5731

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/10/2023 xtgmf]k; ສອງປະທານປະເທດ... ນາຍົກລັດຖະມົນຕີ ເຂົ້າຮ່ວມ... ເປີດນຳໃຊ້ຂົວຂ້າມທາງ... ກອງປະຊຸມຫົວໜ້າຕຳຫລວດ... ຮອງປະທານປະເທດ ຊຸກຍູ້... ຂປລ. ໃນໂອກາດການເຂົ້າຮ່ວມ ກອງປະຊຸມເວທີສົນທະນາລະດັບ ສູງ ໜຶ່ງແລວໜຶ່ງເສັ້ນທາງຄັ້ງທີ 3 ທີ່ນະຄອນຫລວງປັກກິ່ງ ສປ ຈີນ, ໃນຕອນເຊົ້າວັນທີ 19 ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ພົບ ປະກັບ ທ່ານ ຫວໍ ວັນເຖືອງ ປະທານ ປະເທດ ແຫ່ງ ສສ ຫວຽດນາມ ໂດຍໄດ້ສະແດງຄວາມດີໃຈທີ່ໄດ້ ພົບກັນອີກຄັ້ງໜຶ່ງພາຍຫລັງທີ່ໄດ້ ພົບກັນໃນຕົ້ນເດືອນກັນຍາ 2023 ຜ່ານມາ ໃນໂອກາດເຂົ້າຮ່ວມກອງ ປະຊຸມຜູ້ນຳ 3 ພັກ ຢູ່ ຮ່າໂນ້ຍ ສສ ຫວຽດນາມ. ພ້ອມກັນນີ້, ກໍໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ ຈ້ອງ, ສະຫາຍນາຍົກ ລັດຖະມົນຕີ, ສະຫາຍປະທານສະພາ ແຫ່ງຊາດ ແລະ ບັນດາສະຫາຍການ ນຳພັກ-ລັດ ຫວຽດນາມ. ສອງຝ່າຍໄດ້ແຈ້ງສະພາບຂອງ ແຕ່ລະປະເທດໃຫ້ກັນຊາບສະພາບ ການພາຍໃນຂອງແຕ່ລະປະເທດ, ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມ ມື ລາວ-ຫວຽດນາມ ໃນປີຜ່ານມາ ເຊິ່ງໄດ້ມີຄວາມຄືບໜ້າຫລາຍດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ; ການພົວພັນດ້ານການເມືອງສືບຕໍ່ມີ ຄວາມໃກ້ຊິດ ແລະ ອົບອຸ່ນທີ່ສຸດ, ສະເພາະໃນປີນີ້ການນໍາຂັ້ນສູງຂອງ ສອງປະເທດກໍໄດ້ພົບປະກັນຫລາຍ ຄັ້ງ, ການນຳບັນດາຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ພົບ ປະແລກປ່ຽນບົດຮຽນກັນເປັນປະ ຈຳ; ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມສະ ໜິດແໜ້ນ ແລະ ນັບມື້ນັບມີປະສິດ ທິຜົນ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນສືບຕໍ່ມີການຂະ ຫຍາຍຕົວ; ດ້ານການຕ່າງປະເທດ, ສອງຝ່າຍໄດ້ສະໜັບສະໜູນເຊິ່ງ ກັນຢ່າງເປັນປົກກະຕິຢູ່ເວທີສາກົນ ຕ່າງໆ. ຕໍ່ໜ້າສະພາບການຂອງພາກ ພື້ນ ແລະ ສາກົນກຳລັງຜັນແປໄປ ຢ່າງໄວວາ,ສັບສົນແລະຫລໍ່ແຫລມ, ສອງປະເທດຍິ່ງຕ້ອງໄດ້ຈັບມືກັນ ແໜ້ນ, ພ້ອມກັນປົກປັກຮັກສາພາບ ແວດລ້ອມແຫ່ງສັນຕິພາບ, ສະຖຽນ ລະພາບ ເພື່ອເອື້ອອຳນວຍໃຫ້ແກ່ ການພັດທະນາ,ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນ ລາວ-ຫວຽດ ນາມ. ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຊົມ ເຊີຍ ສປປ ລາວ ທີ່ໄດ້ຮັບໜ້າທີ່ເປັນ ປະທານອາຊຽນ ແລະ ໄອປາ ໃນປີ 2024 ທັງເປັນເຈົ້າພາບກອງປະ ຊຸມປະທານສະພາແຫ່ງຊາດ ລາວຫວຽດນາມ-ກຳປູເຈຍ ໃນທ້າຍປີ 2023 ນີ້. ຫວຽດນາມ ມີຄວາມຍິນ ດີຈະຮ່ວມມື, ແບ່ງປັນບົດຮຽນແລະ ໃຫ້ການສະໜັບສະໜູນ ສປປ ລາວ ໃນການປະຕິບັດບົດບາດດັ່ງກ່າວ ໃຫ້ສຳເລັດດ້ວຍດີ. ສອງຝ່າຍຍິນດີສືບຕໍ່ຮັກສາ ການໄປມາຫາສູ່ກັນຂອງການນຳ ຂັ້ນສູງສອງຝ່າຍໃນແຕ່ລະຂັ້ນ,ສອງ ຝ່າຍໄດ້ເປັນເອກະພາບຊຸກຍູ້ບັນດາ ຂະແໜງການແລະທ້ອງຖິ່ນໃນການ ຈັດຕັ້ງຜັນຂະຫຍາຍບັນດາການຕົກ ລົງຂອງການນຳ, ບັນດາເອກະສານ ຮ່ວມມືທີ່ສອງຝ່າຍໄດ້ລົງນາມກໍຄື ຍົກສູງຄຸນນະພາບ... ຫາລືການປະເມີນຜົນກະທົບ... ຂປລ. ພິທີມອບ-ຮັບ ແລະ ເປີດນໍາໃຊ້ຂົວຂ້າມທາງຢູ່ຖະໜົນ ໄກສອນພົມວິຫານ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ(ນວ)ຈັດ ຂຶ້ນໃນວັນທີ 20 ຕຸລາ 2023 ເພື່ອ ຫລຸດຜ່ອນອຸບັດເຫດຕາມທ້ອງຖະ ໜົນ, ອຳນວຍຄວາມສະດວກໃຫ້ຄົນ ຍ່າງຂ້າມທາງມີຄວາມປອດໄພ, ເຮັດໃຫ້ການມາສົ່ງ-ມາຮັບນັກຮຽນ ຂອງພໍ່ແມ່ຜູ້ປົກຄອງ ມີຄວາມສະ ດວກສະບາຍວ່ອງໄວຂຶ້ນກວ່າເກົ່າ ເຮັດໃຫ້ການສັນຈອນໂລ່ງລ່ຽນ ດີຂຶ້ນ. ທ່ານ ກິຣິຍາ ບັນຈົງພັກດີ ຮອງ ປະທານບໍລິສັດ ບລູກຣາດສ໌ ດີຊາຍ ກຣຸບ ຈຳກັດຜູ້ດຽວ ໄດ້ສະແດງ ຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ໃຫ້ໂອ ກາດບໍລິສັດພວກເຮົາເປັນສ່ວນ ໜຶ່ງ ໃນການພັດທະນາໂຄງລ່າງພື້ນຖານ ຂອງນະຄອນຫລວງວຽງຈັນ ເຊິ່ງ ຂົວຂ້າມທາງແຫ່ງທຳອິດຂອງນະ ຄອນຫລວງວຽງຈັນ ສ້າງຂຶ້ນເພື່ອ ອຳນວຍຄວາມສະດວກໃຫ້ແກ່ສັງ ຄົມມີຄວາມປອດໄພ ແລະ ຫລຸດ ຜ່ອນການສັນຈອນທີ່ແອອັດໃນຕົວ ເມືອງ. ຂົວດັ່ງກ່າວ ອອກແບບໂຄງ ສ້າງເຫລັກຕີນເສົາຕອກເສົາເຂັມ ມີຂະໜາດຄວາມຍາວ 24 ແມັດ, ຄວາມກວ້າງ2,3ແມັດແລະສູງ5,5 ແມັດ ເຊິ່ງເປັນທຶນຊ່ວຍເຫລືອລ້າ ຈາກບໍລິສັດ ບລູກຣາດສ໌ ດີຊາຍ ກຣຸບ ຈຳກັດຜູ້ດຽວ ແລະ ໄດ້ເລີ່ມ ລົງມືກໍ່ສ້າງ ນັບແຕ່ຕົ້ນເດືອນມີນາ 2023 ເຊິ່ງໄດ້ກຳນົດເວລາການ ກໍ່ສ້າງໃຫ້ສຳເລັດແມ່ນ 4 ເດືອນ ແຕ່ຍ້ອນສະດິນຟ້າອາກາດບໍ່ອຳ ນວຍ ການແກ້ໄຂບັນຫາ ແລະ ຍົກ ຍ້າຍສິ່ງກີດຂວາງມີຄວາມຊັກຊ້າ ຈຶ່ງເຮັດການກໍ່ສ້າງກິນໃຊ້ເວລາ ປະມານ 6 ເດືອນ ເຊິ່ງຊ້າກວ່າແຜນ ການປະມານ 2 ເດືອນ. ໃນໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນວ ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ ນຳຂອງຄະນະພັກ ຄະນຳອົງການ ປົກຄອງ ນະຄອນຫລວງວຽງຈັນ ແລະ ເພື່ອໃຫ້ສອດຄ່ອງກັບປະຕິບັດ ຕາມດຳລັດ ເລກທີ 347/ນຍ ລົງ ວັນທີ 02 ພະຈິກ 2022 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ຍຸດ ທະສາດແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງໄລຍະປີ 20212030 ເລັງໃສ່ການແກ້ໄຂການສັນ ຈອນແອອັດ ແລະ ຫລຸດຜ່ອນອຸບັດ ເຫດຕາມທ້ອງຖະໜົນ, ອຳນວຍ ຄວາມສະດວກໃຫ້ຄົນຍ່າງຂ້າມ ທາງມີຄວາມປອດໄພ, ຫລຸດຜ່ອນ ການຈອດລົດແຄມທາງມາສົ່ງ-ມາ ຮັບນັກຮຽນ ແລະ ເຮັດໃຫ້ການສັນ ຈອນໂລ່ງລ່ຽນດີຂຶ້ນ. ສະນັ້ນ, ພະແນກໂຍທາທິການ ແລະຂົນສົ່ງນະຄອນຫລວງວຽງຈັນ ໄດ້ສົມທົບກັບທຸກໆພາກສ່ວນທີ່ ກ່ຽວຂ້ອງ ແລະ ບໍລິສັດຂອງບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດ ຜູ້ດຽວ ໄດ້ສຶກສາຈຸດການກໍ່ສ້າງຂົວ ຂ້າມທາງໂດຍໄດ້ຕົກລົງກໍານົດອົາ ຈຸດກໍ່ສ້າງຂົວຂ້າມທາງຢູ່ຖະໜົນ ໄກສອນ ພົມວິຫານ (ຕິດກັບ ມສ ລາວ-ຫວຽດນາມ) ເປັນຈຸດຕົວ ແບບທຳອິດ ແລະ ໃນອະນາຄົດ ຈະ ສືບຕໍ່ສ້າງຂົວຂ້າມທາງອີກ 3 ຈຸດ ທີ່ມີການສັນຈອນແອອັດຢູ່ພາຍໃນ ນະຄອນຫລວງວຽງຈັນ ຕື່ມອີກ. ຂ່າວ: ກິດຕາ ບັນດາໂຄງການຮ່ວມມືທີ່ສຳຄັນໃຫ້ ມີຜົນສຳເລັດເປັນຮູບປະທຳ. ພ້ອມ ກັນນັ້ນ ກໍຮ່ວມກັນປຶກສາຫາລືຢ່າງ ຈິງໃຈ ເພື່ອແກ້ໄຂບັນຫາຄົງຄ້າງ ຕ່າງໆ, ກວດກາຄືນບັນດາກົນໄກ ການຮ່ວມມືສອງຝ່າຍ ເພື່ອປັບປຸງ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ ຍິ່ງຂຶ້ນ. ຜູ້ນຳທັງສອງໄດ້ຂອບໃຈເຊິ່ງ ກັນຕໍ່ການຮ່ວມມື ແລະ ການຊ່ວຍ ເຫລືອເຊິ່ງກັນແລະກັນໃນຕະຫລອດ ໄລຍະຜ່ານມາ, ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງສາຍພົວພັນ ຮ່ວມສຳພັນສູ້ຮົບຕ້ານສັດຕູໂຕ ດຽວກັນ ເພື່ອປົດປ່ອຍປະເທດຊາດ ໃນເມື່ອກ່ອນ, ສືບຕໍ່ຄຽງບ່າຄຽງ ໄຫລ່ກັນ, ຈັບມືກັນແໜ້ນພ້ອມກັນ ພັດທະນາແລະໄດ້ຢືນຢັນນະໂຍບາຍ ອັນສະເໝີຕົ້ນສະເໝີປາຍຂອງສອງ ປະເທດໃນການສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລາວ-ຫວຽດນາມ ໃຫ້ນັບມື້ນັບ ຈະເລີນງອກງາມ ແລະ ໝັ້ນຄົງຂະ ໜົງແກ່ນຕະຫລອດໄປ. ຂ່າວ-ພາບ: ກຕທ ແໜ້ນການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ແມ່ນ ການສົ່ງເສີມການຮ່ວມມືດ້ານເສດ ຖະກິດ ໂດຍການຊອກຫາຊ່ອງທາງ ໃນການສົ່ງເສີມການຮ່ວມມືດ້ານ ການຄ້າ ແລະ ການລົງທຶນ ໂດຍສະ ເພາະດ້ານພະລັງງານ.ພ້ອມນີ້, ກອງ ປະຊຸມຍັງໄດ້ເນັ້ນຢໍ້າເຖິງຄວາມ ສໍາຄັນໃນການສົ່ງເສີມການທ່ອງ ທ່ຽວ ແລະ ການໄປມາຫາສູ່ລະ ຫວ່າງປະຊາຊົນຂອງສອງພາກ ພື້ນ ໂດຍຜ່ານການແລກປ່ຽນທາງ ດ້ານວັດທະນະທໍາ,ການຮ່ວມມືດ້ານ ການພັດທະນາຊັບພະຍາກອນມະ ນຸດ, ການສຶກສາ, ການຝຶກອົບຮົມ ວິຊາຊີບ ແລະ ໂຄງການສ້າງຂີດ ຄວາມສາມາດອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກ ຍູ້ໃຫ້ອາຊຽນ ແລະ ຈີຊີຊີ ຊອກຊ່ອງ ທາງຮ່ວມມືກັນໃນດ້ານພະລັງງານ, ກະສິກໍາ, ການເຊື່ອມຈອດ ແລະ ການທ່ອງທ່ຽວ ແລະ ອື່ນໆ. ໃນນີ້, ທ່ານນາຍົກລັດຖະມົນຕີໄດ້ແຈ້ງໃຫ້ ກອງປະຊຸມຊາບວ່າ ປີ 2024 ແມ່ນ ປີທ່ອງທ່ຽວລາວ ແລະ ໄດ້ເຊີນຊວນ ໃຫ້ນັກທ່ອງທ່ຽວຈາກບັນດາປະ ເທດອາຊຽນ ແລະ ຈີຊີຊີ ມາທ່ອງ ທ່ຽວ ໃນ ສປປ ລາວ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ກອງປະ ຊຸມຊາບກ່ຽວກັບການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ:“ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ”, ພ້ອມທັງໃຫ້ຄວາມ ໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນ ດາປະເທດສະມາຊິກອາຊຽນ ແລະ ຈີຊີຊີ ເພື່ອເສີມຂະຫຍາຍການຮ່ວມ ມືອາຊຽນ-ຈີຊີຊີ ໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ ແລະ ນໍາຜົນປະໂຫຍດ ອັນແທ້ຈິງມາສູ່ປະຊາຊົນຂອງສອງ ພາກພື້ນ. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນໍາອາຊຽນ ແລະ ຈີຊີຊີ ໄດ້ ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດອາຊຽນ- ຈີຊີຊີ ແລະ ໄດ້ຮັບຊາບຂອບວຽກ ການຮ່ວມມືອາຊຽນ-ຈີຊີຊີ(2024- 2028) ທີ່ຮັບຮອງໂດຍລັດຖະມົນ ຕີຕ່າງປະເທດອາຊຽນ-ຈີຊີຊີ ເພື່ອ ເປັນທິດທາງໃຫ້ແກ່ການເສີມຂະ ຫຍາຍການຮ່ວມມື ລະຫວ່າງອາ ຊຽນ ແລະ ຈີຊີຊີ ໃນອະນາຄົດ. ຂ່າວ-ພາບ: ກຕທ ວຽກງານ ໃຫ້ນັບມື້ນັບສູງຂຶ້ນເປັນ ຕົ້ນ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ ຍົກສູງຄຸນນະພາບວຽກງານວາລະ ສານກໍ່ສ້າງພັກ ແລະ ວຽກງານໂຄ ສະນາກໍ່ສ້າງພັກ-ພະນັກງານຜ່ານ ສື່ຕ່າງໆ ໃຫ້ມີການຫັນປ່ຽນທີ່ແຂງ ແຮງເລິກເຊິ່ງກວ່າເກົ່າ, ເຮັດໃຫ້ ວຽກງານດັ່ງກ່າວ ມີຄວາມແຫລມ ຄົມ, ມີແຮງຊັກຈູງ, ດຶງດູດຄວາມ ສົນໃຈຂອງສະມາຊິກພັກ, ພະນັກ ງານ ແລະ ປະຊາຊົນລາວບັນດາ ເຜົ່າໃຫ້ຫລາຍກວ່າເກົ່າ. ຢາກເຮັດໄດ້ແນວນັ້ນ, ຄະນະ ບັນນາທິການ, ຄະນະກົມ, ນັກຂ່າວ ແລະ ເພື່ອນຮ່ວມງານວາລະສານ, ເພື່ອນຮ່ວມງານໂຄສະນາກໍ່ສ້າງ ພັກ-ພະນັກງານ ຕ້ອງຍົກລະດັບ ຄວາມຮູ້, ຄວາມສາມາດທາງດ້ານ ທິດສະດີການເມືອງ ແລະ ວິຊາສະ ເພາະກ່ຽວກັບວຽກງານຂ່າວສານ ໃນລະດັບອັນແນ່ນອນ, ຕ້ອງກຳ ແໜ້ນແນວທາງການຈັດຕັ້ງ, ແນວ ທາງພະນັກງານຂອງພັກແຕ່ລະ ໄລຍະ, ຮູ້ປະດິດສ້າງ, ຮູ້ປຸງແຕ່ງ ມະຕິ, ຄຳສັ່ງ, ນິຕິກໍາ, ຄໍາໂອ້ລົມ ຂອງການນໍາໃຫ້ກາຍເປັນຜະລິດ ຕະພັນໃໝ່, ເປັນບົດຄວາມ, ບົດອະ ພິປາຍ ໃນລັກສະນະລົງເລິກແຕ່ລະ ບັນຫາສະເພາະ, ມີການວິເຄາະ, ວິ ໄຈເຮັດໃຫ້ເນື້ອໃນແຕ່ລະບັນຫາໃນ ມະຕິຂອງພັກ ມີຄວາມຈະແຈ້ງເຮັດ ຜູ້ອ່ານ, ຜູ້ຟັງຮັບຮູ້ເຂົ້າໃຈ, ສາມາດ ຈື່ຈຳ ແລະ ສາມາດປະຕິບັດໄດ້. ພ້ອມນີ້, ການຂຽນບົດຕ້ອງສັ້ນ ກະທັດຮັດ, ເນື້ອໃນຮັດກຸມ, ກ້າວິ ເຄາະໄຈ້ແຍກຕໍ່ບັນຫາເກີດຂຶ້ນໃໝ່ ແລະ ກ້າຕໍານິຕິຕຽນຕໍ່ບັນດາທັດສະ ນະ, ການກະທຳທີ່ຝືນກັບແນວທາງ, ກົດລະບຽບພັກ, ຫລັກການຈັດຕັ້ງ, ທາດແທ້ວັດຖຸປະສົງຂອງພັກ, ຄຸນ ສົມບັດສິນທໍາປະຕິວັດ ແລະ ຈັນ ຍາບັນຂອງສະມາຊິກພັກ, ພະນັກ ງານ; ຄະນະບັນນາທິການວາລະ ສານ, ຄະນະໜ່ວຍພັກ, ຄະນະກົມ ໂຄສະນາກໍ່ສ້າງພັກ-ພະນັກງານ ຕ້ອງພັດທະນາຕົນເອງ ແລະ ເອົາໃຈ ໃສ່ກໍ່ສ້າງພະນັກງານຜູ້ເຮັດວຽກ ງານວາລະສານກໍຄືຜູ້ເຮັດວຽກ ງານໂຄສະນາກໍ່ສ້າງພັກ-ພະນັກ ງານ ໃຫ້ມີຄວາມສາມາດສົມຄູ່ກັບ ພາລະໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ ເປັນຢ່າງດີ, ຊອກເຫັນປັດໄຈຕ່າງໆ ທີ່ເປັນການປັບປຸງວາລະສານໃຫ້ ເປັນທີ່ນິຍົມຊົມຊອບຂອງຜູ້ອ່ານ, ຜູ້ຊົມ; ຕ້ອງເອົາໃຈໃສ່ກໍ່ສ້າງ ເພື່ອນ ຮ່ວມງານວາລະສານ, ໂທລະພາບ ກໍ່ສ້າງພັກ ໃຫ້ກວ້າງຂວາງ ແລະ ໃຫ້ ມີໃນທຸກຂະແໜງການຂົງເຂດວຽກ ງານ ແລະ ທ້ອງຖິ່ນ; ຄະນະໜ່ວຍ ພັກ, ຄະນະກົມໂຄສະນາກໍ່ສ້າງພັກ ຕ້ອງສືບຕໍ່ພົວພັນແລກປ່ຽນເປັນປົກ ກະຕິກັບເພື່ອນຮ່ວມງານ, ຕ້ອງຖື ເອົາການພົວພັນກັບເພື່ອນຮ່ວມງານ ເປັນວຽກງານສໍາຄັນ ແລະ ຈໍາເປັນ ທີ່ສຸດ; ສືບຕໍ່ຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອການພົວພັນລະ ຫວ່າງຄະນະບັນນາທິການວາລະ ສານກໍ່ສ້າງພັກ ກັບບັນດາຄະນະບັນ ນາທິການວາລະສານໄຊປີ້ງດ້າງ ຂອງຄະນະຈັດຕັ້ງສູນກາງພັກກອມ ມູນິດຫວຽດນາມ ແລະ ຄະນະບັນ ນາທິການວາລະສານອື່ນໆ ຢູ່ພາຍ ໃນປະເທດ. ສະຫາຍ ນາງ ບຸດສະດີ ທະນະ ເມືອງ ຍັງໄດ້ເນັ້ນຕື່ມວ່າ: ຄະນະພັກ, ຄະນະຈັດຕັ້ງສູນກາງພັກຕ້ອງຮັບ ຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳ ຄັນຂອງວຽກງານໂຄສະນາກໍ່ສ້າງ ພັກ-ພະນັກງານ, ຕ້ອງສ້າງເງື່ອນໄຂ ອັນຈຳເປັນໃຫ້ກົມໂຄສະນາກໍ່ສ້າງ ພັກ-ພະນັກງານເຄື່ອນໄຫວປະຕິບັດ ໜ້າທີ່ເປັນຢ່າງດີ ໂດຍສະເພາະ ດ້ານງົບປະມານຄ່າຈັດພິມວາລະ ສານ, ຄ່າແຮງງານ (ນາມປະກາ) ຜູ້ຂຽນບົດ ແລະ ສະໜອງອຸປະກອນ ຮັບໃຊ້ອັນຈຳເປັນອື່ນໆ. ພ້ອມນັ້ນ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກພະນັກງານທຸກສະຫາຍຕ້ອງເຫັນ ໄດ້ຄວາມສໍາຄັນ ແລະ ຄຸນປະໂຫຍດ ຂອງວາລະສານກໍ່ສ້າງພັກ ແລະ ໃຫ້ ການຮ່ວມມືກັບກົມກ່ຽວຂ້ອງໃນ ການປະຕິບັດໜ້າທີ່ເປັນຢ່າງດີ. ໃນພິທີດັ່ງກ່າວ, ຍັງໄດ້ມອບ ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ພາກ ສ່ວນທີ່ໃຫ້ການອຸປະຖຳ, ມອບລາງ ວັນ ແລະ ໃບຢັ້ງຢືນໃຫ້ຜູ້ຊະນະເລີດ ລາງວັນທີ 1, ທີ 2 ແລະ ທີ 3 ທີ່ສົ່ງ ບົດເຂົ້າປະກວດເນື່ອງໃນວັນສ້າງ ຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ ຕື່ມອີກ. ພາບ: ຂັນໄຊ ເມືອງທ່າແຕງ ແຂວງເຊກອງ ໂດຍ ມີທ່ານ ເຫລັກໄຫລ ສີວິໄລ ເຈົ້າ ແຂວງເຊກອງ, ທ່ານ ສົມເພັດ ເອິດລັດດາ ເຈົ້າເມືອງທ່າແຕງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນ ແຂວງ ແລະ ເມືອງເຂົ້າຮ່ວມ. ທ່ານ ຫງຽນ ກວກລວດ ປະ ທານບໍລິສັດ ຂັນຟອງ-ລາວ ໄດ້ໃຫ້ ຮູ້ວ່າ: ຍ້ອນໄດ້ຮັບຄວາມເອົາໃຈໃສ່ ຊ່ວຍເຫລືອ ແລະ ສະໜັບສະໜູນ ຈາກອໍານາດການປົກຄອງ ເມືອງ ທ່າແຕງ ກໍຄື ອຳນາດການປົກຄອງ ແຂວງ, ເຮັດໃຫ້ການຈັດຕັ້ງປະຕິບັດ ໂຄງການລົງທຶນມີຄວາມສະດວກ ສະບາຍຂຶ້ນ, ບໍລິສັດ ຂັນຟອງລາວ ຕັ້ງຢູ່ບ້ານໜອງນົກ ເມືອງທ່າ ແຕງ, ມູນຄ່າການລົງທຶນ 2,3 ລ້ານ ກວ່າໂດລາສະຫະລັດ, ມີເນື້ອທີ່ ປູກ50 ເຮັກຕາ, ໄດ້ເລີ່ມປູກຖົ່ວລຽນ ສາຍພັນໂດນາ ແຕ່ປີ 2019, ແຕ່ ຍ້ອນຂາດວິທີການບົວລະບັດທີ່ ເໝາະສົມກັບດິນຟ້າອາກາດ ເຮັດ ໃຫ້ສູນເສຍແນວພັນ. ມາຮອດປັດ ຈຸບັນມີຕົ້ນຖົ່ວລຽນຫລາຍກວ່າ 10.000 ເບ້ຍ ແລະ ໄດ້ປັບປຸງວິທີ ການບົວລະບັດຮັກສາທີ່ເໝາະສົມ ກັບດິນຟ້າອາກາດ ແລະ ສະພາບ ຂອງດິນ ໂດຍໄດ້ປູກສໍາເລັດແລ້ວ 50 ເຮັກຕາ ໃນປີ 2023 ມີຈໍານວນ 12.000 ຕົ້ນ, ພ້ອມນີ້ກໍໄດ້ຄົ້ນ ຄວ້າວິທີການປູກ, ການຮັກສາຕົ້ນ ຖົ່ວລຽນແບບສະອາດ, ຍືນຍົງຢ່າງ ຕໍ່ເນື່ອງ ເພື່ອຫລຸດຜ່ອນຝຸ່ນ ແລະ ສານເຄມີ ໃຫ້ຫັນມານໍາໃຊ້ປຸ໋ຍອິນຊີ, ຢາຊີວະພາບ ເພື່ອປົກປັກຮັກສາສິ່ງ ແວດລ້ອມ, ຄາດຄະເນຈະໄດ້ເກັບ ກູ້ໝາກຖົ່ວລຽນ ໃນປີ 2026 ໃຫ້ໄດ້ 100 ໂຕນ. ສ່ວນທິດທາງຕໍ່ໜ້າຈະ ສືບຕໍ່ຄົ້ນຄວ້າ ແລະ ຂະຫຍາຍເນື້ອ ທີ່ປູກຕົ້ນຖົ່ວລຽນທີ່ເໝາະສົມ, ສືບ ຕໍ່ຈົດທະບຽນສາຍພັນຖົ່ວລຽນ, ລົງ ທຶນສ້າງສາງປຸງແຕ່ງເບື້ອງຕົ້ນແລະ ຫຸ້ມຫໍ່ ເພື່ອສົ່ງສິນຄ້າອອກ, ພ້ອມ ຂະຫຍາຍສວນກ້າເບ້ຍຖົ່ວລຽນຮັບ ໃຊ້ການຂະຫຍາຍການລົງທຶນໃຫ້ ຫລາຍຂຶ້ນ. ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຜູ້ປະກອບການ ຈົ່ງສ້າງຄວາມເຂັ້ມແຂງໃຫ້ແກ່ ການຜະລິດພາຍໃນ ເພື່ອຕອບສະ ໜອງການຊົມໃຊ້ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ດ້ານສະບຽງອາຫານ ກໍຄື ການຮັບ ໃຊ້ການທ່ອງທ່ຽວໃນເງື່ອນໄຂເປີດ ປີທ່ອງທ່ຽວ, ຊ່ວຍສົ່ງເສີມດ້ານ ເຕັກນິກ, ການນໍາໃຊ້ຝຸ່ນ, ການບົວ ລະບັດຮັກສາ, ການສະໜອງແນວ ພັນຖົ່ວລຽນໃຫ້ແກ້ປະຊາຊົນນໍາໄປ ປູກຕາມທ່າແຮງທີ່ມີ, ປະກອບສ່ວນ ສໍາຄັນເຂົ້າການແກ້ໄຂຄວາມຫຍຸ້ງ ຍາກ ດ້ານເສດຖະກິດ-ການເງິນໃນ ປັດຈຸບັນ, ສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບເສດຖະກິດແຫ່ງຊາດ ໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ທ່ານເຈົ້າແຂວງເຊກອງ ແລະ ເຈົ້າເມືອງທ່າແຕງ ພ້ອມພາກ ສ່ວນກ່ຽວຂ້ອງ ສືບຕໍ່ຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມທີ່ ມີທ່າແຮງຂອງເມືອງ ກໍຄື ແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເກັບ ກໍາຂໍ້ມູນບ້ານ, ຄອບຄົວທີ່ຈະເປັນຕົວ ແບບໃນການປູກຖົ່ວລຽນ ເພື່ອໃຫ້ ບໍລິສັດສະໜອງແນວພັນ, ກະສິກໍາ ແລະ ຕ້ອງສ້າງບຸກຄະລາກອນຮັບ ຜິດຊອບລົງຕິດຕາມກວດກາຢ່າງ ໃກ້ຊິດ, ເຮັດໃຫ້ປະຊາຊົນມີວິຊາ ຊີບທີ່ດີ, ໝັ້ນຄົງໄປຕາມຍຸດທະ ສາດ. ນອກນີ້, ຕ້ອງສ້າງເງື່ອນໄຂ, ອຳນວຍຄວາມສະດວກໃນການຜະ ລິດ,ການສະໜອງເຕັກນິກ,ທຶນຮອນ ແລະ ຕະຫລາດທີ່ໝັ້ນຄົງ ເພື່ອຍົກລະ ດັບລາຍໄດ້ ແລະ ຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນເມືອງທ່າ ແຕງໃຫ້ສູງຂຶ້ນ, ເອົາໃຈໃສ່ໃຫ້ຜູ້ປະ ກອບການ ແລະ ປະຊາຊົນ ໄດ້ຮ່ວມ ສໍາພັນກັນເປັນຕ່ອງໂສ້ເຂົ້າໃນຂະ ບວນການປູກຖົ່ວລຽນ ໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ພອນ ບຸນອຸທິດ ເລກການປະເມີນຜົນກະທົບ, ຄວາມ ເສຍຫາຍ ແລະ ຄວາມຕ້ອງການໃນ ການຟື້ນຟູຫລັງໄພພິບັດ ຢູ່ 3 ແຂວງ ທີ່ໄດ້ຮັບຜົນເສຍຫາຍໜັກໜ່ວງ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ສ່ວນອີກ 9 ແຂວງ ແມ່ນໄດ້ມອບໃຫ້ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນແຂວງ ຮ່ວມກັບອົງການປົກຄອງທ້ອງຖິ່ນ ດຳເນີນການປະເມີນຄືນ ແລະ ຢັ້ງ ຢືນຂໍ້ມູນຜົນເສຍຫາຍ ແລະ ຄວາມ ຕ້ອງການໃນການຟື້ນຟູ ສົ່ງໃຫ້ຄະ ນະກຳມະການຄຸ້ມຄອງໄພພິບັດຂັ້ນ ສູນກາງສັງຮວມ ເພື່ອຄົ້ນຄວ້າພິຈາ ລະນາສະເໜີລັດຖະບານໃນການແກ້ ໄຂສຸກເສີນ ໂດຍສະເພາະບັນດາກິດ ຈະກຳ ແລະ ໂຄງການທີ່ແຂວງ ໄດ້ ມີການແກ້ໄຂສຸກເສີນໄປກ່ອນ ເພື່ອ ການຊ່ວຍເຫລືອສຸກເສີນທາງດ້ານ ມະນຸດສະທໍາ ໃຫ້ທັນສະພາບການ. ພ້ອມນີ້,ທ່ານ ວົງຄຳ ວັນທານຸວົງ ຫົວໜ້າກົມສັງຄົມສົງເຄາະກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງເດືອນ ກໍລະກົດຫາສິງຫາ 2023 ເກີດມີ ໄພພິບັດ(ນ້ຳຖ້ວມ)ຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້, ມີ 12 ແຂວງທີ່ໄດ້ຮັບຜົນກະທົບ ຄື: ນະຄອນຫລວງວຽງຈັນ,ແຂວງ ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະ ເຂດ, ຈຳປາສັກ ແລະ ແຂວງໄຊສົມ ບູນ. ໃນນັ້ນ, ມີ 69 ເມືອງ,590 ບ້ານ, 29.735ຄອບຄົວ,134.775 ຄົນ, ຍິງ 64.050 ຄົນ, ບາດເຈັບ 2 ຄົນ, ເສຍຊີວິດ 2 ຄົນ, ຄິດເປັນມູນ ຄ່າເສຍຫາຍ ທັງໜົດ 1.037 ຕື້ ກວ່າກີບ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຍັງມີ7ປະເທດແລະອົງການຈັດຕັ້ງ ສາກົນ ທີ່ເປັນຜູ້ສັງເກດການລວມ ມີການາດາ, ຝຣັ່ງ, ຟີຈິ, ຕີມໍເເລັສເຕ, ອາເມລິກາ ແລະ ອາລັບເອມິເຣດ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນ ຍາກາດທີ່ສ້າງສັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນເພື່ອແກ້ໄຂບັນຫາອາຊະຍາ ກໍາຂ້າມຊາດປະເພດຕ່າງໆ ໂດຍໄດ້ ແບ່ງກອງປະຊຸມອອກເປັນ 4 ລະ ດັບຄື: ກອງປະຊຸມສະເພາະຫົວໜ້າ ຜູ້ແທນຕໍາຫລວດອາຊຽນ, ກອງປະ ຊຸມສະເພາະຫົວໜ້າຄະນະຜູ້ແທນ ຕໍາຫລວດອາຊຽນ ແລະ ປະເທດຄູ່ ເຈລະຈາ, ກອງປະຊຸມຄະນະບໍລິ ຫານງານຕໍາຫລວດອາຊຽນ (ຮອງ ຫົວໜ້າຄະນະຜູ້ແທນ), ກອງປະ ຊຸມຍ່ອຍຂັ້ນວິຊາການ ມີ 3 ກອງ ປະຊຸມ; ບັນດາກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລື ແລະ ຮັບ ຮອງບາງບັນຫາທີ່ນອນຢູ່ໃນກອບ ການຮ່ວມມື ຂອງຕໍາຫລວດອາ ຊຽນ,ແລກປ່ຽນສະພາບ,ຂໍ້ມູນທີ່ພົ້ນ ເດັ່ນໃນໜຶ່ງປີຜ່ານມາ ແລະ ຄົ້ນຄວ້າ ທິດທາງໃນການຮ່ວມມືເພື່ອແກ້ໄຂ ບັນຫາອາຊະຍາກໍາຂ້າມຊາດ ລວມ ມີ 10 ປະເພດ ອາຊະຍາກໍາຄື: ການ ລັກລອບຄ້າ-ຂາຍຢາເສບຕິດ, ການ ກໍ່ການຮ້າຍ, ການຄ້າມະນຸດ, ການ ຄ້າຂາຍອາວຸດ, ການຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ອາຊະຍາກໍາທາງ ທະເລ, ອາຊະຍາກໍາທາງດ້ານການ ຄ້າ ແລະ ການປອມແປງບັດເຄດິດ, ການສໍ້ໂກງຂ້າມຊາດ, ການປອມ ແປງເອກະສານເດີນທາງ, ອາຊະ ຍາກໍາທາງດ້ານຄອມພິວເຕີ. ພ້ອມນີ້, ຍັງໄດ້ຮ່ວມມືໃນ 4 ຂົງ ເຂດຄື: ການນໍາໃຊ້ລະບົບຖານຂໍ້ມູນ ຕໍາຫລວດອາຊຽນ, ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນທາງອາຍາ, ການ ແລກປ່ຽນບຸກຄະລາກອນແລະການ ຝຶກອົບຮົມ, ການຮ່ວມມືດ້ານວຽກ ງານນິຕິວິທະຍາຕໍາຫລວດອາຊຽນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ ປຶກສາຫາລືເປັນເອກະພາບກັນ ໃນການຈັດກອງປະຊຸມຫົວໜ້າຕໍາ ຫລວດ ຄັ້ງທີ 42 ໃນປີ 2024 ຈະ ໄດ້ຈັດຂຶ້ນທີ່ປະເທດ ມຽນມາ, ພ້ອມ ທັງລົງນາມ ຮັບຮອງເອົາຖະແຫລງ ການຮ່ວມຂອງກອງປະຊຸມຫົວໜ້າ ຕໍາຫລວດອາຊຽນຄັ້ງທີ 41 ຢ່າງ ເປັນທາງການ. ຂ່າວ:ກິດຕາ

RkJQdWJsaXNoZXIy MTc3MTYxMQ==