້ນຂອງຕົນໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງ ຊຶ່ງເປົ້າໝາຍສູ້ຊົນ ໃນການຜັນຂະ ຫຍາຍສູນບໍລິການຜ່ານກົນໄກປະຕູ ດຽວຢູ່ຂັ້ນແຂວງ, ຂັ້ນເມືອງຕ້ອງໃຫ້ ໄດ້ຢ່າງໜ້ອຍ 7 ສູນຂຶ້ນໄປຕໍ່ປີ ແລະ ປະຕິບັດຕາມທິດສາມສ້າງບັນດາ ເມືອງຕ້ອງໄດ້ສ້າງຕັ້ງສູນບໍລິການ ຜ່ານກົນໄກປະຕູດຽວຢູ່ຂັ້ນຂອງຕົນ ໃຫ້ໄດ້ຢ່າງໜ້ອຍ 1 ສູນຂຶ້ນໄປ ຈຶ່ງ ຄົບເງື່ອນໄຂການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເ ປັນຫົວໜ່ວຍ ເ ຂັ້ມແຂງຮອບ ດ້ານ. ດ້ວຍບັນດາເປົ້າໝາຍ ແລະ ມາດຖານເງື່ອນໄຂໃນການພັດທະ ນາຂອງຂັ້ນທ້ອງຖິ່ນ ເຫັນວ່າການ ຈັດຕັ້ງປະຕິບັດກົນໄກການບໍລິການ ຜ່ານປະຕູດຽວ ແມ່ນກົນໄກກວດກາ ປະສິດທິພາບ ແລະ ຜົນສໍາເລັດໃນ ການຈັດຕັ້ງປະຕິບັດວຽກງານຂອງ ທ້ອງຖິ່ນ. ບົດຮຽນໃນການປະຕິບັດກົນໄກ ການບໍລິການຜ່ານປະຕູດຽວຢູ່ ຫລາຍທ້ອງຖິ່ນ ສາມາດຢັ້ງຢືນໄດ້ ວ່າ: ກົນໄກດັ່ງກ່າວ ແ ມ່ນໄດ້ປັບປຸງ ແລະ ເພີ່ມປະສິດທິພາບໃຫ້ກົງຈັກ ການບໍລິຫານລັດ ມີຄວາມໂປ່ງໃສ, ຫລຸດຜ່ອນຂັ້ນຂອດການບໍລິຫານ, ປະຕິບັດຕາມກົດໝາຍ ແລະ ລະ ບຽບການຕ່າງໆກໍານົດຢ່າງເຂັ້ມ ງວດ ເຮັດໃຫ້ການບໍລິການປະຊາຊົນ ມີຄວາມວ່ອງໄວ, ພະນັກງານມີ ຄວາມຮັບຜິດຊອບສູງ, ປະຊາຊົນມີ ຄວາມເພີ່ງພໍໃຈຕໍ່່ການນໍາພາຂອງ ພັກ-ລັດ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງນໍາສະເໜີນິຕິກໍາ ແລະ ລະ ບຽບການຈັດຕັັ້ງປະຕິບັດວຽກງານ ບໍລິການຜ່ານກົນໄກປະຕູດຽວ (ຄໍາ ສັັ່ງ 09/ນຍ, ມະຕິ 05 ແລະ ຍຸດທະ ສາດແຫ່ງຊາດ ວ່າດ້ວຍການບໍລິ ການຂອງລັດຜ່ານກົນໄກປະຕູດຽວ ຮອດປີ 2030), ບົດຮຽນການບໍລິ ຫານສູນບໍລິການຜ່ານປະຕູດຽວ ຢູ່ນະຄອນຫລວງວຽງຈັນ ແລະ ການບໍລິການຜ່ານປະຕູດຽວຜ່ານ ລະບົບເອເລັກໂຕຣນິກຢູ່ນະຄອນ ຫລວງວຽງຈັນ, ບົດບາດ ແລະ ໜ້າ ທີ່ຂອງຫ້ອງການພາຍໃນເມືອງ ໃນການນໍາພາ-ຊີ້ນໍາວຽກງານບໍ ລິການຜ່ານປະຕູດຽວ ຢູ່ເມືອງໄຊ ເສດຖາ, ການສະຫລຸບລາຍງານ, ການຕິດຕາມ, ການຊຸກຍູ້ຫ້ອງການ ພາຍໃນແລະ ບັນດາຂະແໜງການທີ່່ ເອົາວຽກເຂົ້າມາບໍລິການຢູ່ສູນປະ ຕູດຽວລວມເຖິງຄວາມເປັນເອກະ ພາບຂອງຂະແໜງການ, (ຜົນສໍາ ເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ ຖອນຖອນໄດ້), ກົນໄກການຈໍລະ ຈອນເອກະສານ ນັບແຕ່ເອກະສານ ເຂົ້າສູນບໍລິການຜ່ານປະຕູດຽວ ຈົນຮອດຂັັ້ນຕອນອະນຸມັດ ແລະ ແຈ້ງໃຫ້ປະຊາຊົນມາຮັບເອົາເອກະ ສານ, ກົນໄກການພົວພັນປະສານ ງານ ລະຫວ່າງ ສູນບໍລິການຜ່ານປະ ຕູດຽວແລະ ບັນດາຫ້ອງການຕ່າງໆ ແລະທັກສະການສື່່ສານ,ມາລະຍາດ ໃນການບໍລິການປະຊາຊົນທີ່ດີ. ນອກຈາກນີ້,ຍັງໄດ້ຮັບຟັງນໍາສະ ເໜີວຽກງານປັບປຸງກົງຈັກການຈັດ ຕັັ້ງ ແລະ ວຽກງານການກໍານົດຕໍາ ແໜ່ງງານ, ວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ, ການຈົດບັນທຶກ ເອກະສານເຂົ້າ-ອອກ ແລະ ວິທີເກັບ ມ້ຽນໃສ່ຕູ້ເອກະສານ ແລະ ນໍາສະ ເໜີວິທີການນໍາໃຊ້ໂປຣແກມສໍາເນົາ ເອກະສານ ຜ່ານລະບົບເອເລັກໂຕຣ ນິກ ແລະ ຍັງໄດ້ໄປຖອດຖອນບົດ ຮຽນ ແລະ ຢ້ຽມຢາມສູນບໍລິການ ຜ່ານປະຕູດຽວ ຜ່ານລະບົບເອເລັກ ໂທນິກຂອງຫ້ອງວ່າການນະຄອນ ຫລວງວຽງຈັນ ແລະ ສູນບໍລິການ ຜ່ານປະຕູດຽວເມືອງໄຊເສດຖາ ຕື່ມອີກ. ຂໍ້ມູນ: ກະຊວງພາຍໃນ ກົມຕຳຫລວດຈະລາຈອນ... ຄົ້ນຄວ້າຮ່າງສົນທິສັນຍາ... ແຊັງເອັສເອັມລາວ... ເຂົ້າປະຈຳຈຸດ, ປະຈໍາປ້ອມໃນເຂດ ຕົວເມືອງ ໂດຍສະເພາະປ້ອມຖາ ວອນ 24 ຊົ່ວໂມງ, ປ້ອມຊົ່ວຄາວ 16 ຊົ່ວ ໂມງ ເພື່ອເຮັດໜ້າທີ່ລະບາຍ ການສັນຈອນ ແລະ ອຳນວຍຄວາມ ສະດວກໃຫ້ແກ່ການສັນຈອນຕາມ ເສັ້ນທາງສາມແຍກ, ສີ່ແຍກ, ແກ້ ໄຂການຈະລາຈອນແອອັດໃຫ້ມີ ຄວາມວ່ອງໄວ. ທ່ານ ພັອ ຄຳສອນ ສີດາວົງ ຮອງກົມຕຳຫລວດຈະລາຈອນ ໄດ້ ໃຫ້ຮູ້ໃນວັນທີ 9 ເມສາ 2024 ວ່າ: ໃນໄລຍະການສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2567, ກົມຕຳ ເພື່ອເປັນການຕ້ອນຮັບການເປີດ ສາຂາໃໝ່ ແລະ ຕ້ອນຮັບການສະ ເຫລີມສະຫລອງບຸນປີໃໝ່ລາວ ທີ່ ຈະມາເຖິງນີ້, ແຊັງເອັສເອັມລາວ ຈະມີໂປຣໂມຊັນສຸດພິເສດສະເພາະ ແຂວງຈໍາປາສັກ ເລີ່ມຕັ້ງແຕ່ວັນທີ 5-16 ເມສາ 2024 ນີ້, ລູກຄ້າທີ່ ດາວໂຫລດແອັບXanh SMLaos ແລະ ເອີ້ນຈອງລົດຕັກຊີ ຈະໄດ້ຮັບ ລະຫັດສ່ວນຫລຸດ 100% ຈໍານວນ 2 ລະຫັດ ໃນທຸກໆມື້ (ມູນຄ່າສູງ ສຸດເຖິງ 50.000 ກີບ). ນອກຈາກ ນີ້, Xanh SM Laos ຈະສືບຕໍ່ມອບ ລະຫັດສ່ວນຫລຸດ 50% ໃຫ້ລູກຄ້າ ຈຳນວນ 100 ລະຫັດ (ມູນຄ່າສູງ ສຸດເຖິງ 50.000 ກີບ) ໃນທຸກໆມື້, ສາມາດນໍາໃຊ້ໄດ້ສູງສຸດ 3 ຖ້ຽວ/ ມື້, ນັບແຕ່ມື້ວັນທີ 17 ເຖິງວັນທີ 30 ເມສານີ້. ການຂະຫຍາຍການບໍລິການໄປ ແຂວງຈໍາປາສັກ ໃນຄັ້ງນີ້, ເພື່ອເປັນ ການອະນຸລັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດສີຂຽວຂອງດິນ ແດນລາວລ້ານຊ້າງ ຖືເປັນການຕັດ ສິນໃຈໃນເຊີງກົນລະຍຸດຂອງ ແຊັງ ເອັສເອັມລາວ ໂດຍອີງຕາມຂໍ້ໄດ້ ປຽບທາງພູມສັນຖານຂອງແຂວງ ຈໍາປາສັກ ທີ່ເປັນສູນກາງດ້ານການ ຄ້າຫລາຍປະເທດ ຕາມແລວທາງ ຕາເວັນອອກ-ຕາເວັນຕົກ. ແຂວງຈໍາ ປາສັກ ຍັງເປັນແຂວງໜຶ່ງທີ່ມີມໍລະ ດົກທາງວັດທະນາທໍາຢ່າງຫລວງ ຫລາຍຖືເປັນແຫລ່ງທ່ອງທ່ຽວທີ່ ສຳຄັນຂອງປະເທດລາວ ໂດຍສະ ເພາະມໍລະດົກໂລກວັດພູຈໍາປາສັກ. ນອກຈາກນີ້, ຍັງມີແຫລ່ງທ່ອງທ່ຽວ ທາງທໍາມະຊາດທີ່ມີຊື່ສຽງເປັນຈໍາ ນວນຫລາຍ ເຊັ່ນ: ນໍ້າຕົກຄອນພະ ເພັງ, ນໍ້າຕົກຕາດລີຜີ ແລະ ນໍ້າຕົກ ຕາດຜາສ້ວມ. ພ້ອມນີ້, ຍັງການປະ ກອບສ່ວນເຂົ້າໃນການສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນ ຫລາຍຄົວເຮືອນໃຫ້ມີລາຍຮັບໝັ້ນ ຄົງ ແລະ ນະໂຍບາຍສະຫວັດດີການ ທີ່ເໝາະສົມ. ຍ້ອນຂໍ້ໄດ້ປຽບທີ່ໂດດເດັ່ນຂອງ ລົດໄຟຟ້າ VinFast ທີ່ບໍ່ມີການປ່ອຍ ມົນລະພິດ ແລະ ບໍ່ມີສຽງລົບກວນ, ບໍລິສັດ Xanh SM Laos ໄດ້ສ້າງ ຄວາມປະທັບໃຈໃຫ້ກັບປະຊາຊົນ ລາວ ນັບແຕ່ຄັ້ງທຳອິດ ພາຍຫລັງ ໄດ້ມີການເປີດຕົວທີ່ ນະຄອນຫລວງ ວຽງຈັນ ໃນວັນທີ 9 ພະຈິກ 2023. ແອັບ Xanh SM Laosໄດ້ມີ ຍອດການດາວໂຫລດຫລາຍກວ່າ 200.000 ຄັ້ງ ໃນເດືອນທໍາອິດ ແລະຕິດອັນດັບໜຶ່ງຂອງ“ແອັບດາວ ໂຫລດຟຣີ” ຢ່າງໄວວາ, ໃນໝວດ ລາຍການແອັບທ່ອງທ່ຽວໃນ App Store ແລະ Google Play. ປັດຈຸ ບັນນີ້, ແຊັງເອັສເອັມລາວ ມີທີມງານ ແລະ ລົດໄຟຟ້າຍີ່ຫໍ້ Vinfast VF5 ສີຟ້າອ່ອນທີ່ເປັນເອກະລັກດ້ານ ເຄື່ອງໝາຍການຄ້າໃນ 4 ແຂວງ ຂອງປະເທດລາວຄື: ນະຄອນຫລວງ ວຽງຈັນ, ເມືອງວັງວຽງແຂວງວຽງ ຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ. ຮ່ວມກັບບັນດາພາກສ່ວນກ່ຽວ ຂ້ອງທີ່ມາຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງຍຸ ຕິທຳ, ສານປະຊາຊົນສູງສຸດ, ສໍານັກ ງານປະທານປະເທດ ແລະ ສໍານັກ ງານນາຍົກລັດຖະມົນຕີເຂົ້າຮ່ວມ. ສປປ ລາວ ກໍຄື ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ສູງສຸດ ໄດ້ເຂົ້າຮ່ວມໃນຄະນະຄົ້ນ ຄວ້າຮ່າງສົນທິສັນຍາອາຊຽນດັ່ງ ກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງ ແຕ່ປີ 2021 ມາເຖິງປັດຈຸບັນສົນທິ ສັນຍາດັ່ງກ່າວ, ໄດ້ຜ່ານການຄົ້ນ ຄວ້າຮ່ວມກັບບັນດາປະເທດສະມາ ຊິກອາຊຽນມາແລ້ວ 8 ຄັ້ງ, ຜ່ານ ການຄົ້ນຄວ້າໃນໄລຍະຜ່ານມາ, ຄະ ນະຄົ້ນຄວ້າຈາກຝ່າຍລາວ ກໍໄດ້ເຂົ້າ ຮ່ວມ ແລະ ປະກອບສ່ວນເຂົ້າໃນ ການປະກອບຄໍາເຫັນຕໍ່ກັບຮ່າງສົນ ທິສັນຍາອາຊຽນຕ່າງໆ ດ້ວຍຄວາມ ຮັບຜິດຊອບສູງ ເຊິ່ງເຫັນວ່າ ໂດຍພື້ນ ຖານແລ້ວທາງດ້ານເນື້ອໃນແມ່ນ ມີຄວາມຖືກຕ້ອງ, ສອດຄ່ອງກັບ ແນວທາງນະໂຍບາຍການຕ່າງປະ ເທດ ກໍຄື ກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາສາກົນຕ່າງໆ. ແຕ່ ເຖິງຢ່າງໃດກໍຕາມ, ຍັງມີບາງຈຸດ, ບາງບັນຫາຄົງຄ້າງທີ່ຍັງບໍ່ທັນເປັນ ເອກະພາບທີ່ຈະຕ້ອງໄດ້ປຶກສາຫາລື ພາຍໃນ ເພື່ອປະກອບຄໍາຄິດຄໍາເຫັນ ແລະ ຄົ້ນຄວ້າບັນດາປະເດັນທີ່ຕິດ ພັນກັບຂະແໜງການຕ່າງໆທີ່ກ່ຽວ ຂ້ອງ ເພື່ອເປັນບ່ອນອີງໃນການສືບ ຕໍ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ ເນື້ອໃນສົນທິສັນຍາດັ່ງກ່າວ ໃຫ້ມີ ຄວາມຄົບຖ້ວນສົມບູນຍິ່ງຂຶ້ນ ແນ ໃສ່ຮັບປະກັນສິດຜົນປະໂຫຍດ ອັນ ຊອບທໍາຂອງ ສປປ ລາວ ແລະ ຖືກ ຕ້ອງສອດຄ່ອງກັບກົດໝາຍ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ. ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມ ກັນປຶກສາຫາລື ແລະ ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບຮ່າງສົນທິສັນ ຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນທີ່ສປປລາວກໍຄືກະຊວງ ຍຸຕິທໍາ ແລະ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ເຂົ້າຮ່ວມເປັນ ຄະນະຄົ້ນຄວ້າຮ່ວມກັບກອງເລຂາ ອາຊຽນ ແລະ ບັນດາປະເທດສະມາ ຊິກອາຊຽນ. ໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສໍາເລັດໃນການເຂົ້າຮ່ວມໃນ ການຄົ້ນຄວ້າຮ່າງສົນທິສັນຍາອາ ຊຽນດັ່ງກ່າວຮ່ວມກັບບັນດາປະ ເທດສະມາຊິກອາຊຽນ ໃນໄລຍະ ຜ່ານມາ ເຊິ່ງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຈະກາຍເປັນເຄື່ອງມືສາກົນທີ່ສໍາຄັນ ໃນການຮ່ວມມືກັບຕ່າງປະເທດໃນ ການຕ້ານ ແລະ ສະກັດກັ້ນອາຊະຍາ ກໍາຂ້າມຊາດ ແລະ ເປັນການເສີມ ຂະຫຍາຍການພົວພັນຮ່ວມມືທາງ ດ້ານກົດໝາຍກັບບັນດາປະເທດ ພາກພື້ນ ກໍຄືໃນໂລກ ໃຫ້ນັບມື້ນັບ ກ້າວໜ້າສູ່ລວງເລິກ ແລະ ມີປະສິດ ທິຜົນຢ່າງບໍ່ຢຸດຢັ້ງ. ຫລວດຈະລາຈອນ ໄດ້ອອກແຈ້ງ ການກ່ຽວກັບການປ້ອງກັນສະກັດ ກັ້ນອຸບັດເຫດຈະລາຈອນ ໂດຍສະ ເພາະຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດຈະລາຈອນທາງ ບົກຢ່າງເຂັ້ມງວດ. ໃນນັ້ນ, ຖືເອກະ ສານລົດເມື່ອມີການກວດກາຂອງ ເຈົ້າໜ້າທີ່; ຂັບຂີ່ລົດຈັກຕ້ອງໃສ່ ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ ຊ້ອນຖ້າຫາກລະເມີດຈະໄດ້ສຶກສາ ອົບຮົມ, ກັກລົດໄວ້ແລະປັບໄໝຕາມ ລະບຽບການ ເພື່ອຄວາມປອດໄພ ຂອງຜູ້ຂັບຂີ່; ຂັບຂີ່ລົດໃຫຍ່ຕ້ອງ ຮັດສາຍແອວນິລະໄພ ເພື່ອຮັບປະ ກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ; ກ່ອນຈະນຳໃຊ້ ຍານພາຫະນະຕ້ອງກວດສະພາບ ເຕັກນິກ, ຄວາມພ້ອມຂອງຍານພາ ຫະນະໃຫ້ມີຄວາມຮັບປະກັນເປັນ ຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງທຸກຄັ້ງເວລາ ເດີນທາງ ແລະ ປະຕິບັດລະບຽບກົດ ໝາຍກ່ຽວກັບການຂົນສົ່ງທາງບົກ ຢ່າງເຂັ້ມງວດ; ສະເພາະເສັ້ນທາງ ດ່ວນນະຄອນຫລວງວຽງຈັນ-ວັງ ວຽງ, ສຳລັບລົດເກັງ, ກະບະ, ລົດ ຈິບປະເພດລົດເບົາການໃຊ້ຄວາມ ໄວສູງສຸດບໍ່ໃຫ້ເກີນ 120 km/ຊົ່ວ ໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ ຫລຸດ 80 km/ຊົ່ວໂມງ, ລົດບັນທຸກ, ລົດຂົນສົ່ງໂດຍສານ ແລະ ຂົນສົ່ງ ສິນຄ້າຄວາມໄວ້ສູງສຸດບໍ່ໃຫ້ເກີນ 70-90 km/ຊົ່ວໂມງ, ເຂົ້າທາງອຸ ມຸງຄວາມໄວສູງສຸດ 