xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 12/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lh k'7;k,g0A ,c0'.sh c,j py ' grnj vdeoq fvtok7q fmuj gfa dpy '8h v'dko 78r ,v[{Ia [.[1A '1n o|j ;pra d xvf.l g0A ,c0' |a dc|h o xt9exu 2023 ຂປລ. ວັນທີ 4 ມີນາ 2024 ຜ່ານມາ, ບັນດາຜູ້ຕາງໜ້າໄວໜຸ່ມ, ອົງການຈັດຕັ້ງທາງສັງຄົມ ແລະ ຄະ ນະຜູ້ບໍລິຫານຂອງອົງການແພລນ ສາກົນ ປະຈຳ ສປປ ລາວ ໄດ້ເປີດ ເວທີສົນທະນາ ແລະ ຮັບຟັງອະນາ ຄົດທີ່ເດັກຍິງຕ້ອງການຢູ່ຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ເຊິ່ງຈັດຂຶ້ນກ່ອນວັນແມ່ຍິງ ສາກົນ 8 ມີນາ ເພື່ອສົນທະນາ, ຮັບ ຟັງສຽງຂອງໄວໜຸ່ມ, ສ້າງແຮງ ບັນດານໃຈກ້າວໄປສູ່ອະນາຄົດທີ່ ເດັກຍິງ, ແມ່ຍິງມີຄວາມເຂັ້ມແຂງ ແລະ ມີສ່ວນຮ່ວມຢ່າງເທົ່າທຽມ ກັນໃນສັງຄົມ. ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ອໍານວຍຄວາມສະ ດວກໃຫ້ແກ່ໄວໜຸ່ມຈາກອົງການຈັດ ຕັ້ງທາງສັງຄົມຕ່າງໆ ໃນການເຂົ້າ ຮ່ວມການສົນທະນາ ແລະ ກິດຈະ ກໍາທີ່ມີຄວາມໝາຍ ເພື່ອເນັ້ນໃຫ້ເຫັນ ຄວາມສໍາຄັນຂອງຄວາມສະເໝີ ພາບລະຫວ່າງຍິງ-ຊາຍ ແລະ ບົດ ບາດຂອງແມ່ຍິງໃນການສ້າງອະ ນາຄົດທີ່ດີຂຶ້ນສຳລັບທຸກຄົນ. ງານ ດັ່ງກ່າວ, ແນໃສ່ສ້າງຄວາມຮັບຮູ້ ແລະລະດົມກຳລັງໃຈເພື່ອແກ້ໄຂບັນ ດາສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມ ບໍ່ເທົ່າທຽມສະພາບທາງເພດ, ການ ແຕ່ງງານກ່ອນໄວ ແລະ ການຖືພາ ໃນໄວໜຸ່ມ ເຊິ່ງສົ່ງຜົນກະທົບຕໍ່ຊີ ວິດຂອງເດັກຍິງ ແລະ ຍິງໜຸ່ມ, ຂັດ ຂວາງການເຕີບໂຕທາງເສດຖະກິດ ແລະ ສົ່ງເສີມຄວາມທຸກຍາກ. ທ່ານນາງ ແຄໂຣລ໌ ໂມເທນສັນ ຜູ້ອຳນວຍການຂອງອົງການແພລນ ສາກົນ ປະຈຳ ສປປ ລາວ, ໄດ້ເນັ້ນ ໜັກເຖິງຄວາມໝາຍໝັ້ນຂອງອົງ ກອນ ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ໄວໜຸ່ມ, ພວກເຮົາໄດ້ເຮັດວຽກ ຢ່າງບໍ່ອິດເມື່ອຍກັບໄວໜຸ່ມເປັນເວ ລາຫລາຍກວ່າ 5 ປີ ຢູ່ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ, ສ້າງຄວາມ ເຂັ້ມແຂງໃຫ້ເຂົາເຈົ້າທາງດ້ານສຸ ຂະພາບຈະເລີນພັນ ແລະ ສິດທິ, ທັກສະຊີວິດ, ຄວາມເປັນຜູ້ນຳຂອງ ເດັກຍິງ ແລະ ຄວາມເທົ່າທຽມສະ ພາບທາງເພດ. “ພວກເຮົາອຸທິດຕົນ ເພື່ອຮັບຟັງຄວາມກັງວົນ ແລະ ແນວ ຄວາມຄິດຂອງເຂົາເຈົ້າ ແລະ ຈະ ສືບຕໍ່ຄວາມພະຍາຍາມຂອງພວກ ເຮົາຈົນກວ່າພວກເຮົາທັງໝົດເທົ່າ ທຽມກັນ.” ງານສົນທະນາຄັ້ງນີ້, ສຸມໃສ່ສົນ ທະນາກ່ຽວກັບອະນາຄົດແບບໃດ ທີ່ເດັກຍິງມີຄວາມຕ້ອງການລວມ ເຖິງການດໍາລົງຊີວິດໂດຍບໍ່ມີຄວາມ ຫວາດລະແວງ, ເຕີບໃຫຍ່ໃນສັງຄົມ ທີ່ມີຄວາມເທົ່າທຽມ ແລະ ຍຸຕິທໍາ, ເປັນສັງຄົມທີ່ໃຫ້ການຍອມຮັບຢ່າງ ເປີດເຜີຍ ກ່ຽວກັບສຸຂະພາບຈະເລີນ ພັນທາງເພດ ແລະ ສິດທິຂອງເຂົາ ເຈົ້າ. ນອກຈາກນີ້, ຜູ້ເຂົ້າຮ່ວມງານ ຍັງໄດ້ມີໂອກາດໄດ້ທ່ຽວຊົມຜົນ ງານສິລະປະທີ່ມີພະລັງ ແລະ ຄວາມ ສວຍງາມເຊິ່ງໄດ້ຮັບລາງວັນຈາກ ການແຂ່ງຂັນຜົນງານສິລະປະຮູບ ແຕ້ມ, ພາບດີຈິຕອນແລະພາບຖ່າຍ. ພ້ອມກັນນັ້ນ, ຍັງໄດ້ຮັບຊົມວິດີໂອ ສັ້ນຈາກການແຂ່ງຂັນວິດີໂອສັ້ນ ເພື່ອສັງສັງຄົມ ເຊິ່ງມີຈຸດປະສົງ ເພື່ອສ້າງຈິດສໍານຶກກ່ຽວກັບຜົນກະ ທົບຂອງຄວາມບໍ່ເທົ່າທຽມສະພາບ ທາງເພດ ແລະ ຄວາມຮຸນແຮງ. ຜູ້ຕາງໜ້າໄວໜຸ່ມຈາກສະມາຄົມ ສົ່ງເສີມສຸຂະພາບຄອບຄົວ, ທ່ານ ນາງ ທິບພະຈັນ ອິນທະວົງ ຜູ້ຈັດ ການໂຄງການໄດ້ເຂົ້າຮ່ວມການສົນ ທະນາ ແລະ ໄດ້ໃຫ້ພື້ນທີ່ທີ່ໜ້າສົນ ໃຈເພື່ອປຶກສາຫາລືກ່ຽວກັບບັນຫາ ທີ່ຂັດຂວາງບໍ່ໃຫ້ເດັກຍິງມີຄວາມ ຈະເລີນຮຸ່ງເຮືອງໃນອະນາຄົດ. ງານວາງສະແດງສິລະປະ ແລະ ວິດີໂອສັ້ນເປັນສ່ວນໜຶ່ງທີ່ສຳຄັນ ຫລາຍ, ຂ້າພະເຈົ້າປະທັບໃຈກັບວິທີ ທີ່ນັກຮຽນສິລະປະ ແລະ ນັກສ້າງ ຮູບເງົາຜູ້ໜຸ່ມນ້ອຍສະແດງອອກ, ຕໍ່ສູ້ກັບຄວາມບໍ່ເທົ່າທຽມທາງເພດ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໂດຍຜ່ານສິລະປະທີ່ມີພະ ລັງຂອງພວກເຂົາ. ໂອກາດນີ້, ທ່ານ ນາງ ແຄໂຣລ໌ ໂມເທນສັນ ຍັງໄດ້ເນັ້ນໜັກຄືນ ຄວາມສຳຄັນຂອງການຮັບຟັງສຽງ ຈາກໄວໜຸ່ມ ໂດຍສະເພາະແມ່ນໄວ ໜຸ່ມຍິງ, ຕັ້ງແຕ່ຂັ້ນຕອນການອອກ ແບບໂຄງການ ແລະ ການປະຕິບັດ ໂຄງການ ໂດຍທ່ານ ໄດ້ກ່າວວ່າ: ເຫດການທີ່ໂດດເດັ່ນນີ້ ເຮັດໜ້າທີ່ ເປັນການເຕືອນເຖິງຄວາມຈໍາເປັນ ໃນການເອົາໃຈໃສ່ດູແລ ແລະ ໃຫ້ ໄວໜຸ່ມມີສ່ວນຮ່ວມຢ່າງມີຄວາມ ໝາຍຄວາມສຳຄັນ,ໂດຍສະເພາະ ໄວໜຸ່ມຍິງ, ໃນການດຳເນີນງານ ຂອງພວກເຮົາ, ບໍ່ມີໃຜສາມາດເຂົ້າ ໃຈຄວາມຕ້ອງການຂອງເດັກ ຍິງຢ່າງເຖິງຖອງໄດ້ ຈົນກວ່າພວກ ເຮົາຮັບຟັງສຽງຂອງພວກເຂົາຢ່າງ ຈິງຈັງ. ອົງການແພລນສາກົນ ປະຈຳ ສປປ ລາວ ຍັງໃຫ້ຄຳໝັ້ນສັນຍາ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ເດັກ ຍິງ ແລະ ແມ່ຍິງ, ກ້າວໄປສູ່ຄວາມ ເທົ່າທຽມທາງເພດ, ແລະ ສ້າງອະ ນາຄົດທີ່ຄົນທຸກຄົນສາມາດເຂົ້າ ເຖິງທ່າແຮງຂອງຕົນເອງຢ່າງເຕັມ ທີ່ ແລະ ປະກອບສ່ວນເຂົ້າໃນໂລກ ທີ່ຍຸຕິທຳ ແລະ ເທົ່າທຽມກັນຫລາຍ ຂຶ້ນ. ຂປລ. ໃນວັນທີ 7 ມີນາ 2024 ນີ້, ຄະນະພົວພັນຕ່າງປະເທດສູນ ກາງພັກ (ຄຕພ) ຈັດພິທີມອບ- ຮັບ ໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ແລະ ມອບໃບຢັ້ງ ຢືນ ກຳມະບານ 5 ເປັນເຈົ້າປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະ ນະພັກ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ, ມີບັນດາສະ ຫາຍ ໃນຄະນະພັກ, ບັນດາຄະນະ ໜ່ວຍພັກແລະ ສະມາຊິກພັກຂັ້ນພະ ແນກ ພ້ອມດ້ວຍພະນັກງານ-ລັດ ຖະກອນພາຍໃນ ຄຕພ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ ກຽດມອບໃບຢັ້ງຢືນໜ່ວຍພັກ ປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 3 ໜ່ວຍພັກ ແລະ ມອບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023 ໃຫ້ສະຫະພັນກຳມະບານ ຄຕພ ພ້ອມທັງ ໄດ້ໂອ້ລົມຕໍ່ທີ່ປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງທັງ 3 ໜ່ວຍພັກ ທີ່ ໄດ້ມີຄວາມພະຍາມ ແລະ ເຊີດຊູ ຄວາມຮັບຜິດຊອບສູງໃນການຮັກ ສານາມມະຍົດ ແລະ ກໍ່ສ້າງໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ໜ່ວຍພັກຫ້ອງ ການສາມາດສືບຕໍ່ຮັກສາໄດ້ນາມ ມະຍົດເປັນສະໄໝທີ 7, ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ, ໜ່ວຍພັກ ກົມຄົ້ນຄວ້າ ແລະ ພົວພັນຫລາຍ ຝ່າຍກໍສາມາດສ້າງໜ່ວຍພັກຕົນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພ້ອມນີ້, ສະຫາຍຫົວໜ້າ ຄຕພ ຍັງໄດ້ຮຽກຮ້ອງໃຫ້ໜ່ວຍ ພັກທີ່ບໍ່ສາມາດກໍ່ສ້າງເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີນີ້ ຈົ່ງເອົາໃຈໃສເພີ່ມທະວີການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຂັ້ນຕອນ ແລະ ເງື່ອນໄຂ ທີ່ນິຕິກຳໄດ້ວາງອອກ. ສຳລັບ 3 ໜ່ວຍພັກ ທີ່ໄດ້ຖືກຮັບ ຮອງໃນປີນີ້ ຈົ່ງເພີ່ມທະວີການຮັກ ສາໜ່ວຍພັກ ຂອງຕົນ ໃຫ້ເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກໆປີ. ຂ່າວ-ພາບ: ຄຕພ ຂປລ. ໃນວັນທີ 11 ມີນາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຮິດເຕີ້ ໂລດວາ ເລຍວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ໃນໂອກາດ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ ຄົນໃໝ່. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ຮິດເຕີ້ໂລດ ວາເລຍວາ ທີ່ຖືກແຕ່ງຕັ້ງມາດຳ ລົງຕຳແໜ່ງເປັນເອກອັກຄະລັດຖະ ທູດຄົນໃໝ່ ປະຈຳ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງ ລາວກັບ ສະຫະລັດອາເມລິກາ ໃຫ້ນັບມື້ແຕກ ດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ ສະແດງຄວາມຫວັງວ່າຕະຫລອດ ໄລຍະໃນການປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດປະຈຳລາວ sq ;|h k vvxl 8h voIa [m6 fvkg,]y dkxt9e]k;7q o.\j ທ່ານທູດຈະສືບຕໍ່ຢ່າງຕັ້ງໜ້າເຂົ້າ ໃນການປະກອບສ່ວນເສີມສ້າງ ສາຍພົວພັນຮ່ວມມືແລະຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ພ້ອມທີ່ຈະ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ ທ່ານທູດສາມາດເຮັດໜ້າທີ່ທີ່ໄດ້ຮັບ ມອບໝາຍຢ່າງມີຜົນສຳເລັດ. ໂອກາດນີ້,ທ່ານນາງຮິດເຕີ້ໂລດ ວາເລຍວາ ກໍໄດ້ສະແດງຄວາມ ຂອບໃຈມາຍັງທ່ານຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງສະແດງ ຄວາມຢືນຢັນວ່າ ຈະຕັ້ງໜ້າປະຕິ ບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃນ ຄັ້ງນີ້ໃຫ້ປະສົບຜົນສຳເລັດ ແລະ ເກີດຜົນປະໂຫຍດສູງສຸດ ໂດຍຈະ ສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນອັນ ດີງາມ ແລະ ການຮ່ວມມື, ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນລະ ຫວ່າງ ສອງປະເທດໃຫ້ນັບມື້ດີຂຶ້ນ ເປັນກ້າວໆ. ຂ່າວ: ສຸກ ອອປສ ຫາລືຄວາມອາດສາມາດ... ລົດໄຟ ລາວ-ຈີນ ເພີ່ມຈຸດ... ມາດກ່ຽວກັບວຽກງານສິນເຊື່ອ ກາກບອນ ໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ແນໃສ່ຍົກລະດັບໃຫ້ມີຄວາມ ເຂົ້າໃຈເລິກເຊິ່ງ ໂດຍສະເພາະກົນ ໄກ ແລະ ຄວາມແຕກຕ່າງລະ ຫວ່າງຕະຫລາດກາກບອນແບບ ບັງຄັບ ແລະ ຕະຫລາດກາກບອນ ແບບສະໝັກ ໃຈ, ລວມເຖິງບົດຮຽນ ໂຄງການປູກເຂົ້າແບບປຽກສະ ຫລັບແຫ້ງ ແລະ ໂຄງການສົ່ງເສີມ ການນໍາໃຊ້ເຕົາສະອາດທີ່ກໍາລັງ ພັດທະນາເປັນໂຄງການສິນເຊື່ອ ກາກບອນ. ທ່ານ ສີອຳພອນ ແສງຈັນດາລາ ຫົວໜ້າກົມຄຸ້ມຄອງການປ່ຽນແປງ ດິນຟ້າອາກາດ ໄດ້ໃຫ້ຮູ້ວ່າ: ການ ປ່ຽນແປງດິນຟ້າອາກາດເປັນບັນ ຫາທ້າທາຍ ແລະ ສົ່ງຜົນກະທົບ ໜັກໜ່ວງຕໍ່ທຸກຂົງເຂດ ສໍາລັບ ການພັດທະນາເສດຖະກິດ-ສັງຄົມ. ປັດຈຸບັນ, ຫລາຍປະເທດໃນໂລກ ໄດ້ຖືເອົາບັນຫາການປ່ຽນແປງດິນ ຟ້າອາກາດ ເປັນບັນຫາສຳຄັນ, ເປັນວາລະແຫ່ງຊາດ ແລະ ດຳ ເນີນການແກ້ໄຂຢ່າງຈິງຈັງ. ສໍາ ລັບ ສປປ ລາວ ກໍຄື ກັບຫລາຍປະ ເທດໃນໂລກ ໄດ້ໃຫ້ຄວາມສຳຄັນ ແລະ ໄດ້ມີຄວາມພະຍາຍາມສູງ ໃນ ການດໍາເນີນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດຢ່າງ ເອົາຈິງເອົາຈັງ. ນອກຈາກຈະຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ ພາຍໃນປະເທດແລ້ວ, ຍັງໄດ້ປະ ກອບສ່ວນຮ່ວມກັບປະຊາຄົມໂລກ ໃນການແກ້ບັນຫານີ້ ເປັນຕົ້ນ ໄດ້ ສ້າງຍຸດທະສາດການປ່ຽນແປງ ດິນຟ້າອາກາດ ໃນປີ 2010 ແລະ ໄດ້ປັບປຸງຍຸດທະສາດ ເພື່ອດຳເນີນ ງານຮອດປີ 2030 ເຊິ່ງໄດ້ຖືກ ຮັບຮອງເອົາຈາກລັດຖະບານແລ້ວ ແລະ ໄດ້ສຳເລັດການສ້າງແຜນ ງານແຫ່ງຊາດ, ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ (NDC) ສະບັບທໍາອິດໃນ ປີ 2015 ແລະ ສະບັບທີສອງໃນປີ 2021, ໄດ້ສ້າງດຳລັດວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ໃນ ປີ 2019 ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານການ ປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ. ພ້ອມກັນນີ້, ຍັງໄດ້ຮ່ວມກັບທະ ນາຄານໂລກ ດຳເນີນການສ້າງຍຸດ ທະສາດການພັດທະນາ ທີ່ປ່ອຍ ທາດອາຍເຮືອນແກ້ວຕໍ່າ ແລະ ຮ່ວມ ກັບໜ່ວຍງານເສດຖະກິດປະຈຳ ສະຖານທູດ ສ ເກົາຫລີ ເພື່ອສ້າງ ແຜນແມ່ບົດກ່ຽວກັບລະບົບການຊື້- ຂາຍສິນເຊື່ອກາກບອນ ຢູ່ ສປປ ລາວ ເຊິ່ງສຳເລັດໃນຕົ້ນປີ 2024. ປັດຈຸບັນກຳລັງສ້າງດຳລັດວ່າ ດ້ວຍສິນເຊື່ອກາກບອນຮ່ວມກັບສະ ຖາບັນ ຈີຈີຈີໄອ (GGGI) ປະຈຳ ສປປ ລາວ ໂດຍໄດ້ຮັບການສະໜັນ ສະໜູນດ້ານງົບປະມານຈາກລັດ ຖະບານອົດສະຕຣາລີ, ຄາດວ່າຈະ ສຳເລັດ ແລະ ສະເໜີລັດຖະບານພິ ຈາລະນາຮັບຮອງ ໃນເດືອນມິຖຸນາ 2024 ເຊິ່ງທັງໝົດແມ່ນເພື່ອປະ ກອບສ່ວນບັນລຸຄາດໝາຍສູ້ຊົນ ການຫລຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050, ທັງເປັນ ການປະກອບສ່ວນຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບ ຍືນຍົງ. ຂ່າວ: ທະນູທອງ ດໍາເນີນທຸລະກິດ ແລະ ອື່ນໆ. ນອກນີ້, ຍັງໄດເພີ່ມຈຸດຈອດສະ ຖານີໂພນໂຮງສໍາລັບ ຂະບວນລົດ ໄຟຖ້ຽວ C84 ແລະ ປັບເວລາເດີນ ທາງຂອງຖ້ຽວC85, C92, C84, K12 ແລະ K11 ໃນບາງສະຖານີ ຕື່ມອີກ ເພື່ອອໍານວຍຄວາມສະດວກ ໃນການເດີນທາງຂອງປະຊາຊົນໃຫ້ ດີຍິ່ງຂຶ້ນ. ຂໍ້ມູນ-ພາບ: ລົດໄຟ ລາວ-ຈີນ
RkJQdWJsaXNoZXIy MTc3MTYxMQ==