5829

|j ;pra ddv'ra ooa dIPomu 1 leg]a fdv'xt-5 ,.spj 7A 'mu I sk]n 7;k,vkflk,kf ;Pd'koly og-n j vdkd[vo ]q fw2]k;{9u o gru j ,95 f9vflt4kou ]q fw2lkdq o4h P; C88/7 vu d 2 95 f zq odv'xt-5 ,]a f4t,q o8u glf4tdy fvk-Poc[[;q 'c7[ lts;a ootg0f gxu fxu mj v'mj P;]k; 2024 8y fra oda ['kolts;a ol5 dla osa olk gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 12.03.2024 ປີທີ 23 ສະບັບທີ 5.889 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf okpq d]a f4t,q o8u 8h voIa [7tot z6 h cmo0A ol6 'ot7vos];'Ij k3oh p ]k;3m]t7q , lts]5 [ dkog7nj vows;;Pd'koxu 2023 s];'rt[k' 95 f\kpxkpmk'0v' oa dmj v'mj P;ma 'rkp.o c]t 8j k'xtgmf ຂປລ. ໃນວັນທີ 9 ມີນາ 2024 ທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດ ຂປລ. ໃນວັນທີ 7 ມີນາ 2024 ນີ້, ບໍລິສັດລາວ ໂທລະຄົມມະນາ ຄົມມະຫາຊົນ (ລລທ) ໄດ້ຈັດກອງ ປະຊຸມເພື່ອສະຫລຸບຜົນງານການ ເຄື່ອນໄຫວວຽກງານ ປະຈໍາປີ ຂປລ. ກົມຄຸ້ມຄອງການປ່ຽນ ແປງດິນຟ້າອາກາດກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຈັດສຳມະນາການສ້າງຄວາມ ອາດສາມາດກ່ຽວກັບວຽກງານ ສິນເຊື່ອກາກບອນ ໃນວັນທີ 11 ມີນາ 2024 ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ສຸດທິວົງ ຮອງ ປະທານສູນກາງແນວລາວສ້າງ ຊາດ, ທີ່ປຶກສາໂຄງການປູກເຂົ້າ ແບບປຽກສະຫລັບແຫ້ງ, ມີຜູ້ຕາງ ໜ້າຈາກກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມອາດສາ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6 ຂປລ. ສະມາຄົມເຟີນິເຈີລາວ ຖະແຫລ່ງຂ່າວກະກຽມການຈັດ ງານວາງສະແດງສິນຄ້າເຟີນິເຈີ 2023 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍ ການໃຫຍ່ ບໍລິສັດລາວ ໂທລະຄົມມະ ນາຄົມມະຫາຊົນ, ໃຫ້ກຽດເຂົ້າຮ່ວມ ຖະກິດອາຊຽນຂອງ ສປປ ລາວ ໄດ້ຖະແຫລງຜົນສຳເລັດກອງປະ ຊຸມລັດຖະມົນຕີເສດຖະກິດອາຊຽນ ຂປລ. ໜ່ວຍພັກກອງພັນນັກ ຮຽນທີ 1 ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ ສໍາເລັດກອງປະ ຊຸມໃຫຍ່ຄັ້ງທີ I ວັນທີ7ມີນາ2024 ຜ່ານມາໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ, ມີຄະນະ ໜ່ວຍພັກ, ສະມາຊິກພັກ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນຕີ ແກ້ວວິໄຊ ເລືອງ ຄໍາມາ ເລຂາໜ່ວຍພັກກອງ ພັນນັກຮຽນທີ 1 ໄດ້ຜ່ານບົດລາຍ ງານການເມືອງແລະບົດສຳຫລວດ ການນຳພາ-ຊີ້ນຳ ຂອງຄະນະ ໜ່ວຍ ພັກຕະຫລອດໄລຍະຜ່ານມາ ໂດຍຍົກໃຫ້ເຫັນຈຸດພິເສດ, ດ້ານດີ- ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້. ພ້ອມນີ້, ບັນ ດາສະຫາຍສະມາຊິກພັກກໍໄດ້ປະ ກອບຄຳຄິດຄຳເຫັນໃສ່ບົດລາຍ ງານ ແລະ ບົດສຳຫລວດການນຳ ພາ-ຊີ້ນຳ ຂອງຄະນະໜ່ວຍພັກ ກອງພັນນັກຮຽນທີ 1 ຢ່າງກົງໄປ ກົງມາ. ຈາກນັ້ນ, ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ໂຮງຮຽນວັດທະ ນະທຳຊົນ ເຜົ່າກອງທັບທີ່ຈະໃດ້ໄຂ ຂຶ້ນໃນທ້າຍປີ 2024 ນີ້. ຂປລ. ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ, ບໍລິສັດທາງລົດ ໄຟ ລາວ-ຈີນ ຈຳກັດ ໄດ້ເພີ່ມຈຸດ ຈອດສະຖານີ 2 ຈຸດ ສຳລັບລົດ ໄຟສາກົນຖ້ຽວ C88/7 ຄື: ສະຖານີ ເມືອງໄຊ(ເບື້ອງລາວ)ແລະສະຖາ ນີຢູ້ຊີ (ເບື້ອງຈີນ). ສໍາລັບເບື້ອງ ລາວ ປັດຈຸບັນປະກອບມີ 5 ສະຖາ ນີ ຄື: ສະຖານີນະຄອນຫລວງວຽງ ຈັນ, ສະຖານີວັງວຽງ, ສະຖານີ ຫລວງພະບາງ, ສະຖານີບໍ່ເຕ່ນ ແລະ ສະຖານີເມືອງໄຊ (ເພີ່ມໃໝ່) ເພື່ອອຳນວຍຄວາມສະດວກໃຫ້ແກ່ ຜູ້ໂດຍສານທັງພາຍໃນ ແລະ ຜູ້ໂດຍ dP,9a f'ko;k'ltcf'ly o7h k g2u oy g9u ;P'9a o 7A 'mu 8 ວຽງຈັນ ຄັ້ງທີ 8 ປະຈຳປີ 2024 ໃນວັນທີ 6 ມີນາ 2024 ຜ່ານມາ ຂປລ. ໃນວັນທີ11 ມີນາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາ ມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງສະຫາຍ ດິງ ຕຽນຢຸງ ກຳມະການກົມການເມືອງສູນ ກາງພັກ, ເລຂາຄະນະພັກນະຄອນ ຫລວງ ຮ່າໂນ້ຍ ພ້ອມດ້ວຍພັນລະ ຍາ ແລະ ຄະນະໃນໂອກາດທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫລວງວຽງຈັນ ໃນລະ ສານສາກົນທີ່ຈະເດີນທາງໄປຍັງ 2 ສະຖານີດັ່ງກ່າວ ເພື່ອປະຕິບັດໜ້າທີ່ ວຽກງານ, ທ່ອງທ່ຽວ, ສຶກສາ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດິງ ຕຽນ ຢຸງ ເລຂາຄະນະພັກ ນະຄອນຫລວງຮ່າໂນ້ຍ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/03/2024 xtgmf]k; ກຽມຈັດງານວາງສະແດງ... ນາຍົກລັດຖະມົນຕີ... ໜ່ວຍພັກ... ສະຫວັນນະເຂດ ເປີດປີ... ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດ ເປີດປີທ່ອງທ່ຽວ ລາວ 2024 ໄດ້ຕິດພັນກັບງານສະ ຫວັນສຸກສັນຫັນສາພາຍໃຕ້ຄໍາ ຂວັນ: “ທ່ອງທ່ຽວລາວ-ທ່ອງທ່ຽວ ແຂວງສະຫວັນນະເຂດ ປອດໄພ, ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ໃນຕອນແລງວັນທີ 10 ມີນາ 2024 ທີ່ເທສະບານຕົວເມືອງ ເກົ່າ ນະຄອນໄກສອນພົມວິຫານ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານ ປະເທດ,ທ່ານບຸນໂຈມອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມ ດ້ວຍການນໍາພັກ-ລັດຈາກສູນກາງ ແລະ ມວນຊົນພາຍໃນແຂວງສະ ຫວັນນະເຂດ ເຂົ້າຮ່ວມ. ງານດັ່ງກ່າວ, ແມ່ນຈັດຂຶ້ນແຕ່ ວັນທີ 10-17 ມີນາ 2024 ໂດຍ ມີກິດຈະກໍາທີ່ສໍາຄັນຄື: ງານຕະ ຫລາດນັດວາງສະແດງຈໍາໜ່າຍ ສິນຄ້າ ແລະ ເທສະການອາຫານ, ການໃສ່ບາດພະສົງ 108 ອົງ ຢູ່ ແຄມນໍ້າຂອງໃນແຕ່ລະເຊົ້າ, ຊົມ ການສະແດງສິລະປະ ແລະ ວັດທະ ນະທໍາຈາກພາກສ່ວນຕ່າງໆ ໃນ ແຕ່ລະຄໍ່າຄືນ, ການປະກວດຟ້ອນ ກອງຕຸ້ມ-ກອງຫາງພື້ນບ້ານ, ແຂ່ງ ຂັນການເປົ່າແຄນ, ການສະແດງ ລົງຄວ່າງເຂັນຝ້າຍວິຖີຊີວິດຂອງ ຊົນເຜົ່າຜູ້ໄທ, ແຂ່ງຂັນອາຫານ ພື້ນບ້ານ ເປັນຕົ້ນ ປີ້ງໄກ່ແຊບເຊໂນ, ຕໍາໝາກຮຸ່ງ-ໝາກຖົ່ວ ແລະ ອາ ຫານອື່ນໆ, ຖະໜົນຄົນຍ່າງຂອງພີ່ ນ້ອງສະມາຄົມຊາວຫວຽດນາມ ແລະ ສະມາຄົມຊາວຈີນ ເພື່ອຈໍາ ໜ່າຍ-ບໍລິການອາຫານທີ່ເປັນ ເອກະລັກສະເພາະຕົວຂອງຊາວ ຫວຽດກຽວ ແລະ ຊາວຈີນ. ນອກ ຈາກນັ້ນ, ຍັງຈະມີການຈັດສໍາມະ ນາໃນຫົວຂໍ້ “ການພັດທະນາການ ທ່ອງທ່ຽວຂອງແຂວງ”, ສໍາມະນາ ໃນຫົວຂໍ້ “ຜ້າຝ້າຍງາມແທ້ເຮີ້ຍ”, ກິດຈະກໍາຫລິ້ນເກມຝຶກທັກສະສໍາ ລັບເດັກນ້ອຍ, ກິດຈະກໍາງານວາງ ສະແດງ “ພາຫະນະເກົ່າຍ້ອນຍຸກ” ຂອງທິມງານລົດເກົ່າ, ການສະແດງ “ເຈັດສະກີໃນແມ່ນໍ້າຂອງ”, ການ ວາງສະແດງຮູບແຕ້ມຂອງກຸ່ມສິ ລະປິນແຕ້ມຮູບ ທີ່ມີຊື່ສຽງພາຍ ໃນ ແລະ ຕ່າງປະເທດ, ມີການເດີນ ແບບການກຸສົນ, ການນຸ່ງເຄື່ອງ ຍ້ອນຍຸກທົດສະວັດທີ 70-80 ແລະ ປະມູນເຄື່ອງໃຊ້ສອຍ, ຟ້ອນລໍາວົງ ສາມັກຄີມ່ວນຊື່ນ ແລະ ອື່ນໆ. ໃນໂອກາດກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນ ນະເຂດ ໄດ້ຮຽກຮ້ອງມາຍັງທຸກ ພາກສ່ວນຈົ່ງຮ່ວມແຮງຮ່ວມໃຈ ເຊິ່ງນໍາພາໂດຍ ທ່ານ ທອງດຳ ສີຫາ ມາຍາປະທານສະມາຄົມເຟີນິເຈີ ລາວ ເຊິ່ງງານວາງສະແດງສິນຄ້າ ເຟີນິເຈີວຽງຈັນ ຄັ້ງທີ 8 ຈະຈັດຂຶ້ນ ໃນລະຫວ່າງວັນທີ 23-31 ມີນາ 2024 ຢູ່ສູນການຄ້າ ລາວໄອເຕັກ (ຕຶກເກົ່າ) ນະຄອນຫລວງ ວຽງຈັນ ເພື່ອເປັນການປະຕິບັດ ຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ, ເປັນການກະ ຕຸ້ນເສດຖະກິດ, ສົ່ງເສີມການທ່ອງ ທ່ຽວລາວ 2024 ແລະ ທີ່ສຳຄັນ ເປັນການສ້າງຜະລິດຕະພັນສິນຄ້າ ເຟີນິເຈີລາວ ໃຫ້ຈຳໜ່າຍກວ້າງ ຂວາງຂຶ້ນບໍ່ສະເພາະຢູ່ພາຍໃນກໍຄື ຕ່າງປະເທດ ເພື່ອປະກອບສ່ວນເພີ່ມ ຈຳນວນຕົວເລກການສົ່ງອອກສິນ ຄ້າລາວ ນຳເງິນຕາເຂົ້້າມາລາວໃຫ້ ຫລາຍຂຶ້ນໃນອະນາຄົດ. ພ້ອມກັນນີ້, ຍັງເປັນການສົ່ງເສີມການສ້າງວຽກ ເຮັດງານທຳ ແລະ ສີໄມ້ລາຍມືຂອງ ຄົນລາວ ເຮົາຕື່ມອີກ. ພາຍໃນງານດັ່ງກ່າວ, ຈະມີການ ວາງສະແດງຜະລິດຕະພັນເຄື່ອງ ເຟີນິເຈີ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ວັດສະດຸເສດເຫລືອ ຕ່າງໆທີ່ເຮັດເປັນເຄື່ອງເຟີນິເຈີ; ຜະ ລິດຕະພັນຫັດຖະກຳ, ເຄື່ອງແກະ ສະ ຫລັກ; ເຄື່ອງປະດັບເອ້ ແລະ ຕົບ ແຕ່ງພາຍໃນເຮືອນ; ອຸປະກອນ ຫລື ເຄື່ອງມືການຜະລິດເຟີນິເຈີ; ເຄື່ອງ ທົ່ວປະເທດເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສຸພົນ ຈັນທະວີໄຊ ໄດ້ຍົກໃຫ້ເຫັນຜົນ ງານພົ້ນເດັ່ນທີ່ລາວໂທລະຄົມສາ ມາດຍາດແຍ່ງມາໄດ້ ໃນໜຶ່ງປີຜ່ານ ມາ ເປັນຕົ້ນ ໄດ້ລົງທຶນຂະຫຍາຍຕາ ໜ່າງລະບົບໂທລະຄົມມະນາຄົມມີ ມູນຄ່າທັງໝົດ 14.79 ລ້ານໂດລາ ສະຫະລັດ. ປັດຈຸບັນ, ລລທ ມີສະ ຖານີມືຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະ ເທດ. ນອກນັ້ນ, ຍັງມີ 5G ໃຫ້ບໍລິ ການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ, ທັງໝົດເຫລົ່ານັ້ນ ມັນໄດ້ກາຍເປັນ ປັດໄຈຫລັກທີ່ພັກດັນໃຫ້ກຸ່ມບໍລິສັດ ລາວໂທລະຄົມ ສາມາດຂະຫຍາຍ ຖານລູກຄ້າໃໝ່ ແລະ ຮັກສາຈຳ ນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ. ມາຮອດປັດຈຸບັນມີລູກຄ້າໃຊ້ບໍລິ ການຕົວຈິງ MBB ແລະ FBB ຈໍານວນ 3.7 ລ້ານກວ່າ ເລກໝາຍ. ໃນປີ 2023 ຜ່ານມາ ກຸ່ມບໍລິສັດ ສາມາດສ້າງລາຍຮັບໄດ້ທັງໝົດ 1.938.97 ຕື້ກີບ (ບໍ່ລວມອາ ກອນ), ສາມາດປະຕິບັດພັນທະໃຫ້ ລັດຖະບານ ໄດ້ທັງໝົດຈຳນວນ 232.24 ຕື້ກີບ. ນອກຈາກນັ້ນ, ຍັງ ໄດ້ປັບປຸງລະບຽບ, ນະໂຍບາຍສະ ຫວັດດີການສັງຄົມຕ່າງໆ ເພື່ອຍົກ ສູງລະດັບຊີວິດການເປັນຢູ່ຂອງພະ ນັກງານໃຫ້ດີຂຶ້ນເລື້ອຍໆໄປຄຽງ ແບບວົງແຄບ ຄັ້ງທີ 30 ຕໍ່ສື່ມວນ ຊົນວ່າ: ກອງປະຊຸມຄັ້ງນີ້, ໄດ້ປຶກ ສາຫາລືແຜນວຽກບູລິມະສິດຂອງ ເສົາຄໍ້າເສດຖະກິດພາຍໃຕ້ການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີນີ້, ແລກປ່ຽນທັດສະນະກ່ຽວ ກັບສະພາບການພັດທະນາຂອງ ເສດຖະກິດໃນພາກພື້ນ ແລະ ສາກົນ ແລະ ປຶກສາຫາລືກ່ຽວກັບບັນດາຂໍ້ລິ ເລີ່ມທີ່ສໍາຄັນຂອງປະຊາຄົມເສດຖະ ກິດອາຊຽນ. ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍ ໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ໃນປີນີ້, ສປປລາວ ໄດ້ສະເໜີ 14 ແຜນວຽກ ພາຍໃຕ້ເສົາຄໍ້າເສດ ຖະກິດ ໂດຍກວມເອົາບັນດາຂົງເຂດ ທີ່ປິ່ນອ້ອມວຽກງານເສດຖະກິດ ຄື: ຂົງເຂດກະສິກໍາ,ການທ່ອງທ່ຽວ, ພະລັງງານ, ຊັບສິນທາງປັນຍາ, ວິ ສາຫະກິດຂະໜາດນ້ອຍ ແລະກາງ, ການຫັນເປັນດີຈິຕອນ ແລະ ຂົງ ເຂດອື່ນໆ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ້ອງໂສ້ການສະໜອງ ແລະ ຮັດແຄບຊ່ອງວ່າງຄວາມແຕກໂຕນ ດ້ານການພັດທະນາ ລະຫວ່າງປະ ເທດສະມາຊິກອາຊຽນ. ບັນດາ 14 ແຜນວຽກນີ້, ໄດ້ກວມເອົາໜ້າ ວຽກຕ່າງໆ ໃນປະຊາຄົມເສດຖະ ກິດອາຊຽນ ພາຍໃຕ້ການຊີ້ນໍາຂອງ ລັດຖະມົນຕີເສດຖະກິດອາຊຽນ ເຊິ່ງບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ສະແດງການສະໜັບສະ ໜູນຕໍ່ແຜນວຽກດັ່ງກ່າວ, ທີ່ສະ ເໜີໂດຍ ສປປ ລາວ ແລະ ມີຄວາມ ມຸ່ງໝັ້ນທີ່ຈະຈັດຕັ້ງປະຕິບັດໃຫ້ສໍາ ເລັດຕາມກໍານົດເວລາ. ພ້ອມນີ້, ຍັງ ໄດ້ປຶກສາຫາລືບາງຂໍ້ລິເລີ່ມທີ່ສໍາ ຄັນພາຍໃຕ້ປະຊາຄົມເສດຖະກິດ ອາຊຽນ ເຊັ່ນ: ການເຈລະຈາຍົກ ລະດັບສັນຍາການຄ້າດ້ານສິນຄ້າ ອາຊຽນ ແລະ ຂອບສັນຍາວ່າດ້ວຍ ເສດຖະກິດດີຈິຕອນອາຊຽນ. ໃນ ທ່າມກາງຄວາມບໍ່ແນ່ນອນຂອງ ສະພາບເສດຖະກິດໂລກ, ອາຊຽນ ຍັງໄດ້ຢໍ້າຄືນຄໍາໝັ້ນສັນຍາຢ່າງບໍ່ ຢຸດຢັ້ງຂອງອາຊຽນ ໃນການເສີມ ສ້າງພື້ນຖານຕະຫລາດດຽວຂອງ ອາຊຽນຜ່ານການເຈລະຈາຍົກລະ ດັບສັນຍາການຄ້າດ້ານສິນຄ້າອາ ຊຽນ. ໃນຖານະທີ່ເປັນກະດູກສັນ ຫລັງຂອງການຄ້າໃນພາກພື້ນ, ການ ຍົກລະດັບສັນຍາດັ່ງກ່າວຈະນໍາ ເອົາສາຍພົວພັນທາງການຄ້າລະ ຫວ່າງບັນດາປະເທດສະມາຊິກອາ ຊຽນກ້າວຂຶ້ນໄປສູ່ລະດັບຕໍ່ໄປ. ທັງ ນີ້, ພວກເຮົາຍັງເນັ້ນໜັກເຖິງຄວາມ ຈໍາເປັນໃນການຍົກລະດັບສັນຍາດັ່ງ ກ່າວ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການພັດທະນາແບບ ຍືນຍົງ. ບັນດາລັດຖະມົນຕີໄດ້ຢໍ້າ ຄືນຄໍາໝັ້ນສັນຍາຂອງອາຊຽນ ໃນການສະຫລຸບເນື້ອໃນສ່ວນໃຫຍ່ ຂອງການເຈລະຈາຍົກລະດັບພາຍ ໃນປີນີ້. ກ່ຽວກັບການເຈລະຈາຂອບ ສັນຍາວ່າດ້ວຍເສດຖະກິດດີຈິຕອນ ອາຊຽນ, ພວກເຮົາມີຄວາມຍິນດີຕໍ່ ຄວາມຄືບໜ້າຂອງການເຈລະຈາ ທີ່ຈະເປັນການສ້າງໃຫ້ອາຊຽນ ກາຍເປັນຂົງເຂດແຫ່ງເສດຖະກິດ ດີຈິຕອນໃນທົ່ວພາກພື້ນ ເຊິ່ງເປັນຕົວ ຂັບເຄື່ອນໃໝ່ ໃຫ້ແກ່ການຂະຫຍາຍ ຕົວຂອງເສດຖະກິດ ແລະ ຄວາມ ກ້າວໜ້າຂອງສັງຄົມ. ພວກເຮົາມີ ຄວາມຕື່ນເຕັ້ນທີ່ໄດ້ເຫັນວ່າບັນດາ ນັກເຈລະຈາ ໄດ້ເລັ່ງສຸມໃສ່ການປະ ໃນກອງປະຊຸມ, ສະຫາຍ ພັນ ເອກ ສະແຫວງ ແດນນາມົນຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ຮັກສາມູນເຊື້ອສາມັກຄີ, ເຮັດສຳ ເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ປະຕິບັດຄຳສັ່ງແນະນຳຕ່າງໆຂອງ ຂັ້ນເທິງ ໃຫ້ໄດ້ຮັບຜົນສຳເລັດສູງ. ຂ່າວ: ສົມໃຈນຶກ, ພາບ: ເພັດສະຫວັນ ສຳເລັດ ຂອງກອງປະຊຸມໃຫຍ່ສະ ມາຊິກພັກ ຄັ້ງທີ I ຂອງໜ່ວຍພັກ ກອງພັນນັກຮຽນ ທີ 1 ຄັ້ງນີ້,ພ້ອມ ທັງໄດ້ເນັ້ນໃຫ້ຄະນະໜ່ວຍພັກກອງ ພັນນັກຮຽນທີ 1 ຈົ່ງພ້ອມກັນສືບຕໍ່ ຕິບັດໜ້າທີ່ຂອງຕົນ ແລະ ກອງປະ ຊຸມຄັ້ງທີ 2 ຂອງຄະນະກໍາມະການ ເຈລະຈາໄດ້ສໍາເລັດລົງໃນ 2-3 ວັນ ທີ່ຜ່ານມາ ທີ່ນະຄອນຫລວງວຽງ ຈັນ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ຂອບສັນຍາດັ່ງກ່າວຈະເປັນແຮງ ຊຸກຍູ້ທີ່ສໍາຄັນໃນການຫັນເປັນດີຈີ ຕອນຂອງອາຊຽນ. ນອກຈາກບັນ ດາຂໍ້ລິເລີ່ມເຫລົ່ານີ້ແລ້ວ, ກອງປະ ຊຸມຍັງໄດ້ປຶກສາຫາລືກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດແຜນແມ່ບົດປະຊາຄົມເສດຖະ ກິດອາຊຽນ 2025 ແລະ ການສ້າງ ວິໄສທັດປະຊາຄົມອາຊຽນ 2045. ໃນກອງປະຊຸມຄັ້ງນີ້, ລັດຖະມົນ ຕີເສດຖະກິດອາຊຽນ ໄດ້ຮັບຮອງ ເອົາຂອບວຽກວ່າດ້ວຍການອໍາ ນວຍຄວາມສະດວກການບໍລິການ ອາຊຽນ ທີ່ໄດ້ກໍານົດຫລັກການ ສໍາຄັນ ແລະ ແຜນປະຕິບັດງານ ເພື່ອບັນລຸເປົ້າໝາຍການເຊື່ອມໂຍງ ການບໍລິການໃນອາຊຽນ ແລະ ປັບ ປຸງຄວາມອາດສາມາດໃນການ ແຂ່ງຂັນຂອງຂະແໜງການບໍລິການ ໃນອາຊຽນ. ພວກເຮົາຫວັງຢ່າງ ຍິ່ງວ່າ, ຂອບວຽກດັ່ງກ່າວຈະຊ່ວຍ ປັບປຸງສະພາບແວດລ້ອມດ້ານນະ ໂຍບາຍ ແລະ ລະບຽບການທີ່ຈະ ເອື້ອອໍານວຍໃຫ້ແກ່ການບໍລິການ ຢ່າງໂລ່ງລ່ຽນພາຍໃນຕະຫລາດ ພາກພື້ນ. ກອງປະຊຸມຍັງໄດ້ປຶກສາ ຫາລືໃນທາງນະໂຍບາຍກ່ຽວກັບ ການພົວພັນດ້ານເສດຖະກິດຂອງ ອາຊຽນກັບຄູ່ຮ່ວມມືພາຍນອກ ເຊິ່ງ ອາຊຽນກໍາລັງປະເມີນຄືນການຈັດ ຕັ້ງປະຕິບັດ, ຍົກລະດັບສັນຍາ ແລະ ເຈລະຈາສ້າງສັນຍາສະບັບໃໝ່ ກັບຄູ່ຮ່ວມມືດັ່ງກ່າວ. ໃນເວລາດຽວ ກັນ, ພວກເຮົາກໍກໍາລັງຈັດຕັ້ງປະຕິ ບັດສັນຍາການຄ້າເສລີຕ່າງໆທີ່ມີຢູ່ ລວມທັງສັນຍາຄູ່ຮ່ວມມືເສດຖະ ກິດແບບຮອບດ້ານລະດັບພາກພື້ນ ຫລື RCEP. ໃນບັນດາສັນຍາ ການຄ້າເສລີ ແລະ ການພົວພັນກັບ ຄູ່ຮ່ວມມືເຫລົ່ານັ້ນ, ຕ້ອງຮັບປະກັນ ວ່າສັນຍາການຄ້າເສລີລະຫວ່າງ ອາຊຽນ ແລະ ຄູ່ຮ່ວມເຈລະຈາຈະ ລາວໂທລະຄົມ ສະຫລຸບ... ຜົນກອງປະຊຸມ... ຫວ່າງວັນທີ 11-12 ມີນາ 2024 ນີ້. ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມ, ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ດິງຕຽນ ຢຸງ ພ້ອມຄະນະໃນຄັ້ງນີ້ ແລະ ຊົມ ເຊີຍຕໍ່ການພົວພັນຮ່ວມມືລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະ ຄອນຫລວງຮ່າໂນ້ຍ ເຊິ່ງເປັນຂີດ ໝາຍສຳຄັນຕໍ່ການເສີມຂະຫຍາຍ ສາຍພົວພັນແບບພິເສດ, ທັງເປັນ ການຮັດແໜ້ນຄວາມສາມັກຄີຂອງ ສອງພັກ ສອງລັດ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ຫວຽດ ນາມ, ຫວຽດນາມ-ລາວໃຫ້ໝັ້ນຄົງ ຂະໜົງແກ່ນຂຶ້ນເລື້ອຍໆ. ໂອກາດດຽວກັນ, ສະຫາຍ ດິງ ຕຽນ ຢຸງ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງຍິ່ງຕໍ່ສະຫາຍ ສອນໄຊ ສີພັນດອນ ທີ່ໃຫ້ການ ຕ້ອນຮັບດ້ວຍບັນຍາກາດອັນອົບ ອຸ່ນ, ພ້ອມນີ້, ສະຫາຍໄດ້ລາຍງານ ຈຸດປະສົງການມາຢ້ຽມຢາມ,ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ສະ ຫາຍ ສອນໄຊ ສີພັນດອນ ໄດ້ຮັບ ຊາບຕື່ມອີກ. ຂ່າວ ສົມຫວັງ, ພາບ ຂັນໄຊ ສືບຕໍ່ຍຶດໝັ້ນຄວາມເປັນແກນກາງ ຂອງອາຊຽນ, ປະກອບສ່ວນເຂົ້າໃນ ບັນດາຂໍ້ລິເລີ່ມຂອງອາຊຽນ ແລະ ສ້າງຜົນປະໂຫຍດນຮ່ວມກັນໃຫ້ ແກ່ອາຊຽນ ແລະ ຄູ່ຮ່ວມເຈລະຈາ. ສິ່ງດັ່ງກ່າວເຫລົ່ານີ້ ເປັນທັດສະນະ ຮ່ວມກັນລະຫວ່າງປະເທດສະມາ ຊິກອາຊຽນ ທີ່ສັນຍາການຄ້າເສລີ ຈະຕ້ອງກວມເອົາອົງປະກອບ ຫລື ຂົງເຂດໃໝ່ ແລະ ກໍາລັງເກີດຂຶ້ນ ໃນປັດຈຸບັນ ເພື່ອຮັບປະກັນວ່າສັນ ຍາການຄ້າເສລີດັ່ງກ່າວ ຈະເປັນ ສັນຍາທີ່ທັນສະໄໝ ແລະ ຕິດພັນກັບ ພາກທຸລະກິດ. ຂ່າວ-ພາບ: ກິດຕາ ຄູ່ກັບການດໍາເນີນທຸລະກິດຍັງໄດ້ ປະກອບສ່ວນຊ່ວຍເຫລືອ ແລະ ໃຫ້ ການອຸປະຖຳຕໍ່ອົງການຈັດຕັ້ງພັກລັດ, ສັງຄົມ ເປັນມູນຄ່າ 4.99 ຕື້ ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງ ອຸປະກອນ, ສັນຍານອິນເຕີເນັດສຳ ລັບການຮຽນທາງໄກ, ກອງປະຊຸມ ທາງໄກຂອງອົງການຈັດຕັ້ງພັກລັດຖະບານ ຈຳນວນໜຶ່ງໃນມູນຄ່າ ຫລາຍກວ່າຕື້ກີບ. ສຳລັບ ແຜນການປີ 2024 ນີ້, ລາວໂທລະຄົມ ຈະສູ້ຊົນຮັກສາຖານ ລູກຄ້າເກົ່າ ແລະ ສ້າງຖານລູກຄ້າ ໃໝ່, ສ້າງລາຍຮັບໃຫ້ໄດ້ທັງໝົດ 2.532,32 ຕື້ກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30.60% ຄາດຄະ ເນກໍາໄລສຸດທິໃຫ້ໄດ້ 598,67 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະ ຕິບັດພັນທະໃຫ້ລັດຖະບານຈຳນວນ 259,23 ຕື້ກີບ. ນອກນັ້ນ, ຍັງຈະ ໄດ້ລົງທຶນທັງໝົດ 15,6 ລ້ານໂດລາ ສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການ ດ້ານໂທລະຄົມ ໂດຍສະເພາະແມ່ນ Mobi le Broadband and Fixed Broadband ໃຫ້ຮັບປະ ກັນໃຫ້ແກ່ການບໍລິການລູກຄ້າທາງ ດ້ານປະລິມານ ແລະ ຄຸນນະພາບ, ຂໍ້ ມູນມີຄວາມປອດໄພ ແລະ ເປັນລະ ບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ ການບໍລິການສັງຄົມ ເຊິ່ງທັງໝົດ ເຫລົ່ານີ້ກໍເພື່ອໃຫ້ບັນລຸຕາມແຜນ ຍຸດທະສາດ ແລະ ວິໄສທັດກ້າວໄປ ສູ່ຍຸກ Lao Digital Life. ກັນເປັນເຈົ້າພາບທີ່ດີຮັບແຂກ ບ້ານ-ແຂກເມືອງ ດ້ວຍຄວາມຍິ້ມ ແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ຳ ໃຈໄມຕີຈິດມິດຕະພາບ, ມີນ້ຳໃຈ ນອບນ້ອມຕາມປະເພນີອັນດີງາມ ຂອງແຂວງສະຫວັນນະເຂດ ເຮັດ ໃຫ້ນັກທ່ອງທ່ຽວຮູ້ສຶກອົບອຸ່ນມີ ຄວາມສຸກກາຍສະບາຍໃຈ, ມີ ຄວາມປອດໄພ, ມີຄວາມຮູ້ສຶກຄືກັບ ຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງ ຄວາມປະທັບໃຈມາທ່ຽວແລ້ວຢາກ ມາທ່ຽວອີກ ເພື່ອເຮັດໃຫ້ແຂວງສະ ຫວັນນະເຂດພັດທະນາຢ່າງຍືນຍົງ. ປັດຈຸບັນ, ທົ່ວແຂວງສະຫວັນ ນະເຂດ ມີແຫລ່ງທ່ອງທ່ຽວທັງໝົດ 116 ແຫ່ງ. ໃນນັ້ນ, ແຫລ່ງທ່ອງ ທ່ຽວທໍາມະຊາດ74ແຫ່ງ, ປະຫວັດ ສາດ 13 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວທາງດ້ານວັດທະນະທໍາ 29 ແຫ່ງ, ມີຫົວໜ່ວຍທຸລະກິດໂຮງ ແຮມ 47 ແຫ່ງ, ເຮືອນພັກ 167 ແຫ່ງ, ຣີສອດ 2 ແຫ່ງ, ຮ້ານອາ ຫານ ແລະ ຮ້ານກິນດື່ມ 258 ແຫ່ງ, ພັດຕະຄານ 4 ແຫ່ງ ແລະ ມີ ບໍລິສັດທ່ອງທ່ຽວ 12 ແຫ່ງ. ມືຮັບໃຊ້ວຽກກໍ່ສ້າຕະຫລອດຮອດ ສິນຄ້າປະເພດອາຫານ ແລະ ຢາ. ຕະຫລອດໄລຍະຈັດງານພາຍ ໃນ 9 ວັນ, ຄະນະຈັດງານຄາດກະ ວ່າຈະມີການຈໍລະຈອນ ຫລື ຊື້- ຂາຍສິນຄ້າປະມານ 5 ຕື້ກີບ ຈາກຜູ້ ເຂົ້້າຮ່ວມຊົມ ແລະ ເລືອກຊື້ສິນຄ້າ ທີ່ມາຈາກພາຍໃນ ແລະ ຕ່າງປະ ເທດປະມານ 1 ແສນຄົນ ເພາະ ນອກຈາກວາງສະແດງຊື້-ຂາຍສິນ ຄ້າແລ້ວ ຍັງມີຫລາຍກິດຈະກຳທີ່ ໜ້າສົນໃຈ ໂດຍສະເພາະແມ່ນການ ສາທິດຜະລິດເຄື່ອງເຟີນິເຈີ, ການ ຈັດຝຶກອົບຮົມ, ການຈັບສະຫລາກ ຊີງລາງວັນ ແລະ ການສະແດງສິ ລະປະອື່ນໆ. ມາຮອດປັດຈຸບັນ, ຍອດການສັ່ງ ຈອງຫ້ອງວາງສະແດງແມ່ນກວມ 80%, ໂດຍຜູ້ປະກອບການເຟີນິເຈີ ໃນຂອບເຂດທົ່ວປະເທດ ທ່ານ ໃດທີ່ມີຄວາມສົນໃຈເຂົ້້າຮ່ວມວາງ ສະແດງ ກໍສາມາດຕິດຕໍ່ສອບຖາມ ຄະນະຈັດງານໄດ້ທີ່ໝາຍເລກໂທລະ ສັບ 021 720 454; 020 5666 4355 ຫລື 020 5652 9438. ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ແລະ ຜູ້ຕາງໜ້າ ຈາກ ລລທ ສູນກາງ, ລລທ ສາຂາແຂວງ

dkodegou f0v'ra d xt-k-q o xt8y ;a f]k; xtgmf]k; 3 12/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ພິດສະໄໝ ໂດຍ: ມາລີດາ ໂດຍ: ຄ້ອງໃໝ່ gxu fd;h k'dkozt]y fly o7h k.-h lvp 7P'76 j dko-q ,.-h rkp.o.sh d;h k'0;k' ph vogIa fvk-u [dtly de 9y j 'wfh 9a [g'y o 70 ]h kodu [8+ xu * ການໃຊ້ສອຍປະຈໍາວັນຕິດພັນ ຫລາຍອັນສິ່ງວັດຖຸ. ການຜະລິດສິນ ຄ້າໃຊ້ສອຍຜ່ານມາ ໄດ້ມີທ່າເພີ່ມ ຂຶ້ນພໍສົມຄວນທາາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ປະກອບສ່ວນ ສໍາຄັນຂົ້າໃນການຫລຸດຜ່ອນລົງ ເທື່ອລະກ້າວການນໍາເຂົ້າສິນຄ້າປະ ເພດດຽວກັນມາຈາກຕ່າງປະເທດ. ມີທັດສະນະຈໍານວນໜຶ່ງເວົ້າວ່າ ການຂະຫຍາຍຖານການຜະລິດສິນ ຄ້າໃຊ້ສອຍ ຄວນຕິດພັນກັບການ ສົ່ງເສີມການໃຊ້ສອຍພາຍໃນໃຫ້ ກວ້າງຂວາງ, ຫລັງຈາກນັ້ນ ຈຶ່ງຂະ ຫຍາຍສູ່ພາກການສົ່ງອອກຕາມນະ ໂຍບາຍແຕ່ລະໄລຍະ. ໃນໄລຍະຜ່ານມາ, ນະໂຍບາຍ ຂອງລັດແມ່ນຈະແຈ້ງ ທີ່ສຸດໃນການ ສົ່ງເສີມການຜະລິດສິນຄ້າໃຊ້ສອຍ ກໍຄືອຸປະໂພກ-ບໍລິໂພກຕ່າງໆ ຄຽງ ຄູ່ກັບການສົ່ງເສີມໃຫ້ມີການຊົມໃຊ້ ພາຍໃນໃຫ້ຫລາຍ. ຜົນສໍາເລັດກໍ່ມີ ຫລາຍ, ແຕ່ສິ່ງທ້າທາຍ ກໍ່ມີບໍ່ໜ້ອຍ ເນື່ອງຈາກສະພາບເງື່ອນໄຂຕົວຈິງ ຂອງພວກເຮົາຍັງມີອັນຈໍາກັດຢູ່ຈໍາ ນວນໜຶ່ງ ຈຶ່ງເຮັດໃຫ້ສິນຄ້າຜະລິດ ພາຍໃນຍັງບໍ່ທັນແກ້ງແຍ້ງແຂ່ງຂັນ ກັບສິນຄ້າປະເທດດຽວກັນນໍາເຂົ້າ. ການປະຕິບັດນະໂຍບາຍປົກປ້ອງ ສິນຄ້າຜະລິດພາຍໃນປະເທດ ແມ່ນ ໄດ້ເຮັດມາຕະຫລອດດ້ວຍຫລາຍ ຮູບແບບ ແລະ ວິທີ, ແຕ່ພຶດຕິກໍາຕົວ ຈິງກໍ່ຍັງບໍ່ທັນສາມາດຕັດຂາດການ ນໍາເຂົ້າສິນຄ້າປະເພດດຽວກັນໄດ້ ຍ້ອນບາງປັດໄຈ ຕາມທັດສະນະສັງ ຄົມເປັນຕົ້ນ ການໃຊ້ສອຍສິນຄ້າຜະ ລິດພາຍໃນ ທົ່ວສັງຄົມບໍ່ກວ້າງ ຂວາງເທົ່າທີ່ຄວນ, ສັງຄົມຍັງຊັ່ງ ຊາ ໂດຍບໍ່ຖືສໍາຄັນເທົ່າທີ່ຄວນແນວ ຄິດເອກະລາດ ແລະ ເປັນເຈົ້າຕົນ ເອງດ້ວຍການສ້າງຄວາມເຂັ້ມແຂງ ດ້ວຍເຮົາເອງ, ໃນທາງກົງກັນຂ້າມ ແມ່ນຍັງມີບໍ່ໜ້ອຍ ຖືຕໍ່າໝາກຜົນ ການຜະລິດພາຍໃນ. ກ່ຽວກັບການ ສົ່ງເສີມສິນຄ້າພາຍໃນ, ປີກາຍໄດ້ ຮ່ວມສົນທະນາກັບນັກທຸລະກິດປະ ເທດເພື່ອນບ້ານທີ່ຊື່ສຽງ ເຊິ່ງໄດ້ ເຂົ້າມາລົງທຶນຢູ່ລາວເຮົາ ເວົ້າມີລັກ * ທ້າຍສະຕະວັດທີ XIX, ພວກ ລ່າເມືອງຂຶ້ນໄດ້ເຂົ້າມາຍຶດຄອງປະ ເທດລາວ, ຫວຽດນາມ, ກໍາປູເຈຍ ເປັນຫົວເມືອງຂຶ້ນຂອງພວກເຂົາ, ພາຍໃຕ້ແອກປົກຄອງຂອງພວກ ລ່າເມືອງຂຶ້ນຝຣັ່ງປະຊາຊົນອິນດູ ຈີນໄດ້ຖືກກົດຂີ່ຂູດຮີດຢ່າງໜັກ ໜ່ວງແສນສາຫັດ; ດ້ວຍຈິດໃຈຮັກ ຊາດ, ບໍ່ຍອມເປັນຂ້ອຍຂ້າ, ປະຊາ ຊົນລາວບັນດາເຜົ່າ ຢູ່ຫລາຍບໍລິ ເວນພາຍໃຕ້ການເປັນຄັນທຸງຂອງ ບັນພະບູລຸດທີ່ຮັກຊາດໄດ້ລຸກຮືຂຶ້ນ ຕໍ່ສູ້ຢ່າງເດັດດ່ຽວ ພິລະອາດຫານ, ແຕ່ຂະບວນຕໍ່ສູ້ເຫລົ່ານັ້ນລ້ວນແຕ່ ຖືກປາບປາມຢ່າງໂຫດຮ້າຍປ່າ ເຖື່ອນ. ວັນທີ3ກຸມພາ1930, ພັກກອມ ມູນິດອິນດູຈີນໄດ້ສ້າງຕັ້ງຂຶ້ນພາຍ ໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງປະທານໂຮ່ຈີມິງ. ນັບແຕ່ໄດ້ ສ້າງຕັ້ງຂຶ້ນ, ພັກກອມມູນິດອິນດູຈີນ ສະນະໃຫ້ກໍາລັງໃຈຄົນລາວ, ຕາມ ທັດສະນະສ່ວນຕົວຂອງເພິ່ນເຊື່ອ ວ່າອີກບໍ່ດົນຈະໄດ້ເຫັນສິນຄ້າຂອງ ລາວທີ່ມີມາດຕະຖານເຂົ້າຂາຍຢູ່ ໃນຮ້ານຄ້າກາສັນຍະລັກທີ່ມີຊື່ສຽງ ມາຈາກປະເທດເພິ່ນ ເພາະເຊື່ອໝັ້ນ ໃນທ່າແຮງພື້ນຖານ ແລະ ທ່າອ່ຽງ ການພັດທະນາ. ນັກທຸລະກິດຜູ້ນີ້ຍັງ ເວົ້າວ່າ ແຕ່ກ່ອນຢູ່ໃນປະເທດຂອງ ເພິ່ນ, ປະຊາຊົນສ່ວນຫລາຍກໍ່ສົນ ໃຈແຕ່ສິນຄ້ານໍາເຂົ້າຈາກຕ່າງປະ ເທດ, ແຕ່ຜ່ານໄລຍະເວລາການພັດ ທະນາສິນຄ້າພາຍໃນກ້າວສູ່ມີຄຸນ ນະພາບສູງ, ສັງຄົມກໍ່ຄ່ອຍໆຍອມ ຮັບ. ສໍາຄັນແມ່ນຄຽງຄູ່ກັບການສົ່ງ ເສີມຜະລິດພາຍໃນ ກໍ່ຄວນໃຫ້ຄວາມ ສໍາຄັນການປຸກລະດົມການໃຊ້ສອຍ ຢູ່ພາຍໃນຫລາຍກວ້າງຂວາງ. ບັນດາປະເທດເພື່ອນບ້ານໃກ້ ຄຽງພວກເຮົາ, ດຽວນີ້ເຂົາເຈົ້າເຂັ້ມ ແຂງຂຶ້ນ ກໍ່ລ້ວນແຕ່ມີຈຸດເລີ່ມຕົ້ນ ທີ່ຕໍ່າ. ສິນຄ້າໃຊ້ສອຍປະເພດຕ່າງໆ ມີພື້ນຖານຈາກການຜະລິດແບບ ຄອບຄົວ. ຖ້າເວົ້າເຖິງເກີບຕີນລົດທີ່ ທົນທານພວກເຮົາກໍ່ຄຶດເຖິງປະເທດ ເພື່ອນມິດດ້ານຕາເວັນອອກ. ເຂົາ ເຈົ້າຜະລິດນັບແຕ່ເຂັມຫຍິບປັກທັກ ແສ່ວດ້ວຍມື ກ້າວສູ່ຈັກຫຍິບ ດ້ວຍ ເຕັກນິກທີ່ໄດ້ຮັບການພັດທະນາໄປ ເລື້ອຍໆ. ຖ້ວຍ-ຈານ-ບ່ວງ-ສ້ອມຊາມ, ເຄື່ອງຫັດຖະກໍາ...ມາຮອດ ດຽວນີ້ ກໍ່ຍັງມີມັງຮູບແບບທີ່ເປັນເອ ກະລັກມູນເຊື້ອແລະ ພັດທະນາສວຍ ງາມຕາມຍຸກສະໄໝ...ເຂົາເຈົ້າກຸ້ມ ຕົນເອງນັບແຕ່ເກີບຈົນຮອດໝວກ ສໍາລັບການນຸ່ງຖື ກໍ່ຄືປະດັບເອ້ຢ້ອງ ຮ່າງກາຍ ຍິງ-ຊາຍ... ເມື່ອເວົ້າເຖິງການສົ່ງເສີມຜະລິດ ສິນຄ້າໃຊ້ສອຍ, ປະທານ ໄກສອນ ພົມວິຫານ ເຄີຍມີເຫັນປີ 1991 ໃນ ເວລານັ້ນວ່າ: ເບິ່ງທົ່ວໄປຍັງເຫັນວ່າ ການອຸດສາຫະກໍາ ແລະ ຫັດຖະກໍາ ຂອງປະເທດເຮົາຍັງຂະຫຍາຍຕົວ ຊ້າ...ສິນຄ້າສ່ວນຫລວງຫລາຍທີ່ ໜ່າຍຢູ່ຕະຫລາດແມ່ນນໍາເຂົ້າມາ ຈາກຕ່າງປະເທດ...ສ່ວນຜະລິດຕະ ພັນຂາອອກຂອງພວກເຮົາ ພັດຍັງ ແມ່ນວັດຖຸດິບເປັນຕົ້ນຕໍ, ຜະລິດຕະ ພັນທີ່ຜ່ານການປຸງແຕ່ງ ແລະ ມີ ຄຸນນະພາບດີ ຍັງມີໜ້ອຍທີ່ສຸດ. ປະທານ ໄກສອນ ພົມວິຫານ ຍົກບາງບັນຫາ ເພື່ອເປັນການເຈາະ ຈີ້ມໃນໂອກາດກອງປະຊຸມກ່ຽວກັບ ການຜະລິດສິນຄ້າໃຊ້ສອຍ ແລະ ສິນຄ້າຂາອອກ (18-20 ກຸມພາ 1991)ໃນເວລານັ້ນແລ້ວວ່າ:“ຄວນ ມີນະໂຍບາຍ ແລະ ມາດຕະການອັນ ໃດແດ່ ເພື່ອຊຸກຍູ້ ແລະ ສົ່ງເສີມ ການຜະລິດສິນຄ້າໃຊ້ສອຍຢູ່ພາຍ ໃນປະເທດໂດຍນໍາໃຊ້ວັດຖຸດິບແລະ ເງື່ອນໄຂສະດວກທີ່ພວກເຮົາມີ... ເປັນຫຍັງພວກເຮົາຈຶ່ງບໍ່ເອົາໃຈໃສ່ ປົກປ້ອງການຜະລິດຢູ່ພາຍໃນ ເປັນ ຕົ້ນສໍາລັບສິນຄ້າບາງປະເພດ ທີ່ ພວກເຮົາສາມາດຜະລິດເອງໄດ້ ເປັນຈໍານວນຫລາຍ ແລະ ມີຄຸນນະ ພາບດີ...ຍ້ອນຫຍັງການຫັດຖະກໍາ ອັນເປັນມູນເຊື້ອຂອງພວກເຮົາ ຈຶ່ງ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ສົ່ງເສີມຢ່າງເໝາະສົມກັບຄວາມ ສໍາຄັນຂອງມັນ, ທັງໆທີ່ພວກເຮົາກໍ່ ຮູ້ດີວ່າສິນຄ້າຫັດຖະກໍາຂອງພວກ ເຮົາ...ເປັນຕົ້ນ ເຄື່ອງຕໍ່າ, ເຄື່ອງຈັກ ສານ, ເຄື່ອງຄວັດ-ປັ້ນ...ນັ້ນເປັນ ສິນຄ້າຂາອອກໜຶ່ງທີ່ຕະຫລາດ ຕ່າງປະເທດຕ້ອງການ. . .ຫາກ ເບິ່ງຕາມຄວາມຈິງແລ້ວການຫັດ ຖະກໍາໄດ້ຖືກປ່ອຍປະ ເຊິ່ງຖ້າຫາກ ແກ່ຍາວໄປໃນສະພາບເຊັ່ນນີ້ ຈະ ເຮັດໃຫ້ປະຊາຊົນເຮົາສູນເສຍມູນ ເຊື້ອອັນດີງາມ, ໃນອະນາຄົດພວກ ເຮົາຈະບໍ່ມີຜູ້ທີ່ມີສີໄມ້ລາຍມືອັນລື ຊື່ຄືແຕ່ກ່ອນ ເຊິ່ງໃນທີ່ສຸດກໍ່ຈະສູນ ເສຍວັດທະນະທໍາອັນລໍ້າຄ້າໄປອີກ ສ່ວນໜຶ່ງ... ”. ການຜະລິດສິນຄ້າໃຊ້ສອຍ ເພື່ອ ການຊົມໃຊ້ພາຍໃນ ມີຄວາມສໍາຄັນ ແລະ ຈໍາເປັນໃນການສ້າງເສດຖະ ກິດເອກະລາດ ແລະ ເປັນເຈົ້າຕົນ ເອງ. ສົ່ງເສີມຜະລິດຄຽງຄູ່ກັບການ ປຸກລະດົມທົ່ວສັງຄົມຊົມໃຊ້ໃຫ້ ກວ້າງຂວາງ ເພື່ອອະນາຄົດອັນສົດ ໃສ. ຖ້າຍາມໃດມີແຕ່ອາໄສແຕ່ນໍາ ເຂົ້າເວລາເພິ່ນລົ້ມ ເຮົາຈະສາຫັດ ຂະໜາດໄດ, ກົງກັນຂ້າມ ຖ້າພວກ ເຮົາເຂັ້ມແຂງຈາກພື້ນຖານຂອງ ພວກເຮົາເອງ ຜົນກະທົບຈາກພາຍ ນອກມາເຖິງກໍ່ບໍ່ຫລາຍ. (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ໄດ້ວາງແນວທາງຍຸດທະສາດ, ຍຸດ ໂທບາຍການປະຕິວັດອິນດູຈີນ ອອກ ຢ່າງສອດຄ່ອງ ແລະ ນໍາພາການ ປະຕິວັດຢູ່ອິນດູຈີນ ຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຢ່າງບໍ່ຢຸດຢັ້ງໂດຍພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ, ການປະຕິວັດຂອງປະເທດ ເຮົາໄດ້ ກໍ່ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ອັນເປັນເງື່ອນໄຂສໍາຄັນ ໃຫ້ແກ່ການສ້າງຕັ້ງພັກມາກຊິດ ຢູ່ປະເທດເຮົາໃນໄລຍະຕໍ່ມາ. ປີ 1934, ອົງຄະນະພັກແຄວ້ນລາວ ໄດ້ສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວ ທໍາອິດແຫ່ງການປັບປຸງຂະຫຍາຍ ການຈັດຕັ້ງພັກ ແລະ ອົງການຈັດ ຕັ້ງມະຫາຊົນ. ຈາກນັ້ນອົງຄະນະ ພັກແຄວ້ນລາວໄດ້ຍູ້ແຮງການປຸກ ລະດົມຂົນຂວາຍກໍາລັງປະຕິວັດ ໂດຍຖືເອົາຊາວໄຮ່ນາ ແລະ ຊັ້ນຄົນ ຕ່າງໆຢູ່ເຂດຊົນນະບົດ ແລະ ບໍລິ ເວນຊົນເຜົ່າ ເປັນກໍາລັງພື້ນຖານ ຂອງການປະຕິວັດ. ກໍາລັງການປະ ຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍຫາ ຫລາຍ, ການຕໍ່ສູ້ໄດ້ເກີດຂຶ້ນແຕ່ຕໍ່າ ຫາສູງໃນທົ່ວປະເທດຈົນສາມາດ ຍຶດອໍານາດ 23 ສິງຫາ1945 ແລະ ກ້າວໄປສູ່ປະກາດເອກະລາດອັນ ເປັນປະຫວັດສາດຂອງຊາດລາວ ໃນວັນທີ 12 ຕຸລາ 1945.ຕໍ່ຈາກ ນັ້ນບໍ່ເທົ່າໃດປີກໍ່ໄດ້ສ້າງຕັ້ງກອງ ທັບປະຊາຊົນລາວຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວ ລາວອິດສະລະ ຂຶ້ນໃນວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການ ຈັດຕັ້ງແນວລາວອິດສະລະ ໄດ້ກາຍ ເປັນຄັນທຸງສໍາຄັນເຕົ້າໂຮມ, ດຶງດູດ ເອົາທຸກຊັ້ນຄົນເຂົ້າຮ່ວມການປະ ຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. ກອງປະຊຸມໃຫຍ່ຄັ້ງທີ II ຂອງ ພັກກອມມູນິດອິນດູຈີນ ປີ 1951 ໄດ້ມີມະຕິຕົກລົງໃຫ້ແຕ່ລະປະເທດ ສ້າງຕັ້ງພັກເອກະລາດຂອງຕົນຂຶ້ນ ບົນພື້ນຖານນັ້ນ, ບັນດາສະຫາຍສະ ມາຊິກພັກກອມມູນິດອິນດູຈີນ ທີ່ ເປັນຄົນລາວກໍ່ໄດ້ຈັດຕັ້ງ“ຄະນະກໍາ ມະການປະຊາຊົນລາວ” ຂຶ້ນເພື່ອ ສືບຕໍ່ນໍາພາການປະຕິວັດຢູ່ລາວ ແລະກະກຽມຄວາມພ້ອມດ້ານຕ່າງໆ ເປັນເວລາ 4 ປີ ຈຶ່ງສາມາດດໍາເນີນ ກອງປະຊຸມໃຫຍ່ຄັ້ງທໍາອິດ (ຄັ້ງທີ I) ຂອງຕົນຂຶ້ນໃນວັນທີ 22 ມີນາ 1955 ຢູ່ບ້ານນາແມວ ເມືອງວຽງ ໄຊ ແຂວງຫົວພັນ ຊຶ່ງເປັນເຂດທີ່ ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນວ່າ: “ພັກປະຊາຊົນ ລາວ” ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຂອງພັກປະຊາຊົນລາວ. * ການເຮັດກະສິກໍາແບບປະສົມ ປະສານ ເປັນວິທີເຮັດການຜະລິດ ທີ່ສໍາຄັນ ແລະ ໃຫ້ຜົນຕອບແທນ ຂ້ອນຂ້າງສູງໃນຍຸກປັດຈຸບັນ ເຊິ່ງ ກະສິກອນນິຍົມ ເຮັດຫລາຍເພາະ ສາມາດສ້າງລາຍຮັບຈາກຫລາຍ ທາງ ເຊິ່ງເປັນວິທີດີ ແລະ ປະສົບຜົນ ສໍາເລັດມາແລ້ວຫລາຍຄອບຄົວ. ມື້ຄໍລໍາ ພັດທະນາອາຊີບ ມາ ນໍາສະເໜີ ດັ່ງຄອບຄົວຂອງນາງ ຈັນສອນ ແກ້ວວິເສດ ເປັນຄອບຄົວ ໜຶ່ງທີ່ພົ້ນເດັ່ນໃນການສ້າງເສດຖະ ກິດຄອບຄົວ ດ້ວຍການປູກຝັງ-ລ້ຽງ ສັດ (ປູກຜັກ, ລ້ຽງປາ, ງົວ, ແບ້, ໝູ, ເປັດ ແລະ ໄກ່) ເປັນອາຊີບ ເສີມ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ ຄອບຄົວ ປີ 1 ສະເລ່ຍບໍ່ຕໍ່າກວ່າ 70 ລ້ານກີບ. ນາງ ຈັນສອນ ແກ້ວວິເສດ ອາຍຸ 38 ປີ, ອາຊີບ ພະນັກງານທະ ຫານ, ແມ່ນສະມາຊິກສະຫະພັນ ແມ່ຍິງທີ່ສັງກັດຢູ່ສະຫະພັນແມ່ຍິງ ໜ່ວຍ ກອງຮ້ອຍ 12 ຂຶ້ນກັບຮາກ ຖານສະຫະພັນແມ່ຍິງກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ ເລົ່າໃຫ້ສູ່ວ່າ: ຄອບຄົວຂອງຕົນເອງ ເປັນຄອບຄົວພະນັກງານທະຫານ ທັງສອງຜົວ-ເມຍ ອາໃສແຕ່ເງິນ ເດືອນພຽງຢ່າງດຽວແມ່ນບໍ່ພຽງພໍ ກັບລາຍຈ່າຍໃນຄອບຄົວ ເພາະລູກ ແຕ່ລະຄົນແມ່ນຍັງນ້ອຍ ແລະ ກໍາ ລັງຮຽນຢູ່ຈຶ່ງມີຄ່າໃຊ້ຈ່າຍຫລາຍ ເຮັດໃຫ້ຄອບຄົວພົບກັບຄວາມຫຍຸ້ງ ຍາກ, ເມືອເຫັນສະພາບຄວາມຫຍຸ້ງ ຍາກຂອງຄອບຄົວຄືແນວນັ້ນຈຶ່ງ ໄດ້ປຶກສາຫາລືກັບຄອບຄົວເພື່ອ ຊອກຫາວິທີສ້າງລາຍຮັບເພີ່ມເຂົ້າ ຄອບຄົວດ້ວຍຫລາຍວິທີສຸດທ້າຍ ຈຶ່ງໄດ້ຕັດສິນໃຈມາທົດລອງປູກ ຝັງ-ລ້ຽງສັດ ເລີ່ມແຕ່ປີ 2021 ເປັນ ຕົ້ນມາ, ເພາະຕົນເອງກໍ່ມັກຮັກໃນ ການ ປູກຝັງ-ລ້ຽງສັດ ແລະ ກໍ່ເປັນ ວິຊາສະເພາະທີ່ຮຽນມາກ່ຽວກັບ ວຽກງານກະສິກໍາປູກຝັງ-ລ້ຽງ ສັດໂດຍ ເບື້ອງຕົ້ນໄດ້ກູ້ຍືມເງິນນໍາ ການເງິນຈຸລະພາກ 25 ລ້ານກີບ ເພື່ອລົງທຶນໃນການເຮັດໜອງປາ, ຊື້ແນວພັນຜັກຕ່າງໆເພື່ອມາປູກ, ຊື້ລູກປາ,ງົວ, ແບ້, ໝູ ແລະ ເປັດ, ໄກ່ ອີກຈໍານວນໜຶ່ງ ເພື່ອມາລ້ຽງ ປາ ເບື້ອງຕົ້ນເຮັດ 2 ໝອງ ແຕ່ລະ ໜອງປ່ອຍປາໄດ້ 5,000 ໂຕ, ມີແບ້ 7 ໂຕ, ໝູ7 ໂຕ, ງົວ6 ໂຕແລະ ເປັດ, ໄກ່ ອີກຈໍານວນໜຶ່ງ. ນອກຈາກນີ້ ຍັງປູກຜັກຫລາຍຊະນິດ ເພື່ອໄວ້ກິນ ແລະ ຂາຍຕື່ມອີກ ໂດຍໃນປີ 2023 ທີ່ຜ່ານມານີ້ມີລາຍຮັບຈາກການ ຂາຍ ປາ 22 ລ້ານກີບ, ຂາຍແບ້ 9 ລ້ານກີບ, ຂາຍໝູ 3 ລ້ານກີບ, ຂາຍ ເປັດ ແລະ ໄກ່ 4 ລ້ານກີບ, ຂາຍ ຜັກ 5 ລ້ານກວ່າກີບ, ສ່ວນງົວແມ່ນ ຍັງບໍ່ທັນໄດ້ຂາຍເພາະຫາກໍ່ເລີ່ມ ລ້ຽງ, ເຊິ່ງສັງລວມແລ້ວສາມາດ ສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ສະເລ່ຍບໍ່ຕໍ່າກວ່າ 70 ລ້ານກີບຕໍ່ປີ. ຈາກຄວາມດຸໜັ້ນ, ອົດທົນ, ບຸກບືນ, ສູ້ຊົນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວມີການພັດທະນາດີຂຶ້ນ ເປັນກ້າວໆ ແລະ ເຮັດໃຫ້ຄອບຄົວ ມີລາຍຮັບທີ່ໜັ້ນຄົງ, ສາມາດປຸກ ເຮືອນຢູ່ 2 ຊັ້ນຖາວອນ1 ຫລັງ, ຊື້ລົດຈັກ1ຄັນ,ມີວັດຖຸອຸປະກອນອໍາ ນວຍຄວາມສະດວກໃນຄົວເຮືອນ, ມີທຶນໃນການສົ່ງລູກຮໍ່າຮຽນ, ມີ ທຶນໝູນວຽນ ແລະ ມີເງິນເກັບໄວ້ ໃຊ້ຈ່າຍໃນຍາມຈໍາເປັນຕື່ມອີກ. ນາງ ແສງຈັນ ແກ້ວວິເສດ ໃຫ້ຮູ້ຕື່ມ ອີກວ່າ: ຈາກຄວາມດຸໜັ້ນ, ອົດທົນ, ບຸກບືນ, ສູ້ຊົນ ຈຶ່ງເຮັດໃຫ້ຊີວິດການ ເປັນຢູ່ຂອງຄອບຄົວ ມີການພັດທະ ນາດີຂຶ້ນເປັນກ້າວໆ ແລະ ເຮັດໃຫ້ ຄອບຄົວມີລາຍຮັບທີ່ໜັ້ນຄົງ, ສາ ມາດປຸກເຮືອນຢູ່ 2 ຊັ້ນຖາວອນ 1 ຫລັງ, ຊື້ລົດຈັກ 1 ຄັນ, ມີວັດຖຸອຸປະ ກອນອໍານວຍຄວາມສະດວກ ໃນ ຄົວເຮືອນ, ມີທຶນໃນການສົ່ງລູກຮໍ່າ ຮຽນ, ມີທຶນໝູນວຽນ ແລະ ມີເງິນ ເກັບໄວ້ໃຊ້ຈ່າຍໃນຍາມຈໍາເປັນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==