5741

0= ]y g]u j , dkora fmtokmq j ;3]d 9t,u zq ofu .sh cdj xtgmfde]a 'ra fmtok h gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 06/11/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກສະບັບກ່ອນ*** ຂໍ້ລິເລີ່ມດັ່ງກ່າວນີ້ບັນດາປະເທດ ໃນຂົງເຂດອາຊີຕາເວັນອອກສຽງ ໃຕ້ທີ່ຈັດຢູ່ໃນກຸ່ມປະເທດທີ່ກໍາລັງ ພັດທະນາ ທີ່ມີຄວາມຕ້ອງການດ້ານ ທຶນຮອນຫລາຍທີ່ສຸດ ໃນການ ພັດທະນາປະເທດຂອງຕົນ. ສະນັ້ນ, ເມື່ອປະທານປະເທດ ສີ ຈິ້ນຜິງ ນໍາ ສະເໜີ “ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ” ຈຶ່ງໄດ້ສ້າງຄວາມສົນໃຈ ທີ່ສຸດໃຫ້ແກ່ບັນດາປະເທດໃນພາກ ພື້ນ. ດັ່ງນັ້ນ, ບັນດາປະເທດໃນຂົງ ເຂດອາຊີຕາເວັນອອກສຽງໃຕ້ ຈຶ່ງ ໄດ້ພ້ອມກັນສະໜັບສະໜູນ ຂໍ້ລິເລີ່ມ ດັ່ງກ່າວແຕ່ຫົວທີ. ການນໍາຂອງ ບັນດາ ປະເທດອາຊຽນ ໄດ້ເຂົ້າຮ່ວມ ໃນກຸ່ມປະເທດເພື່ອນມິດຂອງ “ຂໍ້ລິ ເລີ່ມການພັດທະນາທົ່ວໂລກ”ຢູ່ອົງ ການສະຫະປະຊາຊາດ ທີ່ນິວຢອກ ແລະ ກຽມພ້ອມ ໃນການເຂົ້າຮ່ວມ ເປັນກຸ່ມພາກພື້ນໃຫຍ່ ທີ່ຈະໄດ້ຮັບ ຜົນປະໂຫຍດຈາກ “ຂໍ້ລິເລີ່ມ ການ ພັດທະນາທົ່ວໂລກ” ໃນຈໍານວນ14 ໂຄງການຈາກທັງໝົດ50ໂຄງການ ຂອງຂໍ້ລິເລີ່ມດັ່ງກ່າວ ໃນຊຸດທໍາອິດ. ໂຄງການດັ່ງກ່າວນັ້ນ ແມ່ນເນັ້ນ ໃສ່ການຫລຸດຜ່ອນຄວາມທຸກຍາກ, ການຮັບມືກັບພະຍາດລະບາດ, ຄວາມໝັ້ນຄົງດ້ານສະບຽງອາ ຫານ, ການປ່ຽນແປງຂອງດິນຟ້າ ອາກາດແລະການພັດທະນາສີຂຽວ. ສໍາລັບ ສປປ ລາວ ແມ່ນໄດ້ສະ ໜັບສະໜູນ ຂໍ້ລິເລີ່ມຕ່າງໆທີ່ສະ ເໜີໂດຍຜູ້ນໍາສູງສຸດ ສປ ຈີນ ເຊັ່ນ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສປປ ລາວ ກໍໄດ້ສະໜັບສະໜູນຕັ້ງ ແຕ່ຫົວທີແລະໄດ້ເຂົ້າຮ່ວມໂຄງການ ຂອງຂໍ້ລິເລີ່ມ ດັ່ງກ່າວຢ່າງຕັ້ງໜ້າ. ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເພື່ອເຊື່ອມຕໍ່ລະຫວ່າງນະ ຄອນຄຸນໝິງ ແຂວງຢູໜານ ແລະ ນະຄອນຫລວງວຽງຈັນ ເປັນການ ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປະສົບຜົນສໍາເລັດ. ເປົ້າໝາຍຂອງ ສປປ ລາວ ແມ່ນ ເພື່ອເພີ່ມທະວີຄວາມສາມັກຄີມິດ ຕະພາບກັບ ສປ ຈີນ ແລະ ບັນດາປະ ເທດໃນພາກພື້ນ ແລະ ສາກົນ; ຊອກ ຫາກາລະໂອກາດໃນການຂະຫຍາຍ ການພົວພັນຮ່ວມມືຫລາຍຝ່າຍ ໃຫ້ນັບມື້ກວ້າງຂວາງ; ເສີມຂະ ຫຍາຍບົດບາດໃນການເປັນປະເທດ ເຊື່ອມໂຍງ ແລະ ເຊື່ອມຈອດຂອງ ພາກພື້ນ ແລະ ສາກົນ; ສົ່ງເສີມການ ຄ້າ ແລະ ການລົງທຶນແບບສອງຝ່າຍ ແລະ ຫລາຍຝ່າຍ; ປັບປຸງໂຄງສ້າງ ດ້ານເສດຖະກິດໃຫ້ມີຄວາມໝັ້ນ ທ່ຽງ ແລະ ຂະຫຍາຍຕົວ. ອີງໃສ່ ຄວາມຮຽກຮ້ອງຕ້ອງການໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ຊາດທີ່ນັບມື້ນັບເພີ່ມຂຶ້ນ ແລະ ການ ເປີດປະຕູສູ່ພາຍນອກໃນພາລະກິດ ປ່ຽນແປງໃໝ່ທີ່ ສປປ ລາວ ໄດ້ ເພີ່ມທະວີການພົວພັນກັບພາກພື້ນ ແລະ ສາກົນ, ສປປ ລາວ ຈະສືບຕໍ່ ເຂົ້າຮ່ວມໂຄງການຂອງ “ຂໍ້ລິເລີ່ມ ການພັດທະນາທົ່ວໂລກ” ເພື່ອເປັນ ອີກຊ່ອງທາງໜຶ່ງ ໃນຄວາມພະຍາ ຍາມພັດທະນາປະເທດຊາດ ແລະ ນໍາເອົາປະເທດໃຫ້ຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາ ເພື່ອບັນລຸການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາທີ່ຍືນຍົງ ຂອງອົງການສະຫະປະຊາຊາດ (SDG 2030). ຄົ້ນຄວ້າຮຽບຮຽງໂດຍ: ໜ່ວຍງານ ຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການ ຕ່າງປະເທດ ຫົວໜ້າຄະນະພົວພັນ... ສື່ມວນຊົນລາວ... ກອງປະຊຸມສຸດຍອດ... ຂປລ. ໃນວັນທີ 1-3 ພະຈິກນີ້, ຄະນະຜູ້ແທນຂອງອົງການກວດ ສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະ ທານອົງການກວດສອບແຫ່ງລັດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດຄັ້ງທີ7ຂອງສະຖາບັນກວດ ສອບສູງສຸດບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ຊາຍ(The 7th ASEANSAI Summit) ທີ່ ນະຄອນຫລວງມາ ນິລາ ປະເທດຟິລິບປິນ, ມີຜູ້ແທນຂັ້ນ ສູງຂອງ 10 ສະຖາບັນ ກວດສອບ ສູງສຸດ ທີ່ເປັນສະມາຊິກຂອງອາ ຊຽນຊາຍ ແລະ ແຂກຖືກເຊີນເຂົ້າ ຮ່ວມ ໂດຍການເປັນປະທານຂອງ ທ່ານ ຄິນ ນາຍ ໂອ ( Prof. Dr. Khin Naing Oo), ປະທານສະ ຖາບັນກວດສອບສູງສຸດສະຫະ ພາບ ມຽນມາ ໃນນາມປະທານ ອາຊຽນຊາຍແລະຂຶ້ນກ່າວຕ້ອນຮັບ ໂດຍທ່ານ ກໍາມະລຽນອາຊິດ ກອນ ໂດບະ (Gamaliel Cordonba) ປະທານອົງການກວດສອບແຫ່ງ ລັດປະເທດຟິລິບປີນ. ກອງປະຊຸມສຸດຍອດອາຊຽນ ຊາຍແມ່ນກອງປະຊຸມທີ່ຈັດຂຶ້ນທຸກໆ 2 ປີ ເຊິ່ງກອງປະຊຸມຄັ້ງນີ້ໄດ້ມີການ ຄົ້ນຄວ້າປຶກສາຫາລື ແລະ ຕົກລົງ ຮັບຮອງບັນຫາຕ່າງໆທີ່ມີຄວາມ ສໍາຄັນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການເຄື່ອນໄຫວວຽກງານ ຕ່າງໆຂອງສະຖາບັນກວດສອບ ສູງສຸດບັນດາປະເທດອາຊີຕາເວັນ ອອກ ສ່ຽງໃຕ້ ຫລື ອາຊຽນຊາຍດັ່ງ ນີ້: ຮັບຮອງບົດລາຍງານຄວາມຄືບ ໜ້າຂອງບັນດາຄະນະກໍາມະການ ວັນທີ 28 ຕຸລາ ຫາ 1 ພະຈິກ 2023 ເພື່ອເສີມຂະຫຍາຍສາຍພົວພັນດ້ານ ການທູດປະຊາຊົນ ລະຫວ່າງ ລາວອົດສະຕຣາລີ. ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບການນໍາຂັ້ນ ສູງຂອງປະເທດອົດສະຕຣາລີ ເປັນຕົ້ນ ໄດ້ພົບປະເຮັດວຽກສອງ ຝ່າຍກັບ ທ່ານ ນາງ ເພັນນີ ວ່ອງ ສະມາຊິກວຸດທິສະພາ ທັງເປັນລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ໄດ້ພົບປະກັບ ທ່ານ ແພດ ຄອນຣອຍ ສະມາຊິກສະ ພາແຫ່ງຊາດ ທັງເປັນລັດຖະມົນຕີ ກະຊວງອຸດສະຫະກໍາປ້ອງກັນປະ ເທດ, ລັດຖະມົນຕີກະຊວງພັດທະ ນາສາກົນ ແລະ ວຽກງານຂົງເຂດ ປາຊີຟິກ ແຫ່ງ ອົດສະຕຣາລີ. ໃນ ການພົບປະ, ທັງສອງຝ່າຍໄດ້ຕີລາ ສູງຕໍ່ສາຍພົວພັນມິດຕະພາບອັນ ແລະ ກອງເລຂາ ຂອງອາຊຽນຊາຍ; ຮັບຮອງການປັບປຸງລະບຽບ ແລະ ຂັ້ນຕອນການປະຕິບັດ ຂອງອາຊຽນ ຊາຍ ຄັ້ງທີ 4 ; ຮັບຟັງການນໍາສະ ເໜີກ່ຽວກັບການຮ່ວມມືຄົ້ນຄວ້າ ຄວາມເປັນເອກະລາດຂອງສະຖາ ບັນກວດສອບສູງສຸດສະມາຊິກ ອາຊຽນຊາຍ: ການນໍາໃຊ້ເຄື່ອງມື ຄາດການລ່ວງໜ້າເພື່ອອະນາຄົດທີ່ ເໝາະສົມ ໂດຍອົງການກວດສອບ ສູງສຸດປະເທດໄທ ໃນນາມຜູ້ຊ່ຽວ ຊານການແລກປ່ຽນຄວາມຮູ້; ຮັບ ຟັງການນໍາສະເໜີກ່ຽວກັບການ ສ້າງບົດແນະນໍາການກວດສອບ ການກໍ່ສ້າງ ໂດຍອົງການກວດສອບ ສູງສຸດປະເທດ ບຣູໄນ; ຮັບຮອງ ເອົາປະທານ ແລະ ຮອງປະທານ ອາຊຽນຊາຍ ຄົນໃໝ່ ປະຈໍາສົກປີ 2024-2025 ຊຶ່ງແມ່ນອົງການ ກວດສອບສູງສຸດ ຟິລິບປິນເປັນປະ ທານ ແລະ ອົງການກວດສອບສູງ ສຸດສິງກະໂປ ເປັນຮອງປະທານ; ແຕ່ງຕັ້ງແລະຮັບຮອງອົງການກວດ ສອບສູງສຸດ ປະເທດໄທ ເປັນຜູ້ກວດ ສອບເອກະສານລາຍງານການເງິນ ສໍາລັບທ້າຍປີ 31 ທັນວາ 2022 ແລະ 31 ທັນວາ 2023; ຮັບຮອງ ປະທານບັນດາຄະນະກໍາມະການ ອາຊຽນຊາຍ ປະຈໍາສົກປີ 20242025 ຄື: SAI Singapore ສືບ ຕໍ່ເປັນປະທານຄະນະກໍາມະການ ລະບຽບ ແລະ ຂັ້ນຕອນການປະຕິ ບັດ (RPC); SAI Vietnamສືບ ຕໍ່ເປັນປະທານຄະນະກໍາມະການ ແຜນຍຸດທະສາດ (SPC); SAI Malaysia ສືບຕໍ່ເປັນປະທານຄະ ນະກໍາມະການແລກປ່ຽນຄວາມຮູ້ (KSC) ແລະ SAI Philippines ສືບຕໍ່ເປັນປະທານຄະນະກໍາມະການ ຝຶກອົບຮົມ (TC); ພ້ອມນີ້, ກອງປະຊຸມຍັງໄດ້ແຕ່ງ ຕັ້ງອົງການກວດສອບສູງສຸດ ອິນ ໂດເນເຊຍ ສືບຕໍ່ເປັນກອງເລຂາອາ ຊຽນຊາຍ ໄລຍະຍາວ ສົກປີ 20242029; ນໍາສະເໜີ ແລະ ຮັບຮອງ ແຜນການເຄື່ອນໄຫວວຽກງານ ຂອງບັນດາຄະນະກໍາມະການໃນອາ ຊຽນຊາຍ ປະຈໍາປີ 2024- 2025; ລາຍງານສະຖານະບົດບັນທຶກ ຄວາມເຂົ້າໃຈຮ່ວມກັບອົງການກວດ ສອບສະວີເດັນ; ຮັບຮອງງົບປະມານ ສໍາລັບບັນດາກິດຈະກໍາຂອງອາ ຊຽນຊາຍ ໃນສົກປີ 2024-2025 . ກອງປະຊຸມສຸດຍອດ ຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດ ບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນຊາຍໃນຄັ້ງນີ້ ແມ່ນຖືກກັບລະບຽບ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດວຽກງານທັງ ສອດຄ່ອງກັບສະພາບແວດລ້ອມ ໃນປັດຈຸບັນ ແລະ ອະນາຄົດອັນໃກ້ ຂອງວຽກງານກວດສອບໃນພາກ ພື້ນ ອາຊີຕາ ເວັນອອກສ່ຽງໃຕ້, ເຊິ່ງບັນດາຄະນະຜູ້ແທນຂັ້ນສູງ ຂອງອົງການກວດສອບສູງສຸດ ຂອງ 10 ປະເທດ ແມ່ນໄດ້ຕີລາຄາ ສູງຕໍ່ການເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນຊາຍ ຄັ້ງທີ 7 ທີ່ ໄດ້ຕົກລົງຮັບຮອງເອົາບັນຫາສໍາ ຄັນຕ່າງໆ ທີ່ຈະເປັນທິດທາງແຜນ ການໃນຕໍ່ໜ້າສໍາລັບປີ 20242025 ແລະ ເປັນການຮັບປະກັນ ຄວາມເປັນເອກະພາບພາຍໃນສະ ຫະພັນສະຖາບັນກວດສອບສູງສຸດ ຂອງບັນດາປະເທດອາຊີຕາເວັນ ອອກສ່ຽງໃຕ້ ໃຫ້ນັບມື້ນັບເຂັ້ມ ແຂງຂຶ້ນຢ່າງມີສະຖຽນລະພາບ. ນອກຈາກນັ້ນ, ສປປ ລາວ ໃນ ນາມສະມາຊິກ ຍັງໄດ້ປະກອບຄໍາ ເຫັນໃນແຕ່ລະບັນຫາທີ່ເຫັນວ່າມີ ຄວາມສໍາຄັນຢ່າງກົງໄປກົງມາ ເພື່ອ ປະກອບສ່ວນປັບປຸງແບບວິທີການ ເຮັດວຽກ ແລະ ໂຄງປະກອບການ ຈັດຕັ້ງຂອງອາຊຽນໄຊໃຫ້ມີຄວາມ ເປັນມູນເຊື້ອຍາວນານ ລະຫວ່າງ ລາວ ແລະ ອົດສະຕຣາລີ ຕະຫລອດ ໄລຍະເວລາຫລາຍກວ່າ 70 ປີ ແຫ່ງ ສາຍພົວພັນທາງການທູດນໍາກັນ ເຊິ່ງໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການສ້າງສາພັດທະນາ ສປປ ລາວໂດຍຜ່ານບັນດາໂຄງການ ຮ່ວມມື ແລະ ຊ່ວຍເຫລືອຕ່າງໆ ເປັນ ຕົ້ນ ການພັດທະນາຊັບພະຍາກອນ ມະນຸດ, ການກໍ່ສ້າງພື້ນຖານໂຄງ ລ່າງ, ການຫລຸດຜ່ອນຄວາມທຸກ ຍາກ ແລະ ອື່ນໆ; ທັງສອງຝ່າຍ ໄດ້ແລກປ່ຽນສະພາບການພັດທະ ນາເສດຖະກິດ-ສັງຄົມໃຫ້ກັນຊາບ, ເຫັນດີເປັນເອກະພາບກັນໃນການ ສືບຕໍ່ເສີມຂະຫຍາຍສາຍພົວພັນ ທາງດ້ານເສດຖະກິດ,ການຄ້າ,ການ ລົງທຶນ, ການທ່ອງທ່ຽວ, ຍິນດີສືບຕໍ່ ສະໜັບສະໜູນຍຸດທະສາດການຫັນ ສປປ ລາວ ເປັນປະເທດເຊື່ອມຍົງ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ພ້ອມທັງຊອກຫາທ່າແຮງບົ່ມຊ້ອນ ຕ່າງໆໃນການຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ ໃຫ້ຫລາຍຂຶ້ນ ໄປເລື້ອຍໆ. ການພົບປະຄັ້ງນີ້, ຝ່າຍ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ການສະໜັບສະໜູນ ແລະ ການຊ່ວຍ ເຫລືອຕ່າງໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍຂອງອົດສະຕຣາລີ ຕໍ່ ສປປ ລາວ. ພ້ອມນັ້ນ, ໃນໂອກາດ ທີ່ ສປປ ລາວ ຈະເປັນປະທານໝູນ ວຽນອາຊຽນ ໃນປີ 2024 ຝ່າຍ ອົດສະຕຣາລີຍັງໄດ້ໃຫ້ຄຳໝາຍໝັ້ນ ຈະສະໜັບສະໜູນ ສປປ ລາວ ໃນ ການເປັນປະທານອາຊຽນໃຫ້ຮັບ ຜົນສໍາເລັດຢ່າງຈົບງາມ. ພິເສດໃນການຢ້ຽມຢາມອົດສະ ຕຣາລີ ຄັ້ງປະຫວັດສາດຂອງຄະ ນະຜູ້ແທນຄະນະພົວພັນຕ່າງປະ ເທດສູນກາງພັກ ໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຮ່ວມ ກັບທ່ານ ນາງ ເພັນນີ ວ່ອງ ລົງນາມ ໃນບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການສ້າງຕັ້ງສະມາຄົມມິດຕະ ພາບ ລາວ-ອົດສະຕຣາລີ ແລະ ອົດ ສະຕຣາລີ-ລາວ ເພື່ອສົ່ງເສີມສາຍ ພົວພັນການທູດລະຫວ່າງປະຊາຊົນ ກັບປະຊາຊົນ, ເພີ່ມທະວີຄວາມເຂົ້າ ໃຈ, ຄວາມໄວ້ເນື້ອເຊື່ອໃຈໃນການ ຮ່ວມມືສອງຝ່າຍ ແລະ ສ້າງສະ ພາບແວດລ້ອມທີ່ເອື້ອອໍານວຍໃຫ້ ແກ່ການຮ່ວມມືດ້ານລັດໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາ ສູ່ປະຊາຊົນສອງຊາດ ກໍຄື ເພື່ອສົ່ງ ເສີມສັນຕິພາບ, ມິດຕະພາບ, ການ ຮ່ວມມືເພື່ອການພັດທະນາໃນພາກ ພື້ນ ແລະ ໃນໂລກ ໃນໄລຍະເຄື່ອນໄຫວ ຢ້ຽມຢາມ ດັ່ງກ່າວ ຄະນະຜູ້ແທນລາວ ຍັງມີ ໂອກາດໄດ້ພົບປະໂອ້ລົມກັບພີ່ນ້ອງ ຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ປະເທດອົດສະຕຣາລີ ດ້ວຍບັນຍາ ກາດອັນສະໜິດສະໜົມຮັກແພງ ໂດຍຖືສະເໝີວ່າ ພີ່ນ້ອງຄົນເຊື້ອຊາດ ລາວແມ່ນວົງຄະນະຍາດຂອງຊາດ ທີ່ບໍ່ສາມາດຕັດແຍກອອກຈາກກັນ ໄດ້, ພ້ອມທັງຮຽກຮ້ອງໃຫ້ພີ່ນ້ອງ ເຊື້ອຊາດລາວເພີ່ມທະວີຄວາມສາ ມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປົກປັກຮັກສາຄຸນຄ່າຂອງວັດທະນະ ທໍາລາວ ເພື່ອພ້ອມກັນປະກອບສ່ວນ ເຂົ້າໃນການພົວພັນລະຫວ່າງຕ່າງ ປະເທດກັບ ສປປ ລາວ ໃຫ້ຈະເລີນ ຮຸ່ງເຮືອງ. ນອກນັ້ນ, ຄະນະຍັງໄດ້ ພົບປະໂອ້ລົມ-ຊີ້ນໍາກັບບັນດານັກ ສຶກສາ ແລະ ນັກຝຶກອົບຮົມລາວທີ່ ກໍາລັງຮຽນຢູ່ອົດສະຕຣາລີ ພ້ອມ ທັງໄດ້ທັດສະນະສຶກສາ ແລະ ຢ້ຽມ ຊົມສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ, ວັດທະນະທໍາ, ທໍາມະ ຊາດຢູ່ ຊິດນີ, ແຄນເບີລາ ແລະ ເມວເບີນ ຈໍານວນໜຶ່ງ. ການມາຢ້ຽມຢາມອົດສະຕຣາ ລີຂອງຫົວຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍ, ຖືເປັນບາດກ້າວໃໝ່ທີ່ສຳຄັນໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ມີມູນເຊື້ອອັນດີງາມ ແລະ ກະກຽມໃຫ້ແກ່ການຍົກລະດັບສາຍ ພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຂຶ້ນສູ່ການ ເປັນຄູ່ຮ່ວມມືແບບກວມລວມໃນ ປີໜ້າ. ຂ່າວ-ພາບ: ຄຕພ ຂປລ. ສື່ມວນຊົນລາວຈາກໜັງ ສືພິມ, ວິທະຍຸ ແລະ ໂທລະພາບ ທັງ ສູນກາງແລະທ້ອງຖິ່ນຈຳນວນ12 ທ່ານສຳເລັດການຝຶກອົບຮົມຄວາມ ຮູ້ດ້ານການເປັນຄູຝຶກໃນທ້າຍອາ ທິດຜ່ານມາ, ທີ່ຣາຊະອານາຈັກໄທ ໂດຍການເປັນປະທານກ່າວປິດຂອງ ທ່ານ ມົງຄົນ ບາງປຣະພາ ນາຍົກ ສະມາຄົມນັກ ຂ່າວ-ນັກໜັງສືພິມ ແຫ່ງປະເທດໄທ, ມີທ່ານ ວໍລະສັກ ປຣະວົງວຽງຄຳ ຕາງໜ້າສະມາ ຄົມນັກຂ່າວ ແຫ່ງ ສປປ ລາວ, ຮອງຜູ້ອຳນວຍການໃຫຍ່ວິທະຍຸ ກະຈາຍສຽງແຫ່ງຊາດລາວ, ມີ ທ່ານ ຊະວະຣົງ ລີ້ມປັດທະມະປານີ ທີ່ປຶກສາສະມາຄົມນັກຂ່າວ-ນັກ ໜັງສືພິມ ແລະ ສະມາຄົມຜູ້ຜະລິດ ຂ່າວອອນລາຍແຫ່ງປະເທດໄທ, ມີວິທະຍາກອນ, ສຳມະນາກອນ ຈາກ ສປ ປ ລາວ ແລະ ຜູ້ໃຫ້ການ ສະໜັບສະໜູນ ເຂົ້າຮ່ວມ. ທ່ານ ມົງຄົນ ບາງປຣະພາ ກ່າວວ່າ: ຊຸດອົບຮົມຄັ້ງນີ້ຈັດຂຶ້ນ ເພື່ອຍົກລະດັບຄວາມຮູ້, ທັກສະໃນ ການເປັນວິທະຍາກອນເພື່ອພັດ ທະນາບຸກຄະລາກອນດ້ານຂ່າວ ໃຫ້ ສື່ມວນຊົນລາວໄດ້ພັດທະນາເພື່ອ ກາຍເປັນຄູຝຶກໃນຂັ້ນຕໍ່ໄປ. ຊຸດອົບ ຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ຮຽນຮູ້ຫລັກການຕ່າງໆຂອງການ ເປັນຄູຝຶກ. ນອກຈາກດ້ານທິດສະ ດີຍັງໄດ້ຝຶກສອນຕົວຈິງ ໂດຍການ ໃຫ້ນັກສຶກສາລາວທີ່ສະຖາບັນການ ຈັດການປັນຍາພິວັດ ຂອງບໍລິສັດ ຊີພີອອນ (CP ALL)ປະເມີນ ຄວາມຮູ້ຄວາມສາມາດເພື່ອນໍາເອົາ ຄວາມຮູ້ດັ່ງກ່າວ. ອຸດົມສົມບູນຂຶ້ນເທື່ອລະກ້າວ. ສໍາ ລັບອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕັ້ງໜ້າປະກອບສ່ວນ ໃນຫລາຍດ້ານ ເປັນຕົ້ນ ການເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນຊາຍ ຄັ້ງທີ 4 ພ້ອມເປັນປະ ທານອາຊຽນຊາຍ ໃນສົກປີ 20172019 ແລະ ເປັນເຈົ້າພາບຈັດ ແລະ ເຂົ້າຮ່ວມບັນດາກອງປະຊຸມຝຶກອົບ ຮົມ, ສໍາມະນາແລກປ່ຽນຄວາມຮູ້ ແລະ ອື່ນໆ ເພື່ອຍົກສູງພາລະບົດ ບາດຂອງອົງການກວດສອບແຫ່ງ ລັດ ໃນເວທີສາກົນກໍຄືການສ້າງຂີດ ຄວາມສາມາດໃຫ້ແກ່ບັນດາພະ ນັກງານອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງ ຂຶ້ນເລື້ອຍໆ. ຂ່າວ: ອົງການກວດສອບ

RkJQdWJsaXNoZXIy MTc3MTYxMQ==