5829

dkodegou f0v'ra d xt-k-q o xt8y ;a f]k; xtgmf]k; 3 12/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ພິດສະໄໝ ໂດຍ: ມາລີດາ ໂດຍ: ຄ້ອງໃໝ່ gxu fd;h k'dkozt]y fly o7h k.-h lvp 7P'76 j dko-q ,.-h rkp.o.sh d;h k'0;k' ph vogIa fvk-u [dtly de 9y j 'wfh 9a [g'y o 70 ]h kodu [8+ xu * ການໃຊ້ສອຍປະຈໍາວັນຕິດພັນ ຫລາຍອັນສິ່ງວັດຖຸ. ການຜະລິດສິນ ຄ້າໃຊ້ສອຍຜ່ານມາ ໄດ້ມີທ່າເພີ່ມ ຂຶ້ນພໍສົມຄວນທາາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ປະກອບສ່ວນ ສໍາຄັນຂົ້າໃນການຫລຸດຜ່ອນລົງ ເທື່ອລະກ້າວການນໍາເຂົ້າສິນຄ້າປະ ເພດດຽວກັນມາຈາກຕ່າງປະເທດ. ມີທັດສະນະຈໍານວນໜຶ່ງເວົ້າວ່າ ການຂະຫຍາຍຖານການຜະລິດສິນ ຄ້າໃຊ້ສອຍ ຄວນຕິດພັນກັບການ ສົ່ງເສີມການໃຊ້ສອຍພາຍໃນໃຫ້ ກວ້າງຂວາງ, ຫລັງຈາກນັ້ນ ຈຶ່ງຂະ ຫຍາຍສູ່ພາກການສົ່ງອອກຕາມນະ ໂຍບາຍແຕ່ລະໄລຍະ. ໃນໄລຍະຜ່ານມາ, ນະໂຍບາຍ ຂອງລັດແມ່ນຈະແຈ້ງ ທີ່ສຸດໃນການ ສົ່ງເສີມການຜະລິດສິນຄ້າໃຊ້ສອຍ ກໍຄືອຸປະໂພກ-ບໍລິໂພກຕ່າງໆ ຄຽງ ຄູ່ກັບການສົ່ງເສີມໃຫ້ມີການຊົມໃຊ້ ພາຍໃນໃຫ້ຫລາຍ. ຜົນສໍາເລັດກໍ່ມີ ຫລາຍ, ແຕ່ສິ່ງທ້າທາຍ ກໍ່ມີບໍ່ໜ້ອຍ ເນື່ອງຈາກສະພາບເງື່ອນໄຂຕົວຈິງ ຂອງພວກເຮົາຍັງມີອັນຈໍາກັດຢູ່ຈໍາ ນວນໜຶ່ງ ຈຶ່ງເຮັດໃຫ້ສິນຄ້າຜະລິດ ພາຍໃນຍັງບໍ່ທັນແກ້ງແຍ້ງແຂ່ງຂັນ ກັບສິນຄ້າປະເທດດຽວກັນນໍາເຂົ້າ. ການປະຕິບັດນະໂຍບາຍປົກປ້ອງ ສິນຄ້າຜະລິດພາຍໃນປະເທດ ແມ່ນ ໄດ້ເຮັດມາຕະຫລອດດ້ວຍຫລາຍ ຮູບແບບ ແລະ ວິທີ, ແຕ່ພຶດຕິກໍາຕົວ ຈິງກໍ່ຍັງບໍ່ທັນສາມາດຕັດຂາດການ ນໍາເຂົ້າສິນຄ້າປະເພດດຽວກັນໄດ້ ຍ້ອນບາງປັດໄຈ ຕາມທັດສະນະສັງ ຄົມເປັນຕົ້ນ ການໃຊ້ສອຍສິນຄ້າຜະ ລິດພາຍໃນ ທົ່ວສັງຄົມບໍ່ກວ້າງ ຂວາງເທົ່າທີ່ຄວນ, ສັງຄົມຍັງຊັ່ງ ຊາ ໂດຍບໍ່ຖືສໍາຄັນເທົ່າທີ່ຄວນແນວ ຄິດເອກະລາດ ແລະ ເປັນເຈົ້າຕົນ ເອງດ້ວຍການສ້າງຄວາມເຂັ້ມແຂງ ດ້ວຍເຮົາເອງ, ໃນທາງກົງກັນຂ້າມ ແມ່ນຍັງມີບໍ່ໜ້ອຍ ຖືຕໍ່າໝາກຜົນ ການຜະລິດພາຍໃນ. ກ່ຽວກັບການ ສົ່ງເສີມສິນຄ້າພາຍໃນ, ປີກາຍໄດ້ ຮ່ວມສົນທະນາກັບນັກທຸລະກິດປະ ເທດເພື່ອນບ້ານທີ່ຊື່ສຽງ ເຊິ່ງໄດ້ ເຂົ້າມາລົງທຶນຢູ່ລາວເຮົາ ເວົ້າມີລັກ * ທ້າຍສະຕະວັດທີ XIX, ພວກ ລ່າເມືອງຂຶ້ນໄດ້ເຂົ້າມາຍຶດຄອງປະ ເທດລາວ, ຫວຽດນາມ, ກໍາປູເຈຍ ເປັນຫົວເມືອງຂຶ້ນຂອງພວກເຂົາ, ພາຍໃຕ້ແອກປົກຄອງຂອງພວກ ລ່າເມືອງຂຶ້ນຝຣັ່ງປະຊາຊົນອິນດູ ຈີນໄດ້ຖືກກົດຂີ່ຂູດຮີດຢ່າງໜັກ ໜ່ວງແສນສາຫັດ; ດ້ວຍຈິດໃຈຮັກ ຊາດ, ບໍ່ຍອມເປັນຂ້ອຍຂ້າ, ປະຊາ ຊົນລາວບັນດາເຜົ່າ ຢູ່ຫລາຍບໍລິ ເວນພາຍໃຕ້ການເປັນຄັນທຸງຂອງ ບັນພະບູລຸດທີ່ຮັກຊາດໄດ້ລຸກຮືຂຶ້ນ ຕໍ່ສູ້ຢ່າງເດັດດ່ຽວ ພິລະອາດຫານ, ແຕ່ຂະບວນຕໍ່ສູ້ເຫລົ່ານັ້ນລ້ວນແຕ່ ຖືກປາບປາມຢ່າງໂຫດຮ້າຍປ່າ ເຖື່ອນ. ວັນທີ3ກຸມພາ1930, ພັກກອມ ມູນິດອິນດູຈີນໄດ້ສ້າງຕັ້ງຂຶ້ນພາຍ ໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງປະທານໂຮ່ຈີມິງ. ນັບແຕ່ໄດ້ ສ້າງຕັ້ງຂຶ້ນ, ພັກກອມມູນິດອິນດູຈີນ ສະນະໃຫ້ກໍາລັງໃຈຄົນລາວ, ຕາມ ທັດສະນະສ່ວນຕົວຂອງເພິ່ນເຊື່ອ ວ່າອີກບໍ່ດົນຈະໄດ້ເຫັນສິນຄ້າຂອງ ລາວທີ່ມີມາດຕະຖານເຂົ້າຂາຍຢູ່ ໃນຮ້ານຄ້າກາສັນຍະລັກທີ່ມີຊື່ສຽງ ມາຈາກປະເທດເພິ່ນ ເພາະເຊື່ອໝັ້ນ ໃນທ່າແຮງພື້ນຖານ ແລະ ທ່າອ່ຽງ ການພັດທະນາ. ນັກທຸລະກິດຜູ້ນີ້ຍັງ ເວົ້າວ່າ ແຕ່ກ່ອນຢູ່ໃນປະເທດຂອງ ເພິ່ນ, ປະຊາຊົນສ່ວນຫລາຍກໍ່ສົນ ໃຈແຕ່ສິນຄ້ານໍາເຂົ້າຈາກຕ່າງປະ ເທດ, ແຕ່ຜ່ານໄລຍະເວລາການພັດ ທະນາສິນຄ້າພາຍໃນກ້າວສູ່ມີຄຸນ ນະພາບສູງ, ສັງຄົມກໍ່ຄ່ອຍໆຍອມ ຮັບ. ສໍາຄັນແມ່ນຄຽງຄູ່ກັບການສົ່ງ ເສີມຜະລິດພາຍໃນ ກໍ່ຄວນໃຫ້ຄວາມ ສໍາຄັນການປຸກລະດົມການໃຊ້ສອຍ ຢູ່ພາຍໃນຫລາຍກວ້າງຂວາງ. ບັນດາປະເທດເພື່ອນບ້ານໃກ້ ຄຽງພວກເຮົາ, ດຽວນີ້ເຂົາເຈົ້າເຂັ້ມ ແຂງຂຶ້ນ ກໍ່ລ້ວນແຕ່ມີຈຸດເລີ່ມຕົ້ນ ທີ່ຕໍ່າ. ສິນຄ້າໃຊ້ສອຍປະເພດຕ່າງໆ ມີພື້ນຖານຈາກການຜະລິດແບບ ຄອບຄົວ. ຖ້າເວົ້າເຖິງເກີບຕີນລົດທີ່ ທົນທານພວກເຮົາກໍ່ຄຶດເຖິງປະເທດ ເພື່ອນມິດດ້ານຕາເວັນອອກ. ເຂົາ ເຈົ້າຜະລິດນັບແຕ່ເຂັມຫຍິບປັກທັກ ແສ່ວດ້ວຍມື ກ້າວສູ່ຈັກຫຍິບ ດ້ວຍ ເຕັກນິກທີ່ໄດ້ຮັບການພັດທະນາໄປ ເລື້ອຍໆ. ຖ້ວຍ-ຈານ-ບ່ວງ-ສ້ອມຊາມ, ເຄື່ອງຫັດຖະກໍາ...ມາຮອດ ດຽວນີ້ ກໍ່ຍັງມີມັງຮູບແບບທີ່ເປັນເອ ກະລັກມູນເຊື້ອແລະ ພັດທະນາສວຍ ງາມຕາມຍຸກສະໄໝ...ເຂົາເຈົ້າກຸ້ມ ຕົນເອງນັບແຕ່ເກີບຈົນຮອດໝວກ ສໍາລັບການນຸ່ງຖື ກໍ່ຄືປະດັບເອ້ຢ້ອງ ຮ່າງກາຍ ຍິງ-ຊາຍ... ເມື່ອເວົ້າເຖິງການສົ່ງເສີມຜະລິດ ສິນຄ້າໃຊ້ສອຍ, ປະທານ ໄກສອນ ພົມວິຫານ ເຄີຍມີເຫັນປີ 1991 ໃນ ເວລານັ້ນວ່າ: ເບິ່ງທົ່ວໄປຍັງເຫັນວ່າ ການອຸດສາຫະກໍາ ແລະ ຫັດຖະກໍາ ຂອງປະເທດເຮົາຍັງຂະຫຍາຍຕົວ ຊ້າ...ສິນຄ້າສ່ວນຫລວງຫລາຍທີ່ ໜ່າຍຢູ່ຕະຫລາດແມ່ນນໍາເຂົ້າມາ ຈາກຕ່າງປະເທດ...ສ່ວນຜະລິດຕະ ພັນຂາອອກຂອງພວກເຮົາ ພັດຍັງ ແມ່ນວັດຖຸດິບເປັນຕົ້ນຕໍ, ຜະລິດຕະ ພັນທີ່ຜ່ານການປຸງແຕ່ງ ແລະ ມີ ຄຸນນະພາບດີ ຍັງມີໜ້ອຍທີ່ສຸດ. ປະທານ ໄກສອນ ພົມວິຫານ ຍົກບາງບັນຫາ ເພື່ອເປັນການເຈາະ ຈີ້ມໃນໂອກາດກອງປະຊຸມກ່ຽວກັບ ການຜະລິດສິນຄ້າໃຊ້ສອຍ ແລະ ສິນຄ້າຂາອອກ (18-20 ກຸມພາ 1991)ໃນເວລານັ້ນແລ້ວວ່າ:“ຄວນ ມີນະໂຍບາຍ ແລະ ມາດຕະການອັນ ໃດແດ່ ເພື່ອຊຸກຍູ້ ແລະ ສົ່ງເສີມ ການຜະລິດສິນຄ້າໃຊ້ສອຍຢູ່ພາຍ ໃນປະເທດໂດຍນໍາໃຊ້ວັດຖຸດິບແລະ ເງື່ອນໄຂສະດວກທີ່ພວກເຮົາມີ... ເປັນຫຍັງພວກເຮົາຈຶ່ງບໍ່ເອົາໃຈໃສ່ ປົກປ້ອງການຜະລິດຢູ່ພາຍໃນ ເປັນ ຕົ້ນສໍາລັບສິນຄ້າບາງປະເພດ ທີ່ ພວກເຮົາສາມາດຜະລິດເອງໄດ້ ເປັນຈໍານວນຫລາຍ ແລະ ມີຄຸນນະ ພາບດີ...ຍ້ອນຫຍັງການຫັດຖະກໍາ ອັນເປັນມູນເຊື້ອຂອງພວກເຮົາ ຈຶ່ງ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ສົ່ງເສີມຢ່າງເໝາະສົມກັບຄວາມ ສໍາຄັນຂອງມັນ, ທັງໆທີ່ພວກເຮົາກໍ່ ຮູ້ດີວ່າສິນຄ້າຫັດຖະກໍາຂອງພວກ ເຮົາ...ເປັນຕົ້ນ ເຄື່ອງຕໍ່າ, ເຄື່ອງຈັກ ສານ, ເຄື່ອງຄວັດ-ປັ້ນ...ນັ້ນເປັນ ສິນຄ້າຂາອອກໜຶ່ງທີ່ຕະຫລາດ ຕ່າງປະເທດຕ້ອງການ. . .ຫາກ ເບິ່ງຕາມຄວາມຈິງແລ້ວການຫັດ ຖະກໍາໄດ້ຖືກປ່ອຍປະ ເຊິ່ງຖ້າຫາກ ແກ່ຍາວໄປໃນສະພາບເຊັ່ນນີ້ ຈະ ເຮັດໃຫ້ປະຊາຊົນເຮົາສູນເສຍມູນ ເຊື້ອອັນດີງາມ, ໃນອະນາຄົດພວກ ເຮົາຈະບໍ່ມີຜູ້ທີ່ມີສີໄມ້ລາຍມືອັນລື ຊື່ຄືແຕ່ກ່ອນ ເຊິ່ງໃນທີ່ສຸດກໍ່ຈະສູນ ເສຍວັດທະນະທໍາອັນລໍ້າຄ້າໄປອີກ ສ່ວນໜຶ່ງ... ”. ການຜະລິດສິນຄ້າໃຊ້ສອຍ ເພື່ອ ການຊົມໃຊ້ພາຍໃນ ມີຄວາມສໍາຄັນ ແລະ ຈໍາເປັນໃນການສ້າງເສດຖະ ກິດເອກະລາດ ແລະ ເປັນເຈົ້າຕົນ ເອງ. ສົ່ງເສີມຜະລິດຄຽງຄູ່ກັບການ ປຸກລະດົມທົ່ວສັງຄົມຊົມໃຊ້ໃຫ້ ກວ້າງຂວາງ ເພື່ອອະນາຄົດອັນສົດ ໃສ. ຖ້າຍາມໃດມີແຕ່ອາໄສແຕ່ນໍາ ເຂົ້າເວລາເພິ່ນລົ້ມ ເຮົາຈະສາຫັດ ຂະໜາດໄດ, ກົງກັນຂ້າມ ຖ້າພວກ ເຮົາເຂັ້ມແຂງຈາກພື້ນຖານຂອງ ພວກເຮົາເອງ ຜົນກະທົບຈາກພາຍ ນອກມາເຖິງກໍ່ບໍ່ຫລາຍ. (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ໄດ້ວາງແນວທາງຍຸດທະສາດ, ຍຸດ ໂທບາຍການປະຕິວັດອິນດູຈີນ ອອກ ຢ່າງສອດຄ່ອງ ແລະ ນໍາພາການ ປະຕິວັດຢູ່ອິນດູຈີນ ຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຢ່າງບໍ່ຢຸດຢັ້ງໂດຍພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ, ການປະຕິວັດຂອງປະເທດ ເຮົາໄດ້ ກໍ່ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ອັນເປັນເງື່ອນໄຂສໍາຄັນ ໃຫ້ແກ່ການສ້າງຕັ້ງພັກມາກຊິດ ຢູ່ປະເທດເຮົາໃນໄລຍະຕໍ່ມາ. ປີ 1934, ອົງຄະນະພັກແຄວ້ນລາວ ໄດ້ສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວ ທໍາອິດແຫ່ງການປັບປຸງຂະຫຍາຍ ການຈັດຕັ້ງພັກ ແລະ ອົງການຈັດ ຕັ້ງມະຫາຊົນ. ຈາກນັ້ນອົງຄະນະ ພັກແຄວ້ນລາວໄດ້ຍູ້ແຮງການປຸກ ລະດົມຂົນຂວາຍກໍາລັງປະຕິວັດ ໂດຍຖືເອົາຊາວໄຮ່ນາ ແລະ ຊັ້ນຄົນ ຕ່າງໆຢູ່ເຂດຊົນນະບົດ ແລະ ບໍລິ ເວນຊົນເຜົ່າ ເປັນກໍາລັງພື້ນຖານ ຂອງການປະຕິວັດ. ກໍາລັງການປະ ຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍຫາ ຫລາຍ, ການຕໍ່ສູ້ໄດ້ເກີດຂຶ້ນແຕ່ຕໍ່າ ຫາສູງໃນທົ່ວປະເທດຈົນສາມາດ ຍຶດອໍານາດ 23 ສິງຫາ1945 ແລະ ກ້າວໄປສູ່ປະກາດເອກະລາດອັນ ເປັນປະຫວັດສາດຂອງຊາດລາວ ໃນວັນທີ 12 ຕຸລາ 1945.ຕໍ່ຈາກ ນັ້ນບໍ່ເທົ່າໃດປີກໍ່ໄດ້ສ້າງຕັ້ງກອງ ທັບປະຊາຊົນລາວຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວ ລາວອິດສະລະ ຂຶ້ນໃນວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການ ຈັດຕັ້ງແນວລາວອິດສະລະ ໄດ້ກາຍ ເປັນຄັນທຸງສໍາຄັນເຕົ້າໂຮມ, ດຶງດູດ ເອົາທຸກຊັ້ນຄົນເຂົ້າຮ່ວມການປະ ຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. ກອງປະຊຸມໃຫຍ່ຄັ້ງທີ II ຂອງ ພັກກອມມູນິດອິນດູຈີນ ປີ 1951 ໄດ້ມີມະຕິຕົກລົງໃຫ້ແຕ່ລະປະເທດ ສ້າງຕັ້ງພັກເອກະລາດຂອງຕົນຂຶ້ນ ບົນພື້ນຖານນັ້ນ, ບັນດາສະຫາຍສະ ມາຊິກພັກກອມມູນິດອິນດູຈີນ ທີ່ ເປັນຄົນລາວກໍ່ໄດ້ຈັດຕັ້ງ“ຄະນະກໍາ ມະການປະຊາຊົນລາວ” ຂຶ້ນເພື່ອ ສືບຕໍ່ນໍາພາການປະຕິວັດຢູ່ລາວ ແລະກະກຽມຄວາມພ້ອມດ້ານຕ່າງໆ ເປັນເວລາ 4 ປີ ຈຶ່ງສາມາດດໍາເນີນ ກອງປະຊຸມໃຫຍ່ຄັ້ງທໍາອິດ (ຄັ້ງທີ I) ຂອງຕົນຂຶ້ນໃນວັນທີ 22 ມີນາ 1955 ຢູ່ບ້ານນາແມວ ເມືອງວຽງ ໄຊ ແຂວງຫົວພັນ ຊຶ່ງເປັນເຂດທີ່ ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນວ່າ: “ພັກປະຊາຊົນ ລາວ” ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຂອງພັກປະຊາຊົນລາວ. * ການເຮັດກະສິກໍາແບບປະສົມ ປະສານ ເປັນວິທີເຮັດການຜະລິດ ທີ່ສໍາຄັນ ແລະ ໃຫ້ຜົນຕອບແທນ ຂ້ອນຂ້າງສູງໃນຍຸກປັດຈຸບັນ ເຊິ່ງ ກະສິກອນນິຍົມ ເຮັດຫລາຍເພາະ ສາມາດສ້າງລາຍຮັບຈາກຫລາຍ ທາງ ເຊິ່ງເປັນວິທີດີ ແລະ ປະສົບຜົນ ສໍາເລັດມາແລ້ວຫລາຍຄອບຄົວ. ມື້ຄໍລໍາ ພັດທະນາອາຊີບ ມາ ນໍາສະເໜີ ດັ່ງຄອບຄົວຂອງນາງ ຈັນສອນ ແກ້ວວິເສດ ເປັນຄອບຄົວ ໜຶ່ງທີ່ພົ້ນເດັ່ນໃນການສ້າງເສດຖະ ກິດຄອບຄົວ ດ້ວຍການປູກຝັງ-ລ້ຽງ ສັດ (ປູກຜັກ, ລ້ຽງປາ, ງົວ, ແບ້, ໝູ, ເປັດ ແລະ ໄກ່) ເປັນອາຊີບ ເສີມ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ ຄອບຄົວ ປີ 1 ສະເລ່ຍບໍ່ຕໍ່າກວ່າ 70 ລ້ານກີບ. ນາງ ຈັນສອນ ແກ້ວວິເສດ ອາຍຸ 38 ປີ, ອາຊີບ ພະນັກງານທະ ຫານ, ແມ່ນສະມາຊິກສະຫະພັນ ແມ່ຍິງທີ່ສັງກັດຢູ່ສະຫະພັນແມ່ຍິງ ໜ່ວຍ ກອງຮ້ອຍ 12 ຂຶ້ນກັບຮາກ ຖານສະຫະພັນແມ່ຍິງກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ ເລົ່າໃຫ້ສູ່ວ່າ: ຄອບຄົວຂອງຕົນເອງ ເປັນຄອບຄົວພະນັກງານທະຫານ ທັງສອງຜົວ-ເມຍ ອາໃສແຕ່ເງິນ ເດືອນພຽງຢ່າງດຽວແມ່ນບໍ່ພຽງພໍ ກັບລາຍຈ່າຍໃນຄອບຄົວ ເພາະລູກ ແຕ່ລະຄົນແມ່ນຍັງນ້ອຍ ແລະ ກໍາ ລັງຮຽນຢູ່ຈຶ່ງມີຄ່າໃຊ້ຈ່າຍຫລາຍ ເຮັດໃຫ້ຄອບຄົວພົບກັບຄວາມຫຍຸ້ງ ຍາກ, ເມືອເຫັນສະພາບຄວາມຫຍຸ້ງ ຍາກຂອງຄອບຄົວຄືແນວນັ້ນຈຶ່ງ ໄດ້ປຶກສາຫາລືກັບຄອບຄົວເພື່ອ ຊອກຫາວິທີສ້າງລາຍຮັບເພີ່ມເຂົ້າ ຄອບຄົວດ້ວຍຫລາຍວິທີສຸດທ້າຍ ຈຶ່ງໄດ້ຕັດສິນໃຈມາທົດລອງປູກ ຝັງ-ລ້ຽງສັດ ເລີ່ມແຕ່ປີ 2021 ເປັນ ຕົ້ນມາ, ເພາະຕົນເອງກໍ່ມັກຮັກໃນ ການ ປູກຝັງ-ລ້ຽງສັດ ແລະ ກໍ່ເປັນ ວິຊາສະເພາະທີ່ຮຽນມາກ່ຽວກັບ ວຽກງານກະສິກໍາປູກຝັງ-ລ້ຽງ ສັດໂດຍ ເບື້ອງຕົ້ນໄດ້ກູ້ຍືມເງິນນໍາ ການເງິນຈຸລະພາກ 25 ລ້ານກີບ ເພື່ອລົງທຶນໃນການເຮັດໜອງປາ, ຊື້ແນວພັນຜັກຕ່າງໆເພື່ອມາປູກ, ຊື້ລູກປາ,ງົວ, ແບ້, ໝູ ແລະ ເປັດ, ໄກ່ ອີກຈໍານວນໜຶ່ງ ເພື່ອມາລ້ຽງ ປາ ເບື້ອງຕົ້ນເຮັດ 2 ໝອງ ແຕ່ລະ ໜອງປ່ອຍປາໄດ້ 5,000 ໂຕ, ມີແບ້ 7 ໂຕ, ໝູ7 ໂຕ, ງົວ6 ໂຕແລະ ເປັດ, ໄກ່ ອີກຈໍານວນໜຶ່ງ. ນອກຈາກນີ້ ຍັງປູກຜັກຫລາຍຊະນິດ ເພື່ອໄວ້ກິນ ແລະ ຂາຍຕື່ມອີກ ໂດຍໃນປີ 2023 ທີ່ຜ່ານມານີ້ມີລາຍຮັບຈາກການ ຂາຍ ປາ 22 ລ້ານກີບ, ຂາຍແບ້ 9 ລ້ານກີບ, ຂາຍໝູ 3 ລ້ານກີບ, ຂາຍ ເປັດ ແລະ ໄກ່ 4 ລ້ານກີບ, ຂາຍ ຜັກ 5 ລ້ານກວ່າກີບ, ສ່ວນງົວແມ່ນ ຍັງບໍ່ທັນໄດ້ຂາຍເພາະຫາກໍ່ເລີ່ມ ລ້ຽງ, ເຊິ່ງສັງລວມແລ້ວສາມາດ ສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ສະເລ່ຍບໍ່ຕໍ່າກວ່າ 70 ລ້ານກີບຕໍ່ປີ. ຈາກຄວາມດຸໜັ້ນ, ອົດທົນ, ບຸກບືນ, ສູ້ຊົນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວມີການພັດທະນາດີຂຶ້ນ ເປັນກ້າວໆ ແລະ ເຮັດໃຫ້ຄອບຄົວ ມີລາຍຮັບທີ່ໜັ້ນຄົງ, ສາມາດປຸກ ເຮືອນຢູ່ 2 ຊັ້ນຖາວອນ1 ຫລັງ, ຊື້ລົດຈັກ1ຄັນ,ມີວັດຖຸອຸປະກອນອໍາ ນວຍຄວາມສະດວກໃນຄົວເຮືອນ, ມີທຶນໃນການສົ່ງລູກຮໍ່າຮຽນ, ມີ ທຶນໝູນວຽນ ແລະ ມີເງິນເກັບໄວ້ ໃຊ້ຈ່າຍໃນຍາມຈໍາເປັນຕື່ມອີກ. ນາງ ແສງຈັນ ແກ້ວວິເສດ ໃຫ້ຮູ້ຕື່ມ ອີກວ່າ: ຈາກຄວາມດຸໜັ້ນ, ອົດທົນ, ບຸກບືນ, ສູ້ຊົນ ຈຶ່ງເຮັດໃຫ້ຊີວິດການ ເປັນຢູ່ຂອງຄອບຄົວ ມີການພັດທະ ນາດີຂຶ້ນເປັນກ້າວໆ ແລະ ເຮັດໃຫ້ ຄອບຄົວມີລາຍຮັບທີ່ໜັ້ນຄົງ, ສາ ມາດປຸກເຮືອນຢູ່ 2 ຊັ້ນຖາວອນ 1 ຫລັງ, ຊື້ລົດຈັກ 1 ຄັນ, ມີວັດຖຸອຸປະ ກອນອໍານວຍຄວາມສະດວກ ໃນ ຄົວເຮືອນ, ມີທຶນໃນການສົ່ງລູກຮໍ່າ ຮຽນ, ມີທຶນໝູນວຽນ ແລະ ມີເງິນ ເກັບໄວ້ໃຊ້ຈ່າຍໃນຍາມຈໍາເປັນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==