80 km/ຊົ່ວ ໂມງ (ເຈົ້າໜ້າທີ່ຕໍາຫລວດຈະໄດ້ ຈັບຄວາມໄວ); ຫ້າມຜູ້ຂັບຂີ່ດື່ມ ສິ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາ ພົບເຫັນເຈົ້າໜ້າທີ່ຕຳຫລວດຈະລາ ຈອນ ຈະໄດ້ກັກຜູ້ຂັບຂີ່ໄວ້ ເພື່ອສຶກ ສາອົບຮົມ, ສວາງເມົາແລ້ວຈຶ່ງອະນຸ ຍາດໃຫ້ໄປ ຫລື ໃຫ້ຍາດພີ່ນ້ອງ,ໝູ່ ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມ ປອດໄພ, ພ້ອມດຳເນີນຕາມຂັ້ນຕອນ ຂອງກົດໝາຍໃນເວລາຕໍ່ໄປ. ສຳລັບຂໍ້ຫ້າມແມ່ນຫ້າມຂັບຂີ່ ຍານພາຫະນະເກີນຄວາມໄວທີ່ ກົດໝາຍລະບຽບການແລະປ້າຍສັນ ຍານຈະລາຈອນກໍານົດໄວ້, ຫ້າມ ໃຊ້ໂທລະສັບໃນເວລາຂັບຂີ່; ຫ້າມ ຂີ່ລົດຈັກເປັນພຶງເປັນແພກີດຂວາງ ການສັນຈອນຕາມເສັ້ນທາງຢ່າງ ເດັດຂາດ; ຫ້າມຜູ້ໂດຍສານນັ່ງຂອບ ກະບະລົດ ຫລື ນັ່ງຝາທ້າຍລົດໃນ ເວລາລົດກຳລັງສັນຈອນຢ່າງເດັດ ຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍ ສານບັນທຸກສິນຄ້າ ແລະ ບັນທຸກ ຄົນ ໂດຍສານເກີນຈຳນວນ ແລະ ຊ່ວງຊີງເອົາຄົນໂດຍສານຢ່າງເດັດ ຂາດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນຂັບ ຂີ່ຍານພາຫະນະຢ່າງເດັດຂາດ; ຫ້າມຈອດລົດໃນເສັ້ນທາງດ່ວນ ຢ່າງເດັດຂາດ (ຍົກເວັ້ນກໍລະນີຍານ ພາຫະນະເປ່ເພ); ຖ້າບຸກຄົນໃດຫາກ ລະເມີດຕໍ່ບັນດາຂໍ້ຫ້າມດໍາລັດວ່າ ດ້ວຍກົດຈະລາຈອນທາງບົກຈະຖືກ ສຶກສາອົບຮົມ ແລະ ປັບໃໝຕາມກົດ ໝາຍກຳນົດໄວ້ຢ່າງເຂັ້ມງວດ. ຂ່າວ-ພາບ: ກິດຕາ *** ຕໍ່ຈາກໜ້າ 1 *** ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວ ແຂວງຈໍາປາສັກ ສາມາດນໍາໃຊ້ບໍລິ ການລົດຕັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ລູກຄ້າສາມາດເອີ້ນຈອງ ລົດໄດ້ງ່າຍໆຜ່ານແອັບພລີລິເຄຊັນ XanhSMLaosເຊິ່ງຂໍ້ມູນກ່ຽວກັບ ການເດີນທາງ ແລະ ຄ່າໂດຍສານ ແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບ ເປີດເຜີຍ ແລະ ໂປ່ງໃສ ໃນທຸກຖ້ຽວ ຂອງການເດີນທາງ, ຕິດຕໍ່ສາຍດ່ວນ 021 988 888 ຫລື ເອີ້ນຈອງ ລົດທີ່ມີໄຟສັນຍານສີຂຽວເທິງລົດ ໄດ້ໂດຍກົງຕາມທ້ອງຖະໜົນ.

RkJQdWJsaXNoZXIy MTc3MTYxMQ==