lh k'rN o4ko37']j k'g-nj v,3p' da [rkdrN o c]t lkdq o.sh g0A ,c0' xtgmf]k; 3 06/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢາຕົ້ງ ໂດຍ: ເຂົ້າຈານ ]a f4t[ko 8h v';k' ,kf8tdko1j k'g0A ,';f 8+ dko[= ]y dkofj komj k[q d ໂດຍ : ຢາຕົ້ງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ລະບົບ 5G ຄວບຄຸມ 3%. ສຳລັບການພົວພັນຮ່ວມມືກັບ ສາກົນ ແລະ ພາກພື້ນ ເຖິງວ່າຈະຢູ່ ໃນສະພາບການໃດກໍ່ຕາມລວມທັງ ການແພ່ລະບາດຂອງພະຍາດໂຄ ວິດ-19 ແລະ ສະພາບການຂອງ ໂລກ, ພາກພື້ນມີການຜັນແປຢ່າງ ສັບສົນ, ແຕ່ການນໍາພັກ-ລັດແຕ່ລະ ຂັ້ນ ແລະ ຂະແໜງການອົງການ ຕ່າງໆລ້ວນແຕ່ໄດ້ເຄື່ອນໄຫວວຽກ ງານການຮ່ວມມືກັບຕ່າງປະເທດ ໃນກອບສອງຝ່າຍແລະຫລາຍຝ່າຍ ຢ່າງຕັ້ງໜ້າດ້ວຍທຸກວິທີການ. ອັນ ເດັ່ນການນໍາຂັ້ນສູງມີການພົວພັນ ແລກປ່ຽນຢ້ຽມຢາມກັບບັນດາປະ ເທດເພື່ອນມິດ ລວມທັງເພື່ອນມິດ ຍຸດທະສາດ. ເຂົ້າຮ່ວມກອງປະຊຸມ ລະດັບສາກົນ ແລະ ພາກພື້ນຢ່າງ ເປັນປົກກະຕິ ເຊິ່ງເພື່ອນມິດສາກົນ ກໍ່ຄືເພື່ອນມິດຍຸດທະສາດໄດ້ສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອ ຕໍ່ ສປປ ລາວ ເຮົາ ຕາມມູນເຊື້ອທີ່ ເຄີຍປະຕິບັດຜ່ານມາ ແລະ ໄດ້ນໍາ ຜົນປະໂຫຍດສູ່ປະເທດເຮົາຫລາຍ ສົມຄວນ. ສ່ວນການພັດທະນາເຂດເສດ ຖະກິດພິເສດ ມາຮອດປັດຈຸບັນ ມີ ເຂດເສດຖະກິດພິເສດ ທັງໝົດ 21 ເຂດ ຢູ່ໃນ 7 ແຂວງ ລວມທັງນະ ຄອນຫລວງວຽງຈັນ ໂດຍໄດ້ນໍາໃຊ້ ເນື້ອທີ່ດິນເຂົ້າໃນການພັດທະນາປະ ມານ 14 ພັນກວ່າເຮັກຕາ ເຊິ່ງຜ່ານ ການຈັດຕັ້ງປະຕິບັດໃນໄລຍະ 2 ປີ ເຄິ່ງມານີ້, ເຫັນວ່າແຕ່ລະເຂດເສດ ຖະກິດລ້ວນແຕ່ໄດ້ຮັບການພັດທະ ນາດີພໍສົມຄວນ, ອັນເດັ່ນສາມາດ ດຶງດູດການລົງທຶນເຂົ້າໃນເຂດເສດ ຖະກິດພິເສດໄດ້ຫລາຍກວ່າ 270 ບໍລິສັດ.ໃນນີ້ມີທຶນຈົດທະບຽນກວ່າ 550 ລ້ານໂດລາສະຫະລັດ ແລະ ທຶນ 555 ລ້ານກວ່າໂດລາສະຫະ ລັດ. ເປັນການລົງທຶນຂອງ ບໍລິສັດ ພາຍ ໃນ 43 ບໍລິສັດ, ຕ່າງປະເທດ 180 ບໍລິສັດ ແລະ ພາຍໃນຮ່ວມກັບ ຕ່າງປະເທດ 54 ບໍລິສັດ. ໃນນັ້ນ, ລົງທຶນໃນຂະແໜງບໍລິການ ກວມ 63%, ການຄ້າກວມ22%, ອຸດສາ ຫະກໍາ ກວມ 15%. ເຂດທີ່ບໍລິສັດ ເຂົ້າມາລົງທຶນຫລາຍກວ່າໝູ່ແມ່ນ ເຂດສາມຫລ່ຽມຄໍາ, ເຂດກວມ ລວມໄຊເຊດຖາ, ເຂດວຽງຈັນໂລ ຈິສຕິກ, ເຂດສະຫວັນ-ເຊໂນ ແລະ ເຂດບຶງທາດຫລວງ ທັງສາມາດ ເກັບລາຍຮັບເຂົ້າງົບປະມານລັດ ໄດ້ກວ່າ 410 ຕື້ກີບ, ລາຍຮັບທີ່ເກັບ ໄດ້ຫລາຍກວ່າໝູ່ແມ່ນມາຈາກອາ ກອນມູນຄ່າເພີ່ມ, ອາກອນກໍາໄລ, ອາການເງິນເດືອນ, ຄ່າທໍານຽມຄ່າບໍລິການແລະອາກອນອື່ນໆຕາມ ລໍາດັບ. ສຳລັບເຂດທີ່ເກັບລາຍຮັບ ໄດ້ຫລາຍກວ່າໝູ່ແມ່ນເຂດກວມ ລວມໄຊເຊດ, ສາມຫລ່ຽມຄໍາ, ເສດ ສະຫວັນ-ເຊໂນຕາມລຳດັບ. ມູນຄ່າ ການສົ່ງອອກສິນຄ້າໃນເຂດເສດຖະ ກິດພິເສດມີ 1 ຕື້ກວ່າໂດລາສະຫະ ລັດ ເຊິ່ງເຂດທີ່ສົ່ງອອກຫລາຍແມ່ນ ເຂດສະຫວັນ-ເຊໂນ, ເຂດກວມ ລວມໄຊເຊດຖາ, ເຂດການຄ້າວຽງ ຈັນ-ໂນນທອງ ແລະ ເຂດປາກເຊຍີ່ປຸ່ນ. ຂະນະທີ່ການນໍາເຂົ້າສິນຄ້າ ເພື່ອ ມາເປັນວັດຖຸດິບແລະອຸປະກອນມາ ຮັບໃຊ້ການຜະລິດແລະ ການກໍ່ສ້າງ ພື້ນຖານໂຄງລ່າງ ມີ 1.367 ຕື້ກວ່າ ໂດລາສະຫະລັດ. ໃນນີ້ເຂດທີ່ນໍາ ເຂົ້າຫລາຍ ແມ່ນເຂດການຄ້າວຽງ ຈັນ-ໂນນທອງ, ສະຫວັນ-ເຊໂນ, ເຂດກວມລວມໄຊເຊດຖາແລະ ເຂດ ປາກເຊ-ຍີ່ປຸ່ນ. ການພັດທະນາເສດ ຖະກິດພິເສດ ແຕ່ລະບ່ອນສາມາດ ສ້າງວຽກເຮັດງານທໍາໃຫ້ແກ່ແຮງ ງານລາວ33 ພັນກວ່າຄົນ, ເຂດທີ່ມີ ແຮງງານລາວແມ່ນສາມຫລ່ຽມ ຄໍາ 15 ພັນກວ່າຄົນ, ຮອງລົງມາ ແມ່ນເຂດສະຫວັນ-ເຊໂນ 4,1 ພັນ ກວ່າຄົນ, ເຂດກວມລວມໄຊເຊດຖາ 3,9 