5731

3vdkf c]t ly j 'mh kmkp .o;Pd'kora fmtok-q oot[q f cdh w07;k,m5 dpkd xtgmf]k; 3 23/10/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ໂດຍ : ຢາຕົ້ງ gru j ,mt;u rq ;ra oda [8j k'xtgmf grnj vlh k'g'nj vow0ltf;d c]t oezq oxt3spf8q ;9y ' .sh xtgmf (ໃນໂອກາດວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ) ສາດ ທີ່ໄດ້ຮ່ວມກັນຍົກການຮ່ວມມື ສູ່ລະດັບສູງອັນໃໝ່ ໃຫ້ມີປະສິດທິ ຜົນຕົວຈິງກວ່າເກົ່າ, ໃນນັ້ນສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງ ເລິກ; ເສີມຂະຫຍາຍສາຍພົວພັນທີ່ ເປັນມູນເຊື້ອຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ໝັ້ນຄົງຍາວນານກັບ ສປ ຈີນ ຕິດພັນກັບການຈັດຕັ້ງປະຕິ ບັດແຜນແມ່ບົດຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນ ໃນທຸກດ້ານ. ສືບຕໍ່ຮັກສາ ແລະ ເພີ່ມ ທະວີສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອອັນດີງາມກັບບັນດາປະເທດ ອ້າຍນ້ອງ ແລະ ສະຫະພັນຣັດເຊຍ, ເສີມຂະຫຍາຍສາຍພົວພັນກັບ ປະ ເທດເພື່ອນມິດອື່ນໆ; ສືບຕໍ່ຮັກສາ ການພົວພັນມິດຕະພາບອັນດີກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ ທັງສືບຕໍ່ແກ້ໄຂບັນດາຂໍ້ຂັດແຍ່ງ ຫລື ຄວາມບໍ່ລົງລອຍລະຫວ່າງກັນ ດ້ວຍການເຈລະຈາ, ພ້ອມທັງຮັກ ສາ ແລະ ເພີ່ມທະວີການຮ່ວມມືດ້ານ ການຄ້າ, ການລົງທຶນລະຫວ່າງກັນ. ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ໃນບັນ ດາອົງການຈັດຕັ້ງພາກພື້ນ ແລະ ສາກົນປະກອບສ່ວນສໍາຄັນເຂົ້າໃນ ການປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືພັດ ທະນາຢູ່ພາກພື້ນແລະ ສາກົນ. ຕ້ອງ ເຮັດໃຫ້ການເຄື່ອນໄຫວຕ່າງປະ ເທດມີການຄຸ້ມຄອງຢ່າງລວມສູນ ເປັນເອກະພາບ, ມີການປະສານສົມ ທົບຢ່າງແໜ້ນແຟ້ນກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຕິດພັນກັບຍຸດທະສາດການ ພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ນັບທັງເຮັດໃຫ້ບັນດາໂຄງການ ຮ່ວມມື ແລະ ການຊ່ວຍເຫລືອຂອງ ຕ່າງປະເທດມີປະສິດທິຜົນແລະນໍາ ຜົນປະໂຫຍດສູງສຸດແກ່ປະເທດຊາດ. ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ * ໃນໄລຍະວັນທີ 17-24 ຕຸລາ ຂອງທຸກປີແມ່ນໄລຍະແຫ່ງການລະ ນຶກວັນສາກົນລຶບລ້າງຄວາມທຸກ ຍາກ ແລະ ສັບປະດາແຫ່ງຊາດ ເພື່ອ ລຶບລ້າງຄວາມທຸກຍາກຖືເປັນວຽກ ງານທີ່ສໍາຄັນທີ່ພັກ-ລັດຖະບານ ໄດ້ໃຫ້ຄວາມສໍາຄັນທີ່ສຸດ. ທັງນີ້ກໍ່ ຍ້ອນກາລະໂອກາດ ທີ່ເອື້ອອໍານວຍ ເປັນຕົ້ນສະພາບແວດລ້ອມລວມ ຂອງໂລກ, ວົງສາຄະນາຍາດສາ ກົນໄດ້ມີຄວາມມຸ່ງໝັ້ນເດັດດ່ຽວໃນ ການສືບຕໍ່ແກ້ໄຂຄວາມທຸກຍາກ, ໂດຍສະເພາະແມ່ນການຮັບຮອງ ເອົາ ເປົ້າໝາຍການພັດທະນາແບບ ຍືນຍົງ ຂອງບັນດາປະເທດສະມາ ຊິກອົງການສະຫະປະຊາຊາດ, ເປົ້າ ໝາຍການພັດທະນາແບບຍືນຍົງ ອັນດັບໜຶ່ງ ແມ່ນສູ້ຊົນລຶບລ້າງຮູບ ແບບຂອງຄວາມທຸກຍາກທີ່ຢູ່ທຸກ ບ່ອນໃຫ້ໄດ້ແຕ່ນີ້ ຫາປີ 2030. ບັນ ດາປະເທດ, ໂດຍສະເພາະປະເທດ ໃຫຍ່ ແລະ ມະຫາອຳນາດ ໄດ້ເຫັນ ເຖິງຄວາມສໍາຄັນຂອງການແກ້ໄຂ ຄວາມທຸກຍາກ ຢູ່ໃນປະເທດຂອງ ຕົນຄືຢູ່ໃນທົ່ວໂລກ. ທັງໝົດນີ້ໄດ້ ເອື້ອອຳນວຍໃຫ້ການແກ້ໄຂຄວາມ ທຸກຍາກ ແລະ ຄວາມດ້ອຍພັດທະ ນາຢູ່ປະເທດເຮົາໄດ້ດີພໍສົມຄວນ. ຜ່ານການຈັດຕັ້ງປະຕິບັດ ເປົ້າ ໝາຍສະຫັດສະວັດຂອງການພັດ ທະນາ,ຫລາຍປະເທດໄດ້ມີບົດຮຽນ ລວມທັງບັນດາປະເທດ ຢູ່ອາຊີຕາ ເວັນອອກ ໂດຍສະເພາະແມ່ນປະ ເທດຈີນ ແລະ ຫວຽດນາມ ທີ່ມີລະ ບອບການເມືອງຄືກັນກັບພວກເຮົາ, ຊຶ່ງເປັນສິ່ງເອື້ອອຳນວຍ ໃຫ້ເປັນສິ່ງ ລະດົມທີ່ສຳຄັນສໍາລັບພວກເຮົາ, ນອກຈາກນັ້ນບົດຮຽນຂອງຫລາຍ ປະເທດອາຊຽນ ກໍ່ສາມາດເປັນຕົວ ແບບທີ່ດີ ສຳລັບການພັດທະນາຢູ່ * ພັກ-ລັດຖະບານ ຍາມໃດກໍ ເປັນຫ່ວງເປັນໄຍຕໍ່ຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນລາວບັນດາ ເຜົ່າຢ່າງໜັກແໜ້ນ ໂດຍສະເພາະ ການບໍລິການເບິ່ງແຍງສຸຂະພາບ ແລະ ວຽກງານໂພຊະນາການຂອງ ແມ່-ເດັກນ້ອຍ ເຊິ່ງເປັນໜຶ່ງໃນບຸລິ ມະສິດສໍາຄັນຂອງລັດຖະບານເພື່ອ ສູ້ຊົນຫລຸດພົ້ນອອກຈາກຄວາມທຸກ ຍາກໃນຕໍ່ໜ້າ. ດັ່ງທີ່ຮູ້ນໍາກັນ, ແຂວງຫລວງ ພະບາງ ແມ່ນແຂວງໜຶ່ງທີ່ໄດ້ຮັບ ທຶນຊ່ວຍເຫລືອຈາກອົງການສາກົນ ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດວຽກງານໂພຊະນາການ ຂອງ ແມ່ ແລະ ເດັກ, ເພື່ອແນໃສ່ໃຫ້ ບັນລຸບັນດາຄາດໝາຍດ້ານສຸຂະ ພາບທີ່ລັດຖະບານວາງໄວ້. ຂະນະ ທີ່, ຂະແໜງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ສະຫະພັນແມ່ຍິງ (ສຍລ) ແຂວງຫລວງພະບາງ ກໍແມ່ນພາກ ສ່ວນສໍາຄັນທີ່ຊ່ວຍຍູ້ດັນຢ່າງແຂງ ແຮງເຂົ້າໃນ ການໂຄສະນາທາງ ດ້ານໂພຊະນາທີ່ດີເພື່ອຮັບປະກັນ ເຮັດໃຫ້ປະຊາຊົນໃນທົ່ວແຂວງໃຫ້ ໄດ້ຮັບຮູ້ຂໍ້ມູນກ່ຽວກັບປ້ອງກັນພະ ຍາດ ແລະ ສົ່ງເສີມສຸຂະພາບທີ່ດີ ຢ່າງກວ້າງຂວາງ, ໂດຍໄດ້ຮັບການ ສະໜັບສະໜູນຈາກອົງການຢູນີ ເຊບ (Unicef) ປະຈໍາລາວ. ລະ ຫວ່າງ ວັນທີ25-29ກັນຍາ 2023 ຜ່ານມານີ້, ຄະນະສື່ມວນຊົນຈາກ ສູນກາງປະກອບມີ: ຄະນະນັກຂ່າວ ຈາກສໍານັກຂ່າວສານແຫ່ງປະເທດ ລາວ, ໜັງສືພີມປະຊາຊົນ ສຽງຂອງ ສູນກາງພັກ, ໂທລະພາບແຫ່ງຊາດ ລາວ, ວິທະຍຸແຫ່ງຊາດລາວ, ພ້ອມ ດ້ວຍນັກຂ່າວ ແຂວງຫລວງພະ ບາງ ແລະ ພະນັກງານອົງການຢູນີ ເຊບ ປະຈໍາລາວ, ໄດ້ລົງເຄື່ອນໄຫວ ຕິດຕາມການຈັດຕັ້ງປະຕິບັດວຽກ ງານໂພຊະນາການ ແລະ ສົ່ງເສີມສຸ ຂະພາບຂອງແມ່ແລະ ເດັກຢູ່ແຂວງ ຫລວງພະບາງ ໃນໂອກາດນີ້, ຄະ ນະສື່ມວນຊົນ ໄດ້ມີໂອກາດພົບປະ ໂອ້ລົມກັບທ່ານ ຈັນສະໝອນ ທີບ ພາວັນ ຮອງຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ກ່ຽວກັບບົດບາດຂອງຂະແໜງ ຖວທ ກັບການມີສ່ວນຮ່ວມເຂົ້າໃນ ວຽກງານສົ່ງເສີມສຸຂະພາບຂອງ ປະຊາຊົນ, ໂດຍສະເພາະວຽກງານ ໂພຊະນາສໍາລັບແມ່ ແລະ ເດັກ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມ ສໍາຄັນວ່າ: ໃນໄລຍະຜ່ານມາ, ຂະ ແໜງ ຖວທ ໄດ້ປະສານສົມທົບຢ່າງ ກົມກຽວກັບຂະແໜງສາທາລະນະ ສຸກແຂວງ ໃນການເອົາໃຈໃສ່ໂຄ ສະນາເຜີຍແຜ່ບັນດາແຜນງານ ແລະ ກິດຈະກຳຕ່າງໆ, ໂດຍນໍາເອົາ ຂໍ້ມູນ, ເນື້ອໃນທີ່ເປັນການໃຫ້ຄວາມ ຮູ້ທາງດ້ານສຸຂະພາບທີ່ດີແກ່ປະຊາ ຊົນ, ໂດຍຜ່ານລາຍການຂ່າວຂອງ ສະຖານີວິທະຍຸກະຈາຍສຽງແຂວງ ຫລາຍລາຍການ ເຊັ່ນ: ລາຍການ ຮູ້ໄວ້ໄດ້ປະໂຫຍດ, ລາຍການຟັງ ສະບາຍໄດ້ຄວາມຮູ້ ແລະ ລາຍການ ເປິດໃຈໄວໜຸ່ມ, ພ້ອມນັ້ນ ກໍຍັງໄດ້ ໂຄສະນາຜ່ານໂທລະພາບ ແລະ ສື່ ອອນລາຍ ເພື່ອແນະນໍາກ່ຽວກັບວິທີ ການປ້ອງການພະຍາດທີ່ລະບາດ ຕາມລະດູການ. ອັນສໍາຄັນ ໄດ້ເອົາ ໃຈໃສ່ໂຄສະນາວຽກງານໂພຊະນາ ການຂອງແມ່-ເດັກຢ່າງແຂງແຮງ, ໂດຍສະເພາະການໂຄສະນາການ ລ້ຽງລູກດ້ວຍນົມແມ່, ການໃຫ້ອາ ຫານເສີມສຳລັບເດັກ ເພື່ອໃຫ້ແມ່ ແລະ ເດັກ ມີສຸຂະພາບແຂງແຮງ. ແຕ່ແນວໃດກໍຕາມ, ເພື່ອສືບຕໍ່ປະ ກອບສ່ວນເຂົ້າໃນການໂຄສະນາ ວຽກງານໂພຊະນາການແມ່-ເດັກ ໃຫ້ໄດ້ຮັບໝາກຜົນຫລາຍກວ່າ ເກົ່າ, ຂະແໜງ ຖທວ ຈະເພີ່ມຊ່ອງ ທາງການ ໂຄສະນາໃຫ້ມີຫລາກ ຫລາຍຮູບແບບໄປຄຽງຄູ່ການຍົກ ສູງຄວາມອາດສາມາດໃຫ້ນັກຈັດ ລາຍການໄວໜຸ່ມໄດ້ມີຄວາມຮູ້ເລິກ ເຊິ່ງ, ເພື່ອສະໜອງຂໍ້ມູນຂ່າວສານ ແລະ ເດັກ ນັບມື້ຫລຸດລົງ. ຢ່າງໃດກໍຕາມ, ທ່ານນາງ ດຣ. ເພຍ ຣິເບວໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ກ່າວກ່ຽວກັບນິຢາມຂອງໂພຊະ ນາການທີ່ດີແບບສັ້ນໆວ່າ: ແມ່ນພື້ນ ຖານຂອງການຢູ່ລອດ ຂອງເດັກ, ສຸຂະພາບ ແລະ ການພັດທະນາ ຂອງພວກເຂົາ ເຊິ່ງຕະຫລອດ 5 ທົດສະວັດທີ່ ອົງການ ຢູນີເຊບ ໄດ້ ເຮັດວຽກໃນ ສປປ ລາວ ມານັ້ນ, ໂພຊະນາການຍັງຄົງເປັນບູລິມະ ສິດໃນວຽກງານຂອງພວກເຮົາ ແລະອົງການຢູນີເຊບຈະສືບຕໍ່ຮ່ວມ ມືກັບລັດຖະບານລາວ ແລະ ຄູ່ຮ່ວມ ພັດທະນາຂອງພວກເຮົາ ເພື່ອປັບ ປຸງໂພຊະນາການຂອງ ເດັກນ້ອຍ ແລະ ແມ່ຍິງ.” ບັນຫາທ້າທາຍດ້ານເສດຖະກິດ ທີ່ເກີດຂຶ້ນພາຍຫລັງການແຜ່ລະ ບາດຂອງພະຍາດ ໂຄວິດ-19 ນັ້ນ ໄດ້ມີຜົນກະທົບທາງລົບຕໍ່ການໃຊ້ ຈ່າຍໃນຄົວເຮືອນ, ໂດຍສະເພາະ ແມ່ນການໃຊ້ຈ່າຍດ້ານອາຫານ ການກິນ. ອີງຕາມການປະເມີນຂອງ ອົງ ການຢູນິເຊບ ແລະ ກະຊວງສາ ທາລະນະສຸກ ເຫັນວ່າ: ອັດຕາການ ປະຕິບັດທີ່ດີກ່ຽວກັບການລ້ຽງດູ ເດັກອ່ອນ ໄດ້ຫລຸດລົງຢ່າງຫລວງ ຫລາຍ ໃນໜຶ່ງປີ. ຂະນະທີ່ບັນຫາ ການຂາດສານອາຫານຊໍາເຮື້ອ (ແບບເຕ້ຍ) ແມ່ນການທີ່ເດັກມີ ຄວາມສູງຕໍ່າກ່ວາມາດຕະຖານຂອງ ອາຍຸພວກເຂົາ. ບັນຫາດັ່ງກ່າວເກີດ ຂຶ້ນໄດ້ຈາກການທີ່ເດັກບໍ່ໄດ້ຮັບ ສານອາຫານທີ່ຖຶກຕ້ອງ ຫລື ພຽງພໍ ໃນໄລຍະ 1.000 ວັນທໍາອິດ ຂອງ ຊີວິດ. ການຂາດສານອາຫານຊໍາ ເຮື້ອ ສົ່ງຜົນກະທົບໃນທາງລົບຕໍ່ ການຈະເລີນເຕີບໂຕດ້ານຮ່າງກາຍ ເເລະ ສະໝອງຂອງເດັກ. * ພັກ-ລັດເຮົາໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງໜັກແໜ້ນໃນ ການຈັດຕັ້ງປະຕິບັດຜັນຂະຫຍາຍ ການພົວພັນຮ່ວມມືກັບຕ່າງປະເທດ ແບບຫລາຍທິດ, ຫລາຍຝ່າຍຫລາຍ ຮູບແບບ, ຫລາຍລະດັບລະຫວ່າງ ລັດກັບລັດ ແລະ ລະຫວ່າງພັກເຮົາ ກັບພັກການເມືອງຂອງຕ່າງປະເທດ ບົນພື້ນຖານການເຄົາລົບເອກະລາດ ອໍານາດອະທິປະໄຕເຊິ່ງ ກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ຍັງໄດ້ເພີ່ມທະວີຄວາມເປັນ ເຈົ້າ ໃນການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງຮ່ວມມື ອັນເປັນພື້ນຖານ ກັບບັນດາປະເທດເພື່ອນມິດຍຸດທະ ]a f4t[ko .sh 7;k,le7a o8+ ;Pd'kofh ko3r-tokdkomu j fu ທີ່ມີປະໂຫຍດກ່ຽວກັບການຮັກສາ ສຸຂະພາບໃຫ້ປະຊາຊົນ ໄດ້ຮັບຮູ້ ຢ່າງກວ້າງຂວາງ ເພື່ອໃຫ້ເຂົາເຈົ້າ ມີຄວາມຕື່ນຕົວໃນການເບິ່ງແຍງ ສຸຂະພາບຢ່າງຖືກວິທີ. ນອກນີ້, ຄະນະສື່ມວນຊົນ ຍັງ ໄດ້ມີໂອກາດໄດ້ສໍາພາດ ທ່ານ ນາງ ບຸນຕາ ສຸລິຍະລາດ ຮອງຫົວໜ້າ ສະຫະພັນແມ່ຍິງ ແຂວງຫລວງພະ ບາງ, ເຊິ່ງສະຫະພັນແມ່ຍິງແຂວງ ຫລວງພະບາງ ກໍແມ່ນອີກຂະແໜງ ການ ໜຶ່ງທີ່ມີບົດບາດສໍາຄັນໃນ ການສົ່ງເສີມການພັດທະນາ ແລະ ຄວາມກ້າວໜ້າຂອງເພດຍິງ ເຊິ່ງ ວຽກງານສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ຍິງ ແລະ ເດັກໄດ້ນໍາມາຈັດຕັ້ງປະຕິບັດສອດ ຫ້ອຍເຂົ້າໃນເງື່ອນໄຂ ແລະ ມາດ ຖານການສ້າງຄອບຄົວ ແລະ ບ້ານ ແມ່ຍິງ 3 ດີ ຢູ່ພາຍໃນ ແຂວງພວກ ເຮົາ ແລະ ໃນ 10 ເງື່ອນໄຂຂອງ ຄອບຄົວແມ່ຍິງ3ດີນັ້ນ, ຢູ່ໃນເງື່ອນ ໄຂທີ 3 ກໍໄດ້ກໍານົດແຈ້ງກ່ຽວກັບ ການຮັກສາສຸຂະພາບ, ໂດຍລະບຸວ່າ ສະມາຊິກໃນຄອບຄົວເວລາເຈັບ ເປັນຕ້ອງໄດ້ໄປປິ່ນປົວຢູ່ສະຖານ ທີ່ໃຫ້ບໍລິການດ້ານສາທາ ລະນະສຸກ ຫລື ໂຮງໝໍ, ສາມີ ຫລື ຄູ່ສົມລົດ ຕ້ອງໄດ້ພາແມ່ຍິງຖືພາໄປຝາກ ທ້ອງຢ່າງໜ້ອຍ 4 ເດືອນຕໍ່ຄັ້ງ ແລະ ເກີດລູກນໍາແພດຜູ້ຊໍານານງານ ຊ່ວຍເກີດ ຢູ່ສະຖານບໍລິການ ຫລື ຢູ່ເຮືອນ, ເດັກເກີດໃໝ່ຕ້ອງໄດ້ກິນ ນົມແມ່ ນັບແຕ່ມືເກີດຮອດ 6 ເດືອນ, ແມ່ຍິງ ແລະ ເດັກນ້ອຍ ໃນກຸ່ມເປົ້າ ໝາຍ ຕ້ອງໄດ້ຮັບການຢອດຢາ ແລະ ສັກຢາຄົບຕາມກໍານົດດັ່ງນີ້ ເປັນຕົ້ນ. ໂດຍການປະຕິບັດຄືດັ່ງ ກ່າວແມ່ນໄດ້ຮັບການຕິດຕາມກວດ ກາປະເມີນຜົນເປັນໄລຍະ ຈາກອໍາ ນາດການປົກຄອງ ແລະ ໜ່ວຍແມ່ ຍິງພາຍໃນບ້ານ. ທັງນີ້ ກໍເພື່ອຮັບ ປະກັນໃຫ້ອັດຕາການຕາຍຂອງແມ່ ປະເທດເຮົາ. ຄວາມກ້າວໜ້າອັນ ວ່ອງໄວ ແລະ ເຕັກນິກວິທະຍາສາດ ແລະ ການເຊື່ອມໂຍງເສດຖະກິດ ເປັນຕົ້ນແມ່ນປະຊາຄົມເສດຖະກິດ ອາຊຽນ, ການເຂົ້າເປັນສະມາຊິກ ອົງການການຄ້າໂລກ ແລະ ຜົນສຳ ເລັດອື່ນໆໃນດ້ານການຕ່າງປະເທດ ຂອງພວກເຮົາ ກໍ່ຈະເປັນໂອກາດ ອັນດີສຳລັບສປປລາວໃນການສົ່ງ ເສີມຜະລິດເປັນສິນຄ້າຢູ່ຊົນນະບົດ ແລະ ຫັນປ່ຽນໄປສູ່ການຜະລິດທີ່ໃຊ້ ວິທະຍາສາດ ວິທະຍາການຫລາຍ ຂຶ້ນ. ສະຖຽນລະພາບທາງດ້ານ ການເມືອງ,ຄວາມສະຫງົບແລະລະ ບຽບຮຽບຮ້ອຍທາງສັງຄົມ ການ ເຕີບໃຫຍ່ຂອງການພັດທະນາຊັບ ພະຍາກອນມະນຸດ ໂດຍສະເພາະ ແມ່ນການລົງທຶນ ໃສ່ພື້ນຖານເສດ ຖະກິດຂອງປະເທດເຮົາ ພວມເກີດ ດອກອອກຜົນ ເອື້ອອຳນວຍໃຫ້ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໄດ້ເປັນຢ່າງດີ. ພື້ນ ຖານທ່າແຮງທາງດ້ານພື້ນຖານຊັບ ພະຍາກອນທຳມະຊາດແລະຄວາມ ເຂັ້ມແຂງຂອງ ໂຄງການປົກຄອງກໍ່ ຄືືຮາກຖານປະຊາຊົນ ຕາມທິດສາມ ສ້າງ ຈະເປັນພື້ນຖານອັນດີສໍາລັບ ການແກ້ໄຂຄວາມທຸກຍາກໃນຕໍ່ໜ້າ. ໃນເວລາດຽວກັນ, ການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວກໍ່ຍັງມີ ສິ່ງທ້າທາຍຫລາຍປະການ ເປັນຕົ້ນ ແມ່ນ ໂລກປັດຈຸບັນຍັງຜະເຊີນໜ້າ ກັບການລະບາດຂອງພະຍາດໂຄ ວິດ-19, ຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ, ໄພທຳມະຊາດ. ນອກ ຈາກນັ້ນ, ຂໍ້ຂັດແຍ່ງດ້ານການເມືອງ, ສາສະໜາ,ການປະທະກັນທາງດ້ານ ການທະຫານ ກໍອາດຈະເພີ່ມທະວີ ຄວາມຮ້າຍແຮງ; ຄວາມເປັນໄປໄດ້ ໃນການເກີດວິກິດການລາຄາພະ ລັງງານສູງຂຶ້ນ ອາດຈະສົ່ງຜົນໃຫ້ ການຈັດຕັ້ງປະຕິບັດ ແຜນເສດຖະ ກິດ-ສັງຄົມຂອງພວກເຮົາ ບໍ່ໄດ້ດີ ເທົ່າທີີ່ຄວນ. ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນເງື່ອນໄຂພື້ນຖານ ເສດຖະກິດຂອງລາວເຮົາ ມີລັກສະ ນະບອບບາງ ອີງໃສ່ຊັບພະຍາກອນ ທຳມະຊາດ ເປັນຕົ້ນຕໍນັ້ນ ອາດຈະ ສົ່ງຜົນກະທົບດ້ານລົບໃສ່ຜູ້ຜະລິດ ຂະໜາດນ້ອຍ ແລະ ການຜະລິດ ຂອງຄອບຄົວ ໂດຍສະເພາະແມ່ນ ພື້ນຖານການຜະລິດເປັນສິນຄ້າ ຂອງຊົນນະບົດ ທີ່ຍັງອ່ອນນ້ອຍ. ການພັດທະນາຊັບພະຍາກອນມະ ນຸດຂອງພວກເຮົາ ມີລັກສະນະຊັກ ຊ້າ ຍັງບໍ່ຕອບສະໜອງກັບລະດັບ ການພັດທະນາໂດຍສະເພາະຢູ່ຮາກ ຖານທ້ອງຖິ່ນ ຍັງຂາດພະນັກງານ ແລະ ນັກພັດທະນາກອນ, ສົມທົບ ໃສ່ກັບຂີດຄວາມສາມາດໃນດ້ານ ງົບປະມານຂອງລັດເຮົາ ຊຶ່ງເປັນ ແຫລ່ງທຶນຕົ້ນຕໍ ສຳລັບໂຄງການ ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ. ເປົ້າໝາຍທີ່ຍັງທຸກ ຍາກ ແລະ ດ້ອຍພັດທະນາ ແມ່ນຢູ່ ບໍລິເວນຫ່າງໄກສອກຫລີກທຸລະກັນ ດານທີ່ສຸດ ຊຶ່ງຮຽກຮ້ອງ ຄວາມພະ ຍາຍາມ ແລະ ທຶນຮອນຫລາຍຂຶ້ນ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==