5731

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 23/10/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 28 xu dkoIj ;,,n ]k;{l gdq ks]u gdu ffvdvvdzq o1j k'8+ goj n v' 3I'IPoxt4q ,lq ,[6 o3rogra ' g,n v';a ';P' wfh Ia [g7nj v'-j ;pgs]n v *ໃນໂອກາດ ທີ່ຄະນະສະມາຄົມມິດ ຕະພາບ ລາວ- ສ ເກົາຫລີ ເຄື່ອນໄຫວ ເຮັດວຽກຢູ່ ສ ເກົາຫລີ ເມື່ຶອທ້າຍ ເດືຶອນ ເມສາຜ່ານມາ; ຜູ້ຂຽນກໍ່ໄດ້ຮັບ ການອະນຸຍາດສໍາພາດ ທ່ານ ສົງການ ຫລວງມຸນິນທອນ ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫລີ ເນື່ອງໃນໂອກາດວັນ ສ້າງຕັ້ງສາຍພົວ ພັນການທູດລະຫວ່າງສປປ ລາວ ແລະ ສ ເກົາຫລີ ຄົບຮອບ 28 ປີ (25 ຕຸລາ 1995-25 ຕຸລາ 2023 ບົນຈິດໃຈມິດ ຕະພາບທີ່ດີງາມພາຍໃຕ້ນະໂຍບາຍ ຂອງລັດຖະບານ ສປປ ລາວ ດັ່ງມີເນື້ອ ໃນຄື: ການພົວພັນ ແລະ ຮ່ວມມືລະ ຫວ່າງ 2 ປະເທດ ສປປ ລາວ ແລະ ສ ເກົາຫລີ ໃນຕະຫລອດ 28 ປີຜ່ານມາ. ໃນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຕະຫລອດໄລຍະ ເກືອບສາມທົດສະວັດ ທີ່ຜ່ານມາແມ່ນ ໃກ້ຊິດ, ຮອບດ້ານ ແລະ ມີໝາກຜົນ. ການພົວພັນລະຫວ່າງ ສອງປະເທດ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ກວມເອົາຫລາຍຂົງເຂດ ເຊັ່ນ: ການ ເມືອງ, ເສດຖະກິດ-ການຄ້າ, ການລົງ ທຶນ, ການທ່ອງທ່ຽວ ແລະ ສັງຄົມ- ວັດ ທະນະທໍາ. ສອງປະເທດພວກເຮົາສາ ມາດຮັກສາການພົວພັນມິດຕະພາບ ອັນດີງາມ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໄດ້ມີການແລກປ່ຽນການ ຢ້ຽມຢາມຢ່າງເປັນປົກກະຕິຂອງການ ນຳຂັ້ນສູງລວມທັງການຢ້ຽມຢາມ ລັດຖະກິດຂອງທ່ານປະທານາທິບໍດີ ສ ເກົາຫລີ ໃນປີ 2019 ແລະ ການເດີນ ທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຂອງທ່ານນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໃນປີ 2019. ບັນຫາພົ້ນເດັ່ນຂົງເຂດການ ລົງທຶນ, ທ່ອງທ່ຽວ ແລະ ການສົ່ງແຮງ ງານລາວ ເຫັນວ່າ: ສ ເກົາຫລີ ມີການ ລົງທຶນໃນ ສປປ ລາວ ຢ່າງຕັ້ງໜ້າ ເຊິ່ງຈັດຢູ່ໃນອັນດັບ 5 ຂອງການລົງ ທຶນຂອງຕ່າງປະເທດຢູ່ ສປປ ລາວ, ມາຮອດເດືອນສິງຫາ 2022 ແມ່ນມີ ມູນຄ່າປະມານ 758 ລ້ານໂດລາສະ ຫະລັດ, ຈໍານວນ 312 ໂຄງການ(ອັບ ເດດຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ ວັນທີ 15 ສິງຫາ 2022) ເຊິ່ງໄດ້ລົງທຶນໃນຂະແໜງ ພະລັງງານໄຟຟ້າ (ບໍລິສັດໄຟຟ້າເຊ ປຽນ-ເຊນໍ້ານ້ອຍ, ບໍລິສັດໄຟຟ້ານໍ້າ ລີກ 1 ຈໍາກັດ), ການກໍ່ສ້າງ, ການບໍລິ ການ (Kolao Group Company, ບໍລິສັດ ບູຍອງ ຈຳກັດ, ບໍລິສັດຕະ ຫລາດຫລັກຊັບລາວ ຈຳກັດ (ຖືຫຸ້ນ 49%), K & L Golf Co., Ltd), ກະ ສິກໍາ, ອຸດສາຫະກໍາ ແລະ ຫັດຖະກໍາ, ໂຮງແຮມ ແລະ ຮ້ານອາຫານ, ທະນາ ຄານ (Kolao Bank Ltd, BOOYONG LAO BANK, ທະນາຄານ ອິນໂດຈີນຈຳກັດ), ບໍ່ແຮ່, ການຄ້າ, ການສຶກສາ, ທີ່ປຶກສາ, ອຸດສາຫະກຳ ໄມ້, ຕັດຫຍິບ ແລະ ອື່ນໆ. ສະເພາະການລົງທຶນຂອງ ສ ເກົາ ຫລີຢູ່ລາວແລ້ວຍັງມີທ່າແຮງອີກຫລາຍ ເພາະພາກທຸລະກິດຂອງ ສ ເກົາຫລີ ແມ່ນຍັງຕ້ອງການຂະຫຍາຍທ່າແຮງ ການຜະລິດ ແລະ ຂາຍສິນຄ້າຂອງ ຕົນ ແລະ ສປປ ລາວ ກໍມີທີ່ຕັ້ງອັນອຳ ນວຍ ເພື່ອເປັນຖານການຜະລິດໃຫ້ແກ່ ການຜະລິດ ເພື່ອສົ່ງອອກໄປຍັງບັນດາ ປະເທດອ້ອມຂ້າງ ແລະ ບ່ອນອື່ນໆ. ດ້ານການທ່ອງທ່ຽວ: ປະເທດລາວ ເປັນປະເທດ ທີ່ມີຫລາຍຊົນເຜົ່າທີ່ມີປະ ຫວັດສາດອັນຍາວນານທາງດ້ານວັດ ທະນະທໍາ, ຮີດຄອງປະເພນີ, ອຸດົມສົມ ບູນໄປດ້ວຍທຳມະຊາດ, ສະນັ້ນ ລັດຖະ ບານແຫ່ງ ສປປ ລາວ ໄດ້ສຸມໃສ່ວຽກ ງານການທ່ອງທ່ຽວ ໂດຍສະເພາະການ ທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ທໍາມະຊາດ ໂດຍແນໃສ່ການມີສ່ວນ ຮ່ວມຂອງຊຸມຊົນ ເພື່ອເພີ່ມລາຍຮັບ ໃຫ້ແກ່ປະຊາຊົນທ້ອງຖິ່ນ ເຊິ່ງກ່ອນ ການແພ່ລະບາດຂອງພະຍາດໂຄ ວິດ-19, ສປປ ລາວ ຮັບນັກທ່ອງທ່ຽວ ເກືອບ 5 ລ້ານເທື່ອຄົນຕໍ່ປີ ຈາກອາຊີ, ເອີຣົບ ແລະ ອາເມລິກາ ທີ່ສ້າງລາຍຮັບ ໄດ້ຫລາຍກວ່າ 1 ຕື້ໂດລາສະຫະລັດ, ໃນນັ້ນ ມີນັກທ່ອງທ່ຽວ ຈາກ ສ ເກົາຫລີ ມາຢ້ຽມຢາມລາວເກືອບ 2 ແສນກວ່າ ຄົນ. ພ້ອມນີ້, ລັດຖະບານລາວໄດ້ຍົກ ເວັ້ນວີຊາເວລາ 30 ວັນ ໃຫ້ແກ່ ສ ເກົາ ຫລີ ເພື່ອອຳນວຍຄວາມສະດວກໃຫ້ ແກ່ນັກທ່ອງທ່ຽວ ເກົາຫລີ ທີ່ມາຢ້ຽມ ຢາມ ສປປ ລາວ. ການສົ່ງແຮງງານລາວ: ໃນໄລຍະ ຜ່ານມາ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ສປປ ລາວ ໄດ້ມີ ການຮ່ວມມືກັບກະຊວງການຈ້າງ ງານ ແລະ ແຮງງານ ສ ເກົາຫລີ ແລະ ພາກສ່ວນກ່ຽວຂ້ອງຂອງ ສ ເກົາຫລີ ເພື່ອຈັດສົ່ງແຮງງານລາວໄປເຮັດ ວຽກທີ່ສ ເກົາຫລີ ໂດຍໄດ້ດຳເນີນການ ຈັດສົ່ງໃນ 2 ລະບົບ ຄື: ການຈັດສົ່ງ ໃນລະບົບການອະນຸຍາດຈ້າງງານ (EPS)ແລະການຈັດສົ່ງແຮງງານໃນ ລະບົບແຮງງານລະດູການ (SWP). ນັບຕັ້ງແຕ່ປີ 2018 ຮອດປັດ ຈຸບັນ, ສປປ ລາວ ສໍາເລັດການຈັດສົ່ງ ແຮງງານໄປເຮັດວຽກຢູ່ ສ ເກົາຫລີ ໂດຍຜ່ານລະບົບອະນຸຍາດຈ້າງງານ (EPS) ເຊິ່ງມາຮອດປັດຈຸບັນມີ ແຮງງານລາວ ຖືກສົ່ງມາເຮັດວຽກຢູ່ ສ ເກົາຫລີ 1.468 ຄົນ ເປັນຍິງ 153 ຄົນ ແລະ ສ່ວນຫລາຍເຮັດວຽກ ໃນຂະ ແໜງອຸດສາຫະກຳຂະໜາດນ້ອຍ- ກາງ ເຊັ່ນ: ໂຮງຈັກ, ໂຮງງານຂະໜາດ ນ້ອຍ ແລະ ວຽກໃນຂະແໜງກະສິກຳ ເຊັ່ນ: ຟາມລ້ຽງສັດ ແລະ ສວນຜັກ. ສໍາລັບການຈັດສົ່ງແຮງງານໄປ ເຮັດວຽກທີ່ ສ ເກົາຫລີ ຕາມລະດູການ (SWP) ຈະຖືກຈັດສົ່ງໄປເຮັດວຽກ ຕາມເມືອງຕ່າງໆ ຂອງ ສ ເກົາຫລີ ໄລ ຍະສັ້ນ 03-05 ເດືອນ ເຊິ່ງມາຮອດ ປັດຈຸບັນ ສປປ ລາວ ໄດ້ມີບົດບັນທຶກ ຄວາມເຂົ້າໃຈໃນການຈັດສົ່ງແຮງງານ ລາວມາເຮັດວຽກ ທີ່ ສ ເກົາຫລີ ຮ່ວມ ກັບ 42 ເມືອງ ເຊິ່ງມີແຮງງານລາວ 1.382 ຄົນ ເປັນຍິງ 595 ຄົນ. ສະເພາະດ້ານແຮງງານຂອງ ປະເທດເຮົາທີ່ມາເຮັດວຽກຢູ່ສເກົາຫລີ, ໃນຕໍ່ໜ້າຕົວເລກ ຈະມີທ່າອ່ຽງເພີ່ມ ຂຶ້ນ ເພາະ ສ ເກົາຫລີ ຍັງຂາດແຮງງານ ຫລາຍ, ແຕ່ການມາເຮັດວຽກຢູ່ນີ້ ນອກ ຈາກຈະສາມາດເພີ່ມລາຍຮັບຂອງ ແຮງງານລາວແລ້ວ ອັນສຳຄັນອີກອັນ ໜຶ່ງ ແມ່ນແຮງງານລາວ ສາມາດຮຽນ ຮູ້ເອົາແບບວິທີການເຮັດວຽກ ແລະ ເຕັກໂນໂລຊີ ໃນການນຳປະສົບການບົດ ຮຽນດັ່ງກ່າວ ໄປໝູນໃຊ້ຢູ່ປະເທດເຮົາ ພາຍຫລັງເຂົາເຈົ້າກັບຈາກການເຮັດ ວຽກ. ທິດທາງແຫ່ງການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ ການພົວພັນຮ່ວມມືລະ ຫວ່າງສປປລາວແລະສ ເກົາຫລີ ບໍ່ໄດ້ ຈໍາກັດຢູ່ພຽງ ແຕ່ການຮ່ວມມືກັນໃນ ລະດັບສອງຝ່າຍເທົ່ານັ້ນ, ແຕ່ຍັງມີການ ຮ່ວມມືຫລາຍຝ່າຍ ໃນລະດັບພາກພື້ນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບ ຜົນສຳເລັດເລື້ອຍມາ ເປັນຕົ້ນ ໃນຂອບ ການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ເຊິ່ງໄດ້ຍົກລະດັບມາເປັນສຸດຍອດ ແລະ ສປປ ລາວ ກໍໄດ້ໃຫ້ການສະໜັບສະໜູນ ຂໍ້ສະເໜີຕ່າງໆຂອງ ສ ເກົາຫລີແລະ ໃນ ອາຊຽນ: ສປປ ລາວ ແລະ ສ ເກົາຫລີ ກໍໄດ້ເຮັດວຽກຮ່ວມກັນໃນການເປັນຄູ່ ຮ່ວມເຈລະຈາອາຊຽນ-ສ ເກົາຫລີ; ໃນ ໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບ ອາຊຽນໃນປີ 2024 ນີ້ ກໍຄາດຄະເນ ວ່າ ຈະຍົກລະດັບການຮ່ວມມືອາຊຽນ- ສ ເກົາຫລີ ຂຶ້ນຕື່ມອີກ. ໃນການພົວພັນ ທາງດ້ານການຄ້າ: ປັດຈຸບັນການແລກ ປ່ຽນຜະລິດຕະພັນລະຫວ່າງສອງປະ ເທດຍັງມີຈໍານວນໜ້ອຍຢູ່. ເຖິງແນວ ໃດກໍດີ, ໃນຕໍ່ໜ້າ ສອງປະເທດຈະສືບຕໍ່ ຊຸກຍູ້ການຄ້າສອງຝ່າຍ ໃຫ້ຍົກສູງກຳ ລັງການສົ່ງອອກຈາກລາວ ດ້ານຜະລິດ ຕະພັນກະເສດເຊັ່ນ: ກາເຟ, ເຂົ້າ, ໝາກ ໄມ້ເຂດຮ້ອນ, ຜັກ, ຖ່ານໄມ້, ໄມ້, ທອງ ແດງ ແລະ ອື່ນໆ. ສຳລັບດ້ານການລົງທຶນ, ປະເທດ ລາວ ອຸດົມສົມບູນໄປດ້ວຍຊັບພະຍາ ກອນທຳມະຊາດ ເຊັ່ນ: ປ່າໄມ້, ແມ່ນ້ຳ ຂອງ, ຄຳ, ເງິນ, ທອງແດງ, ຂີ້ກົ່ວ, ມັງ ການັສ ແລະ ອື່ນໆ. ພ້ອມນີ້, ລາວຍັງ ເປັນພາຄີຂອງ FTA ອະນຸພາກພື້ນ ແລະ ພາກພື້ນສ່ວນໃຫຍ່, ລວມທັງ AFTA, ASEAN plus FTA, ແລະ RCEP, ແລະ ພວກເຮົາໄດ້ຮັບສະ ຖານະ MFN ຈາກຫລາຍປະເທດທີ່ພັດ ທະນາແລ້ວ ເຊັ່ນ: ສະຫະລັດ ແລະ ສະ ຫະພາບເອີຣົບ. ພວກເຮົາມີບໍລິການປະ ຕູດຽວ ສໍາລັບນັກລົງທຶນ ແລະ ລະ ບົບພາສີທີ່ເອື້ອອໍານວຍນີ້ແມ່ນທ່າ ແຮງທີ່ເປັນຖານການຜະລິດຂອງບໍລິ ສັດ ສ ເກົາຫລີ ເພື່ອຜະລິດສິນຄ້າ ແລະ ສົ່ງອອກໄປສູ່ຕະຫລາດໃຫຍ່ກວ່າ ໃນ ອາຊຽນ ແລະ ອື່ນໆ. ລັດຖະບານລາວ ຍັງໃຫ້ການສະ ໜັບສະໜູນດ້ານພະລັງງານສີຂຽວ ແລະ ທົດແທນ, ພວກເຮົາຍິນດີຕ້ອນ ຮັບບັນດາບໍລິສັດ ສ ເກົາຫລີ ເຂົ້າມາລົງ ທຶນໃນລາວ ໃນຂົງເຂດພະລັງງານ, ບໍ່ ແຮ່, ພື້ນຖານໂຄງລ່າງ, ກະສິກຳ, ICT, ສິ່ງແວດລ້ອມ, ການສຶກສາ ແລະ ສາ ທາລະນະສຸກ. ເຊັ່ນດຽວກັນ, ພວກເຮົາ ກໍ່ຢາກໃຫ້ນັກທຸລະກິດລາວ ໄປລົງທຶນ ຢູ່ ສ ເກົາຫລີ ໃນພື້ນທີ່ຂອງເຈົ້າຂອງ ຮ້ານອາຫານລາວນ້ອຍໆ, ນວດ, ໂຊນາ ແລະ ທຸລະກິດຂະໜາດນ້ອຍອື່ນໆ. ລັດ ຖະບານລາວ ກໍສະໜັບສະໜູນການຊຸກ ຍູ້ສົ່ງເສີມ ຈາກພາກທຸລະກິດ (1. ທຸລະ ກິດເຕັກໂນໂລຊີສູງ ແລະ ທັນສະໄໝ, 2. ກະສິກໍາສະອາດ, 3. ອຸດສາຫະກຳ ປຸງແຕ່ງກະສິກຳ ແລະ ປ່າໄມ້, 4. ອຸດ ສາຫະກໍາການທ່ອງທ່ຽວ, 5. ການສຶກ ສາ, 6. ສາທາລະນະສຸກ, 7. ພື້ນຖານ ໂຄງລ່າງ; 8. ທະນາຄານ, ການເງິນຈຸ ລະພາກ ແລະ 9. ສູນການຄ້າ, ການຄ້າ ທັນສະໄໝ). ໂດຍ: ຣັດສະໝີ ດວງສັດຈະ ວາງສະແດງຮູບແຕ້ມ... ຄະນະຕິດຕາມກວດກາ... ຂປລ. ງານວາງສະແດງຮູບ ແຕ້ມຂອງນັກຮຽນ ພາຍໃຕ້ຫົວຂໍ້: ບົດເລື່ອງຂອງເດັກທຸກຄົນທີ່ສະ ແດງເຖິງຄວາມຮູ້ບຸນຄຸນຄູ ແລະ ສະ ແດງເຖິງຄໍາໝາຍໝັ້ນຂອງສປປ ລາວ ເພື່ອສະເຫລີມສະຫລອງ 50 ປີ ຂອງການຮ່ວມມືລະຫວ່າງລັດ ຖະບານແຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊບ ໄດ້ຈັດຂຶ້ນໃນວັນ ທີ 21 ຕຸລາ 2023 ທີ່ສູນການຄ້າ ພາກຊັນນະຄອນຫລວງວຽງຈັນ. ທ່ານ ພຸດ ສິມມາລາວົງ ລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ:ກິດຈະກໍາຄັ້ງນີ້,ສະແດງ ໃຫ້ເຫັນເຖິງການຮັບຮູ້ຜົນງານ ແລະ ຊົມເຊີຍຄູ-ອາຈານທຸກຄົນທີ່ໄດ້ປະ ຕິບັດໜ້າທີ່ເປັນດັ່ງວິສະວະກອນ ແຫ່ງດວງວິນຍານ ໃນການຫລໍ່ ຫລອມແນວຄິດຈິດໃຈ, ຄວາມຮູ້, ຄວາມສາມາດ ແລະ ການກະທໍາ ຂອງລູກຫລານທີ່ເປັນອະນາຄົດ ຂອງຊາດ. ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາມຸ່ງ ໝັ້ນຈະສືບຕໍ່ຍົກສູງຄວາມອາດສາ ມາດ ແລະ ບົດບາດຂອງຄູ-ອາຈານ ເພື່ອຮັບປະກັນການສຶກສາທີ່ມີຄຸນ ນະພາບສໍາລັບເດັກທຸກຄົນ. ຕະ ຫລອດຫລາຍທົດສະວັດທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊບ ພ້ອມຄູ່ຮ່ວມພັດ ທະນາຕ່າງໆ ໄດ້ເຮັດວຽກຮ່ວມກັນ ຢ່າງຕັ້ງໜ້າ ເພື່ອສ້າງລະບົບການ ສຶກສາທີ່ເດັກນ້ອຍທຸກຄົນສາມາດ ເຂົ້າເຖິງໄດ້, ລວມເຖິງການສ້າງ ອາຄານຮຽນ, ການປັບປຸງຫລັກສູດ ແລະ ການສົ່ງເສີມການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບຢ່າງ ເທົ່າທຽມ. ໃນໂອກາດດຽວກັນ, ທ່ານ ນາງ ເພຍ ເຣເບລ ໂລ ບຣິດໂຕ ຜູ້ຕາງໜ້າ ອົງການ ອຸຍນີເຊບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການສະເຫລີມ ສະຫລອງຄົບຮອບ50ປີຂອງການ ຮ່ວມມືທີ່ມີໝາກຜົນຢ່າງຫລວງ ຫລາຍລະຫວ່າງ ອົງການ ອຸຍນີເຊບ ພ້ອມຄະນະລົງຕິດຕາມກວດກາ ການຈັດປະຕິບັດບັນດາສົນທິສັນ ຍາ ແລະ ສັນຍາສາກົນ, ແຜນປະ ຕິບັດງານ ແລະ ການດຳເນີນໂຄງ ການຮ່ວມມື ແລະ ລົງທຶນ ຂອງລັດ ຖະບານຂອງສາມປະເທດ ກໍຄື ໂຄງການຊ່ວຍເຫລືອຂອງຕ່າງປະ ເທດຢູ່ໃນເຂດ 3 ຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ, ຕິດ ຕາມກວດກາ, ຢ້ຽມຢາມໂຄງການ ແລະ ການລົງທຶນ ໃສ່ການພັດທະ ນາພື້ນຖານໂຄງລ່າງທາງດ້ານເສດ ຖະກິດ, ວັດທະນະທຳ, ການສຶກສາ ແລະ ທ່ອງທ່ຽວ ຈຳນວນໜຶ່ງຢູ່ບາງ ແຂວງ ທີ່ນອນຢູ່ເຂດສາມຫລ່ຽມ ພັດທະນາ, ຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບເພື່ອ ຊຸກຍູ້ສົ່ງເສີມຄວາມສາມັກຄີ, ການ ຮ່ວມມື, ການເປັນຄູ່ຮ່ວມສົ່ງເສີມ ການເຊື່ອມໂຍງເຊື່ອມຈອດທາງ ດ້ານເສດຖະກິດຂອງປະເທດ CLV ເພື່ອກ້າວສູ່ການພັດທະນາແບບ ກວມລວມ ແລະ ຍືນຍົງ, ຮັບປະກັນ ສັນຕິພາບ ແລະ ສະຖຽນລະພາບ ໃນຂົງເຂດ 3 ຫລ່ຽມພັດທະນາ. ການເຄື່ອນໄຫວເຮັດວຽກຄັ້ງ ນີ້, ຄະນະຜູ້ແທນທັງ 3 ປະເທດ ໄດ້ ໄປຢ້ຽມຢາມເບິ່ງຕົວຈິງຈຸດຫລັກ ໝາຍຊາຍແດນເຊື່ອມຕໍ່ຂອງ 3 ປະ ເທດ ກໍາປູເຈຍ-ລາວ-ຫວຽດນາມ; ຢ້ຽມຢາມດ່ານສາກົນ ພູເກືອ-ເບີອີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ຢາມໂຮງງານປຸງແຕ່ງ ໝາກໄມ້ຂອງບໍລິສັດ Quicornac ຢູ່ແຂວງຢາລາຍ ຊຶ່ງເປັນໂຮງງານ ສະກັດນໍ້າໝາກໄມ້ ເພື່ອສົ່ງຂາຍ ພາຍໃນ ແລະ ຕ່າງປະເທດ. ໃນໂອກາດທີ່ຄະນະຕິດຕາມ ກວດກາຮ່ວມລະຫວ່າງ 3 ສະພາ ແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດ ນາມ ເຂົ້າຮ່ວມກອງປະຊຸມພົບປະ ກັບຜູ້ຕາງໜ້າທີ່ມາຈາກກະຊວງ ແຜນການ ແລະ ການລົງທຶນ, ຄະ ນະນຳຂອງແຂວງຢາລາຍ, ກອນ ຕູມ, ດັກນົງ, ດັກລັກ ແລະ ແຂວງ ບິງເຟືອກ, ທ່ານ ລິນຄຳ ດວງສະ ຂປລ. ທະນາຄານ ການຄ້າຕ່າງ ປະເທດຫວຽດນາມ ປະຈຳລາວ ຈຳກັດ (Vietcombank Laos) ໄດ້ມອບເຄື່ອງຊ່ວຍເຫລືອປະກອບ ສ່ວນເຂົ້າໃນການຮຽນ-ການສອນ ເປັນຕົ້ນ ອຸປະກອນການຮຽນ,ແບບ ຮຽນ, ເຄື່ອງກິລາ ແລະ ນົມ ໃຫ້ນ້ອງ ນັກຮຽນ ໂຮງຮຽນປະຖົມສົມບູນ ໂພນເພັງ ບ້ານໂພນເພັງ ເມືອງວັງ ວຽງ ແຂວງວຽງຈັນ ລວມມູນຄ່າ 40 ລ້ານກີບ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ດັ່ງກ່າວ, ຈັດຂຶ້ນໃນວັນທີ 21 ຕຸລາ 2023, ມອບໂດຍທ່ານ ຫງວຽນ ກວາງມິງສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ Vietcombank Laos ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ພົມມະລີ ຜູ້ອຳນວຍ ການໂຮງຮຽນປະຖົມສົມບູນໂພນ ເພັງ ໂດຍມີທ່ານ ກຸດຕະລີ ແກ້ວເຂັມ ເພັດ ຫົວໜ້າຫ້ອງການສຶກສາເມືອງ ວັງວຽງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ວິເລ ໂຄດໂຍທາ ຮອງຜູ້ອຳນວຍການໃຫຍ່ Vietcombank Laos ໄດ້ກ່າວວ່າ: ການມອບ-ຮັບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້, ກໍເພື່ອເປັນການສ້າງກິດ ຈະກຳສະເຫລີມສະຫລອງວັນສ້າງ ຕັ້ງທະນາຄານການຄ້າຕ່າງປະເທດ ຫວຽດນາມ ປະຈຳລາວ ຈຳກັດ (VietcombankLaos)ຄົບຮອບ 5 ປີ (19/10/2018- 19/10/ 2023), ທັງເປັນໂອກາດອັນດີທີ່ໄດ້ ປະກອບສ່ວນຊ່ວຍເຫລືອນ້ອງນັກ ຮຽນໃນເຂດທ້ອງຖິ່ນ ທີ່ຍັງບໍ່ທັນ ມີການຊ່ວຍເຫລືອຈາກພາກສ່ວນ ໃດມາກ່ອນ ເພື່ອປະກອບສ່ວນຊຸກ ຍູ້ສົ່ງເສີມວຽກງານການສຶກສາ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ. ໂອກາດນີ້, ທ່ານບຸນທັນ ພົມມະລີ ຜູ້ອຳນວຍການໂຮງຮຽນປະຖົມສົມ ບູນໂພນເພັງ ກໍໄດ້ມອບໃບກຽດຕິ ຄຸນ, ພ້ອມທັງສະແດງຄວາມຂອບ ໃຈມາຍັງ Vietcombank Laos ທີ່ໄດ້ນຳເອົາອຸປະກອນການຮຽນ ການສຶກສາມາຊ່ວຍເຫລືອ ໃນຄັ້ງ ນີ້ ເຊິ່ງເປັນການປະກອບສ່ວນສຳ ຄັນເຮັດໃຫ້ນັກຮຽນມີອຸປະກອນ ການຮຽນ-ການສອນຫລາຍຂຶ້ນ. ໂຮງຮຽນປະຖົມສົມບູນໂພນເພັງ ເປັນໂຮງຮຽນລັດ, ສ້າງຕັ້ງຂຶ້ນຕັ້ງ ແຕ່ປີ 1975, ປັດຈຸບັນ ມີນັກຮຽນ ທັງໝົດເຖິງ 134 ຄົນ, ລວມ 5 ຫ້ອງ ປ1 - ປ5. ແລະ ລັດຖະບານແຫ່ງ ສປປ ລາວ ນັ້ນ, ຄວາມຈໍາເປັນອັນຮີບດ່ວນໃນ ການລົງທຶນເຂົ້າໃນການສຶກສາທີ່ ມີຄຸນນະພາບກໍຍິ່ງຊັດເຈນຍິ່ງຂຶ້ນ ກວ່າເກົ່າ. ການລົງທຶນໃສ່ຄູໃນມື້ນີ້ ກໍຄື ການລົງທຶນເພື່ອອະນາຄົດຂອງ ສປປ ລາວ, ນອກຈາກການຮ່ວມ ມືກັບອົງການອຸຍນີເຊບ,ສະຫະພາບ ເອີຣົບ ກໍພວມດໍາເນີນໂຄງການສະ ໜັບສະໜູນທາງດ້ານງົບປະມານ ໂດຍໄດ້ເນັ້ນໃສ່ຄວາມສໍາຄັນຂອງ ການເພີ່ມການຈັດສັນງົບປະມານ ລັດ ເພື່ອຝຶກອົບຮົມສ້າງຂີດຄວາມ ສາມາດຂອງຄູແລະຮັບປະກັນການ ສຶກສາທີ່ມີຄຸນນະພາບ. ໃນຕອນທ້າຍ ທ່ານ ພຸດ ສິມ ມາລາວົງ ໄດ້ໃຫ້ກຽດມອບໃບຍ້ອງ ຍໍ ຊຶ່ງເປັນຜົນງານຂອງນັກຮຽນ ຈາກ5 ໂຮງຮຽນໃນນະຄອນຫລວງ ວຽງຈັນ ຄື: ມັດທະຍົມສົມບູນຮ່ອງ ໄກ່ແກ້ວ, ໜອງບົວທອງ, ໂນນຄໍ້, ສີເກີດ ແລະ ມັດທະຍົມສົມບູນສີສັດ ຕະນາກ ຮັບໂດຍຜູ້ອໍານວຍການ ແຕ່ລະໂຮງຮຽນ ຊຶ່ງຮູບແຕ້ມຂອງ ນັກຮຽນທີ່ນໍາມາສະແດງແມ່ນສື່ ເຖິງຄວາມຮູ້ສຶກ ແລະ ຄວາມຮູ້ບຸນ ຄຸນຂອງເຂົາເຈົ້າເຖິງຄູ ແມ່ນໜຶ່ງໃນ ກິດຈະກໍາທີ່ສົ່ງເສີມໃຫ້ສັງຄົມຮູ້ ເຖິງບົດບາດອັນສໍາຄັນຂອງຄູໃນຊີ ວິດຂອງນັກຮຽນຫລາຍໆຄົນ, ພ້ອມ ນີ້ທ່ານລັດຖະມົນຕີກໍໄດ້ທ່ຽວຊົມ ຜົນງານສິລະປະຮູບແຕ້ມ ຂອງນັກ ຮຽນທີ່ນໍາມາວາງສະແດງ ແລະ ຮ່ວມກິດຈະກໍາແຕ້ມຮູບໃນຄັ້ງນີ້ ອີກດ້ວຍ. ຫວັນ ໄດ້ມີຄຳເຫັນ ແລະ ຕີລາຄາສູງ ຕໍ່ກອງປະຊຸມທີ່ມີຄວາມໝາຍຄວາມ ສໍາຄັນໃນຄັ້ງນີ້, ສະແດງຄວາມ ຊົມເຊີຍຕໍ່ ສສ ຫວຽດນາມ, ແຂວງ ຢາລາຍ ກໍຄື ບັນດາແຂວງ ທີ່ນອນ ຢູ່ໃນເຂດສາມຫລ່ຽມພັດທະນາທີ່ ໄດ້ມີຜົນສໍາເລັດຫລາຍດ້ານ ໂດຍ ສະເພາະໃນຂົງເຂດວຽກງານການ ຕ່າງປະເທດ, ວຽກງານການຮ່ວມ ມືດ້ານເສດຖະກິດ ແລະ ວັດທະນະ ທຳ-ສັງຄົມ ແລະ ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອນໍາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນຫວຽດນາມກໍຄື ປະຊາ ຊົນສາມປະເທດ ກໍາປູເຈຍ-ລາວຫວຽດນາມໃນເຂດສາມຫລ່ຽມ ພັດທະນາ. ພ້ອມທັງສະແດງ ຄວາມ ເຊື່ອໝັ້ນວ່າຜົນຂອງກອງປະຊຸມຕິດ ຕາມກວດກາຮ່ວມຂອງສາມປະ ເທດໃນຄັ້ງນີ້ ຈະເປັນພື້ນຖານອັນດີ ໃຫ້ແກ່ສະພາແຫ່ງຊາດຂອງສາມ ປະເທດ ເພື່ອພິຈະລະນາ ແລະ ຊຸກ ຍູ້ໃຫ້ລັດຖະບານຂອງສາມປະເທດ ສືບຕໍ່ຮ່ວມມືກັນໃນຕໍ່ໜ້າ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ຮັບຟັງການລາຍງານ ຈາກຜູ້ຕາງໜ້າຂອງ 5 ແຂວງທີ່ຢູ່ ໃນເຂດສາມຫລ່ຽມພັດທະນາຂອງ ສສ ຫວຽດນາມ ລວມມີ: ແຂວງ ຢາລາຍ, ກອນຕູມ, ດັກລັກ, ດັກນົງ ແລະ ແຂວງບິ່ງເຟືອກ ກ່ຽວກັບສະ ພາບລວມຕໍ່ກັບສະພາບການຈັດຕັ້ງ ປະຕິບັດວຽກງານດ້ານການພັດ ທະນາເສດຖະກິດ, ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນເຂດສາມຫລ່ຽມ ພັດທະນາ CLV. ພາຍຫລັງການເຄື່ອນໄຫວເຮັດ ວຽກຢູ່ແຂວງທີ່ນອນຢູ່ໃນເຂດ ສາມ ຫລ່ຽມພັດທະນາ ຢູ່ສສ ຫວຽດນາມ ແລ້ວ, ຄະນະກວດກາຮ່ວມກໍໄດ້ສືບ ຕໍ່ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນ ເລ່ແທງ-ໂຮຢາດາບ ລະຫວ່າງ ສສ ຫວຽດນາມ ແລະ ຣາຊະອານາ ຈັກ ກຳປູເຈຍ, ເເຂວງຣັດຕະນະຄີຣີ, ຊຽງແຕງ ຕື່ມອີກ. ຂ່າວ-ພາບ: ສພຊ ຊາດ ແຫ່ງ ຣາຊະອານາຈັກ ກໍາປູ ເຈຍ, ທ່ານ ລິນຄໍາ ດວງສະຫວັນ ກໍາມະການຄະນະປະຈໍາ, ປະທານ ກໍາມາທິການເສດຖະກິດ, ເຕັກໂນໂລ ຊີ ແລະ ສິ່ງແວດລ້ອມສະພາແຫ່ງ ຊາດລາວ ແລະ ທ່ານ ຫວູ ຮາຍ ຮ່າ ກຳມະການຄະນະປະຈຳ, ປະທານ ກຳມາທິການຕ່າງປະເທດສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ

RkJQdWJsaXNoZXIy MTc3MTYxMQ==