ພັນກວ່າຄົນ. * ພັກ-ລັດຖະບານ ໄດ້ສຸມໃສ່ກໍ່ ສ້າງ-ຍົກລະດັບຟື້ນຟູ ແລະ ບູລະນະ ສ້ອມແປງໂຄງລ່າງພື້ນຖານຄົມມະ ນາຄົມທາງບົກທີ່ເປັນຕາໜ່າງນອນ ໃນບັນດາແລວເສດຖະກິດ ຕາມ ຄວາມສາມາດຂອງງົບປະມານ ແລະ ມີສ່ວນຮ່ວມຂອງພາກທຸລະ ກິດ. ຂະນະທີ່ການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນສໍາເລັດ ແລະ ເປີດ ການນໍາໃຊ້ຢ່າງເປັນທາງການໃນ ທ້າຍປີ 2021 ຕິດພັນກັບການສຸມ ໃສ່ພັດທະນາທ່າບົກ 9 ແຫ່ງ, ໃນນີ້ ໄດ້ເປີດນໍາໃຊ້ແລ້ວ 3 ແຫ່ງຄື: ທາ ບົກສະຫວັນນະເຂດ, ທ່າບົກຈໍາປາ ສັກແລະທ່າບົກທ່ານາແລ້ງນະຄອນ ຫລວງວຽງຈັນ. ນອກຈາກນີ້ກໍ່ໄດ້ພະຍາຍາມສຸມ ໃສ່ການຫັນເປັນທັນສະໄໝໃນທຸກ ຂົງເຂດວຽກງານ ແລະ ມີບາດກ້າວ ຫັນປ່ຽນທີ່ຕັ້ງໜ້າ, ອັນພົ້ນເດັ່ນແມ່ນ ການພັດທະນາພື້ນຖານໂຄງລ່າງ ດ້ານໂທລະຄົມມະນາຄົມ ເຊິ່ງມາ ຮອດປັດຈຸບັນມີສະຖານີຮັບສົ່ງສັນ ຍານໂທລະສັບມືຖືກວ່າ 8.900 ສະ ຖານີ ຄວບຄຸມໄດ້ 18 ແຂວງ, 148 ເມືອງ ເຮັດໃຫ້ທົ່ວປະເທດມີສັນ ຍານມືຖືແຍກຕາມລະບົບ 3G ຄວບ ຄຸມ85%, 4Gຄວບຄຸມ76%ແລະ -u ;y fdkogxa o16j 0v'xt-k-q o wfh Ia [dkoxa [x5 'fu 0B o * ກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ດໍາເນີນມາເປັນເວລາຫລາຍ ແລ້ວ ເຊິ່ງບັນດາສະມາຊິສະພາ ແຫ່ງຊາດ (ສສຊ) ຈາກເຂດເລືອກ ຕັ້ງຕ່າງໆ ກໍ່ໄດ້ສຸມສະຕິປັນຍາຂອງ ຕົນປະກອບຄຳເຫັນໃສ່ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມທຸກຍາກດ້ານ ເສດຖະກິດ-ການເງິນ ໃນໄລຍະ 3 ປີຜ່ານມາໃຫ້ມີຄວາມຮັດກຸມ ໂດຍ ສະເພາະໄດ້ສະເໜີໃຫ້ລັດຖະບານ ຕ້ອງເອົາໃຈໃສ່ຕໍ່ການວາງມາດ ຕະການຢ່າງເຂັ້ມງວດ ຕໍ່ການບໍລິ ການທາງຜ່ານທ່າບົກ ໃຫ້ມີຄວາມ ສອດຄ່ອງກັບສະພາບຄວາມເປັນ ຈິງໃນປັດຈຸບັນ. ດັ່ງທ່ານ ສັນຍາ ປະເສີດ ສສຊ ເຂດເລກຕັ້ງທີ 13 ແຂວງສະຫວັນ ນະເຂດ ໄດ້ມີບາງຄຳເຫັນວ່າ: ໃນ ໄລຍະຜ່ານມາ ລັດຖະບານສາມາດ ປະຕິບັດໄດ້ຕໍ່ວຽກງານ ຕ່າງໆຢ່າງ ມີຜົນສຳເລັດໜ້າເພິ່ງພໍໃຈ ອັນໄດ້ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍ ຕໍ່ເນື່ອງ, ແຕ່ທ່າແຮງໃນການເຊື່ອມ ໂຍງເຊື່ອມຈອດ ນັ້ນຍັງຂັດກັນຢູ່ ເປັນຕົ້ນດຳລັດວ່າດ້ວຍດ່ານຊາຍ ແດນ ແລະ ສະໜາມບິນ, ທາງທ່າ ບົກແລະ ກົດໝາຍພາສີຈະອຳນວຍ ຄວາມສະດວກແນວໃດໃຫ້ສິນຄ້າ ສົ່ງອອກຜ່ານດ່ານດັ່ງກ່າວມີຄວາມ ສະດວກ. ດັ່ງນັ້ນ, ຢາກສະເໜີໃຫ້ ລັດຖະບານວາງມາດຕະການ, ມາດຕະຖານການການບໍລິການ ຕ່າງໆເຂັ້ມງວດ ເພື່ອເຮັດແນວໃດ ໃຫ້ດ່ານທ່າບົກດີຂຶ້ນ ພ້ອມໃຫ້ຮີບ ຮ້ອນປັບປຸງບັນດາເອກະສານ, ນິຕິ ກຳທີ່ຂັດຕໍ່ກັບການບໍລິການຕ່າງໆ. ໃນນັ້ນ, ເລື່ອງສິນເຊື່ອໂດຍສະເພາະ ແຂວງສະຫວັນນະເຂດ ຍັງເຫັນ ຫລາຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ, ຕ້ອງການແຫລ່ງທຶນ ເພື່ອເຂົ້າສູ່ສິນເຊື່ອ. ພ້ອມນັ້ນ, ຢາກ ຮູ້ວ່າຜູ້ທີ່ປ່ອຍເງິນກູ້ໃຫ້ແກ່ທຸລະ ກິດຂະໜາດນ້ອຍຂະໜາດກາງຢູ່ ໃນແຕ່ລະແຂວງມີຫລາຍປານໃດ ແລະ ແມ່ນບໍລິສັດໃດ, ມີຈຳນວນ ເທົ່າໃດ ເພື່ອຈະໄດ້ລົງຕິດຕາມກວດ ກາການຜະລິດນັ້ນມີແທ້ບໍ, ມີປະສິດ ທິຜົນຄືແນວໃດ. ສະນັ້ນ, ຈະມີວິທີ ທາງແນວໃດ ໃຫ້ວິສາຫະກິດດັ່ງ ກ່າວໃຫ້ສາມາດເຂົ້າເຖິງເງິນໄດ້ ໃຫ້ລັດຖະບານພິຈາລະນາຕື່ມ. ຄຽງຄູ່ກັນນັ້ນ ສປປ ລາວ ຍັງມີ ຫຍາຍເຂື່ອນໄຟຟ້ານຳສົ່ງຂາຍ ອອກໄປຕ່າງປະເທດແຕ່ເງິນຢູ່ຕ່າງ ປະເທດຫລາຍ ຄວນໃຫ້ມາຊໍາລະ ສະສາງຢູ່ພາຍໃນປະເທດ, ຖ້າຫາກ ໄດ້ເງິນຈາກຕ່າງປະເທດໃນການ ຂາຍໄຟຟ້ານີ້ ເຊື່ອວ່າຈະບໍ່ຂາດ ແຫລ່ງງົບປະມານການເງິນ, ເງິນ ຕາຕ່າງປະເທດ ເພື່ອນຳມາຊຳລະ ສະສາງຕ່າງໆ ແລະ ຂໍໃຫ້ຊໍາລະ ຜ່ານລະບົບທະນາຄານ. ໃນນັ້ນ, ລັດ ຖະບານຄວນເຂັ້ມງວດກວດກາສິນ ຄ້າກ່ອນຈະສົ່ງອອກ ໂດຍໃຫ້ມີການ ຊໍາລະເງິນກ່ອນ ຈຶ່ງອະນຸຍາດໃຫ້ ນຳສິນຄ້າສົ່ງອອກໄປຕ່າງປະເທດ. ທ່ານ ສັນຍາ ປະເສີດ ກ່າວ. ຄອງຊີບ, ນ້ຳມັນແພງ, ເງິນເຟີ້ ແລະ ອື່ນໆ, ແຕ່ເຖິງຢ່າງໃດກໍ່ຕາມ ພັກລັດຖະບານກໍ່ໄດ້ພະຍາມແກ້ໄຂ ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ຢ່າງມີຈຸດສຸມ ແລະ ປະສົບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້. ຂະ ນະທີ່ຍັງມີບາງຈຸດຕ້ອງໄດ້ເອົາໃຈ ໃສ່ສືບຕໍ່ແກ້ໄຂໃນຕໍ່ໜ້າຕື່ມອີກ. ໜຶ່ງໃນຫລາຍໜ້າວຽກຢູ່ໃນການ ຈັດຕັ້ງປະຕິບັດກາງສະໄໝແຜນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX 20212025 ນັ້ນ, ພັກ-ລັດຖະບານ ກໍ່ໄດ້ ເອົາໃຈໃສ່ສຸມໃສ່ວຽກງານພັດທະ ນາຊົນນະບົດແລະແກ້ໄຂຄວາມທຸກ ຍາກຂອງປະຊາຊົນບັນດາເຜົ່າໃນ ຂອບເຂດທົ່ວປະເທດ, ຢູ່ຕາມເຂດ ຈຸດສຸມບູລິມະສິດຕ່າງໆ ດ້ວຍການ ສະໜອງເງື່ອນໄຂ ແລະ ໂຄງລ່າງ ພື້ນຖານທີ່ຈໍາເປັນຕາມຄວາມສາ *ມາຮອດປັດຈຸບັນ ການຈັດຕັ້ງ ປະຕິບັດກາງສະໄໝແຜນການພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີຄັ້ງທີ IX 2021-2025, ກໍ່ມີຫລາຍໜ້າວຽກໄດ້ຮັບການພັດ ທະນາດີຂຶ້ນທ່າມກາງສະພາບແວດ ລ້ອມພົບຄວາມຫຍຸ້ງຍາກຫລາຍ ດ້ານ ໂດຍສະເພາະແມ່ນການແພ່ລະ ບາດຂອງພະຍາດໂຄວິດ-19, ຄ່າ ໂຄງໃຫ້ຊຸມຊົນໄດ້ 1.751/ຊຸດບ້ານ ເທົ່າກັບ 62,53% (ແຜນການ 5 ປີ ໃຫໄດ້ 2.800 ຊຸດ/ບ້ານ). ນອກຈາກນີ້, ຍັງໄດ້ສຸມໃສ່ກໍ່ ສ້າງໂຄງລ່າງພື້ນຖານທີ່ຈໍາເປັນ ຈໍານວນໜຶ່ງ ໃນບັນດາຕົວເມືອງ ຂອງເມືອງ ແລະ ບ້ານທີ່ທຸກຍາກ ໂດຍສະເພາະແມ່ນການກໍ່ສ້າງແລະ ສ້ອມແປງເສັ້ນທາງຊົນນະບົດ, ໂຮງໝໍຊຸມຊົນ, ຕາຂ່າຍໄຟຟ້າ ແລະ ອື່ນໆ ໂດຍມີສ່ວນຮ່ວມຂອງປະຊາ ຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ ເປັນຂະບວນການດີສົມຄວນ, ເຮັດ ໃຫ້ອັດຕາການເຂົ້າເຖິງລະບົບສາ ທາລະນຸປະໂພກ ມີຄວາມຄືບໜ້າ ດີເປັນຕົ້ນ ອັດຕາການການຊົມໃຊ້ ໄຟຟ້າ ມາຮອດປັດຈຸບັນບັນລຸໄດ້ 95,45%(ແຜນການ5ປີ98%); ໄດ້ເອົາໃຈໃສ່ຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທໍາໃຫ້ໄວ ໜຸ່ມແລະຜູ້ດ້ອຍໂອກາດຕາມຄວາມ ສາມາດຕົວຈິງງົບປະມານຂອງລັດ ແລະ ມີສ່ວນຮ່ວມຂອງຜູ້ປະກອບ ການຕ່າໆໆ, ໄດ້ສືບຕໍ່ສົ່ງເສີມຄວາມ ສະເໝີພາບຍິງ-ຊາຍການປົກປ້ອງ, ຊ່ວຍເຫລືອຜູ້ທີ່ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການຊ່ວຍເຫລືອຜູ້ເຄາະ ຮ້າຍຈາກອຸບັດເຫດຕ່າງໆ ແລະ ໄພ ພິບັດທາງທໍາມະຊາດ ຕາມແຜນ ທີ່ກໍານົດໄວ້; ໄດ້ເອົາໃຈໃສ່ປະຕິບັດ ພັນທະສັນຍາ ແລະ ອະນຸສັນຍາກັບ ສາກົນຕ່າງໆຢ່າງຕັ້ງໜ້າ ໂດຍສະ ເພາະສົນທິສັນຍາວ່າ ດ້ວຍສິດທິ ເດັກ ແລະ ສົນທິສັນຍາຊີດໍ ເຊິ່ງໄດ້ ເຮັດໃຫ້ຄາດໝາຍຈໍານວນ ໜຶ່ງມີ ຄວາມຄືບໜ້າສົມຄວນຄື: ໄດ້ສ້າງ ເງື່ອນໄຂໃຫ້ເພດຍິງໄດ້ບັນຈຸສັບ ຊ້ອນເປັນພະນັກງານນໍາພາ-ຄຸ້ມ ຄອງທຸກຂັ້ນ, ແມ່ຍິງໄດ້ບັນຈຸສັບ ຊ້ອນເຂົ້າເປັນສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ໄດ້ກວມເອົາ28,4% ຂອງສະມາຊິກສະພາທັງໝົດ(ແຜນ ການ 5 ປີ ໃຫ້ກວມເອົາ 30%). ໃນ ນີ້, ແມ່ຍິງທີ່ເປັນສາມະຊິກສະພາ ແຫ່ງຊາດ ກວມເອົາ 22% ແລະ ແມ່ຍິງ ເປັນສະມາຊິກສະພາປະຊາ ຊົນຂັ້ນແຂວງ ກວມເອົາ 30,5%). ດັດຊະນີຄວາມບໍ່ສະເໝີພາບຍິງຊາຍເທົ່າກັບ0,478(ແຜນການໃຫ້ ຫລຸດລົງ 0,340 ໃນປີ2025), ດັດ ຊະນີການພັດທະນາຄວາມສະເໝີ ພາບຍິງ-ຊາຍ ປະເມີນໄດ້ 0,949 (ແຜນການໃຫ້ເພີ່ມຂຶ້ນ 0,984 ໃນ ປີ 2025). ຂະນະທີ່ມາຮອດປັດຈຸບັນ ກໍ່ໄດ້ ຝຶກອົບຮົມໃຫ້ແກ່ຊາວໜຸ່ມໃນສາຂາ ວິຊາຊີບຕ່າງໆໄດ້ຈໍານວນ 2.539 ຄົນ (ແຜນການ 5 ປີ ຂະຫຍາຍຕົວ ສະເລ່ຍ20%ຕໍ່ປີ); ຂະຫຍາຍການ ຄຸ້ມຄອງຫົວໜ່ວຍວິສາຫະກິດທີ່ ໄດ້ ຮັບການຄຸ້ມຄອງຈາກປະກັນສັງຄົມ ເພີ່ມໃໝ່ໄດ້ 604 ຫົວໜ່ວຍ ເທົ່າກັບ 47,37% ຂອງແຜນການ (ແຜນ ການ 5 ປີ 1.275 ຫົວໜ່ວຍ), ຂະ ຫຍາຍອັດຕາການປົກຄຸມປະກັນສັງ ຄົມໄດ້104.919ຄົນ, ຍິງ46.697 ຄົນ ເທົ່າກັບ 66,62% ຂອງແຜນ ການ (ແຜນການ 5 ປີ 157.500 ຄົນ); ກວດກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມທຸລະ ກິດ ໄດ້ 11.879 ເຮັກຕາ ເທົ່າກັບ 23,76% ຂອງແຜນການ (ແຜນ ການ 5 ປີ 50.000 ເຮັກຕາ). ພາບປະກອບ ພາບປະກອບ ມາດຕົວຈິງ ເພື່ອສົ່ງເສີມການຜະ ລິດແລະ ສ້າງລາຍຮັບໃຫ້ກັບປະຊາ ຊົນ ເຊິ່ງໄດ້ເຮັດໃຫ້ຕົວຊີ້ບອກຈໍາ ນວນໜຶ່ງມີຄວາມຄືບໜ້າດີເປັນຕົ້ນ ແມ່ນສາມາດສ້າງຄອບຄົວພົ້ນທຸກ ໄດ້ 48.067 ຄອບຄົວ, ເທົ່າກັບ 23,52% (ແຜນການ 5 ປີໃຫ້ໄດ້ ເພີ່ມ 204.360 ຄອບຄົວ), ສ້າງ ບ້ານພົ້ນທຸກໄດ້ 482 ບ້ານ ເທົ່າກັບ 15,5% (ແຜນການ 5 ປີ ໃຫ້ໄດ້ 3.104 ບ້ານ), ສ້າງຄອບຄົວພັດ ທະນາ ໄດ້ 50.076 ຄອບຄົວ, ເທົ່າ ກັບ20,4%(ແຜນການ5ປີໃຫ້ໄດ້ 245.754 ຄອບຄົວ), ສ້າງບ້ານ ພັດທະນາໄດ້ 559 ບ້ານ ເທົ່າກັບ 12,65 (ແຜນການ 5 ປີໃຫ້ໄດ້ 4.420ບ້ານ), ສ້າງບ້ານໃຫຍ່ ເປັນ ຕົວເມືອງນ້ອຍໃນຊົນນະບົດ ໄດ້ 12 ບ້ານ ເທົ່າກັບ 120% (ແຜນການ 5 ປີໃຫ້ໄດ້ 10 ບ້ານ). ນອກຈາກ ນີ້, ໄດ້້ສໍາເລັດສ້າງຄອບຄົວວັດ ທະນະທໍາ 38.540 ຄອບຄົວ ເທົ່າ 30% (ແຜນການ 5 ປີໃຫ້ໄດ້ 130.000ຄອບຄົວ)ສ້າງບ້ານວັດ ທະນະທໍາໄດ້ 354 ບ້ານ ເທົ່າກັບ 46%(ແຜນການ 5 ປີ ໃຫ້ໄດ້ 750 ບ້ານ) ແລະ ຂະຫຍາຍບົບໂທລະ
RkJQdWJsaXNoZXIy MTc3MTYxMQ==