5741

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/11/2023 xtgmf]k; sq ;|h k vvxl 8h voIa [m6 f ly 'dt3x7q o.\j xt9e]k; ລັດຖະບານ ກຳນົດ.... ປະທານາທິບໍດີ.... ຮອງນາຍົກລັດຖະມົນຕີ... ຫົວໜ້າຄະນະຜູ້ແທນ... ລັດຖະບານ ສ້າງເງື່ອນໄຂ... ຂປລ. ໃນວັນທີ 2 ພະຈິກ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານນາງ ເມລານີ ລຸຍສ໌ ບາໂລ (Melanie Louise Barlow) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະ ຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ. ໂອກາດນີ້, ທ່ານ ຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ແລະ ຊົມເຊີຍທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດໍາລົງຕໍາແໜ່ງເປັນເອກອັກຄະລັດ ຖະທູດ ແຫ່ງ ສະຫະຣາຊະອານາ ຈັກອັງກິດ ແລະ ອຽກລັງເໜືອ ປະ ຈໍາ ສປປ ລາວ. ພ້ອມທັງຕີລາຄາສູງ ຕໍ່ການຮ່ວມມືແລະ ການຊ່ວຍເຫລືອ ຂອງອັງກິດ ໃຫ້ແກ່ ສປປ ລາວ ໃນ ໄລຍະຜ່ານມາ ທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ ເປັນ ຕົ້ນຂະ ແໜງສາທາລະນະສຸກ, ການສຶກສາ ແລະ ການເກັບກູ້ລະເບີດທີ່ບໍ່ທັນ ແຕກ, ລວມເຖິງການຊ່ວຍເຫລືອ ດ້ານວັກຊິນ ແລະ ອຸປະກອນເພື່ອຕໍ່ສູ້ ກັບພະຍາດໂຄວິດ-19 ແລະ ອື່ນໆ; ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈ ມາຍັງຝ່າຍອັງກິດ ທີ່ໄດ້ສືບຕໍ່ໃຫ້ ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ຕະຫລອດມາ, ພ້ອມທັງໄດ້ສະ ເໜີຝ່າຍອັງກິດ ສືບຕໍ່ໃຫ້ການຊ່ວຍ ເຫລືອແກ່ ສປປ ລາວ ໃນຂົງເຂດ ບຸລິມະສິດ ໂດຍສະເພາະແມ່ນວຽກ ງານການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ພະລັງງານ, ການຮັກສາສິ່ງແວດ ລ້ອມ ແລະ ແຜນງານອື່ນໆ. ນອກນີ້, ຍັງໄດ້ແຈ້ງໃຫ້ທ່ານ ນາງເມລານີ ລຸຍສ໌ ບາໂລຊາບ ກ່ຽວກັບການກະ ກຽມຄວາມພ້ອມ ແລະ ຄວາມຄືບ ໜ້າໃນການຈະເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ 2024, ລວມເຖິງການເປີດປີທ່ອງທ່ຽວ ລາວ, ພ້ອມທັງໄດ້ເຊື້ອເຊີນນັກທ່ອງ ທ່ຽວ ແລະ ນັກລົງທຶນ ຂອງອັງກິດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນໃນ ຂະແໜງການທີ່ມີທ່າແຮງ ແລະ ມີຄວາມສົນໃຈ ຢູ່ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ນາງ ເມລານີ ລຸຍສ໌ ບາໂລ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຕ້ອນຮັບໃນຄັ້ງນີ້ແລະໄດ້ສະແດງ ຄວາມຫວັງວ່າທຸກພາກສ່ວນກ່ຽວ ຂ້ອງຂອງ ສປປ ລາວ ຈະສືບຕໍ່ໃຫ້ ການຮ່ວມມື ແລະ ອໍານວຍຄວາມ ສະດວກ ໃນໄລຍະການປະຕິບັດໜ້າ ທີ່ການທູດຂອງຕົນ ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບ ຄາດໝາຍ, ພ້ອມທັງສະແດງຄວາມ ຍິນດີໃນການສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອແກ່ສປປ ລາວ ໃນຕໍ່ໜ້າ. ໃນມື້ດຽວກັນ,ທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເປໂດຣ ສະວາເລັນ (Pedro Zwahlen), ເອກອັກຄະລັດຖະທູດ ຂປລ.ທ່ານໄຊຊະນະໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊູເດັດ ມາເນຍ ເອກອັກຄະລັດ ຖະທູດ ແຫ່ງສິງກະໂປຄົນໃໝ່ ປະ ຈຳ ສປປ ລາວ ໃນວັນທີ 3 ພະຈິກ 2023 ໃນໂອກາດທີ່ໄດ້ຮັບໜ້າທີ່ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສິງກະໂປ ປະ ຈຳ ສປປ ລາວ ຄົນໃໝ່. ໂອກາດດັ່ງກ່າວ, ທ່ານໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມ ຂອບໃຈ ແລະ ສະແດງຄວາມຍິນ ດີຊົມເຊີຍຕໍ່ທ່ານທູດສິງກະໂປ ທີ່ໄດ້ ຖືກແຕ່ງຕັ້ງດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີ ອຳນາດເຕັມ ປະຈຳ ສປປ ລາວ ພ້ອມທັງອວຍພອນໃຫ້ທ່ານທູດ ຈົ່ງ ຄະນະສັນຕິພາບ... ວິສາມັນຜູ້ມີອຳນາດເຕັມ ແຫ່ງສະ ມາພັນທະລັດ ສະວິດ ປະຈຳລາວ, ເຊິ່ງມີສໍານັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ Pedro Zwahlen ທີ່ຖືກແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງເປັນເອກອັກ ຄະລັດຖະທູດແຫ່ງສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ. ພ້ອມທັງ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫລອດໄລຍະ ຜ່ານມາ, ນັບແຕ່ໄດ້ສ້າງຕັ້ງສາຍ ພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963, ສປປ ລາວ ແລະ ສະ ວິດ ໄດ້ມີການພົວພັນຮ່ວມມືອັນດີ ນຳກັນແລະມີທ່າເຕີບໃຫຍ່ຂະຫຍາຍ ຕົວຂຶ້ນເລື້ອຍໆ, ເຊິ່ງປີນີ້້ຖືເປັນປີທີ່ ມີຄວາມໝາຍສໍາຄັນທີ່ສອງຝ່າຍ ຮ່ວມກັນ ສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ສະວິດ ຄົບ ຮອບ 60 ປີ ແລະ ພິທີສະເຫລີມສະ ຫລອງດັ່ງກ່າວກໍຈະມີຂຶ້ນໃນຄ່ຳຄືນ ຂອງວັນທີ 2 ພະຈິກ 2023. ນອກ ນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງໃຫ້ ຊາບ ກ່ຽວກັບ ການກະກຽມເປັນປະ ທານ ອາຊຽນ ຂອງ ສປປ ລາວ ແລະ ເປີດປີທ່ອງທ່ຽວລາວ ໃນປີ 2024. ຂະນະດຽວກັນ,ທ່ານເອກອັກຄະ ລັດຖະທູດ Pedro Zwahlen ໄດ້ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ທັງຍັງໄດ້ ສະແດງຄວາມຍິນດີທີ່ຈະສືບຕໍ່ການ ຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ, ລວມເຖິງການເປັ ນປະ ທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບ ຄາດໝາຍ ແລະ ຍັງໄດ້ສະແດງ ຄວາມຢືນຢັນວ່າ ໃນໄລຍະການ ປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈະເຮັດສຸດຄວາມສາ ມາດ ເພື່ອສືບຕໍ່ເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງສອງປະ ເທດສະວິດ-ລາວ ໃຫ້ນັບມື້ນັບດີຂຶ້ນ. ຂ່າວ-ພາບ: ກຕທ ແຫ່ງ) ສາມາດຜະລິດໄດ້ທັງໝົດ 355.600ໂຕນກວມປະມານ60% ຂອງຄວາມຕ້ອງການພາຍໃນ (592.670 ໂຕນ). ນອກຈາກນັ້ນ, ໄດ້ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ຜະລິດຊີມັງ, ເຫລັກເສັ້ນ ແລະ ເຫລັກ ຮູບປະພັນ, ທໍ່ຢາງ, ນໍ້າສີ, ດິນຈີ່, ນໍ້າດື່ມ ແລະ ອື່ນໆ ໃຫ້ສາມາດສະ ໜອງຄວາມຕ້ອງການພາຍໃນໄດ້ ເປັນສ່ວນໃຫຍ່. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມທຸກຍາກ ດ້ານເສດຖະກິດ ໄລຍະ 3 ປີຜ່ານມາ ໃນກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກ ໂດຍຊີ້ໃຫ້ເຫັນ ຕື່ມວ່າ: ສຳລັບວຽກຈຸດສຸມການ ສ້າງຄວາມເຂັ້ມແຂງດ້ານການເກັບ ລາຍຮັບງົບປະມານ ແມ່ນໄດ້ວາງ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 18/ນຍ ເພື່ອຊຸກຍູ້ການເກັບລາຍຮັບ ງົບປະມານໃຫ້ບັນລຸຕາມແຜນການ. ພ້ອມທັງສືບຕໍ່ຊຸກຍູ້ການຫັນເປັນ ທັນສະໄໝ ໃນລະບົບການເກັບ ລາຍຮັບງົບປະມານ ເປັນຕົ້ນຍົກລະ ດັບລະບົບຕິດຕາມ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າຜ່ານ ລະບົບ ອາຊີກູດາ (ASYCUDA) ມາເປັນລະບົບແຈ້ງພາສີປະ ຕູດຽວແຫ່ງຊາດອາຊີກູດາຝຣັດ (NSWA+); ຂະຫຍາຍການນຳ ໃຊ້ລະບົບ TAXRIS ແລະ ລະບົບ ຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງ ລັດ ແບບເອເລັກໂທນິກ(AMIS), ພ້ອມນັ້ນ ໄດ້ພັດທະນາລະບົບເຊື່ອມ ໂຍງຂໍ້ມູນກັບຖານລາຍຮັບຂອງຂະ ແໜງການຕ່າງໆ. ສຳລັບໃນປີ 2024 ລັດຖະບານ ຈະສຸມໃສ່ການຜະລິດພາຍໃນ ເພື່ອ ທົດແທນການນໍາເຂົ້າ ແລະ ສົ່ງອອກ ໂດຍສ້າງເງື່ອນໄຂ ແລະ ຊຸກຍູ້ຜູ້ປະ ກອບການ ເຂົ້າຮ່ວມໂຄງການສົ່ງ ເສີມການຜະລິດ ເພື່ອທົດແທນການ ນໍາເຂົ້າໃນ 2 ປະເພດບັນຊີ ໂດຍສະ ເພາະພືດໃນບັນຊີພືດ-ສັດຫ້າມນໍາ ເຂົ້າ. ພ້ອມທັງຂະຫຍາຍແຫລ່ງທຶນ ໃຫ້ແກ່ກຸ່ມການຜະລິດ ແລະ ດຶງດູດ ໂຄງການລົງທຶນຕ່າງປະເທດ, ເລັ່ງ ແກ້ໄຂສິ່ງກີດຂວາງຕ່າງໆລວມທັງ ຫລຸດຕົ້ນທຶນການຜະລິດສໍາລັບການ ຜະລິດອຸດສາຫະກຳປຸງແຕ່ງພາຍ ໃນເຊັ່ນ:ປູ່ຍ,ຊີມັງ,ເຫລັກແລະອື່ນໆ, ປັບປຸງຄືນນະໂຍບາຍສົ່ງເສີມການ ຜະລິດ ແລະ ການລົງທຶນ, ນະໂຍ ບາຍດ້ານພາສີ-ອາກອນ ແລະ ອື່ນໆ ເພື່ອເຮັດໃຫ້ການຜະລິດພາຍໃນບໍ່ ເສຍປຽບ ໃນການແຂ່ງຂັນກັບສິນ ຄ້າຕ່າງປະເທດ, ພ້ອມທັງສ້າງເງື່ອນ ໄຂໃຫ້ມີການສົ່ງອອກ; ສືບຕໍ່ຊຸກຍູ້ ການຜະລິດພືດທີ່ໄດ້ຮັບໂຄຕາສົ່ງ ອອກແລ້ວ ໂດຍສະເພາະເລັ່ງປັບ ປຸງມາດຕະຖານ ແລະ ຄຸນນະພາບ ຕາມເງື່ອນໄຂທີ່ໄດ້ກໍານົດໃນສັນຍາ ແລ້ວສູ້ຊົນໃຫ້ມີການສົ່ງອອກຕົວຈິງ ຫລາຍຂຶ້ນ; ເລັ່ງປັບປຸງພື້ນຖານໂຄງ ລ່າງ ແລະ ສິ່ງອຳນວຍຄວາມສະ ດວກໂດຍສະເພາະເຂດທ່ອງທ່ຽວທີ່ ມີຊື່ສຽງ ແລະ ປັບປຸງຂອດບໍລິການ ແລະ ການຄຸ້ມຄອງແຫລ່ງທ່ອງ ໃຫ້ ໄດ້ມາດຕະຖານສາກົນ; ສູ້ຊົນດຶງ ດູດນັກທ່ອງທ່ຽວຕ່າງປະເທດໃຫ້ ເກີນ 3,5 ລ້ານ ເທື່ອຄົນຂຶ້ນໄປ; ເລັ່ງ ປະເມີນຂາດຕົວການຈັດຕັ້ງປະຕິບັດ ໂຄງການທົດລອງຂຸດຄົ້ນແຮ່ໃນໄລ ຍະຜ່ານມາ, ໂຄງການແຮ່ທາດທົດ ລອງທີ່ມີປະສິດທິຜົນແມ່ນຫັນເຂົ້າ ສູ່ກົນໄກປົກກະຕິ, ພ້ອມທັງໃຫ້ຢຸດ ຕິໂຄງການທີ່ບໍ່ມີປະສິດທິຜົນ ແລະ ການອະນຸມັດໃໝ່, ຊຸກຍູ້ໂຄງການ ທົດລອງຊັບສິນດີຈິຕອນໃຫ້ສາມາດ ເຄື່ອນໄຫວຕາມແຜນການ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ໃນວັນທີ 2 ພະຈິກ 2023 ນີ້. ສຳ ລັບມາດຕະການທີ່ຕ້ອງຄວບຄຸມ ແລະ ເກືອດຫ້າມນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນປະ ກອບມີ: ເຂົ້າ, ກາເຟ (ເມັດ, ບົດ, ສຳເລັດຮູບ), ຊາ; ພືດກິນໃບປະ ກອບມີ: ຜັກກາດ ທຸກປະເພດ, ຜັກ ກະລໍ່າປີ, ຜັກສະຫລັດ, ຜັກຫົມ, ຜັກຫອມປ້ອມ, ຜັກຊີ, ຜັກບົ້ງ,ຜັກ ບົ່ວໃບ, ຫອມລາບ, ຫອມເປ, ຫອມ ແພວ, ບົວລະພາ, ໃບຂີ້ຫູດ; ພືດ ກິນຫົວ ປະກອບມີ: ຫົວຂີງ, ຂ່າ, ຫົວສິໄຄ, ເຜືອກ, ມັນດ້າງ, ມັນ ເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ; ພືດ ກິນໝາກ ປະກອບມີ: ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກ ໂຕນ, ໝາກເຜັດນ້ອຍ, ສາລີ ແອ້ (ສາລີອ່ອນ), ໝາກໂມ, ໝາກ ບວບ, ໝາກແຄ້ງ, ຖົ່ວພູ; ປະເພດ ເຫັດ ປະກອບມີ: ເຫັດນາງລົມ, ເຫັດເຟືອງ, ເຫັດປວກ, ເຫັດເຜາະ, ເຫັດບົດ, ເຫັດລະໂງກ. ສ່ວນປະເພດ ສັດ ແລະ ຜະລິດຕະພັນສັດ ມີ: ງົວ, ໝູ, ແບ້, ໄກ່ພັນຊີ້ນ, ໄກ່ສຸດໄຂ່, ໄກ່ ລາດ, ໄກ່ສາມສາຍພັນ, ເປັດ, ຫ່ານ. ສຳລັບ ຜະລິດຕະພັນສັດ ມີໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ປາແດກ, ຊິ້ນ ສ່ວນ ແລະ ເຄື່ອງໃນສັດທຸກປະ ເພດ; ປານໍ້າຈືດ ແລະ ຜະລິດຕະພັນ ປານ້ໍາຈືດທຸກຊະນິດ. ສຳລັບລາຍການສິນຄ້າກະສິກຳ ທີ່ຕ້ອງການໃຫ້ຫລຸດຜ່ອນການ ນຳເຂົ້າປະກອບມີ: ຜັກກະລ່ຳປີ ດອກຂຽວ (ຜັກບລ໋ອກເຄີລີ),ຜັກ ກະລໍ່າປີດອກຂາວ, ຫົວຜັກທຽມ, ຫົວຜັກບົ່ວ, ຜັກເຊີນາລີ, ໝາກເຜັດ ໃຫຍ່, ໝາກເລັ່ນ, ຫົວຜັກກາດຂາວ, ຫົວກະລົດ, ມັນຝຣັ່ງ ແລະ ຫົວບີ ທຣຸດ. ສ່ວນປະເພດສັດ ແລະ ຜະລິດ ຕະພັນສັດມີ: ຊີ້ນເກຣດດີຂອງ ຊີ້ນ ງົວ, ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ພັດຕະຄານ ຫລື ໂຮງ ແຮມໃຫຍ່, ຕ່ອນນ້ຳມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນຳມາປຸງແຕ່ງຮັບ ໃຊ້ບໍລິສັດຫລື ໂຄງການສະເພາະໃດ ໜຶ່ງ. ສຳລັບອາຫານທະເລແມ່ນ ອະນຸຍາດໃຫ້ນຳເຂົ້າແຕ່ໃຫ້ມີມາດ ຕະການຄຸ້ມຄອງຮ່ວມກັບບັນດາ ແຂວງໃຫ້ຮັດກຸມ ໂດຍການພິຈາລະ ນາອະນຸຍາດກຳນົດເປັນໂຄຕາສະ ແລະ ເປັນແຕ່ລະໄລຍະຕາມແຜນ ແລະ ຄວາມຈຳເປັນຕົວຈິງເທົ່ານັ້ນ. ສຳລັບ ມາດຕະການໃນຕໍ່ໜ້າ ຂະແໜງກະກຳຈະສືບຕໍ່ດໍາເນີນ ມາດຕະການຄຸ້ມຄອງການນຳເຂົ້າ ຄວບຄູ່ກັບການສົ່ງເສີມການຜະລິດ ພາຍໃນ ເພື່ອຫລຸດຜ່ອນຕົ້ນທຶນຂອງ ປັດໄຈການຜະລິດ ໃຫ້ສາມາດແຂ່ງ ຂັນກັບສິນຄ້ານຳເຂົ້າໄດ້, ພ້ອມທັງ ຈະເລັ່ງເຈລະຈາເປີດຕະຫລາດສິນ ຄ້າທີ່ມີທ່າແຮງ, ມີຜົນຜະລິດຫລາຍ ແລະ ໄດ້ກຳນົດເປັນສິນຄ້າປາຍ ແຫລມແລ້ວ ເປັນຕົ້ນ, ກາເຟ,ຢາງ ພາລາ, ຖົ່ວລຽນ, ໝາກມີ້, ອ້ອຍ, ຖົ່ວດິນ. ສືບຕໍ່ປັບປຸງບັນດານິຕິກຳ, ຂັ້ນຂອດບໍລິການ, ກົນໄກປະສານ ງານ, ສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ແກ່ການດຳເນີນທຸລະ ກິດ ເພື່ອສົ່ງເສີມ, ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ ໃນການຜະລິດສິນຄ້າ ໃຫ້ຫລາຍ ຂຶ້ນ. ພ້ອມນັ້ນ ຈະໄດ້ເຂັ້ມງວດປະຕິ ບັດມາດຕະການທີ່ບໍ່ແມ່ນພາສີ ຄື ມາດຕະຖານຫຸ້ມຫໍ່ສິນຄ້າ, ມາດ ຕະການດ້ານສຸຂະນາໄມພືດ-ສັດ (SPS)ເພື່ອຫ້າມແລະຈຳກັດການ ນຳເຂົ້າສິນຄ້າທີ່ສາມາດຜະລິດ ພາຍໃນໄດ້ ແລະ ຈະສົມທົບກັບບັນ ດາກະຊວງ, ບັນດາທ້ອງຖິ່ນກ່ຽວ ຂ້ອງໃນການຕິດຕາມ, ກວດກາ, ສະກັດກັ້ນ ການນຳເຂົ້າສິນຄ້າກະສິ ກຳທີ່ຜິດກົດໝາຍ ແລະ ອື່ນໆ ຢ່າງ ເຂັ້ມງວດ. ຂ່າວ: ທະນູທອງ,ພາບ: ອ່າຍຄຳ ປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ການທູດ ສປປ ລາວ ເຊິ່ງຈະ ເປັນການສືບຕໍ່ເສີມສ້າງສາຍພົວ ພັນມິດຕະພາບ ລະຫວ່າງສອງປະ ເທດ ລາວ ແລະ ສິງກະໂປ ທີ່ເຄີຍ ມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວ ກ້າວສູ່ລ່ວງເລິກ ແລະ ແໜ້ນແຟ້ນ ຍິ່ງໆຂຶ້ນ. ພ້ອມນີ້, ທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ກໍໄດ້ ສະແດງຄວາມຂອບໃຈມາຍັງຫົວ ໜ້າອົງການໄອຍະການປະຊາຊົນ ແຫ່ງສິງກະໂປ ກໍຄື ລັດຖະບານ ແຫ່ງປະເທດສິງກະໂປ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນຕໍ່ ຄະນະຜູ້ ແທນອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ທີ່ໄດ້ເຄື່ອນ ໄຫວຢ້ຽມຢາມໃນຕົ້ນປີທີ່ຜ່ານມາ. ຂ່າວ-ພາບ: ອອປສ ກາງ ແລະ ແຂວງບໍລິຄໍາໄຊ ລົງ ເຄື່ອນໄຫວເຮັດວຽກຢູ່ເມືອງວຽງ ທອງ ແຂວງບໍລິຄໍາໄຊ ເຊິ່ງໄດ້ຮັບ ການຕ້ອນຮັບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ແຂວງ ບໍລິຄໍາໄຊ. ໃນໂອກາດມາເຄື່ອນໄຫວເຮັດ ວຽກຄັ້ງນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເຜີຍແຜ່ກ່ຽວກັບວຽກງານຊາຍ ແດນ ໂດຍສະເພາະກົດໝາຍວ່າ ດ້ວຍຊາຍແດນແຫ່ງຊາດ ແລະ ລະ ບຽບການຄຸ້ມຄອງຊາຍແດນລະ ຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ ໃຫ້ຄະນະພັກ-ຄະນະນໍາ, ພະ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອ ສັນຕິພາບ ແລະ ການພັດທະນາ ໄດ້ ຮ່ວມມືກັນປະກອບສ່ວນໃນການ ພັດທະນາຢູ່ ສປປ ລາວ ຢ່າງຫລວງ ຫລາຍເປັນຕົ້ນ ແມ່ນພື້ນຖານໂຄງ ລ່າງການສຶກສາ. ປັດຈຸບັນ ສອງອົງ ການຈັດຕັ້ງໄດ້ຮ່ວມກັນສ້າງໂຮງ ຮຽນປະຖົມແລະມັດທະຍົມຈໍານວນ 17 ຫລັງ ໃນ 9 ແຂວງ ຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ຊ່ວຍເຫລືອອຸ ປະກອນການຮຽນ-ການສອນ,ອຸປະ ກອນການແພດໃນຊ່ວງການລະ ບາດຂອງພະຍາດໂຄວິດ-19. ຂ່າວ-ພາບ: ຄຕພ ນັກງານຫລັກແຫລ່ງ, ທະຫານ, ຕໍາ ຫລວດ ແລະ ພໍ່ແມ່ປະຊາຊົນບັນດາ ເຜົ່າທີ່ຢູ່ເມືອງວຽງທອງ ໃຫ້ໄດ້ຮັບ ຮູ້ ແລະ ເຂົ້າໃຈເຖິງວຽກງານຊາຍ ແດນເນັ້ນໃຫ້ພົນລະເມືອງລາວ ກໍຄື ປະຊາຊົນທີ່ຢູ່ບໍລິເວນຊາຍແດນ ຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ສຶກສາປະຕິບັດບັນດາຂໍ້ກໍານົດ, ກົດໝາຍ ແລະ ນິຕິກໍາຕ່າງໆຂອງ ສປປ ລາວ ໂດຍສະເພາະໃຫ້ເຂົ້າໃຈ ແຈ້ງກ່ຽວກັບກົດໝາຍວ່າດ້ວຍຊາຍ ແດນແຫ່ງຊາດ ທີ່ໄດ້ກໍານົດສິດ, ໜ້າ ທີ່ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງຊາຍ ແດນລະຫວ່າງສປປລາວແລະສສ ຫວຽດນາມ ໃຫ້ພົນລະເມືອງລາວ ຮັບຮູ້ເຖິງສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຕ່າງໆ ທີ່ໄດ້ກໍານົດ ໄວ້ໃນກົດ ໝາຍ ເພື່ອເຮັດໃຫ້ຊາຍແດນເປັນ ຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ໃນກອງປະຊຸມ, ທ່ານຮອງເຈົ້າ ແຂວງບໍລິຄໍາໄຊ ກໍໄດ້ມີຄໍາເຫັນ ໂດຍເນັ້ນໃຫ້ປະຊາຊົນຢູ່ບໍລິເວນ ຊາຍແດນເອົາໃຈໃສ່ປະຕິບັດລະບຽ ບກົດໝາຍ, ປົກປັກຮັກສາຊາຍແດນ ກໍຄື ກົດໝາຍຊາຍແດນ, ສະກັດກັ້ນ ປາກົດການຫຍໍ້ທໍ້, ຫ້າມເຮັດສິ່ງ ທີ່ຜິດກົດໝາຍ, ໃຫ້ທໍາການຜະລິດ ຫລາຍຂຶ້ນກ່ອນເກົ່າ ເພື່ອໃຫ້ຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ. ຂ່າວ-ພາບ: ກຕທ ວັນທີ 5-6 ພະຈິກ 2023 ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການຮ່ວມ ມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນ. ໃນໂອກາດເດີນທາງຢ້ຽມຢາມ ລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທາ ນາທິບໍດີ ແຫ່ງ ມົງໂກລີ ຈະພົບປະ ສອງຝ່າຍກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວ, ທີ່ ທໍານຽບປະທານປະເທດ, ພ້ອມທັງ ຈະໄປຢ້ຽມຢາມພົບປະກັບທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີແຫ່ງສປປລາວ,ທີ່ສໍານັກງານ ນາຍົກລັດຖະມົນຕີ ແລະ ຢ້ຽມຢາມ ພົບປະກັບ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ທີ່ສະພາແຫ່ງຊາດ. ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==